ພຣະ​ຄຳ​ພີ
ຮີ​ລາ​ມັນ 4


ບົດ​ທີ 4

ຜູ້​ທີ່​ແຍກ​ອອກ​ໄປ​ຈາກ​ຊາວ​ນີໄຟ​ໄດ້​ຮ່ວມ​ກຳ​ລັງ​ເຂົ້າ​ກັບ​ຊາວ​ເລມັນ ແລະ ຍຶດ​ເອົາ​ເຊຣາ​ເຮັມລາ​ໄປ—ຊາວ​ນີໄຟ​ເສຍ​ໄຊ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ—ສາດ​ສະ​ໜາ​ຈັກ​ເສື່ອມ​ໂຊມ​ລົງ ແລະ ຜູ້​ຄົນ​ກັບ​ກາຍ​ມາ​ເປັນ​ຄົນ​ອ່ອນ​ແອ​ຄື​ກັນ​ກັບ​ຊາວ​ເລມັນ. ປະ​ມານ 38–30 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ຫ້າ​ສິບ​ສີ່​ຄື ມັນ​ມີ​ການ​ແຕກ​ແຍກ​ຂຶ້ນ​ຫລາຍ​ໃນ​ສາດ​ສະ​ໜາ​ຈັກ, ແລະ ມີ ການ​ຂັດ​ແຍ້ງ​ກັນ​ໃນ​ບັນ​ດາ​ຜູ້​ຄົນ​ນຳ​ອີກ, ເຖິງ​ຂະ​ໜາດ​ທີ່​ມີ​ການ​ນອງ​ເລືອດ​ຢ່າງ​ໜັກ​ເກີດ​ຂຶ້ນ.

2 ແລະ ຝ່າຍ​ພວກ​ກະ​ບົດ​ບາງ​ສ່ວນ​ຖືກ​ຂ້າ ແລະ ຖືກ​ຂັບ​ໄລ່​ອອກ​ໄປ​ຈາກ​ແຜ່ນ​ດິນ, ແລະ ພວກ​ເຂົາ​ໄດ້​ໄປ​ຫາ​ກະສັດ​ຂອງ​ຊາວ​ເລມັນ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຍຸ​ຍົງ​ຊາວ​ເລມັນ​ໃຫ້​ມາ​ເຮັດ​ເສິກ​ກັບ​ຊາວ​ນີໄຟ; ແຕ່​ຈົ່ງ​ເບິ່ງ, ຊາວ​ເລມັນ​ມີ​ຄວາມ​ຢ້ານ​ກົວ​ຫລາຍ​ທີ່​ສຸດ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ບໍ່​ຍອມ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ພວກ​ທີ່​ແຍກ​ອອກ​ໄປ​ນັ້ນ.

4 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ຫ້າ​ສິບ​ຫົກ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ມັນ​ໄດ້​ມີ ຜູ້​ຄົນ​ຜູ້​ທີ່​ແຍກ​ອອກ​ຈາກ​ຊາວ​ນີໄຟ​ໄປ​ຫາ​ຊາວ​ເລມັນ; ແລະ ພວກ​ເຂົາ​ໄດ້​ຮັບ​ຄວາມ​ສຳ​ເລັດ​ໃນ​ການ​ຍຸ​ຍົງ​ໃຫ້​ຜູ້​ອື່ນ​ຄຽດ​ແຄ້ນ​ໃຫ້​ຊາວ​ນີໄຟ; ແລະ ພວກ​ເຂົາ​ໄດ້​ຕຽມ​ເຮັດ​ເສິກ​ຕະຫລອດ​ປີ.

5 ແລະ ໃນ​ປີ​ທີ​ຫ້າ​ສິບ​ເຈັດ ພວກ​ເຂົາ​ໄດ້​ຍົກ​ທັບ​ລົງ​ມາ​ສູ້​ຮົບ​ກັບ​ຊາວ​ນີໄຟ, ແລະ ພວກ​ເຂົາ​ໄດ້​ເລີ່ມ​ວຽກ​ງານ​ແຫ່ງ​ຄວາມ​ຕາຍ; ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ທີ່​ໃນ​ປີ​ທີ​ຫ້າ​ສິບ​ແປດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ ພວກ​ເຂົາ​ໄດ້​ຮັບ​ຄວາມ​ສຳ​ເລັດ​ໃນ​ການ​ເຂົ້າ​ຄອບ​ຄອງ​ແຜ່ນ​ດິນ​ເຊຣາ​ເຮັມລາ; ແທ້​ຈິງ​ແລ້ວ, ແລະ ແຜ່ນ​ດິນ​ທັງ​ໝົດ​ລວມ​ທັງ​ແຜ່ນ​ດິນ​ທີ່​ຢູ່​ໃກ້​ກັບ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ.

6 ແລະ ຊາວ​ນີໄຟ​ພ້ອມ​ທັງ​ກອງ​ທັບ​ຂອງ​ໂມ​ໂຣ​ໄນ​ຮາ​ຖືກ​ຂັບ​ໄລ່​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ;

7 ແລະ ບ່ອນ​ນັ້ນ​ຊາວ​ນີໄຟ​ໄດ້​ສ້າງ​ຄ້າຍ​ຂຶ້ນ​ເພື່ອ​ຕ້ານ​ທານ​ຊາວ​ເລມັນ, ຈາກ​ທະເລ​ທາງ​ຕາ​ເວັນ​ຕົກ​ຈົນ​ເຖິງ​ທາງ​ຕາ​ເວັນ​ອອກ; ຊຶ່ງ​ເປັນ​ການ​ເດີນ​ທາງ​ມື້​ໜຶ່ງ​ສຳ​ລັບ​ຊາວ​ນີໄຟ, ຕາມ​ເສັ້ນ​ທາງ​ຊຶ່ງ​ພວກ​ເຂົາ​ໄດ້​ເສີມ​ກຳ​ລັງ ແລະ ວາງ​ກຳ​ລັງ​ທັບ​ຂອງ​ພວກ​ເຂົາ​ໄວ້​ເພື່ອ​ປ້ອງ​ກັນ​ປະເທດ​ຊາດ​ຂອງ​ພວກ​ເຂົາ​ໃນ​ທາງ​ເໜືອ.

8 ແລະ ພວກ​ທີ່​ແຍກ​ອອກ​ໄປ​ຈາກ​ຊາວ​ນີໄຟ​ນັ້ນ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ກອງ​ທັບ​ອັນ​ມີ​ກຳ​ລັງ​ຢ່າງ​ຫລວງ​ຫລາຍ​ຈາກ​ຊາວ​ເລມັນ, ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຍຶດ​ເອົາ​ແຜ່ນ​ດິນ​ຂອງ​ຊາວ​ນີໄຟ​ທີ່​ຢູ່​ທາງ​ໃຕ້​ໄປ​ໝົດ. ແລະ ທັງ​ໝົດ​ນີ້​ເກີດ​ຂຶ້ນ​ໃນ​ປີ​ທີ​ຫ້າ​ສິບ​ແປດ ແລະ ປີ​ຫ້າ​ສິບ​ເກົ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ຫົກ​ສິບ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ໂມ​ໂຣ​ໄນ​ຮາ ແລະ ກຳ​ລັງ​ຂອງ​ເພິ່ນ​ໄດ້​ຮັບ​ຄວາມ​ສຳ​ເລັດ​ໃນ​ການ​ຍຶດ​ເອົາ​ແຜ່ນ​ດິນ​ພາກ​ສ່ວນ​ຕ່າງໆ​ຄືນ​ມາ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຍຶດ​ເອົາ​ຫລາຍ​ຫົວ​ເມືອງ​ຊຶ່ງ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ຊາວ​ເລມັນ​ຄືນ​ມາ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ຫົກ​ສິບ​ເອັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ ພວກ​ເຂົາ​ໄດ້​ຮັບ​ຄວາມ​ສຳ​ເລັດ​ໃນ​ການ​ຍຶດ​ແຜ່ນ​ດິນ ຈົນ​ວ່າ​ພວກ​ເຂົາ​ໄດ້​ຍຶດ​ເອົາ​ເຄິ່ງ​ໜຶ່ງ​ຂອງ​ແຜ່ນ​ດິນ​ທັງ​ໝົດ​ທີ່​ເສຍ​ໄປ​ນັ້ນ​ຄືນ​ມາ.

11 ບັດ​ນີ້​ການ​ສູນ​ເສຍ​ຢ່າງ​ຫລວງ​ຫລາຍ​ຂອງ​ຊາວ​ນີໄຟ​ເທື່ອ​ນີ້ ແລະ ການ​ຂ້າ​ຟັນ​ຍິ່ງ​ໃຫຍ່​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ ຊຶ່ງ​ມັນ​ຈະ​ບໍ່​ເກີດ​ຂຶ້ນ​ເລີຍ​ຖ້າ​ຫາກ​ມັນ​ບໍ່​ເປັນ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ ຊຶ່ງ​ມີ​ຢູ່​ໃນ​ບັນ​ດາ​ພວກ​ເຂົາ​ເອງ; ແທ້​ຈິງ​ແລ້ວ, ມັນ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ທີ່​ອ້າງ​ຕົນ​ເອງ​ວ່າ​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ.

12 ແລະ ມັນ​ເປັນ​ຍ້ອນ ຄວາມ​ທະນົງ​ໃຈ​ຂອງ​ພວກ​ເຂົາ, ເປັນ​ຍ້ອນ ຄວາມ​ຮັ່ງ​ມີ​ເປັນ​ດີ​ຢ່າງ​ຍິ່ງ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ມັນ​ເປັນ​ຍ້ອນ​ການ​ກົດ​ຂີ່​ຂົ່ມ​ເຫັງ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ຄົນ ທຸກ​ຍາກ​ລຳ​ບາກ, ກັກ​ກັນ​ອາຫານ​ຈາກ​ຄົນ​ອຶດ​ຫິວ, ບໍ່​ມອບ​ເຄື່ອງ​ນຸ່ງ​ຫົ່ມ​ໃຫ້​ຜູ້​ທີ່​ເປືອຍ​ເປົ່າ, ແລະ ຕົບ​ໜ້າ​ພີ່​ນ້ອງ​ຂອງ​ຕົນ​ຜູ້​ທີ່​ຖ່ອມ​ຕົວ, ເວົ້າ​ເຍາະ​ເຍີ້ຍ​ສິ່ງ​ທີ່​ສັກ​ສິດ, ປະ​ຕິ​ເສດ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ ແລະ ການ​ເປີດ​ເຜີຍ, ກໍ່​ການ​ຄາດ​ຕະ​ກຳ, ປຸ້ນ​ຈີ້, ເວົ້າ​ຕົວະ, ຂີ້​ລັກ​ມັກ​ສົກ, ຫລິ້ນ​ຊູ້, ຂັດ​ແຍ້ງ​ກັນ​ຂຶ້ນ​ຢ່າງ​ຮຸນ​ແຮງ, ແລະ ປົບ​ໜີ​ໄປ​ຫາ​ແຜ່ນ​ດິນ​ນີໄຟ​ໃນ​ບັນ​ດາ​ຊາວ​ເລມັນ—

13 ແລະ ເປັນ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ​ນີ້, ແລະ ການ​ອວດ​ອ້າງ​ໃນ​ກຳ​ລັງ​ຂອງ​ພວກ​ເຂົາ​ເອງ, ພວກ​ເຂົາ​ຈຶ່ງ​ຖືກ​ປະ​ຖິ້ມ​ໃຫ້​ຢູ່​ກັບ​ກຳ​ລັງ​ຂອງ​ຕົນ​ເອງ; ສະນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ກັບ​ມາ​ເປັນ​ຄົນ​ເປັນ​ທຸກ ແລະ ຖືກ​ທຸບ​ຕີ, ຖືກ​ຂັບ​ໄລ່​ອອກ​ໄປ​ຕໍ່​ໜ້າ​ຊາວ​ເລມັນ, ຈົນ​ວ່າ​ຕ້ອງ​ເສຍ​ຄວາມ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ຂອງ​ຕົນ​ເອງ​ທັງ​ໝົດ​ໄປ.

14 ແຕ່​ຈົ່ງ​ເບິ່ງ, ໂມ​ໂຣ​ໄນ​ຮາ​ໄດ້​ສັ່ງ​ສອນ​ຜູ້​ຄົນ​ຫລາຍ​ເລື່ອງ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ແລະ ນີໄຟ​ກັບ​ລີໄຮ​ຜູ້​ຊຶ່ງ​ເປັນ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ​ກໍ​ໄດ້​ສັ່ງ​ສອນ​ຜູ້​ຄົນ​ຫລາຍ​ເລື່ອງ​ຄື​ກັນ, ແທ້​ຈິງ​ແລ້ວ, ພວກ​ເພິ່ນ​ໄດ້​ທຳ​ນາຍ​ຫລາຍ​ເລື່ອງ​ແກ່​ພວກ​ເຂົາ​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ແລະ ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ພວ​ກ​ເຂົາ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ກັບ​ໃຈ, ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ໄດ້​ກັບ​ໃຈ ພວກ​ເຂົາ​ກໍ​ໄດ້​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ.

16 ເພາະ​ເມື່ອ​ໂມ​ໂຣ​ໄນ​ຮາ​ເຫັນ​ວ່າ​ພວກ​ເຂົາ​ໄດ້​ກັບ​ໃຈ​ແລ້ວ ເພິ່ນ​ຈຶ່ງ​ໄດ້​ພາ​ພວກ​ເຂົາ​ໄປ​ຕໍ່​ສູ້​ຈາກ​ບ່ອນ​ໜຶ່ງ ຫາ​ອີກ​ບ່ອນ​ໜຶ່ງ, ແລະ ຈາກ​ເມືອງ​ໜຶ່ງ​ໄປ​ຫາ​ອີກ​ເມືອງ​ໜຶ່ງ, ຈົນ​ວ່າ​ພວກ​ເຂົາ​ໄດ້​ເຄິ່ງ​ໜຶ່ງ​ຂອງ​ສິ່ງ​ທີ່​ພວກ​ເຂົາ​ເປັນ​ເຈົ້າ​ຂອງ ແລະ ເຄິ່ງ​ໜຶ່ງ​ຂອງ​ແຜ່ນ​ດິນ​ທັງ​ໝົດ​ຂອງ​ພວກ​ເຂົາ​ຄືນ​ມາ.

17 ແລະ ປີ​ທີ​ຫົກ​ສິບ​ເອັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ຫົກ​ສິບ​ສອງ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ວ່າ​ໂມ​ໂຣ​ໄນ​ຮາ​ບໍ່​ສາ​ມາດ​ຍຶດ​ເອົາ​ແຜ່ນ​ດິນ​ຄືນ​ມາ​ຈາກ​ຊາວ​ເລມັນ​ອີກ​ແລ້ວ.

19 ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ລົ້ມ​ເລີກ​ແຜນ​ການ​ຂອງ​ພວກ​ເຂົາ​ທີ່​ຈະ​ຍຶດ​ເອົາ​ແຜ່ນ​ດິນ​ທີ່​ເຫລືອ​ຢູ່​ຄືນ​ມາ, ເພາະ​ວ່າ​ຊາວ​ເລມັນ​ມີ​ຈຳນວນ​ຫລວງ​ຫລາຍ​ທີ່​ສຸດ ຈົນ​ວ່າ​ເປັນ​ໄປ​ບໍ່​ໄດ້​ເລີຍ​ທີ່​ຊາວ​ນີໄຟ​ຈະ​ມີ​ອຳນາດ​ເໜືອ​ພວກ​ເຂົາ; ສະນັ້ນ ໂມ​ໂຣ​ໄນ​ຮາ​ຈຶ່ງ​ໄດ້​ໃຊ້​ກຳ​ລັງ​ທັບ​ທັງ​ໝົດ​ຂອງ​ເພິ່ນ​ໃຫ້​ປົກ​ປັກ​ຮັກ​ສາ​ແຜ່ນ​ດິນ​ສ່ວນ​ທີ່​ເພິ່ນ​ຍຶດ​ຄືນ​ມາ​ໄດ້​ນັ້ນ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ, ຍ້ອນ​ວ່າ​ຄວາມ​ຫລວງ​ຫລາຍ​ຂອງ​ຈຳນວນ​ຜູ້​ຄົນ​ຂອງ​ຊາວ​ເລມັນ ຊາວ​ນີໄຟ​ຈຶ່ງ​ເກີດ​ມີ​ຄວາມ​ຢ້ານ​ກົວ​ຫລາຍ​ຂຶ້ນ, ຢ້ານ​ວ່າ​ຕົນ​ເອງ​ຈະ​ຜ່າຍ​ແພ້, ແລະ ຖືກ​ຢຽບ​ຍ່ຳ​ລົງ, ແລະ ຖືກ​ຂ້າ, ແລະ ຖືກ​ທຳ​ລາຍ.

21 ແທ້​ຈິງ​ແລ້ວ, ພວກ​ເຂົາ​ເລີ່ມ​ຈື່​ຈຳ​ຄຳ​ທຳ​ນາຍ​ຂອງ​ແອວມາ, ແລະ ຄຳ​ທຳ​ນາຍ​ຂອງ​ໂມ​ໄຊ​ຢາ​ນຳ​ອີກ; ແລະ ພວກ​ເຂົາ​ເຫັນ​ວ່າ​ຕົນ​ເອງ​ເປັນ​ຄົນ​ແຂງ​ຄໍ, ແລະ ວ່າ​ພວກ​ເຂົາ​ໄດ້​ຖື​ວ່າ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ບໍ່​ມີ​ຄຸນ​ຄ່າ;

22 ແລະ ວ່າ​ພວກ​ເຂົາ​ໄດ້​ປ່ຽນ​ແປງ ແລະ ຢຽບ​ຍ່ຳ ກົດ​ຂອງ​ໂມ​ໄຊ​ຢາ​ໄວ້​ໃຕ້​ຕີນ​ຂອງ​ພວກ​ເຂົາ, ຫລື ວ່າ​ເປັນ​ກົດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ເພິ່ນ​ໃຫ້​ບອກ​ແກ່​ຜູ້​ຄົນ; ແລະ ພວກ​ເຂົາ​ເຫັນ​ວ່າ​ກົດ​ຂອງ​ພວກ​ເຂົາ​ເສື່ອມ​ໂຊມ​ລົງ, ແລະ ວ່າ​ພວກ​ເຂົາ​ໄດ້​ກັບ​ກາຍ​ເປັນ​ຄົນ​ຊົ່ວ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ຊົ່ວ​ຄື​ກັນ​ກັບ​ຊາວ​ເລມັນ.

23 ແລະ ເປັນ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ສາດ​ສະ​ໜາຈັກ​ຈຶ່ງ​ເລີ່ມ ເສື່ອມ​ໂຊມ​ລົງ; ແລະ ພວກ​ເຂົາ ເລີ່ມ​ບໍ່​ເຊື່ອ​ຖື​ໃນ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ ແລະ ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ; ແລະ ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ກຳ​ລັງ​ຫລຽວ​ເບິ່ງ​ໜ້າ​ພວກ​ເຂົາ​ຢູ່.

24 ແລະ ພວກ​ເຂົາ​ເຫັນ​ວ່າ​ຕົນ​ເອງ​ກັບ​ມາ​ເປັນ ຄົນ​ອ່ອນ​ແອ​ຄື​ກັນ​ກັບ​ຊາວ​ເລມັນ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ແລະ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ປົກ​ປ້ອງ​ພວກ​ເຂົາ​ຕໍ່​ໄປ​ອີກ​ແລ້ວ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ຖອນ​ໄປ​ຈາກ​ພວກ​ເຂົາ ເພາະ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ປະ​ທັບ​ຢູ່​ໃນ​ວິຫານທີ່ ບໍ່​ບໍ​ລິ​ສຸດ

25 ສະນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຢຸດ​ປົກ​ປ້ອງ​ພວກ​ເຂົາ​ດ້ວຍ​ອຳນາດ​ອັນ​ມະຫັດ​ສະຈັນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ, ເພາະ​ວ່າ​ພວກ​ເຂົາ​ໄດ້​ຕົກ​ໄປ​ຢູ່​ໃນ​ສະພາບ​ຂອງ ຄວາມ​ບໍ່​ເຊື່ອ​ຖື ແລະ ຄວາມ​ຊົ່ວ​ຮ້າຍ​ອັນ​ເປັນ​ຕາ​ຢ້ານ​ນັ້ນ; ແລະ ພວກ​ເຂົາ​ຈຶ່ງ​ເຫັນ​ໄດ້​ວ່າ​ຊາວ​ເລມັນ​ມີ​ອຳນາດ​ຫລາຍ​ກວ່າ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ຕ້ອງ​ຕາຍ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ຄືນ​ມາ ໃກ້​ຊິດ​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

26 ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ເຫັນ​ວ່າ​ຊາວ​ເລມັນ​ມີ​ກຳ​ລັງ​ຫລາຍ​ເທົ່າ​ກັບ​ກຳ​ລັງ​ຂອງ​ພວກ​ເຂົາ, ຊຶ່ງ​ເປັນ​ກຳ​ລັງ​ຂອງ​ຄົນ​ຕໍ່​ຄົນ. ແລະ ພວກ​ເຂົາ​ໄດ້​ຕົກ​ໄປ​ສູ່​ການ​ລ່ວງ​ລະເມີດ​ອັນ​ໃຫຍ່​ຫລວງ​ດັ່ງ​ນີ້; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ກັບ​ມາ​ອ່ອນ​ແອ​ເພາະ​ການ​ລ່ວງ​ລະເມີດ​ຂອງ​ພວກ​ເຂົາ​ໃນ​ເວລາ ບໍ່​ຫລາຍ​ປີ​ດັ່ງ​ນີ້.