ພຣະ​ຄຳ​ພີ
ປະຈັກ​ພະຍານ​ຂອງ​ສາດ​ສະ​ດາ​ໂຈເຊັບ ສະມິດ


ປະຈັກ​ພະຍານ​ຂອງ​ສາດ​ສະ​ດາ​ໂຈເຊັບ ສະມິດ

ຄຳ​ເວົ້າ​ຂອງ​ສາດ​ສະ​ດາ​ໂຈເຊັບ ສະມິດ ກ່ຽວ​ກັບ​ການ​ນຳ​ເອົາ​ພຣະ​ຄຳ​ພີ​ມໍມອນ​ອອກ​ມາ ມີ​ດັ່ງ​ນີ້:

“ໃນ​ຄືນ … ວັນທີ​ຊາວ​ເອັດ ເດືອນ​ກັນຍາ [1823] … ຂ້າ​ພະ​ເຈົ້າ​ໄດ້​ນ້ອມ​ຕົວ​ອະ​ທິ​ຖານ ແລະ ອ້ອນ​ວອນ​ຕໍ່​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່. …

“ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ເອີ້ນ​ຫາ​ພຣະ​ເຈົ້າ​ຢູ່​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແສງ​ສະ​ຫວ່າງ​ປະກົດ​ຂຶ້ນ​ໃນ​ຫ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ແສງ​ນັ້ນ​ສະ​ຫວ່າງ​ຂຶ້ນ​ເລື້ອຍໆ ຈົນ​ວ່າ​ຫ້ອງ​ຂອງ​ຂ້າ​ພະ​ເຈົ້າ​ແຈ້ງ​ສະ​ຫວ່າງ​ຍິ່ງ​ກວ່າ​ຕອນ​ທ່ຽງ​ວັນ. ໃນ​ທັນ​ໃດ​ນັ້ນ ຄົນ​ຜູ້​ໜຶ່ງ​ກໍ​ປະກົດ​ຂຶ້ນ​ຢູ່​ຂ້າງ​ຕຽງ​ນອນ​ຂອງ​ຂ້າ​ພະ​ເຈົ້າ, ຢືນ​ຢູ່​ໃນ​ອາ​ກາດ, ເພາະ​ຕີນ​ຂອງ​ເພິ່ນ​ບໍ່​ໄດ້​ແຕະ​ຕ້ອງ​ພື້ນ​ຫ້ອງ​ເລີຍ.

“ເພິ່ນ​ໃສ່​ເສື້ອ​ຄຸມ​ສີ​ຂາວ​ຂະ​ໜາດ. ມັນ​ຂາວ​ຍິ່ງ​ກວ່າ​ສິ່ງ​ໃດໆ​ໃນ​ໂລກ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ເຫັນ​ມາ; ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ຈະ​ບໍ່​ມີ​ສິ່ງ​ໃດ​ໃນ​ໂລກ ທີ່​ຈະ​ເຮັດ​ໃຫ້​ປະກົດ​ຂາວ ແລະ ສະ​ຫວ່າງ​ໄດ້​ຢ່າງ​ຍິ່ງ​ເຊັ່ນ​ນັ້ນ. ມື​ຂອງ​ເພິ່ນ​ເປືອຍ​ເປົ່າ, ແລະ ແຂນ​ຂອງ​ເພິ່ນ​ສ່ວນ​ທີ່​ເທິງ​ຂໍ້​ມື​ເລັກ​ໜ້ອຍ​ກໍ​ເປືອຍ​ເປົ່າ​ເໝືອນ​ກັນ; ຕີນ​ຂອງ​ເພິ່ນ​ເປືອຍ​ເປົ່າ, ແລະ ຂາ​ສ່ວນ​ທີ່​ເທິງ​ເລັກ​ໜ້ອຍ​ກໍ​ເປືອຍ​ເປົ່າ​ເໝືອນ​ກັນ. ຫົວ ແລະ ຄໍ​ຂອງ​ເພິ່ນ​ກໍ​ເປືອຍ​ເປົ່າ​ເໝືອນ​ກັນ. ຂ້າ​ພະ​ເຈົ້າ​ເຫັນ​ໄດ້​ວ່າ ເພິ່ນ​ບໍ່​ໄດ້​ນຸ່ງ​ອັນ​ໃດ​ອີກ ນອກຈາກ​ເສື້ອ​ຄຸມ​ຕົວ​ນັ້ນ ເພາະ​ມັນ​ເປີດ​ຈົນ​ຂ້າ​ພະ​ເຈົ້າ​ສາ​ມາດ​ຫລຽວ​ເຫັນ​ໜ້າ​ເອິກ​ຂອງ​ເພິ່ນ.

“ບໍ່​ພຽງ​ແຕ່​ເສື້ອ​ຄຸມ​ຂອງ​ເພິ່ນ​ຂາວ​ຢ່າງ​ຍິ່ງ​ເທົ່າ​ນັ້ນ, ແຕ່​ທົ່ວ​ທັງ​ຮ່າງ​ກາຍ​ຂອງ​ເພິ່ນ​ນັ້ນ​ມີ​ແສງ​ຮຸ່ງ​ເຫລື້ອມ​ເກີນ​ກວ່າ​ທີ່​ຈະ​ພັນ​ລະ​ນາ​ໄດ້, ແລະ ໜ້າ​ຂອງ​ເພິ່ນ​ຄື​ກັນ​ກັບ​ຟ້າ​ແມບ​ເຫລື້ອມ​ແທ້ໆ. ຫ້ອງ​ນັ້ນ​ສະ​ຫວ່າງ​ຢ່າງ​ຍິ່ງ, ແຕ່​ວ່າ​ຍັງ​ບໍ່​ເທົ່າ​ກັບ​ຄວາມ​ສະ​ຫວ່າງ​ທີ່​ຢູ່​ອ້ອມ​ຕົວ​ຂອງ​ເພິ່ນ. ເມື່ອ​ຂ້າ​ພະ​ເຈົ້າ​ຫລຽວ​ເຫັນ​ເພິ່ນ, ທຳ​ອິດ​ຂ້າ​ພະ​ເຈົ້າ​ກໍ​ຢ້ານ; ແຕ່​ບໍ່​ດົນ​ຄວາມ​ຢ້ານ​ນັ້ນ​ກໍ​ຫາຍ​ໄປ.

“ເພິ່ນ​ໄດ້​ເອີ້ນ​ຊື່​ຂ້າ​ພະ​ເຈົ້າ ແລະ ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ ເພິ່ນ​ແມ່ນ​ທູດ​ສະຫວັນ​ທີ່​ຖືກ​ສົ່ງ​ມາ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ໃຫ້​ມາ​ຫາ​ຂ້າ​ພະ​ເຈົ້າ, ແລະ ວ່າ​ເພິ່ນ​ຊື່ ໂມ​ໂຣ​ໄນ; ວ່າ​ພຣະ​ເຈົ້າ​ມີ​ວຽກ​ງານ​ໃຫ້​ຂ້າ​ພະ​ເຈົ້າ​ເຮັດ; ແລະ ບອກ​ວ່າ​ຊື່​ຂອງ​ຂ້າ​ພະ​ເຈົ້າ​ຈະ​ມີ​ຢູ່​ທັງ​ທາງ​ດີ ແລະ ທາງ​ຊົ່ວ ໃນ​ບັນ​ດາ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ແລະ ທຸກ​ພາ​ສາ, ຫລື ວ່າ​ຊື່​ຂອງ​ຂ້າ​ພະ​ເຈົ້າ​ຈະ​ຖືກ​ເວົ້າ​ເຖິງ​ໃນ​ທາງ​ດີ ແລະ ທາງ​ຊົ່ວ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ປວງ.

“ເພິ່ນ​ໄດ້​ບອກ​ວ່າ ມັນ​ມີ​ໜັງ​ສື​ເຫລັ້ມ​ໜຶ່ງ​ຝັງ​ຢູ່, ທີ່​ຖືກ​ຂຽນ​ໄວ້​ໃນ​ແຜ່ນ​ຈາລຶກ​ຄຳ, ຊຶ່ງ​ໃຫ້​ເລື່ອງ​ລາວ​ຂອງ​ຜູ້​ເຄີຍ​ອາ​ໄສ​ຢູ່​ໃນ​ທະ​ວີບ​ນີ້​ໃນ​ສະ​ໄໝ​ກ່ອນ ແລະ ເລື່ອງ​ຖິ່ນ​ກຳເນີດ​ຂອງ​ຄົນ​ເຫລົ່າ​ນັ້ນ. ເພິ່ນ​ໄດ້​ບອກ​ອີກ​ວ່າ ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ ມີ​ຢູ່​ໃນ​ໜັງ​ສື​ນັ້ນ ຕາມ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະທານ​ໃຫ້​ຜູ້​ອາ​ໄສ​ຢູ່​ໃນ​ສະ​ໄໝ​ບູຮານ;

“ຍັງ​ມີ​ຫີນ​ສອງ​ກ້ອນ​ຕິດ​ຢູ່​ກັບ​ຄັນ​ທະ​ນູ​ທີ່​ເຮັດ​ດ້ວຍ​ເງິນ​ອີກ—ແລະ ຫີນ​ສອງ​ກ້ອນ​ນີ້, ຊຶ່ງ​ຕິດ​ຢູ່​ກັບ​ແຜ່ນ​ປົກ​ເອິກ, ປະກອບ​ເປັນ​ສິ່ງ​ທີ່​ເອີ້ນ​ວ່າ ອຸລີມ ແລະ ທຸມມີມ—​ໄດ້​ຖືກ​ຝັງ​ໄວ້​ຢູ່​ກັບ​ແຜ່ນ​ຈາລຶກ; ການ​ເປັນ​ເຈົ້າ​ຂອງ ແລະ ການ​ໃຊ້​ຫີນ​ສອງ​ກ້ອນ​ນີ້ ເປັນ​ສ່ວນ​ປະກອບ​ຂອງ​ການ​ເປັນ ‘ຜູ້​ພະ​ຍາ​ກອນ’ ໃນ​ສະ​ໄໝ​ບູຮານ ຫລື ສະ​ໄໝ​ກ່ອນ; ແລະ ວ່າ​ພຣະ​ເຈົ້າ​ໄດ້​ຕຽມ​ຫີນ​ສອງ​ກ້ອນ​ນີ້​ໄວ້ ເພື່ອ​ຈຸດ​ປະສົງ​ໃນ​ການ​ແປ​ໜັງ​ສື​ເຫລັ້ມ​ນີ້. …

“ເພິ່ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ອີກ​ວ່າ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ແຜ່ນ​ຈາລຶກ​ເຫລົ່າ​ນັ້ນ​ທີ່​ເພິ່ນ​ກ່າວ​ເຖິງ—ເພາະ​ເວລາ​ທີ່​ຈະ​ໄດ້​ຮັບ​ຍັງ​ບໍ່​ທັນ​ມາ​ເຖິງ​ເທື່ອ—ຂ້າ​ພະ​ເຈົ້າ​ບໍ່​ຄວນ​ເອົາ​ໃຫ້​ຄົນ​ໃດ​ເບິ່ງ; ທັງ​ແຜ່ນ​ປົກ​ເອິກ​ກັບ​ອຸລີມ ແລະ ທຸມມີມ ນັ້ນ​ຄື​ກັນ; ນອກ​ຈາກ​ກັບ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ບັນ​ຊາ​ໃຫ້​ເຮັດ​ເທົ່າ​ນັ້ນ; ຖ້າ​ຫາກ​ວ່າ​ຂ້າ​ພະ​ເຈົ້າ​ຂືນ​ເຮັດ ຂ້າ​ພະ​ເຈົ້າ​ກໍ​ຈະ​ຖືກ​ທຳ​ລາຍ. ຂະນະ​ທີ່​ເພິ່ນ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ແຜ່ນ​ຈາລຶກ​ຢູ່​ນັ້ນ, ພາບ​ກໍ​ບັງ​ເກີດ​ຂຶ້ນ​ໃນ​ຄວາມ​ນຶກ​ຄິດ​ຂອງ​ຂ້າ​ພະ​ເຈົ້າ ຈົນ​ຫລຽວ​ເຫັນ​ສະຖານ​ທີ່ ບ່ອນ​ແຜ່ນ​ຈາລຶກ​ຖືກ​ຝັງ​ໄວ້, ແລະ ເຫັນ​ຢ່າງ​ແຈ່ມ​ແຈ້ງ ແລະ ຊັດ​ເຈນ​ດີ​ຈົນ​ວ່າ ຂ້າ​ພະ​ເຈົ້າ​ຮູ້​ຈັກ​ບ່ອນ​ນັ້ນ​ທັນ​ທີ ເມື່ອ​ເວລາ​ໄປ​ເຖິງ.

“ຫລັງ​ຈາກ​ສົນ​ທະ​ນາ​ກັນ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແສງ​ສະ​ຫວ່າງ​ໃນ​ຫ້ອງ​ເລີ່ມ​ລວມ​ຕົວ​ກັນ​ເຂົ້າ​ມາ​ຮອບໆ ໃກ້​ຕົວ​ຂອງ​ຜູ້​ທີ່​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ແລະ ຄົງ​ເປັນ​ຢູ່​ຕໍ່​ໄປ​ແນວ​ນັ້ນ​ຈົນ​ວ່າ​ຫ້ອງ​ມືດ​ລົງ​ອີກ, ນອກ​ຈາກ​ທີ່​ຢູ່​ຮອບ​ຕົວ​ຂອງ​ເພິ່ນ; ໃນ​ທັນ​ໃດ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ, ຄື​ກັບ​ວ່າ ເປັນ​ທາງ​ຂຶ້ນ​ໄປ​ສູ່​ສະຫວັນ, ແລະ ເພິ່ນ​ໄດ້​ກັບ​ຂຶ້ນ​ໄປ​ຈົນ​ລັບ​ສາຍ​ຕາ, ແລະ ຫ້ອງ​ກໍ​ກັບ​ຄືນ​ສູ່​ສະພາບ​ເດີມ​ເໝືອນ​ກ່ອນ​ທີ່​ແສງ​ສະ​ຫວ່າງ​ຈາກ​ສະຫວັນ​ມາ​ປະກົດ.

“ຂ້າ​ພະ​ເຈົ້າ​ໄດ້​ນອນ​ຄິດ​ເຖິງ​ສິ່ງ​ແປກ​ປະ​ຫລາດ​ຂອງ​ເຫດ​ການ​ນີ້, ແລະ ປະ​ຫລາດ​ໃຈ​ຫລາຍ​ໃນ​ເລື່ອງ​ທີ່​ທູດ​ພິ​ເສດ​ຜູ້​ນີ້​ໄດ້​ບອກ​ກັບ​ຂ້າ​ພະ​ເຈົ້າ; ຂະນະ​ທີ່​ກຳ​ລັງ​ໃຊ້​ຄວາມ​ຄິດ​ຢູ່, ທັນ​ໃດ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຫ້ອງ​ຂອງ​ຂ້າ​ພະ​ເຈົ້າ​ເລີ່ມ​ສະ​ຫວ່າງ​ຂຶ້ນ​ອີກ, ແລະ ໃນ​ທັນ​ໃດ​ນັ້ນ, ຄື​ກັບ​ວ່າ ທູດ​ສະຫວັນ​ຜູ້​ເກົ່າ ກໍ​ໄດ້​ມາ​ຢືນ​ຢູ່​ຂ້າງ​ຕຽງ​ນອນ​ຂອງ​ຂ້າ​ພະ​ເຈົ້າ​ອີກ.

“ເພິ່ນ​ໄດ້​ເລີ່ມ​ຕົ້ນ, ແລະ ເລົ່າ​ເຖິງ​ເລື່ອງ​ດຽວ​ກັນ​ນັ້ນ ຊຶ່ງ​ເພິ່ນ​ໄດ້​ເຮັດ ຕອນ​ເພິ່ນ​ມາ​ຢ້ຽມ​ຢາມ​ເທື່ອ​ກ່ອນ, ໂດຍ​ບໍ່​ຜິດ​ພ້ຽນ​ຈັກ​ໜ້ອຍ​ເລີຍ; ຊຶ່ງ​ເມື່ອ​ເລົ່າ​ຈົບ​ແລ້ວ, ເພິ່ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ເຖິງ​ການ​ພິ​ພາກ​ສາ​ອັນ​ຍິ່ງ​ໃຫຍ່ ທີ່​ກຳ​ລັງ​ຈະ​ມາ​ສູ່​ໂລກ​ນີ້, ພ້ອມ​ດ້ວຍ​ການ​ເຮັດ​ໃຫ້​ເປົ່າ​ປ່ຽວ​ຢ່າງ​ໃຫຍ່​ຫລວງ​ດ້ວຍ​ຄວາມ​ອຶດ​ຢາກ, ດ້ວຍ​ດາບ, ແລະ ດ້ວຍ​ພະ​ຍາດ​ໂລ​ຄາ; ແລະ ວ່າ​ການ​ພິ​ພາກ​ສາ​ອັນ​ໜ້າ​ເສົ້າ​ສະ​ຫລົດ​ໃຈ​ຈະ​ມາ​ສູ່​ໂລກ​ກັບ​ຄົນ​ລຸ້ນ​ນີ້. ເມື່ອ​ເລົ່າ​ເລື່ອງ​ນີ້​ແລ້ວ, ເພິ່ນ​ກໍ​ໄດ້​ກັບ​ຂຶ້ນ​ໄປ​ສະຫວັນ​ອີກ​ຄື​ກັນ​ກັບ​ເທື່ອ​ກ່ອນ.

“ໃນ​ເວລາ​ນັ້ນ, ຄວາມ​ຮູ້​ສຶກ​ທີ່​ເກີດ​ຂຶ້ນ​ໃນ​ຄວາມ​ນຶກ​ຄິດ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ ເລິກ​ຊຶ້ງ​ຫລາຍ​ຈົນ​ບໍ່​ອາດ​ຈະ​ຫລັບ​ໄດ້ ແລະ ນອນ​ຢູ່​ໃນ​ຄວາມ​ປະ​ຫລາດ​ໃຈ​ຢ່າງ​ຖ້ວມ​ລົ້ນ ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ. ແຕ່​ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ຫລາຍ​ເມື່ອ​ເຫັນ​ທູດ​ຜູ້​ດຽວ​ກັນ​ນັ້ນ ມາ​ຢືນ​ຢູ່​ຂ້າງ​ຕຽງ​ນອນ​ຂອງ​ຂ້າ​ພະ​ເຈົ້າ​ອີກ, ແລະ ໄດ້​ຍິນ​ເພິ່ນ​ກ່າວ​ທວນ​ຄືນ ຫລື ກ່າວ​ຊ້ຳ​ຄຳ​ເກົ່າ ໃຫ້​ຂ້າ​ພະ​ເຈົ້າ​ຟັງ​ອີກ ເຖິງ​ເລື່ອງ​ດຽວ​ກັນ​ກັບ​ເທື່ອ​ກ່ອນ; ແລະ ຍັງ​ເຕືອນ​ຂ້າ​ພະ​ເຈົ້າ​ວ່າ ຊາຕານ​ຈະ​ພະ​ຍາ​ຍາມ​ລໍ້​ລວງ​ຂ້າ​ພະ​ເຈົ້າ (ເນື່ອງ​ຈາກ​ສະພາບ​ຄວາມ​ຍາກ​ຈົນ​ຂອງ​ຄອບ​ຄົວ​ຂອງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ), ໃຫ້​ເອົາ​ແຜ່ນ​ຈາລຶກ​ໄປ ເພື່ອ​ຈຸດ​ປະສົງ​ທີ່​ຈະ​ສ້າງ​ຄວາມ​ຮັ່ງ​ມີ. ເລື່ອງ​ນີ້​ເພິ່ນ​ຫ້າມ​ຂ້າ​ພະ​ເຈົ້າ​ໂດຍ​ກ່າວ​ວ່າ ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ບໍ່​ມີ​ຈຸດ​ປະສົງ​ຢ່າງ​ອື່ນ ໃນ​ການ​ໄດ້​ແຜ່ນ​ຈາລຶກ​ນັ້ນ​ມາ ນອກ​ຈາກ​ເພື່ອ​ຖວາຍ​ບາ​ລະ​ມີ​ແດ່​ພຣະ​ເຈົ້າ​ເທົ່າ​ນັ້ນ, ແລະ ຕ້ອງ​ບໍ່​ຕົກ​ຢູ່​ໃນ​ອິດ​ທິ​ພົນ​ຂອງ​ຄວາມ​ມຸ້ງ​ໝາຍ​ອື່ນ​ໃດ ນອກ​ຈາກ​ເພື່ອ​ການ​ສ້າງ​ອາ​ນາ​ຈັກ​ຂອງ​ພຣະ​ອົງ; ຖ້າ​ບໍ່​ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈະ​ເອົາ​ແຜ່ນ​ຈາລຶກ​ມາ​ບໍ່​ໄດ້.

“ຫລັງ​ຈາກ​ການ​ມາ​ຢ້ຽມ​ຢາມ​ເທື່ອ​ທີ​ສາມ​ນີ້, ເພິ່ນ​ກໍ​ກັບ​ຂຶ້ນ​ສູ່​ສະຫວັນ​ຄື​ກັນ​ກັບ​ເທື່ອ​ກ່ອນ, ແລະ ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ຄວາມ​ແປກ​ປະ​ຫລາດ​ນຳ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຫາ​ກໍ​ໄດ້​ປະ​ສົບ​ມາ; ເກືອບ​ໃນ​ທັນ​ທີ ຫລັງ​ຈາກ​ທູດ​ສະຫວັນ​ໄດ້​ໄປ​ຈາກ​ຂ້າ​ພະ​ເຈົ້າ​ເທື່ອ​ທີ​ສາມ, ໄກ່​ກໍ​ຂັນ ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ມັນ​ໃກ້​ຈະ​ເປັນ​ມື້​ໃໝ່​ແລ້ວ. ດັ່ງ​ນັ້ນ ການ​ສົນ​ທະ​ນາ​ຂອງ​ພວກ​ເຮົາ​ແມ່ນ​ໃຊ້​ເວລາ​ຕະຫລອດ​ທັງ​ຄືນ​ເລີຍ.

“ບໍ່​ດົນ​ຫລັງ​ຈາກ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ລຸກ​ຂຶ້ນ​ຈາກ​ຕຽງ​ນອນ​ຂອງ​ຂ້າ​ພະ​ເຈົ້າ, ແລະ ອອກ​ໄປ​ເຮັດ​ວຽກ​ຕາມ​ປົກ​ກະ​ຕິ, ແຕ່​ເມື່ອ​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ເຮັດ​ວຽກ​ຄື​ກັນ​ກັບ​ມື້​ອື່ນໆ, ຂ້າ​ພະ​ເຈົ້າ​ພົບ​ວ່າ​ໝົດ​ກຳ​ລັງ​ຈົນ​ເຮັດ​ຕໍ່​ໄປ​ບໍ່​ໄຫວ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ທີ່​ກຳ​ລັງ​ເຮັດ​ວຽກ​ຢູ່​ກັບ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ມີ​ອັນ​ໃດ​ອັນ​ໜຶ່ງ​ຜິດ​ປົກ​ກະ​ຕິ​ກັບ​ຂ້າ​ພະ​ເຈົ້າ, ຈຶ່ງ​ບອກ​ໃຫ້​ຂ້າ​ພະ​ເຈົ້າ​ກັບ​ບ້ານ. ຂ້າ​ພະ​ເຈົ້າ​ອອກ​ໄປ​ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ກັບ​ບ້ານ; ແຕ່​ເວລາ​ທີ່​ພະ​ຍາ​ຍາມ​ຂ້າມ​ຮົ້ວ​ອອກ​ຈາກ​ໄຮ່​ທີ່​ພວກ​ເຮົາ​ຢູ່, ຂ້າ​ພະ​ເຈົ້າ​ກໍ​ໝົດ​ແຮງ, ແລະ ລົ້ມ​ລົງ​ແຜ່​ຢູ່​ກັບ​ພື້ນ​ດິນ, ແລະ ໝົດ​ສະ​ຕິ​ໄປ​ຊົ່ວ​ໄລ​ຍະ​ໜຶ່ງ.

“ສິ່ງ​ທຳ​ອິດ​ທີ່​ຈື່​ໄດ້​ຄື​ສຽງ​ທີ່​ກ່າວ​ກັບ​ຂ້າ​ພະ​ເຈົ້າ ແລະ ເອີ້ນ​ຊື່​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ຂຶ້ນ, ແລະ ເຫັນ​ທູດ​ຜູ້​ເກົ່າ​ນັ້ນ​ຢືນ​ຢູ່​ຊື່​ຫົວ​ຂອງ​ຂ້າ​ພະ​ເຈົ້າ, ມີ​ແສງ​ສະ​ຫວ່າງ​ຢູ່​ອ້ອມ​ຮອບ ຄື​ກັນ​ກັບ​ເທື່ອ​ກ່ອນ. ແລ້ວ​ເພິ່ນ​ໄດ້​ເວົ້າ​ເລື່ອງ​ທັງ​ໝົດ ທີ່​ໄດ້​ເລົ່າ​ໃຫ້​ຂ້າ​ພະ​ເຈົ້າ​ຟັງ ເມື່ອ​ມື້​ຄືນ​ນີ້​ອີກ, ແລະ ສັ່ງ​ໃຫ້​ຂ້າ​ພະ​ເຈົ້າ​ກັບ​ຄືນ​ໄປ​ຫາ​ພໍ່​ຂອງ​ຂ້າ​ພະ​ເຈົ້າ ແລະ ບອກ​ເພິ່ນ​ກ່ຽວ​ກັບ​ພາບ ແລະ ຄຳ​ສັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ.

“ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຕາມ; ຂ້າ​ພະ​ເຈົ້າ​ໄດ້​ກັບ​ໄປ​ຫາ​ພໍ່​ໃນ​ໄຮ່, ແລະ ເລົ່າ​ເລື່ອງ​ທັງ​ໝົດ​ໃຫ້​ເພິ່ນ​ຟັງ. ເພິ່ນ​ຕອບ​ຂ້າ​ພະ​ເຈົ້າ​ວ່າ ມັນ​ເປັນ​ເລື່ອງ​ຂອງ​ພຣະ​ເຈົ້າ, ແລະ ບອກ​ໃຫ້​ຂ້າ​ພະ​ເຈົ້າ​ໄປ​ເຮັດ​ຕາມ​ສິ່ງ​ທີ່​ທູດ​ສັ່ງ. ຂ້າ​ພະ​ເຈົ້າ​ຈຶ່ງ​ອອກ​ຈາກ​ໄຮ່, ແລະ ໄປ​ຫາ​ບ່ອນ​ທີ່​ທູດ​ບອກ​ຂ້າ​ພະ​ເຈົ້າ​ວ່າ​ມີ​ແຜ່ນ​ຈາລຶກ​ຝັງ​ຢູ່; ແລະ ເພາະ​ເນື່ອງ​ຈາກ​ຄວາມ​ແຈ່ມ​ແຈ້ງ​ຂອງ​ພາບ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ກ່ຽວ​ກັບ​ບ່ອນ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ຈັກ​ບ່ອນ​ນັ້ນ​ທັນ​ທີ ເມື່ອ​ຂ້າ​ພະ​ເຈົ້າ​ໄປ​ເຖິງ.

“ໃກ້​ໝູ່​ບ້ານ​ແມນເຈດ​ສະເຕີ, ເຂດ​ອອນແທ​ຣິໂອ, ລັດ​ນິວຢອກ, ມີ​ພູ​ຂະ​ໜາດ​ໃຫຍ່​ໜ່ວຍ​ໜຶ່ງ ແລະ ສູງ​ກວ່າ​ພູ​ໜ່ວຍ​ອື່ນໆ​ທີ່​ຢູ່​ໃກ້​ຄຽງ. ທາງ​ດ້ານ​ຕາ​ເວັນ​ຕົກ​ຂອງ​ພູ​ໜ່ວຍ​ນີ້, ບໍ່​ໄກ​ຈາກ​ຈອມ​ພູ​ຫລາຍ​ປານ​ໃດ, ຢູ່​ກ້ອງ​ກ້ອນ​ຫີນ​ຂະ​ໜາດ​ໃຫຍ່​ກ້ອນ​ໜຶ່ງ, ມີ​ແຜ່ນ​ຈາລຶກ​ວາງ​ຢູ່, ໃນ​ຫີບ​ທີ່​ເປັນ​ຫີນ. ຫີນ​ກ້ອນ​ນີ້​ໜາ ແລະ ທາງ​ກາງ​ຂອງ​ຫີນ​ນີ້​ໂຄ້ງ ແລະ ລາດ​ລົງ​ໄປ​ຫາ​ຂອບ, ຈົນ​ຫລຽວ​ເຫັນ​ທາງ​ກາງ​ຂອງ​ມັນ​ໄດ້​ຈາກ​ໜ້າ​ດິນ, ແຕ່​ດິນ​ປິດ​ຮອບ​ຂອບ​ໄວ້​ທັງ​ໝົດ.

“ເມື່ອ​ຂຸດ​ດິນ​ອອກ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ຫາ​ໄມ້​ລຳ​ໜຶ່ງ, ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ສອດ​ມັນ​ລົງ​ກ້ອງ​ຂອບ​ຫີນ, ແລະ ດ້ວຍ​ການ​ອອກ​ແຮງ​ພຽງ​ເລັກ​ໜ້ອຍ ກໍ​ງັດ​ມັນ​ຂຶ້ນ​ໄດ້. ຂ້າ​ພະ​ເຈົ້າ​ຫລຽວ​ເຂົ້າ​ໄປ​ໃນ​ບ່ອນ​ນັ້ນ, ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຫັນ​ແຜ່ນ​ຈາລຶກ, ອຸລີມ ແລະ ທຸມມີມ, ແລະ ແຜ່ນ​ປົກ​ເອິກ, ຕາມ​ທີ່​ທູດ​ບອກ​ໄວ້. ຫີບ​ທີ່​ມີ​ຂອງ​ເຫລົ່າ​ນີ້​ເຮັດ​ຂຶ້ນ​ໂດຍ​ການ​ວາງ​ຫີນ​ລຽນ​ໄວ້​ໃນ​ຊີ​ມັງ​ຊະ​ນິດ​ໜຶ່ງ. ຢູ່​ກົ້ນ​ຫີບ​ມີ​ຫີນ​ຢູ່​ສອງ​ກ້ອນ ວາງ​ຢູ່​ທາງ​ຂວາງ​ຂອງ​ຫີບ, ແລະ ແຜ່ນ​ຈາລຶກ​ກັບ​ສິ່ງ​ຂອງ​ອື່ນໆ​ຊຶ່ງ​ຢູ່​ນຳ​ກັນ ວາງ​ຢູ່​ເທິງ​ຫີນ​ສອງ​ກ້ອນ​ນີ້.

“ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ເອົາ​ມັນ​ອອກ​ມາ, ແຕ່​ທູດ​ໄດ້​ຫ້າມ​ໄວ້, ແລະ ບອກ​ອີກ​ວ່າ ຍັງ​ບໍ່​ທັນ​ເຖິງ​ເວລາ​ທີ່​ຈະ​ນຳ​ມັນ​ອອກ​ມາ, ຈົນ​ກວ່າ​ເວລາ​ອີກ​ສີ່​ປີ​ນັບ​ແຕ່​ເວລາ​ນັ້ນ​ເປັນ​ຕົ້ນ​ໄປ; ແຕ່​ເພິ່ນ​ບອກ​ຂ້າ​ພະ​ເຈົ້າ​ອີກ​ວ່າ ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ມາ​ບ່ອນ​ນັ້ນ ເມື່ອ​ເຖິງ​ວັນ​ຄົບ​ຮອບ​ແຕ່​ລະ​ປີ, ແລະ ວ່າ​ເພິ່ນ​ຈະ​ມາ​ພົບ​ກັບ​ຂ້າ​ພະ​ເຈົ້າ​ຢູ່​ບ່ອນ​ນັ້ນ, ແລະ ວ່າ​ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ເຮັດ​ແນວ​ນັ້ນ​ໄປ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ຈະ​ໄດ້​ຮັບ​ແຜ່ນ​ຈາລຶກ.

“ຕາມ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄປ​ເມື່ອ​ຄົບ​ກຳ​ນົດ​ທຸກ​ປີ​ຕາມ​ທີ່​ໄດ້​ຮັບ​ຄຳ​ສັ່ງ, ແລະ ແຕ່​ລະ​ເທື່ອ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ທູດ​ອົງ​ເກົ່າ ຢູ່​ບ່ອນ​ນັ້ນ, ແລະ ໄດ້​ຮັບ​ຄຳ​ແນະນຳ ແລະ ຄວາມ​ຮູ້​ແຈ້ງ​ຈາກ​ເພິ່ນ​ທຸກໆ​ເທື່ອ, ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກະ​ທຳ, ແລະ ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຈະ​ດຳ​ເນີນ​ໄປ​ແນວ​ໃດ ແລະ ໂດຍ​ວິ​ທີ​ໃດ​ໃນ​ຍຸກ​ສຸດ​ທ້າຍ. …

“ໃນ​ທີ່​ສຸດ​ກໍ​ເຖິງ​ເວລາ​ທີ່​ຈະ​ໄດ້​ຮັບ​ແຜ່ນ​ຈາລຶກ, ອຸລີມ ແລະ ທຸມມີມ, ແລະ ແຜ່ນ​ປົກ​ເອິກ. ໃນ​ວັນທີ​ຊາວ​ສອງ, ເດືອນ​ກັນຍາ, ໜຶ່ງ​ພັນ​ແປດ​ຮ້ອຍ​ຊາວ​ເຈັດ, ໂດຍ​ທີ່​ໄດ້​ໄປ​ຫາ​ບ່ອນ​ຝັງ​ຂອງ​ເຫລົ່າ​ນັ້ນ​ຕາມ​ປົກ​ກະ​ຕິ​ເມື່ອ​ຄົບ​ຮອບ​ໜຶ່ງ​ປີ, ທູດ​ສະຫວັນ​ອົງ​ດຽວ​ກັນ​ນີ້​ກໍ​ໄດ້​ມອບ​ຂອງ​ເຫລົ່າ​ນັ້ນ​ໃຫ້​ແກ່​ຂ້າ​ພະ​ເຈົ້າ ພ້ອມ​ກັບ​ຂໍ້​ຜູກ​ມັດ​ດັ່ງ​ນີ້​ວ່າ: ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ຂອງ​ເຫລົ່າ​ນີ້ ຖ້າ​ຫາກ​ວ່າ​ຂ້າ​ພະ​ເຈົ້າ​ປະ​ປ່ອຍ​ມັນ​ໄປ​ໂດຍ​ຄວາມ​ປະ​ໝາດ ຫລື ໂດຍ​ການ​ລະ​ເລີຍ​ປະ​ການ​ໃດ, ຂ້າ​ພະ​ເຈົ້າ​ຈະ​ຖືກ​ຕັດ​ອອກ; ແຕ່​ຖ້າ​ຫາກ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ໃຊ້​ຄວາມ​ພະ​ຍາ​ຍາມ​ທັງ​ໝົດ​ທີ່​ຈະ​ຮັກ​ສາ​ມັນ​ໄວ້, ຈົນ​ກວ່າ​ເພິ່ນ​ຜູ້​ເປັນ​ທູດ​ຈະ​ເອີ້ນ​ເອົາ​ມັນ​ຄືນ, ແລ້ວ​ຂອງ​ເຫລົ່າ​ນີ້​ຈະ​ໄດ້​ຮັບ​ການ​ຄຸ້ມ​ຄອງ.

“ໃນ​ບໍ່​ຊ້າ​ຂ້າ​ພະ​ເຈົ້າ​ກໍ​ເຂົ້າ​ໃຈ​ເຫດ​ຜົນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພາ​ລະ​ອັນ​ເຂັ້ມ​ງວດ​ໃຫ້​ຮັກ​ສາ​ຂອງ​ເຫລົ່າ​ນີ້​ໄວ້​ໃຫ້​ປອດ​ໄພ, ແລະ ສິ່ງ​ທີ່​ທູດ​ໄດ້​ເວົ້າ​ໄວ້​ວ່າ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ເພິ່ນ​ຕ້ອງ​ການ​ໃຫ້​ຂ້າ​ພະ​ເຈົ້າ​ເຮັດ​ແລ້ວ, ເພິ່ນ​ຈະ​ເອົາ​ຂອງ​ເຫລົ່າ​ນັ້ນ​ຄືນ​ໄປ. ທັນ​ທີ​ທີ່​ຄົນ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂອງ​ເຫລົ່າ​ນັ້ນ​ມາ, ຜູ້​ຄົນ​ກໍ​ໃຊ້​ຄວາມ​ພະ​ຍາ​ຍາມ​ຢ່າງ​ໜັກ​ເພື່ອ​ຈະ​ເອົາ​ມັນ​ໄປ​ຈາກ​ຂ້າ​ພະ​ເຈົ້າ. ກົນ​ອຸ​ບາຍ​ທຸກ​ຢ່າງ​ທີ່​ຄິດ​ຂຶ້ນ​ມາ​ໄດ້ ກໍ​ຈະ​ເຮັດ​ເພື່ອ​ເຈດ​ຕະ​ນາ​ນັ້ນ. ການ​ຂົ່ມ​ເຫັງ​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ​ກວ່າ​ເກົ່າ, ແລະ ຜູ້​ຄົນ​ເຝົ້າ​ຄອຍ​ຢູ່​ຕະຫລອດ​ເວລາ​ເພື່ອ​ຈະ​ເອົາ​ມັນ​ໄປ. ແຕ່​ໂດຍ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ເຈົ້າ, ຂອງ​ເຫລົ່າ​ນີ້​ຈຶ່ງ​ຢູ່​ໃນ​ກຳ​ມື​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ປອດ​ໄພ. ຈົນ​ກວ່າ​ຂ້າ​ພະ​ເຈົ້າ​ໃຊ້​ຂອງ​ເຫລົ່າ​ນີ້​ເຮັດ​ໃຫ້​ພາ​ລະ​ທີ່​ຕ້ອງ​ການ​ໃຫ້​ຂ້າ​ພະ​ເຈົ້າ​ເຮັດ​ສຳ​ເລັດ​ຕາມ​ທີ່​ຕົກ​ລົງ​ກັນ​ໄວ້. ເມື່ອ​ທູດ​ເອີ້ນ​ເອົາ​ມັນ​ຄືນ, ຂ້າ​ພະ​ເຈົ້າ​ກໍ​ສົ່ງ​ຂອງ​ເຫລົ່າ​ນີ້​ຄືນ​ໃຫ້​ເພິ່ນ; ແລະ ເພິ່ນ​ມີ​ຂອງ​ເຫລົ່າ​ນີ້​ຢູ່​ໃນ​ຄວາມ​ອາ​ລັກ​ຂາ​ຂອງ​ເພິ່ນ; ຈົນ​ເຖິງ​ມື້​ນີ້, ຄື​ວັນທີ​ສອງ​ຂອງ​ເດືອນ ພຶດສະພາ, ໜຶ່ງ​ພັນ​ແປດ​ຮ້ອຍ​ສາມ​ສິບ​ແປດ.”

ສຳ​ລັບ​ບັນ​ທຶກ​ຢ່າງ​ຄົບ​ຖ້ວນ, ເບິ່ງ ໂຈເຊັບ ສະມິດ—ປະຫວັດ ໃນ ໄຂ່​ມຸກ​ອັນ​ລ້ຳ​ຄ່າ.

ບັນ​ທຶກ​ທີ່​ເກົ່າ​ແກ່ ຊຶ່ງ​ນຳ​ອອກ​ມາ​ຈາກ​ພື້ນ​ດິນ​ດັ່ງ​ສຽງ​ຂອງ​ຝູງ​ຊົນ​ເວົ້າ​ອອກ​ມາ​ຈາກ​ພື້ນ​ດິນ ແລະ ແປ​ອອກ​ມາ​ເປັນ​ພາ​ສາ​ອັງ​ກິດ​ໂດຍ​ຂອງ​ປະທານ ແລະ ອຳນາດ​ຂອງ​ພຣະ​ເຈົ້າ​ທີ່​ພິ​ສູດ​ໄດ້​ໂດຍ​ການ​ຢືນ​ຢັນ​ຈາກ​ພຣະ​ເຈົ້າ ຈຶ່ງ​ໄດ້​ຈັດ​ພິມ​ອອກ​ມາ​ສູ່​ໂລກ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 1830 ຄື The Book of Mormon.