ພຣະ​ຄຳ​ພີ
ຮີ​ລາ​ມັນ 16


ບົດ​ທີ 16

ຊາວ​ນີໄຟ​ຜູ້​ທີ່​ເຊື່ອ​ຊາ​ມູ​ເອນ​ໄດ້​ຮັບ​ບັບຕິ​ສະມາ​ໂດຍ​ນີໄຟ—ຊາ​ມູ​ເອນ​ບໍ່​ສາ​ມາດ​ຖືກ​ຂ້າ​ໂດຍ​ລູກ​ທະ​ນູ ແລະ ກ້ອນ​ຫີນ​ຂອງ​ຊາວ​ນີໄຟ​ທີ່​ບໍ່​ກັບ​ໃຈ—ບາງ​ຄົນ​ເຮັດ​ໃຈ​ແຂງ​ກະ​ດ້າງ, ແລະ ບາງ​ຄົນ​ໄດ້​ເຫັນ​ເຫລົ່າ​ທູດ—ພວກ​ທີ່​ບໍ່​ເຊື່ອ​ເວົ້າ​ວ່າ​ມັນ​ບໍ່​ມີ​ເຫດ​ຜົນ​ເລີຍ​ທີ່​ຈະ​ເຊື່ອ​ໃນ​ພຣະ​ຄຣິດ ແລະ ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ​ໃນ​ເຢຣູ​ຊາເລັມ. ປະ​ມານ 6–1 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ມີ​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ທີ່​ໄດ້​ຍິນ​ຄຳ​ເວົ້າ​ຂອງ​ຊາ​ມູ​ເອນ​ຄົນ​ເລມັນ​ຄົນ​ນີ້ ຊຶ່ງ​ໄດ້​ເວົ້າ​ຢູ່​ເທິງ​ກຳ​ແພງ​ເມືອງ. ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ເພິ່ນ ໄດ້​ອອກ​ໄປ​ຊອກ​ຫາ​ນີໄຟ; ແລະ ເມື່ອ​ພວກ​ເຂົາ​ອອກ​ໄປ ແລະ ພົບ​ເພິ່ນ​ແລ້ວ ພວກ​ເຂົາ​ໄດ້​ສາ​ລະ​ພາບ​ບາບ​ຂອງ​ພວກ​ເຂົາ​ຕໍ່​ເພິ່ນ ແລະ ບໍ່​ໄດ້​ປະ​ຕິ​ເສດ​ບາບ​ນັ້ນ, ໂດຍ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ບັບຕິ​ສະມາ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ.

2 ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ຊາ​ມູ​ເອນ​ໄດ້​ຄຽດ​ແຄ້ນ​ໃຫ້​ເພິ່ນ; ແລະ ພວກ​ເຂົາ​ໄດ້​ແກວ່ງ​ກ້ອນ​ຫີນ​ໄປ​ໃສ່​ເພິ່ນ​ຢູ່​ເທິງ​ກຳ​ແພງ, ແລະ ຫລາຍ​ຄົນ​ໄດ້​ຍິງ​ທະ​ນູ​ໄປ​ໃສ່​ເພິ່ນ​ນຳ​ອີກ​ໃນ​ເວລາ​ທີ່​ເພິ່ນ​ກຳ​ລັງ​ຢືນ​ຢູ່​ເທິງ​ກຳ​ແພງ​ນັ້ນ, ແຕ່​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ເພິ່ນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ບໍ່​ສາ​ມາດ​ແກວ່ງ​ກ້ອນ​ຫີນ ແລະ ຍິງ​ທະ​ນູ​ໄປ​ຖືກ​ເພິ່ນ.

3 ບັດ​ນີ້​ເມື່ອ​ພວກ​ເຂົາ​ເຫັນ​ວ່າ ພວກ​ເຂົາ​ແຕະ​ຕ້ອງ​ເພິ່ນ​ບໍ່​ໄດ້, ຫລາຍ​ຄົນ​ຕື່ມ​ອີກ​ໄດ້​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ເພິ່ນ ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ອອກ​ໄປ​ຫາ​ນີໄຟ​ເພື່ອ​ຮັບ​ບັບຕິ​ສະມາ.

4 ເພາະ​ຈົ່ງ​ເບິ່ງ, ນີໄຟ​ກຳ​ລັງ​ໃຫ້​ບັບຕິ​ສະມາ​ຢູ່, ແລະ ທຳ​ນາຍ, ແລະ ສັ່ງ​ສອນ, ແລະ ປ່າວ​ປະ​ກາດ​ການ​ກັບ​ໃຈ​ແກ່​ຜູ້​ຄົນ, ແລະ ສະແດງ​ເຄື່ອງ​ໝາຍ ແລະ ການ​ແປກ​ປະ​ຫລາດ​ຕ່າງໆ, ແລະ ເຮັດ ສິ່ງ​ມະຫັດ​ສະຈັນ​ໃນ​ບັນ​ດາ​ຜູ້​ຄົນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ຈັກ​ວ່າ ພຣະ​ຄຣິດ​ຈະ​ສະ​ເດັດ​ມາ ໃນ​ບໍ່​ຊ້າ

5 ໂດຍ​ບອກ​ພວກ​ເຂົາ​ເຖິງ​ເລື່ອງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ບໍ່​ຊ້າ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ຈັກ ແລະ ຈື່​ຈຳ​ມັນ​ໄດ້​ເມື່ອ​ເຖິງ​ເວລາ​ທີ່​ມັນ​ເກີດ​ຂຶ້ນ ວ່າ​ມັນ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຂົາ​ມາ​ກ່ອນ​ແລ້ວ ໂດຍ​ມີ​ເຈດ​ຕະ​ນາ​ທີ່​ຈະ​ໃຫ້​ພວກ​ເຂົາ​ເຊື່ອ​ຖື; ສະນັ້ນ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ຊາ​ມູ​ເອນ ຈຶ່ງ​ໄດ້​ອອກ​ໄປ​ຫາ​ເພິ່ນ​ເພື່ອ​ຮັບ​ບັບຕິ​ສະມາ ເພາະ​ວ່າ​ພວກ​ເຂົາ​ມາ​ດ້ວຍ​ການ​ກັບ​ໃຈ ແລະ ດ້ວຍ​ການ​ສາ​ລະ​ພາບ​ບາບ​ຂອງ​ພວກ​ເຂົາ.

6 ແຕ່​ວ່າ​ຄົນ​ສ່ວນ​ຫລາຍ​ບໍ່​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ຊາ​ມູ​ເອນ; ສະນັ້ນ ເມື່ອ​ພວກ​ເຂົາ​ເຫັນ​ວ່າ​ກ້ອນ​ຫີນ ແລະ ລູກ​ທະ​ນູ​ຂອງ​ພວກ​ເຂົາ​ແຕະ​ຕ້ອງ​ເພິ່ນ​ບໍ່​ໄດ້, ພວກ​ເຂົາ​ຈຶ່ງ​ຮ້ອງ​ບອກ​ນາຍ​ທະ​ຫານ​ຂອງ​ພວກ​ເຂົາ, ມີ​ຄວາມ​ວ່າ: ຈັບ​ຊາຍ​ຜູ້​ນີ້​ແລ້ວ​ມັດ​ລາວ​ໄວ້, ເພາະ​ຈົ່ງ​ເບິ່ງ ລາວ​ຖືກ​ຜີ​ສິງ; ແລະ ເພາະ​ອຳນາດ​ຂອງ​ຜີ​ທີ່​ຢູ່​ກັບ​ລາວ, ພວກ​ເຮົາ​ຈຶ່ງ​ແກວ່ງ​ກ້ອນ​ຫີນ ແລະ ຍິງ​ທະ​ນູ​ໄປ​ໃສ່​ລາວ​ບໍ່​ຖືກ; ສະນັ້ນ ຈົ່ງ​ຈັບ​ລາວ ແລະ ມັດ​ລາວ​ໄວ້, ແລະ ເອົາ​ລາວ​ໄປ.

7 ແລະ ເວລາ​ທີ່​ພວກ​ນາຍ​ທະ​ຫານ​ອອກ​ໄປ​ເພື່ອ​ຈະ​ຈັບ​ເພິ່ນ, ຈົ່ງ​ເບິ່ງ, ເພິ່ນ​ໄດ້​ກະ​ໂດດ​ລົງ​ຈາກ​ກຳ​ແພງ​ເມືອງ ແລະ ໄດ້​ໜີ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ໄປ, ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ໄປ​ຫາ​ບ້ານ​ເມືອງ​ຂອງ​ເພິ່ນ, ແລະ ເລີ່ມ​ຕົ້ນ​ສັ່ງ​ສອນ ແລະ ທຳ​ນາຍ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເພິ່ນ​ເອງ.

8 ແລະ ຈົ່ງ​ເບິ່ງ, ບໍ່​ມີ​ຜູ້​ໃດ​ໃນ​ບັນ​ດາ​ຊາວ​ນີໄຟ​ໄດ້​ຍິນ​ເລື່ອງ​ລາວ​ຂອງ​ເພິ່ນ​ອີກ; ແລະ ການ​ງານ​ຂອງ​ຜູ້​ຄົນ​ເປັນ​ໄປ​ດັ່ງ​ນັ້ນ.

9 ແລະ ປີ​ທີ​ແປດ​ສິບ​ຫົກ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

10 ແລະ ປີ​ທີ​ແປດ​ສິບ​ເຈັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ກໍ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້​ອີກ, ຜູ້​ຄົນ​ສ່ວນ​ຫລາຍ​ຍັງ​ຢູ່​ໃນ​ຄວາມ​ທະນົງ​ຕົວ ແລະ ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ແລະ ຄົນ​ສ່ວນ​ນ້ອຍ​ໄດ້​ດຳ​ເນີນ​ຊີ​ວິດ​ໄປ​ຢ່າງ​ຮອບ​ຄອບ​ຫລາຍ​ຂຶ້ນ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

11 ແລະ ສະພາບ​ເຊັ່ນ​ນີ້​ກໍ​ເປັນ​ໄປ​ໃນ​ປີ​ທີ​ແປດ​ສິບ​ແປດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ຄື​ກັນ.

12 ແລະ ມັນ​ມີ​ການ​ປ່ຽນ​ແປງ​ພຽງ​ເລັກ​ນ້ອຍ​ໃນ​ການ​ງານ​ຂອງ​ຜູ້​ຄົນ ນອກ​ຈາກ​ຜູ້​ຄົນ​ເລີ່ມ​ແຂງ​ກະ​ດ້າງ​ຫລາຍ​ຂຶ້ນ​ໃນ​ຄວາມ​ຊົ່ວ​ຮ້າຍ ແລະ ເຮັດ​ສິ່ງ​ທີ່​ກົງ​ກັນ​ຂ້າມ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ, ໃນ​ປີ​ທີ​ແປດ​ສິບ​ເກົ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ.

13 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ເກົ້າ​ສິບ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ມັນ​ມີ ເຄື່ອງ​ໝາຍ​ສຳ​ຄັນ ແລະ ການ​ແປກ​ປະ​ຫລາດ​ປະກົດ​ຂຶ້ນ​ແກ່​ຜູ້​ຄົນ; ແລະ ຄຳ​ເວົ້າ​ຂອງ​ສາດ​ສະ​ດາ​ທັງ​ຫລາຍ ເລີ່ມ​ເປັນ​ຈິງ​ຂຶ້ນ​ມາ.

14 ແລະ ທູດ​ໄດ້​ມາ​ປະກົດ​ແກ່​ມະນຸດ, ແລະ ນັກ​ປາດ, ແລະ ໄດ້​ປະ​ກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່​ແກ່​ພວກ​ເຂົາ; ດັ່ງ​ນັ້ນ ໃນ​ປີ​ນີ້​ຂໍ້​ຄວາມ​ພຣະ​ຄຳ​ພີ​ຈຶ່ງ​ເລີ່ມ​ສຳ​ເລັດ.

15 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜູ້​ຄົນ​ຍິ່ງ​ເລີ່ມ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຫລາຍ​ຂຶ້ນ, ທຸກ​ຄົນ​ນອກ​ຈາກ​ຜູ້​ທີ່​ມີ​ຄວາມ​ເຊື່ອ​ຫລາຍ​ທີ່​ສຸດ, ທັງ​ຊາວ​ນີໄຟ ແລະ ຊາວ​ເລມັນ​ນຳ​ອີກ, ແລະ ເລີ່ມ​ເຊື່ອ​ຖື​ກຳ​ລັງ​ຂອງ​ຕົນ​ເອງ ແລະ ປັນ​ຍາ ຂອງ​ຕົນ​ເອງ, ໂດຍ​ກ່າວ​ວ່າ:

16 ບາງ​ສິ່ງ​ໃນ​ບັນ​ດາ​ຫລາຍ​ສິ່ງ​ພວກ​ເຂົາ​ອາດ​ເດົາ​ຖືກ; ແຕ່​ຈົ່ງ​ເບິ່ງ, ພວກ​ເຮົາ​ຮູ້​ວ່າ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ທັງ​ໝົດ​ທີ່​ເວົ້າ​ເຖິງ​ຈະ​ບັງ​ເກີດ​ຂຶ້ນ​ບໍ່​ໄດ້.

17 ແລະ ພວກ​ເຂົາ​ເລີ່ມ​ຫາ​ເຫດ​ຜົນ ແລະ ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ພວກ​ເຂົາ​ເອງ, ມີ​ຄວາມ​ວ່າ:

18 ຄື​ມັນ ບໍ່​ມີ​ເຫດ​ຜົນ​ທີ່​ຄົນ​ຢ່າງ​ພຣະ​ຄຣິດ​ຈະ​ສະ​ເດັດ​ມາ; ຖ້າ​ເປັນ​ເຊັ່ນ​ນັ້ນ​ແທ້ ແລະ ວ່າ​ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ ເປັນ​ພຣະ​ບິດາ​ຂອງ​ສະຫວັນ ແລະ ຂອງ​ແຜ່ນ​ດິນ​ໂລກ ດັ່ງ​ທີ່​ເວົ້າ​ເຖິງ, ເປັນ​ດ້ວຍ​ເຫດ​ໃດ​ພຣະ​ອົງ​ຈຶ່ງ​ຈະ​ບໍ່​ສະ​ເດັດ​ມາ​ຫາ​ພວກ​ເຮົາ​ເຊັ່ນ​ດຽວ​ກັບ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ​ຫາ​ຄົນ​ທັງ​ຫລາຍ​ຊຶ່ງ​ຈະ​ຢູ່​ທີ່​ເຢຣູ​ຊາເລັມ?

19 ແທ້​ຈິງ​ແລ້ວ, ເປັນ​ດ້ວຍ​ເຫດ​ໃດ​ພຣະ​ອົງ​ຈຶ່ງ​ຈະ​ບໍ່​ສະ​ເດັດ​ມາ​ຫາ​ແຜ່ນ​ດິນ​ນີ້ ເຊັ່ນ​ດຽວ​ກັບ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ​ສູ່​ແຜ່ນ​ດິນ​ເຢຣູ​ຊາເລັມ?

20 ແຕ່​ຈົ່ງ​ເບິ່ງ, ພວກ​ເຮົາ​ຮູ້​ວ່າ​ນີ້​ເປັນ ຮີດ​ຄອງ​ປະ​ເພ​ນີ​ອັນ​ຊົ່ວ​ຮ້າຍ ຊຶ່ງ​ຖືກ​ມອບ​ໃຫ້​ຕໍ່ໆ​ກັນ​ມາ​ຈົນ​ເຖິງ​ພວກ​ເຮົາ​ໂດຍ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ, ເພື່ອ​ໃຫ້​ພວກ​ເຮົາ​ເຊື່ອ​ໃນ​ສິ່ງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ ຊຶ່ງ​ຈະ​ເກີດ​ຂຶ້ນ ແຕ່​ບໍ່​ແມ່ນ​ໃນ​ບັນ​ດາ​ພວກ​ເຮົາ, ແຕ່​ໃນ​ແຜ່ນ​ດິນ​ທີ່​ຢູ່​ຫ່າງ​ໄກ ແຜ່ນ​ດິນ​ຊຶ່ງ​ພວກ​ເຮົາ​ບໍ່​ຮູ້​ຈັກ; ສະນັ້ນ​ພວກ​ເຂົາ​ຈະ​ສາ​ມາດ​ເຮັດ​ໃຫ້​ພວກ​ເຮົາ​ຢູ່​ໃນ​ຄວາມ​ໂງ່​ຈ້າ​ລ້າ​ຫລັງ, ເພາະ​ວ່າ​ພວກ​ເຮົາ​ຈະ​ບໍ່​ສາ​ມາດ​ເປັນ ພະຍານ​ດ້ວຍ​ຕາ​ຂອງ​ພວກ​ເຮົາ​ເອງ​ວ່າ ມັນ​ເປັນ​ຄວາມ​ຈິງ.

21 ແລະ ໂດຍ​ເລ່​ຫລ່ຽມ ແລະ ຄວາມ​ລຶກ​ລັບ​ຂອງ​ມານ​ຮ້າຍ, ພວກ​ເຂົາ​ຈະ​ເຮັດ​ການ​ລຶກ​ລັບ​ອັນ​ໃຫຍ່​ຫລວງ​ບາງ​ຢ່າງ ຊຶ່ງ​ພວກ​ເຮົາ​ບໍ່​ເຂົ້າ​ໃຈ, ຊຶ່ງ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ລົງ​ໄປ​ເປັນ​ຂ້າ​ໃຊ້​ຂອງ​ຄຳ​ເວົ້າ​ຂອງ​ພວກ​ເຂົາ, ແລະ ເປັນ​ຂ້າ​ໃຊ້​ຂອງ​ພວກ​ເຂົາ​ນຳ​ອີກ, ເພາະ​ວ່າ​ພວກ​ເຮົາ​ຕ້ອງ​ເພິ່ງ​ພວກ​ເຂົາ​ໃຫ້​ສິດ​ສອນ​ພຣະ​ຄຳ​ໃຫ້​ແກ່​ພວກ​ເຮົາ; ແລະ ພວກ​ເຂົາ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ຢູ່​ໃນ​ຄວາມ​ໂງ່​ຈ້າ​ດັ່ງ​ນີ້ ຖ້າ​ຫາກ​ພວກ​ເຮົາ​ຍອມ​ມອບ​ຕົວ​ໃຫ້​ກັບ​ພວກ​ເຂົາ​ຕະຫລອດ​ວັນ​ເວລາ​ຂອງ​ຊີ​ວິດ​ພວກ​ເຮົາ.

22 ແລະ ມີ​ອີກ​ຫລາຍ​ເລື່ອງ​ທີ່​ຜູ້​ຄົນ​ໄດ້​ຄິດ​ຂຶ້ນ​ມາ​ເອງ​ຢູ່​ໃນ​ໃຈ​ຂອງ​ພວກ​ເຂົາ, ຊຶ່ງ​ເປັນ​ເລື່ອງ​ໂງ່ ແລະ ບໍ່​ມີ​ປະ​ໂຫຍດ; ແລະ ພວກ​ເຂົາ​ວຸ້ນ​ວາຍ​ໃຈ​ຫລາຍ, ເພາະ​ຊາຕານ​ໄດ້​ຍຸ​ຍົງ​ໃຫ້​ພວກ​ເຂົາ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ຢູ່​ຕະຫລອດ​ເວລາ; ແທ້​ຈິງ​ແລ້ວ, ມັນ​ໄດ້​ທ່ອງ​ທ່ຽວ​ໄປ​ມາ​ແຜ່​ຂ່າວ​ລື ແລະ ການ​ຂັດ​ແຍ້ງ​ທົ່ວ​ຜືນ​ແຜ່ນ​ດິນ ເພື່ອ​ມັນ​ຈະ​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ຜູ້​ຄົນ​ແຂງ​ກະ​ດ້າງ​ຕໍ່​ສິ່ງ​ທີ່​ດີ ແລະ ຕໍ່​ສິ່ງ​ທີ່​ຈະ​ມາ​ເຖິງ.

23 ແລະ ທັງໆ​ທີ່​ເຄື່ອງ​ໝາຍ ແລະ ການ​ແປກ​ປະ​ຫລາດ​ໄດ້​ເກີດ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ສິ່ງ​ມະຫັດ​ສະຈັນ​ຫລາຍ​ຢ່າງ​ຊຶ່ງ​ຄົນ​ເຫລົ່າ​ນັ້ນ​ໄດ້​ເຮັດ​ຂຶ້ນ, ຊາຕານ​ກໍ​ຍັງ​ມີ​ອຳນາດ​ອັນ​ຍິ່ງ​ໃຫຍ່​ເໜືອ​ໃຈ​ຂອງ​ຜູ້​ຄົນ​ທົ່ວ​ຜືນ​ແຜ່ນ​ດິນ​ຢູ່.

24 ແລະ ປີ​ທີ​ເກົ້າ​ສິບ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

25 ແລະ ໜັງ​ສື​ຮີ​ລາ​ມັນ, ຕາມ​ບັນ​ທຶກ​ຂອງ​ຮີ​ລາ​ມັນ ຜູ້​ເປັນ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ​ກໍ​ໄດ້​ຈົບ​ລົງ​ດັ່ງ​ນີ້.