ພຣະ​ຄຳ​ພີ
ຮີ​ລາ​ມັນ 3


ບົດ​ທີ 3

ຊາວ​ນີໄຟ​ຢ່າງ​ຫລວງ​ຫລາຍ​ອົບ​ພະ​ຍົບ​ໄປ​ຫາ​ແຜ່ນ​ດິນ​ທາງ​ເໜືອ—ພວກ​ເຂົາ​ສ້າງ​ເຮືອນ​ຊານ​ດ້ວຍ​ປູນ​ຊີ​ມັງ ແລະ ຂຽນ​ບັນ​ທຶກ​ໄວ້​ຫລາຍ​ເລື່ອງ—ຫລາຍ​ໝື່ນ​ຄົນ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ຮັບ​ບັບຕິ​ສະມາ—ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ນຳ​ພາ​ມະນຸດ​ໄປ​ສູ່​ຄວາມ​ລອດ—ນີໄຟ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ​ຮັບ​ຕຳ​ແໜ່ງ​ເປັນ​ຜູ້​ຕັດ​ສິນ. ປະ​ມານ 49–39 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສີ່​ສິບ​ສາມ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ມັນ​ບໍ່​ມີ​ການ​ຂັດ​ແຍ້ງ​ກັນ​ເລີຍ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ​ຍົກ​ເວັ້ນ​ແຕ່​ມີ​ຄວາມ​ທະນົງ​ຕົວ​ເລັກ​ໜ້ອຍ​ໃນ​ສາດ​ສະ​ໜາ​ຈັກ, ຊຶ່ງ​ພາ​ໃຫ້​ເກີດ​ການ​ແຕກ​ແຍກ​ກັນ​ເລັກ​ໜ້ອຍ​ໃນ​ບັນ​ດາ​ຜູ້​ຄົນ, ຊຶ່ງ​ມັນ​ໄດ້​ຢຸດ​ຕິ​ລົງ​ໃນ​ທ້າຍ​ປີ​ທີ​ສີ່​ສິບ​ສາມ.

2 ແລະ ມັນ​ບໍ່​ມີ​ການ​ຂັດ​ແຍ້ງ​ກັນ​ເລີຍ​ໃນ​ບັນ​ດາ​ຜູ້​ຄົນ​ໃນ​ປີ​ທີ​ສີ່​ສິບ​ສີ່; ແລະ ທັງ​ບໍ່​ມີ​ການ​ຂັດ​ແຍ້ງ​ກັນ​ຫລາຍ​ໃນ​ປີ​ທີ​ສີ່​ສິບ​ຫ້າ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສີ່​ສິບ​ຫົກ, ແທ້​ຈິງ​ແລ້ວ, ມັນ​ໄດ້​ມີ​ການ​ຂັດ​ແຍ້ງ​ກັນ​ຂຶ້ນ​ຫລາຍ​ພໍ​ສົມ​ຄວນ ແລະ ມີ​ການ​ແຕກ​ແຍກ​ກັນ​ຫລາຍ; ຈຶ່ງ​ເປັນ​ເຫດ​ໃຫ້​ຜູ້​ຄົນ​ຈຳນວນ​ຫລວງ​ຫລາຍ​ອອກ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ​ໄປ, ແລະ ໄດ້​ອອກ​ໄປ​ຫາ​ແຜ່ນ​ດິນ ທາງ​ເໜືອ ເພື່ອ​ຈະ​ໄດ້​ເອົາ​ແຜ່ນ​ດິນ​ພາກ​ນັ້ນ​ເປັນ​ມູນ​ມໍ​ລະ​ດົກ.

4 ແລະ ພວກ​ເຂົາ​ໄດ້​ເດີນ​ທາງ​ໄປ​ເປັນ​ໄລ​ຍະ​ໄກ​ທີ່​ສຸດ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ມາ​ຮອດ​ແມ່​ນ້ຳ​ອັນ ກວ້າງ​ໃຫຍ່ ແລະ ແມ່​ນ້ຳ​ຫລາຍ​ສາຍ.

5 ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ກະ​ຈັດ​ກະ​ຈາຍ​ກັນ​ອອກ​ໄປ​ທົ່ວ​ແຜ່ນ​ດິນ​ພາກ​ນັ້ນ, ແລະ ໄດ້​ເຂົ້າ​ໄປ​ເອົາ​ທີ່​ດິນ​ສ່ວນ​ຕ່າງໆ​ທີ່​ຍັງ​ບໍ່​ມີ​ເຈົ້າ​ຂອງ ຊຶ່ງ​ຖືກ​ປະ​ໄວ້​ໃຫ້​ຮົກ​ຮ້າງ ແລະ ປາດ​ສະ​ຈາກ​ຕົ້ນ​ໄມ້, ຍ້ອນ​ວ່າ​ມັນ​ເຄີຍ​ມີ​ຜູ້​ອາ​ໄສ​ເປັນ​ຈຳນວນ​ຫລວງ​ຫລາຍ​ຢູ່​ໃນ​ແຜ່ນ​ດິນ​ນີ້​ມາ​ກ່ອນ​ແລ້ວ.

6 ແລະ ບັດ​ນີ້​ແຜ່ນ​ດິນ​ນີ້​ບໍ່​ໄດ້​ຮົກ​ຮ້າງ​ອີກ​ແລ້ວ, ເວັ້ນ​ເສຍ​ແຕ່​ມັນ​ບໍ່​ມີ​ຕົ້ນ​ໄມ້; ຍ້ອນ​ວ່າ ຄວາມ​ພິນາດ​ອັນ​ໃຫຍ່​ຫລວງ​ຂອງ​ຜູ້​ຄົນ​ຜູ້​ເຄີຍ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນີ້​ມາ​ກ່ອນ ມັນ​ຈຶ່ງ​ຖືກ​ເອີ້ນ​ວ່າ ແຜ່ນ​ດິນ​ຮ້າງ.

7 ແລະ ມັນ​ມີ​ຕົ້ນ​ໄມ້​ຢູ່​ພຽງ​ເລັກ​ໜ້ອຍ​ໃນ​ແຜ່ນ​ດິນ, ເຖິງ​ຢ່າງ​ໃດ​ກໍ​ຕາມ ຜູ້​ຄົນ​ທີ່​ເຂົ້າ​ມາ​ຢູ່​ໃນ​ແຜ່ນ​ດິນ​ນີ້​ເປັນ​ຜູ້​ທີ່​ຊຳ​ນິ​ຊຳ​ນານ​ໃນ​ການ​ເຮັດ​ປູນ​ຊີ​ມັງ; ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ສ້າງ​ເຮືອນ​ຊານ​ຂຶ້ນ​ດ້ວຍ​ປູນ​ຊີ​ມັງ, ເພື່ອ​ເປັນ​ບ່ອນ​ພັກ​ພາ​ອາ​ໄສ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ, ແລະ ຂະ​ຫຍາຍ​ອອກ​ໄປ ແລະ ໄດ້​ແຜ່​ຂະ​ຫຍາຍ​ອອກ​ໄປ​ຈາກ​ແຜ່ນ​ດິນ​ທາງ​ໃຕ້ ເຖິງ​ແຜ່ນ​ດິນ​ທາງ​ເໜືອ, ແລະ ພວກ​ເຂົາ​ເລີ່ມ​ແຜ່​ຂະ​ຫຍາຍ ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ເລີ່ມ​ຕົ້ນ​ປົກ​ຄຸມ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ, ຈາກ​ທະເລ​ທາງ​ໃຕ້​ເຖິງ​ທະເລ​ທາງ​ເໜືອ, ຈາກ ທະເລ​ທາງ​ຕາ​ເວັນ​ຕົກ​ເຖິງ​ທະເລ​ທາງ​ຕາ​ເວັນ​ອອກ.

9 ແລະ ຜູ້​ຄົນ​ຜູ້​ທີ່​ຢູ່​ໃນ​ແຜ່ນ​ດິນ​ທາງ​ເໜືອ​ໄດ້​ອາ​ໄສ​ຢູ່​ໃນ​ຜ້າ​ເຕັ້ນ, ແລະ ເຮືອນ​ຊານ​ທີ່​ເຮັດ​ດ້ວຍ​ປູນ​ຊີ​ມັງ, ແລະ ພວກ​ເຂົາ​ໄດ້​ປ່ອຍ​ໃຫ້​ຕົ້ນ​ໄມ້​ບໍ່​ວ່າ​ຊະ​ນິດ​ໃດໆ​ກໍ​ຕາມ​ເຕີບ​ໂຕ​ຂຶ້ນ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ມີ​ໄມ້​ໄວ້​ສ້າງ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເວລາ​ມັນ​ໃຫຍ່​ຂຶ້ນ​ມາ, ແທ້​ຈິງ​ແລ້ວ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ສ້າງ​ບ້ານ​ເມືອງ​ຂອງ​ພວກ​ເຂົາ, ແລະ ພຣະ​ວິຫານ​ຂອງ​ພວກ​ເຂົາ, ແລະ ບ່ອນ​ລີ້​ໄພ​ຂອງ​ພວກ​ເຂົາ, ແລະ ທຳ​ມະ​ສາ​ລາ​ຂອງ​ພວກ​ເຂົາ, ແລະ ອາ​ຄານ​ຕ່າງໆ​ຂອງ​ພວກ​ເຂົາ​ຂຶ້ນ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ເນື່ອງ​ຈາກ​ວ່າ​ຕົ້ນ​ໄມ້​ໃນ​ແຜ່ນ​ດິນ​ທາງ​ເໜືອ​ຫາ​ຍາກ​ຫລາຍ, ຜູ້​ຄົນ​ຢູ່​ທາງ​ໃຕ້​ຈຶ່ງ​ໄດ້​ສົ່ງ​ໄມ້​ຢ່າງ​ຫລວງ​ຫລາຍ​ຂຶ້ນ​ໄປ ທາງ​ເຮືອ.

11 ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ສາ​ມາດ​ຊ່ວຍ​ຜູ້​ຄົນ​ຜູ້​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ທາງ​ເໜືອ​ສ້າງ​ບ້ານ​ເມືອງ​ຂຶ້ນ, ທັງ​ເຮັດ​ດ້ວຍ​ໄມ້ ແລະ ດ້ວຍ​ປູນ​ຊີ​ມັງ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ ຜູ້​ຄົນ​ຂອງ​ອຳໂມນ​ຈຳນວນ​ຫລາຍ​ຊຶ່ງ​ເປັນ​ຊາວ​ເລມັນ​ໂດຍ​ກຳເນີດ, ໄດ້​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ນີ້​ຄື​ກັນ.

13 ແລະ ບັດ​ນີ້​ມີ​ບັນ​ທຶກ​ຫລາຍ​ສະບັບ​ທີ່​ຫລາຍ​ຄົນ​ໃນ​ຜູ້​ຄົນ​ພວກ​ນີ້​ຂຽນ​ໄວ້​ເຖິງ​ການ​ກະ​ທຳ​ຂອງ​ຜູ້​ຄົນ​ພວກ​ນີ້, ຊຶ່ງ​ເປັນ​ເລື່ອງ​ທີ່​ຍືດ​ຍາວ​ກ່ຽວ​ກັບ​ພວກ​ເຂົາ​ເອງ.

14 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ໄວ້​ພຽງ​ແຕ່​ໜຶ່ງ​ສ່ວນ​ຮ້ອຍ​ເທົ່າ​ນັ້ນ​ຂອງ​ການ​ກະ​ທຳ​ຂອງ​ຜູ້​ຄົນ​ພວກ​ນີ້, ແທ້​ຈິງ​ແລ້ວ, ເລື່ອງ​ລາວ​ຂອງ​ຊາວ​ເລມັນ ແລະ ເລື່ອງ​ລາວ​ຂອງ​ຊາວ​ນີໄຟ, ແລະ ສົງ​ຄາມ​ຂອງ​ພວກ​ເຂົາ, ແລະ ການ​ຂັດ​ແຍ້ງ​ຂອງ​ພວກ​ເຂົາ, ແລະ ການ​ແຕກ​ແຍກ​ຂອງ​ພວກ​ເຂົາ, ແລະ ການ​ສັ່ງ​ສອນ​ຂອງ​ພວກ​ເຂົາ, ແລະ ການ​ທຳ​ນາຍ​ຂອງ​ພວກ​ເຂົາ, ແລະ ການ​ຂົນ​ສົ່ງ​ທາງ​ນ້ຳ​ຂອງ​ພວກ​ເຂົາ ແລະ ການ​ສ້າງ​ເຮືອ​ໃຫຍ່​ຂອງ​ພວກ​ເຂົາ, ແລະ ການ​ສ້າງ ພຣະ​ວິຫານ​ຂອງ​ພວກ​ເຂົາ, ແລະ ການ​ສ້າງ​ບ່ອນ​ລີ້​ໄພ ແລະ ທຳ​ມະ​ສາ​ລາ​ຂອງ​ພວກ​ເຂົາ, ແລະ ຄວາມ​ຊອບ​ທຳ​ຂອງ​ພວກ​ເຂົາ, ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ແລະ ການ​ຄາດ​ຕະ​ກຳ​ຂອງ​ພວກ​ເຂົາ, ແລະ ການ​ລັກ​ຂະ​ໂມຍ​ຂອງ​ພວກ​ເຂົາ, ແລະ ການ​ປຸ້ນ​ຈີ້​ຂອງ​ພວກ​ເຂົາ, ແລະ ຄວາມ​ໜ້າ​ກຽດ​ຊັງ ແລະ ການ​ໂສ​ເພ​ນີ​ຂອງ​ພວກ​ເຂົາ, ບໍ່​ສາ​ມາດ​ຈະ​ເອົາ​ມາ​ບັນ​ຈຸ​ໄວ້​ໃນ​ໜັງ​ສື​ເຫລັ້ມ​ນີ້​ໄດ້.

15 ແຕ່​ຈົ່ງ​ເບິ່ງ, ມັນ​ມີ​ໜັງ​ສື​ຫລາຍ​ເຫລັ້ມ ແລະ ບັນ​ທຶກ​ຫລາຍ​ສະບັບ​ຂອງ​ທຸກ​ແບບ, ແລະ ສ່ວນ​ໃຫຍ່​ນັ້ນ​ແມ່ນ​ຊາວ​ນີໄຟ​ເປັນ​ຜູ້​ຮັກ​ສາ​ໄວ້.

16 ແລະ ຊາວ​ນີໄຟ​ໄດ້​ມອບ​ສິ່ງ​ເຫລົ່າ​ນີ້ ຕໍ່ໆ​ກັນ​ໄປ​ຈາກ​ຄົນ​ລຸ້ນ​ໜຶ່ງ​ຫາ​ຄົນ​ອີກ​ລຸ້ນ​ໜຶ່ງ, ຈົນ​ວ່າ​ມາ​ຮອດ​ເວລາ​ພວກ​ເຂົາ​ຕົກ​ໄປ​ສູ່​ການ​ລ່ວງ​ລະເມີດ ແລະ ມີ​ການ​ຄາດ​ຕະ​ກຳ, ການ​ປຸ້ນ​ຈີ້, ແລະ ການ​ຕາມ​ລ່າ, ແລະ ການ​ຂັບ​ໄລ່, ແລະ ການ​ຂ້າ​ຟັນ, ແລະ ການ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ, ແລະ ປະ​ປົນ​ເຂົ້າ​ກັບ​ຊາວ​ເລມັນ ຈົນ​ວ່າ​ພວກ​ເຂົາ​ບໍ່​ໄດ້​ຖືກ​ເອີ້ນ​ວ່າ​ຊາວ​ນີໄຟ ອີກ​ຕໍ່​ໄປ, ກາຍ​ເປັນ​ຄົນ​ຊົ່ວ, ແລະ ປ່າ​ເຖື່ອນ, ແລະ ຮ້າຍ​ກາດ, ແທ້​ຈິງ​ແລ້ວ, ໄດ້​ກາຍ​ເປັນ​ຊາວ​ເລມັນ.

17 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຈະ​ກັບ​ມາ​ເວົ້າ​ເຖິງ​ເລື່ອງ​ຂອງ​ຂ້າ​ພະ​ເຈົ້າ​ອີກ; ສະນັ້ນ, ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ມາ​ນີ້​ໄດ້​ເກີດ​ຂຶ້ນ​ແລ້ວ ຫລັງ​ຈາກ​ມີ​ການ​ຂັດ​ແຍ້ງ, ແລະ ມີ​ຄວາມ​ຫຍຸ້ງ​ຍາກ, ແລະ ສົງ​ຄາມ, ແລະ ການ​ແຕກ​ແຍກ​ຢ່າງ​ໃຫຍ່​ຫລວງ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ.

18 ປີ​ທີ​ສີ່​ສິບ​ຫົກ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ໄດ້​ສິ້ນ​ສຸດ​ລົງ;

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ຍັງ​ມີ​ການ​ຂັດ​ແຍ້ງ​ອັນ​ໃຫຍ່​ຫລວງ​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ​ຢູ່, ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ໃນ​ປີ​ທີ​ສີ່​ສິບ​ເຈັດ ແລະ ປີ​ທີ​ສີ່​ສິບ​ແປດ​ນຳ​ອີກ.

20 ເຖິງ​ຢ່າງ​ໃດ​ກໍ​ຕາມ ຮີ​ລາ​ມັນ​ຍັງ​ໄດ້​ເຮັດ​ໜ້າ​ທີ່​ຢູ່​ເທິງ​ບັນ​ລັງ​ຕັດ​ສິນ​ດ້ວຍ​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ຊອບ​ທຳ; ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ຍຶດ​ຖື​ທີ່​ຈະ​ຮັກ​ສາ​ຂໍ້​ກຳ​ນົດ, ແລະ ການ​ພິ​ພາກ​ສາ, ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ; ແລະ ເພິ່ນ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຖືກ​ຕ້ອງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ​ຕະຫລອດ​ເວລາ; ແລະ ເພິ່ນ​ໄດ້​ໃຊ້​ຊີ​ວິດ​ຕາມ​ແບບ​ຢ່າງ​ຂອງ​ບິດາ​ຂອງ​ເພິ່ນ, ເຖິງ​ຂະ​ໜາດ​ທີ່​ເພິ່ນ​ໄດ້​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ມີ​ລູກ​ຊາຍ​ສອງ​ຄົນ. ເພິ່ນ​ໄດ້​ຕັ້ງ​ຊື່​ໃຫ້​ລູກ​ກົກ​ວ່າ ນີໄຟ, ແລະ ຜູ້​ຫລ້າ​ວ່າ ລີໄຮ. ແລະ ພວກ​ເຂົາ​ທັງ​ສອງ​ເລີ່ມ​ເຕີບ​ໂຕ​ຂຶ້ນ​ໃນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ກັນ​ເລີ່ມ​ຢຸດ​ລົງ​ແດ່​ແລ້ວ, ໃນ​ລະ​ດັບ​ໜ້ອຍ​ໜຶ່ງ, ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ, ໃນ​ທ້າຍ​ປີ​ທີ​ສີ່​ສິບ​ແປດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສີ່​ສິບ​ເກົ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ມັນ​ໄດ້​ມີ​ສັນ​ຕິ​ສຸກ​ຕໍ່​ເນື່ອງ​ກັນ​ໄປ​ໃນ​ແຜ່ນ​ດິນ, ນອກ​ຈາກ​ການ​ມົ້ວ​ສຸມ​ລັບ ຊຶ່ງ​ໂຈນ ແກ​ດີ​ອານ​ທັນ​ຈັດ​ຕັ້ງ​ຂຶ້ນ​ໃນ​ພາກ​ສ່ວນ​ຕ່າງໆ​ຂອງ​ແຜ່ນ​ດິນ​ທີ່​ມີ​ຜູ້​ຄົນ​ພັກ​ພາ​ອາ​ໄສ​ຢູ່, ຊຶ່ງ​ໃນ​ເວລາ​ນັ້ນ ຜູ້​ທີ່​ເປັນ​ຜູ້​ນຳ​ຂອງ​ຝ່າຍ​ປົກ​ຄອງ​ບໍ່​ຮູ້​ຈັກ​ຫຍັງ​ເລີຍ; ສະນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ໄດ້​ຖືກ​ທຳ​ລາຍ​ໄປ​ຈາກ​ແຜ່ນ​ດິນ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ດຽວ​ກັນ​ນີ້ ມັນ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຫລາຍ​ທີ່​ສຸດ​ໃນ​ສາດ​ສະ​ໜາ​ຈັກ, ເຖິງ​ຂະ​ໜາດ​ທີ່​ມີ​ຫລາຍ​ພັນ​ຄົນ​ເຂົ້າ​ມາ​ຮ່ວມ​ສາດ​ສະ​ໜາ​ຈັກ ແລະ ໄດ້​ຮັບ​ບັບຕິ​ສະມາ​ໄວ້​ກັບ​ການ​ກັບ​ໃຈ.

25 ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ສາດ​ສະ​ໜາ​ຈັກ​ນັ້ນ​ກວ້າງ​ຂວາງ​ຫລາຍ​ຂຶ້ນ, ແລະ ພອນ​ຢ່າງ​ຫລວງ​ຫລາຍ​ໄດ້​ຖືກ​ຖອກ​ເທ​ລົງ​ມາ​ເທິງ​ຜູ້​ຄົນ, ຈົນ​ວ່າ​ມະຫາ​ປະ​ໂລ​ຫິດ ແລະ ຄູ​ສອນ​ເອງ​ແປກ​ໃຈ​ເກີນ​ກວ່າ​ທີ່​ຈະ​ຄຳ​ນວນ​ໄດ້.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ ຈົນ​ນຳ​ຄົນ​ຢ່າງ​ຫລວງ​ຫລາຍ​ມາ​ຫາ​ການ​ຮັບ​ບັບຕິ​ສະມາ ແລະ ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ, ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ເປັນ​ຫລາຍ​ໝື່ນ​ຄົນ.

27 ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ເຫັນ​ໄດ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ເມດ​ຕາ​ປາ​ນີ​ຕໍ່​ທຸກໆ​ຄົນ​ທີ່​ເອີ້ນ​ຫາ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ຈິງ​ໃຈ​ຂອງ​ໃຈ​ເຂົາ.

28 ແທ້​ຈິງ​ແລ້ວ, ພວກ​ເຮົາ​ຈຶ່ງ​ເຫັນ​ໄດ້​ວ່າ ປະຕູ​ສະຫວັນ​ໄດ້​ເປີດ​ໃຫ້​ແກ່ ທຸກ​ຄົນ​ຜູ້​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ​ຜູ້​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

29 ແທ້​ຈິງ​ແລ້ວ, ພວກ​ເຮົາ​ຈຶ່ງ​ເຫັນ​ໄດ້​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ຕັ້ງໃຈ​ຍຶດ​ຖື ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ຊຶ່ງ ມີ​ຊີ​ວິດ ແລະ ມີ​ພະ​ລັງ, ຊຶ່ງ​ຈະ​ແຍກ​ເລ່​ຫລ່ຽມ ແລະ ບ້ວງ ແລະ ກົນ​ອຸ​ບາຍ​ຂອງ​ມານ​ອອກ​ໄປ, ແລະ ນຳ​ເອົາ​ຄົນ​ຂອງ​ພຣະ​ຄຣິດ​ໄປ​ໃນ​ທາງ​ຄັບ ແລະ ແຄບ ຂ້າມ ເຫວ​ເລິກ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ​ອັນ​ເປັນ​ນິດ ຊຶ່ງ​ຕຽມ​ໄວ້​ໃຫ້​ກືນ​ຄົນ​ຊົ່ວ—

30 ແລະ ຈະ​ນຳ​ເອົາ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ມາ​ວາງ​ໄວ້, ແທ້​ຈິງ​ແລ້ວ, ແມ່ນ​ຈິດ​ວິນ​ຍານ​ທີ່​ເປັນ​ອະ​ມະ​ຕະ​ຂອງ​ພວກ​ເຂົາ​ມາ​ວາງ​ໄວ້​ທາງ ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ອາ​ນາ​ຈັກ​ສະຫວັນ, ເພື່ອ​ນັ່ງ​ຢູ່​ຮ່ວມ​ກັບ​ອັບ​ຣາ​ຮາມ, ແລະ ກັບ​ອີ​ຊາກ, ແລະ ກັບ​ຢາໂຄບ, ແລະ ກັບ​ບັນ​ພະ​ບຸ​ລຸດ​ຜູ້​ບໍ​ລິ​ສຸດ​ທັງ​ຫລາຍ​ຂອງ​ພວກ​ເຮົາ​ເພື່ອ​ຈະ​ບໍ່​ອອກ​ໄປ​ອີກ.

31 ແລະ ໃນ​ປີ​ນີ້ ມັນ​ຍັງ​ມີ​ຄວາມ​ຊື່ນ​ຊົມ​ຢູ່​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ, ແລະ ໃນ​ທຸກ​ພາກ​ພື້ນ​ໂດຍ​ອ້ອມ​ຮອບ ເຖິງ​ແມ່ນ​ໃນ​ທົ່ວ​ແຜ່ນ​ດິນ​ທີ່​ຊາວ​ນີໄຟ​ເປັນ​ເຈົ້າ​ຂອງ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ໄດ້​ມີ​ສັນ​ຕິ​ສຸກ ແລະ ຄວາມ​ຊື່ນ​ຊົມ​ຢ່າງ​ລົ້ນ​ເຫລືອ​ໃນ​ເວລາ​ທີ່​ເຫລືອ​ຢູ່​ຂອງ​ປີ​ທີ​ສີ່​ສິບ​ເກົ້າ; ແທ້​ຈິງ​ແລ້ວ, ມັນ​ໄດ້​ມີ​ສັນ​ຕິ​ສຸກ ແລະ ຄວາມ​ຜາ​ສຸກ​ຕໍ່​ເນື່ອງ​ກັນ​ໄປ​ອີກ​ໃນ​ປີ​ທີ​ຫ້າ​ສິບ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ.

33 ແລະ ໃນ​ປີ​ທີ​ຫ້າ​ສິບ​ເອັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ກໍ​ຍັງ​ມີ​ສັນ​ຕິ​ສຸກ​ຢູ່ ນອກ​ຈາກ​ມີ​ຄວາມ​ທະນົງ​ຕົວ​ຊຶ່ງ​ເລີ່ມ​ເຂົ້າ​ມາ​ໃນ​ສາດ​ສະ​ໜາ​ຈັກ—ບໍ່​ແມ່ນ​ເຂົ້າ​ມາ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ, ແຕ່​ເຂົ້າ​ມາ​ໃນ​ໃຈ​ຂອງ​ຜູ້​ທີ່​ອ້າງ​ວ່າ​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ—

34 ແລະ ພວກ​ເຂົາ​ໄດ້ລະ​ເມີ​ເພີ້​ຝັນ​ດ້ວຍ ຄວາມ​ທະນົງ​ຕົວ, ຈົນ​ວ່າ​ພວກ​ເຂົາ​ໄດ້​ກົດ​ຂີ່​ຂົ່ມ​ເຫັງ​ພີ່​ນ້ອງ​ຂອງ​ຕົນ​ຫລາຍ​ຄົນ. ບັດ​ນີ້ ນີ້​ເປັນ​ຄວາມ​ຊົ່ວ​ອັນ​ໃຫຍ່​ຫລວງ​ຊຶ່ງ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ທີ່​ຖ່ອມ​ຕົວ​ເປັນ​ຈຳນວນ​ຫລວງ​ຫລາຍ​ຕ້ອງ​ທົນ​ທຸກ​ຕໍ່​ການ​ກົດ​ຂີ່​ຂົ່ມ​ເຫັງ​ນັ້ນ, ແລະ ຕ້ອງ​ລຸຍ​ໄປ​ກັບ​ຄວາມ​ທຸກ​ຢ່າງ​ຫລວງ​ຫລາຍ.

35 ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ຍັງ​ໄດ້ ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຢູ່​ເລື້ອຍໆ ແລະ ໄດ້​ເຂັ້ມ​ແຂງ​ຂຶ້ນ​ໄປ​ເລື້ອຍໆ​ໃນ ຄວາມ​ຖ່ອມ​ຕົວ​ຂອງ​ພວກ​ເຂົາ, ແລະ ໝັ້ນ​ຄົງ​ຂຶ້ນ​ໄປ​ເລື້ອຍໆ​ນຳ​ສັດທາ​ໃນ​ພຣະ​ຄຣິດ, ຈົນ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ ແລະ ຄວາມ​ປອບ​ໃຈ, ແທ້​ຈິງ​ແລ້ວ, ຈົນ ຊຳລະ​ໃຈ​ຂອງ​ພວກ​ເຂົາ ໃຫ້​ບໍ​ລິ​ສຸດ ແລະ ສັກ​ສິດ ຊຶ່ງ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ນັ້ນ​ມີ​ມາ​ຍ້ອນ​ການ ຍອມ​ຖວາຍ​ໃຈ​ຂອງ​ພວກ​ເຂົາ​ແດ່​ພຣະ​ເຈົ້າ.

36 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ທີ​ຫ້າ​ສິບ​ສອງ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ສັນ​ຕິ​ສຸກ​ຄື​ກັນ, ນອກ​ຈາກ​ຄວາມ​ທະນົງ​ຕົວ​ອັນ​ໃຫຍ່​ຫລວງ​ໄດ້​ເຂົ້າ​ເຖິງ​ໃຈ​ຂອງ​ຜູ້​ຄົນ; ແລະ ມັນ​ເປັນ​ຍ້ອນ ຄວາມ​ຮັ່ງ​ມີ​ເປັນ​ດີ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍິ່ງ​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຂົາ; ແລະ ນັບ​ມື້​ນັບ​ວັນ​ມັນ​ໄດ້​ເຕີບ​ໂຕ​ຂຶ້ນ​ຢູ່​ໃນ​ພວກ​ເຂົາ.

37 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ຫ້າ​ສິບ​ສາມ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ຮີ​ລາ​ມັນ​ໄດ້​ສິ້ນ​ຊີ​ວິດ​ໄປ, ແລະ ລູກ​ຊາຍ​ກົກ​ຂອງ​ເພິ່ນ ນີໄຟ ໄດ້​ຂຶ້ນ​ເປັນ​ຜູ້​ຕັດ​ສິນ​ແທນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ເຮັດ​ໜ້າ​ທີ່​ໃນ​ບັນ​ລັງ​ຕັດ​ສິນ​ດ້ວຍ​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ທ່ຽງ​ທຳ; ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ ໄດ້​ເດີນ​ໃນ​ເສັ້ນ​ທາງ​ຂອງ​ບິດາ​ຂອງ​ເພິ່ນ.