ຮີລາມັນ
-
ເລື່ອງລາວຂອງຊາວນີໄຟ. ສົງຄາມ ແລະ ການຂັດແຍ້ງຂອງພວກເຂົາ, ແລະ ການແຕກແຍກຂອງພວກເຂົາ. ແລະ ເລື່ອງລາວຂອງການທຳນາຍຂອງສາດສະດາຜູ້ບໍລິສຸດຫລາຍທ່ານທີ່ໄດ້ທຳນາຍໄວ້ກ່ອນການສະເດັດມາຂອງພຣະຄຣິດນຳອີກ, ຕາມບັນທຶກຂອງຮີລາມັນນຳອີກ, ຜູ້ເປັນລູກຊາຍຂອງຮີລາມັນ, ແລະ ຕາມບັນທຶກຂອງພວກລູກຊາຍຂອງເພິ່ນນຳອີກ, ຈົນມາຮອດການສະເດັດມາຂອງພຣະຄຣິດ. ແລະ ຊາວເລມັນເປັນຈຳນວນຫລວງຫລາຍໄດ້ປ່ຽນໃຈເຫລື້ອມໃສນຳອີກ. ແລະ ເລື່ອງລາວຂອງການປ່ຽນໃຈເຫລື້ອມໃສຂອງພວກເຂົາ. ເລື່ອງລາວກ່ຽວກັບຄວາມຊອບທຳຂອງຊາວເລມັນ, ແລະ ຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງຊາວນີໄຟ, ຕາມບັນທຶກຂອງຮີລາມັນ ແລະ ລູກຊາຍຂອງເພິ່ນ, ຈົນມາເຖິງການສະເດັດມາຂອງພຣະຄຣິດ, ຊຶ່ງເອີ້ນວ່າໜັງສືຮີລາມັນ, ແລະ ອື່ນໆ.
- ບົດທີ 1
ເພໂຮຣັນຜູ້ເປັນລູກຊາຍກາຍເປັນຫົວໜ້າຜູ້ຕັດສິນ ແລະ ຖືກລອບຂ້າໂດຍຄິດຄູເມັນ—ແລ້ວເພຄິວເມໄນກໍຮັບຕຳແໜ່ງບັນລັງຕັດສິນແທນ—ໂຄຣິອານທະເມີນຳພາກອງທັບເລມັນ, ຍຶດເອົາເຊລາເຮັມລາໄປ, ແລະ ຂ້າເພຄິວເມໄນ—ໂມໂຣໄນຮາຊະນະຊາວເລມັນ ແລະ ຍຶດເອົາເຊລາເຮັມລາຄືນມາ, ແລະ ໂຄຣິອານທະເມີຖືກຂ້າ. ປະມານ 52–50 ປີ ກ່ອນ ຄ.ສ.
- ບົດທີ 2
ຮີລາມັນຜູ້ເປັນລູກຊາຍຂອງຮີລາມັນກາຍເປັນຫົວໜ້າຜູ້ຕັດສິນ—ແກດີອານທັນເປັນຜູ້ນຳຂອງພັກຄິດຄູເມັນ—ຂ້າໃຊ້ຂອງຮີລາມັນຂ້າຄິດຄູເມັນ, ແລະ ພັກພວກຂອງແກດີອານທັນປົບໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ. ປະມານ 50–49 ປີ ກ່ອນ ຄ.ສ.
- ບົດທີ 3
ຊາວນີໄຟຢ່າງຫລວງຫລາຍອົບພະຍົບໄປຫາແຜ່ນດິນທາງເໜືອ—ພວກເຂົາສ້າງເຮືອນຊານດ້ວຍປູນຊີມັງ ແລະ ຂຽນບັນທຶກໄວ້ຫລາຍເລື່ອງ—ຫລາຍສິບພັນຄົນໄດ້ປ່ຽນໃຈເຫລື້ອມໃສ ແລະ ຮັບບັບຕິສະມາ—ພຣະຄຳຂອງພຣະເຈົ້ານຳພາມະນຸດໄປສູ່ຄວາມລອດ—ນີໄຟລູກຊາຍຂອງຮີລາມັນຮັບຕຳແໜ່ງເປັນຜູ້ຕັດສິນ. ປະມານ 49–39 ປີ ກ່ອນ ຄ.ສ.
- ບົດທີ 4
ຜູ້ທີ່ແຍກອອກໄປຈາກຊາວນີໄຟໄດ້ລວມກຳລັງເຂົ້າກັບຊາວເລມັນ ແລະ ຍຶດເອົາເຊລາເຮັມລາໄປ—ຊາວນີໄຟເສຍໄຊເພາະຄວາມຊົ່ວຮ້າຍຂອງພວກເຂົາ—ສາດສະໜາຈັກເສື່ອມໂຊມລົງ ແລະ ຜູ້ຄົນກັບກາຍມາເປັນຄົນອ່ອນແອຄືກັນກັບຊາວເລມັນ. ປະມານ 38–30 ປີ ກ່ອນ ຄ.ສ.
- ບົດທີ 5
ນີໄຟ ແລະ ລີໄຮອຸທິດຕົນເພື່ອສິດສອນ—ຊື່ຂອງພວກເພິ່ນເປັນສິ່ງທີ່ນຳພາໃຫ້ພວກເພິ່ນດຳເນີນຊີວິດຕາມແບບຢ່າງຂອງບັນພະບຸລຸດຂອງພວກເພິ່ນ—ພຣະຄຣິດໄຖ່ຜູ້ທີ່ກັບໃຈ—ນີໄຟ ແລະ ລີໄຮເຮັດໃຫ້ຄົນຢ່າງຫລວງຫລາຍປ່ຽນໃຈເຫລື້ອມໃສ ແລະ ພວກເພິ່ນຖືກຈັບເຂົ້າຄຸກ ແລະ ຖືກລ້ອມໄວ້ດ້ວຍໄຟ—ເມກແຫ່ງຄວາມມືດປົກຄຸມຜູ້ຄົນຈຳນວນສາມຮ້ອຍຄົນ—ແຜ່ນດິນສັ່ນສະເທືອນ ແລະ ມີສຽງບັນຊາໃຫ້ພວກເຂົາກັບໃຈ—ນີໄຟ ແລະ ລີໄຮສົນທະນາກັບເຫລົ່າທູດ, ແລະ ຝູງຊົນຖືກລ້ອມໄວ້ດ້ວຍໄຟ. ປະມານ 30 ປີ ກ່ອນ ຄ.ສ.
- ບົດທີ 6
ຊາວເລມັນຜູ້ທີ່ຊອບທຳສິດສອນຊາວນີໄຟຜູ້ທີ່ຊົ່ວ—ຜູ້ຄົນສອງຝ່າຍຈະເລີນຮຸ່ງເຮືອງຂຶ້ນໃນສະໄໝແຫ່ງສັນຕິສຸກ ແລະ ເຕັມໄປດ້ວຍຄວາມອຸດົມສົມບູນ—ລູຊິເຟີ, ຜູ້ສ້າງບາບ, ຍຸຍົງໃຈຂອງຄົນຊົ່ວ ແລະ ພວກໂຈນແກດີອານທັນໃຫ້ກະທຳການຄາດຕະກຳ ແລະ ສິ່ງທີ່ຊົ່ວຮ້າຍ—ພວກເຂົາໂຄ່ນລົ້ມຝ່າຍຜູ້ປົກຄອງຂອງຊາວນີໄຟ. ປະມານ 29–23 ປີ ກ່ອນ ຄ.ສ.
-
ຄຳທຳນາຍຂອງນີໄຟລູກຊາຍຂອງຮີລາມັນ—ພຣະເຈົ້ານາບຂູ່ຜູ້ຄົນຂອງນີໄຟວ່າ ພຣະອົງຈະສະເດັດມາຢ້ຽມຢາມພວກເຂົາດ້ວຍພຣະພິໂລດຂອງພຣະອົງ, ແລະ ຈະທຳລາຍພວກເຂົາໃຫ້ພິນາດໄປ ຖ້າຫາກພວກເຂົາບໍ່ກັບໃຈຈາກຄວາມຊົ່ວຮ້າຍຂອງພວກເຂົາ. ພຣະເຈົ້າລົງໂທດຜູ້ຄົນຂອງນີໄຟດ້ວຍພະຍາດໂລຄາ; ພວກເຂົາກັບໃຈ ແລະ ຫັນມາຫາພຣະອົງ. ຊາມູເອນຄົນເລມັນທຳນາຍແກ່ຊາວນີໄຟ.
ມີຢູ່ໃນບົດທີ 7 ຈົນເຖິງບົດທີ 16.
- ບົດທີ 7
ນີໄຟຖືກປະຕິເສດຢູ່ທາງເໜືອ ແລະ ໄດ້ກັບຄືນມາເຊລາເຮັມລາ—ເພິ່ນອະທິຖານຢູ່ເທິງຫໍສູງຢູ່ໃນສວນຂອງເພິ່ນ ແລະ ເອີ້ນໃຫ້ຜູ້ຄົນກັບໃຈ ຖ້າບໍ່ດັ່ງນັ້ນພວກເຂົາຈະຕາຍ. ປະມານ 23–21 ປີ ກ່ອນ ຄ.ສ.
- ບົດທີ 8
ບັນດາຜູ້ຕັດສິນທີ່ເສື່ອມຊາມພະຍາຍາມທີ່ຈະຍຸຍົງຜູ້ຄົນໃຫ້ຕໍ່ຕ້ານນີໄຟ—ອັບຣາຮາມ, ໂມເຊ, ຊີນັດ, ຊີໂນກ, ອີໄຊອັດ, ເອຊາຢາ, ເຢເຣມີຢາ, ລີໄຮ, ແລະ ນີໄຟ ຕ່າງກໍໄດ້ໃຫ້ຖ້ອຍຄຳເຖິງພຣະຄຣິດ—ໂດຍການດົນໃຈ ນີໄຟປະກາດເຖິງການຄາດຕະກຳຫົວໜ້າຜູ້ຕັດສິນ. ປະມານ 23–21 ປີ ກ່ອນ ຄ.ສ.
- ບົດທີ 9
ພວກໄປເອົາຂ່າວພົບຫົວໜ້າຜູ້ຕັດສິນຕາຍຄາບັນລັງຕັດສິນ—ຜູ້ໄປເອົາຂ່າວຖືກຈັບເຂົ້າຄຸກ ແລະ ພາຍລຸນມາຖືກປ່ອຍຕົວໄປ—ໂດຍການດົນໃຈ ນີໄຟຮູ້ຈັກວ່າ ຊີອານທຳເປັນຄາດຕະກອນ—ຫລາຍຄົນຮັບຮູ້ວ່ານີໄຟເປັນສາດສະດາ. ປະມານ 23–21 ປີ ກ່ອນ ຄ.ສ.
- ບົດທີ 10
ພຣະຜູ້ເປັນເຈົ້າປະທານອຳນາດແຫ່ງການຜະນຶກໃຫ້ແກ່ນີໄຟ—ເພິ່ນມີອຳນາດທີ່ຈະມັດ ແລະ ແກ້ຢູ່ໃນແຜ່ນດິນໂລກ ແລະ ຢູ່ໃນສະຫວັນ—ເພິ່ນສັ່ງໃຫ້ຜູ້ຄົນກັບໃຈ ຖ້າບໍ່ດັ່ງນັ້ນພວກເຂົາຈະຕາຍ—ພຣະວິນຍານນຳພາເພິ່ນຈາກຝູງຊົນກຸ່ມໜຶ່ງໄປຫາຝູງຊົນອີກກຸ່ມໜຶ່ງ. ປະມານ 21–20 ປີ ກ່ອນ ຄ.ສ.
- ບົດທີ 11
ນີໄຟທູນຂໍໃຫ້ພຣະຜູ້ເປັນເຈົ້າປ່ຽນໃຫ້ມີຄວາມອຶດຢາກແທນສົງຄາມ—ຫລາຍຄົນໄດ້ຕາຍໄປ—ພວກເຂົາກັບໃຈ, ແລະ ນີໄຟອ້ອນວອນຕໍ່ພຣະຜູ້ເປັນເຈົ້າໃຫ້ຝົນຕົກລົງມາ—ນີໄຟ ແລະ ລີໄຮໄດ້ຮັບການເປີດເຜີຍຫລາຍຢ່າງ—ພວກໂຈນແກດີອານທັນສ້າງທີ່ໝັ້ນຂອງພວກເຂົາຢູ່ໃນແຜ່ນດິນ. ປະມານ 20–6 ປີ ກ່ອນ ຄ.ສ.
- ບົດທີ 12
ມະນຸດບໍ່ໝັ້ນຄົງ ແລະ ໂງ່ຈ້າ ແລະ ວ່ອງໄວທີ່ຈະເຮັດຄວາມຊົ່ວ—ພຣະຜູ້ເປັນເຈົ້າລົງໂທດຜູ້ຄົນຂອງພຣະອົງ—ມະນຸດບໍ່ມີຄຸນຄ່າຫຍັງເລີຍຖ້າຈະປຽບທຽບໃສ່ກັບອຳນາດຂອງພຣະເຈົ້າ—ໃນວັນແຫ່ງການພິພາກສາ, ມະນຸດຈະໄດ້ຮັບຊີວິດອັນເປັນນິດ ຫລື ໄດ້ຮັບການສາບແຊ່ງອັນເປັນນິດ. ປະມານ 6 ປີ ກ່ອນ ຄ.ສ.
-
ຄຳທຳນາຍຂອງຊາມູເອນຄົນເລມັນທີ່ໃຫ້ໄວ້ກັບຊາວນີໄຟ.
ມີຢູ່ໃນບົດທີ 13 ຈົນເຖິງບົດທີ 15.
- ບົດທີ 13
ຊາມູເອນຄົນເລມັນທຳນາຍເຖິງການທຳລາຍຂອງຊາວນີໄຟຖ້າຫາກພວກເຂົາບໍ່ກັບໃຈ—ພວກເຂົາ ແລະ ຂອງມີຄ່າຂອງພວກເຂົາຖືກສາບແຊ່ງ—ພວກເຂົາປະຕິເສດ ແລະ ແກວ່ງກ້ອນຫີນໃສ່ສາດສະດາ, ຖືກຫຸ້ມລ້ອມໄວ້ດ້ວຍວິນຍານຮ້າຍ, ແລະ ສະແຫວງຫາຄວາມສຸກໃນການເຮັດສິ່ງທີ່ຊົ່ວຮ້າຍ. ປະມານ 6 ປີ ກ່ອນ ຄ.ສ.
- ບົດທີ 14
ຊາມູເອນເວົ້າໄວ້ກ່ຽວກັບຄວາມແຈ້ງໃນຍາມກາງຄືນ ແລະ ດາວດວງໃໝ່ທີ່ປະກົດຂຶ້ນໃນເວລາທີ່ພຣະຄຣິດກຳເນີດ—ພຣະຄຣິດໄຖ່ມະນຸດຈາກຄວາມຕາຍທາງໂລກ ແລະ ທາງວິນຍານ—ເຄື່ອງໝາຍຂອງການສິ້ນພຣະຊົນຂອງພຣະອົງລວມທັງສາມມື້ແຫ່ງຄວາມມືດ, ການພັງທະລາຍຂອງກ້ອນຫີນ, ແລະ ການທຳລາຍຢ່າງຮ້າຍແຮງຂອງທຳມະຊາດ. ປະມານ 6 ປີ ກ່ອນ ຄ.ສ.
- ບົດທີ 15
ພຣະຜູ້ເປັນເຈົ້າລົງໂທດຊາວນີໄຟເພາະພຣະອົງຮັກພວກເຂົາ—ຊາວເລມັນທີ່ປ່ຽນໃຈເຫລື້ອມໃສມີສັດທາອັນໝັ້ນຄົງ ແລະ ແນ່ວແນ່—ພຣະຜູ້ເປັນເຈົ້າຈະເມດຕາຊາວເລມັນໃນຍຸກສຸດທ້າຍ. ປະມານ 6 ປີ ກ່ອນ ຄ.ສ.
- ບົດທີ 16
ຊາວນີໄຟຜູ້ທີ່ເຊື່ອຊາມູເອນໄດ້ຮັບບັບຕິສະມາໂດຍນີໄຟ—ຊາມູເອນບໍ່ສາມາດຖືກຂ້າໂດຍລູກທະນູ ແລະ ກ້ອນຫີນຂອງຊາວນີໄຟທີ່ບໍ່ກັບໃຈ—ບາງຄົນເຮັດໃຈແຂງກະດ້າງ, ແລະ ບາງຄົນໄດ້ເຫັນເຫລົ່າທູດ—ພວກທີ່ບໍ່ເຊື່ອເວົ້າວ່າມັນບໍ່ມີເຫດຜົນເລີຍທີ່ຈະເຊື່ອໃນພຣະຄຣິດ ແລະ ການສະເດັດມາຂອງພຣະອົງໃນເຢຣູຊາເລັມ. ປະມານ 6–1 ປີ ກ່ອນ ຄ.ສ.