ພຣະ​ຄຳ​ພີ
ຮີ​ລາ​ມັນ 8


ບົດ​ທີ 8

ບັນ​ດາ​ຜູ້​ຕັດ​ສິນ​ທີ່​ເສື່ອມ​ຊາມ​ພະ​ຍາ​ຍາມ​ທີ່​ຈະ​ຍຸ​ຍົງ​ຜູ້​ຄົນ​ໃຫ້​ຕໍ່​ຕ້ານ​ນີໄຟ—ອັບ​ຣາ​ຮາມ, ໂມເຊ, ຊີ​ນັດ, ຊີ​ໂນກ, ອີ​ໄຊ​ອັດ, ເອຊາ​ຢາ, ເຢເຣ​ມີຢາ, ລີໄຮ, ແລະ ນີໄຟ ຕ່າງ​ກໍ​ໄດ້​ໃຫ້​ຖ້ອຍ​ຄຳ​ເຖິງ​ພຣະ​ຄຣິດ—ໂດຍ​ການ​ດົນ​ໃຈ ນີໄຟ​ປະ​ກາດ​ເຖິງ​ການ​ຄາດ​ຕະ​ກຳ​ຫົວ​ໜ້າ​ຜູ້​ຕັດ​ສິນ. ປະ​ມານ 23–21 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ນີໄຟ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ຈົ່ງ​ເບິ່ງ, ມີ​ຄົນ​ທີ່​ເປັນ​ຜູ້​ຕັດ​ສິນ​ຊຶ່ງ​ເປັນ​ຂອງ​ພັກ​ລັບ​ຂອງ​ແກ​ດີ​ອານ​ທັນ, ແລະ ພວກ​ເຂົາ​ຄຽດ​ແຄ້ນ ແລະ ພວກ​ເຂົາ​ໄດ້​ຮ້ອງ​ຂັດ​ຄ້ານ​ເພິ່ນ, ໂດຍ​ການ​ຮ້ອງ​ຕໍ່​ຜູ້​ຄົນ​ວ່າ: ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ບໍ່​ຈັບ​ເອົາ​ຄົນ​ຜູ້​ນີ້ ແລະ ເອົາ​ລາວ​ມາ​ເພື່ອ​ຈະ​ໄດ້​ກ່າວ​ໂທດ​ລາວ​ຕາມ​ຄວາມ​ຜິດ​ທີ່​ລາວ​ເຮັດ​ມາ?

2 ເປັນ​ດ້ວຍ​ເຫດ​ໃດ​ພວກ​ທ່ານ​ຍັງ​ເບິ່ງ ແລະ ຟັງ​ຄົນ​ຜູ້​ນີ້​ໝິ່ນ​ປະ​ໝາດ​ຜູ້​ຄົນ​ພວກ​ນີ້ ແລະ ຕໍ່​ຕ້ານ​ກົດ​ໝາຍ​ຂອງ​ພວກ​ເຮົາ​ຢູ່?

3 ເພາະ​ຈົ່ງ​ເບິ່ງ, ນີໄຟ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ການ​ເສື່ອມ​ໂຊມ​ຂອງ​ກົດ​ໝາຍ​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ນີໄຟ​ໄດ້​ເວົ້າ​ຫລາຍ​ເລື່ອງ​ຊຶ່ງ​ຂຽນ​ໄວ້​ບໍ່​ໄດ້; ແລະ ບໍ່​ມີ​ສິ່ງ​ໃດ​ທີ່​ເພິ່ນ​ໄດ້​ກ່າວ​ໄປ​ກົງ​ກັນ​ຂ້າມ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

4 ແລະ ຜູ້​ຕັດ​ສິນ​ເຫລົ່າ​ນັ້ນ​ຄຽດ​ແຄ້ນ​ໃຫ້​ເພິ່ນ​ຍ້ອນ​ວ່າ​ເພິ່ນ​ໄດ້ ເວົ້າ​ຢ່າງ​ແຈ່ມ​ແຈ້ງ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ວຽກ​ງານ​ລັບ​ແຫ່ງ​ຄວາມ​ມືດ​ຂອງ​ພວກ​ເຂົາ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຍັງ​ບໍ່​ກ້າ​ຈັບ​ເພິ່ນ​ເພາະ​ຄວາມ​ຢ້ານ​ກົວ​ວ່າ​ຜູ້​ຄົນ​ຈະ​ຮ້ອງ​ຂັດ​ຄ້ານ​ພວກ​ເຂົາ.

5 ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຮ້ອງ​ຕໍ່​ຜູ້​ຄົນ, ມີ​ຄວາມ​ວ່າ: ດ້ວຍ​ເຫດ​ໃດ​ພວກ​ທ່ານ​ຈຶ່ງ​ຍອມ​ໃຫ້​ຄົນ​ຜູ້​ນີ້​ໝິ່ນ​ປະ​ໝາດ​ພວກ​ເຮົາ? ເພາະ​ຈົ່ງ​ເບິ່ງ, ລາວ​ໄດ້​ກ່າວ​ໂທດ​ໃສ່​ຜູ້​ຄົນ​ພວກ​ນີ້​ທັງ​ໝົດ​ຈົນ​ເຖິງ​ຄວາມ​ພິນາດ; ແທ້​ຈິງ​ແລ້ວ, ແລະ ເວົ້າ​ວ່າ​ເມືອງ​ໃຫຍ່​ເຫລົ່າ​ນີ້​ຂອງ​ພວກ​ເຮົາ​ຈະ​ຖືກ​ຍຶດ​ເອົາ​ໄປ​ຈາກ​ພວກ​ເຮົາ​ນຳ​ອີກ, ວ່າ​ພວກ​ເຮົາ​ຈະ​ບໍ່​ມີ​ບ່ອນ​ຢູ່​ອາ​ໄສ​ໃນ​ນັ້ນ.

6 ແລະ ບັດ​ນີ້​ພວກ​ເຮົາ​ຮູ້​ຈັກ​ວ່າ​ມັນ​ເປັນ​ໄປ​ບໍ່​ໄດ້, ເພາະ​ຈົ່ງ​ເບິ່ງ, ພວກ​ເຮົາ​ມີ​ກຳ​ລັງ​ອັນ​ເຂັ້ມ​ແຂງ, ແລະ ເມືອງ​ຂອງ​ພວກ​ເຮົາ​ກໍ​ຍິ່ງ​ໃຫຍ່, ສະນັ້ນ ສັດ​ຕູ​ຂອງ​ພວກ​ເຮົາ​ຈະ​ມີ​ກຳ​ລັງ​ເໜືອ​ກວ່າ​ພວກ​ເຮົາ​ບໍ່​ໄດ້.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຍຸ​ຍົງ​ໃຫ້​ຜູ້​ຄົນ​ຄຽດ​ແຄ້ນ​ໃຫ້​ນີໄຟ​ດັ່ງ​ນີ້, ແລະ ເຮັດ​ໃຫ້​ເກີດ​ການ​ຂັດ​ແຍ້ງ​ກັນ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ; ເພາະ​ວ່າ​ມີ​ບາງ​ຄົນ​ໄດ້​ຮ້ອງ​ຂຶ້ນ​ວ່າ, ຢ່າ​ຫຍຸ້ງ​ກັບ​ຄົນ​ຜູ້​ນີ້​ເລີຍ ເພາະ​ວ່າ​ເພິ່ນ​ເປັນ​ຄົນ​ດີ, ແລະ ເລື່ອງ​ທັງ​ໝົດ​ທີ່​ເພິ່ນ​ໄດ້​ກ່າວ​ມາ​ນັ້ນ​ຈະ​ເກີດ​ຂຶ້ນ​ຢ່າງ​ແນ່​ນອນ ຖ້າ​ຫາກ​ພວກ​ເຮົາ​ບໍ່​ກັບ​ໃຈ;

8 ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ, ການ​ຕັດ​ສິນ​ທັງ​ໝົດ​ຊຶ່ງ​ເພິ່ນ​ໄດ້​ໃຫ້​ຖ້ອຍ​ຄຳ​ແກ່​ພວກ​ເຮົາ​ຈະ​ມາ​ຫາ​ພວກ​ເຮົາ; ເພາະ​ວ່າ​ພວກ​ເຮົາ​ຮູ້​ຈັກ​ວ່າ ເພິ່ນ​ໄດ້​ໃຫ້​ຖ້ອຍ​ຄຳ​ທີ່​ຖືກ​ຕ້ອງ​ຕໍ່​ພວກ​ເຮົາ​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຮົາ. ແລະ ຈົ່ງ​ເບິ່ງ ມັນ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ, ແລະ ເພິ່ນ ຮູ້​ຈັກ​ເລື່ອງ​ທັງ​ໝົດ​ທີ່​ຈະ​ເກີດ​ກັບ​ພວກ​ເຮົາ​ເຊັ່ນ​ດຽວ​ກັບ​ທີ່​ເພິ່ນ​ຮູ້​ຈັກ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຮົາ;

9 ແທ້​ຈິງ​ແລ້ວ, ແລະ ຈົ່ງ​ເບິ່ງ, ຖ້າ​ຫາກ​ເພິ່ນ​ບໍ່​ໄດ້​ເປັນ​ສາດ​ສະ​ດາ​ແລ້ວ ເພິ່ນ​ຈະ​ບໍ່​ສາ​ມາດ​ໃຫ້​ຖ້ອຍ​ຄຳ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້​ໄດ້​ດອກ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ທີ່​ພະ​ຍາ​ຍາມ​ທຳ​ລາຍ​ນີໄຟ ຈຶ່ງ​ຖືກ​ບັງ​ຄັບ​ບໍ່​ໃຫ້​ຈັບ​ນີໄຟ ແລະ ພວກ​ເຂົາ​ບໍ່​ກ້າ​ຈັບ​ນີໄຟ​ຍ້ອນ​ວ່າ​ພວກ​ເຂົາ​ມີ​ຄວາມ​ຢ້ານ​ກົວ; ສະນັ້ນ ເພິ່ນ​ຈຶ່ງ​ເລີ່ມ​ກ່າວ​ກັບ​ພວກ​ເຂົາ​ອີກ ໂດຍ​ທີ່​ເຫັນ​ວ່າ​ເພິ່ນ​ໄດ້​ຮັບ​ຄວາມ​ນິ​ຍົມ​ໃນ​ສາຍ​ຕາ​ຂອງ​ຄົນ​ບາງ​ຄົນ ເຖິງ​ຂະ​ໜາດ​ທີ່​ຜູ້​ຄົນ​ທີ່​ເຫລືອ​ຢູ່​ນັ້ນ​ເກີດ​ມີ​ຄວາມ​ຢ້ານ​ກົວ​ຂຶ້ນ​ມາ.

11 ສະນັ້ນ ເພິ່ນ​ຈຶ່ງ​ຖືກ​ບັງ​ຄັບ​ໃຫ້​ກ່າວ​ກັບ​ພວກ​ເຂົາ​ຕື່ມ​ອີກ ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ທ່ານ​ບໍ່​ເຄີຍ​ອ່ານ​ບໍວ່າ ພຣະ​ເຈົ້າ​ໄດ້​ມອບ​ອຳນາດ​ໃຫ້​ແກ່​ຊາຍ​ຄົນ​ໜຶ່ງ ແມ່ນ​ແຕ່ໂມເຊ​ໃຫ້​ຕີ​ນ້ຳ​ໃນ ທະເລ​ແດງ ແລະ ມັນ​ກໍ​ແຍກ​ອອກ​ໄປ​ທາງ​ນັ້ນ ແລະ ທາງ​ນີ້, ເຖິງ​ຂະ​ໜາດ​ທີ່​ຊາວ​ອິດສະ​ຣາເອນ​ຜູ້​ເປັນ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ຜ່ານ​ໄປ​ເທິງ​ແຜ່ນ​ດິນ​ແຫ້ງ, ແລະ ນ້ຳ​ໄດ້​ໄຫລ​ກັບ ແລະ ຖ້ວມ​ກອງ​ທັບ​ຂອງ​ຊາວ​ເອຢິບ ແລະ ໄດ້​ກືນ​ກິນ​ພວກ​ເຂົາ​ໃຫ້​ໝົດ​ສິ້ນ​ໄປ?

12 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຖ້າ​ຫາກ​ພຣະ​ເຈົ້າ​ໄດ້​ມອບ​ອຳນາດ​ໃຫ້​ຄົນ​ຜູ້​ນີ້​ແລ້ວ ເຫດ​ໃດ​ພວກ​ທ່ານ​ຈຶ່ງ​ໂຕ້​ຖຽງ​ກັນ​ອີກ, ແລະ ກ່າວ​ວ່າ​ພຣະ​ອົງ​ບໍ່​ໄດ້​ມອບ​ອຳນາດ​ໃຫ້​ແກ່​ຂ້າ​ພະ​ເຈົ້າ ຊຶ່ງ​ໂດຍ​ອຳນາດ​ນັ້ນ ຂ້າ​ພະ​ເຈົ້າ​ຈະ​ຮູ້​ຈັກ​ກ່ຽວ​ກັບ​ການ​ຕັດ​ສິນ​ທີ່​ຈະ​ມາ​ຫາ​ພວກ​ທ່ານ ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ?

13 ແຕ່​ຈົ່ງ​ເບິ່ງ, ບໍ່​ພຽງ​ແຕ່​ພວກ​ທ່ານ​ປະ​ຕິ​ເສດ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ ແຕ່​ພວກ​ທ່ານ​ຍັງ​ໄດ້​ປະ​ຕິ​ເສດ​ຄຳ​ເວົ້າ​ທັງ​ໝົດ ຊຶ່ງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ເວົ້າ​ໄວ້, ແລະ ປະ​ຕິ​ເສດ​ຄຳ​ເວົ້າ​ຂອງ​ໂມເຊ​ຄົນ​ນີ້​ອີກ ຜູ້​ທີ່​ໄດ້​ຮັບ​ອຳນາດ​ອັນ​ຍິ່ງ​ໃຫຍ່, ແທ້​ຈິງ​ແລ້ວ, ພວກ​ທ່ານ​ໄດ້​ປະ​ຕິ​ເສດ​ຄຳ​ເວົ້າ ຊຶ່ງ​ໂມເຊ​ໄດ້​ເວົ້າ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ.

14 ແທ້​ຈິງ​ແລ້ວ, ໂມເຊ​ບໍ່​ໄດ້​ໃຫ້​ຖ້ອຍ​ຄຳ​ໄວ້​ບໍ​ວ່າ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຈະ​ສະ​ເດັດ​ມາ? ແລະ ເພິ່ນ​ໄດ້ ຍົກ​ງູ​ທອງ​ຂຶ້ນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ສັນ​ໃດ, ຜູ້​ທີ່​ຈະ​ສະ​ເດັດ​ມາ​ຈະ​ຖືກ​ຍົກ​ຂຶ້ນ​ສັນ​ນັ້ນ.

15 ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ຜູ້​ທີ່​ຫລຽວ​ເບິ່ງ​ງູ​ນັ້ນຈະ ມີ​ຊີ​ວິດ​ສັນ​ໃດ, ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຫລຽວ​ເບິ່ງ​ພຣະ​ບຸດ​ຂອງພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສັດທາ, ໂດຍ​ມີ​ວິນ​ຍານ​ທີ່​ສຳ​ນຶກ​ຜິດ​ຈະ ມີ​ຊີ​ວິດ​ສັນ​ນັ້ນ, ເຖິງ​ແມ່ນ​ຈົນ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ.

16 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ບໍ່​ແມ່ນ​ແຕ່​ໂມເຊ​ຄົນ​ດຽວ​ເທົ່າ​ນັ້ນ​ທີ່​ໄດ້​ໃຫ້​ຖ້ອຍ​ຄຳ​ກ່ຽວ​ກັບ​ເລື່ອງ​ນີ້, ແຕ່​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ຄົນ ອື່ນໆ​ກໍ​ໄດ້​ໃຫ້​ຖ້ອຍ​ຄຳ​ໄວ້​ຄື​ກັນ, ນັບ​ຕັ້ງ​ແຕ່​ວັນ​ເວລາ​ຂອງ​ເພິ່ນ​ຄືນ​ໄປ​ຫາ​ວັນ​ເວລາ​ຂອງ​ອັບ​ຣາ​ຮາມ.

17 ແທ້​ຈິງ​ແລ້ວ, ແລະ ຈົ່ງ​ເບິ່ງ, ອັບ​ຣາ​ຮາມ​ໄດ້​ເຫັນ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ, ແລະ ກໍ​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ຍິນ​ດີ ແລະ ປິ​ຕິ​ຍິນ​ດີ​ຫລາຍ.

18 ແທ້​ຈິງ​ແລ້ວ, ແລະ ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ​ບໍ່​ແມ່ນ​ແຕ່​ອັບ​ຣາ​ຮາມ​ເທົ່າ​ນັ້ນ​ທີ່​ຮູ້​ຈັກ​ເລື່ອງ​ເຫລົ່າ​ນີ້ ແຕ່​ຍັງ​ມີ ອີກ​ຫລາຍ​ທ່ານ​ຜູ້​ມີ​ຊີ​ວິດ​ກ່ອນ​ວັນ​ເວລາ​ຂອງ​ອັບ​ຣາ​ຮາມ​ຜູ້​ທີ່​ຖືກ​ເອີ້ນ​ໂດຍ ລະບຽບ​ຂອງ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ຕາມ​ລະບຽບ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ; ແລະ ມັນ​ເປັນ​ໄປ​ດັ່ງ​ນີ້ ເພື່ອ​ຈະ​ໄດ້​ສະແດງ​ໃຫ້​ຜູ້​ຄົນ​ຮູ້​ຈັກ​ໄວ້​ຫລາຍ​ພັນ​ປີ​ກ່ອນ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ, ວ່າ​ການ​ໄຖ່​ກໍ​ຈະ​ມາ​ເຖິງ​ພວກ​ເຂົາ.

19 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຮູ້​ໄວ້​ວ່າ ນັບ​ຕັ້ງ​ແຕ່​ວັນ​ເວລາ​ຂອງ​ອັບ​ຣາ​ຮາມ​ເປັນ​ຕົ້ນ​ມາ ມັນ​ໄດ້​ມີ​ສາດ​ສະ​ດາ​ຫລາຍ​ທ່ານ​ທີ່​ໄດ້​ໃຫ້​ຖ້ອຍ​ຄຳ​ເຖິງ​ເລື່ອງ​ເຫລົ່າ​ນີ້; ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ, ສາດ​ສະ​ດາ ຊີ​ນັດ​ໄດ້​ໃຫ້​ຖ້ອຍ​ຄຳ​ຢ່າງ​ກ້າ​ຫານ; ຍ້ອນ​ການ​ກະ​ທຳ​ນີ້ ເພິ່ນ​ຈຶ່ງ​ຖືກ​ຂ້າ​ຕາຍ.

20 ແລະ ຈົ່ງ​ເບິ່ງ, ຊີ​ໂນກ​ນຳ​ອີກ. ແລະ ອີ​ໄຊ​ອັດ​ນຳ​ອີກ, ແລະ ເອຊາ​ຢາ​ນຳ​ອີກ, ແລະ ເຢເຣ​ມີຢາ, (ເຢເຣ​ມີຢາ​ຄື​ສາດ​ສະ​ດາ​ຜູ້​ທີ່​ໃຫ້​ຖ້ອຍ​ຄຳ​ເຖິງ​ການ​ທຳ​ລາຍ​ຂອງ ເຢຣູ​ຊາເລັມ) ແລະ ບັດ​ນີ້​ພວກ​ເຮົາ​ຮູ້​ຈັກ​ແລ້ວ​ວ່າ ເຢຣູ​ຊາເລັມ​ໄດ້​ຖືກ​ທຳ​ລາຍ​ໄປ​ແລ້ວ​ຕາມ​ຄຳ​ເວົ້າ​ຂອງ​ເຢເຣ​ມີຢາ. ໂອ້ ເຫດ​ສັນ​ໃດ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຈະ​ບໍ່​ສະ​ເດັດ​ມາ​ຕາມ​ຄຳ​ທຳ​ນາຍ​ຂອງ​ເພິ່ນ?

21 ແລະ ບັດ​ນີ້ພວກ​ທ່ານ​ຍັງ​ຈະ​ໂຕ້​ຖຽງ​ກັນ​ຢູ່​ບໍ​ວ່າ ເຢຣູ​ຊາເລັມ​ໄດ້​ຖືກ​ທຳ​ລາຍ​ແລ້ວ​ຫລື​ບໍ່? ພວກ​ທ່ານ​ຍັງ​ຈະ​ເວົ້າ​ຢູ່​ບໍ​ວ່າ ພວກ​ລູກ​ຊາຍ​ຂອງ​ເຊ​ເດ​ກີ​ຢາບໍ່​ໄດ້​ຖືກ​ຂ້າ​ຕາຍ​ໝົດ​ທຸກ​ຄົນ ນອກ​ຈາກ ມິວ​ເລັກ​ເທົ່າ​ນັ້ນ? ແທ້​ຈິງ​ແລ້ວ, ແລະ ພວກ​ທ່ານ​ບໍ່​ເຫັນ​ບໍ​ວ່າ ລູກ​ຫລານ​ຂອງ​ເຊ​ເດ​ກີ​ຢາ​ຢູ່​ນຳ​ພວກ​ເຮົາ, ແລະ ພວກ​ເຂົາ​ໄດ້​ຖືກ​ຂັບ​ໄລ່​ອອກ​ມາ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ? ແຕ່​ຈົ່ງ​ເບິ່ງ, ນີ້​ຍັງ​ບໍ່​ໝົດ—

22 ລີໄຮ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ກໍ​ໄດ້​ຖືກ​ໄລ່​ອອກ​ມາ​ຈາກ​ເຢຣູ​ຊາເລັມ ຍ້ອນ​ວ່າ​ເພິ່ນ​ໄດ້​ໃຫ້​ຖ້ອຍ​ຄຳ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້, ແລະ ນີໄຟ​ກໍ​ໄດ້​ໃຫ້​ຖ້ອຍ​ຄຳ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້​ຄື​ກັນ, ແລະ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ເກືອບ​ທັງ​ໝົດ​ນຳ​ອີກ​ຈົນ​ລົງ​ມາ​ເຖິງ​ເວລາ​ນີ້; ແທ້​ຈິງ​ແລ້ວ, ພວກ​ເພິ່ນ​ໄດ້​ໃຫ້​ຖ້ອຍ​ຄຳ​ເຖິງ ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ, ແລະ ໄດ້​ລໍ​ຖ້າ, ແລະ ປິ​ຕິ​ຍິນ​ດີ​ໃນ​ວັນ​ເວລາ​ຂອງ​ພຣະ​ອົງ ຊຶ່ງ​ກຳ​ລັງ​ຈະ​ມາ​ເຖິງ.

23 ແລະ ຈົ່ງ​ເບິ່ງ, ພຣະ​ອົງ​ຄື​ພຣະ​ເຈົ້າ, ແລະ ພຣະ​ອົງ​ສະ​ຖິດ​ຢູ່​ນຳ​ພວກ​ເພິ່ນ, ແລະ ພຣະ​ອົງ​ໄດ້​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ພວກ​ເພິ່ນ, ວ່າ​ພວກ​ເພິ່ນ​ຖືກ​ໄຖ່​ໂດຍ​ພຣະ​ອົງ; ແລະ ພວກ​ເພິ່ນ​ໄດ້​ສັນ​ລະ​ເສີນ​ພຣະ​ອົງ​ເພາະ​ສິ່ງ​ທີ່​ຈະ​ມາ​ເຖິງ​ນັ້ນ.

24 ແລະ ບັດ​ນີ້, ໂດຍ​ທີ່​ເຫັນ​ວ່າ​ພວກ​ທ່ານ​ຮູ້​ຈັກ​ເລື່ອງ​ເຫລົ່າ​ນີ້​ແລ້ວ ແລະ ຈະ​ປະ​ຕິ​ເສດ​ມັນ​ບໍ່​ໄດ້​ນອກ​ຈາກ​ວ່າ​ພວກ​ທ່ານ​ຈະ​ເວົ້າ​ຕົວະ​ເທົ່າ​ນັ້ນ, ສະນັ້ນ ຖ້າ​ຫາກ​ພວກ​ທ່ານ​ເວົ້າ​ຕົວະ​ພວກ​ທ່ານ​ກໍ​ຈະ​ເປັນ​ຜູ້​ເຮັດ​ບາບ ຍ້ອນ​ວ່າ​ພວກ​ທ່ານ​ປະ​ຕິ​ເສດ​ເລື່ອງ​ທັງ​ໝົດ​ນີ້ ທັງໆ​ທີ່​ມີ​ຫລັກ​ຖານ​ຢູ່​ຢ່າງ​ພຽງ​ພໍ ຊຶ່ງ​ພວກ​ທ່ານ​ໄດ້​ເຫັນ​ມາ; ແທ້​ຈິງ​ແລ້ວ, ພວ​ກ​ທ່ານ​ໄດ້​ເຫັນ ທຸກ​ສິ່ງ​ທຸກ​ຢ່າງ, ທັງ​ສິ່ງ​ຢູ່​ໃນ​ສະຫວັນ, ແລະ ທັງ​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ໃນ​ໂລກ​ກໍ​ໄດ້​ເປັນ​ພະຍານ​ວ່າ ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ.

25 ແຕ່​ຈົ່ງ​ເບິ່ງ, ພວກ​ທ່ານ​ໄດ້​ປະ​ຕິ​ເສດ​ຄວາມ​ຈິງ ແລະ ກະ​ບົດ​ຕໍ່​ພຣະ​ເຈົ້າ​ຜູ້​ບໍ​ລິ​ສຸດ​ຂອງ​ພວກ​ທ່ານ ແລະ ໃນ​ເວລາ​ນີ້ ແທນ​ທີ່​ພວກ​ທ່ານ​ຈະ ສະ​ສົມ​ຊັບ​ສົມ​ບັດ​ໄວ້​ໃນ​ສະຫວັນ​ເພື່ອ​ຕົນ​ເອງ ຊຶ່ງ​ບ່ອນ​ນັ້ນ​ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ເນົ່າ​ເປື່ອຍ​ໄດ້, ແລະ ຢູ່​ບ່ອນ​ນັ້ນ​ບໍ່​ມີ​ສິ່ງ​ໃດ​ທີ່​ບໍ່​ສະອາດ​ຈະ​ເຂົ້າ​ໄປ​ໄດ້, ແຕ່​ພວກ​ທ່ານ​ກຳ​ລັງ​ກອບ​ໂກຍ​ເອົາ​ພຣະ​ພິ​ໂລດ​ໄວ້​ເພື່ອ​ຕົນ​ເອງ​ໃນ​ວັນ​ແຫ່ງ ການ​ພິ​ພາກ​ສາ.

26 ແທ້​ຈິງ​ແລ້ວ, ໃນ​ເວລາ​ນີ້ ພວກ​ທ່ານ​ກຳ​ລັງ​ສຸກ ເພາະ​ຄວາມ​ພິນາດ​ອັນ​ເປັນ​ນິດ ສຳ​ລັບ​ການ​ຄາດ​ຕະ​ກຳ​ຂອງ​ພວກ​ທ່ານ ແລະ ການ​ລ່ວງ​ປະ​ເວ​ນີ ແລະ ການ​ຊົ່ວ​ຮ້າຍ​ຂອງ​ພວກ​ທ່ານ; ແທ້​ຈິງ​ແລ້ວ, ແລະ ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ ມັນຈະ​ມາ​ເຖິງ​ພວກ​ທ່ານ​ໃນ​ບໍ່​ຊ້າ​ນີ້.

27 ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ​ບັດ​ນີ້ ມັນ​ຢູ່​ໃກ້ໆ​ປະຕູ​ຂອງ​ທ່ານ; ແທ້​ຈິງ​ແລ້ວ, ໃຫ້​ພວກ​ທ່ານ​ໄປ​ຫາ​ບັນ​ລັງ​ຕັດ​ສິນ ແລະ ຄົ້ນ​ເບິ່ງ; ແລະ ຈົ່ງ​ເບິ່ງ, ຜູ້​ຕັດ​ສິນ​ຂອງ​ພວກ​ທ່ານ​ໄດ້​ຖືກ​ລອບ​ຂ້າ ແລະ ເພິ່ນ​ກຳລັງ ນອນ​ຈົມ​ກອງ​ເລືອດ​ຂອງ​ເພິ່ນ​ຢູ່; ແລະ ເພິ່ນ​ຖືກ​ລອບ​ຂ້າ ໂດຍ​ນ້ອງ​ຊາຍ​ຂອງ​ເພິ່ນ, ຜູ້​ຊຶ່ງ​ຢາກ​ນັ່ງ​ບັນ​ລັງ​ຕັດ​ສິນ​ແທນ.

28 ແລະ ຈົ່ງ​ເບິ່ງ, ທັງ​ສອງ​ເປັນ​ຄົນ​ຂອງ​ພັກ​ລັບ​ຂອງ​ພວກ​ທ່ານ​ນັ້ນ​ເອງ, ຊຶ່ງ​ຜູ້ ຕັ້ງ​ມັນ​ຄືແກ​ດີ​ອານ​ທັນ ແລະ ມານ​ຮ້າຍ​ຜູ້​ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ຈິດ​ວິນ​ຍານ​ຂອງ​ມະນຸດ.