ພິມ
ແບ່ງປັນ

ໜັງສື​ມໍ​ມອນ

ບົດ​ທີ 4

ສົງຄາມ ແລະ ການ​ຂ້າ​ຟັນ​ລັນ​ແທງ​ເກີດ​ຂຶ້ນ—ຄົນ​ຊົ່ວ​ທຳລາຍ​ຄົນ​ຊົ່ວ—ຄວາມ​ຊົ່ວຮ້າຍ​ເກີດ​ຂຶ້ນ​ຊຶ່ງ​ຮ້າຍ​ແຮງ​ກວ່າ​ທີ່​ເຄີຍ​ເປັນ​ມາ​ໃນ​ອິດສະ​ເອນທັງ​ໝົດ—ພວກ​ຜູ້ຍິງ ແລະ ເດັກນ້ອຍ​ຖືກ​ມອບ​ໃຫ້​ເປັນ​ເຄື່ອງຖະຫວາຍ​ແກ່​ຮູບ​ບູຊາ—ຊາວ​ເລ​ມັນ​ເລີ່ມ​ກຳຈັດ​ຊາວ​ນີ​ໄຟ​ຢູ່​ຕໍ່ໜ້າ​ພວກ​ເຂົາ. ປະມານ ຄ.ສ. 363–375.

1 ແລະ ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສາມ​ຮ້ອຍ​ຫົກ​ສິບ​ສາມ ຊາວ​ນີ​ໄຟ​ໄດ້​ຍົກ​ກອງທັບ​ຂອງ​ພວກ​ເຂົາ​ອອກ​ຈາກ​ແຜ່ນດິນ​ຮ້າງ​ຂຶ້ນໄປ​ສູ້​ຮົບ​ກັບ​ຊາວ​ເລ​ມັນ.

2 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ກອງທັບ​ຂອງ​ຊາວ​ນີ​ໄຟ​ໄດ້​ຖືກ​ຂັບ​ໄລ່​ຄືນ​ມາ​ຍັງ​ແຜ່ນ​ດິນ​ຮ້າງ​ອີກ. ແລະ ເວລາ​ທີ່​ພວກ​ເຂົາ​ຍັງ​ອິດ​ເມື່ອຍ​ຢູ່​ນັ້ນ, ກອງທັບ​ຊຶ່ງຍັງ​ສົດ​ຊື່ນ​ຢູ່​ຂອງຊາວ​ເລ​ມັນ​ໄດ້​ເຂົ້າມາ​ໂຈມ​ຕີ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້​ຕໍ່ສູ້​ກັນ​ຢ່າງ​ຮຸນ​ແຮງ, ເຖິງ​ຂະໜາດ​ທີ່​ຊາວ​ເລ​ມັນ​ເຂົ້າ​ເປັນ​ເຈົ້າຂອງ​ເມືອງ​ຮ້າງ, ແລະ ໄດ້​ຂ້າ​ຊາວ​ນີ​ໄຟ​ເປັນ​ຈຳນວນ​ຫລວງ​ຫລາຍ, ທັງ​ໄດ້​ຈັບ​ຊາວ​ນີ​ໄຟ​ໄປ​ເປັນ​ຊະ​ເລີຍ​ເປັນ​ຈຳນວນ​ຫລວງ​ຫລາຍ.

3 ແລະ ພວກ​ທີ່​ເຫລືອ​ຕາຍ​ໄດ້​ໜີ​ໄປ​ຢູ່​ກັບ​ຜູ້ຄົນ​ຜູ້​ທີ່ອາ​ໄສ​ຢູ່​ໃນ​ເມືອງ​ທີ​ອານຄຳ. ບັດ​ນີ້​ເມື​ອງທີ​ອານ​ຄຳ​ນີ້​ຕັ້ງຢູ່​ໃນ​ຊາຍ​ແດນ​ໃກ້​ຝັ່ງ​ທະ​ເລ; ແລະ ມັນ​ກໍ​ຢູ່​ໃກ້​ເມືອງ​ຮ້າງ​ອີກ.

4 ແລະ ຍ້ອນ​ວ່າ​ກອງທັບ​ຂອງ​ຊາວ​ນີ​ໄຟ​ຍົກ​ທັບ​ຂຶ້ນ​ໄປ​ຕີ​ຊາວ​ເລມັນ ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ຖືກ​ຟາດ​ຟັນ; ເພາະ​ຖ້າ​ຫາກ​ບໍ່​ແມ່ນ​ຍ້ອນ​ການ​ຍົກ​ທັບ​ໄປ​ຕີນັ້ນ, ຊາວ​ເລ​ມັນ​ຈະ​ບໍ່​ມີ​ອຳນາດ​ເໜືອ​ພວກ​ເຂົາ​ໄດ້.

5 ແຕ່​ຈົ່ງ​ເບິ່ງ, ການ​ພິພາກສາ​ຂອງ​ພຣະ​ເຈົ້າຈະ​ຕາມ​ທັນ​ຄົນ​ຊົ່ວ; ແລະ ມັນ​ແມ່ນ​ຄົນ​ຊົ່ວ​ທີ່​ຖືກ​ຄົນ​ຊົ່ວ​ລົງ​ໂທດ; ເພາະ​ມັນ​ແມ່ນ​ຄົນ​ຊົ່ວ​ນີ້​ແຫລະ​ທີ່​ຍຸ​ຍົງ​ໃຈ​ຂອງ​ລູກ​ຫລານ​ມະນຸດ​ໃຫ້​ຂ້າຟັນ​ກັນ.

6 ແລະ ເຫດການ​ໄດ້​ບັງ​ກີດຂຶ້ນຄື ຊາວ​ເລ​ມັນ​ໄດ້ຕຽມ​ພ້ອມ​ເພື່ອ​ຈະ​ໄດ້​ຍົກ​ກອງທັບ​ມາຕີ​ເອົາ​ເມືອງ​ທີ​ອານ​ຄຳ.

7 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສາມ​ຮ້ອຍ​ຫົກ​ສິບ​ສີ່ ຊາວ​ເລ​ມັນ​ໄດ້​ຍົກ​ທັບ​ມາຕີ​ເມືອງ​ທີ​ອານ​ຄຳ ເພື່ອ​ຈະ​ໄດ້​ເປັນ​ເຈົ້າຂອງ​ເມືອງ​ທີ​ອານ​ຄຳ​ນຳອີກ.

8 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ເຂົາ​ຖືກ​ຊາວ​ນີ​ໄຟ​ຕີ​ໂຕ້​ຕອບ ແລະ ຂັບ​ໄລ່​ກັບ​ຄືນ​ໄປ. ແລະ ເມື່ອ​ຊາວ​ນີ​ໄຟ​ເຫັນ​ວ່າ​ຕົນ​ໄດ້​ຂັບ​ໄລ່​ຊາວ​ເລ​ມັນ​ກັບ​ຄືນ​ໄປ, ພວກ​ເຂົາກໍ​ໄດ້​ອວດ​ອ້າງ​ພະລັງ​ຂອງ​ຕົນ​ອີກ; ແລະ ພວກ​ເຂົາ​ໄດ້ຍົກ​ທັບ​ອອກ​ໄປ​ດ້ວຍ​ສຸ​ດກຳລັງ​ຂອງ​ຕົນ, ແລະ ເຂົ້າຍຶດ​ເອົາ​ເມືອງ​ຮ້າງ​ຄືນ​ມາ​ອີກ.

9 ແລະ ບັດ​ນີ້​ເລື່ອງ​ທັງ​ໝົດ​ນີ້​ໄດ້​ເກີດ​ຂຶ້ນ​ແລ້ວ, ແລະ ທັງ​ສອງ​ຝ່າຍ​ມີ​ຄົນ​ນັບ​ເປັນ​ຫລາຍ​ພັນ​ຖືກ​ຂ້າ​ຕາຍ, ທັງ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ.

10 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ປີ​ທີ​ສາມ​ຮ້ອຍ​ຫົກ​ສິບ​ຫົກ​ໄດ້​ຜ່ານ​ໄປ, ແລະ ຊາວ​ເລ​ມັນ​ໄດ້​ຍົກ​ທັບ​ມາ​ສູ້​ຮົບ​ກັບ​ຊາວ​ນີ​ໄຟ​ອີກ; ແຕ່​ຊາວ​ນີ​ໄຟ​ກໍ​ບໍ່​ໄດ້​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ທີ່​ພວກ​ເຂົາ​ເຮັດ​ໄປ​ນັ້ນ, ແລະ ຍັງ​ຄົງ​ຈົມ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ຢູ່​ຕະຫລອດ​ເວລາ.

11 ແລະ ມັນ​ເປັນ​ໄປ​ບໍ່​ໄດ້​ສຳລັບ​ລີ້ນ​ທີ່​ຈະ​ບັນ​ລະ​ຍາຍ, ຫລື ສຳລັບ​ມະນຸດ​ທີ່​ຈະ​ຂຽນ​ຄຳ​ບັນ​ລະ​ຍາຍ​ຢ່າງ​ບໍລິບູນ​ເຖິງ​ພາບ​ອັນ​ໜ້າ​ຫວາດ​ກົວ​ຂອງ​ເລືອດ ແລະ ການ​ຂ້າ​ຟັນ​ຊຶ່ງມີ​ຢູ່​ໃນ​ບັນດາ​ຜູ້​ຄົນ, ທັງ​ຂອງ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ; ແລະ ໃຈທຸກ​ດວງ​ແຂງ​ກະດ້າງຈົນ​ເບີກບານ​ໃນ​ການ​ຫລັ່ງ​ເລືອດ​ຢູ່​ຕະຫລອດ​ເວລາ.

12 ແລະ ຕາມ​ຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າ​ແລ້ວ​ມັນ​ບໍ່​ເຄີຍ​ມີ​ຄວາມ​ຊົ່ວ​ຮ້າຍ​ຢ່າງ​ໃຫຍ່​ຫລວງ​ເຊັ່ນ​ນີ້​ມາ​ກ່ອນ​ເລີຍ​ໃນ​ບັນດາ​ລູກ​ຫລານ​ຂອງ​ລີ​ໄຮ, ຫລື ແມ່ນ​ແຕ່ໃນ​ບັນດາ​ເຊື້ອສາຍ​ອິດ​ສະ​ຣາ​ເອນ​ທັງ​ໝົດ, ດັ່ງ​ທີ່​ເປັນ​ຢູ່​ໃນ​ບັນດາ​ຜູ້​ຄົນ​ພວກ​ນີ້.

13 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຊາວ​ເລ​ມັນ​ໄດ້​ເຂົ້າ​ເປັນ​ເຈົ້າຂອງ​ເມືອງ​ຮ້າງ, ແລະ ນີ້​ເພາະວ່າ​ຈຳນວນ​ຄົນ​ຂອງ​ພວກ​ເຂົາ​ມີ​ຫລາຍ​ກວ່າ​ຈຳນວນ​ຄົນ​ຂອງ​ຊາວ​ນີ​ໄຟ.

14 ແລະ ພວກ​ເຂົາ​ໄດ້​ເດີນ​ທັບ​ມຸ້ງ​ໜ້າ​ໄປ​ຕີ​ເອົາ​ເມືອງ​ທີ​ອານ​ຄຳອີກ, ແລະ ໄດ້​ຂັບ​ໄລ່​ຜູ້​ອາ​ໄສ​ອອກ​ຈາກ​ເມືອງ​ນັ້ນ​ໄປ, ແລະ ໄດ້​ຈັບ​ເອົາ​ຫລາຍ​ຄົນ​ໄປ​ເປັນ​ຊະ​ເລີຍ​ເສິກ​ລວມທັງພວກ​ຜູ້ຍິງ ແລະ ເດັກນ້ອຍ, ແລະ ໄດ້​ມອບ​ພວກ​ເຂົາ​ເປັນ​ເຄື່ອງ​ຖະຫວາຍ​ແກ່​ພຣະ​ເຈົ້າທີ່​ເປັນ​ຮູບ​ບູຊາຂອງ​ພວກ​ເຂົາ.

15 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ໃນ​ປີ​ທີ​ສາມ​ຮ້ອຍ​ຫົກ​ສິບ​ເຈັດ, ຊາວ​ນີ​ໄຟ​ໂດຍ​ທີ່​ມີ​ຄວາມ​ຄຽດ​ແຄ້ນ​ຫລາຍ​ທີ່​ສຸດ​ຍ້ອນ​ວ່າ​ຊາວ​ເລ​ມັນ​ໄດ້​ເອົາພວກ​ຜູ້ຍິງ ແລະ ເດັກນ້ອຍ​ຂອງ​ພວກ​ເຂົາ​ໄປ​ເປັນ​ເຄື່ອງ​ຖະຫວາຍ, ພວກ​ເຂົາ​ຈຶ່ງ​ໄດ້​ຍົກ​ທັບ​ໄປ​ສູ້​ຮົບ​ກັບ​ຊາວ​ເລ​ມັນ​ດ້ວຍ​ຄວາມ​ຄຽດ​ແຄ້ນ​ທີ່​ສຸດ, ເຖິງ​ຂະໜາດທີ່​ພວກ​ເຂົາໄດ້​ເອົາ​ຊະນະ​ຊາວ​ເລ​ມັນ, ແລະ ໄດ້​ຂັບ​ໄລ່​ພວກ​ເຂົາອອກ​ຈາກ​ແຜ່ນດິນ​ຂອງ​ຕົນ​ໄປ.

16 ແລະ ຊາວ​ເລ​ມັນ​ບໍ່ໄດ້​ຍົກ​ທັບ​ມາຕີ​ຊາວ​ນີ​ໄຟ​ອີກ ຈົນ​ຮອດ​ປີ​ທີ​ສາມ​ຮ້ອຍ​ເຈັດ​ສິບ​ຫ້າ.

17 ແລະ ໃນ​ປີ​ນີ້​ພວກ​ເຂົາ​ໄດ້​ຍົກ​ທັບ​ລົງ​ມາຕີ​ຊາວ​ນີ​ໄຟ​ດ້ວຍ​ກຳລັງ​ທັງ​ໝົດ​ຂອງ​ພວກ​ເຂົາ; ແລະ ບໍ່​ໄດ້​ນັບ​ຈຳນວນ​ຄົນ​ຂອງ​ພວກ​ເຂົາ ເພາະ​ຄວາມ​ຫລວງຫລາຍ​ຂອງ​ຈຳນວນຂອງ​ພວກ​ເຂົາ.

18 ແລະ ນັບ​ແຕ່​ເວລາ​ນີ້​ໄປ ຊາວ​ນີ​ໄຟ​ບໍ່​ໄດ້​ມີ​ອຳນາດ​ເໜືອຊາວ​ເລ​ມັນ​ອີກ, ແຕ່​ເລີ່ມ​ຖືກ​ພວກ​ເຂົາ​ກວາດ​ລ້າງ​ຕົນ​ຄື​ກັນ​ກັບ​ນ້ຳຄ້າງ​ຢູ່​ຕໍ່ໜ້າ​ດວງ​ຕາ​ເວັນ.

19 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຊາວ​ເລມັນ​ໄດ້​ຍົກ​ທັບ​ລົງ​ມາຕີ​ເມືອງ​ຮ້າງ; ແລະ ມັນ​ໄດ້​ມີ​ການ​ສູ້​ຮົບ​ກັນ​ຢ່າງ​ຮຸນ​ແຮງ​ທີ່​ສຸດ​ໃນ​ແຜ່ນດິນ​ຮ້າງ, ຊຶ່ງ​ໃນ​ການ​ສູ້​ຮົບ​ນີ້​ພວກ​ເຂົາ​ໄດ້​ເອົາ​ຊະນະ​ຊາວ​ນີ​ໄຟ.

20 ແລະ ພວກ​ເຂົາ​ໄດ້​ໜີ​ໄປ​ທາງ​ໜ້າ​ພວກ​ເຂົາອີກ, ແລະ ພວກ​ເຂົາໄດ້​ມາ​ຮອດ​ເມືອງ​ໂບອາດ; ແລະ ບ່ອນ​ນັ້ນພວກ​ເຂົາ​ໄດ້​ຕັ້ງຫລັກ​ຕໍ່ສູ້​ຊາວ​ເລ​ມັນ​ດ້ວຍ​ຄວາມ​ອາດ​ຫານ, ເຖິງ​ຂະໜາດ​ທີ່​ຊາວ​ເລ​ມັນ​ບໍ່​ໄດ້​ເອົາ​ຊະນະ​ພວກ​ເຂົາ ຈົນ​ວ່າ​ຊາວ​ເລ​ມັນ​ໄດ້​ຍົກ​ທັບ​ມາ​ອີກ​ເປັນ​ເທື່ອ​ທີ​ສອງ.

21 ແລະ ເມື່ອ​ພວກ​ເຂົາຍົກ​ທັບມາ​ເປັນ​ເທື່ອ​ທີ​ສອງ, ຊາວ​ນີ​ໄຟ​ຈຶ່ງ​ຖືກ​ຂັບ​ໄລ່ ແລະ ຖືກ​ຂ້າ​ຟັນ​ອີກ ຊຶ່ງ​ເປັນ​ການ​ຂ້າ​ຟັນ​ທີ່​ໃຫຍ່​ຫລວງ​ທີ່​ສຸດ; ພວກແມ່ຍິງ ແລະ ເດັກນ້ອຍ​ຂອງ​ພວກ​ເຂົາ​ໄດ້​ຖືກ​ເອົາ​ໄປ​ເປັນ​ເຄື່ອງ​ຖະຫວາຍແກ່​ຮູບ​ບູຊາອີກ.

22 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ນີ​ໄຟ​ໄດ້​ປົບ​ໜີ​ໄປ​ຈາກ​ພວກ​ເຂົາອີກ, ໂດຍ​ໄດ້​ເອົາ​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ນັ້ນທັງ​ໝົດ​ໄປ​ນຳ, ລວມທັງ​ຜູ້​ທີ່ຢູ່​ໃນ​ຕົວ​ເມືອງ ແລະ ຢູ່​ໃນ​ໝູ່​ບ້ານ​ຕ່າງໆ.

23 ແລະ ບັດ​ນີ້ຂ້າພະ​ເຈົ້າມໍ​ມອນໂດຍ​ທີ່​ເຫັນ​ວ່າ​ຊາວ​ເລ​ມັນ​ກຳລັງ​ຈະ​ລົບ​ລ້າງ​ແຜ່ນດິນ, ສະນັ້ນ ຂ້າພະ​ເຈົ້າຈຶ່ງ​ໄດ້​ໄປ​ຫາ​ເນີນ​ພູ​ຊິມ, ແລະ ໄດ້​ເອົາ​ບັນທຶກ​ທັງ​ໝົດຊຶ່ງ​ອາມ​ມາ​ຣອນ​ໄດ້​ເຊື່ອງ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້ານັ້ນຂຶ້ນມາ.