ພຣະ​ຄຳ​ພີ
ຮີ​ລາ​ມັນ 14


ບົດ​ທີ 14

ຊາ​ມູ​ເອນ​ເວົ້າ​ໄວ້​ກ່ຽວ​ກັບ​ຄວາມ​ແຈ້ງ​ໃນ​ຍາມ​ກາງ​ຄືນ ແລະ ດາວ​ດວງ​ໃໝ່​ທີ່​ປະກົດ​ຂຶ້ນ​ໃນ​ເວລາ​ທີ່​ພຣະ​ຄຣິດ​ກຳເນີດ—ພຣະ​ຄຣິດ​ໄຖ່​ມະນຸດ​ຈາກ​ຄວາມ​ຕາຍ​ທາງ​ໂລກ ແລະ ທາງ​ວິນ​ຍານ—ເຄື່ອງ​ໝາຍ​ຂອງ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ​ລວມ​ທັງ​ສາມ​ມື້​ແຫ່ງ​ຄວາມ​ມືດ, ການ​ພັງ​ທະ​ລາຍ​ຂອງ​ກ້ອນ​ຫີນ, ແລະ ການ​ທຳ​ລາຍ​ຢ່າງ​ຮ້າຍ​ແຮງ​ຂອງ​ທຳ​ມະ​ຊາດ. ປະ​ມານ 6 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາ​ມູ​ເອນ​ຄົນ​ເລມັນ​ໄດ້​ທຳ​ນາຍ​ອີກ​ຫລາຍ​ເລື່ອງ​ຊຶ່ງ​ຂຽນ​ໄວ້​ບໍ່​ໄດ້.

2 ແລະ ຈົ່ງ​ເບິ່ງ, ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ໃຫ້​ເຄື່ອງ​ໝາຍ​ແກ່​ພວກ​ທ່ານ; ເພາະ​ອີກ​ຫ້າ​ປີ​ທີ່​ຈະ​ມາ​ເຖິງ​ນີ້, ແລະ ຈົ່ງ​ເບິ່ງ, ເວລາ​ນັ້ນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຈະ​ສະ​ເດັດ​ມາ​ເພື່ອ​ໄຖ່​ຄົນ​ທັງ​ປວງ​ຜູ້​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

3 ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ໃຫ້​ສິ່ງ​ນີ້​ແກ່​ພວກ​ທ່ານ ເພື່ອ​ເປັນ ເຄື່ອງ​ໝາຍ​ຂອງ​ການ​ສະ​ເດັດ​ມາ; ເພາະ​ຈົ່ງ​ເບິ່ງ, ມັນ​ຈະ​ມີ​ຄວາມ​ແຈ້ງ​ທີ່​ສຸດ​ໃນ​ສະຫວັນ, ເຖິງ​ຂະ​ໜາດ​ທີ່​ໃນ​ຄືນ​ກ່ອນ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ​ນັ້ນ, ມັນ​ຈະ​ບໍ່​ມີ​ຄວາມ​ມືດ​ເລີຍ, ເຖິງ​ຂະ​ໜາດ​ທີ່​ມັນ​ປະກົດ​ແກ່​ມະນຸດ​ວ່າ ມັນ​ເປັນ​ກາງ​ເວັນ.

4 ສະນັ້ນ, ມັນ​ຈະ​ມີ​ມື້​ໜຶ່ງ​ກັບ​ຄືນ​ໜຶ່ງ ແລະ ອີກ​ມື້​ໜຶ່ງ, ເບິ່ງ​ຄື​ກັບ​ວ່າ​ເປັນ​ມື້​ດຽວ ແລະ ບໍ່​ມີ​ກາງ​ຄືນ; ແລະ ນີ້​ຈະ​ເປັນ​ເຄື່ອງ​ໝາຍ​ແກ່​ພວກ​ທ່ານ; ເພາະ​ວ່າ​ພວກ​ທ່ານ​ຮູ້​ຈັກ​ເຖິງ​ການ​ຂຶ້ນ​ຂອງ​ດວງ​ຕາ​ເວັນ ແລະ ການ​ຕົກ​ຂອງ​ມັນ​ນຳ​ອີກ; ສະນັ້ນ ພວກ​ທ່ານ​ຈະ​ຮູ້​ຈັກ​ເຖິງ​ຄວາມ​ແນ່​ນອນ​ວ່າ ມັນ​ຈະ​ມີ​ສອງ​ມື້​ກັບ​ໜຶ່ງ​ຄືນ ເຖິງ​ຢ່າງ​ໃດ​ກໍ​ຕາມ ຄືນ​ນັ້ນ​ຈະ​ບໍ່​ມີ​ຄວາມ​ມືດ ແລະ ມັນ​ຈະ​ເປັນ​ຄືນ​ກ່ອນ​ທີ່ ພຣະ​ອົງ​ຈະ​ກຳເນີດ.

5 ແລະ ຈົ່ງ​ເບິ່ງ, ມັນ​ຈະ​ມີ ດາວ​ດວງ​ໃໝ່​ປະກົດ​ຂຶ້ນ, ຊຶ່ງ​ເປັນ​ດາວ​ທີ່​ພວກ​ທ່ານ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ ແລະ ດາວ​ດວງ​ນີ້​ຈະ​ເປັນ​ເຄື່ອງ​ໝາຍ​ແກ່​ພວກ​ທ່ານ​ຄື​ກັນ.

6 ແລະ ຈົ່ງ​ເບິ່ງ ນີ້​ຍັງ​ບໍ່​ໝົດ, ມັນ​ຈະ​ມີ​ເຄື່ອງ​ໝາຍ ແລະ ການ​ແປກ​ປະ​ຫລາດ​ຫລາຍ​ຢ່າງ​ໃນ​ທ້ອງ​ຟ້າ.

7 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ພວກ​ທ່ານ​ທຸກ​ຄົນ​ຈະ​ແປກ​ປະ​ຫລາດ​ໃຈ ແລະ ອັດ​ສະ​ຈັນ​ໃຈ​ຫລາຍ, ເຖິງ​ຂະ​ໜາດ​ທີ່​ພວກ​ທ່ານ​ຈະ ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ.

8 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ກໍ​ຕາມ​ທີ່ ເຊື່ອ​ໃນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຜູ້​ນັ້ນ​ຈະ​ມີ​ຊີ​ວິດ​ອັນ​ເປັນ​ນິດ.

9 ແລະ ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ​ໂດຍ​ທູດ​ຂອງ​ພຣະ​ອົງ, ວ່າ​ໃຫ້​ຂ້າ​ພະ​ເຈົ້າ​ມາ​ບອກ​ເລື່ອງ​ນີ້​ແກ່​ພວກ​ທ່ານ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ຂ້າ​ພະ​ເຈົ້າ​ທຳ​ນາຍ​ເລື່ອງ​ເຫລົ່າ​ນີ້​ແກ່​ພວກ​ທ່ານ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ປ່າວ​ປະ​ກາດ​ຕໍ່​ຜູ້​ຄົນ​ພວກ​ນີ້​ວ່າ ຈົ່ງ​ກັບ​ໃຈ ແລະ ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

10 ແລະ ບັດ​ນີ້, ເພາະ​ຂ້າ​ພະ​ເຈົ້າ​ເປັນ​ຄົນ​ເລມັນ, ແລະ ເວົ້າ​ກັບ​ພວກ​ທ່ານ​ມາ​ແລ້ວ​ເຖິງ​ພຣະ​ຄຳ​ທີ່​ພຣະ​ເຈົ້າ​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ, ແລະ ເພາະ​ມັນ​ໄດ້​ຕຳ​ນິ​ພວກ​ທ່ານ​ຢ່າງ​ຮຸນ​ແຮງ, ພວກ​ທ່ານ​ຈຶ່ງ​ຄຽດ​ແຄ້ນ​ໃຫ້​ຂ້າ​ພະ​ເຈົ້າ ແລະ ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ຂ້າ​ພະ​ເຈົ້າ, ແລະ ໄດ້ ຂັບ​ໄລ່​ຂ້າ​ພະ​ເຈົ້າ​ອອກ​ໄປ​ຈາກ​ບັນ​ດາ​ພວກ​ທ່ານ.

11 ແລະ ຂໍ​ໃຫ້​ພວກ​ທ່ານ​ຈົ່ງ​ຟັງ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ກ່ອນ​ເຖີດ, ເພາະ​ວ່າ​ດ້ວຍ​ເຈດ​ຕະ​ນາ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຂຶ້ນ​ມາ​ເທິງ​ກຳ​ແພງ​ເມືອງ​ນີ້, ເພື່ອ​ພວກ​ທ່ານ​ຈະ​ໄດ້​ຍິນ ແລະ ຮູ້​ເຖິງ​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ ຊຶ່ງ​ຄອຍ​ຖ້າ​ພວກ​ທ່ານ​ຢູ່ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ທ່ານ, ແລະ ເພື່ອ​ວ່າ​ພວກ​ທ່ານ​ຈະ​ໄດ້​ຮູ້​ເຖິງ​ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ​ນຳ​ອີກ.

12 ແລະ ເພື່ອ​ວ່າ​ພວກ​ທ່ານ​ຈະ​ໄດ້​ຮູ້​ຈັກ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເຢຊູ​ຄຣິດ​ນຳ​ອີກ, ຜູ້​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຜູ້​ເປັນ ພຣະ​ບິດາ​ຂອງ​ສະຫວັນ ແລະ ຂອງ​ແຜ່ນ​ດິນ​ໂລກ, ຜູ້​ເປັນ​ພຣະ​ຜູ້​ສ້າງ​ສາ​ລະ​ພັດ​ສິ່ງ​ຕັ້ງ​ແຕ່​ຕົ້ນ; ແລະ ເພື່ອ​ວ່າ​ພວກ​ທ່ານ​ຈະ​ໄດ້​ຮູ້​ເຖິງ​ເຄື່ອງ​ໝາຍ​ຂອງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ, ດ້ວຍ​ເຈດ​ຕະ​ນາ​ນີ້ ພວກ​ທ່ານ​ຈະ​ໄດ້​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

13 ແລະ ຖ້າ​ຫາກ​ພວກ​ທ່ານ ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ແລ້ວ, ພວກ​ທ່ານ​ຈະ​ກັບ​ໃຈ​ຈາກ​ບາບ​ທັງ​ໝົດ​ຂອງ​ພວກ​ທ່ານ, ເພື່ອ​ດ້ວຍ​ເຫດ​ນີ້ ພວກ​ທ່ານຈະ​ໄດ້​ຮັບ​ການ​ປົດ​ບາບ​ໂດຍ ພຣະ​ຄຸນ​ຄວາມ​ດີ​ຂອງ​ພຣະ​ອົງ.

14 ແລະ ຈົ່ງ​ເບິ່ງ, ອີກ​ອັນ​ໜຶ່ງ, ຂ້າ​ພະ​ເຈົ້າ​ຈະ​ໃຫ້​ເຄື່ອງ​ໝາຍ​ອີກ​ຢ່າງ​ໜຶ່ງ​ແກ່​ພວກ​ທ່ານ, ແທ້​ຈິງ​ແລ້ວ, ຄື​ເຄື່ອງ​ໝາຍ​ຂອງ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ.

15 ເພາະ​ຈົ່ງ​ເບິ່ງ, ພຣະ​ອົງ​ຈະ​ສິ້ນ​ພຣະ​ຊົນ​ຢ່າງ​ແນ່​ນອນ​ເພື່ອ ຄວາມ​ລອດ​ຈະ​ມີ​ຂຶ້ນ; ແທ້​ຈິງ​ແລ້ວ, ພຣະ​ອົງ​ເຫັນ​ວ່າ ມັນ​ຈຳ​ເປັນ ແລະ ມັນ​ເປັນ​ການ​ສົມ​ຄວນ​ທີ່​ພຣະ​ອົງ​ຈະ​ສິ້ນ​ພຣະ​ຊົນ, ເພື່ອ​ເຮັດ​ໃຫ້​ເກີດ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ, ເພື່ອ​ໂດຍ​ການ​ສິ້ນ​ພຣະ​ຊົນ​ນີ້ ມະນຸດ​ຈະ​ຖືກ​ນຳ​ເຂົ້າມາ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

16 ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ, ການ​ສິ້ນ​ພຣະ​ຊົນ​ນີ້​ຈະ​ເຮັດ​ໃຫ້​ເກີດ​ການ​ຟື້ນ​ຄືນ​ຊີ​ວິດ, ແລະ ໄຖ່​ມະນຸດ​ຊາດ​ທັງ​ປວງ​ຈາກ​ຄວາມ​ຕາຍ​ຄັ້ງ​ທຳ​ອິດ—ຊຶ່ງ​ເປັນ​ຄວາມ​ຕາຍ​ທາງ​ວິນ​ຍານ; ໂດຍ ການ​ຕົກ​ຂອງ​ອາດາມ ມະນຸດ​ຊາດ​ທັງ​ປວງ​ຈຶ່ງ​ຖືກ ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຖື​ວ່າ ຕາຍ​ແລ້ວ, ຊຶ່ງ​ເປັນ​ທັງ​ທາງ​ໂລກ ແລະ ທາງ​ວິນ​ຍານ.

17 ແຕ່ ຈົ່ງ​ເບິ່ງ, ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ ໄຖ່​ມະນຸດ​ຊາດ, ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ມະນຸດ​ຊາດ​ທັງ​ປວງ, ແລະ ນຳ​ພວກ​ເຂົາ​ກັບ​ເຂົ້າ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

18 ແທ້​ຈິງ​ແລ້ວ, ແລະ ມັນ​ເຮັດ​ໃຫ້​ເກີດ​ເງື່ອນ​ໄຂ​ແຫ່ງ​ການ​ກັບ​ໃຈ, ຄື​ຜູ້​ໃດ​ກໍ​ຕາມ​ທີ່​ກັບ​ໃຈ ຜູ້​ນັ້ນ​ຍ່ອມ​ບໍ່​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ; ແຕ່​ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ກັບ​ໃຈ ຜູ້​ນັ້ນ​ຍ່ອມ​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ; ແລະ ຄວາມ​ຕາຍ​ທາງ​ວິນ​ຍານ​ຈະ​ມາ​ເຖິງ​ພວກ​ເຂົາ​ອີກ, ແທ້​ຈິງ​ແລ້ວ, ຄື​ຄວາມ​ຕາຍ​ຄັ້ງ​ທີ​ສອງ, ເພາະ​ວ່າ​ພວກ​ເຂົາ​ຖືກ​ຕັດ​ອອກ​ໄປ​ອີກ​ຈາກ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ຊອບ​ທຳ.

19 ສະນັ້ນ ພວກ​ທ່ານ​ຈົ່ງ​ກັບ​ໃຈ, ພວກ​ທ່ານ​ຈົ່ງ​ກັບ​ໃຈ​ເຖີດ, ເມື່ອ​ພວກ​ທ່ານ​ຮູ້​ຈັກ​ເລື່ອງ​ເຫລົ່າ​ນີ້​ແລ້ວ ແຕ່​ບໍ່​ປະ​ຕິ​ບັດ​ຕາມ ພວກ​ທ່ານ​ຈະ​ປ່ອຍ​ໃຫ້​ຕົນ​ເອງ​ມາ​ຢູ່​ພາຍ​ໃຕ້​ການ​ກ່າວ​ໂທດ, ແລະ ພວກ​ທ່ານ​ຈະ​ຖືກ​ນຳ​ລົງ​ໄປ​ຫາ​ຄວາມ​ຕາຍ​ຄັ້ງ​ທີ​ສອງ​ນີ້.

20 ແຕ່​ຈົ່ງ​ເບິ່ງ, ຄື​ກັນ​ກັບ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ທ່ານ​ມາ​ແລ້ວ, ກ່ຽວ​ກັບ ເຄື່ອງ​ໝາຍ​ອີກ​ຢ່າງ​ໜຶ່ງ, ຄື​ເຄື່ອງ​ໝາຍ​ຂອງ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ, ຈົ່ງ​ເບິ່ງ, ໃນ​ມື້​ນັ້ນ ມື້​ທີ່​ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ຕາຍ, ດວງ​ຕາ​ເວັນ​ຈະ ມືດ​ດັບ ແລະ ບໍ່​ໃຫ້​ຄວາມ​ສະ​ຫວ່າງ​ຂອງ​ມັນ​ແກ່​ພວກ​ທ່ານ, ແລະ ດວງ​ເດືອນ​ກັບ​ດວງ​ດາວ​ນຳ​ອີກ, ແລະ ມັນ​ຈະ​ບໍ່​ມີ​ຄວາມ​ສະ​ຫວ່າງ​ໃນ​ຜືນ​ແຜ່ນ​ດິນ​ນີ້ ນັບ​ຕັ້ງ​ແຕ່​ເວລາ​ທີ່​ພຣະ​ອົງ​ຮັບ​ເອົາ​ຄວາມ​ຕາຍ​ໄປ​ຈົນ​ເຖິງ ສາມ​ມື້, ຈົນ​ວ່າ​ເຖິງ​ເວລາ​ທີ່​ພຣະ​ອົງ​ຈະ​ລຸກ​ຂຶ້ນ​ອີກ​ຈາກ​ຄວາມ​ຕາຍ.

21 ແທ້​ຈິງ​ແລ້ວ, ໃນ​ເວລາ​ທີ່​ພຣະ​ອົງ​ຈະ​ປ່ອຍ​ຈິດ​ວິນ​ຍານ​ຂຶ້ນ​ໄປ ມັນ​ຈະ​ມີ ຟ້າ​ຮ້ອງ ແລະ ຟ້າ​ແມບ​ເຫລື້ອມ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ ແລະ ແຜ່ນ​ດິນ​ຈະ​ສັ່ນ​ຫວັ່ນ​ໄຫວ ແລະ ຫີນ​ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ນີ້ ທີ່​ຢູ່​ທາງ​ເທິງ ແລະ ທາງ​ໃຕ້​ໜ້າ​ດິນ​ຈະ​ພັງ​ທະ​ລາຍ, ຊຶ່ງ​ພວກ​ທ່ານ​ຮູ້​ຢູ່​ແລ້ວ​ວ່າ ໃນ​ເວລາ​ນີ້​ຫີນ​ນັ້ນ​ແຂງ​ແກ່ນ​ຊ່ຳ​ໃດ, ຫລື ແຜ່ນ​ດິນ​ທີ່​ເປັນ​ແຜ່ນ​ອັນ​ກວ້າງ​ໃຫຍ່​ຈະ ແຕກ​ແຍກ​ອອກ​ໄປ;

22 ແທ້​ຈິງ​ແລ້ວ, ມັນ​ຈະ​ແຍກ​ອອກ​ເປັນ​ສອງ, ແລະ ນັບ​ຕັ້ງ​ແຕ່​ນັ້ນ​ໄປ ຈະ ເຫັນ​ເປັນ​ຮ່ອງ ແລະ ຮອຍ​ແຕກ, ແລະ ເປັນ​ເສດ​ແຕກ​ຫັກ​ຢູ່​ທົ່ວ​ທັງ​ແຜ່ນ​ດິນ​ໂລກ, ແທ້​ຈິງ​ແລ້ວ ທັງ​ທາງ​ເທິງ ແລະ ທາງ​ໃຕ້​ໜ້າ​ດິນ.

23 ແລະ ຈົ່ງ​ເບິ່ງ, ມັນ​ຈະ​ມີ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ​ໃຫຍ່, ແລະ ພູ​ຜາ​ຫລາຍ​ໜ່ວຍ​ຈະ​ພັງ​ທະ​ລາຍ​ລົງ​ເປັນ​ຮ່ອມ​ພູ, ແລະ ຈະ​ມີ​ບ່ອນ​ຫລາຍ​ແຫ່ງ​ຊຶ່ງ​ດຽວ​ນີ້​ເອີ້ນ​ກັນ​ວ່າ ຮ່ອມ​ພູ​ຈະ​ກັບ​ເປັນ​ພູ​ເຂົາ, ຊຶ່ງ​ມີ​ຄວາມ​ສູງ​ທີ່​ສຸດ.

24 ແລະ ທາງ​ໃຫຍ່​ຫລາຍ​ສາຍ​ຈະ​ຂາດ​ອອກ, ແລະ ຫລາຍ ຫົວ​ເມືອງ​ຈະ​ກັບ​ມາ​ຮົກ​ຮ້າງ.

25 ແລະ ຫລຸມ​ຝັງ​ສົບ​ເປັນ​ຈຳນວນ​ຫລວງ​ຫລາຍ​ຈະ​ເປີດ​ອອກ, ແລະ ປ່ອຍ​ຄົນ​ຕາຍ​ຂຶ້ນ​ເປັນ​ຈຳນວນ​ຫລວງ​ຫລາຍ; ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຢ່າງ​ຫລວງ​ຫລາຍ​ຈະ​ມາ​ປະກົດ​ແກ່​ຄົນ​ຢ່າງ​ຫລວງ​ຫລາຍ.

26 ແລະ ຈົ່ງ​ເບິ່ງ, ທູດ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້; ເພາະ​ເພິ່ນ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ ມັນ​ຈະ​ມີ​ຟ້າ​ຮ້ອງ ແລະ ຟ້າ​ແມບ​ເຫລື້ອມ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ.

27 ແລະ ເພິ່ນ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ ໃນ​ຂະນະ​ທີ່​ຟ້າ​ຮ້ອງ ແລະ ຟ້າ​ແມບ​ເຫລື້ອມ, ແລະ ພະ​ຍຸ​ຝົນ​ຟ້າ​ຄະ​ນອງ​ຍັງ​ມີ​ຢູ່, ວ່າ​ສິ່ງ​ເຫລົ່າ​ນີ້​ຈະ​ເປັນ​ໄປ, ຄວາມ​ມືດ​ຈະ​ປົກ​ຄຸມ​ທັງ​ແຜ່ນ​ດິນ​ໂລກ​ເປັນ​ເວລາ​ສາມ​ມື້.

28 ແລະ ທູດ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ ຄົນ​ຢ່າງ​ຫລວງ​ຫລາຍ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ອັດ​ສະ​ຈັນ​ໃຈ​ຫລາຍ​ກວ່າ​ນັ້ນ, ເພາະ​ມີ​ເຈດ​ຕະ​ນາ​ທີ່​ຈະ​ໃຫ້​ພວກ​ເຂົາ​ເຊື່ອ​ວ່າ ເຄື່ອງ​ໝາຍ ແລະ ການ​ແປກ​ປະ​ຫລາດ​ເຫລົ່າ​ນີ້​ຈະ​ເກີດ​ຂຶ້ນ​ທົ່ວ​ຜືນ​ແຜ່ນ​ດິນ​ນີ້ ໂດຍ​ມີ​ເຈດ​ຕະ​ນາ​ທີ່​ຈະ​ບໍ່​ໃຫ້​ມີ​ສາ​ເຫດ​ຂອງ​ການ​ບໍ່​ເຊື່ອ​ຖື​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ—

29 ແລະ ນີ້​ດ້ວຍ​ເຈດ​ຕະ​ນາ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ມີ​ຄວາມ​ເຊື່ອ ຜູ້​ນັ້ນ​ຈະ​ລອດ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ບໍ່ເຊື່ອ, ການ​ພິ​ພາກ​ສາ​ອັນ​ຊອບ​ທຳ​ຈະ​ມາ​ສູ່​ຜູ້​ນັ້ນ; ແລະ ຖ້າ​ຫາກ​ພວກ​ເຂົາ​ຖືກ​ກ່າວ​ໂທດ, ພວກ​ເຂົາ​ກໍ​ເປັນ​ຜູ້​ນຳ​ການ​ກ່າວ​ໂທດ​ນັ້ນ​ມາ​ສູ່​ຕົນ​ເອງ.

30 ແລະ ບັດ​ນີ້​ຈົ່ງ​ຈື່​ຈຳ​ໄວ້, ຈົ່ງ​ຈື່​ຈຳ​ໄວ້​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ວ່າ​ຜູ້​ໃດ​ກໍ​ຕາມ​ທີ່​ຕາຍ​ໄປ, ກໍ​ເປັນ​ຍ້ອນ​ວ່າ​ລາວ​ສ້າງ​ຄວາມ​ຕາຍ​ໃຫ້​ຕົວ​ລາວ​ເອງ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ, ຜູ້​ນັ້ນ​ກໍ​ຈະ​ນຳ​ຄວາມ​ຊົ່ວ​ຮ້າຍ​ມາ​ສູ່​ຕົວ​ເຂົາ​ເອງ; ເພາະ​ຈົ່ງ​ເບິ່ງ, ພວກ​ທ່ານ​ມີ ອິດສະ​ລະ; ພວກ​ທ່ານ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຮັດ​ເພື່ອ​ຕົວ​ເອງ; ເພາະ​ຈົ່ງ​ເບິ່ງ, ພຣະ​ເຈົ້າ​ໄດ້​ປະທານ ຄວາມ​ຮູ້​ໃຫ້​ແກ່​ພວກ​ທ່ານ ແລະ ພຣະ​ອົງ​ໄດ້​ເຮັດ​ໃຫ້​ພວກ​ທ່ານ​ເປັນ​ອິດສະ​ລະ.

31 ພຣະ​ອົງ​ປະທານ​ມັນ​ໃຫ້​ພວກ​ທ່ານ ເພື່ອ​ວ່າ​ພວກ​ທ່ານ​ຈະ​ໄດ້ ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ, ແລະ ພຣະ​ອົງ​ຈະ​ປະທານ​ມັນ​ໃຫ້​ພວກ​ທ່ານ​ເພື່ອ​ວ່າ ພວກ​ທ່ານ​ຈະ​ໄດ້ ເລືອກ​ເອົາ​ຊີ​ວິດ ຫລື ຄວາມ​ຕາຍ; ແລະ ພວກ​ທ່ານ​ສາ​ມາດ​ເຮັດ​ຄວາມ​ດີ​ໄດ້ ແລະ ຖືກ ນຳ​ກັບ​ຄືນ​ຫາ​ສິ່ງ​ທີ່​ດີ, ຫລື ໃຫ້​ສິ່ງ​ທີ່​ດີ​ກັບ​ຄືນ​ມາ​ຫາ​ພວກ​ທ່ານ; ຫລື ພວກ​ທ່ານ​ສາ​ມາດ​ເຮັດ​ຄວາມ​ຊົ່ວ​ໄດ້, ແລະ ໃຫ້​ສິ່ງ​ທີ່​ຊົ່ວ​ກັບ​ຄືນ​ມາ​ຫາ​ພວກ​ທ່ານ.