ພຣະ​ຄຳ​ພີ
ຮີ​ລາ​ມັນ 6


ບົດ​ທີ 6

ຊາວ​ເລມັນ​ຜູ້​ທີ່​ຊອບ​ທຳ​ສັ່ງ​ສອນ​ຊາວ​ນີໄຟ​ຜູ້​ທີ່​ຊົ່ວ—ຜູ້​ຄົນ​ສອງ​ຝ່າຍ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ​ໃນ​ສະ​ໄໝ​ແຫ່ງ​ສັນ​ຕິ​ສຸກ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ອຸ​ດົມ​ສົມ​ບູນ—ລູ​ຊິ​ເຟີ, ຜູ້​ສ້າງ​ບາບ, ຍຸ​ຍົງ​ໃຈ​ຂອງ​ຄົນ​ຊົ່ວ ແລະ ພວກ​ໂຈນ​ແກ​ດີ​ອານ​ທັນ​ໃຫ້​ກະ​ທຳ​ການ​ຄາດ​ຕະ​ກຳ ແລະ ສິ່ງ​ທີ່​ຊົ່ວ​ຮ້າຍ—ພວກ​ເຂົາ​ໂຄ່ນ​ລົ້ມ​ຝ່າຍ​ຜູ້​ປົກ​ຄອງ​ຂອງ​ຊາວ​ນີໄຟ. ປະ​ມານ 29–23 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ທີ​ຫົກ​ສິບ​ສອງ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ໄດ້​ຜ່ານ​ໄປ, ເລື່ອງ​ລາວ​ທັງ​ໝົດ​ນີ້​ໄດ້​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ສ່ວນ​ໃຫຍ່​ໄດ້​ກາຍ​ມາ​ເປັນ​ຄົນ​ຊອບ​ທຳ, ເຖິງ​ຂະ​ໜາດ​ທີ່ ຄວາມ​ຊອບ​ທຳ​ຂອງ​ພວກ​ເຂົາ​ມີ​ຫລາຍ​ກວ່າ​ຊາວ​ນີໄຟ​ອີກ​ຊ້ຳ, ຍ້ອນ​ວ່າ​ຄວາມ​ໝັ້ນ​ຄົງ ແລະ ຄວາມສະໝ່ຳ​ສະເໝີ​ຂອງ​ພວກ​ເຂົາ​ຢູ່​ໃນ​ສັດທາ.

2 ເພາະ​ຈົ່ງ​ເບິ່ງ, ໄດ້​ມີ​ຊາວ​ນີໄຟ​ເປັນ​ຈຳນວນ​ຫລວງ​ຫລາຍ​ທີ່​ກາຍ​ມາ​ເປັນ​ຄົນ ແຂງ​ກະ​ດ້າງ ແລະ ບໍ່​ສຳ​ນຶກ​ຜິດ ແລະ ຊົ່ວ​ຮ້າຍ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ບໍ່​ຍອມ​ຮັບ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ ຄຳ​ສັ່ງ​ສອນ ແລະ ຄຳ​ທຳ​ນາຍ​ທັງ​ໝົດ​ທີ່​ມາ​ໃນ​ບັນ​ດາ​ພວກ​ເຂົາ.

3 ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກໍ​ຍັງ​ມີ​ຄວາມ​ຜາ​ສຸກ​ພໍ​ສົມ​ຄວນ​ນຳ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ຊາວ​ເລມັນ, ແທ້​ຈິງ​ແລ້ວ, ຍ້ອນ​ວ່າ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ, ຊຶ່ງ​ໄດ້​ສະຖາ​ປະນາ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ. ແລະ ພວກ​ເຂົາ​ໄດ້ ຜູກ​ສຳ​ພັນທະ​ໄມ​ຕີ​ຕໍ່​ກັນ, ແລະ ໄດ້​ປິ​ຕິ​ຍິນ​ດີ​ນຳ​ກັນ, ແລະ ໄດ້​ມີ​ຄວາມ​ຊື່ນ​ຊົມ​ຫລາຍ​ທີ່​ສຸດ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ຫລາຍ​ຄົນ​ໄດ້​ລົງ​ມາ​ເມືອງ​ເຊຣາ​ເຮັມລາ, ແລະ ໄດ້​ປະ​ກາດ​ແກ່​ຊາວ​ນີໄຟ​ເຖິງ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ພວກ​ເຂົາ, ແລະ ໄດ້​ຊັກ​ຊວນ​ພວກ​ເຂົາ​ເຖິງ​ສັດທາ ແລະ ການ​ກັບ​ໃຈ.

5 ແທ້​ຈິງ​ແລ້ວ, ແລະ ຫລາຍ​ຄົນ​ໄດ້​ສັ່ງ​ສອນ​ດ້ວຍ​ອຳນາດ ແລະ ສິດ​ອຳນາດ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ, ຈົນ​ວ່າ​ພວກ​ເຂົາ​ໄດ້​ຊັກ​ນຳ​ຫລາຍ​ຄົນ​ລົງ​ມາ​ສູ່​ສ່ວນ​ເລິກ​ແຫ່ງ​ຄວາມ​ຖ່ອມ​ຕົວ, ແລະ ເປັນ​ຜູ້​ຕິດ​ຕາມ​ທີ່​ຖ່ອມ​ຕົວ​ຂອງ​ພຣະ​ເຈົ້າ ແລະ ພຣະ​ເມສາ​ນ້ອຍ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ຫລາຍ​ຄົນ​ໄດ້​ເຂົ້າ​ໄປ​ຫາ​ແຜ່ນ​ດິນ​ທາງ​ເໜືອ; ແລະ ນີໄຟ​ກັບ​ລີໄຮ​ກໍ​ໄປ​ຫາ ແຜ່ນ​ດິນ​ທາງ​ເໜືອ​ຄື​ກັນ​ເພື່ອ​ສັ່ງ​ສອນ​ຜູ້​ຄົນ. ແລະ ປີ​ທີ​ຫົກ​ສິບ​ສາມ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

7 ແລະ ຈົ່ງ​ເບິ່ງ, ມັນ​ມີ​ສັນ​ຕິ​ສຸກ​ຢູ່​ທົ່ວ​ແຜ່ນ​ດິນ​ທັງ​ໝົດ, ເຖິງ​ຂະ​ໜາດ​ທີ່​ຊາວ​ນີໄຟ​ສາ​ມາດ​ເຂົ້າ​ໄປ​ຫາ​ແຜ່ນ​ດິນ​ສ່ວນ​ໃດ​ກໍ​ໄດ້​ຕາມ​ແຕ່​ພວກ​ເຂົາ​ຕ້ອງ​ການ ບໍ່​ວ່າ​ໃນ​ບັນ​ດາ​ຊາວ​ນີໄຟ ຫລື ວ່າ​ໃນ​ບັນ​ດາ​ຊາວ​ເລມັນ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ຈະ​ໄປ​ບ່ອນ​ໃດ​ກໍ​ໄດ້ ຕາມ​ແຕ່​ພວກ​ເຂົາ​ຕ້ອງ​ການ​ຄື​ກັນ, ບໍ່​ວ່າ​ໃນ​ບັນ​ດາ​ຊາວ​ເລມັນ ຫລື ໃນ​ບັນ​ດາ​ຊາວ​ນີໄຟ; ແລະ ພວກ​ເຂົາ​ໄດ້​ມີ​ການ​ຕິດ​ຕໍ່​ກັນ​ຢ່າງ​ເປັນ​ອິດສະ​ລະ​ດັ່ງ​ນີ້, ເພື່ອ​ຊື້ ແລະ ເພື່ອ​ຂາຍ, ແລະ ເພື່ອ​ຫາ​ຜົນ​ປະ​ໂຫຍດ, ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຜ​ລາວ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທັງ​ຊາວ​ເລມັນ ແລະ ຊາວ​ນີໄຟ​ໄດ້​ຮັ່ງ​ມີ​ເປັນ​ດີ​ຢ່າງ​ຍິ່ງ, ແລະ ພວກ​ເຂົາ​ໄດ້​ມີ​ຄຳ, ແລະ ມີ​ເງິນ, ແລະ ມີ​ໂລ​ຫະ​ທີ່​ມີ​ຄຸນ​ຄ່າ​ຢ່າງ​ຫລວງ​ຫລາຍ, ທັງ​ໃນ​ແຜ່ນ​ດິນ​ທາງ​ໃຕ້ ແລະ ໃນ​ແຜ່ນ​ດິນ​ທາງ​ເໜືອ.

10 ບັດ​ນີ້​ແຜ່ນ​ດິນ​ທາງ​ໃຕ້​ຖືກ​ເອີ້ນ​ວ່າ ລີໄຮ, ແລະ ແຜ່ນ​ດິນ​ທາງ​ເໜືອ​ຖືກ​ເອີ້ນ​ວ່າ ມິວ​ເລັກ, ເພາະ​ເອີ້ນ​ຕາມ​ຊື່​ລູກ​ຊາຍ​ຂອງ​ເຊ​ເດ​ກີ​ຢາ; ເພາະ​ພຣະ​ເຈົ້າ​ໄດ້​ນຳ​ເອົາ​ມິວ​ເລັກ​ເຂົ້າ​ໄປ​ຫາ​ແຜ່ນ​ດິນ​ພາກ​ເໜືອ, ແລະ ລີໄຮ​ເຂົ້າ​ໄປ​ຫາ​ແຜ່ນ​ດິນ​ທາງ​ໃຕ້.

11 ແລະ ຈົ່ງ​ເບິ່ງ, ມັນ​ໄດ້​ມີ​ຄຳ​ຫລາຍ​ຊະ​ນິດ​ໃນ​ແຜ່ນ​ດິນ​ທັງ​ສອງ​ບ່ອນ, ແລະ ເງິນ, ແລະ ໂລ​ຫະ​ທີ່​ມີ​ຄ່າ​ທຸກ​ຊະ​ນິດ; ແລະ ມີ​ນາຍ​ຊ່າງ​ທີ່​ມີ​ຝີ​ມື​ປາ​ນີດ​ນຳ​ອີກ, ຊຶ່ງ​ໄດ້​ຕີ​ໂລ​ຫະ​ທຸກ​ຊະ​ນິດ; ແລະ ໄດ້​ເຮັດ​ໃຫ້​ມັນ​ລະ​ອຽດ​ງາມ​ດີ; ແລະ ພວກ​ເຂົາ​ໄດ້​ກັບ​ກາຍ​ເປັນ​ຄົນ​ຮັ່ງ​ມີ​ດັ່ງ​ນີ້.

12 ພວກ​ເຂົາ​ໄດ້​ປູກ​ພືດ​ພັນ​ຢ່າງ​ຫລວງ​ຫລາຍ, ທັງ​ທາງ​ເໜືອ ແລະ ທາງ​ໃຕ້; ແລະ ພວກ​ເຂົາ​ໄດ້​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍິ່ງ, ທັງ​ທາງ​ເໜືອ ແລະ ທາງ​ໃຕ້. ແລະ ພວກ​ເຂົາ​ໄດ້​ມີ​ຄົນ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ຫລວງ​ຫລາຍ ແລະ ເຂັ້ມ​ແຂງ​ຂຶ້ນ​ຢ່າງ​ຍິ່ງ​ໃນ​ແຜ່ນ​ດິນ. ແລະ ພວກ​ເຂົາ​ໄດ້​ລ້ຽງ​ສັດ​ຫລາຍ​ຊະ​ນິດ​ຢ່າງ​ຫລວງ​ຫລາຍ, ແທ້​ຈິງ​ແລ້ວ, ມັນ​ໄດ້​ອອກ​ແມ່​ແຜ່​ລູກ​ຢ່າງ​ຫລວງ​ຫລາຍ.

13 ຈົ່ງ​ເບິ່ງ ພວກ​ຜູ້​ຍິງ​ກໍ​ໄດ້​ອອກ​ແຮງ​ງານ​ຢ່າງ​ດຸ​ໝັ້ນ ແລະ ເຂັນ​ຝ້າຍ, ແລະ ໄດ້​ເຮັດ​ຜ້າ​ແພ​ຫລາຍ​ຊະ​ນິດ, ຜ້າ​ລີ​ນິນ​ຕ່ຳ​ຢ່າງ​ດີ ແລະ ຜ້າ​ທຸກ​ຊະ​ນິດ, ເພື່ອ​ຈະ​ໄດ້​ປົກ​ປິດ​ຄວາມ​ເປືອຍ​ເປົ່າ​ຂອງ​ພວກ​ເຂົາ. ແລະ ປີ​ທີ​ຫົກ​ສິບ​ສີ່​ໄດ້​ຜ່ານ​ພົ້ນ​ໄປ​ຢ່າງ​ສັນ​ຕິ​ດັ່ງ​ນີ້.

14 ແລະ ໃນ​ປີ​ທີ​ຫົກ​ສິບ​ຫ້າ ພວກ​ເຂົາ​ໄດ້​ມີ​ຄວາມ​ຜາ​ສຸກ ແລະ ສັນ​ຕິ​ສຸກ​ຢ່າງ​ກວ້າງ​ຂວາງ, ແທ້​ຈິງ​ແລ້ວ, ມັນ​ໄດ້​ມີ​ການ​ສັ່ງ​ສອນ​ຫລາຍ​ຢ່າງ ແລະ ມີ​ການ​ທຳ​ນາຍ​ຫລາຍ​ຢ່າງ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ມາ​ເຖິງ. ແລະ ປີ​ທີ​ຫົກ​ສິບ​ຫ້າ​ກໍ​ໄດ້​ຜ່ານ​ໄປ​ດັ່ງ​ນີ້.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທີ​ຫົກ​ສິບ​ຫົກ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ຈົ່ງ​ເບິ່ງ, ຊີ​ໂຊຣຳ​ຖືກ​ລອບ​ຂ້າ​ໂດຍ​ມື​ລຶກ​ລັບ​ໃນ​ຂະນະ​ທີ່​ນັ່ງ​ຢູ່​ໃນ​ບັນ​ລັງ​ຕັດ​ສິນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ດຽວ​ກັນ​ນັ້ນ, ຄື​ລູກ​ຊາຍ​ຂອງ​ເພິ່ນ, ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ແທນ​ກໍ​ຖືກ​ລອບ​ຂ້າ​ຄື​ກັນ. ແລະ ປີ​ທີ​ຫົກ​ສິບ​ຫົກ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

16 ແລະ ໃນ​ຕົ້ນ​ປີ​ທີ​ຫົກ​ສິບ​ເຈັດ ຜູ້​ຄົນ​ເລີ່ມ​ເປັນ​ຄົນ​ຊົ່ວ​ຄືນ​ຄື​ເກົ່າ.

17 ເພາະ​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ພອນ​ໃຫ້​ແກ່​ພວກ​ເຂົາ​ມາ​ດົນ​ແລ້ວ ດ້ວຍ​ຂອງ​ທີ່​ມີ​ຄຸນ​ຄ່າ​ທາງ​ໂລກ ຈົນ​ວ່າ​ມັນ​ບໍ່​ມີ​ການ​ຍຸ​ຍົງ​ໃຫ້​ຄຽດ​ແຄ້ນ, ໃຫ້​ເຮັດ​ສົງ​ຄາມ, ຫລື ໃຫ້​ຂ້າ​ຟັນ​ກັນ; ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ເລີ່ມ​ໝົກ​ໝຸ້ນ​ຢູ່​ກັບ​ຂອງ​ມີ​ຄ່າ​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ເລີ່ມ​ພະ​ຍາ​ຍາມ​ຫາ​ຜົນ​ປະ​ໂຫຍດ​ເພື່ອ​ຕົນ​ເອງ​ຈະ​ໄດ້​ມີ​ກຽດ​ຕິ​ຍົດ​ສູງ​ກວ່າ​ຜູ້​ອື່ນ; ສະນັ້ນ ພວກ​ເຂົາ​ຈຶ່ງ​ເລີ່ມ​ທຳ​ການ​ຄາດ​ຕະ​ກຳ​ຢ່າງ ລັບໆ, ແລະ ເລີ່ມ​ລັກ, ແລະ ປຸ້ນ​ຈີ້​ເພື່ອ​ຫາ​ຜົນ​ປະ​ໂຫຍດ.

18 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຄາດ​ຕະ​ກອນ ແລະ ພວກ​ປຸ້ນ​ຈີ້​ເຫລົ່າ​ນັ້ນ​ເປັນ​ພັກ​ພວກ​ທີ່​ຄິດ​ຄູ​ເມັນ ແລະ ແກ​ດີ​ອານ​ທັນ​ໄດ້​ຕັ້ງ​ຂຶ້ນ. ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ບັນ​ດາ​ຊາວ​ນີໄຟ​ກໍ​ມີ​ພັກ​ພວກ​ຂອງ​ແກ​ດີ​ອານ​ທັນ​ຢ່າງ​ຫລວງ​ຫລາຍ. ແຕ່​ຈົ່ງ​ເບິ່ງ, ມັນ​ມີ​ຈຳນວນ​ຫລາຍ​ກວ່າ​ໃນ​ບັນ​ດາ​ຊາວ​ເລມັນ​ພວກ​ທີ່​ຊົ່ວ​ກວ່າ. ແລະ ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ໂຈນ ແລະ ຄາດ​ຕະ​ກອນ​ຂອງ​ແກ​ດີ​ອານ​ທັນ.

19 ແລະ ພວກ​ເຂົາ​ຄື​ພວກ​ທີ່​ໄດ້​ລອບ​ຂ້າ​ຊີ​ໂຊຣຳ​ຜູ້​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ ແລະ ລູກ​ຊາຍ​ຂອງ​ເພິ່ນ, ໃນ​ຂະນະ​ທີ່​ພວກ​ເພິ່ນ​ຢູ່​ໃນ​ບັນ​ລັງ​ຕັດ​ສິນ; ແລະ ຈົ່ງ​ເບິ່ງ, ຊອກ​ຫາ​ພວກ​ເຂົາ​ບໍ່​ພົບ​ເລີຍ.

20 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຊາວ​ເລມັນ​ເຫັນ​ວ່າ ມັນ​ມີ​ພວກ​ໂຈນ​ປະ​ປົນ​ຢູ່​ໃນ​ບັນ​ດາ​ພວກ​ເຂົາ​ເອງ ພວກ​ເຂົາ​ກໍ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ​ທີ່​ສຸດ; ແລະ ພວກ​ເຂົາ​ໄດ້​ໃຊ້​ທຸກ​ວິ​ທີ​ທາງ ແລະ ອຳນາດ​ຂອງ​ພວກ​ເຂົາ​ເພື່ອ​ທຳ​ລາຍ​ພວກ​ໂຈນ​ເຫລົ່າ​ນັ້ນ​ໃຫ້​ໝົດ​ສິ້ນ​ໄປ​ຈາກ​ຜືນ​ແຜ່ນ​ດິນ​ໂລກ.

21 ແຕ່​ຈົ່ງ​ເບິ່ງ, ຊາຕານ​ໄດ້​ຍຸ​ຍົງ​ໃຈ​ຂອງ​ຊາວ​ນີໄຟ​ສ່ວນ​ຫລາຍ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ເຂົ້າ​ຮ່ວມ​ກັບ​ພວກ​ໂຈນ​ເຫລົ່າ​ນັ້ນ, ແລະ ໄດ້​ເຮັດ​ພັນທະ​ສັນ​ຍາ ແລະ ຄຳ​ສາບານ​ກັບ​ພວກ​ເຂົາ, ວ່າ​ພວກ​ເຂົາ​ຈະ​ຄຸ້ມ​ຄອງ ແລະ ປົກ​ປັກ​ຮັກ​ສາ​ພວກ​ດຽວ​ກັນ, ເຖິງ​ແມ່ນ​ຈະ​ຢູ່​ໃນ​ສະພາບ​ອັນ​ຫຍຸ້ງ​ຍາກ​ໃດໆ​ກໍ​ຕາມ​ທີ່​ພວກ​ໂຈນ​ໄດ້​ຮັບ, ເພື່ອ​ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ໂທດ​ເພາະ​ການ​ຄາດ​ຕະ​ກຳ​ຂອງ​ພວກ​ເຂົາ, ແລະ ການ​ປຸ້ນ​ຈີ້​ຂອງ​ພວກ​ເຂົາ, ແລະ ການ​ຂີ້​ລັກ​ມັກ​ສົກ​ຂອງ​ພວກ​ເຂົາ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ມີ​ເຄື່ອງ​ໝາຍ​ຂອງ​ພວກ​ເຂົາ​ເອງ, ແທ້​ຈິງ​ແລ້ວ, ເຄື່ອງ​ໝາຍ ລັບ ແລະ ຄຳ​ເວົ້າ​ລັບໆ​ຂອງ​ພວກ​ເຂົາ; ແລະ ສິ່ງ​ເຫລົ່າ​ນີ້​ຈະ​ຊ່ວຍ​ໃຫ້​ພວກ​ເຂົາ​ຮູ້​ຈັກ​ພີ່​ນ້ອງ​ທີ່​ເຂົ້າ​ມາ​ໃນ​ພັນທະ​ສັນ​ຍາ, ເພື່ອ​ຄວາມ​ຊົ່ວ​ຮ້າຍ​ໃດໆ​ກໍ​ຕາມ​ທີ່​ພີ່​ນ້ອງ​ຂອງ​ພວກ​ເຂົາ​ກະ​ທຳ ເຂົາ​ຈະ​ບໍ່​ຖືກ​ພີ່​ນ້ອງ ຫລື ຄົນ​ທີ່​ໄດ້​ເປັນ​ຂອງ​ພັກ​ພວກ​ຂອງ​ຕົນ​ທີ່​ຮັບ​ພັນທະ​ສັນ​ຍາ​ນີ້​ທຳ​ຮ້າຍ.

23 ແລະ ພວກ​ເຂົາ​ຈະ​ໄດ້​ຂ້າ, ແລະ ປຸ້ນ​ຈີ້, ແລະ ລັກ, ແລະ ທຳ​ການ​ໂສ​ເພ​ນີ ແລະ ເຮັດ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ​ດັ່ງ​ນີ້, ກົງ​ກັນ​ຂ້າມ​ກັບ​ກົດ​ໝາຍ​ຂອງ​ບ້ານ​ເມືອງ ແລະ ກົດ​ຂອງ​ພຣະ​ເຈົ້າ​ນຳ​ອີກ.

24 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຢູ່​ໃນ​ພັກ​ພວກ​ດຽວ​ກັນ​ເປີດ​ເຜີຍ ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພັກ​ພວກ​ດຽວ​ກັນ​ໃຫ້​ໂລກ​ຮູ້​ຈັກ, ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ຕັດ​ສິນ​ລົງ​ໂທດ, ບໍ່​ແມ່ນ​ຕາມ​ກົດ​ໝາຍ​ຂອງ​ບ້ານ​ເມືອງ, ແຕ່​ເປັນ​ກົດ​ໝາຍ​ອັນ​ຊົ່ວ​ຮ້າຍ​ຊຶ່ງ​ແກ​ດີ​ອານ​ທັນ ແລະ ຄິດ​ຄູ​ເມັນ​ໄດ້​ຕັ້ງ​ໄວ້.

25 ບັດ​ນີ້ ຈົ່ງ​ເບິ່ງ, ມັນ​ເປັນ ຄຳ​ສາບານ ແລະ ພັນທະ​ສັນ​ຍາ​ລັບ ຊຶ່ງ​ແອວມາ​ໄດ້​ສັ່ງ​ລູກ​ຂອງ​ເພິ່ນ​ໄວ້​ວ່າ ບໍ່​ໃຫ້​ເອົາ​ອອກ​ໄປ​ໃຫ້​ໂລກ​ຮູ້, ເພາະ​ຢ້ານ​ວ່າ​ມັນ​ຈະ​ເປັນ​ທາງ​ນຳ​ພາ​ຜູ້​ຄົນ​ລົງ​ໄປ​ສູ່​ຄວາມ​ພິນາດ.

26 ບັດ​ນີ້​ຈົ່ງ​ເບິ່ງ, ແກ​ດີ​ອານ​ທັນ​ບໍ່​ໄດ້​ເອົາ​ຄຳ​ສາບານ ແລະ ພັນທະ​ສັນ​ຍາ ລັບ​ເຫລົ່າ​ນັ້ນ​ມາ​ຈາກ​ບັນ​ທຶກ​ທີ່​ຖືກ​ມອບ​ໃຫ້​ແກ່​ຮີ​ລາ​ມັນ; ແຕ່​ຈົ່ງ​ເບິ່ງ, ມັນ​ຖືກ​ເອົາ​ເຂົ້າ​ໃສ່​ໃນ​ໃຈ​ຂອງ​ແກ​ດີ​ອານ​ທັນ​ໂດຍ ຜູ້​ດຽວ​ກັນ​ກັບ​ຜູ້​ທີ່​ໄດ້​ຊັກ​ຊວນ​ບິດາ​ມານດາ​ຜູ້​ທຳ​ອິດ​ຂອງ​ພວກ​ເຮົາ​ໃຫ້​ກິນ​ໝາກ​ໄມ້​ທີ່​ຕ້ອງ​ຫ້າມ​ນັ້ນ—

27 ແທ້​ຈິງ​ແລ້ວ, ມັນ​ແມ່ນ​ຜູ້​ດຽວ​ກັນ​ນີ້​ທີ່​ໄດ້​ວາງ​ແຜນ​ກັບ ກາ​ອິນ, ວ່າ​ຖ້າ​ຫາກ​ລາວ​ຂ້າ​ອາ​ເບັນຜູ້​ເປັນ​ນ້ອງ​ຊາຍ​ຂອງ​ລາວ​ແລ້ວ ສິ່ງ​ທີ່​ລາວ​ເຮັດ​ໄປ​ນັ້ນ ຈະ​ບໍ່​ເປັນ​ທີ່​ຮູ້​ຈັກ​ແກ່​ໂລກ​ນີ້​ເລີຍ. ແລະ ມັນ​ໄດ້​ວາງ​ແຜນ​ກັບ​ກາ​ອິນ ແລະ ກັບ​ຜູ້​ເຊື່ອ​ຟັງ​ລາວ​ນັບ​ຕັ້ງ​ແຕ່​ເວລາ​ນັ້ນ​ມາ.

28 ແລະ ແມ່ນ​ຜູ້​ດຽວ​ກັນ​ນີ້​ຄື​ກັນ​ທີ່​ໃສ່​ມັນ​ໄວ້​ໃນ​ໃຈ​ຂອງ​ຜູ້​ຄົນ​ໃຫ້ ສ້າງ​ຫໍ​ຄອຍ​ທີ່​ສູງ​ທີ່​ສຸດ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ຂຶ້ນ​ໄປ​ເຖິງ​ສະຫວັນ. ແລະ ແມ່ນ​ຜູ້​ດຽວ​ກັນ​ນີ້​ທີ່​ຊັກ​ນຳ​ຜູ້ຄົນ​ຜູ້​ທີ່​ໜີ​ມາ​ຈາກ​ຫໍ​ຄອຍ​ໃຫ້​ເຂົ້າ​ມາ​ໃນ​ແຜ່ນ​ດິນ​ນີ້; ເພື່ອ​ເຜີຍ​ແຜ່​ວຽກ​ງານ​ແຫ່ງ​ຄວາມ​ມືດ ແລະ ຄວາມ​ໜ້າ​ກຽດ​ຊັງ​ໄປ​ທົ່ວ​ແຜ່ນ​ດິນ, ຈົນ​ວ່າ​ມັນ​ໄດ້​ລາກ​ຜູ້​ຄົນ​ໄປ​ສູ່​ຄວາມ​ພິນາດ ໝົດ​ສິ້ນ, ແລະ ໄປ​ສູ່​ນະລົກ​ອັນ​ເປັນ​ນິດ.

29 ແທ້​ຈິງ​ແລ້ວ, ແມ່ນ​ຜູ້​ດຽວ​ກັນ​ນີ້​ທີ່​ໃສ່​ມັນ​ໄວ້​ໃນ​ໃຈ​ຂອງ ແກ​ດີ​ອານ​ທັນ​ສືບ​ຕໍ່​ເຮັດ​ວຽກ​ງານ​ແຫ່ງ​ຄວາມ​ມືດ, ແລະ ການ​ຄາດ​ຕະ​ກຳ​ຢ່າງ​ລັບໆ​ຕໍ່​ໄປ; ແລະ ມັນ​ໄດ້​ນຳ​ມັນ​ອອກ​ມາ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ມະນຸດ ຈົນ​ເຖິງ​ເວລາ​ນີ້.

30 ແລະ ຈົ່ງ​ເບິ່ງ, ຜູ້​ດຽວ​ກັນ​ນີ້​ທີ່ ສ້າງ​ບາບ​ທັງ​ປວງ. ແລະ ຈົ່ງ​ເບິ່ງ, ມັນ​ໄດ້​ທຳ​ວຽກ​ງານ​ແຫ່ງ​ຄວາມ​ມືດ ແລະ ຄາດ​ຕະ​ກຳ​ລັບ, ແລະ ໄດ້​ສົ່ງ​ຕໍ່​ແຜນ​ການ​ຂອງ​ພວກ​ເຂົາ, ແລະ ຄຳ​ສາບານ​ຂອງ​ພວກ​ເຂົາ, ແລະ ພັນທະ​ສັນ​ຍາ​ຂອງ​ພວກ​ເຂົາ, ແລະ ແຜນ​ການ​ອັນ​ຊົ່ວ​ຮ້າຍ​ອັນ​ເປັນ​ຕາ​ຢ້ານ​ຂອງ​ພວກ​ເຂົາ​ຈາກ​ລຸ້ນ​ສູ່​ລຸ້ນ ຕາມ​ທີ່​ມັນ​ຈະ​ສາ​ມາດ​ຄອບ​ຄອງ​ໃຈ​ຂອງ​ລູກ​ຫລານ​ມະນຸດ​ໄດ້.

31 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ມັນ​ໄດ້​ຄອບ​ຄອງ​ໃຈ​ຂອງ​ຊາວ​ນີໄຟ​ໄດ້​ຫລາຍ; ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ກັບ​ມາ​ເປັນ​ຄົນ​ຊົ່ວ​ທີ່​ສຸດ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ສ່ວນ​ຫລາຍ​ໄດ້​ຫັນ​ໄປ​ຈາກ​ທາງ​ແຫ່ງ​ຄວາມ​ຊອບ​ທຳ, ແລະ ໄດ້ ຢຽບ​ຍ່ຳ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ໄວ້​ໃຕ້​ຕີນ​ຂອງ​ພວກ​ເຂົາ, ແລະ ໄດ້​ຫັນ​ໄປ​ສູ່​ທາງ​ຂອງ​ຕົນ, ແລະ ໄດ້​ສ້າງ​ຮູບ​ບູຊາ​ຂຶ້ນ​ໃຫ້​ຕົນ​ເອງ​ດ້ວຍ​ຄຳ​ຂອງ​ພວກ​ເຂົາ ແລະ ເງິນ​ຂອງ​ພວກ​ເຂົາ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ​ນີ້​ໄດ້​ມາ​ຫາ​ພວກ​ເຂົາ​ໃນ​ເວລາ ບໍ່​ເທົ່າ​ໃດ​ປີ, ເຖິງ​ຂະ​ໜາດ​ທີ່​ສ່ວນ​ຫລາຍ​ຂອງ​ມັນ​ໄດ້​ມາ​ສູ່​ພວກ​ເຂົາ​ໃນ​ປີ​ທີ​ຫົກ​ສິບ​ເຈັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ.

33 ແລະ ພວກ​ເຂົາ​ໄດ້​ເກັ່ງ​ກ້າ​ຂຶ້ນ​ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ໃນ​ປີ​ທີ​ຫົກ​ສິບ​ແປດ​ນຳ​ອີກ, ຈົນ​ວ່າ​ມັນ​ເຮັດ​ໃຫ້​ຄົນ​ທີ່​ຊອບ​ທຳ​ເສົ້າ​ສະ​ຫລົດ​ໃຈ ແລະ ຄ່ຳ​ຄວນ​ຢ່າງ​ໃຫຍ່​ຫລວງ.

34 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ​ວ່າ ຊາວ​ນີໄຟ​ໄດ້​ເລີ່ມ​ເສື່ອມ​ໂຊມ​ລົງ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື, ແລະ ເກັ່ງ​ກ້າ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ, ໃນ​ເວລາ​ດຽວ​ກັນ​ຊາວ​ເລມັນ​ກັບ​ມາ​ເລີ່ມ​ເຕີບ​ໂຕ​ຢ່າງ​ຍິ່ງ​ໃນ​ຄວາມ​ຮູ້​ກ່ຽວ​ກັບ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ເລີ່ມ​ຮັກ​ສາ​ຂໍ້​ກຳ​ນົດ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ເດີນ​ຢູ່​ໃນ​ຄວາມ​ຈິງ ແລະ ຊື່​ຕົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ.

35 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ​ວ່າ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລີ່ມ ຖອຍ​ອອກ​ຈາກ​ຊາວ​ນີໄຟ​ແລ້ວ, ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ.

36 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ເລີ່ມ​ຖອກ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ຊາວ​ເລມັນ, ເພາະ​ຄວາມ​ບອກ​ລອນ​ສອນ​ງ່າຍ ແລະ ຄວາມ​ເຕັມ​ໃຈ​ຂອງ​ພວກ​ເຂົາ​ທີ່​ຈະ​ເຊື່ອ​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ.

37 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ໄດ້​ຕາມ​ລ້າ​ພວກ​ໂຈນ​ແກ​ດີ​ອານ​ທັນ; ແລະ ພວກ​ເຂົາ​ໄດ້​ສັ່ງ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ບັນ​ດາ​ພວກ​ທີ່​ຊົ່ວ​ຫລາຍ​ກວ່າ, ເຖິງ​ຂະ​ໜາດ​ທີ່​ພວກ​ໂຈນ​ເຫລົ່າ​ນັ້ນ​ໄດ້​ຖືກ​ທຳ​ລາຍ​ໃຫ້​ສູນ​ສິ້ນ​ໄປ​ຈາກ​ບັນ​ດາ​ຊາວ​ເລມັນ.

38 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ອີກ​ດ້ານ​ໜຶ່ງ ຄື​ຊາວ​ນີໄຟ​ໄດ້​ຊຸກ​ຍູ້ ແລະ ໄດ້​ຊ່ວຍ​ເຫລືອ​ພວກ​ເຂົາ, ໂດຍ​ເລີ່ມ​ຕົ້ນ​ຈາກ​ພວກ​ທີ່​ຊົ່ວ​ຫລາຍ​ກວ່າ, ຈົນ​ວ່າ​ພວກ​ເຂົາ​ໄດ້​ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ແຜ່ນ​ດິນ​ຂອງ​ຊາວ​ນີໄຟ, ແລະ ໄດ້​ລໍ້​ລວງ​ຄົນ​ຊອບ​ທຳ​ສ່ວນ​ຫລາຍ​ໃຫ້​ລົງ​ມາ​ເຊື່ອ​ໃນ​ວຽກ​ງານ​ຂອງ​ພວກ​ເຂົາ ແລະ ມີ​ສ່ວນ​ໃນ​ຂອງ​ທີ່​ລັກ​ຂະ​ໂມຍ​ມາ, ແລະ ຮ່ວມ​ກັບ​ພວກ​ເຂົາ​ໃນ​ການ​ຄາດ​ຕະ​ກຳ ແລະ ການ​ມົ້ວ​ສຸມ​ລັບ​ຂອງ​ພວກ​ເຂົາ.

39 ແລະ ພວກ​ເຂົາ​ໄດ້​ມີ​ອຳນາດ​ດຳ​ເນີນ​ການ​ປົກ​ຄອງ​ແຕ່​ຝ່າຍ​ດຽວ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ຢຽບ​ຍ່ຳ​ໄວ້​ໃຕ້​ຕີນ​ຂອງ​ພວກ​ເຂົາ ແລະ ໄດ້​ຂ້ຽນ​ຕີ ແລະ ໄດ້​ຫັນ​ຫລັງ​ໃສ່​ຜູ້​ທີ່ ທຸກ​ຍາກ​ລຳ​ບາກ ແລະ ອ່ອນ​ນ້ອມ, ແລະ ຜູ້​ຕິດ​ຕາມ​ທີ່​ຖ່ອມ​ຕົວ​ຂອງ​ພຣະ​ເຈົ້າ.

40 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ​ວ່າ ພວກ​ເຂົາ​ໄດ້​ຕົກ​ຢູ່​ໃນ​ສະພາບ​ອັນ​ເປັນ​ຕາ​ຢ້ານ, ແລະ ກຳ​ລັງ ສຸກ​ເພື່ອ​ຄວາມ​ພິນາດ​ອັນ​ເປັນ​ນິດ.

41 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ທີ​ຫົກ​ສິບ​ແປດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.