ພຣະ​ຄຳ​ພີ
ຮີ​ລາ​ມັນ 5


ບົດ​ທີ 5

ນີໄຟ ແລະ ລີໄຮ​ອຸ​ທິດ​ຕົນ​ເພື່ອ​ສັ່ງ​ສອນ—ຊື່​ຂອງ​ພວກ​ເພິ່ນ​ເປັນ​ສິ່ງ​ທີ່​ນຳ​ພາ​ໃຫ້​ພວກ​ເພິ່ນ​ດຳ​ເນີນ​ຊີ​ວິດ​ຕາມ​ແບບ​ແຜນ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເພິ່ນ—ພຣະ​ຄຣິດ​ໄຖ່​ຜູ້​ທີ່​ກັບ​ໃຈ—ນີໄຟ ແລະ ລີໄຮ​ເຮັດ​ໃຫ້​ຄົນ​ຢ່າງ​ຫລວງ​ຫລາຍ​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ພວກ​ເພິ່ນ​ຖືກ​ຈັບ​ເຂົ້າ​ຄຸກ ແລະ ຖືກ​ລ້ອມ​ໄວ້​ດ້ວຍ​ໄຟ—ເມກ​ແຫ່ງ​ຄວາມ​ມືດ​ປົກ​ຄຸມ​ຜູ້​ຄົນ​ຈຳນວນ​ສາມ​ຮ້ອຍ​ຄົນ—ແຜ່ນ​ດິນ​ສັ່ນ​ສະ​ເທືອນ ແລະ ມີ​ສຽງ​ບັນ​ຊາ​ໃຫ້​ພວກ​ເຂົາ​ກັບ​ໃຈ—ນີໄຟ ແລະ ລີໄຮ​ສົນ​ທະ​ນາ​ກັບ​ເຫລົ່າ​ທູດ, ແລະ ຝູງ​ຊົນ​ຖືກ​ລ້ອມ​ໄວ້​ດ້ວຍ​ໄຟ. ປະ​ມານ 30 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ດຽວ​ກັນ​ນີ້, ຈົ່ງ​ເບິ່ງ, ນີໄຟ​ໄດ້​ມອບ​ບັນ​ລັງ​ຕັດ​ສິນ​ໃຫ້​ແກ່​ຄົນ​ຜູ້​ໜຶ່ງ​ຊື່​ວ່າ ຊີ​ໂຊຣຳ.

2 ເພາະ​ວ່າ​ຜູ້​ຄົນ​ເປັນ​ຜູ້​ແຕ່ງ​ຕັ້ງ​ກົດ​ໝາຍ ແລະ ອອກ​ສຽງ​ເລືອກ​ເອົາ​ຜູ້​ປົກ​ຄອງ​ຂອງ​ພວກ​ເຂົາ​ເອງ, ແຕ່​ຜູ້​ທີ່ ເລືອກ​ເອົາ​ຄວາມ​ຊົ່ວ​ມີ​ຫລາຍ​ກວ່າ​ຜູ້​ທີ່​ເລືອກ​ເອົາ​ຄວາມ​ດີ, ສະນັ້ນ ພວກ​ເຂົາ​ຈຶ່ງ​ກຳ​ລັງ​ສຸກ​ເພື່ອ​ຄວາມ​ພິນາດ​ແລ້ວ, ເພາະ​ວ່າ​ກົດ​ໝາຍ​ໄດ້​ເສື່ອມ​ໂຊມ​ລົງ.

3 ແທ້​ຈິງ​ແລ້ວ, ແລະ ນີ້​ຍັງ​ບໍ່​ໝົດ; ພວກ​ເຂົາ​ເປັນ​ຄົນ​ແຂງ​ຄໍ, ເຖິງ​ຂະ​ໜາດ​ທີ່​ກົດ​ໝາຍ ຫລື ຄວາມ​ຍຸດ​ຕິ​ທຳ​ຈະ​ປົກ​ຄອງ​ພວກ​ເຂົາ​ບໍ່​ໄດ້, ນອກ​ຈາກ​ຈະ​ພາ​ໄປ​ເຖິງ​ຄວາມ​ພິນາດ​ເທົ່າ​ນັ້ນ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີໄຟ​ໂສກ​ເສົ້າ​ຫລາຍ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ; ແລ້ວ​ເພິ່ນ​ຈຶ່ງ ໄດ້ສະລະ​ບັນ​ລັງ​ຕັດ​ສິນ​ຂອງ​ເພິ່ນ​ເພື່ອ​ໄປ​ສັ່ງ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຕະຫລອດ​ວັນ​ເວລາ​ທີ່​ເຫລືອ​ຢູ່​ຂອງ​ເພິ່ນ, ແລະ ລີໄຮ​ນ້ອງ​ຊາຍ​ຂອງ​ເພິ່ນ​ກໍ​ຄື​ກັນ​ຕະຫລອດ​ວັນ​ເວລາ​ທີ່​ເຫລືອ​ຢູ່​ຂອງ​ເພິ່ນ;

5 ເພາະ​ວ່າ​ພວກ​ເພິ່ນ​ຈື່​ຈຳ​ຄຳ​ເວົ້າ​ຂອງ​ຮີ​ລາ​ມັນ​ບິດາ​ຂອງ​ພວກ​ເພິ່ນ​ທີ່​ໄດ້​ເວົ້າ​ໄວ້​ກັບ​ພວກ​ເພິ່ນ. ແລະ ນີ້​ຄື​ຄຳ​ເວົ້າ​ຂອງ​ຮີ​ລາ​ມັນ​ຊຶ່ງ​ກ່າວ​ວ່າ:

6 ຈົ່ງ​ເບິ່ງ, ລູກ​ຂອງ​ພໍ່, ພໍ່​ປາດ​ຖະ​ໜາ​ຢາກ​ໃຫ້​ລູກ​ຈື່​ຈຳ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ; ແລະ ພໍ່​ຢາກ​ໃຫ້​ລູກ​ປະ​ກາດ​ຂໍ້​ຄວາມ​ນີ້​ຕໍ່​ຜູ້​ຄົນ. ຈົ່ງ​ເບິ່ງ, ພໍ່​ໄດ້​ຕັ້ງ​ຊື່​ໃຫ້​ລູກ​ຕາມ​ຊື່​ຂອງ ບິດາ​ມານດາ​ຄົນ​ທຳ​ອິດ ຜູ້​ທີ່​ໄດ້​ອອກ​ມາ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ; ແລະ ພໍ່​ເຮັດ​ໄປ​ເພື່ອ​ຢາກ​ໃຫ້​ລູກ​ຈື່​ຈຳ​ຊື່​ຂອງ​ລູກ; ແລ້ວ​ລູກ​ກໍ​ຈະ​ຈື່​ຈຳ​ພວກ​ເພິ່ນ ແລະ ເວລາ​ລູກ​ຈື່​ຈຳ​ພວກ​ເພິ່ນ ລູກ​ກໍ​ຈະ​ຈື່​ຈຳ​ຜົນ​ງານຂອງ​ພວກ​ເພິ່ນ; ແລະ ເວລາ​ລູກ​ຈື່​ຈຳ​ຜົນ​ງານ​ຂອງ​ພວກ​ເພິ່ນ ລູກ​ຈະ​ຮູ້​ດີ​ວ່າ​ມັນ​ຖືກ​ເວົ້າ​ເຖິງ, ແລະ ຂຽນ​ໄວ້​ວ່າ ພວກ​ເພິ່ນ​ນັ້ນ​ເປັນ ຜູ້​ປະ​ເສີດ.

7 ສະນັ້ນ, ລູກ​ຂອງ​ພໍ່, ພໍ່​ຢາກ​ໃຫ້​ລູກ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ຈະ​ໄດ້​ຖືກ​ເວົ້າ​ເຖິງ ແລະ ຖືກ​ຂຽນ​ໄວ້​ຄື​ກັນ​ກັບ​ທີ່​ພວກ​ເພິ່ນ​ໄດ້​ຖືກ​ເວົ້າ​ເຖິງ ແລະ ຖືກ​ຂຽນ​ເຖິງ.

8 ແລະ ບັດ​ນີ້​ລູກ​ຂອງ​ພໍ່, ຈົ່ງ​ເບິ່ງ ພໍ່​ມີ​ບາງ​ສິ່ງ​ທີ່​ຈະ​ຂໍ​ຈາກ​ລູກ​ຄື ບໍ່​ໃຫ້​ລູກ​ເຮັດ​ສິ່ງ​ເຫລົ່າ​ນີ້​ເພື່ອ​ເປັນ​ການ​ອວດ​ອ້າງ, ແຕ່​ໃຫ້​ລູກ​ເຮັດ​ສິ່ງ​ເຫລົ່າ​ນີ້ ເພື່ອ​ເປັນ​ການ​ສະ​ສົມ ຊັບ​ສົມ​ບັດ​ໄວ້​ໃນ​ສະຫວັນ​ເພື່ອ​ຕົນ​ເອງ, ແທ້​ຈິງ​ແລ້ວ, ມັນ​ເປັນ​ສິ່ງ​ທີ່​ໝົດ​ບໍ່​ເປັນ ແລະ ເປັນ​ຢູ່​ຊົ່ວ​ນິ​ລັນ​ດອນ; ແທ້​ຈິງ​ແລ້ວ, ເພື່ອ​ລູກ​ຈະ​ມີ​ຂອງ​ປະທານ​ອັນ​ມີ ຄຸນ​ຄ່າ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ, ຊຶ່ງ​ພວກ​ເຮົາ​ມີ​ເຫດ​ຜົນ​ທີ່​ຈະ​ຄິດ​ວ່າ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ຮັບ​ມັນ​ມາ​ແລ້ວ.

9 ໂອ້ ຈົ່ງ​ຈື່​ຈຳ​ໄວ້, ຈື່​ຈຳ​ໄວ້, ລູກ​ຂອງ​ພໍ່, ຖ້ອຍ​ຄຳ​ຂອງ​ກະສັດ​ເບັນ​ຢາ​ມິນ​ທີ່​ໄດ້​ກ່າວ​ກັບ​ຜູ້​ຄົນ​ຂອງ​ເພິ່ນ; ແທ້​ຈິງ​ແລ້ວ, ຈົ່ງ​ຈື່​ຈຳ​ໄວ້​ວ່າ ບໍ່​ມີ​ທາງ ຫລື ວິ​ທີ​ອື່ນ​ໃດ​ເລີຍ​ທີ່​ມະນຸດ​ຈະ​ລອດ​ໄດ້, ນອກ​ຈາກ​ທາງ​ໂລ​ຫິດ​ທີ່ ຊົດ​ໃຊ້​ແທນ​ຂອງ​ພຣະ​ເຢຊູ​ຄຣິດ​ຜູ້​ຈະ​ສະ​ເດັດ​ມາ​ເທົ່າ​ນັ້ນ; ແທ້​ຈິງ​ແລ້ວ, ພຣະ​ອົງ​ຈະ​ສະ​ເດັດ​ມາ​ເພື່ອ ໄຖ່ ໂລກ.

10 ແລະ ຈົ່ງ​ຈື່​ຈຳ ຄຳ​ເວົ້າ​ຂອງ​ແອມ​ມິວເລັກ​ນຳ​ອີກ ຊຶ່ງ​ເພິ່ນ​ໄດ້​ເວົ້າ​ຕໍ່​ຊີເອສ​ຣອມ, ຢູ່​ໃນ​ເມືອງ​ອຳໂມນ​ໄນຮາ​ນັ້ນ; ເພາະ​ເພິ່ນ​ໄດ້​ເວົ້າ​ກັບ​ລາວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ມາ​ຢ່າງ​ແນ່​ນອນ ເພື່ອ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ, ແຕ່​ວ່າ​ພຣະ​ອົງ​ຈະ​ບໍ່​ໄຖ່​ພວກ​ເຂົາ​ໃນ​ບາບ​ຂອງ​ພວກ​ເຂົາ, ແຕ່​ຈະ​ໄຖ່​ພວກ​ເຂົາ​ຈາກ​ບາບ​ຂອງ​ພວກ​ເຂົາ.

11 ແລະ ພຣະ​ອົງ​ມີ​ອຳນາດ​ຊຶ່ງ​ໄດ້​ຮັບ​ຈາກ​ພຣະ​ບິດາ​ເພື່ອ​ໄຖ່​ມະນຸດ​ຈາກ​ບາບ​ຂອງ​ພວກ​ເຂົາ ຍ້ອນ​ການ​ກັບ​ໃຈ; ສະນັ້ນ ພຣະ​ອົງ​ຈຶ່ງ​ໄດ້ ສົ່ງ​ທູດ​ຂອງ​ພຣະ​ອົງ​ລົງ​ມາ​ເພື່ອ​ປະ​ກາດ​ຂ່າວ​ກ່ຽວ​ກັບ​ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ, ຊຶ່ງ​ຈະ​ນຳ​ໄປ​ຫາ​ອຳນາດ​ຂອງ​ພຣະ​ຜູ້​ໄຖ່, ໄປ​ຫາ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ.

12 ແລະ ບັດ​ນີ້, ຈົ່ງ​ຈື່​ໄວ້, ລູກ​ຂອງ​ພໍ່, ຈົ່ງ​ຈື່​ໄວ້​ວ່າ ລູກ​ຈະ​ຕ້ອງ​ສ້າງ ຮາກ​ຖານ​ຂອງ​ລູກ​ຂຶ້ນ​ເທິງ ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ; ເພື່ອ​ວ່າ​ເມື່ອ​ມານ​ສົ່ງ​ລົມ​ພະ​ຍຸ​ຮ້າຍ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ຟ້າ​ແມບ​ເຫລື້ອມ​ກັບ​ລົມ​ບ້າ​ໝູ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ເມື່ອ​ໝາກ​ເຫັບ​ທັງ​ໝົດ ແລະ ລົມ​ຝົນ​ອັນ​ແຮງ​ກ້າ​ຂອງ​ມັນ​ລົງ​ມາ​ຕີ​ລູກ, ມັນ​ຈະ​ບໍ່​ມີ​ອຳນາດ​ອັນ​ໃດ​ເໜືອ​ລູກ​ເລີຍ​ທີ່​ຈະ​ແກ່​ລູກ​ລົງ​ໄປ​ຫາ​ເຫວ​ເລິກ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ຈິບ​ຫາຍ​ອັນ​ບໍ່​ສິ້ນ​ສຸດ, ເພາະ​ດານ​ຫີນ​ບ່ອນ​ທີ່​ລູກ​ຖືກ​ສ້າງ​ຂຶ້ນ​ເທິງ​ມັນ ຊຶ່ງ​ເປັນ​ຮາກ​ຖານ​ທີ່​ແໜ້ນ​ໜາ, ເປັນ​ຮາກ​ຖານ​ຊຶ່ງ​ຫາກ​ມະນຸດ​ສ້າງ​ຂຶ້ນ​ເທິງ​ມັນ ພວກ​ເຂົາ​ຈະ​ຕົກ​ໄປ​ບໍ່​ໄດ້.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີ້​ຄື​ຄຳ​ເວົ້າ​ຊຶ່ງ​ຮີ​ລາ​ມັນ​ໄດ້ ສິດ​ສອນ​ລູກ​ຊາຍ​ຂອງ​ເພິ່ນ; ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ສິດ​ສອນ​ພວກ​ເພິ່ນ​ຫລາຍ​ເລື່ອງ​ຊຶ່ງ​ບໍ່​ໄດ້​ຂຽນ​ໄວ້, ແລະ ຫລາຍ​ເລື່ອງ​ຊຶ່ງ​ໄດ້​ຂຽນ​ໄວ້.

14 ແລະ ພວກ​ເພິ່ນ​ໄດ້​ຈື່​ຈຳ​ຄຳ​ເວົ້າ​ຂອງ​ເພິ່ນ; ແລະ ສະນັ້ນ ພວກ​ເພິ່ນ​ຈຶ່ງ​ໄດ້​ອອກ​ໄປ, ໂດຍ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ເພື່ອ​ຈະ​ໄດ້​ສິດ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ​ທັງ​ໝົດ, ໂດຍ​ເລີ່ມ​ຕົ້ນ​ຕັ້ງ​ແຕ່​ເມືອງ​ອຸ​ດົມ​ສົມ​ບູນ​ໄປ;

15 ແລະ ຈາກ​ນັ້ນ​ກໍ​ໄປ​ຫາ​ເມືອງ​ກິດ; ແລະ ຈາກ​ເມືອງ​ກິດ​ກໍ​ໄປ​ຫາ​ເມືອງ​ມິວ​ເລັກ.

16 ແລະ ຈາກ​ເມືອງ​ໜຶ່ງ​ກໍ​ໄປ​ຫາ​ອີກ​ເມືອງ​ໜຶ່ງ ຈົນ​ວ່າ​ພວກ​ເພິ່ນ​ໄດ້​ອອກ​ໄປ​ຫາ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ​ທັງ​ໝົດ ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ທາງ​ໃຕ້; ແລະ ຈາກ​ທີ່​ນັ້ນ ໄດ້​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ​ໄປ​ຫາ​ບັນ​ດາ​ຊາວ​ເລມັນ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເພິ່ນ​ໄດ້​ສັ່ງ​ສອນ​ດ້ວຍ​ພະ​ລັງ​ອັນ​ຍິ່ງ​ໃຫຍ່, ເຖິງ​ຂະ​ໜາດ​ທີ່​ພວກ​ເພິ່ນ​ໄດ້​ເຮັດ​ໃຫ້ ພວກ​ທີ່​ແຍກ​ອອກ​ໄປ​ຈາກ​ຊາວ​ນີໄຟ​ຍອມ​ຈຳ​ນົນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ອອກ​ມາ​ຮັບ​ສາ​ລະ​ພາບ​ບາບ​ຂອງ​ຕົນ ແລະ ຮັບ​ບັບຕິ​ສະມາ​ໄວ້​ກັບ​ການ​ກັບ​ໃຈ, ແລະ ກັບ​ຄືນ​ໄປ​ຫາ​ຊາວ​ນີໄຟ​ທັນ​ທີ ເພື່ອ​ຈະ​ພະ​ຍາ​ຍາມ​ແກ້​ໄຂ​ຄວາມ​ຜິດ​ພາດ​ທີ່​ຕົນ​ໄດ້​ກະ​ທຳ​ໄປ​ນັ້ນ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີໄຟ​ກັບ​ລີໄຮ​ໄດ້​ສັ່ງ​ສອນ​ຊາວ​ເລມັນ​ດ້ວຍ​ອຳນາດ ແລະ ສິດ​ອຳນາດ​ອັນ​ຍິ່ງ​ໃຫຍ່​ເຊັ່ນ​ນັ້ນ, ເພາະ​ວ່າ​ພວກ​ເພິ່ນ​ໄດ້​ຮັບ​ອຳນາດ ແລະ ສິດ​ອຳນາດ​ເພື່ອ​ຈະ​ໄດ້ ກ່າວ, ແລະ ພວກ​ເພິ່ນ​ໄດ້​ຮັບ​ສິ່ງ​ທີ່​ພວກ​ເພິ່ນ​ຄວນ​ກ່າວ​ນຳ​ອີກ—

19 ສະນັ້ນ ມັນ​ຈຶ່ງ​ໄດ້​ເກີດ​ມີ​ຄວາມ​ແປກ​ໃຈ​ຫລາຍ​ທີ່​ສຸດ​ຕໍ່​ຊາວ​ເລມັນ ຈົນ​ເຮັດ​ໃຫ້​ພວກ​ເຂົາ ສຳ​ນຶກ​ໄດ້, ເຖິງ​ຂະ​ໜາດ​ທີ່​ໄດ້​ມີ​ຊາວ​ເລມັນ​ຈຳນວນ​ແປດ​ພັນ​ຄົນ​ທີ່​ຢູ່​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ ແລະ ແຜ່ນ​ດິນ​ອ້ອມ​ແອ້ມ​ນັ້ນ​ຮັບ​ບັບຕິ​ສະມາ​ໄວ້​ກັບ​ການ​ກັບ​ໃຈ, ແລະ ໄດ້​ສຳ​ນຶກ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີໄຟ ແລະ ລີໄຮ​ໄດ້​ອອກ​ຈາກ​ບ່ອນ​ນັ້ນ​ໄປ​ຫາ​ແຜ່ນ​ດິນ​ນີໄຟ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຢູ່​ທີ່​ນັ້ນ​ພວກ​ເພິ່ນ​ຖືກ​ກອງ​ທັບ​ຂອງ​ຊາວ​ເລມັນ​ຈັບ​ໄປ ແລະ ເອົາ​ເຂົ້າ ຄຸກ; ແທ້​ຈິງ​ແລ້ວ, ເປັນ​ຄຸກ​ບ່ອນ​ດຽວ​ກັນ​ກັບ​ທີ່​ອຳໂມນ ແລະ ພີ່​ນ້ອງ​ຂອງ​ເພິ່ນ​ຖືກ​ຂ້າ​ໃຊ້​ຂອງ​ລິມໄຮ​ເອົາ​ໄປ​ກັກ​ຂັງ.

22 ແລະ ຫລັງ​ຈາກ​ທີ່​ພວກ​ເພິ່ນ​ຖືກ​ຈັບ​ເຂົ້າ​ຄຸກ​ໄດ້​ຫລາຍ​ມື້​ປາ​ດສະ​ຈາກ​ເຂົ້າ​ນ້ຳ, ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ເຂົ້າ​ໄປ​ໃນ​ຄຸກ​ເພື່ອ​ຈະ​ເອົາ​ພວກ​ເພິ່ນ​ໄປ​ຂ້າ​ຖິ້ມ​ເສຍ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີໄຟ ແລະ ລີໄຮ​ໄດ້​ຖືກ​ອ້ອມ​ໄວ້​ຄື​ກັບ​ວ່າ​ດ້ວຍ ໄຟ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ບໍ່​ກ້າ​ແຕະ​ຕ້ອງ​ພວກ​ເພິ່ນ​ເລີຍ ເພາະ​ຢ້ານ​ວ່າ​ໄຟ​ຈະ​ໄໝ້​ພວກ​ເຂົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ນີໄຟ ແລະ ລີໄຮ​ບໍ່​ໄດ້​ຖືກ​ໄຟ​ໄໝ້​ເລີຍ; ແລະ ເບິ່ງ​ຄື​ວ່າ​ພວກ​ເພິ່ນ​ຢືນ​ຢູ່​ທ່າມ​ກາງ​ກອງ​ໄຟ ແລະ ໄຟ​ບໍ່​ໄດ້​ໄໝ້​ພວກ​ເພິ່ນ.

24 ແລະ ເວລາ​ພວກ​ເພິ່ນ​ເຫັນ​ວ່າ​ຕົນ​ເອງ​ຖືກ​ລ້ອມ​ໄວ້​ດ້ວຍ ເລົາ​ໄຟ, ແລະ ເຫັນ​ວ່າ​ໄຟ​ບໍ່​ໄດ້​ໄໝ້​ຕົນ, ໃຈ​ຂອງ​ພວກ​ເພິ່ນ​ຈຶ່ງ​ມີ​ກຳ​ລັງ​ຂຶ້ນ.

25 ເພາະ​ວ່າ​ພວກ​ເພິ່ນ​ເຫັນ​ວ່າ​ຊາວ​ເລມັນ​ບໍ່​ກ້າ​ແຕະ​ຕ້ອງ​ພວກ​ເພິ່ນ; ທັງ​ບໍ່​ກ້າ​ເຂົ້າ​ມາ​ໃກ້​ພວກ​ເພິ່ນ, ແຕ່​ວ່າ​ຢືນ​ຢູ່​ຄື​ກັນ​ກັບ​ເກີດ​ເປັນ​ຄົນ​ໄບ້​ດ້ວຍ​ຄວາມ​ແປກ​ປະ​ຫລາດ​ໃຈ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີໄຟ ແລະ ລີໄຮ​ໄດ້​ຢືນ​ຂຶ້ນ ແລະ ເລີ່ມ​ເວົ້າ​ກັບ​ພວກ​ເຂົາ, ມີ​ຄວາມ​ວ່າ: ບໍ່​ຕ້ອງ​ຢ້ານ, ເພາະ​ຈົ່ງ​ເບິ່ງ, ມັນ​ແມ່ນ​ພຣະ​ເຈົ້າ​ທີ່​ສະແດງ​ສິ່ງ​ອັດ​ສະ​ຈັນ​ໃຈ​ນີ້​ໃຫ້​ພວກ​ທ່ານ​ເຫັນ, ເພື່ອ​ສະແດງ​ໃຫ້​ພວກ​ທ່ານ​ເຫັນ​ວ່າ​ພວກ​ທ່ານ​ຈະ​ຂ້າ​ພວກ​ເຮົາ​ບໍ່​ໄດ້.

27 ແລະ ຈົ່ງ​ເບິ່ງ, ເວລາ​ພວກ​ເພິ່ນ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ແຜ່ນ​ດິນ​ກໍ​ສັ່ນ​ສະ​ເທືອນ​ຢ່າງ​ໜັກ, ແລະ ກຳ​ແພງ​ຄຸກ​ກໍ​ສັ່ນ​ສະ​ເທືອນ​ຄ້າຍ​ຄື​ກັບ​ວ່າ​ມັນ​ກຳ​ລັງ​ຈະ​ພັງ​ລົງ​ສູ່​ພື້ນ​ດິນ; ແຕ່​ຈົ່ງ​ເບິ່ງ, ມັນ​ບໍ່​ໄດ້​ພັງ​ລົງ. ແລະ ຈົ່ງ​ເບິ່ງ, ຄົນ​ທີ່​ຢູ່​ໃນ​ຄຸກ​ນັ້ນ​ເປັນ​ຊາວ​ເລມັນ ແລະ ຊາວ​ນີໄຟ​ຜູ້​ທີ່​ແຍກ​ອອກ​ໄປ​ນັ້ນ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຖືກ​ປົກ​ຄຸມ​ໄວ້​ດ້ວຍ​ເມກ​ແຫ່ງ ຄວາມ​ມືດ, ແລະ ຄວາມ​ຢ້ານ​ຢ່າງ​ຫລວງ​ຫລາຍ​ໄດ້​ເກີດ​ກັບ​ພວກ​ເຂົາ.

29 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ ສຽງ​ດັງ​ຂຶ້ນ​ຄ້າຍ​ຄື​ກັບ​ວ່າ ສຽງ​ນັ້ນ​ຢູ່​ເທິງ​ເມກ​ແຫ່ງ​ຄວາມ​ມືດ, ມີ​ຄວາມ​ວ່າ: ເຈົ້າ​ຈົ່ງ​ກັບ​ໃຈ, ເຈົ້າ​ຈົ່ງ​ກັບ​ໃຈ, ແລະ ຢ່າ​ພະ​ຍາ​ຍາມ​ທຳ​ລາຍ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ອີກ​ຕໍ່​ໄປ ຜູ້​ຊຶ່ງ​ເຮົາ​ສົ່ງ​ມາ​ຫາ​ພວກ​ເຈົ້າ​ເພື່ອ​ປະ​ກາດ​ຂ່າວ​ປະ​ເສີດ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເຂົາ​ໄດ້​ຍິນ​ສຽງ​ນີ້, ແລະ ເຫັນ​ວ່າ​ບໍ່​ແມ່ນ​ສຽງ​ຟ້າ​ຮ້ອງ, ທັງ​ບໍ່​ແມ່ນ​ສຽງ​ກຶກ​ກ້ອງ, ແຕ່​ວ່າ​ມັນ​ເປັນ​ສຽງ​ອ່ອນ​ຫວານ​ຂອງ​ຄວາມ​ນິ້ມ​ນວນ​ຢ່າງ​ແຈ່ມ​ແຈ້ງ, ຄ້າຍ​ຄື​ກັ​ບ​ວ່າ​ເປັນ ສຽງ​ສື່ມ​ໃສ່​ຫູ, ແລະ ມັນ​ໄດ້​ສຽບ​ແທງ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ທຸກ​ດວງ—

31 ແລະ ທັງໆ​ທີ່​ສຽງ​ນັ້ນ​ນິ້ມ​ນວນ, ຈົ່ງ​ເບິ່ງ ແຜ່ນ​ດິນ​ຍັງ​ສັ່ນ​ສະ​ເທືອນ​ຫລາຍ​ທີ່​ສຸດ, ແລະ ກຳ​ແພງ​ຄຸກ​ກໍ​ສັ່ນ​ສະ​ເທືອນ​ອີກ, ຄ້າຍ​ກັບ​ວ່າ​ມັນ​ກຳ​ລັງ​ຈະ​ເພ​ພັງ​ລົງ​ສູ່​ພື້ນ​ດິນ; ແລະ ຈົ່ງ​ເບິ່ງ ເມກ​ຊຶ່ງ​ປົກ​ຄຸມ​ພວກ​ເຂົາ​ຢູ່​ນັ້ນ​ກໍ​ບໍ່​ໄດ້​ລ່ອງ​ລອຍ​ອອກ​ໄປ​ເລີຍ—

32 ແລະ ຈົ່ງ​ເບິ່ງ ມີ​ສຽງ​ດັງ​ຂຶ້ນ​ອີກ, ມີ​ຄວາມ​ວ່າ: ເຈົ້າ​ຈົ່ງ​ກັບ​ໃຈ, ເຈົ້າ​ຈົ່ງ​ກັບ​ໃຈ, ເພາະ​ອາ​ນາ​ຈັກ​ສະຫວັນ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ; ແລະ ຢ່າ​ໄດ້​ພະ​ຍາ​ຍາມ​ທຳ​ລາຍ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ອີກ​ຕໍ່​ໄປ; ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແຜ່ນ​ດິນ ແລະ ກຳ​ແພງ​ຄຸກ​ໄດ້​ສັ່ນ​ສະ​ເທືອນ​ອີກ.

33 ແລະ ສຽງ​ດັງ​ມາ​ອີກ​ເປັນ​ເທື່ອ​ທີ​ສາມ, ແລະ ໄດ້​ເວົ້າ​ຂໍ້​ຄວາມ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ​ກັບ​ພວກ​ເຂົາ ຊຶ່ງ​ມະນຸດ​ບໍ່​ສາ​ມາດ​ກ່າວ, ແລະ ກຳ​ແພງ​ໄດ້​ສັ່ນ​ອີກ, ແລະ ແຜ່ນ​ດິນ​ໄດ້​ສັ່ນ​ສະ​ເທືອນ​ຄ້າຍ​ຄື​ກັບ​ວ່າ​ມັນ​ກຳ​ລັງ​ຈະ​ແຍກ​ອອກ​ຈາກ​ກັນ.

34 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ປົບ​ໜີ​ໄປ​ບໍ່​ໄດ້​ຍ້ອນ​ວ່າ​ເມກ​ແຫ່ງ​ຄວາມ​ມືດ​ນັ້ນ​ໄດ້​ປົກ​ຄຸມ​ພວກ​ເຂົາ​ໄວ້; ແທ້​ຈິງ​ແລ້ວ, ພວກ​ເຂົາ​ເຄື່ອນ​ໄຫວ​ໄປ​ມາ​ບໍ່​ໄດ້​ເລີຍ ເພາະ​ຄວາມ​ຢ້ານ​ກົວ​ທີ່​ເກີດ​ກັບ​ພວກ​ເຂົາ.

35 ບັດ​ນີ້​ມີ​ຊາຍ​ຄົນ​ໜຶ່ງ​ໃນ​ບັນ​ດາ​ພວກ​ເຂົາ​ຊຶ່ງ​ເປັນ​ຊາວ​ນີໄຟ​ໂດຍ​ກຳເນີດ, ຊຶ່ງ​ແຕ່​ກ່ອນ​ເຄີຍ​ເປັນ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ ແຕ່​ໄດ້​ແຍກ​ອອກ​ໄປ​ຈາກ​ພວກ​ເຂົາ.

36 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ຫັນ​ຕົວ​ໄປ, ແລະ ຈົ່ງ​ເບິ່ງ, ລາວ​ໄດ້​ເຫັນ​ໜ້າ​ຂອງ​ນີໄຟ ແລະ ລີໄຮ ຜ່ານ​ຄວາມ​ມືດ​ຂອງ​ເມກ; ແລະ ຈົ່ງ​ເບິ່ງ, ມັນ​ໄດ້ ຮຸ່ງ​ເຫລື້ອມ​ທີ່​ສຸດ​ຄື​ກັນ​ກັບ​ໜ້າ​ຂອງ​ເຫລົ່າ​ທູດ. ແລະ ລາວ​ໄດ້​ເຫັນ​ພວກ​ເພິ່ນ​ຫລຽວ​ໜ້າ​ຂຶ້ນ​ໄປ​ເທິງ​ຟ້າ; ແລະ ພວກ​ເພິ່ນ​ຢູ່​ໃນ​ທ່າ​ທາງ​ທີ່​ກຳ​ລັງ​ເວົ້າ ຫລື ກຳ​ລັງ​ເປັ່ງ​ສຽງ​ກັບ​ຜູ້​ໃດ​ຜູ້​ໜຶ່ງ​ຊຶ່ງ​ພວກ​ເພິ່ນ​ຫລຽວ​ເຫັນ.

37 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາຍ​ຄົນ​ນັ້ນ​ໄດ້​ຮ້ອງ​ບອກ​ຝູງ​ຊົນ​ເພື່ອ​ໃຫ້​ພວກ​ເຂົາ​ຫລຽວ​ມາ​ເບິ່ງ. ແລະ ຈົ່ງ​ເບິ່ງ, ໄດ້​ມີ​ພະ​ລັງ​ທີ່​ເຮັດ​ໃຫ້​ຄົນ​ເຫລົ່າ​ນັ້ນ​ສາ​ມາດ​ຫລຽວ​ມາ​ເບິ່ງ ແລະ ພວກ​ເຂົາ​ໄດ້​ເຫັນ​ໜ້າ​ຂອງ​ນີໄຟ ແລະ ລີໄຮ.

38 ແລະ ຜູ້​ຄົນ​ໄດ້​ເວົ້າ​ກັບ​ຊາຍ​ຄົນ​ນັ້ນ​ວ່າ: ຈົ່ງ​ເບິ່ງ, ເລື່ອງ​ທັງ​ໝົດ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ, ແລະ ຄົນ​ທັງ​ສອງ​ນັ້ນ​ກຳ​ລັງ​ສົນ​ທະ​ນາ​ກັບ​ຜູ້​ໃດ​ຢູ່?

39 ບັດ​ນີ້​ຊາຍ​ຄົນ​ນັ້ນ​ມີ​ຊື່​ວ່າ ອາ​ມີ​ນາ​ດາບ. ແລະ ອາ​ມີ​ນາ​ດາບ​ໄດ້​ເວົ້າ​ກັບ​ຜູ້​ຄົນ​ວ່າ: ພວກ​ເພິ່ນ​ກຳ​ລັງ​ສົນ​ທະ​ນາ​ກັບ​ເຫລົ່າ​ທູດ​ຂອງ​ພຣະ​ເຈົ້າ.

40 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ໄດ້​ຖາມ​ລາວ​ວ່າ: ພວກ​ເຮົາ​ຈະ​ເຮັດ ແນວ​ໃດ, ເພື່ອ​ຈະ​ໃຫ້​ເມກ​ແຫ່ງ​ຄວາມ​ມືດ​ໜີ​ຈາກ​ພວກ​ເຮົາ​ໄປ?

41 ແລະ ອາ​ມີ​ນາ​ດາບ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ພວກ​ທ່ານ​ຕ້ອງ ກັບ​ໃຈ, ແລະ ຮ້ອງ​ຂໍ​ຕໍ່​ສຽງ​ນັ້ນ ຈົນ​ວ່າ​ພວກ​ທ່ານ​ມີ ສັດທາ​ໃນ​ພຣະ​ຄຣິດ, ຜູ້​ຊຶ່ງ​ແອວມາ, ແລະ ແອມ​ມິວເລັກ, ແລະ ຊີເອສ​ຣອມ​ໄດ້​ສິດ​ສອນ​ພວກ​ທ່ານ​ໄວ້; ແລະ ຖ້າ​ຫາກ​ພວກ​ທ່ານ​ປະ​ຕິ​ບັດ​ຕາມ​ນີ້, ເມກ​ແຫ່ງ​ຄວາມ​ມືດ​ຈະ​ເລື່ອນ​ໄປ​ຈາກ​ພວກ​ທ່ານ.

42 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄົນ​ເຫລົ່າ​ນັ້ນ​ໄດ້​ເລີ່ມ​ຮ້ອງ​ຂໍ​ຕໍ່​ສຽງ​ຂອງ​ຜູ້​ທີ່​ເຮັດ​ໃຫ້​ແຜ່ນ​ດິນ​ສັ່ນ​ສະ​ເທືອນ, ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຮ້ອງ​ຂໍ​ຈົນ​ວ່າ​ເມກ​ແຫ່ງ​ຄວາມ​ມືດ​ໄດ້​ກະ​ຈາຍ​ໄປ.

43 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເຂົາ​ຫລຽວ​ເບິ່ງ, ແລະ ເຫັນ​ວ່າ​ເມກ​ແຫ່ງ​ຄວາມ​ມືດ​ນັ້ນ​ໄດ້​ກະ​ຈາຍ​ໄປ ແລະ ບໍ່​ໄດ້​ປິດ​ບັງ​ພວກ​ເຂົາ​ອີກ​ແລ້ວ, ຈົ່ງ​ເບິ່ງ, ພວກ​ເຂົາ​ເຫັນ​ວ່າ​ຕົນ​ເອງ​ຖືກ ລ້ອມ​ໄວ້​ດ້ວຍ​ເລົາ​ໄຟ, ແທ້​ຈິງ​ແລ້ວ​ທຸກ​ຄົນ.

44 ແລະ ນີໄຟ​ກັບ​ລີໄຮ​ໄດ້​ຢືນ​ຢູ່​ໃນ​ທ່າມ​ກາງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຖືກ​ປິດ​ອ້ອມ​ຮອບ; ແທ້​ຈິງ​ແລ້ວ, ຄ້າຍ​ຄື​ກັບ​ວ່າ​ພວກ​ເຂົາ​ຢູ່​ທ່າມ​ກາງ​ແປວ​ໄຟ, ແຕ່​ມັນ​ບໍ່​ໄດ້​ເປັນ​ອັນ​ຕະ​ລາຍ​ຕໍ່​ພວກ​ເຂົາ​ເລີຍ, ທັງ​ບໍ່​ໄດ້ ໄໝ້​ລາມ​ໄປ​ຫາ​ກຳ​ແພງ​ຄຸກ​ເລີຍ; ແລະ ພວກ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ ຄວາມ​ສຸກ ຈົນ​ບໍ່​ອາດ​ຈະ​ພັນ​ລະ​ນາ​ໄດ້ ແລະ ເຕັມ​ໄປ​ດ້ວຍ​ລັດ​ສະ​ໝີ​ພາບ.

45 ແລະ ຈົ່ງ​ເບິ່ງ, ພຣະ​ວິນ​ຍານ​ສັກ​ສິດ​ຂອງ​ພຣະ​ເຈົ້າ​ໄດ້​ສະ​ເດັດ​ລົງ​ມາ​ຈາກ​ຟ້າ​ສະຫວັນ, ແລະ ໄດ້​ເຂົ້າ​ໄປ​ໃນ​ໃຈ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ຄື​ກັບ​ເຕັມ​ປ່ຽມ​ດ້ວຍ​ໄຟ, ແລະ ພວກ​ເຂົາ​ສາ​ມາດ ເວົ້າ​ຂໍ້​ຄວາມ​ອັນ​ໜ້າ​ອັດ​ສະ​ຈັນ​ອອກ​ມາ.

46 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ​ສຽງ​ດັງ​ມາ​ຫາ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ມັນ​ເປັນ​ສຽງ​ທີ່​ອ່ອນ​ຫວານ, ຄ້າຍ​ຄື​ກັບ​ວ່າ​ມັນ​ເປັນ​ສຽງ​ສື່ມ​ໃສ່​ຫູ, ມີ​ຄວາມ​ວ່າ:

47 ສັນ​ຕິ​ສຸກ, ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ເຈົ້າ, ຍ້ອນ​ວ່າ​ສັດທາ​ຂອງ​ເຈົ້າ​ໃນ​ຜູ້​ທີ່​ເຮົາ​ຮັກ​ຫລາຍ​ທີ່​ສຸດ, ຜູ້​ທີ່​ເປັນ​ຢູ່​ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ.

48 ແລະ ບັດ​ນີ້, ເມື່ອ​ພວກ​ເຂົາ​ໄດ້​ຍິນ​ຂໍ້​ຄວາມ​ນີ້​ແລ້ວ ພວກ​ເຂົາ​ກໍ​ໄດ້​ຫລຽວ​ເບິ່ງ ຄ້າຍ​ຄື​ກັບ​ວ່າ​ສຽງ​ນັ້ນ​ມາ​ຈາກ​ໃສ; ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ເຫັນ ຟ້າ​ສະຫວັນ​ເປີດ​ອອກ; ແລະ ເຫລົ່າ​ທູດ​ໄດ້​ລົງ​ມາ​ຈາກ​ສະຫວັນ ແລະ ປະ​ຕິ​ບັດ​ຕໍ່​ພວກ​ເຂົາ.

49 ແລະ ມັນ​ມີ​ຢູ່​ປະ​ມານ​ສາມ​ຮ້ອຍ​ຄົນ​ທີ່​ໄດ້​ເຫັນ ແລະ ໄດ້​ຍິນ​ເລື່ອງ​ເຫລົ່າ​ນີ້; ແລະ ພວກ​ເຂົາ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ອອກ​ໄປ ແລະ ບໍ່​ໃຫ້​ແປກ​ໃຈ, ທັງ​ບໍ່​ໃຫ້​ສົງ​ໃສ.

50 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ອອກ​ໄປ, ແລະ ໄດ້​ປະ​ຕິ​ບັດ​ແກ່​ຜູ້​ຄົນ, ປະ​ກາດ​ເລື່ອງ​ທັງ​ໝົດ​ທີ່​ພວກ​ເຂົາ​ໄດ້​ຍິນ ແລະ ໄດ້​ເຫັນ​ມາ​ຕໍ່​ຜູ້​ຄົນ​ທົ່ວ​ທຸກ​ພາກ​ພື້ນ​ໂດຍ​ອ້ອມ​ຮອບ, ເຖິງ​ຂະ​ໜາດ​ທີ່​ຊາວ​ເລມັນ​ສ່ວນ​ໃຫຍ່​ໄດ້​ຍອມ​ຮັບ​ເລື່ອງ​ເຫລົ່າ​ນີ້, ຍ້ອນ​ວ່າ​ຫລັກ​ຖານ ແລະ ຄວາມ​ຍິ່ງ​ໃຫຍ່​ທີ່​ພວກ​ເຂົາ​ໄດ້​ຮັບ​ມາ.

51 ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່ ສຳ​ນຶກ​ຕົວ​ກໍ​ໄດ້​ວາງ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ຕົນ, ແລະ ປະ​ຄວາມ​ກຽດ​ຊັງ​ຂອງ​ພວກ​ເຂົາ ແລະ ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ.

52 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ສົ່ງ​ແຜ່ນ​ດິນ​ທີ່​ພວກ​ເຂົາ​ໄດ້​ຍຶດ​ເອົາ​ມາ​ນັ້ນ​ຄືນ​ໃຫ້​ຊາວ​ນີໄຟ.