ພຣະ​ຄຳ​ພີ
ຢາໂຄບ 4


ບົດ​ທີ 4

ສາດ​ສະ​ດາ​ທຸກ​ທ່ານ​ໄດ້​ນະມັດ​ສະການ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ—ການ​ຖວາຍ​ອີ​ຊາກ​ຂອງ​ອັບ​ຣາ​ຮາມ​ເປັນ​ລັກ​ສະ​ນະ​ດຽວ​ກັນ​ກັບ​ພຣະ​ເຈົ້າ​ຖວາຍ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ພຣະ​ອົງ—ມະນຸດ​ຕ້ອງ​ທຳ​ຕົນ​ໃຫ້​ຖືກ​ຕ້ອງ​ກັບ​ພຣະ​ເຈົ້າ​ໂດຍ​ຜ່ານ​ການ​ຊົດ​ໃຊ້—ຊາວ​ຢິວ​ຈະ​ປະ​ຕິ​ເສດ​ຮາກ​ຖານ​ຫີນ. ປະ​ມານ 544–421 ປີ ກ່ອນ ຄ.ສ.

1 ບັດ​ນີ້​ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ຢາໂຄບ​ຊຶ່ງ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຫລາຍ​ຢ່າງ​ຕໍ່​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ຄຳ​ເວົ້າ, (ແລະ ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ບັນ​ທຶກ​ຂໍ້​ຄວາມ​ໄວ້​ໝົດ​ນອກ​ຈາກ​ພຽງ​ເລັກ​ໜ້ອຍ​ເທົ່າ​ນັ້ນ ເພາະ​ວ່າ​ການ​ຄວັດ​ຕົວ​ໜັງ​ສື​ໄວ້​ໃນ​ແຜ່ນ​ຈາລຶກ​ນັ້ນ​ແມ່ນ​ຍາກ​ຫລາຍ) ແລະ ພວກ​ເຮົາ​ຮູ້​ວ່າ ສິ່ງ​ທີ່​ພວກ​ເຮົາ​ບັນ​ທຶກ​ໄວ້​ໃນ​ແຜ່ນ​ຈາລຶກ​ນັ້ນ​ຕ້ອງ​ຍັງ​ຢູ່;

2 ແຕ່​ເລື່ອງ​ຫຍັງ​ກໍ​ຕາມ​ທີ່​ພວກ​ເຮົາ​ບັນ​ທຶກ​ໄວ້​ໃນ​ສິ່ງ​ອື່ນ​ຈະ​ຕ້ອງ​ຕົກ​ເຮ່ຍ ແລະ ລຶບ​ເລືອນ​ໄປ​ນອກ​ຈາກ​ຈະ​ບັນ​ທຶກ​ໄວ້​ໃນ​ແຜ່ນ​ຈາລຶກ​ເທົ່າ​ນັ້ນ, ແຕ່​ພວກ​ເຮົາ​ສາ​ມາດ​ບັນ​ທຶກ​ຂໍ້​ຄວາມ​ໄວ້​ໃນ​ແຜ່ນ​ຈາລຶກ​ພຽງ​ເລັກ​ໜ້ອຍ ເພື່ອ​ຈະ​ໃຫ້​ລະ​ດັບ​ຄວາມ​ຮູ້​ເລັກ​ໜ້ອຍ​ແກ່​ລູກ​ຫລານ ແລະ ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ​ກ່ຽວ​ກັບ​ພວກ​ເຮົາ, ຫລື ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ—

3 ບັດ​ນີ້​ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ເລື່ອງ​ນີ້; ແລະ ພວກ​ເຮົາ​ອອກ​ແຮງ​ງານ​ຢ່າງ​ພາກ​ພຽນ​ທີ່​ຈະ​ຄວັດ​ຂໍ້​ຄວາມ​ນີ້​ໄວ້​ໃນ​ແຜ່ນ​ຈາລຶກ​ໂດຍ​ຫວັງ​ວ່າ ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ ແລະ ລູກ​ຫລານ​ຂອງ​ພວກ​ເຮົາ ຈະ​ຮັບ​ມັນ​ດ້ວຍ​ໃຈ​ທີ່​ຮູ້​ບຸນ​ຄຸນ, ແລະ ອ່ານ​ເພື່ອ​ຮຽນ​ຮູ້​ດ້ວຍ​ຄວາມ​ສຸກ ແລະ ບໍ່​ແມ່ນ​ດ້ວຍ​ຄວາມ​ເສົ້າ​ສະ​ຫລົດ​ໃຈ, ແລະ ບໍ່​ແມ່ນ​ດ້ວຍ​ຄວາມ​ໝິ່ນ​ປະ​ໝາດ​ບິດາ​ມານດາ​ຜູ້​ທຳ​ອິດ​ຂອງ​ພວກ​ເຮົາ.

4 ເພາະ​ເພື່ອ​ເຈດ​ຕະ​ນາ​ນີ້ ພວກ​ເຮົາ​ຈຶ່ງ​ໄດ້​ບັນ​ທຶກ​ເລື່ອງ​ເຫລົ່າ​ນີ້​ໄວ້​ເພື່ອ​ພວກ​ລູກ​ຫລານ​ຈະ​ໄດ້​ຮູ້​ວ່າ​ພວກ​ເຮົາ ຮູ້​ຈັກ​ພຣະ​ຄຣິດ​ມາ​ກ່ອນ; ແລະ ພວກ​ເຮົາ​ມີ​ຄວາມ​ຫວັງ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ມາ​ໄດ້​ຫລາຍ​ຮ້ອຍ​ປີ​ແລ້ວ ກ່ອນ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ ແລະ ບໍ່​ມີ​ແຕ່​ພວກ​ເຮົາ​ເທົ່າ​ນັ້ນ​ທີ່​ມີ​ຄວາມ​ຫວັງ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ແຕ່ ສາດ​ສະ​ດາ​ຜູ້​ສັກ​ສິດ​ທັງ​ຫລາຍ​ຊຶ່ງ​ຢູ່​ມາ​ກ່ອນ​ພວກ​ເຮົາ​ກໍ​ມີ​ຄວາມ​ຫວັງ​ເຊັ່ນ​ດຽວ​ກັນ.

5 ຈົ່ງ​ເບິ່ງ, ພວກ​ເພິ່ນ​ເຊື່ອ​ໃນ​ພຣະ​ຄຣິດ ແລະ ນະມັດ​ສະການ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ແລະ ພວກ​ເຮົາ​ກໍ​ນະມັດ​ສະການ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ເໝືອນ​ກັນ; ແລະ ເພື່ອ​ເຈດ​ຕະ​ນາ​ນີ້ ພວກ​ເຮົາ​ຈຶ່ງ​ຮັກ​ສາ ກົດ​ຂອງ​ໂມເຊ ໂດຍ ມຸ້ງ​ຫວັງ​ໃຫ້​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ​ໄປ​ຫາ​ພຣະ​ອົງ, ແລະ ດ້ວຍ​ເຫດ​ນີ້ ກົດ​ຈຶ່ງ​ຖືກ​ຕັ້ງ​ໄວ້​ໃຫ້​ສັກ​ສິດ​ສຳ​ລັບ​ພວກ​ເຮົາ ເພື່ອ​ຄວາມ​ຊອບ​ທຳ​ແມ່ນ​ຄື​ກັນ​ກັບ​ອັບ​ຣາ​ຮາມ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທີ່​ເຊື່ອ​ຟັງ​ພຣະ​ບັນ​ຊາ​ຂອງ​ພຣະ​ເຈົ້າ​ຈົນ​ວ່າ​ໄດ້​ຖວາຍ​ອີ​ຊາກ​ລູກ​ຊາຍ​ຂອງ​ເພິ່ນ​ແດ່​ພຣະ​ອົງ ຊຶ່ງ​ເປັນ​ລັກ​ສະ​ນະ​ດຽວ​ກັນ​ກັບ​ພຣະ​ເຈົ້າ​ຖວາຍ ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ພຣະ​ອົງ.

6 ດັ່ງ​ນັ້ນ, ພວກ​ເຮົາ​ຄົ້ນ​ຫາ​ການ​ຂຽນ​ຂອງ​ສາດ​ສະ​ດາ, ແລະ ພວກ​ເຮົາ​ໄດ້​ຮັບ​ການ​ເປີດ​ເຜີຍ​ຫລາຍ​ເລື່ອງ ແລະ ວິນ​ຍານ​ແຫ່ງ ການ​ທຳ​ນາຍ; ແລະ ມີ ພະຍານ​ທັງ​ໝົດ​ນີ້ ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ຄວາມ​ຫວັງ, ແລະ ມີ​ສັດທາ​ຢ່າງ​ບໍ່​ສະ​ທ້ານ​ຫວັ່ນ​ໄຫວ, ເຖິງ​ຂະ​ໜາດ​ທີ່​ພວກ​ເຮົາ​ສາ​ມາດ ບັງ​ຄັບ​ບັນ​ຊາ​ໃນ ພຣະ​ນາມ​ຂອງ​ພຣະ​ເຢຊູ​ໄດ້​ແທ້ໆ​ຈົນ​ວ່າ​ຕົ້ນ​ໄມ້, ຫລື ພູ​ເຂົາ, ຫລື ຄື້ນ​ໃນ​ທະເລ​ກໍ​ເຊື່ອ​ຟັງ​ເຮົາ​ແທ້.

7 ເຖິງ​ຢ່າງ​ໃດ​ກໍ​ຕາມ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ສະແດງ​ໃຫ້​ພວກ​ເຮົາ​ເຫັນ ຄວາມ​ອ່ອນ​ແອ​ຂອງ​ພວກ​ເຮົາ, ເພື່ອ​ພວກ​ເຮົາ​ຈະ​ຮູ້​ວ່າ​ເປັນ​ຍ້ອນ​ພຣະ​ຄຸນ​ຂອງ​ພຣະ​ອົງ ແລະ ພຣະ​ເມດ​ຕາ​ກະ​ລຸ​ນາ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ລູກ​ຫລານ​ມະນຸດ, ພວກ​ເຮົາ​ຈຶ່ງ​ມີ​ອຳນາດ​ເຮັດ​ສິ່ງ​ເຫລົ່າ​ນີ້​ໄດ້.

8 ຈົ່ງ​ເບິ່ງ, ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ. ຄວາມ​ລຶກ​ລັບ​ຂອງ​ພຣະ​ອົງ ບໍ່​ສາ​ມາດ​ຢັ່ງ​ເຖິງ​ໄດ້; ແລະ ເປັນ​ໄປ​ບໍ່​ໄດ້​ທີ່​ຄົນ​ຈະ​ພົບ​ເຫັນ​ເສັ້ນ​ທາງ​ຂອງ​ພຣະ​ອົງ​ທັງ​ໝົດ. ແລະ ບໍ່​ມີ​ຜູ້​ໃດ​ຈະ ຮູ້​ຈັກ ເສັ້ນ​ທາງ​ຂອງ​ພຣະ​ອົງ​ນອກ​ຈາກ​ພຣະ​ອົງ​ຈະ​ເປີດ​ເຜີຍ​ໃຫ້​ເຂົາ​ຮູ້; ດັ່ງ​ນັ້ນ, ພີ່​ນ້ອງ​ເອີຍ, ຢ່າ​ໄດ້​ໝິ່ນ​ປະ​ໝາດ​ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ​ເລີຍ.

9 ເພາະ​ຈົ່ງ​ເບິ່ງ, ໂດຍ​ອຳນາດ​ແຫ່ງ ພຣະ​ຄຳ​ຂອງ​ພຣະ​ອົງ ມະນຸດ​ຈຶ່ງ​ໄດ້​ມາ​ສູ່​ຜືນ​ແຜ່ນ​ດິນ​ໂລກ, ຊຶ່ງ​ແຜ່ນ​ດິນ​ໂລກ​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ອຳນາດ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ອົງ. ດັ່ງ​ນັ້ນ, ຖ້າ​ຫາກ​ພຣະ​ເຈົ້າ​ສາ​ມາດ​ຮັບ​ສັ່ງ ແລະ ໂລກ​ເປັນ​ຂຶ້ນ​ມາ ແລະ ຮັບ​ສັ່ງ ແລະ ມະນຸດ​ຖືກ​ສ້າງ​ຂຶ້ນ​ມາ, ໂອ້ ແລ້ວ​ເປັນ​ຫຍັງ​ພຣະ​ອົງ​ຈະ​ບໍ່​ສາ​ມາດ​ບັນ​ຊາ ແຜ່ນ​ດິນ​ໂລກ, ຫລື ວຽກ​ງານ​ແຫ່ງ​ພຣະ​ຫັດ​ຂອງ​ພຣະ​ອົງ​ເໜືອ​ຜືນ​ແຜ່ນ​ດິນ​ນີ້​ໄດ້​ຕາມ​ພຣະ​ປະສົງ ແລະ ຄວາມ​ພໍ​ພຣະ​ໄທ​ຂອງ​ພຣະ​ອົງ?

10 ດັ່ງ​ນັ້ນ, ພີ່​ນ້ອງ​ເອີຍ, ຢ່າ​ໄດ້​ພະ​ຍາ​ຍາມ ແນະນຳ​ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ໃຫ້​ຮັບ​ເອົາ​ຄຳ​ແນະນຳ​ຈາກ​ພຣະ​ຫັດ​ຂອງ​ພຣະ​ອົງ. ເພາະ​ຈົ່ງ​ເບິ່ງ, ຕົວ​ຂອງ​ພວກ​ທ່ານ​ກໍ​ຮູ້​ຈັກ​ແລ້ວ​ວ່າ ພຣະ​ອົງ​ໄດ້​ແນະນຳ​ດ້ວຍ ຄວາມ​ສະຫລຽວ​ສະຫລາດ ແລະ ດ້ວຍ​ຄວາມ​ຍຸດ​ຕິ​ທຳ ແລະ ດ້ວຍ​ຄວາມ​ເມດ​ຕາ​ອັນ​ຍິ່ງ​ໃຫຍ່ ຕໍ່​ວຽກ​ງານ​ທັງ​ໝົດ​ຂອງ​ພຣະ​ອົງ.

11 ດັ່ງ​ນັ້ນ, ພີ່​ນ້ອງ​ທີ່​ຮັກ​ແພງ​ເອີຍ, ຈົ່ງ​ຄືນ​ດີ​ກັບ​ພຣະ​ອົງ​ທາງ ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ພຣະ​ອົງ, ແລະ ພວກ​ທ່ານ​ຈະ​ໄດ້​ຮັບ ການ​ຟື້ນ​ຄືນ​ຊີ​ວິດ​ໂດຍ​ອຳນາດ​ຂອງ​ການ​ຟື້ນ​ຄືນ​ຊີ​ວິດ​ຊຶ່ງ​ຢູ່​ໃນ​ພຣະ​ຄຣິດ, ແລະ ຖືກ​ນຳ​ມາ​ເປັນ ຜົນ​ທຳ​ອິດ​ຂອງ​ພຣະ​ຄຣິດ​ຕໍ່​ພຣະ​ເຈົ້າ, ໂດຍ​ມີ​ສັດທາ, ແລະ ໄດ້​ຮັບ​ຄວາມ​ຫວັງ​ດີ​ແຫ່ງ​ລັດ​ສະ​ໝີ​ພາບ​ໃນ​ພຣະ​ອົງ​ກ່ອນ​ທີ່​ພຣະ​ອົງ​ຈະ​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ໃນ​ເນື້ອ​ໜັງ.

12 ແລະ ບັດ​ນີ້​ພີ່​ນ້ອງ​ທີ່​ຮັກ​ແພງ​ເອີຍ, ຢ່າ​ໄດ້​ແປກ​ໃຈ​ເລີຍ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ເລື່ອງ​ນີ້​ກັບ​ພວກ​ທ່ານ; ເພາະ​ເຫດ​ໃດ​ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່ ເວົ້າ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ, ແລະ ມີ​ຄວາມ​ຮູ້​ອັນ​ສົມ​ບູນ​ກ່ຽວ​ກັບ​ພຣະ​ອົງ​ດັ່ງ​ທີ່​ມີ​ຄວາມ​ຮູ້​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ ແລະ ໂລກ​ທີ່​ຈະ​ມາ​ເຖິງ?

13 ຈົ່ງ​ເບິ່ງ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ, ຜູ້​ໃດ​ທີ່​ທຳ​ນາຍ, ໃຫ້​ເຂົາ​ທຳ​ນາຍ​ເຖິງ​ຄວາມ​ເຂົ້າ​ໃຈ​ຂອງ​ມະນຸດ; ເພາະ​ວ່າ ພຣະ​ວິນ​ຍານ​ກ່າວ​ດ້ວຍ​ຄວາມ​ຈິງ ແລະ ບໍ່​ຕົວະ. ດັ່ງ​ນັ້ນ, ມັນ​ຈຶ່ງ​ກ່າວ​ເຖິງ​ເລື່ອງ​ດັ່ງ​ທີ່ ເປັນ​ຈິງ ແລະ ເຖິງ​ເລື່ອງ​ດັ່ງ​ທີ່​ຈະ​ເປັນ​ຈິງ. ດັ່ງ​ນັ້ນ​ເລື່ອງ​ເຫລົ່າ​ນີ້​ຈຶ່ງ​ຖືກ​ສະແດງ​ໃຫ້​ປະຈັກ​ແກ່​ພວກ​ເຮົາ ຢ່າງ​ແຈ່ມ​ແຈ້ງ ເພື່ອ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ. ແຕ່​ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ໄດ້​ເປັນ​ພະຍານ​ໃນ​ເລື່ອງ​ເຫລົ່າ​ນີ້​ຕາມ​ລຳ​ພັງ; ເພາະ​ພຣະ​ເຈົ້າ​ໄດ້​ຮັບ​ສັ່ງ​ເລື່ອງ​ເຫລົ່າ​ນີ້​ກັບ​ສາດ​ສະ​ດາ​ໃນ​ສະ​ໄໝ​ກ່ອນ​ມາ​ແລ້ວ.

14 ແຕ່​ຈົ່ງ​ເບິ່ງ, ຊາວ​ຢິວ​ເປັນ​ຄົນ ແຂງ​ຄໍ ແລະ ພວກ​ເຂົາ ດູ​ໝິ່ນ​ປະ​ໝາດ​ຄຳ​ເວົ້າ​ອັນ​ແຈ່ມ​ແຈ້ງ ແລະ ເຂັ່ນ​ຂ້າ​ສາດ​ສະ​ດາ, ແລະ ສະແຫວງ​ຫາ​ສິ່ງ​ທີ່​ພວກ​ເຂົາ​ບໍ່​ອາດ​ເຂົ້າ​ໃຈ​ໄດ້. ດັ່ງ​ນັ້ນ​ເພາະ ຄວາມ​ຕາ​ບອດ​ຂອງ​ພວກ​ເຂົາ​ຊຶ່ງ​ຕາ​ບອດ​ນັ້ນ​ມາ​ຈາກ​ການ​ເບິ່ງ​ຂ້າມ​ເຄື່ອງ​ໝາຍ, ພວກ​ເຂົາ​ຈຶ່ງ​ຈຳ​ຕ້ອງ​ຕົກ​ໄປ; ເພາະ​ພຣະ​ເຈົ້າ​ໄດ້​ເອົາ​ຄວາມ​ແຈ່ມ​ແຈ້ງ​ຂອງ​ພຣະ​ອົງ​ໄປ​ຈາກ​ພວກ​ເຂົາ, ແລະ ມອບ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ໃຫ້​ແກ່​ພວກ​ເຂົາ​ຊຶ່ງ​ພວກ​ເຂົາ​ເຂົ້າ​ໃຈ ບໍ່​ໄດ້, ເພາະ​ພວກ​ເຂົາ​ປາດ​ຖະ​ໜາ​ແນວ​ນັ້ນ. ແລະ ຍ້ອນ​ວ່າ​ພວກ​ເຂົາ​ປາດ​ຖະ​ໜາ​ແນວ​ນັ້ນ, ພຣະ​ເຈົ້າ​ຈຶ່ງ​ເຮັດ​ແນວ​ນັ້ນ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ສະ​ດຸດ.

15 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາໂຄບ​ໄດ້​ຖືກ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ​ໄປ​ເຖິງ​ການ​ທຳ​ນາຍ; ເພາະ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໂດຍ​ການ​ກະ​ທຳ​ຂອງ​ພຣະ​ວິນ​ຍານ​ຊຶ່ງ​ຢູ່​ໃນ​ຂ້າ​ພະ​ເຈົ້າ, ວ່າ​ໂດຍ ການ​ສະ​ດຸດ​ຂອງ​ຊາວ​ຢິວ ພວກ​ເຂົາ​ຈະ​ບໍ່ ຍອມ​ຮັບ ຫີນ​ຊຶ່ງ​ຢູ່​ເທິງ​ນັ້ນ​ພວກ​ເຂົາ​ຈະ​ໄດ້​ສ້າງ ແລະ ມີ​ຮາກ​ຖານ​ອັນ​ປອດ​ໄພ.

16 ແຕ່​ຈົ່ງ​ເບິ່ງ, ຕາມ​ພຣະ​ຄຳ​ພີ​ແລ້ວ, ຫີນ​ກ້ອນ​ນີ້​ຈະ​ກາຍ​ເປັນ ຮາກ​ຖານ​ອັນ​ຍິ່ງ​ໃຫຍ່ ແລະ ສຸດ​ທ້າຍ ແລະ ແນ່​ນອນ​ອັນ​ດຽວ, ຊຶ່ງ​ເທິງ​ນັ້ນ​ຊາວ​ຢິວ​ຈະ​ສາ​ມາດ​ສ້າງ​ຂຶ້ນ​ໄດ້.

17 ແລະ ບັດ​ນີ້​ທ່ານ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ຄົນ​ເຫລົ່າ​ນີ້​ຫລັງ​ຈາກ​ປະ​ຕິ​ເສດ​ຮາກ​ຖານ ອັນ​ແນ່​ນອນ​ແລ້ວ​ຈະ​ສ້າງ​ຂຶ້ນ​ເທິງ​ນັ້ນ​ໄດ້ ເພື່ອ​ວ່າ​ມັນ​ຈະ​ໄດ້​ກາຍ​ເປັນ​ຫີນ​ເອກ​ຂອງ​ພວກ​ເຂົາ?

18 ຈົ່ງ​ເບິ່ງ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຢາກ​ເປີດ​ເຜີຍ​ຄວາມ​ລຶກ​ລັບ​ນີ້​ແກ່​ພວກ​ທ່ານ; ຖ້າ​ຫາກ​ດ້ວຍ​ວິ​ທີ​ໃດ​ກໍ​ຕາມ​ຂ້າ​ພະ​ເຈົ້າ​ບໍ່​ຫວັ່ນ​ໄຫວ​ຈາກ​ຄວາມ​ໝັ້ນ​ຄົງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ພຣະ​ວິນ​ຍານ ແລະ ສະ​ດຸດ​ເພາະ​ຄວາມ​ເປັນ​ຫ່ວງ​ທີ່​ຂ້າ​ພະ​ເຈົ້າ​ມີ​ຕໍ່​ພວກ​ທ່ານ​ຫລາຍ​ເກີນ​ໄປ.