ຄຳ​ທຳນາຍ​ຂອງ​ນີ​ໄຟລູກ​ຊາຍ​ຂອງ​ຮີ​ລາມັນ—ພຣະ​ເຈົ້ານາບ​ຂູ່​ຜູ້ຄົນ​ຂອງ​ນີ​ໄຟ​ວ່າ ພຣະ​ອົງ​ຈະ​ສະ​ເດັດ​ມາ​ຢ້ຽມຢາມ​ພວກ​ເຂົາ​ດ້ວຍ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ, ແລະ ຈະ​ທຳລາຍ​ພວກ​ເຂົາ​ໃຫ້​ພິນາດ​ໄປ ຖ້າ​ຫາກພວກ​ເຂົາ​ບໍ່ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ. ພຣະ​ເຈົ້າ​ລົງ​ໂທດ​ຜູ້ຄົນ​ຂອງ​ນີ​ໄຟ​ດ້ວຍ​ພະຍາດ​ໂລຄາ; ພວກ​ເຂົາ​ກັບ​ໃຈ ແລະ ຫັນ​ມາ​ຫາ​ພຣະອົງ. ຊາ​ມູ​ເອນຄົນ​ເລ​ມັນ​ທຳນາຍ​ແກ່​ຊາວ​ນີ​ໄຟ.

ບົດ​ທີ 7

ນີ​ໄຟ​ຖືກ​ປະຕິ​ເສດ​ຢູ່​ທາງ​ເໜືອ ແລະ ໄດ້​ກັບ​ຄືນ​ມາ​ເຊ​ລາ​ເຮັມລາ—ເພິ່ນ​ອະ​ທິຖານ​ຢູ່​ເທິງ​ຫໍ​ສູງຢູ່​ໃນ​ສວນ​ຂອງ​ເພິ່ນ ແລະ ເອີ້ນໃຫ້​ຜູ້ຄົນ​ກັບ​ໃຈ ຖ້າ​ບໍ່​ດັ່ງ​ນັ້ນພວກ​ເຂົາ​ຈະ​ຕາຍ. ປະມານ 23–21 ປີ ກ່ອນ ຄ.ສ.

 ຈົ່ງ​ເບິ່ງ, ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ຫົກ​ສິບ​ເກົ້າ​ແຫ່ງ​ການ​ປົກຄອງ​ຂອງ​ຜູ້​ຕັດສິນ​ດູ​ແລ ຜູ້ຄົນ​ຂອງ​ນີ​ໄຟ, ຄືນີ​ໄຟລູກ​ຊາຍ​ຂອງ​ຮີ​ລາມັນໄດ້​ກັບ​ມາ​ຈາກ​ແຜ່ນດິນ​ທາງ​ເໜືອ ມາ​ຫາ​ແຜ່ນດິນ​ເຊ​ລາ​ເຮັມລາ.

 ເພາະວ່າ​ເພິ່ນ​ໄດ້​ອອກ​ໄປ​ຫາ​ບັນດາ​ຜູ້ຄົນ ຊຶ່ງຢູ່​ໃນ​ແຜ່ນດິນ​ທາງ​ເໜືອ, ແລະ ໄດ້​ສິດສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່ພວກ​ເຂົາ, ແລະ ໄດ້​ທຳນາຍ​ຫລາຍ​ເລື່ອງ​ຕໍ່​ພວກ​ເຂົາ;

 ແລະ ພວກ​ເຂົາ​ໄດ້​ປະຕິ​ເສດ​ຄຳ​ເວົ້າທັງ​ໝົດ​ຂອງ​ເພິ່ນ, ເຖິງ​ຂະໜາດ​ທີ່​ເພິ່ນ​ຢູ່​ໃນ​ບັນດາ​ພວກ​ເຂົາ​ບໍ່​ໄດ້, ແຕ່ໄດ້​ກັບ​ຄືນ​ມາ​ຫາ​ແຜ່ນດິນ​ອັນ​ເປັນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເພິ່ນ.

 ແລະ ໂດຍ​ທີ່ເຫັນ​ວ່າ​ຜູ້ຄົນ​ຕົກ​ຢູ່​ໃນ​ສະພາບ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ​ອັນ​ເປັນຕາ​ຢ້ານ, ແລະ ພວກ​ໂຈນ​ແກ​ດີ​ອານ​ທັນ​ເຫລົ່ານັ້ນໄດ້​ຂຶ້ນຄອງ​ບັນລັງ​ຕັດສິນ—ຍາດ​ແຍ່ງ​ເອົາ​ອຳນາດ ແລະ ສິດອຳນາດ​ຂອງ​ແຜ່ນດິນ​ໄປ; ເມີນ​ເສີຍຕໍ່​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ, ແລະ ກະທຳ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ; ແລະ ບໍ່​ໃຫ້​ຄວາມ​ຍຸດ​ຕິ​ທຳ​ແກ່​ລູກ​ຫລານ​ມະນຸດ;

 ກ່າວ​ໂຈມ​ຕີ​ຄົນ​ຊອບ​ທຳ ເພາະຄວາມ​ຊອບ​ທຳ​ຂອງ​ພວກ​ເຂົາ; ປ່ອຍ​ຄົນ​ຜິດ ແລະ ຄົນ​ຊົ່ວ​ໄປ​ໂດຍ​ບໍ່​ລົງ​ໂທດ​ເພາະເງິນ​ຂອງ​ພວກ​ເຂົາ; ແລະ ຍິ່ງ​ໄປ​ກວ່າ​ນັ້ນ ຍັງ​ໄດ້​ຢູ່​ໃນ​ຕຳ​ແໜ່ງ​ຫົວໜ້າ​ຝ່າຍ​ຜູ້​ປົກຄອງ​ເພື່ອ​ປົກຄອງ ແລະ ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ຕົນ, ເພື່ອ​ພວກ​ເຂົາ​ຈະ​ໄດ້ຫາ​ຜົນ​ປະ​ໂຫຍດ ແລະ ການ​ຍ້ອງຍໍ​ສັນລະ​ເສີນ​ທາງ​ໂລກ ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຫລິ້ນ​ຊູ້, ແລະ ລັກ​ສິ່ງ​ຂອງ, ແລະ ເຮັດ​ການ​ຄາດ​ຕະກຳ, ແລະ ເຮັດ​ຕາມຄວາມ​ປະສົງ​ຂອງ​ພວກ​ເຂົາ​ໄດ້​ຢ່າງ​ສະບາຍ—

 ບັດ​ນີ້ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ​ນີ້​ໄດ້​ມາສູ່​ຊາວ​ນີ​ໄຟ​ໃນ​ເວລາ​ບໍ່​ເທົ່າ​ໃດ​ປີ; ແລະ ເວລາ​ນີ​ໄຟ​ໄດ້​ເຫັນ​ສິ່ງ​ເຫລົ່າ​ນີ້, ໃຈ​ຂອງ​ເພິ່ນ​ກໍບວບ​ຊ້ຳດ້ວຍ​ຄວາມ​ເສົ້າ​ສະ​ຫລົດ​ຢູ່​ພາຍ​ໃນຫົວອົກ​ຂອງ​ເພິ່ນ; ແລະ ເພິ່ນ​ໄດ້​ຮ້ອງ​ຂຶ້ນດ້ວຍ​ຄວາມ​ເຈັບ​ປວດ​ຂອງ​ຈິດ​ວິນ​ຍານ​ຂອງ​ເພິ່ນ​ວ່າ:

 ໂອ້, ຖ້າ​ຫາກຂ້າພະ​ເຈົ້າ​ໄດ້​ຢູ່​ໃນ​ວັນ​ເວລາ​ຂອງ​ສະ​ໄໝ​ທີ່​ນີ​ໄຟ​ບັນພະບຸລຸດ​ຂອງ​ຂ້າພະ​ເຈົ້າຫາ​ກໍ່​ອອກ​ມາ​ຈາກ​ແຜ່ນດິນ​ເຢຣູ​ຊາເລັມ, ຂ້າພະ​ເຈົ້າກໍ​ຈະ​ປິ​ຕິ​ຍິນ​ດີ​ກັບ​ເພິ່ນ​ໃນ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ; ເພາະວ່າ​ເວລາ​ນັ້ນຜູ້ຄົນ​ຂອງ​ເພິ່ນ​ເປັນ​ຄົນ​ບອກ​ລອນ​ສອນ​ງ່າຍ, ໝັ້ນຄົງ​ທີ່​ຈະ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ, ແລະ ຊ້າ​ທີ່​ຈະ​ນຳ​ໄປ​ໃຫ້​ເຮັດ​ຄວາມ​ຊົ່ວ​ຮ້າຍ; ແລະ ພວກ​ເຂົາ​ວ່ອງ​ໄວ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າ—

 ແທ້​ຈິງ​ແລ້ວ, ຖ້າ​ຫາກ​ຂ້າພະ​ເຈົ້າ​ໄດ້​ຢູ່​ໃນ​ສະ​ໄໝ​ນັ້ນ, ແລ້ວ​ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ​ກໍ​ຄົງ​ມີ​ແຕ່​ຄວາມ​ຜາ​ສຸກ​ຢູ່​ໃນ​ຄວາມ​ຊອບ​ທຳ​ຂອງ​ພີ່​ນ້ອງ​ຂອງ​ຂ້າພະ​ເຈົ້າ.

 ແຕ່ ຈົ່ງ​ເບິ່ງ, ຂ້າພະ​ເຈົ້າຍອມຮັບ​ວ່າ ນີ້​ເປັນ​ເວລາ​ຂອງ​ຂ້າພະ​ເຈົ້າ, ແລະ ວ່າ​ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າສະຫລົດ​ໃຈ ເພາະຄວາມ​ຊົ່ວ​ຮ້າຍ​ນີ້ຂອງ​ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າ.

 10 ແລະ ຈົ່ງ​ເບິ່ງ, ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ມັນ​ເກີດ​ຂຶ້ນຢູ່​ທີ່​ຫໍ​ສູງຢູ່​ໃນ​ສວນ​ຂອງ​ນີ​ໄຟ, ຊຶ່ງຢູ່​ແຄມ​ທາງ​ຫລວງ​ທີ່​ນຳ​ໄປ​ຫາ​ຕະຫລາດ​ໃຫຍ່, ຊຶ່ງຕັ້ງຢູ່​ໃນ​ເມືອງ​ເຊ​ລາ​ເຮັມລາ; ດັ່ງນັ້ນ, ນີ​ໄຟ​ຈຶ່ງ​ໄດ້​ກົ້ມ​ຂາບ​ລົງ​ຢູ່​ເທິງ​ຫໍ​ສູງ​ຢູ່​ໃນ​ສວນ​ຂອງ​ເພິ່ນ, ຊຶ່ງ​ຫໍ​ສູງ​ນັ້ນ​ຕັ້ງຢູ່​ໃກ້​ປະຕູ​ສວນ​ແຄມ​ທາງ​ຫລວງ.

 11 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ມີ​ພວກ​ຜູ້​ຊາຍ​ຈຳນວນ​ໜຶ່ງ​ຜ່ານ​ມາ​ເຫັນ​ນີ​ໄຟ​ຢູ່​ເທິງ​ຫໍ​ສູງ​ໃນ​ຂະນະ​ທີ່​ເພິ່ນ​ກຳລັງ​ທຸ້ມ​ເທຈິດ​ວິນ​ຍານ​ຂອງ​ເພິ່ນ​ໄວ້​ກັບ​ພຣະ​ເຈົ້າ; ແລະ ພວກ​ເຂົາໄດ້​ແລ່ນ​ໄປ​ບອກ​ຜູ້ຄົນ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຫັນ, ແລະ ຜູ້ຄົນ​ກໍ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເປັນ​ຝູງ​ໃຫຍ່ ເພື່ອ​ຈະ​ໄດ້ຮູ້ຈັກ​ສາ​ເຫດ​ຂອງ​ການ​ເປັນ​ທຸກ​ອັນ​ໃຫຍ່​ຫລວງ​ເຊັ່ນນັ້ນ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້ຄົນ.

 12 ແລະ ບັດ​ນີ້, ເມື່ອ​ນີ​ໄຟ​ລຸກຂຶ້ນ ເພິ່ນ​ກໍ​ໄດ້​ເຫັນ​ຝູງ​ຊົນມາ​ເຕົ້າ​ໂຮມ​ກັນ​ຢູ່.

 13 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເພິ່ນ​ໄດ້​ເປີດ​ປາກ ແລະ ເວົ້າກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ເປັນ​ຫຍັງ​ພວກ​ທ່ານຈຶ່ງ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ນີ້? ເພື່ອ​ຂ້າພະ​ເຈົ້າຈະ​ໄດ້​ບອກພວກ​ທ່ານ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ທ່ານ​ບໍ?

 14 ແທ້​ຈິງ​ແລ້ວ, ຂ້າພະ​ເຈົ້າຂຶ້ນມາ​ເທິງ​ຫໍ​ສູງ​ນີ້​ກໍ​ເພື່ອ​ວ່າ​ຂ້າພະ​ເຈົ້າຈະ​ໄດ້​ທຸ້ມ​ເທ​ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ​ໄວ້​ກັບ​ພຣະ​ເຈົ້າຂອງ​ຂ້າພະ​ເຈົ້າ, ເພາະ​ຄວາມເສົ້າສະຫລົດ​ຍິ່ງຂອງ​ໃຈຂ້າພະ​ເຈົ້າ ຊຶ່ງ​ເປັນ​ເພາະຄວາມ​ຊົ່ວ​ຮ້າຍຂອງ​ພວກ​ທ່ານ!

 15 ແລະ ເປັນ​ຍ້ອນ​ການ​ໂສກ​ເສົ້າ ແລະ ການ​ຮ້ອງ​ໄຫ້​ຂອງ​ຂ້າພະ​ເຈົ້າ ພວກ​ທ່ານຈຶ່ງ​ໄດ້​ມາ​ເຕົ້າ​ໂຮມ​ກັນ, ແລະ ແປກ​ໃຈ; ແທ້​ຈິງ​ແລ້ວ, ພວກ​ທ່ານສົມຄວນ​ທີ່​ຈະ​ແປກ​ໃຈ; ແທ້​ຈິງ​ແລ້ວ, ພວກ​ທ່ານ​ຄວນ​ແປກ​ໃຈ ເພາະ​ພວກ​ທ່ານ​ໄດ້​ປ່ອຍ​ຕົວ​ໃຫ້​ມານ​ຄອບ​ຄອງ​ໃຈ​ຂອງ​ພວກ​ທ່ານ​ຢ່າງ​ກວ້າງ​ຂວາງ​ເຊັ່ນ​ນີ້.

 16 ແທ້​ຈິງ​ແລ້ວ, ເປັນ​ດ້ວຍ​ເຫດ​ໃດ​ພວກ​ທ່ານຈຶ່ງ​ປ່ອຍ​ຕົວ​ຂອງ​ພວກ​ທ່ານ​ໃຫ້​ແກ່​ການ​ຊັກ​ຈູງ​ຂອງ​ມັນ ຜູ້​ທີ່​ພະ​ຍາ​ຍາມທີ່​ຈະ​ເອົາ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ໂຍນ​ລົງ​ໄປສູ່​ຄວາມທຸກ​ທໍລະມານ​ອັນ​ເປັນນິດ ແລະ ໄປ​ສູ່ຄວາມ​ຈິບຫາຍ​ອັນ​ບໍ່​ມີ​ສິ້ນ​ສຸດ?

 17 ໂອ້ ພວກ​ທ່ານຈົ່ງ​ກັບ​ໃຈ, ພວກ​ທ່ານຈົ່ງ​ກັບ​ໃຈ​ເຖີດ! ເປັນ​ດ້ວຍ​ເຫດ​ໃດ​ພວກ​ທ່ານຈຶ່ງ​ຢາກ​ຕາຍ? ຈົ່ງ​ຫັນ​ມາ, ຫັນ​ມາ​ຫາ​ພຣະຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ເຖີດ. ເປັນ​ດ້ວຍ​ເຫດ​ໃດ​ພຣະ​ອົງ​ຈຶ່ງ​ປະ​ຖິ້ມ​ພວກ​ທ່ານ?

 18 ເປັນ​ຍ້ອນ​ວ່າ​ພວກ​ທ່ານ​ເຮັດ​ໃຈ​ແຂງ​ກະດ້າງ; ແທ້​ຈິງ​ແລ້ວ, ພວກ​ທ່ານບໍ່​ຟັງສຽງ​ຂອງ​ຜູ້​ລ້ຽງ​ແກະ​ທີ່​ດີ; ແທ້​ຈິງ​ແລ້ວ, ພວກ​ທ່ານ​ໄດ້ກໍ່ກວນ​ໃຫ້​ພຣະ​ອົງ​ພຣະ​ພິ​ໂລດ​ໃຫ້​ພວ​ກທ່ານ.

 19 ແລະ ຈົ່ງ​ເບິ່ງ, ແທນ​ທີ່​ຈະ​ເຕົ້າ​ໂຮມ​ພວກ​ທ່ານ, ຖ້າ​ຫາກ​ພວກ​ທ່ານບໍ່​ກັບ​ໃຈ, ຈົ່ງ​ເບິ່ງ, ພຣະ​ອົງ​ຈະ​ເຮັດ​ໃຫ້​ພວກ​ທ່ານກະ​ຈັດກະ​ຈາຍໄປ ຈົນ​ວ່າ​ພວກ​ທ່ານຈະ​ກັບກາຍ​ມາ​ເປັນ​ຕ່ອນ​ຊີ້ນ​ສຳລັບ​ໝາ ແລະ ສັດປ່າ.

 20 ໂອ້, ພວກ​ທ່ານ​ລືມ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ໄດ້​ແນວ​ໃດ ທັງໆ​ທີ່​ໃນ​ມື້​ນັ້ນ​ເອງ​ທີ່​ພຣະ​ອົງ​ໄດ້​ປົດ​ປ່ອຍ​ພວກ​ທ່ານ​ອອກ​ມາ?

 21 ແຕ່​ຈົ່ງ​ເບິ່ງ, ມັນ​ເປັນ​ໄປ​ເພື່ອ​ຫາ​ຜົນ​ປະ​ໂຫຍດ, ເພື່ອ​ໃຫ້​ຄົນ​ຍ້ອງຍໍ​ສັນລະ​ເສີນ, ແທ້​ຈິງ​ແລ້ວ, ແລະ ເພື່ອ​ພວກ​ທ່ານຈະ​ໄດ້​ຄຳ ແລະ ເງິນ. ແລະ ພວກ​ທ່ານ​ໄດ້​ໝົກ​ໝຸ້ນຢູ່​ກັບ​ຂອງມີ​ຄຸນຄ່າ ແລະ ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດຂອງ​ໂລກນີ້, ເພື່ອ​ສິ່ງ​ເຫລົ່ານັ້ນພວກ​ທ່ານ​ຈຶ່ງຂ້າ, ແລະ ປຸ້ນ​ຈີ້, ແລະ ລັກ, ແລະ ເປັນ​ພະຍານ​ເທັດປັກປຳ​ເພື່ອນບ້ານ​ໃກ້​ຄຽງ​ຂອງ​ພວກ​ທ່ານ, ແລະ ເຮັດ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະການ.

 22 ແລະ ເປັນ​ຍ້ອນ​ເຫດ​ນີ້ ຄວາມ​ຈິບ​ຫາຍ​ຈະ​ມາ​ສູ່​ພວກ​ທ່ານຖ້າ​ຫາກ​ພວກ​ທ່ານບໍ່​ກັບ​ໃຈ. ແຕ່​ຖ້າ​ຫາກ​ພວກ​ທ່ານ​ບໍ່ກັບ​ໃຈ, ຈົ່ງ​ເບິ່ງ, ເມືອງ​ໃຫຍ່​ນີ້ ແລະ ເມືອງ​ໃຫຍ່​ຕ່າງໆ​ຊຶ່ງຢູ່​ອ້ອມ​ແອ້ມ​ນີ້ ທີ່​ພວກ​ເຮົາ​ເປັນ​ເຈົ້າຂອງຈະ​ຖືກ​ຍຶດ​ເອົາ​ໄປ, ຈົນ​ວ່າ​ພວກ​ທ່ານບໍ່​ມີ​ບ່ອນຢູ່​ອາ​ໄສ; ຈົ່ງ​ເບິ່ງ, ພຣະຜູ້​ເປັນ​ເຈົ້າຈະ​ບໍ່ປະທານ​ພະ​ລັງ​ໃຫ້​ແກ່​ພວ​ກທ່ານຄື​ກັນ​ກັບ​ຕອນ​ທີ່​ພຣະ​ອົງ​ເຄີຍ​ໄດ້​ປະທານ​ມາ​ແລ້ວ​ແຕ່​ກ່ອນ ເພື່ອ​ໃຫ້​ພວກ​ທ່ານຢືນ​ຕໍ່ສູ້​ກັບ​ສັດຕູ​ຂອງ​ພວ​ກ​ທ່ານໄດ້.

 23 ເພາະ​ຈົ່ງ​ເບິ່ງ, ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ເຮົາ​ຈະ​ບໍ່​ສະ​ແດງ​ພະລັງ​ຂອງ​ເຮົາ​ແກ່​ຄົນ​ທີ່​ຊົ່ວ, ແກ່​ຄົນ​ໜຶ່ງ​ຫລາຍ​ກວ່າ​ອີກ​ຄົນ​ໜຶ່ງ, ຖ້າ​ຫາກເຂົາບໍ່ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ, ແລະ ເຊື່ອ​ຟັງ​ຄຳ​ຂອງ​ເຮົາ. ບັດ​ນີ້ດັ່ງນັ້ນ, ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າ​ເອີຍ, ຂ້າພະ​ເຈົ້າຢາກ​ໃຫ້​ພວກ​ທ່ານ​ເຫັນ​ວ່າຈະ​ເປັນ​ການ​ດີ​ສຳລັບ​ຊາວ​ເລ​ມັນ​ຫລາຍ​ກວ່າ​ພວກ​ທ່ານ ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ.

 24 ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ມີ​ຄວາມ​ຊອບ​ທຳ​ຫລາຍ​ກວ່າ​ພວ​ກ​ທ່ານ, ເພາະ​ວ່າ​ພວກ​ເຂົາ​ບໍ່​ໄດ້​ຝ່າຝືນ​ຄວາມ​ຮູ້​ອັນ​ຍິ່ງ​ໃຫຍ່ຊຶ່ງພວກ​ທ່ານໄດ້​ຮັບ​ມາ; ດັ່ງນັ້ນ ພຣະຜູ້​ເປັນ​ເຈົ້າຈະ​ເມດຕາ​ປານີ​ຕໍ່​ພວກ​ເຂົາ; ແທ້​ຈິງ​ແລ້ວ, ພຣະ​ອົງ​ຈະ​ເຮັດ​ໃຫ້​ວັນ​ເວລາ​ຂອງ​ພວກ​ເຂົາ​ຍືດຍາວ​ອອກ​ໄປ​ຕື່ມ​ອີກ ແລະ ຈະ​ເພີ່ມ​ຈຳນວນ​ລູກ​ຫລານ​ຂອງ​ພວກ​ເຂົາ​ໃຫ້​ຫລາຍ​ຂຶ້ນ, ໃນ​ຂະນະ​ທີ່​ພວກ​ທ່ານຈະ​ຖືກ​ທຳລາຍ​ໃຫ້​ໝົດສິ້ນ​ໄປ ຖ້າ​ຫາກພວກ​ທ່ານ​ບໍ່ກັບ​ໃຈ.

 25 ແທ້​ຈິງ​ແລ້ວ, ວິບັດ​ແກ່​ພວກ​ທ່ານ ເພາະຄວາມ​ໜ້າ​ກຽດ​ຊັງ​ອັນ​ໃຫຍ່​ຫລວງ​ນີ້ ຊຶ່ງມີ​ຢູ່​ໃນ​ບັນດາ​ພວກ​ທ່ານ; ແລະ ພວກ​ທ່ານ​ໄດ້​ຮ່ວມ​ຕົວ​ເຂົ້າກັບ​ມັນ, ແທ້​ຈິງ​ແລ້ວ, ພວກ​ທ່ານ​ໄດ້​ຮ່ວມ​ຕົວ​ເຂົ້າກັບ​ພັກ​ລັບ​ນັ້ນ ຊຶ່ງ​ແກ​ດີ​ອານ​ທັນ​ເປັນ​ຜູ້​ຈັດຕັ້ງຂຶ້ນ!

 26 ແທ້​ຈິງ​ແລ້ວ, ວິບັດຈະມາ​ເຖິງພວກ​ທ່ານ ເພາະ​ຄວາມ​ທະ​ນົງຕົວ ຊຶ່ງພວກ​ທ່ານຍອມ​ໃຫ້​ມັນ​ເຂົ້າມາ​ໃນ​ໃຈ​ຂອງ​ພວກ​ທ່ານ, ຈົນ​ເຮັດ​ໃຫ້​ພວກ​ທ່ານ​ໄຝ່ຝັນ​ເໜືອ​ກວ່າ​ສິ່ງ​ທີ່​ດີ​ງາມ ເພາະ​ສິ່ງມີຄ່າອັນ​ຫລວງຫລາຍ​ຂອງ​ພວກ​ທ່ານ!

 27 ແທ້​ຈິງ​ແລ້ວ, ວິບັດ​ແກ່​ພວກ​ທ່ານ ເພາະຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ທ່ານ!

 28 ແລະ ຖ້າ​ຫາກພວກ​ທ່ານບໍ່ກັບ​ໃຈ, ພວກ​ທ່ານຈະ​ຕ້ອງຕາຍ; ແທ້​ຈິງ​ແລ້ວ, ແຜ່ນດິນ​ຂອງ​ພວກ​ທ່ານຈະ​ຖືກ​ຍຶດ​ເອົາ​ໄປ ແລະ ພວກ​ທ່ານຈະ​ຖືກ​ທຳລາຍ​ໄປ​ຈາກ​ຜືນ​ແຜ່ນດິນ​ໂລກ.

 29 ຈົ່ງ​ເບິ່ງ ບັດ​ນີ້, ຂ້າພະ​ເຈົ້າ​ບໍ່​ໄດ້ກ່າວ​ດ້ວຍ​ຕົວ​ຂ້າພະ​ເຈົ້າ​ເອງ, ເພາະວ່າ​ຂ້າພະ​ເຈົ້າບໍ່​ໄດ້​ຮູ້ເລື່ອງ​ເຫລົ່າ​ນີ້ດ້ວຍ​ຕົວ​ຂ້າພະ​ເຈົ້າ​ເອງ; ແຕ່​ຈົ່ງ​ເບິ່ງ, ຂ້າພະ​ເຈົ້າຮູ້​ວ່າເລື່ອງ​ເຫລົ່າ​ນີ້​ເປັນຄວາມ​ຈິງ​ເພາະອົງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ກະທຳ​ໃຫ້​ຂ້າພະ​ເຈົ້າຮູ້ຈັກ, ດັ່ງນັ້ນຂ້າພະ​ເຈົ້າຈຶ່ງ​ໃຫ້​ຖ້ອຍ​ຄຳ​ວ່າ ມັນ​ຈະ​ເກີດ​ຂຶ້ນ.