ບົດ​ທີ 1

ຊາວ​ນີ​ໄຟ​ຮັກສາ​ກົດ​ຂອງ​ໂມ​ເຊ, ລໍຖ້າ​ການສະ​ເດັດ​ມາ​ຂອງ​ພຣະ​ຄຣິດ, ແລະ ມີ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ໃນ​ແຜ່ນດິນ—ສາດສະດາ​ຫລາຍ​ທ່ານ​ອອກ​ແຮງ​ງານ​ເພື່ອ​ໃຫ້ຜູ້ຄົນຢູ່ໃນ​ເສັ້ນທາງ​ແຫ່ງ​ຄວາມ​ຈິງ. ປະມານ 399–361 ປີ ກ່ອນ ຄ.ສ.

 ບັດ​ນີ້​ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ເຈ​ຣອມ​ໄດ້​ບັນທຶກ​ຂໍ້ຄວາມ​ໄວ້​ເລັກ​ໜ້ອຍ​ຕາມ​ຄຳ​ສັ່ງ​ຂອງ​ເອ​ໂນດ, ບິດາ​ຂອງ​ຂ້າພະເຈົ້າ, ເພື່ອ​ຈະ​ໄດ້​ຮັກສາ​ລຳດັບ​ການ​ສືບ​ເຊື້ອສາຍ​ຂອງ​ພວກ​ເຮົາ​ໄວ້.

 ແລະ ເນື່ອງ​ຈາກ​ວ່າ​ແຜ່ນ​ຈາລຶກ​ນີ້​ນ້ອຍ​ຫລາຍ, ແລະ ເນື່ອງ​ຈາກ​ສິ່ງ​ເຫລົ່າ​ນີ້​ໄດ້​ຖືກ​ບັນທຶກ​ໄວ້​ດ້ວຍ​ເຈດ​ຕະນາ​ເພື່ອ​ຈະ​ໃຫ້​ເປັນ​ປະ​ໂຫຍດ​ແກ່​ຊາວ​ເລມັນ, ພີ່ນ້ອງ​ຂອງ​ພວກ​ເຮົາ, ດັ່ງນັ້ນ, ມັນ​ຈຶ່ງ​ຈຳ​ເປັນ​ທີ່​ຂ້າພະ​ເຈົ້າຕ້ອງ​ບັນທຶກ​ໄວ້​ເລັກ​ໜ້ອຍ; ແຕ່​ຂ້າພະ​ເຈົ້າຈະ​ບໍ່​ຂຽນ​ເລື່ອງ​ການ​ທຳນາຍ ຫລື ການ​ເປີດ​ເຜີຍ​ຂອງ​ຂ້າພະ​ເຈົ້າ. ເພາະ​ຂ້າພະ​ເຈົ້າບໍ່​ສາມາດ​ບັນທຶກ​ໄວ້​ຫລາຍ​ກວ່າ​ທີ່​ບັນພະ​ບຸ​ລຸດຂອງ​ຂ້າພະ​ເຈົ້າ​ໄດ້​ບັນທຶກ​ໄວ້​ແລ້ວ​ແມ່​ນບໍ? ຫລື​ວ່າ​ພວກ​ເພິ່ນ​ບໍ່​ໄດ້​ເປີດ​ເຜີຍ​ແຜນ​ແຫ່ງ​ຄວາມ​ລອດ​ໄວ້​ບໍ? ຂ້າພະ​ເຈົ້າຂໍ​ກ່າວ​ກັບ​ພວກ​ທ່ານ​ວ່າຖືກ​ແລ້ວ; ແລະ​ນີ້​ເປັນ​ສິ່ງ​ພຽງພໍ​ແລ້ວ​ສຳລັບ​ຂ້າພະ​ເຈົ້າ.

 ຈົ່ງ​ເບິ່ງ, ມັນ​ສົມຄວນ​ທີ່​ຈະ​ເຮັດ​ວຽກ​ງານ​ໃຫ້​ຫລາຍ​ໃນ​ບັນດາ​ຜູ້​ຄົນ​ພວກ​ນີ້​ເພາະ​ຄວາມ​ແຂງ​ກະດ້າງ​ຂອງ​ໃຈ​ຂອງ​ພວກເຂົາ, ແລະ ຄວາມ​ໜວກ​ຂອງ​ຫູ​ພວກ​ເຂົາ, ແລະ ຄວາມ​ມືດ​ມົນ​ຂອງ​ຈິດ​ໃຈ​ພວກ​ເຂົາ; ແລະ ຄວາມ​ແຂງ​ຂອງ​ຄໍ​ພວກ​ເຂົາ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ເຈົ້າ​ຍັງ​ເມດ​ຕາ​ຕໍ່​ພວກ​ເຂົາ​ຢ່າງ​ຍິ່ງ, ແລະ ເຖິງ​ບັດ​ນີ້​ພຣະ​ອົງ​ຍັງ​ບໍ່​ກວາດ​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ເລີຍ.

 ແລະ ມີ​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ໃນ​ບັນດາ​ພວກ​ເຮົາ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ​ມາ​ຫລາຍ​ເທື່ອ​ແລ້ວ, ເພາະ​ບໍ່​ແມ່ນ​ທຸກຄົນທີ່ເປັນ​ຄົນ​ແຂງຄໍ. ແລະ ຫລາຍ​ຕໍ່ຫລາຍຄົນ​ທີ່​ບໍ່​ແຂງຄໍ ແລະ ມີ​ສັດ​ທາ, ຍ່ອມ​ມີ​ການ​ພົວພັນ​ກັບ​ພຣະ​ວິນ​ຍານ​ອັນ​ສັກ​ສິດ, ຊຶ່ງປະກົດ​ໃຫ້​ເຫັນ​ແກ່​ລູກ​ຫລານ​ມະນຸດ​ຕາມ​ສັດທາ​ຂອງ​ພວກ​ເຂົາ.

 ແລະ ບັດ​ນີ້, ຈົ່ງ​ເບິ່ງເວລາ​ສອງ​ຮ້ອຍ​ປີ​ໄດ້​ຜ່ານ​ໄປ ແລະ ຜູ້ຄົນ​ຂອງນີ​ໄຟ​ໄດ້​ເຂັ້ມ​ແຂງ​ຂຶ້ນ​ໃນ​ແຜ່ນດິນ. ພວກ​ເຂົາ​ຍຶດຖືທີ່ຈະ​ຮັກສາ​ກົດ​ຂອງ​ໂມ​ເຊ ແລະ ຖື​ວັນ​ຊະບາ​ໂຕ​ເປັນ​ວັນ​ສັກສິດ​ແດ່​ພຣະຜູ້​ເປັນ​ເຈົ້າ. ແລະ ພວກ​ເຂົາ​ບໍ່​ດູ​ຖູກ; ທັງ​ບໍ່​ໝິ່ນປະໝາດ. ແລະ ກົດໝາຍ​ຂອງ​ແຜ່ນດິນ​ກໍ​ເຂັ້ມງວດ​ເຕັມທີ່.

 ແລະ ພວກ​ເຂົາ​ກະຈັດ​ກະຈາຍ​ໄປ​ຢູ່​ທົ່ວ​ແຜ່ນ​ດິນ​ຢ່າງ​ຫລວງ​ຫລາຍ, ແລະ ຊາວ​ເລ​ມັນ​ກໍ​ເໝືອນ​ກັນ. ແລະ ພວກ​ເຂົາ​ມີ​ຜູ້​ຄົນ​ຫລາຍ​ກວ່າ​ຊາວ​ນີ​ໄຟ; ແລະ ພວກ​ເຂົາ​ຮັກ​ການ​ຄາດ​ຕະກຳ ແລະ ກິນ​ເລືອດ​ສັດ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ເຂົາ​ມາ​ສູ້​ຮົບ​ກັບ​ພວກ​ເຮົາ​ຊາວ​ນີ​ໄຟຫລາຍ​ເທື່ອ. ແຕ່​ກະສັດ​ກັບ​ພວກ​ຜູ້ນຳ​ຂອງ​ພວກ​ເຮົາ​ເປັນ​ຜູ້​ທີ່​ມີ​ພະລັງ​ໃນ​ສັດທາ​ຕໍ່​ພຣະຜູ້​ເປັນ​ເຈົ້າ; ແລະ ພວກ​ເພິ່ນ​ໄດ້​ສອນ​ຜູ້ຄົນ​ເລື່ອງ​ເສັ້ນທາງ​ຂອງ​ພຣະຜູ້​ເປັນ​ເຈົ້າ; ສະນັ້ນ, ພວກ​ເຮົາ​ຈຶ່ງ​ຕ້ານ​ຊາວ​ເລ​ມັນ​ໄດ້ ແລະ ກວາດ​ພວກ​ເຂົາ​ອອກ​ຈາກ​ແຜ່ນດິນ​ຂອງ​ພວກ​ເຮົາ​ໄປ, ແລະ ເລີ່ມ​ຕົ້ນເສີມ​ສ້າງ​ກຳລັງ​ໃນ​ເມືອງ​ຂອງ​ພວກ​ເຮົາ, ຫລື ບ່ອນ​ອື່ນໆ​ທີ່​ເປັນ​ມູນ​ມໍລະດົກ​ຂອງ​ພວກ​ເຮົາ.

 ແລະ ພວກ​ເຮົາ​ມີ​ຄົນ​ເພີ່ມ​ທະວີ​ຂຶ້ນຢ່າງ​ຫລວງຫລາຍ, ແລະ ໄດ້​ແຜ່​ຂະຫຍາຍ​ອອກ​ໄປ​ທົ່ວ​ຜືນ​ແຜ່ນດິນ, ແລະ ກັບ​ມາ​ຮັ່ງມີ​ຢ່າງ​ຍິ່ງດ້ວຍ​ຄຳ, ແລະ ເງິນ, ແລະ ດ້ວຍ​ສິ່ງ​ທີ່​ມີຄ່າ, ແລະ ຝີ​ມື​ດີ​ໃນ​ງານ​ໄມ້ ດ້ວຍ​ອາຄານ, ແລະ ດ້ວຍ​ເຄື່ອງ​ຈັກ​ນຳ​ອີກ, ແລະ ດ້ວຍເຫລັກ ແລະ ທອງ​ແດງ, ແລະ ທອງ​ເຫລືອງ ແລະ ເຫລັກກ້າ, ແລະ ເຮັດ​ເຄື່ອງມື​ນາໆ​ຊະນິດ​ໄວ້​ໄຖ​ດິນ, ແລະ ເຮັດ​ອາວຸດ​ແຫ່ງ​ສົງຄາມ—​ແທ້​ຈິງ​ແລ້ວ, ລູກ​ທະນູ​ອັນ​ແຫລມ​ຄົມ, ແລະ ບັ້ງລູກ​ທະນູ, ຫອກ ແລະ ຫລາວ, ແລະ ການ​ຕຽມ​ທຸກ​ຢ່າງ​ເພື່ອ​ສົງ​ຄາມ.

 ແລະ ໂດຍ​ການ​ຕຽມ​ພ້ອມ​ຕໍ່ສູ້​ກັບ​ຊາວ​ເລ​ມັນ​ຢູ່​ນັ້ນ, ເຂົາ​ຈຶ່ງ​ບໍ່​ໄດ້​ຫຍັງ​ຈາກ​ພວກ​ເຮົາ​ເລີຍ. ແຕ່​ພຣະ​ຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າ​ເປັນຈິງ​ແລ້ວ, ຊຶ່ງພຣະ​ອົງ​ໄດ້​ຮັບ​ສັ່ງ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກ​ເຮົາ, ມີ​ຄວາມ​ວ່າ: ຕາບ​ໃດ​ທີ່​ເຈົ້າຈະ​ຮັກສາ​ບັນຍັດ​ຂອງ​ເຮົາ ເຈົ້າຈະ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນດິນ.

 10 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ສາດສະດາ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ເວົ້າຂູ່​ຜູ້ຄົນ​ຂອງນີ​ໄຟ​ຕາມພຣະ​ຄຳ​ຂອງ​ພຣະ​ເຈົ້າ, ວ່າ​ຖ້າ​ຫາກ​ພວກ​ເຂົາ​ບໍ່​ຮັກສາ​ພຣະ​ບັນຍັດ, ແຕ່​ຕົກ​ຢູ່​ໃນ​ການ​ລ່ວງ​ລະ​ເມີດ​ແລ້ວ, ພວກ​ເຂົາ​ຈະ​ຖືກ​ທຳລາຍ​ໄປ​ຈາກ​ຜືນ​ແຜ່ນດິນ​ນີ້.

 11 ສະນັ້ນ, ສາດສະດາ, ແລະ ປະ​ໂລຫິດ, ແລະ ຜູ້​ສອນ​ໄດ້​ເຮັດ​ວຽກ​ງານ​ຢ່າງ​ພາກ​ພຽນ, ແນະນຳ​ຜູ້ຄົນ​ດ້ວຍ​ສຸດ​ຄວາມ​ອົດ​ກັ້ນ​ໃຫ້​ພາກ​ພຽນ; ສອນ​ກົດ​ຂອງ​ໂມ​ເຊ, ແລະ ຈຸດປະສົງ​ທີ່​ໃຫ້​ກົດ​ໄວ້​ນັ້ນກໍ​ເພື່ອ​ຈະ​ໄດ້​ຊັກ​ຊວນ​ໃຫ້​ພວກ​ເຂົາ​ມຸ້ງ​ຫາ​ພຣະ​ເມ​ຊີ​ອາ, ແລະ ເຊື່ອ​ໃນ​ພຣະ​ອົງ​ທີ່​ຈະ​ສະ​ເດັດ​ມາ​ຄື​ກັນ​ກັບ​ພຣະ​ອົງ​ເປັນ​ມາ​ແລ້ວ. ແລະ ຕາມ​ວິທີ​ນີ້ ພວກ​ເພິ່ນ​ໄດ້​ສອນ​ພວກ​ເຂົາ.

 12 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ແລະ ໂດຍ​ການ​ກະທຳ​ເຊັ່ນ​ນັ້ນ ພວກ​ເພິ່ນ​ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ລອດ​ຈາກ​ການ​ຖືກ​ທຳລາຍ​ໃນ​ຜືນ​ແຜ່ນດິນ; ເພາະວ່າ​ພວກ​ເພິ່ນ​ໄດ້​ສຽບ​ແທງ​ໃຈ​ຂອງ​ພວກ​ເຂົາດ້ວຍ​ພຣະ​ຄຳ ຢູ່​ຕະຫລອດ​ເວລາ​ເພື່ອ​ໃຫ້​ມາສູ່ການ​ກັບ​ໃຈ.

 13 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເວລາ​ສອງ​ຮ້ອຍ​ສາມ​ສິບ​ແປດ​ປີຜ່ານ​ໄປ—​ໂດຍ​ມີ​ສົງຄາມ ແລະ ການ​ຂັດ​ແຍ້ງ ແລະ ຄວາມ​ແຕກ​ແຍກ​ເປັນ​ສ່ວນ​ຫລາຍ​ຂອງ​ໄລຍະ​ເວລາ​ນັ້ນ.

 14 ແລະ ຂ້າພະ​ເຈົ້າ​ເຈ​ຣອມ​ຈະ​ບໍ່​ບັນທຶກ​ຕື່ມ​ອີກ, ເພາະ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ນ້ອຍ​ຫລາຍ. ແຕ່​ຈົ່ງ​ເບິ່ງ, ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າ, ພວກ​ທ່ານ​ສາມາດ​ໄປ​ເບິ່ງ​ແຜ່ນ​ຈາລຶກ​ຂອງ​ນີ​ໄຟ​ເຫລັ້ມ​ອື່ນໆ​ໄດ້; ເພາະ​ຈົ່ງ​ເບິ່ງ, ບັນທຶກ​ກ່ຽວ​ກັບ​ສົງ​ຄາມ​ຂອງ​ພວກ​ເຮົາ​ໄດ້​ບັນທຶກ​ໄວ້​ຢູ່​ໃນ​ນັ້ນ​ຕາມ​ການ​ບັນທຶກ​ຂອງ​ກະສັດ, ຫລື​ວ່າ​ເລື່ອງ​ທີ່​ເພິ່ນ​ບອກ​ນັ້ນ​ໄດ້​ມີ​ບັນທຶກ​ໄວ້.

 15 ແລະ ຂ້າພະ​ເຈົ້າ​ຈະ​ມອບ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ໄວ້​ໃນ​ມື​ຂອງ​ອອມ​ໄນ​ລູກ​ຊາຍ​ຂອງ​ຂ້າພະ​ເຈົ້າ ເພື່ອ​ລາວ​ຈະ​ໄດ້​ຮັກສາ​ມັນໄວ້​ຕາມ​ຄຳ​ສັ່ງ​ຂອງ​ບັນພະບຸລຸດ​ຂອງ​ຂ້າພະ​ເຈົ້າ.