ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ພີ​ອັນ​ສັກສິດ​ຄຽງຄູ່​ກັບ​ພຣະ​ຄຣິສຕະທຳ​ຄຳ​ພີ. ມັນ​ເປັນ​ບັນທຶກ​ການ​ພົວພັນ​ຂອງ​ພຣະ​ເຈົ້າ​ກັບ​ຜູ້​ຄົນ​ໃນ​ອາ​ເມ​ຣິ​ກາ​ໃນ​ສະ​ໄໝ​ໂບ​ຮານ ແລະ ປະກອບ​ດ້ວຍ​ຄວາມ​ສົມບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນນິດ.

 ພຣະ​ຄຳ​ພີ​ເຫລັ້ມ​ນີ້​ຖືກ​ຂຽນ​ໄວ້​ໂດຍ​ສາດສະດາ​ຫລາຍໆ​ທ່ານ​ໃນ​ສະ​ໄໝ​ໂບຮານ ໂດຍ​ວິນ​ຍານ​ແຫ່ງ​ການ​ທຳນາຍ ແລະ ການ​ເປີດ​ເຜີຍ. ຖ້ອຍ​ຄຳ ຫລື ອັກຂະ​ລະ​ໃນ​ແຜ່ນ​ຈາລຶກ​ທອງຄຳ​ແມ່ນ​ຖືກ​ຂຽນ ແລະ ກ່າວ​ເຖິງ ແລະ ຫຍໍ້​ໂດຍ​ສາດສະດາ-ນັກ​ປະຫວັດສາດ​ຊື່ວ່າ ມໍ​ມອນ. ບັນທຶກ​ນີ້​ໃຫ້​ເລື່ອງ​ລາວ​ຂອງ​ຄົນ​ສອງ​ເຜົ່າ, ເຜົ່າ​ໜຶ່ງ​ມາ​ຈາກ​ເຢຣູ​ຊາເລັມ​ໃນ​ສະ​ໄໝ 600 ປີ ກ່ອນ​ຄິດ​ຕະສັກ​ກະ​ລາດ. ຫລັງ​ຈາກ​ນັ້ນ ຄົນ​ເຫລົ່າ​ນີ້​ໄດ້​ແຍກ​ອອກ​ເປັນ​ສອງ​ປະຊາ​ຊາດ​ເທົ່າ​ທີ່​ຮູ້​ກັນ​ວ່າ ຊາວ​ນີ​ໄຟ​ກັບ​ຊາວ​ເລ​ມັນ. ອີກ​ເຜົ່າ​ໜຶ່ງ​ທີ່​ມາ​ຮອດ​ກ່ອນ​ເມື່ອ​ພຣະຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ພາສາ​ຂອງ​ມະນຸດ​ສັບສົນ​ທີ່​ສ້າງ​ຫໍ​ບາ​ເບັນ. ເຜົ່າ​ນີ້​ໄດ້​ຮູ້​ກັນ​ວ່າ ຊາວ​ຢາ​ເຣັດ. ຫລັງ​ຈາກ​ຫລາຍ​ພັນ​ປີຜ່ານ​ໄປ, ພວກ​ເຂົາ​ຖືກ​ທຳລາຍ​ໝົດ​ນອກ​ຈາກ​ຊາວ​ເລ​ມັນ​ເທົ່າ​ນັ້ນທີ່​ຍັງ​ເຫລືອຢູ່ ຊຶ່ງ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ອິນ​ເດຍ​ແດງ.

 ເຫດການ​ທັງ​ໝົດ​ທີ່​ບັນທຶກ​ໄວ້​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ນັ້ນ ເປັນ​ການ​ປະຕິບັດ​ສາ​ດສະ​ໜາ​ກິດ​ສ່ວນ​ຕົວ​ຂອງ​ອົງ​ພຣະເຢຊູ​ຄຣິດ​ເຈົ້າ​ຕໍ່​ບັນດາ​ຊາວ​ນີ​ໄຟ​ບໍ່​ນານ​ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະ​ອົງ. ມັນ​ໄດ້​ເວົ້າ​ເຖິງ​ຄຳ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ແຜນ​ແຫ່ງ​ຄວາມ​ລອດ ແລະ ບອກ​ມະນຸດ​ທຸກ​ຄົນ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ຄວນ​ເຮັດ​ເພື່ອ​ຈະ​ໄດ້​ຮັບ​ສັນຕິ​ສຸກ​ໃນ​ຊີວິດ​ນີ້ ແລະ ຄວາມ​ລອດ​ນິລັນ​ດອນ​ໃນ​ຊີວິດ​ທີ່​ຈະ​ມາ​ເຖິງ.

 ຫລັງ​ຈາກ​ມໍ​ມອນ​ຈົບ​ບັນທຶກ​ການ​ຂຽນ​ຂອງ​ເພິ່ນ​ແລ້ວ, ເພິ່ນ​ໄດ້​ມອບ​ບັນທຶກ​ໃຫ້​ແກ່​ລູກ​ຊາຍ​ຂອງ​ເພິ່ນ​ຜູ້ມີ​ຊື່ວ່າ ໂມ​ໂຣ​ໄນ. ເພິ່ນ​ໄດ້​ເພີ່ມ​ເຕີມ​ຄຳ​ເວົ້າ​ເລັກ​ໜ້ອຍ ແລ້ວ​ໄດ້​ເຊື່ອງ​ແຜ່ນ​ຈາລຶກ​ໄວ້​ໃນ​ເນີນ​ພູ​ຄູ​ໂມ​ຣາ. ຕໍ່​ມາ​ໃນ​ວັນ​ທີ 21 ເດືອນກັນຍາ, 1823, ໂມ​ໂຣ​ໄນ​ຜູ້​ດຽວ​ກັນ​ນີ້​ໄດ້​ມາ​ປະກົດ​ຕົວ​ໂດຍ​ລັດສະໝີ​ພາບ​ຫລັງ​ຈາກ​ໄດ້​ຟື້ນ​ຄືນ​ຊີວິດ​ຕໍ່​ສາດສະດາ​ໂຈ​ເຊັບ ສະ​ມິດ ແລະ ແນະນຳ​ເພິ່ນກ່ຽວ​ກັບ​ບັນທຶກ​ຂອງ​ສະ​ໄໝ​ໂບຮານ​ເພື່ອ​ປະສົງ​ໃຫ້​ເພິ່ນ​ແປ​ມັນ​ເປັນ​ພາສາ​ອັງກິດ.

 ເມື່ອ​ເຖິງ​ເວລາ​ແຜ່ນ​ຈາລຶກ​ໄດ້​ຖືກ​ມອບ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ ເປັນ​ຜູ້​ແປ​ໂດຍ​ຜ່ານ​ຂອງ​ປະທານ ແລະ ອຳນາດ​ຂອງ​ພຣະ​ເຈົ້າ. ປະຈຸ​ບັນ​ນີ້​ບັນທຶກ​ດັ່ງກ່າວ​ນີ້​ໄດ້​ຖືກ​ພິມ​ເປັນ​ຫລາຍ​ພາສາ ຊຶ່ງ​ເປັນ​ພະຍານ​ໃໝ່ ແລະ ເພີ່ມ​ເຕີມ​ວ່າ ພຣະ​ເຢຊູ​ຄຣິດ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ແລະ ທຸກ​ຄົນ​ທີ່​ມາ​ຫາ​ພຣະ​ອົງ ແລະ ເຊື່ອ​ຟັງ​ກົດ ແລະ ພິທີການ​ຕ່າງໆ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຈະ​ໄດ້​ຮັບ​ຄວາມ​ລອດ.

 ກ່ຽວ​ກັບ​ບັນທຶກ​ດັ່ງກ່າວ​ນີ້ ສາດສະດາ​ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ໄວ້​ວ່າ: ຂ້າພະ​ເຈົ້າ​ໄດ້​ບອກ​ພີ່ນ້ອງ​ທຸກ​ຄົນ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ພີ​ທີ່​ຖືກຕ້ອງ​ທີ່​ສຸດ​ໃນ​ໂລກ​ເໜືອ​ກວ່າ​ພຣະ​ຄຳ​ພີ​ໃດໆ ແລະ ມັນ​ເປັນ​ທັງ​ຫລັກ​ສີລາ​ສຳຄັນ ຂອງ​ສາ​ດສະໜາ​ຂອງ​ພວກ​ເຮົາ ແລະ ມະນຸດ​ທຸກ​ຄົນ​ຈະ​ໄດ້​ເຂົ້າ​ໃກ້​ພຣະ​ເຈົ້າ​ໂດຍ​ການ​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ພຣະ​ຄຳ​ພີ​ນີ້​ຫລາຍ​ກວ່າ​ປະຕິບັດ​ຕາມ​ໜັງສື​ເຫລັ້ມ​ອື່ນໆ.

 ນອກ​ຈາກ​ໂຈ​ເຊັບ ສະ​ມິດ ໄດ້​ເຫັນ​ແຜ່ນ​ຈາລຶກ​ນີ້​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ໃຫ້​ສິບ​ເອັດ​ຄົນ​ເຫັນ​ນຳ​ອີກ ເພື່ອ​ໃຫ້​ເປັນ​ພະຍານ​ເຖິງ​ຄວາມ​ຈິງ ແລະ ເຖິງ​ຄວາມ​ສັກສິດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ນີ້. ພວກ​ເພິ່ນໄດ້​ຂຽນ​ປະຈັກ​ພະຍານ​ໄວ້​ເປັນ​ລາຍ​ລັກ​ອັກ​ສອນ ເຊັ່ນ “ປະຈັກ​ພະຍານ​ຂອງ​ພະຍານ​ສາມ​ຄົນ” ແລະ “ປະຈັກ​ພະຍານ​ຂອງ​ພະຍານ​ແປດ​ຄົນ.”

 ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ທຸກ​ຄົນ​ທີ່​ຢູ່​ທຸກ​ແຫ່ງ​ຫົນ​ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ແລະ ໃຫ້​ໄຕ່ຕອງ​ໃນ​ໃຈ​ເຖິງ​ເລື່ອງ​ລາວ​ຕ່າງໆ​ທີ່​ມີ​ໃນ​ນັ້ນ ແລ້ວ​ທູນ​ຖາມ​ພຣະ​ເຈົ້າ ພຣະ​ບິດາ​ຜູ້​ສະຖິດ​ນິລັນດອນ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ ຖ້າ​ພຣະ​ຄຳ​ພີ​ນີ້​ເປັນຄວາມ​ຈິງ​ຫລື​ບໍ່. ຜູ້​ໃດ​ທີ່​ປະຕິບັດ​ຕາມ​ພຣະ​ຄຳ​ພີ​ນີ້ ແລະ ທູນ​ຖາມ​ດ້ວຍ​ສັດທາ ຜູ້ນັ້ນຈະ​ໄດ້​ຮັບ​ປະຈັກ​ພະຍານ​ເຖິງ​ຄວາມ​ຈິງ ແລະ ຄວາມ​ສັກສິດ​ຂອງ​ມັນ ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ (ເບິ່ງ ໂມ​ໂຣ​ໄນ 10:3–5).

 ຜູ້​ທີ່​ໄດ້ຮັບພະຍານ​ອັນ​ສັກສິດ​ຈາກ​ພຣະ​ວິນ​ຍານ​ບໍລິສຸດ​ນີ້​ຈະ​ໄດ້​ຮູ້ຈັກ​ດ້ວຍ​ອຳນາດ​ດຽວ​ກັນ​ວ່າ ພຣະ​ເຢຊູ​ຄຣິດ​ຄື​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ, ວ່າ​ໂຈ​ເຊັບ ສະ​ມິດ ເປັນ​ຜູ້​ເປີດ​ເຜີຍ ແລະ ເປັນ​ສາດສະດາ​ຂອງ​ພຣະ​ອົງ​ໃນ​ຍຸກ​ສຸດ​ທ້າຍ​ນີ້ ແລະ​ວ່າ​ສາ​ດສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່ພົນ​ຍຸກ​ສຸດ​ທ້າຍ​ເປັນ​ອານາຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ໄດ້​ຖືກ​ສະຖາ​ປະນາ​ຂຶ້ນຢູ່​ເທິງ​ແຜ່ນດິນ​ໂລກ, ຕຽມ​ພ້ອມ​ໄວ້​ເພື່ອ​ການສະ​ເດັດ​ມາ​ຄັ້ງທີ​ສອງ​ຂອງ​ພຣະ​ເມ​ຊີ​ອາ.

ປະຈັກ​ພະຍານ​ຂອງ​ພະຍານ​ສາມ​ຄົນ

 ຂໍ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ທຸກ​ປະຊາ​ຊາດ, ທຸກ​ຕະກຸນ, ທຸກ​ພາສາ, ແລະ ທຸກ​ຜູ້​ຄົນທັງ​ປວງ​ແກ່​ຜູ້​ທີ່​ວຽກ​ງານ​ນີ້ຈະ​ມາ​ເຖິງ​ວ່າ: ໂດຍ​ທາງພຣະ​ຄຸນຂອງ​ພຣະ​ເຈົ້າ​ພຣະ​ບິດາ ແລະ ອົງພຣະ​ເຢຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຈຶ່ງ​ໄດ້​ເຫັນ​ແຜ່ນ​ຈາລຶກ​ຊຶ່ງມີ​ບັນທຶກນີ້​ຢູ່, ຊຶ່ງ​ເປັນ​ບັນທຶກ​ຂອງ​ຜູ້​ຄົນ​ຂອງ​ຊາວ​ນີ​ໄຟ ແລະ ຂອງ​ຊາວ​ເລ​ມັນ, ຊຶ່ງ​ເປັນ​ພີ່ນ້ອງ​ຂອງ​ພວກ​ເຂົາ​ເອງ, ແລະ ຂອງ​ຜູ້​ຄົນ​ຂອງ​ຊາວ​ຢາ​ເຣັດ ຊຶ່ງ​ເປັນ​ຜູ້​ມາ​ຈາກ​ຫໍ​ສູງ​ທີ່​ກ່າວ​ເຖິງ ແລະ ພວກ​ເຮົາ​ຮູ້​ອີກ​ວ່າ ມັນ​ຖືກ​ແປ​ອອກ​ມາ​ໂດຍ​ຂອງ​ປະທານ ແລະ ອຳນາດ​ຂອງ​ພຣະ​ເຈົ້າ ເພາະ​ສຸລະສຽງ​ຂອງ​ພຣະ​ອົງ​ໄດ້​ປະກາດ​ມັນ​ໃຫ້​ພວກ​ເຮົາ​ຮູ້. ດັ່ງນັ້ນ ພວກ​ເຮົາ​ຈຶ່ງ​ຮູ້​ແນ່ນອນ​ວ່າ ວຽກ​ງານ​ນີ້​ເປັນຄວາມ​ຈິງ ແລະ ພວກ​ເຮົາ​ຂໍ​ເປັນ​ພະຍານ​ອີກ​ວ່າ ພວກ​ເຮົາ​ໄດ້​ເຫັນ​ອັກຂະ​ລະ ຊຶ່ງຢູ່​ໃນ​ແຜ່ນຈາລຶກ​ນັ້ນ ແລະ ມັນ​ຖືກສະ​ແດງ​ແກ່​ພວກ​ເຮົາ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ ແລະ ບໍ່​ແມ່ນ​ຂອງ​ມະນຸດ. ພວກ​ເຮົາ​ປະກາດ​ດ້ວຍ​ຖ້ອຍ​ຄຳ​ທີ່​ມີ​ສະຕິ​ສຳ​ປະຊັນ​ຍະ​ວ່າ ທູດ​ອົງ​ໜຶ່ງ​ຂອງ​ພຣະ​ເຈົ້າ​ໄດ້​ລົງ​ມາ​ຈາກ​ສະຫວັນ ແລະ ເພິ່ນ​ໄດ້​ນຳ​ມັນ​ມາ​ວາງ​ຢູ່​ຕໍ່ໜ້າ​ຂອງ​ພວກ​ເຮົາ, ວ່າ​ພວກ​ເຮົາ​ເຫັນ ແລະ ເບິ່ງ​ແຜ່ນ​ຈາລຶກ ແລະ ອັກຂະ​ລະ​ທີ່​ຢູ່​ໃນ​ນັ້ນ, ແລະ ພວກ​ເຮົາ​ຮູ້​ວ່າ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ພຣະ​ບິດາ ແລະ ອົງພຣະ​ເຢຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຈຶ່ງ​ເຫັນ ແລະ ເປັນ​ພະຍານ​ວ່າ ສິ່ງ​ເຫລົ່າ​ນີ້ເປັນຄວາມ​ຈິງ ແລະ ເປັນ​ສິ່ງ​ທີ່​ອັດສະຈັນ​ຕໍ່​ສາຍຕາ​ຂອງ​ພວກ​ເຮົາ. ຢ່າງ​ໃດ​ກໍ​ຕາມ ສຸລະສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ພວກ​ເຮົາ​ໃຫ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່າ​ນີ້; ດັ່ງນັ້ນ ເພື່ອ​ປະຕິບັດ​ຕາມ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ, ພວກ​ເຮົາ​ຈຶ່ງ​ສະແດງ​ປະຈັກ​ພະຍານ​ເຖິງ​ສິ່ງ​ເຫລົ່າ​ນີ້ ແລະ ພວກ​ເຮົາ​ຮູ້​ວ່າ ຖ້າ​ຫາກ​ພວກ​ເຮົາ​ມີ​ສັດທາ​ໃນ​ພຣະ​ຄຣິດ, ແລ້ວພວກ​ເຮົາ​ຈະ​ກຳຈັດ​ເລືອດ​ຂອງ​ມະນຸດທັງ​ປວງ​ອອກ​ຈາກ​ອາພອນ​ຂອງພວກ​ເຮົາ ແລະ ຈະ​ຖືກ​ພົບ​ວ່າ​ບໍ່​ມີ​ມົນທິນ​ຢູ່​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະ​ຄຣິດ ແລະ ຈະ​ຢູ່​ກັບ​ພຣະ​ອົງ​ໃນ​ສະຫວັນ​ຊົ່ວ​ນິລັນດອນ ແລະ ຂໍ​ເທີດທູນ​ພຣະ​ກຽດຕິຍົດ​ແດ່​ພຣະ​ບິດາ ແລະ ແດ່​ພຣະ​ບຸດ ແລະ ແດ່​ພຣະ​ວິນ​ຍານ​ບໍລິສຸດ ຊຶ່ງ​ເປັນ​ພຣະ​ເຈົ້າ​ອົງ​ດຽວ​ກັນ, ອາ​ແມນ.

 

ອໍ​ລີ​ເວີ ຄາວ​ເດີ​ຣີ
ເດ​ວິດ ວິດ​ເມີ
ມາ​ຕິນ ແຮ​ຣິສ

ປະຈັກ​ພະຍານ​ຂອງ​ພະຍານ​ແປດ​ຄົນ

 ຂໍ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ທຸກ​ປະຊາ​ຊາດ, ທຸກ​ຕະກຸນ, ທຸກ​ພາສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ ແກ່​ຜູ້​ທີ່​ວຽກ​ງານ​ນີ້​ຈະ​ມາ​ເຖິງ​ວ່າ: ໂຈ​ເຊັບ ສະ​ມິດ ຈູ​ເນຍ ຜູ້​ແປ​ວຽກ​ງານ​ນີ້​ໄດ້​ສະ​ແດງ​ແຜ່ນ​ຈາລຶກ​ທີ່​ກ່າວ​ເຖິງ​ຕໍ່​ພວກ​ເຮົາ ຊຶ່ງ​ເບິ່ງ​ແລ້ວ​ເປັນ​ທອງຄຳ ແລະ ຫລາຍ​ຕໍ່​ຫລາຍ​ແຜ່ນ ສະ​ມິດຜູ້​ນີ້​ແປ​ແລ້ວ ພວກ​ເຮົາ​ໄດ້​ຈັບບາຍ​ດ້ວຍ​ມື​ຂອງ​ພວກ​ເຮົາ ແລະ ພວກ​ເຮົາ​ໄດ້​ເຫັນ​ອັກຂະ​ລະ​ຢູ່​ໃນ​ແຜ່ນ​ນັ້ນອີກ ຊຶ່ງທັງ​ໝົດ​ນັ້ນ​ເບິ່ງ​ແລ້ວ​ເປັນ​ວຽກງານ​ຂອງ​ສະ​ໄໝໂບຮານ ແລະ ເປັນ​ຝີ​ມື​ທີ່​ແປກ​ປະຫລາດ ແລະ ການ​ນີ້​ພວກ​ເຮົາ​ເປັນ​ພະຍານ​ດ້ວຍ​ຖ້ອຍ​ຄຳ​ທີ່​ມີ​ສະຕິ​ສຳ​ປະຊັນ​ຍະ​ວ່າ ສະ​ມິດ​ຜູ້​ນີ້​ສະ​ແດງ​ຕໍ່​ພວກ​ເຮົາ ເພາະ​ພວກ​ເຮົາ​ໄດ້​ເຫັນ ແລະ ຈັບ​ຍົກ​ຂຶ້ນ ແລະ ຮູ້​ແນ່ນອນ​ວ່າ ສະມິດ​ຜູ້​ນີ້​ມີ​ແຜ່ນ​ຈາລຶກ​ທີ່​ພວກ​ເຮົາ​ກ່າວ​ເຖິງ ແລະ ພວກ​ເຮົາ​ໃຫ້​ຊື່​ຂອງ​ພວກ​ເຮົາ​ໄວ້​ຕໍ່​ໂລກ​ເພື່ອ​ເປັນ​ພະຍານ​ຕໍ່​ໂລກ​ເຖິງ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ ແລະ ພຣະ​ເຈົ້າ​ເປັນ​ພະຍານ​ວ່າ ພວກ​ເຮົາ​ບໍ່​ໄດ້​ເວົ້າຕົວະ.

 

ຄຣິດ​ສະ​ຕຽນ ວິດ​ເມີ
ເຈ​ຄອບ ວິດ​ເມີ
ປີ​ເຕີ ວິດ​ເມີ ຈູ​ເນຍ
ຈອນ ວິດ​ເມີ
ໄຮຣຳ ເພຈ
ໂຈ​ເຊັບ ສະມິດ ຊີ​ເຍຍ
ໄຮຣຳ ສະມິດ
ຊາ​ມູ​ເອນ ​ເອັຈ ສະ​ມິດ

ປະຈັກ​ພະຍານ​ຂອງ​ສາດສະດາ​ໂຈ​ເຊັບ ສະ​ມິດ

 ຄຳ​ເວົ້າຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ກ່ຽວ​ກັບ​ການ​ນຳ​ເອົາ​ພຣະ​ຄຳ​ພີ​ມໍ​ມອນ​ອອກ​ມາ ມີ​ດັ່ງ​ນີ້:“

 ໃນ​ຄືນ … ວັນ​ທີ​ຊາວ​ເອັດ ເດືອນ​ກັນຍາ [1823] … ຂ້າພະ​ເຈົ້າ​ໄດ້ນ້ອມ​ຕົວ ແລະ ອະທິຖານ​ຫາ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່. …“

 ໃນ​ຂະນະທີ່ຂ້າພະ​ເຈົ້າ​ກຳລັງ​ເອີ້ນ​ຫາ​ພຣະ​ເຈົ້າ​ຢູ່ນັ້ນ, ຂ້າພະ​ເຈົ້າ​ໄດ້ເຫັນ​ແສງ​ສະຫວ່າງ​ປະກົດ​ຂຶ້ນ​ໃນ​ຫ້ອງ​ຂອງ​ຂ້າພະ​ເຈົ້າ ຊຶ່ງ​ແສງ​ນັ້ນສະຫວ່າງ​ຂຶ້ນ​ເລື້ອຍໆ ຈົນ​ວ່າ​ຫ້ອງ​ຂອງ​ຂ້າພະ​ເຈົ້າ​ແຈ້ງ​ສະຫວ່າງ​ຍິ່ງ​ກວ່າ​ຕອນ​ທ່ຽງ​ວັນ. ໃນ​ທັນ​ໃດ​ນັ້ນຄົນ​ຜູ້​ໜຶ່ງ​ກໍ​ປະກົດ​ຂຶ້ນຢູ່​ຂ້າງ​ຕຽງ​ນອນ​ຂອງ​ຂ້າພະ​ເຈົ້າ ແລະ ຢືນ​ຢູ່​ໃນ​ອາກາດ ເພາະ​ຕີນ​ຂອງ​ເພິ່ນບໍ່​ໄດ້​ແຕະຕ້ອງ​ພື້ນ​ຫ້ອງ​ເລີຍ.“

 ເພິ່ນ​ໃສ່​ເສື້ອ​ຄຸມ​ສີຂາວ. ມັນ​ຂາວ​ຍິ່ງ​ກວ່າ​ສິ່ງ​ໃດໆ​ໃນ​ໂລກ​ທີ່​ຂ້າພະ​ເຈົ້າ​ເຄີຍ​ເຫັນ​ມາ. ຂ້າພະ​ເຈົ້າ​ເຊື່ອ​ວ່າ​ຈະ​ບໍ່​ມີ​ສິ່ງ​ໃດໆ​ໃນ​ໂລກ​ນີ້​ທີ່​ຈະ​ເຮັດ​ໃຫ້​ມີ​ຄວາມ​ຂາວ ແລະ ຄວາມ​ສະຫວ່າງ​ໄດ້​ຢ່າງ​ຍິ່ງ​ເຊັ່ນນັ້ນ. ມື​ຂອງ​ເພິ່ນ​ເປືອຍ​ເປົ່າ ແລະ ແຂນ​ຂອງ​ເພິ່ນ​ສ່ວນ​ທີ່​ເທິງ​ຂໍ້​ແຂນ​ເລັກ​ນ້ອຍ​ກໍ​ເປືອຍ​ເປົ່າ​ເໝືອນກັນ. ຕີນ​ຂອງ​ເພິ່ນ​ເປືອຍ​ເປົ່າ ແລະ ຂາ​ສ່ວນ​ທີ່​ເທິງ​ເລັກ​ນ້ອຍ​ກໍ​ເປືອຍ​ເປົ່າ​ເໝືອນກັນ. ຫົວ ແລະ ຄໍ​ຂອງ​ເພິ່ນ​ກໍ​ເປືອຍ​ເປົ່າ​ເໝືອນ​ກັນ. ຂ້າພະ​ເຈົ້າ​ເຫັນ​ໄດ້​ວ່າ ເພິ່ນ​ບໍ່​ໄດ້​ໃສ່​ອາພອນ​ໃດໆ​ອີກ​ນອກ​ຈາກ​ເສື້ອ​ຄຸມ​ຕົວ​ນັ້ນ ເພາະ​ມັນ​ເປີດ​ຈົນ​ຂ້າພະ​ເຈົ້າ​ຫລຽວ​ເຫັນ​ໜ້າ​ອົກ​ຂອງ​ເພິ່ນ​ໄດ້.“

 ບໍ່​ພຽງ​ແຕ່​ເສື້ອ​ຄຸມ​ຂອງ​ເພິ່ນ​ຂາວ​ຢ່າງຍິ່ງ​ເທົ່າ​ນັ້ນ, ແຕ່​ທົ່ວ​ທັງ​ຮ່າງກາຍ​ຂອງ​ເພິ່ນ​ນັ້ນມີ​ຄວາມຮຸ່ງ​ເຫລື້ອມ​ເກີນ​ກວ່າ​ທີ່​ຈະ​ພັນ​ລະນາ​ໄດ້ ແລະ ໜ້າ​ຂອງ​ເພິ່ນ​ຄື​ກັນ​ກັບ​ຟ້າ​ແມບ​ເຫ​ລື້​ອມ​ແທ້ໆ. ຫ້ອງ​ນັ້ນສະຫວ່າງ​ຢ່າງ​ຍິ່ງ, ແຕ່​ວ່າ​ຍັງ​ບໍ່​ເທົ່າ​ກັບ​ຄວາມ​ສະຫວ່າງ​ທີ່​ຢູ່​ອ້ອມ​ຕົວ​ຂອງ​ເພິ່ນ. ຕອນຂ້າພະ​ເຈົ້າ​ຫລຽວເຫັນ​ເພິ່ນ​ເທື່ອທຳ​ອິດ ຂ້າພະ​ເຈົ້າ​ມີ​ຄວາມ​ຢ້ານກົວ, ແຕ່​ໃນ​ບໍ່​ຊ້າ​ຄວາມ​ຢ້ານ​ກົວ​ນັ້ນກໍ​ຫາຍ​ໄປ.“

 ເພິ່ນ​ເອີ້ນ​ຊື່​ຂ້າພະ​ເຈົ້າ ແລະ ເວົ້າກັບ​ຂ້າພະ​ເຈົ້າ​ວ່າ ເພິ່ນ​ເປັນ​ທູດ​ສະຫວັນ​ທີ່​ຖືກ​ສົ່ງ​ມາ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ໃຫ້​ມາ​ຫາ​ຂ້າພະ​ເຈົ້າ ແລະ ວ່າ​ເພິ່ນ​ຊື່ ໂມ​ໂຣ​ໄນ ແລະວ່າ​ພຣະ​ເຈົ້າ​ມີ​ວຽກງານ​ໃຫ້​ຂ້າພະ​ເຈົ້າ​ເຮັດ ແລະ ບອກ​ວ່າ​ຊື່​ຂອງ​ຂ້າພະ​ເຈົ້າ​ຈະ​ມີ​ຢູ່​ທັງ​ທາງ​ດີ ແລະ ທາງ​ຊົ່ວໃນ​ບັນດາ​ທຸກ​ປະຊາ​ຊາດ, ທຸກ​ຕະກຸນ, ທຸກ​ພາສາ, ຫລື​ວ່າ​ຊື່​ຂອງ​ຂ້າພະ​ເຈົ້າ​ຈະ​ຖືກ​ເວົ້າ​ເຖິງ​ໃນ​ທາງ​ດີ ແລະ ທາງ​ຊົ່ວ​ຢູ່​ໃນ​ບັນດາ​ຄົນ​ທັງ​ປວງ.“

 ເພິ່ນ​ບອກ​ວ່າ​ມີ​ໜັງສື​ເຫລັ້ມ​ໜຶ່ງ​ຝັງ​ຢູ່ ຊຶ່ງ​ຂຽນ​ໄວ້​ໃນ​ແຜ່ນ​ທອງ​ຄຳ ຊຶ່ງ​ໃຫ້​ເລື່ອງ​ລາວ​ຂອງ​ຜູ້​ອາ​ໄສ​ຢູ່​ໃນ​ທະວີບ​ນີ້​ໃນ​ສະ​ໄໝ​ກ່ອນ ແລະ ເລື່ອງ​ຖິ່ນ​ກຳເນີດ​ຂອງ​ຄົນ​ເຫລົ່າ​ນັ້ນ. ເພິ່ນ​ບອກ​ອີກ​ວ່າ​ຄວາມ​ສົມບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິລັນ​ດອນ​ມີ​ຢູ່​ໃນ​ໜັງສື​ນັ້ນ ຕາມ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ມອບ​ໃຫ້​ຜູ້​ຄົນ​ໃນ​ສະ​ໄໝ​ໂບຮານ;“

 ເພິ່ນບອກ​ອີກ​ວ່າ ມີ​ຫີນ​ສອງ​ກ້ອນ​ຕິດ​ໃນ​ຂອບ​ໂຄ້ງ​ທະນູ​ທີ່​ເຮັດ​ດ້ວຍ​ເງິນ ແລະ ຫີນ​ສອງ​ກ້ອນ​ນີ້ ຕິດ​ຢູ່ກັບ​ແຜ່ນ​ປົກ​ອົກ ຊຶ່ງ​ເປັນ​ສິ່ງ​ທີ່​ເອີ້ນ​ວ່າ ຢູລຳ ແລະ ທຳ​ມຳ ຝັງ​ຢູ່​ກັບ​ແຜ່ນ​ຈາລຶກ. ການ​ເປັນ​ເຈົ້າ​ຂອງ ແລະ ການ​ໃຊ້​ຫີນ​ສອງ​ກ້ອນ​ນີ້ ເປັນ​ສ່ວນ​ປະກອບ​ຂອງ​ການ​ເປັນ ຜູ້​ພະຍາກອນ ໃນ​ສະ​ໄໝ​ໂບຮານ ຫລື ສະ​ໄໝ​ກ່ອນ ແລະວ່າ​ພຣະ​ເຈົ້າ​ໄດ້​ຕຽມ​ຫີນ​ສອງ​ກ້ອນ​ນີ້​ໄວ້​ເພື່ອ​ຈຸດ​ປະສົງ​ໃນ​ການ​ແປ​ໜັງສື​ເຫລັ້ມນີ້.

· · · · · ·

 ເພິ່ນ​ບອກ​ຂ້າພະ​ເຈົ້າ​ອີກ​ວ່າ ເມື່ອ​ຂ້າພະ​ເຈົ້າ​ໄດ້​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ທີ່​ພຣະ​ອົງ​ເວົ້າ​ເຖິງ ເພາະ​ເວລາ​ທີ່​ຈະ​ໄດ້​ຮັບ​ຍັງ​ບໍ່​ທັນ​ມາ​ເຖິງ ຂ້າພະ​ເຈົ້າ​ຕ້ອງ​ບໍ່​ໃຫ້​ໃຜ​ເຫັນ​ທັງ​ແຜ່ນ​ປົກ​ອົກ​ກັບ​ຢູຣຳ ແລະ ທຳ​ມຳ ນັ້ນຄື​ກັນ ນອກ​ຈາກ​ກັບ​ຄົນ​ທີ່​ຂ້າພະ​ເຈົ້າ​ຈະ​ໄດ້​ຮັບ​ບັນຊາ​ໃຫ້​ເຮັດ​ແນວ​ນັ້ນ. ຖ້າ​ຫາກ​ຂ້າພະ​ເຈົ້າ​ຂືນ​ເຮັດ ຂ້າພະ​ເຈົ້າ​ກໍ​ຈະ​ຖືກ​ທຳລາຍ. ເວລາ​ເພິ່ນ​ເວົ້າກັບ​ຂ້າພະ​ເຈົ້າ​ກ່ຽວ​ກັບ​ແຜ່ນ​ຈາລຶກ​ຢູ່​ນັ້ນ, ພາບ​ກໍ​ບັງ​ເກີດ​ຂຶ້ນ​ໃນ​ຈິດ​ໃຈຂອງ​ຂ້າພະ​ເຈົ້າ​ຈົນ​ຫລຽວ​ເຫັນ​ສະຖານ​ທີ່ ຊຶ່ງ​ແຜ່ນ​ຈາລຶກ​ໄດ້​ຝັງ​ໄວ້ ແລະ ເຫັນ​ຢ່າງ​ແຈ່ມ​ແຈ້ງ ແລະ ຊັດ​ເຈນ​ດີ​ຈົນ​ວ່າ ຂ້າພະ​ເຈົ້າ​ຮູ້ຈັກ​ບ່ອນ​ນັ້ນ​ດີ​ເມື່ອ​ເວລາ​ໄປ​ເຖິງ.“

 ຫລັງ​ຈາກ​ສົນທະນາ​ກັນ​ແລ້ວ ຂ້າພະ​ເຈົ້າ​ເຫັນ​ແສງ​ສະຫວ່າງ​ໃນ​ຫ້ອງ​ເລີ່ມ​ຮວມ​ຕົວ​ກັນ​ເຂົ້າມາ​ຮອບໆ ໃກ້​ຕົວ​ຂອງ​ຜູ້​ທີ່​ເວົ້າກັບ​ຂ້າພະ​ເຈົ້າ ແລ​ະ ຄົງ​ເປັນ​ຢູ່​ຕໍ່​ໄປ​ແນວ​ນັ້ນຈົນ​ວ່າ​ຫ້ອງ​ມືດ​ລົງ​ອີກ ເວັ້ນ​ແຕ່​ທີ່​ຢູ່​ຮອບ​ຕົວ​ຂອງ​ເພິ່ນ. ໃນ​ທັນ​ໃດ​ນັ້ນ ຂ້າພະ​ເຈົ້າ​ເຫັນ​ເປັນ​ທາງ​ເປີດ​ຂຶ້ນ​ໄປ​ສະຫວັນ ແລະ ເພິ່ນ​ກັບ​ຂຶ້ນ​ໄປ​ຈົນ​ສຸດ​ສາຍຕາ ແລະ ຫ້ອງ​ກໍ​ກັບ​ຄືນ​ສູ່ສະພາບ​ເດີມ​ເໝືອນ​ກ່ອນ​ທີ່​ແສງ​ສະຫວ່າງ​ຈາກ​ສະຫວັນ​ມາ​ປະກົດ.“

 ຂ້າພະ​ເຈົ້າ​ນອນ​ຄິດ​ເຖິງ​ຄວາມ​ແປກ​ປະຫລາດ​ຂອງ​ເຫດການ​ນີ້ ແລະ ປະຫລາດ​ໃຈ​ຫລາຍ​ໃນ​ເລື່ອງ​ທີ່​ທູດພິ​ເສດ​ຜູ້​ນີ້​ບອກ​ກັບ​ຂ້າພະ​ເຈົ້າ; ເວລາ​ທີ່​ກຳລັງ​ໃຊ້​ຄວາມ​ຄິດຢູ່ ທັນ​ໃດ​ນັ້ນຂ້າພະ​ເຈົ້າ​ເຫັນ​ຫ້ອງ​ຂອງ​ຂ້າພະ​ເຈົ້າ​ ເລີ່ມ​ສະຫວ່າງ​ອີກ ແລະ ໃນ​ທັນທີ​ທັນ​ໃດ ທູດ​ສະຫວັນ​ຜູ້​ເກົ່າ​ນັ້ນກໍ​ມາ​ຢືນ​ຢູ່​ຂ້າງ​ຕຽງ​ຂອງ​ຂ້າພະ​ເຈົ້າ​ອີກ.“

 ເພິ່ນ​ເລີ່ມ​ຕົ້ນ ແລະ ເລົ່າ​ອີກ​ເຖິງ​ເລື່ອງ​ດຽວ​ກັນ​ນັ້ນ ຊຶ່ງ​ເພິ່ນ​ໄດ້​ເຮັດ​ຄື​ເມື່ອ​ມາ​ຢ້ຽມຢາມ​ເທື່ອ​ກ່ອນ ໂດຍ​ບໍ່​ຜິດ​ພ້ຽນ​ຈັກ​ນ້ອຍ​ເລີຍ ຊຶ່ງ​ເມື່ອ​ເລົ່າ​ຈົບ​ແລ້ວ ເພິ່ນ​ບອກ​ຂ້າພະ​ເຈົ້າ​ເຖິງ​ການ​ພິພາກສາ​ອັນ​ຍິ່ງ​ໃຫຍ່ ທີ່​ກຳລັງ​ຈະ​ມາ​ໃນ​ໂລກ​ນີ້ ພ້ອມ​ດ້ວຍ​ການ​ເຮັດ​ໃຫ້​ເປົ່າ​ປ່ຽວ​ຢ່າງ​ໃຫຍ່​ຫລວງ​ດ້ວຍ​ຄວາມ​ອຶດ​ຢາກ, ດ້ວຍ​ດາບ, ແລະ ດ້ວຍໂລກລະບາດ; ແລະວ່າການ​ພິພາກສາ​ອັນ​ໜ້າ​ເສົ້າສະຫລົດ​ໃຈ​ຈະ​ມາ​ສູ່ໂລກ​ຂອງ​ຄົນ​ຊົ່ວ​ອາຍຸ​ນີ້. ເມື່ອ​ເລົ່າ​ເລື່ອງ​ນີ້​ແລ້ວ ເພິ່ນ​ກໍ​ກັບ​ຂຶ້ນ​ໄປ​ສະຫວັນ​ອີກ​ຄື​ກັນ​ກັບ​ເທື່ອ​ກ່ອນ.“

 ໃນ​ເວລາ​ນັ້ນ ຄວາມ​ຮູ້ສຶກ​ທີ່​ເກີດ​ຂຶ້ນ​ໃນ​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ​ກໍ​ເລິກ​ຊຶ້ງ​ຫລາຍ​ຈົນ​ບໍ່​ອາດ​ຈະ​ຫລັບ​ໄດ້ ແລະ ນອນ​ຢູ່​ໃນ​ຄວາມ​ປະຫລາດ​ໃຈ​ຢ່າງ​ຖ້ວມ​ທົ້ນ​ເຖິງ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ, ແຕ່​ຂ້າພະ​ເຈົ້າ​ປະຫລາດ​ໃຈ​ຫລາຍ​ເມື່ອ​ເຫັນ​ທູດ​ຜູ້​ດຽວ​ກັນ​ນັ້ນ​ມາ​ຢືນ​ຢູ່​ຂ້າງ​ຕຽງ​ນອນ​ຂອງ​ຂ້າພະ​ເຈົ້າອີກ ແລະ ໄດ້​ຍິນ​ເພິ່ນ​ເວົ້າທວນຄືນ ຫລື ກ່າວ​ຊ້ຳກັບ​ຂ້າພະ​ເຈົ້າອີກ​ເຖິງ​ເລື່ອງ​ດຽວ​ກັນ​ກັບ​ເທື່ອ​ກ່ອນ ແລະ ຍັງ​ເຕືອນ​ຂ້າພະ​ເຈົ້າວ່າ ຊາ​ຕານ​ຈະ​ພະຍາຍາມ​ຫລອກ​ລວງ​ຂ້າພະ​ເຈົ້າ (ເນື່ອງ​ຈາກ​ສະພາບ​ຄວາມ​ຍາກຈົນ​ຂອງ​ຄອບຄົວ​ຂອງບິດາ​ຂອງ​ຂ້າພະ​ເຈົ້າ) ໃຫ້​ເອົາ​ແຜ່ນ​ຈາລຶກ​ໄປ​ເພື່ອ​ຈຸດ​ປະສົງ​ທີ່​ຈະ​ສ້າງ​ຄວາມ​ຮັ່ງມີ. ເລື່ອງ​ນີ້​ເພິ່ນ​ຫ້າມ​ຂ້າພະ​ເຈົ້າ​ໂດຍ​ກ່າວ​ວ່າ ຂ້າພະ​ເຈົ້າຈະ​ຕ້ອງ​ບໍ່​ມີ​ຈຸດ​ປະສົງ​ຢ່າງ​ອື່ນ​ໃນ​ການ​ໄດ້​ແຜ່ນ​ຈາລຶກ​ນັ້ນ​ມາ ນອກ​ຈາກ​ຈະ​ຖະຫວາຍ​ບາ​ລະ​ມີ​ແດ່​ພຣະ​ເຈົ້າ​ເທົ່າ​ນັ້ນ ແລະ ບໍ່​ຕ້ອງ​ຕົກ​ຢູ່​ໃນ​ອິດ​ທິພົນ​ຂອງ​ຄວາມ​ມຸ້ງ​ໝາຍ​ອື່ນ​ໃດ​ນອກ​ຈາກ​ການ​ສ້າງ​ອານາຈັກ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ; ຖ້າ​ບໍ່​ດັ່ງນັ້ນ ຂ້າພະ​ເຈົ້າຈະ​ເອົາ​ແຜ່ນ​ຈາລຶກ​ມາ​ບໍ່​ໄດ້.“

 ຫລັງ​ຈາກ​ການ​ມາ​ຢ້ຽມຢາມ​ເທື່ອ​ທີ​ສາມ​ນີ້ ເພິ່ນ​ກໍ​ກັບ​ຂຶ້ນ​ສູ່​ສະຫວັນ​ຄື​ກັນ​ກັບ​ເທື່ອ​ກ່ອນ ແລະ ຂ້າພະ​ເຈົ້າຄິດ​ເຖິງ​ຄວາມ​ແປກ​ປະຫລາດ​ນຳ​ສິ່ງ​ທີ່​ຂ້າພະ​ເຈົ້າຫາ​ກໍ​ໄດ້​ປະສົບ​ມາ. ຫລັງ​ຈາກ​ທູດ​ສະຫວັນ​ໄດ້​ກັບ​ຂຶ້ນ​ໄປ​ຈາກ​ຂ້າພະ​ເຈົ້າ​ເທື່ອ​ທີ​ສາມ, ໄກ່​ກໍ​ຂັນ ແລະ ຂ້າພະ​ເຈົ້າຮູ້​ວ່າ​ໃກ້​ຈະ​ຮອດ​ມື້​ໃໝ່​ແລ້ວ. ດັ່ງນັ້ນ ການ​ສົນທະນາ​ຂອງ​ພວກ​ເຮົາ​ແມ່ນ​ໃຊ້​ເວລາ​ຕະຫລອດ​ທັງ​ຄືນ​ເລີຍ.“

 ຫລັງ​ຈາກ​ນັ້ນບໍ່​ດົນ ຂ້າພະ​ເຈົ້າ​ໄດ້​ລຸກຂຶ້ນຈາກ​ຕຽງ​ນອນ​ຂອງ​ຂ້າພະ​ເຈົ້າ ແລະ ອອກ​ໄປ​ເຮັດ​ວຽກ​ຕາມ​ປົກກະຕິ, ແຕ່​ເມື່ອ​ຂ້າພະ​ເຈົ້າ​ພະຍາຍາມ​ເຮັດ​ວຽກ​ຄືກັນ​ກັບ​ມື້​ທີ່​ຜ່ານ​ມາ, ຂ້າພະ​ເຈົ້າ​ພົບ​ວ່າ​ໝົດ​ກຳລັງ​ຈົນ​ເຮັດຕໍ່​ໄປ​ບໍ່​ໄຫວ. ບິດາ​ຂອງ​ຂ້າພະ​ເຈົ້າ​ຊຶ່ງກຳລັງ​ເຮັດ​ວຽກ​ຢູ່​ກັບ​ຂ້າພະ​ເຈົ້າ​ເຫັນ​ວ່າ​ມີ​ອັນ​ໃດ​ອັນ​ໜຶ່ງ​ຜິດ​ປົກກະຕິ​ກັບ​ຂ້າພະ​ເຈົ້າ ຈຶ່ງ​ບອກ​ໃຫ້​ຂ້າພະ​ເຈົ້າກັບ​ບ້ານ. ຂ້າພະ​ເຈົ້າອອກ​ໄປ​ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ກັບ​ບ້ານ, ແຕ່ເວລາ​ທີ່​ພະຍາຍາມ​ຂ້າມ​ຮົ້ວອອກ​ຈາກ​ໄຮ່​ທີ່​ພວກ​ເຮົາ​ຢູ່, ຂ້າພະ​ເຈົ້າກໍໝົດ​ແຮງ ແລະ ລົ້ມລົງ​ແຜ່​ຢູ່​ກັບ​ພື້ນ​ດິນ ແລະ ໝົດ​ສະຕິ​ໄປ​ຄາວໜຶ່ງ.“

 ສິ່ງ​ທຳ​ອິດ​ທີ່​ຈື່​ໄດ້​ຄື​ສຽງ​ທີ່​ເວົ້າກັບ​ຂ້າພະ​ເຈົ້າ ແລະ ເອີ້ນ​ຊື່​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າມືນ​ຕາຂຶ້ນ ແລະ ເຫັນ​ທູດ​ຜູ້​ເກົ່າ​ນັ້ນຢືນ​ຢູ່​ຊື່​ຫົວ​ຂອງ​ຂ້າພະ​ເຈົ້າ ມີ​ແສງ​ສະຫວ່າງ​ຢູ່​ຮອບໆ​ຄື​ກັນ​ກັບ​ເທື່ອ​ກ່ອນ. ແລ້ວ​ເພິ່ນ​ໄດ້ທວນຄືນ​ເລື່ອ​ງ ທັງ​ໝົດ​ທີ່​ເວົ້າກັບຂ້າພະ​ເຈົ້າມື້​ຄືນ​ຜ່ານ​ມາ​ອີກ ແລະ ສັ່ງ​ໃຫ້​ຂ້າພະ​ເຈົ້າກັບ​ຄືນ​ໄປ​ຫາພໍ່​ຂອງ​ຂ້າພະ​ເຈົ້າ ແລະ ບອກ​ເພິ່ນ​ກ່ຽວ​ກັບ​ພາບ​ປະກົດ ແລະ ຄຳ​ສັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ.“

 ຂ້າພະ​ເຈົ້າ​ເຮັດ​ຕາມ ແລະ ກັບ​ໄປຫາພໍ່​ໃນ​ໄຮ່ ແລະ ເລົ່າ​ເລື່ອງ​ທັງ​ໝົດ​ໃຫ້​ເພິ່ນ​ຟັງ. ເພິ່ນ​ຕອບ​ຂ້າພະ​ເຈົ້າ​ວ່າ ມັນ​ເປັນ​ເລື່ອງ​ຂອງ​ພຣະ​ເຈົ້າ ແລະ ບອກ​ໃຫ້​ຂ້າພະ​ເຈົ້າ​ໄປ​ເຮັດ​ຕາມ​ສິ່ງ​ທີ່​ທູດ​ບັນຊາ. ຂ້າພະ​ເຈົ້າຈຶ່ງ​ອອກ​ຈາກ​ໄຮ່ ແລະ ໄປຫາ​ບ່ອນ​ທີ່​ທູດ​ບອກ​ກັບ​ຂ້າພະ​ເຈົ້າວ່າ​ມີ​ແຜ່ນ​ຈາລຶກ​ຝັງ​ຢູ່ ແລະ ເພາະ​ຈາກ​ຄວາມ​ແຈ່ມ​ແຈ້ງ​ຂອງ​ພາບ​ທີ່​ມາ​ໃຫ້​ເຫັນ ຊຶ່ງຂ້າພະ​ເຈົ້າ​ໄດ້​ຮັບ​ກ່ຽວ​ກັບ​ບ່ອນ​ນັ້ນ ຂ້າພະ​ເຈົ້າຈຶ່ງຮູ້ຈັກ​ບ່ອນ​ນັ້ນທັນທີ​ເມື່ອ​ຂ້າພະ​ເຈົ້າ​ໄປ​ເຖິງ.“

 ໃກ້​ໝູ່​ບ້ານ​ແມນ​ເຈດ​ສະ​ເຕີ, ເຂດ​ອອນແທຣິໂອ, ລັດ​ນິວຢອກ, ມີ​ເນີນ​ພູ​ຂະ​ໜາດ​ໃຫຍ່​ໜ່ວຍ​ໜຶ່ງ ແລະ ສູງ​ກວ່າ​ເນີນ​ອື່ນໆ​ທີ່​ຢູ່​ໃກ້​ຄຽງ. ທາງ​ຕາ​ເວັນ​ຕົກ​ຂອງ​ເນີນ​ພູ​ໜ່ວຍ​ນີ້​ບໍ່​ໄກ​ຈາກ​ຈອມ​ພູ​ປານ​ໃດຢູ່​ກ້ອງ​ກ້ອນ​ຫີນ​ຂະ​ໜາດ​ໃຫຍ່​ກ້ອນ​ໜຶ່ງ ມີ​ແຜ່ນ​ຈາລຶກ​ວາງ​ຢູ່​ໃນ​ຫີບ​ທີ່​ເປັນ​ຫີນ ເຄິ່ງກາງ​ຂ້າງ​ເທິງ​ຂອງ​ຫີນກ້ອນ​ນີ້​ໜາ ແລະ ໂຄ້ງ​ລາດ​ລົງ​ໄປ​ຫາ​ຂອບ. ດັ່ງນັ້ນ​ທາງ​ກາງ​ຂອງ​ຂ້າງ​ເທິງ​ຂອງ​ຫີນ​ກ້ອນ​ນີ້​ຈຶ່ງ​ເຫັນ​ສູງ​ກວ່າ​ໜ້າ​ດິນ​ແຕ່​ວ່າ​ຂອບ​ມັນ​ຖືກ​ດິນ​ຖົມ​ໄວ້​ທັງ​ໝົດ.“

 ເມື່ອ​ຂຸດ​ດິນ​ອອກ​ແລ້ວ, ຂ້າພະ​ເຈົ້າ​ໄດ້​ຊະ​ແລງ​ອັນ​ໜຶ່ງ​ມາ ຊຶ່ງ​ຂ້າພະ​ເຈົ້າ​ສອດ​ລົງ​ກ້ອງ​ຂອບ​ຫີນ ແລະ ດ້ວຍ​ການ​ອອກ​ແຮງ​ພຽງ​ເລັກ​ໜ້ອຍ​ດຽວ​ກໍ​ງັດ​ມັນ​ຂຶ້ນ. ຂ້າພະ​ເຈົ້າ​ຫລຽວ​ລົງ​ໄປ​ໃນ​ນັ້ນ, ແລ້ວ​ຂ້າພະ​ເຈົ້າ​ກໍ​ເຫັນ​ແຜ່ນ​ຈາລຶກ, ຢູລຳ ແລະ ທຳ​ມຳ, ແລະ ແຜ່ນ​ປົກ​ອົກ​ຕາມ​ທີ່​ທູດ​ບອກ​ໄວ້. ຫີບ​ທີ່​ມີ​ຂອງ​ເຫລົ່າ​ນີ້​ເຮັດ​ຂຶ້ນ​ໂດຍ​ການ​ວາງ​ຫີນ​ລຽນ​ໄວ້​ໃນ​ດິນ​ຊີມັງ​ຊະນິດ​ໜຶ່ງ. ຢູ່ກົ້ນ​ຫີບ​ມີ​ຫີນ​ສອງ​ກ້ອນ ວາງ​ຂວາງ​ຢູ່​ໃນ​ຫີບ ແລະ ແຜ່ນ​ຈາລຶກ​ກັບ​ສິ່ງຂອງ​ອື່ນໆຊຶ່ງຢູ່​ນຳ​ກັນ​ວາງ​ຢູ່​ເທິງ​ຫີນ​ສອງ​ກ້ອນ​ນີ້.“

 ຂ້າພະ​ເຈົ້າ​ພະຍາຍາມ​ທີ່​ຈະ​ເອົາ​ມັນ​ອອກ​ມາ​ແຕ່​ທູດ​ຫ້າມ​ໄວ້ ແລະ ບອກ​ອີກ​ວ່າ ມັນ​ຍັງ​ບໍ່​ທັນ​ເຖິງ​ເວລາ​ທີ່​ຈະ​ນຳ​ມັນ​ອອກ​ມາ​ຈົນ​ກວ່າ​ເຖິງ​ເວລາ​ອີກ​ສີ່​ປີ​ນັບ​ຈາກ​ເວລາ​ນັ້ນ​ໄປ, ແຕ່​ເພິ່ນ​ບອກ​ຂ້າພະ​ເຈົ້າອີກ​ວ່າ ຂ້າພະ​ເຈົ້າຈະ​ຕ້ອງ​ໄປ​ບ່ອນ​ນັ້ນ ເມື່ອ​ຄົບ​ປີ​ພໍດີ ນັບ​ຕັ້ງ​ແຕ່​ເວລາ​ນັ້ນ ແລະ​ວ່າ​ເພິ່ນຈະ​ມາ​ຫາ​ຂ້າພະ​ເຈົ້າຢູ່​ບ່ອນ​ນັ້ນ ແລະວ່າ​ຂ້າພະ​ເຈົ້າຈະ​ຕ້ອງ​ເຮັດ​ແນວ​ນັ້ນ​ໄປ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ຈະ​ໄດ້​ຮັບ​ແຜ່ນ​ຈາລຶກ.“

 ດັ່ງນັ້ນ ຂ້າພະ​ເຈົ້າຈຶ່ງ​ໄປ​ເມື່ອ​ຄົບ​ກຳນົດ​ແຕ່ລະ​ປີ​ຕາມ​ຄຳ​ສັ່ງ ແລະ ແຕ່ລະ​ເທື່ອ​ຂ້າພະ​ເຈົ້າ​ໄດ້​ພົບ​ທູດ​ອົງ​ເກົ່າ ຢູ່​ບ່ອນ​ນັ້ນ ແລະ ໄດ້​ຮັບ​ຄຳ​ແນະນຳ ແລະ ຄວາມ​ຮູ້​ແຈ້ງ​ຈາກ​ເພິ່ນ​ທຸກໆ​ເທື່ອ ເມື່ອ​ສົນທະນາ​ກັນ​ກ່ຽວ​ກັບ​ສິ່ງ​ທີ່ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກະທຳ ແລະ ອານາຈັກ​ຂອງ​ພຣະ​ອົງ​ຈະ​ດຳ​ເນີນ​ໄປ​ຢ່າງ​ໃດ ແລະ ດ້ວຍ​ວິທີ​ໃດ​ໃນ​ຍຸກ​ສຸດ​ທ້າຍ​ນີ້.

· · · · · ·

 ໃນ​ທີ່​ສຸດ​ກໍ​ເຖິງ​ເວລາ​ທີ່​ຈະ​ໄດ້ຮັບ​ແຜ່ນ​ຈາລຶກ, ຢູລຳ ແລະ ທຳ​ມຳ, ແລະ ແຜ່ນ​ປົກ​ອົກ. ເມື່ອ​ວັນ​ທີ​ຊາວ​ສອງ ເດືອນ​ກັນຍາ, ໜຶ່ງ​ພັນ​ແປດ​ຮ້ອຍ​ຊາວ​ເຈັດ, ໂດຍ​ໄປ​ຍັງ​ບ່ອນ​ຝັງ​ຂອງ​ເຫລົ່ານັ້ນຕາມ​ປົກກະຕິ​ເມື່ອ​ຄົບ​ກຳນົດ​ອີກ​ໜຶ່ງ​ປີ ທູດ​ສະຫວັນ​ຄົນ​ດຽວ​ກັນ​ນີ້​ກໍ​ໄດ້​ມອບ​ຂອງ​ເຫລົ່ານັ້ນ​ໃຫ້​ແກ່​ຂ້າພະ​ເຈົ້າພ້ອມ​ກັບ​ພາລະ​ຜູກ​ພັນ​ດັ່ງ​ນີ້​ວ່າ: ຂ້າພະ​ເຈົ້າຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ຂອງ​ເຫລົ່າ​ນີ້; ຖ້າ​ຫາກ​ຂ້າພະ​ເຈົ້າ​ປະປ່ອຍ​ມັນ​ໄປ​ໂດຍ​ຄວາມ​ປະ​ໝາດ ຫລື ໂດຍ​ການ​ລະ​ເລີຍ​ປະການ​ໃດ ຂ້າພະ​ເຈົ້າຈະ​ຖືກ​ຕັດ​ອອກ; ແຕ່​ຖ້າ​ຫາກ​ຂ້າພະ​ເຈົ້າຈະ​ໃຊ້​ຄວາມ ພະຍາຍາມ​ທັງ​ໝົດ​ທີ່​ຈະ​ຮັກສາ​ມັນ​ໄວ້​ຈົນ​ກວ່າ​ເພິ່ນ​ຜູ້​ເປັນ​ທູດ​ຈະ​ເອີ້ນ​ກັບ​ຄືນ, ແລ້ວ​ຂອງ​ເຫລົ່າ​ນີ້​ຈະ​ໄດ້​ຮັບ​ຄວາມ​ຄຸ້ມຄອງ.“

 ໃນ​ບໍ່​ຊ້າ​ຂ້າພະ​ເຈົ້າກໍ​ເຂົ້າ​ໃຈ​ເຫດຜົນ​ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ​ພາລະ​ອັນ​ເຂັ້ມງວດ​ໃຫ້​ຮັກສາ​ຂອງ​ເຫລົ່າ​ນີ້​ໄວ້​ໃຫ້​ປອດ​ໄພ ແລະ ສິ່ງ​ທີ່​ທູດ​ກ່າວ​ໄວ້​ວ່າ ເມື່ອ​ຂ້າພະ​ເຈົ້າ​ເຮັດ​ຕາມ​ທີ່​ຕ້ອງການ​ໃຫ້​ຂ້າພະ​ເຈົ້າ​ເຮັດ​ແລ້ວ, ເພິ່ນ​ຈະ​ເອີ້ນ​ຂອງ​ເຫລົ່າ​ນີ້​ຄືນ ເພາະ​ທັນທີ​ທີ່​ຄົນ​ຮູ້​ວ່າ ຂ້າພະ​ເຈົ້າ​ໄດ້​ຮັບ​ຂອງ​ເຫລົ່າ​ນີ້​ມາ ພວກ​ເຂົາ​ກໍ​ຍ່ອມ​ໃຊ້​ຄວາມ​ພະຍາຍາມ​ຢ່າງ​ຮຸນ​ແຮງ​ທີ່​ສຸດ ທີ່​ຈະ​ເອົາ​ມັນ​ໄປ​ຈາກ​ຂ້າພະ​ເຈົ້າ. ກົນອຸບາຍ​ທຸກ​ຢ່າງ​ທີ່​ຈະ​ຄິດ​ຂຶ້ນມາ​ໄດ້ ກໍ​ຈະ​ເຮັດ​ເພື່ອ​ເຈດ​ຕະນາ​ນີ້. ການ​ຂົ່ມ​ເຫັງ​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນກວ່າ​ເກົ່າ ແລະ ຝູງ​ຊົນ​ເຝົ້າຄອຍ​ຢູ່​ຕະຫລອດ​ເວລາ​ທີ່​ຈະ​ເອົາ​ມັນ​ໄປ, ແຕ່​ເປັນ​ເພາະ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ເຈົ້າ ຂອງ​ເຫລົ່າ​ນີ້​ຈຶ່ງ​ຢູ່​ໃນ​ມື​ຂອງ​ຂ້າພະ​ເຈົ້າຢ່າງ​ປອດ​ໄພ​ຈົນ​ຂ້າພະ​ເຈົ້າ​ໃຊ້​ຂອງ​ເຫລົ່າ​ນີ້​ເຮັດ​ໃຫ້​ພາລະ​ທີ່​ຕ້ອງການ​ໃຫ້​ຂ້າພະ​ເຈົ້າ​ເຮັດສຳ​ເລັດ​ຕາມ​ທີ່​ຕົກລົງ​ໄວ້. ເມື່ອ​ທູດ​ເອີ້ນ​ເອົາ​ຄືນ ຂ້າພະ​ເຈົ້າກໍ​ມອບ​ຂອງ​ເຫລົ່າ​ນີ້​ຄືນ​ໃຫ້​ເພິ່ນ ແລະ ເພິ່ນ​ມີ​ຂອງ​ເຫລົ່າ​ນີ້​ຢູ່​ໃນ​ຄວາມອາລັກຂາ​ຂອງ​ເພິ່ນ​ຈົນ​ເຖິງ​ວັນ​ນີ້​ຄື ວັນ​ທີ​ສອງ ເດືອນ​ພຶດສະພາ, ໜຶ່ງ​ພັນ​ແປດ​ຮ້ອຍ​ສາມ​ສິບ​ແປດ.”

 ສຳລັບ​ບັນທຶກ​ຢ່າງ​ຄົບ​ຖ້ວນ​ໃຫ້​ອ່ານຢູ່​ໃນ ໂຈ​ເຊັບ ສະ​ມິດ—ປະຫວັດສາດ, ໃນ ໄຂ່​ມຸກ​ອັນລ້ຳຄ່າ, ແລະ History of The Church of Jesus Christ of Latter-day Saints (ປະ​ຫວັດ​ສາດ​ຂອງ​ສາ​ດສະ​ໜາ​ຈັກຂອງ​ພຣະ​ເຢຊູ​ຄຣິດແຫ່ງໄພ່ພົນ​ຍຸກ​ສຸດ​ທ້າຍ), ເຫລັ້ມ 1, ບົດທີ 1 ເຖິງ 6.

 ບັນທຶກ​ທີ່​ເກົ່າ​ແກ່ ຊຶ່ງນຳ​ອອກ​ມາ​ຈາກ​ພື້ນ​ດິນ​ດັ່ງ​ສຽງ​ຂອງ​ຝູງ​ຊົນ​ເວົ້າອອກ​ມາ​ຈາກ​ພື້ນ​ດິນ ແລະ ແປ​ອອກ​ມາ​ເປັນ​ພາສາ​ອັງກິດ​ໂດຍ​ຂອງ​ປະທານ ແລະ ອຳນາດ​ຂອງ​ພຣະ​ເຈົ້າທີ່​ພິສູດ​ໄດ້​ໂດຍ​ການ​ຢືນຢັນ​ຈາກ​ພຣະ​ເຈົ້າ ຈຶ່ງ​ໄດ້​ຈັດ​ພິມ​ອອກ​ມາ​ສູ່​ໂລກ​ເປັນຄັ້ງທຳ​ອິດ​ໃນ​ປີ 1830 ຄື The Book of Mormon.