ພຣະ​ຄຳ​ພີ
ມໍມອນ 1


ໜັງ​ສື​ມໍມອນ

ບົດ​ທີ 1

ອາມ​ມາ​ຣອນ​ແນະນຳ​ມໍມອນ​ກ່ຽວ​ກັບ​ແຜ່ນ​ຈາລຶກ​ສັກ​ສິດ—ສົງ​ຄາມ​ລະຫວ່າງ​ຊາວ​ນີໄຟ​ກັບ​ຊາວ​ເລມັນ—ຊາວ​ນີໄຟ​ສາມ​ຄົນ​ຖືກ​ພາ​ໜີ​ໄປ—ຄວາມ​ຊົ່ວ​ຮ້າຍ, ຄວາມ​ບໍ່​ເຊື່ອ​ຖື, ເວດ​ມົນ, ແລະ ຄາ​ຖາ​ອາ​ຄົມ​ມີ​ຂຶ້ນ. ປະ​ມານ ຄ.ສ. 321–326.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ ມໍມອນ​ເຮັດ ບັນ​ທຶກ​ກ່ຽວ​ກັບ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ ແລະ ເອີ້ນ​ໜັງ​ສື​ນີ້​ວ່າ ໜັງ​ສື​ມໍມອນ.

2 ແລະ ມັນ​ຄົງ​ເປັນ​ໄລ​ຍະ​ເວລາ​ໃກ້​ກັບ​ຕອນ​ທີ່ ອາມ​ມາ​ຣອນ​ເຊື່ອງ​ບັນ​ທຶກ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ, ເພິ່ນ​ໄດ້​ມາ​ຫາ​ຂ້າ​ພະ​ເຈົ້າ, (ຕອນ​ນັ້ນ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ປະ​ມານ​ສິບ​ປີ, ແລະ ຂ້າ​ພະ​ເຈົ້າ​ເລີ່ມ​ມີ ຄວາມ​ຮູ້​ແດ່​ແລ້ວ​ຕາມ​ແບບ​ການ​ຮຽນ​ຮູ້​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ) ແລະ ອາມ​ມາ​ຣອນ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຂ້ອຍ​ເຫັນ​ວ່າ​ເຈົ້າ​ເປັນ​ເດັກ​ທີ່​ຈິງ​ຈັງ ແລະ ເຈົ້າ​ຮູ້​ຈັກ​ສັງ​ເກດ;

3 ສະນັ້ນ, ເມື່ອ​ເຈົ້າ​ມີ​ອາ​ຍຸ​ໄດ້​ຊາວ​ສີ່​ປີ ຂ້ອຍ​ຢາກ​ໃຫ້​ເຈົ້າ​ຈົດ​ຈຳ​ເລື່ອງ​ທີ່​ເຈົ້າ​ໄດ້​ສັງ​ເກດ​ມາ​ກ່ຽວ​ກັບ​ຜູ້​ຄົນ​ພວກ​ນີ້; ແລະ ເວລາ​ເຈົ້າ​ມີ​ອາ​ຍຸ​ໄດ້​ເທົ່າ​ນັ້ນ ຈົ່ງ​ໄປ​ຫາ​ແຜ່ນ​ດິນ​ອານ​ທຳ, ໄປ​ຫາ​ເນີນ​ພູ​ທີ່​ມີ​ຊື່​ວ່າ ຊິມ; ແລະ ບ່ອນ​ນັ້ນ​ແຫລະ​ທີ່​ຂ້ອຍ​ໄດ້​ຝັງ​ແຜ່ນ​ຈາລຶກ​ສັກ​ສິດ​ທັງ​ໝົດ​ກ່ຽວ​ກັບ​ຜູ້​ຄົນ​ພວກ​ນີ້​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ.

4 ແລະ ຈົ່ງ​ເບິ່ງ, ໃຫ້​ເຈົ້າ​ເອົາ ແຜ່ນ​ຈາລຶກ​ຂອງ​ນີໄຟ, ແລະ ສ່ວນ​ທີ່​ຍັງ​ເຫລືອ​ຢູ່​ນັ້ນ​ໃຫ້​ເຈົ້າ​ປະ​ມັນ​ໄວ້​ໃນ​ບ່ອນ​ທີ່​ມັນ​ຢູ່​ນັ້ນ; ແລະ ໃຫ້​ບັນ​ທຶກ​ເລື່ອງ​ທັງ​ໝົດ​ທີ່​ເຈົ້າ​ສັງ​ເກດ​ມາ​ກ່ຽວ​ກັບ​ຜູ້​ຄົນ​ພວກ​ນີ້​ໄວ້​ໃນ​ແຜ່ນ​ຈາລຶກ​ຂອງ​ນີໄຟ​ນັ້ນ.

5 ແລະ ຂ້າ​ພະ​ເຈົ້າ​ມໍມອນ​ໂດຍ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ ນີໄຟ, (ແລະ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ມີ​ຊື່​ວ່າ ມໍມອນ) ຂ້າ​ພະ​ເຈົ້າ​ຈຶ່ງ​ຈື່​ຈຳ​ເລື່ອງ​ຊຶ່ງ​ອາມ​ມາ​ຣອນ​ໄດ້​ສັ່ງ​ຂ້າ​ພະ​ເຈົ້າ​ໄວ້.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ໄດ້​ສິບ​ເອັດ​ປີ, ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ພາ​ຂ້າ​ພະ​ເຈົ້າ​ໄປ​ຫາ​ແຜ່ນ​ດິນ​ທາງ​ໃຕ້, ຈົນ​ໄປ​ຮອດ​ແຜ່ນ​ດິນ​ເຊຣາ​ເຮັມລາ.

7 ທົ່ວ​ແຜ່ນ​ດິນ​ໄດ້​ເຕັມ​ໄປ​ດ້ວຍ​ອາ​ຄານ​ບ້ານ​ເຮືອນ​ຕ່າງໆ, ແລະ ມີ​ຜູ້​ຄົນ​ຢູ່​ຢ່າງ​ຫລວງ​ຫລາຍ ຄື​ກັບ​ວ່າ ດິນ​ຊາຍ​ໃນ​ທະເລ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ນີ້​ຄື ມັນ​ເລີ່ມ​ມີ​ສົງ​ຄາມ​ລະຫວ່າງ​ຊາວ​ນີໄຟ, ຊຶ່ງ​ຊາວ​ນີໄຟ​ໄດ້​ສົມ​ທົບ​ເຂົ້າ​ກັບ​ຊາວ​ຢາໂຄບ ແລະ ຊາວ​ໂຢເຊັບ ແລະ ຊາວ​ໂຊຣຳ; ແລະ ສົງ​ຄາມ​ນີ້​ເປັນ​ໄປ​ລະຫວ່າງ​ຊາວ​ນີໄຟ​ກັບ​ຊາວ​ເລມັນ ແລະ ຊາວ​ເລ​ມູ​ເອນ ແລະ ຊາວ​ອິດ​ຊະ​ມາ​ເອນ.

9 ບັດ​ນີ້​ຊາວ​ເລມັນ ແລະ ຊາວ​ເລ​ມູ​ເອນ ແລະ ຊາວ​ອິດ​ຊະ​ມາ​ເອນ​ຖືກ​ເອີ້ນ​ວ່າ ຊາວ​ເລມັນ, ແລະ ສົງ​ຄາມ​ນີ້​ແມ່ນ​ລະຫວ່າງ​ຊາວ​ນີໄຟ​ກັບ​ຊາວ​ເລມັນ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສົງ​ຄາມ​ເລີ່ມ​ເກີດ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ​ທີ່​ຊາຍ​ແດນ​ເຊຣາ​ເຮັມລາ, ໃກ້​ແມ່​ນ້ຳ​ຊີໂດນ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ນີໄຟ​ໄດ້​ເຕົ້າ​ໂຮມ​ພົນ​ທະ​ຫານ​ໄວ້​ເປັນ​ຈຳນວນ​ຫລວງ​ຫລາຍ, ເຖິງ​ຂະ​ໜາດ​ທີ່​ມີ​ຈຳນວນ​ຫລາຍ​ກວ່າ​ສາມ​ໝື່ນ​ຄົນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ມີ​ການ​ສູ້​ຮົບ​ກັນ​ຫລາຍ​ເທື່ອ​ໃນ​ປີ​ດຽວ​ກັນ​ນີ້, ຊຶ່ງ​ຊາວ​ນີໄຟ​ໄດ້​ເອົາ​ຊະນະ​ຊາວ​ເລມັນ ແລະ ໄດ້​ຂ້າ​ພວກ​ເຂົາ​ເປັນ​ຈຳນວນ​ຫລວງ​ຫລາຍ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ໄດ້​ລົ້ມ​ເລີກ​ແຜນ​ການ​ຂອງ​ພວກ​ເຂົາ, ແລະ ມັນ​ຈຶ່ງ​ໄດ້​ມີ​ສັນ​ຕິ​ສຸກ​ຢູ່​ໃນ​ແຜ່ນ​ດິນ​ອີກ; ແລະ ສັນ​ຕິ​ສຸກ​ໄດ້​ຄົງ​ຢູ່​ເປັນ​ເວລາ​ປະ​ມານ​ສີ່​ປີ, ຄື​ບໍ່​ມີ​ການ​ຂ້າ​ຟັນ​ກັນ​ເລີຍ.

13 ແຕ່​ວ່າ​ຄວາມ​ຊົ່ວ​ຮ້າຍ​ໄດ້​ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ, ເຖິງ​ຂະ​ໜາດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອົາ​ສາ​ນຸ​ສິດ ທີ່​ຮັກ​ຂອງ​ພຣະ​ອົງ​ໄປ, ແລະ ວຽກ​ງານ​ແຫ່ງ​ການ​ມະຫັດ​ສະຈັນ ແລະ ການ​ປິ່ນ​ປົວ​ໄດ້​ຢຸດ​ລົງ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ.

14 ແລະ ບໍ່​ມີ ຂອງ​ປະທານ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ບໍ່​ໄດ້​ສະ​ເດັດ​ມາ​ຫາ​ຜູ້​ໃດ, ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ ບໍ່​ເຊື່ອ​ຖື​ຂອງ​ພວກ​ເຂົາ.

15 ແລະ ຂ້າ​ພະ​ເຈົ້າ​ຊຶ່ງ​ມີ​ອາ​ຍຸ​ໄດ້​ສິບ​ຫ້າ​ປີ ແລະ ພໍ​ມີ​ຄວາມ​ຄິດ​ແດ່​ແລ້ວ, ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຮັບ​ການ​ສະ​ເດັດ​ມາ​ຢ້ຽມ​ຢາມ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ຊີມ​ລົດ​ຊາດ ແລະ ຮູ້​ເຖິງ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຢຊູ.

16 ແລະ ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ສັ່ງ​ສອນ​ຜູ້​ຄົນ​ພວກ​ນີ້, ແຕ່​ຂ້າ​ພະ​ເຈົ້າ​ຖືກ​ປິດ​ປາກ​ໄວ້, ແລະ ຂ້າ​ພະ​ເຈົ້າ​ຖືກ​ຫ້າມ​ບໍ່​ໃຫ້​ສັ່ງ​ສອນ​ພວກ​ເຂົາ; ເພາະ​ຈົ່ງ​ເບິ່ງ ພວກ​ເຂົາ​ໄດ້ ກະ​ບົດ​ຕໍ່​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ໂດຍ​ເຈດ​ຕະ​ນາ; ແລະ ສາ​ນຸ​ສິດ​ທີ່​ຮັກ​ຖືກ ພາ​ໜີ​ໄປ​ຈາກ​ແຜ່ນ​ດິນ, ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ.

17 ແຕ່​ຂ້າ​ພະ​ເຈົ້າ​ຍັງ​ຄົງ​ຢູ່​ໃນ​ບັນ​ດາ​ພວກ​ເຂົາ, ແຕ່​ຂ້າ​ພະ​ເຈົ້າ​ຖືກ​ຫ້າມ​ບໍ່​ໃຫ້​ສັ່ງ​ສອນ​ພວກ​ເຂົາ, ເພາະ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ; ແລະ ເພາະ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ​ນີ້, ແຜ່ນ​ດິນ​ຈຶ່ງ​ຖືກ ສາບ​ແຊ່ງ​ເພາະ​ພວກ​ເຂົາ.

18 ແລະ ພວກ​ໂຈນ​ແກ​ດີ​ອານ​ທັນ​ເຫລົ່າ​ນີ້, ຜູ້​ຊຶ່ງ​ຢູ່​ໃນ​ບັນ​ດາ​ຊາວ​ເລມັນ, ໄດ້​ລົບ​ກວນ​ແຜ່ນ​ດິນ, ເຖິງ​ຂະ​ໜາດ​ທີ່​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ເລີ່ມ​ເຊື່ອງ ຊັບ​ສົມ​ບັດ​ຂອງ​ຕົນ​ໄວ້​ໃນ​ດິນ; ແລະ ມັນ​ໄດ້​ສູນ​ຫາຍ​ໄປ​ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສາບ​ແຊ່ງ​ແຜ່ນ​ດິນ​ໄວ້, ເພາະ​ພວກ​ເຂົາ​ຈະ​ຍຶດ​ມັນ​ໄວ້​ບໍ່​ໄດ້, ທັງ​ຈະ​ເອົາ​ມັນ​ຄືນ​ມາ​ອີກ​ກໍ​ບໍ່​ໄດ້.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ມີ​ເວດ​ມົນ, ຄາ​ຖາ, ແລະ ໄສ​ຍະ​ສາດ; ແລະ ອຳນາດ​ຂອງ​ມານ​ຮ້າຍ​ກະ​ທຳ​ຂຶ້ນ​ຢູ່​ທົ່ວ​ຜືນ​ແຜ່ນ​ດິນ, ຈົນ​ວ່າ​ເຮັດ​ໃຫ້​ຄຳ​ທຳ​ນາຍ​ຂອງ​ອະບີ​ນາໄດ ແລະ ຂອງ​ຊາ​ມູ​ເອນ​ຄົນ​ເລມັນ​ໄດ້​ຮັບ​ຄວາມ​ສຳ​ເລັດ​ທັງ​ໝົດ.