ພຣະ​ຄຳ​ພີ
ມໍມອນ 8


ບົດ​ທີ 8

ຊາວ​ເລມັນ​ຊອກ​ທຳ​ລາຍ​ຊາວ​ນີໄຟ—ພຣະ​ຄຳ​ພີ​ມໍມອນ​ຈະ​ອອກ​ມາ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ—ຄຳ​ສາບ​ແຊ່ງ​ເຖິງ​ຜູ້​ທີ່​ມີ​ຈິດ​ໃຈ​ໂຫດ​ຮ້າຍ​ປ່າ​ເຖື່ອນ ແລະ ຕໍ່​ຕ້ານ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ບັນ​ທຶກ​ຂອງ​ນີໄຟ​ຈະ​ອອກ​ມາ​ໃນ​ເວລາ​ທີ່​ຊົ່ວ​ຮ້າຍ, ເສື່ອມ​ໂຊມ, ແລະ ມີ​ການ​ປະ​ຖິ້ມ​ຄວາມ​ເຊື່ອ. ປະ​ມານ ຄ.ສ. 400–421.

1 ຈົ່ງ​ເບິ່ງ​ຂ້າ​ພະ​ເຈົ້າ ໂມ​ໂຣ​ໄນ​ເຮັດ ບັນ​ທຶກ​ຂອງ​ມໍມອນ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ຈົບ​ແລ້ວ. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ມີ​ພຽງ​ບໍ່​ເທົ່າ​ໃດ​ເລື່ອງ​ທີ່​ຈະ​ຂຽນ, ຊຶ່ງ​ເປັນ​ເລື່ອງ​ທີ່​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ສັ່ງ​ໃຫ້​ຂ້າ​ພະ​ເຈົ້າ​ຂຽນ​ໄວ້.

2 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ການ​ສູ້​ຮົບ ຄັ້ງ​ໃຫຍ່ ແລະ ໜ້າ​ສະ​ຫຍົດ​ສະ​ຫຍອງ​ທີ່ຄູໂມຣາ​ນັ້ນ, ຈົ່ງ​ເບິ່ງ, ຊາວ​ນີໄຟ​ຜູ້​ທີ່​ໜີ​ໄປ​ຫາ​ແຜ່ນ​ດິນ​ທາງ​ໃຕ້​ໄດ້​ຖືກ ຊາວ​ເລມັນ​ຕິດ​ຕາມ​ລ່າ​ຈົນ​ຖືກ​ທຳ​ລາຍ​ໄປ​ໝົດ.

3 ແລະ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຖືກ​ພວກ​ເຂົາ​ຂ້າ​ນຳ​ອີກ, ແລະ ຂ້າ​ພະ​ເຈົ້າ​ຖືກ​ປ່ອຍ​ໃຫ້​ຢູ່ ຜູ້​ດຽວ​ເພື່ອ​ຂຽນ​ເລື່ອງ​ເສົ້າ​ສະ​ຫລົດ​ໃຈ​ກ່ຽວ​ກັບ​ຄວາມ​ພິນາດ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ. ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ຈາກ​ໄປ​ແລ້ວ, ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຮັດ​ໃຫ້​ຄຳ​ສັ່ງ​ຂອງ​ບິດາ​ຂ້າ​ພະ​ເຈົ້າ​ສຳ​ເລັດ​ແລ້ວ. ແລະ ພວກ​ເຂົາ​ຈະ​ຂ້າ​ຂ້າ​ພະ​ເຈົ້າ​ຫລື​ບໍ່, ຂ້າ​ພະ​ເຈົ້າ​ກໍ​ບໍ່​ຮູ້.

4 ສະນັ້ນ ຂ້າ​ພະ​ເຈົ້າ​ຈະ​ຂຽນ​ບັນ​ທຶກ ແລະ ຈະ​ເຊື່ອງ​ມັນ​ໄວ້​ໃນ​ດິນ; ແລະ ບ່ອນ​ໃດ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໄປ​ນັ້ນ​ບໍ່​ສຳ​ຄັນ​ແລ້ວ.

5 ຈົ່ງ​ເບິ່ງ, ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ ບັນ​ທຶກ​ນີ້, ແລະ ເພິ່ນ​ໄດ້​ຂຽນ​ຈຸດ​ປະສົງ​ຂອງ​ມັນ​ໄວ້. ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ຂຽນ​ມັນ​ໄວ້​ອີກ​ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ມີ​ບ່ອນ​ຂຽນ​ໃນ ແຜ່ນ​ຈາລຶກ, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ມີ, ແລະ ຂ້າ​ພະ​ເຈົ້າ​ກໍ​ບໍ່​ມີ​ໂລ​ຫະ​ອີກ, ເພາະ​ຂ້າ​ພະ​ເຈົ້າ​ຢູ່​ຄົນ​ດຽວ. ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຂ້າ​ຢູ່​ໃນ​ການ​ສູ້​ຮົບ​ພ້ອມ​ທັງ​ຍາດ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ໝົດ, ແລະ ຂ້າ​ພະ​ເຈົ້າ​ບໍ່​ມີ​ໝູ່​ເພື່ອນ​ເລີຍ​ທັງ​ບໍ່​ມີ​ບ່ອນ​ຈະ​ໄປ​ຫາ; ແລະ ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຍອມ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຊີ​ວິດ​ຢູ່​ດົນ​ປານ​ໃດ.

6 ຈົ່ງ​ເບິ່ງ, ສີ່​ຮ້ອຍ​ປີ​ໄດ້​ຜ່ານ​ໄປ​ນັບ​ຕັ້ງ​ແຕ່​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

7 ແລະ ຈົ່ງເບິ່ງ, ຊາວ​ເລມັນ​ໄດ້​ຕາມ​ລ່າ​ຊາວ​ນີໄຟ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ຈາກ​ເມືອງ​ໜຶ່ງ​ໄປ​ຫາ​ອີກ​ເມືອງ​ໜຶ່ງ ແລະ ຈາກ​ບ່ອນ​ໜຶ່ງ​ໄປ​ຫາ​ອີກ​ບ່ອນ​ໜຶ່ງ, ຈົນ​ວ່າ​ບໍ່​ເຫລືອ​ຈັກ​ຄົນ; ແລະ ການ​ຕົກ​ຂອງ​ພວກ​ເຂົາ​ນັ້ນ​ໃຫຍ່​ຫລວງ; ແທ້​ຈິງ​ແລ້ວ, ຄວາມ​ພິນາດ​ຂອງ​ຊາວ​ນີໄຟ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ທີ່​ສຸດ.

8 ແລະ ຈົ່ງ​ເບິ່ງ, ມັນ​ແມ່ນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ທຳ​ການ​ນີ້. ແລະ ຈົ່ງ​ເບິ່ງ​ອີກ, ຊາວ​ເລມັນ​ກຳ​ລັງ​ເຮັດ ສົງ​ຄາມ​ຕໍ່​ສູ້​ກັນ​ເອງ​ຢູ່; ແລະ ທັງ​ທົ່ວ​ຜືນ​ແຜ່ນ​ດິນ​ນີ້​ເປັນ​ຮອບ​ໜຶ່ງ​ຂອງ​ການ​ຄາດ​ຕະ​ກຳ ແລະ ການ​ນອງ​ເລືອດ​ທີ່​ຕໍ່​ເນື່ອງ​ກັນ​ບໍ່​ມີ​ຍາມ​ເຊົາ; ແລະ ບໍ່​ມີ​ຜູ້​ໃດ​ຮູ້​ວ່າ ສົງ​ຄາມ​ຈະ​ສິ້ນ​ສຸດ​ລົງ​ຕອນ​ໃດ.

9 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ເວົ້າ​ກ່ຽວ​ກັບ​ພວກ​ເຂົາ​ອີກ​ຕໍ່​ໄປ, ເພາະ​ວ່າ​ບໍ່​ມີ​ຜູ້​ໃດ​ເລີຍ​ທີ່​ເຫລືອ​ຢູ່​ນອກ​ຈາກ​ຊາວ​ເລມັນ ແລະ ພວກ​ໂຈນ​ເທົ່າ​ນັ້ນ​ທີ່​ຍັງ​ມີ​ຊີ​ວິດ​ຢູ່​ໃນ​ຜືນ​ແຜ່ນ​ດິນ.

10 ແລະ ບໍ່​ມີຜູ້​ໃດ​ຮູ້​ຈັກ​ພຣະ​ເຈົ້າ​ທີ່​ທ່ຽງ​ແທ້​ເລີຍ ນອກ​ຈາກ ສາ​ນຸ​ສິດ​ຂອງ​ພຣະ​ເຢຊູ, ຜູ້​ທີ່​ຄົງ​ຢູ່​ໃນ​ແຜ່ນ​ດິນ​ຈົນ​ຮອດ​ເວລາ​ທີ່​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ໃຫຍ່​ຫລວງ; ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ປ່ອຍ​ໃຫ້​ພວກ​ເພິ່ນ ຢູ່​ກັບ​ຜູ້​ຄົນ​ອີກ; ແລະ ພວກ​ເພິ່ນ​ຍັງ​ຢູ່​ໃນ​ແຜ່ນ​ດິນ​ຫລື​ບໍ່​ນັ້ນ ບໍ່​ມີ​ຜູ້​ໃດ​ຮູ້.

11 ແຕ່​ຈົ່ງ​ເບິ່ງ, ບິດາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພວກ​ເພິ່ນ, ແລະ ພວກ​ເພິ່ນ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ພວກ​ເຮົາ.

12 ແລະ ຜູ້​ໃດ​ທີ່​ໄດ້​ຮັບ​ບັນ​ທຶກ​ນີ້ ແລະ ບໍ່​ຕຳ​ນິ​ຕິ​ຕຽນ​ມັນ ເພາະ​ຂໍ້​ບົກ​ພ່ອງ​ທີ່​ຢູ່​ໃນ​ນັ້ນ, ຜູ້​ນັ້ນ​ຈະ​ຮູ້​ຈັກ​ເຖິງ ເລື່ອງ​ສຳ​ຄັນ​ກວ່າ​ນີ້. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຄື​ໂມ​ໂຣ​ໄນ; ແລະ ຖ້າ​ຫາກ​ເປັນ​ໄປ​ໄດ້, ຂ້າ​ພະ​ເຈົ້າ​ຈະ​ເຮັດ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ເປັນ​ທີ່​ຮູ້​ຈັກ​ແກ່​ທ່ານ.

13 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂໍ​ຈົບ​ການ​ເວົ້າ​ກ່ຽວ​ກັບ​ຜູ້​ຄົນ​ພວກ​ນີ້​ໄວ້​ເທົ່າ​ນີ້. ຂ້າ​ພະ​ເຈົ້າ​ເປັນ​ລູກ​ຊາຍ​ຂອງ​ມໍມອນ, ແລະ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ເປັນ ຜູ້​ສືບ​ຕະ​ກຸນ​ຂອງ​ນີໄຟ.

14 ແລະ ຂ້າ​ພະ​ເຈົ້າ​ຄື​ຜູ້​ທີ່ ເຊື່ອງ​ບັນ​ທຶກ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ; ແຜ່ນ​ຈາລຶກ​ນີ້​ບໍ່​ມີ​ຄ່າ​ຫຍັງ, ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພາະ​ວ່າ​ພຣະ​ອົງ​ກ່າວ​ຢ່າງ​ແນ່​ນອນ​ວ່າ​ບໍ່​ມີ​ຜູ້​ໃດ​ຈະ​ໄດ້​ມັນ​ໄປ ເພື່ອ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ; ແຕ່​ວ່າ​ບັນ​ທຶກ​ທີ່​ຢູ່​ໃນ​ນັ້ນ​ມີ​ຄ່າ​ທີ່​ສຸດ ແລະ ຜູ້​ໃດ​ທີ່​ຈະ​ນຳ​ມັນ​ໄປ​ສູ່​ຄວາມ​ສະ​ຫວ່າງ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະທານ​ພອນ​ໃຫ້​ແກ່​ຜູ້​ນັ້ນ.

15 ເພາະ​ວ່າ​ບໍ່​ມີ​ຜູ້​ໃດ​ທີ່​ມີ​ອຳນາດ​ນຳ​ມັນ​ໄປ​ສູ່​ຄວາມ​ສະ​ຫວ່າງ​ໄດ້​ນອກ​ຈາກ​ພຣະ​ເຈົ້າ​ຈະ​ປະທານ​ໃຫ້​ແກ່​ຜູ້​ນັ້ນ​ເທົ່າ​ນັ້ນ; ເພາະ​ພຣະ​ເຈົ້າ​ມີ​ພຣະ​ປະສົງ​ວ່າ ມັນ​ຈະ​ເປັນ​ໄປ​ເພາະ​ການ​ທີ່ ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ແຕ່​ຢ່າງ​ດຽວ, ຫລື ເພື່ອ​ຄວາມ​ຜາ​ສຸກ​ຂອງ​ຜູ້​ຄົນ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ສະ​ໄໝ​ບູຮານ ແລະ ເພື່ອ​ຜູ້​ທີ່​ໄດ້​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ດົນ​ນານ​ແລ້ວ.

16 ແລະ ຄົນ​ທີ່​ຈະ​ນຳ​ສິ່ງ​ນີ້​ມາ​ຫາ​ຄວາມ​ສະ​ຫວ່າງ​ຍ່ອມ​ເປັນ​ສຸກ; ເພາະ​ວ່າ​ມັນ​ຈະ​ຖືກ ນຳ​ອອກ​ຈາກ​ຄວາມ​ມືດ​ໄປ​ຫາ​ແສງ​ສະ​ຫວ່າງ​ຕາມ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ມັນ​ຈະ​ຖືກ​ນຳ​ອອກ​ມາ​ຈາກ​ດິນ, ແລະ ມັນ​ຈະ​ສ່ອງ​ແສງ​ສະ​ຫວ່າງ​ອອກ​ຈາກ​ຄວາມ​ມືດ, ແລະ ມາ​ສູ່​ຄວາມ​ຮູ້​ຂອງ​ຜູ້​ຄົນ; ແລະ ມັນ​ຈະ​ເປັນ​ໄປ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ.

17 ແລະ ຖ້າ​ຫາກ​ມີ ຄວາມ​ຜິດ ກໍ​ເປັນ​ຄວາມ​ຜິດ​ພາດ​ຂອງ​ມະນຸດ. ແຕ່​ຈົ່ງ​ເບິ່ງ, ພວກ​ເຮົາ​ຮູ້​ວ່າ​ມັນ​ບໍ່​ມີ​ຄວາມ​ຜິດ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພຣະ​ເຈົ້າ​ຮູ້​ທຸກ​ສິ່ງ​ທຸກ​ຢ່າງ; ສະນັ້ນ, ຜູ້​ທີ່ ວິ​ຈານ​ກໍ​ໃຫ້​ຜູ້​ນັ້ນ​ລະ​ວັງ​ຕົວ​ໄວ້​ຢ້ານ​ວ່າ​ເຂົາ​ຈະ​ຢູ່​ໃນ​ອັນ​ຕະ​ລາຍ​ຂອງ​ໄຟ​ນະລົກ.

18 ແລະ ຜູ້​ທີ່​ກ່າວ​ວ່າ: ຈົ່ງ​ສະແດງ​ມັນ​ຕໍ່​ເຮົາ, ຖ້າ​ບໍ່​ດັ່ງ​ນັ້ນ​ທ່ານ​ຈະ​ຖືກ​ລົງ​ໂທດ—ກໍ​ໃຫ້​ຜູ້​ນັ້ນ​ລະ​ວັງ​ໄວ້ ຢ້ານ​ວ່າ​ເຂົາ​ຈະ​ສັ່ງ​ໃນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຫ້າມ.

19 ເພາະ​ຈົ່ງ​ເບິ່ງ, ຜູ້​ໃດ​ທີ່ ຕັດ​ສິນ​ຜູ້​ອື່ນ​ຢ່າງ​ຮີບ​ດ່ວນ​ຈະ​ຖືກ​ຕັດ​ສິນ​ຢ່າງ​ຮີບ​ດ່ວນ​ຄື​ກັນ; ເພາະ​ວ່າ​ເຂົາ​ຈະ​ໄດ້​ຮັບ​ຄ່າ​ຈ້າງ​ຕາມ​ວຽກ​ງານ​ຂອງ​ເຂົາ; ສະນັ້ນ, ຄົນ​ທີ່​ທຳ​ຮ້າຍ​ຄົນ​ອື່ນ ຍ່ອມ​ຖືກ​ພຣະ​ຜູ້​ເປັນ​ເຈົ້າ​ທຳ​ຮ້າຍ​ຄື​ກັນ.

20 ຈົ່ງ​ເບິ່ງ​ສິ່ງ​ທີ່​ຂໍ້​ຄວາມ​ພຣະ​ຄຳ​ພີ​ກ່າວ​ໄວ້​ຄື—ມະນຸດ​ບໍ່​ຄວນ​ທຳ​ຮ້າຍ​ຕໍ່​ກັນ, ທັງ​ພວກ​ເຂົາ​ບໍ່​ຄວນ​ຕັດ​ສິນ​ກັນ; ເພາະ​ວ່າ​ການ​ຕັດ​ສິນ​ນັ້ນ​ເປັນ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ແລະ ການ​ແກ້​ແຄ້ນ​ເປັນ​ຂອງ​ເຮົາ​ນຳ​ອີກ, ແລະ ເຮົາ​ຈະ​ເປັນ​ຜູ້​ຕອບ​ແທນ.

21 ແລະ ຜູ້​ໃດ​ທີ່​ເວົ້າ​ໂດຍ​ສະແດງ​ຄວາມ​ໂມ​ໂຫ ແລະ ຕໍ່​ຕ້ານ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ກໍ່​ກວນ​ຜູ້​ຄົນ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ, ແລະ ກ່າວ​ວ່າ: ພວກ​ເຮົາ​ຈະ​ທຳ​ລາຍ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຈື່​ຈຳ​ພັນທະ​ສັນ​ຍາ​ຂອງ​ພຣະ​ອົງ ຊຶ່ງ​ໄດ້​ເຮັດ​ໄວ້​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ​ດອກ—ຜູ້​ດຽວ​ກັນ​ນັ້ນ​ກໍ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ​ທີ່​ຈະ​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ;

22 ເພາະວ່າ ຈຸດ​ປະສົງ​ອັນ​ເປັນ​ນິ​ລັນ​ດອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ດຳ​ເນີນ​ຕໍ່​ໄປ, ຈົນ​ກວ່າ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຈະ​ສຳ​ເລັດ​ທັງ​ໝົດ.

23 ຈົ່ງ​ຄົ້ນ​ຄວ້າ​ຄຳ​ທຳ​ນາຍ​ຂອງ ເອຊາ​ຢາ. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂຽນ​ໄວ້​ບໍ່​ໄດ້. ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຜູ້​ທີ່​ຈາກ​ໄປ​ກ່ອນ​ຂ້າ​ພະ​ເຈົ້າ ຜູ້​ທີ່​ເຄີຍ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ນີ້ ຈະ​ຕ້ອງ ທູນ​ຂໍ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ແທ້​ຈິງ​ແລ້ວ, ແມ່ນ​ຈາກ​ພື້ນ​ດິນ; ແລະ ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່ ພຣະ​ອົງ​ຈະ​ນຶກ​ເຖິງ​ພັນທະ​ສັນ​ຍາ​ທີ່​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ພວກ​ເຂົາ.

24 ແລະ ພຣະ​ອົງ​ຮູ້​ເຖິງ ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ ວ່າ​ມັນ​ເປັນ​ໄປ​ເພື່ອ​ພີ່​ນ້ອງ​ຂອງ​ພວກ​ເຂົາ. ແລະ ພຣະ​ອົງ​ຮູ້​ຈັກ​ສັດທາ​ຂອງ​ພວກ​ເຂົາ, ເພາະ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ພວກ​ເຂົາ​ຈຶ່ງ​ສາ​ມາດ​ເຄື່ອນ​ຍ້າຍ ພູ​ໄດ້; ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ພວກ​ເຂົາ​ຈຶ່ງ​ສາ​ມາດ​ເຮັດ​ໃຫ້​ແຜ່ນ​ດິນ​ໂລກ​ສັ່ນ​ສະ​ເທືອນ​ໄດ້, ແລະ ໂດຍ​ອຳນາດ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ອົງ ພວກ​ເຂົາ​ຈຶ່ງ​ໄດ້​ເຮັດ ຄຸກ​ພັງ​ທະ​ລາຍ​ລົງ​ກັບ​ພື້ນ​ດິນ; ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ເຕົາ​ໄຟ​ຮ້ອນ​ແຮງ ທັງ​ສັດ​ປ່າ ແລະ ງູ​ພິດ ກໍ​ຍັງ​ເຮັດ​ອັນ​ຕະ​ລາຍ​ໃຫ້​ພວກ​ເຂົາ​ບໍ່​ໄດ້, ເພາະ​ອຳນາດ​ແຫ່ງ​ຄຳ​ຂອງ​ພຣະ​ອົງ.

25 ແລະ ຈົ່ງ​ເບິ່ງ, ຄຳ​ອະ​ທິ​ຖານ​ຂອງ​ຄົນ​ເຫລົ່າ​ນັ້ນ​ເປັນ​ໄປ​ເພື່ອ​ຄົນ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຍອມ​ໃຫ້​ນຳ​ເອົາ​ສິ່ງ​ເຫລົ່າ​ນີ້​ອອກ​ມາ.

26 ແລະ ບໍ່​ມີ​ຜູ້​ໃດ​ຈຳ​ຕ້ອງ​ເວົ້າ​ວ່າ​ມັນ​ຈະ​ບໍ່​ມາ​ເຖິງ, ເພາະ​ມັນ​ຈະ​ມາ​ຢ່າງ​ແນ່​ນອນ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ແລ້ວ​ວ່າ ມັນ​ຈະ ອອກ​ຈາກ​ແຜ່ນ​ດິນ​ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ບໍ່​ມີ​ຜູ້​ໃດ​ຈະ​ຢັບ​ຢັ້ງ​ໄດ້; ແລະ ມັນ​ຈະ​ມາ​ໃນ​ມື້​ທີ່​ຜູ້​ຄົນ​ເວົ້າ​ກັນ​ວ່າ ສິ່ງ​ມະຫັດ​ສະຈັນ​ໝົດ​ໄປ​ແລ້ວ; ແລະ ມັນ​ຈະ​ມາ​ຄື​ກັນ​ກັບ​ວ່າ ຜູ້​ໃດ​ຜູ້​ໜຶ່ງ​ຈະ​ເວົ້າ​ອອກ ຈາກ​ຄົນ​ຕາຍ.

27 ແລະ ມັນ​ຈະ​ມາ​ໃນ​ມື້​ທີ່ ເລືອດ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ຕ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ເພາະ ການ​ມົ້ວ​ສຸມ​ລັບ ແລະ ວຽກ​ງານ​ແຫ່ງ​ຄວາມ​ມືດ.

28 ແທ້​ຈິງ​ແລ້ວ, ມັນ​ຈະ​ມາ​ໃນ​ມື້​ທີ່​ອຳນາດ​ຂອງ​ພຣະ​ເຈົ້າ​ຈະ​ຖືກ​ປະ​ຕິ​ເສດ, ແລະ ສາດ​ສະ​ໜາ​ຈັກ​ຕ່າງໆ​ກັບ​ມາ​ເສື່ອມ​ຄວາມ​ສັກ​ສິດ ແລະ ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະນົງ​ໃຈ; ແທ້​ຈິງ​ແລ້ວ, ແມ່ນ​ໃນ​ວັນ​ທີ່​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຜູ້​ສອນ​ຈະ​ລຸກ​ຂຶ້ນ​ໃນ​ຄວາມ​ທະນົງ​ໃຈ​ຂອງ​ຕົນ, ຈົນ​ເຖິງ​ການ​ອິດ​ສາ​ບັງ​ບຽດ​ຜູ້​ຄົນ​ທີ່​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ຄົນ​ອື່ນ.

29 ແທ້​ຈິງ​ແລ້ວ, ມັນ​ຈະ​ມາ​ໃນ​ມື້ ທີ່​ຈະ​ໄດ້​ຍິນ​ເຖິງ​ເລື່ອງ​ໄຟ, ແລະ ພະ​ຍຸ​ຝົນ​ຟ້າ​ຄະ​ນອງ, ແລະ ອາຍ​ຄວັນ​ໃນ​ຕ່າງ​ແດນ;

30 ແລະ ຈະ​ໄດ້​ຍິນ​ເຖິງ​ເລື່ອງ ສົງ​ຄາມ, ຂ່າວ​ລື​ເລື່ອງ​ສົງ​ຄາມ, ແລະ ແຜ່ນ​ດິນ​ໄຫວ​ໃນ​ບ່ອນ​ຕ່າງໆ​ນຳ​ອີກ.

31 ແທ້​ຈິງ​ແລ້ວ, ມັນ​ຈະ​ມາ​ໃນ​ມື້​ທີ່​ຈະ​ມີ​ສິ່ງ​ສົກ​ກະ​ປົກ​ທີ່​ສຸດ​ຢູ່​ເທິງ​ຜືນ​ແຜ່ນ​ດິນ​ໂລກ; ມັນ​ຈະ​ມີ​ການ​ຄາດ​ຕະ​ກຳ, ແລະ ການ​ປຸ້ນ​ຈີ້, ແລະ ການ​ເວົ້າ​ຕົວະ, ແລະ ການ​ຫລອກ​ລວງ, ແລະ ການ​ໂສ​ເພ​ນີ, ແລະ ການ​ກະ​ທຳ​ທີ່​ເປັນ​ໜ້າ​ກຽດ​ຊັງ​ນາໆ​ປະ​ການ; ຈະ​ເປັນ​ເວລາ​ທີ່​ຈະ​ມີ​ຫລາຍ​ຄົນ​ກ່າວ​ວ່າ ເຮັດ​ແນວ​ນີ້ ຫລື ເຮັດ​ແນວ​ນັ້ນ​ໂລດ, ແລະ ມັນ​ຈະບໍ່ ເປັນ​ຫຍັງ​ດອກ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ ສົ່ງ​ເສີມ​ການ​ກະ​ທຳ​ເຊັ່ນ​ນີ້​ໃນ​ວັນ​ສຸດ​ທ້າຍ. ແຕ່​ວິບັດ​ແກ່​ຄົນ​ເຊັ່ນ​ນັ້ນ, ເພາະ​ວ່າ​ເຂົາ​ຢູ່​ໃນ ນ້ຳ​ບີ​ແຫ່ງ​ຄວາມ​ຂົມ​ຂື່ນ ແລະ ໃນ​ພັນທະ​ການ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ.

32 ແທ້​ຈິງ​ແລ້ວ, ມັນ​ຈະ​ມາ​ໃນ​ມື້​ທີ່​ຈະ​ມີ​ສາດ​ສະ​ໜາ​ຈັກ​ຕ່າງໆ​ຖືກ​ສ້າງ​ຂຶ້ນ ຊຶ່ງ​ກ່າວ​ວ່າ: ຈົ່ງ​ມາ​ຫາ​ເຮົາ, ແລະ ດ້ວຍ​ເງິນ​ຂອງ​ທ່ານ, ທ່ານ​ຈະ​ໄດ້​ຮັບ​ການອະໄພ​ຈາກ​ບາບ​ຂອງ​ທ່ານ.

33 ໂອ້ ທ່ານ​ຜູ້​ເປັນ​ຄົນ​ຊົ່ວ ແລະ ເສຍ​ຄົນ ແລະ ແຂງ​ຄໍ​ເອີຍ, ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ​ສ້າງ​ສາດ​ສະ​ໜາ​ຈັກ​ໃຫ້​ຕົນ​ເອງ​ເພື່ອ​ຫາ ຜົນ​ປະ​ໂຫຍດ? ດ້ວຍ​ເຫດ​ໃດ​ທ່ານຈຶ່ງ ປ່ຽນ​ພຣະ​ຄຳ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ ເພື່ອ​ທ່ານ​ຈະ​ໄດ້​ນຳ​ເອົາ ຄວາມ​ອັບ​ປະ​ໂຫຍດ​ມາ​ໃຫ້​ຈິດ​ວິນ​ຍານ​ຂອງ​ທ່ານ? ຈົ່ງ​ເບິ່ງ, ທ່ານ​ຈົ່ງ​ພິ​ຈາ​ລະ​ນາ​ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ; ເພາະ​ຈົ່ງ​ເບິ່ງ, ເວລາ​ຍ່ອມ​ມາ​ເຖິງ​ໃນ​ມື້​ນັ້ນ ສິ່ງ​ເຫລົ່າ​ນີ້​ຕ້ອງ​ສຳ​ເລັດ​ທັງ​ໝົດ.

34 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະແດງ​ເລື່ອງ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ຕ້ອງ​ມາ​ໃນ​ບໍ່​ຊ້າ​ນີ້ ແກ່​ຂ້າ​ພະ​ເຈົ້າ, ເພາະ​ຈົ່ງ​ເບິ່ງ ເມື່ອ​ເວລາ​ມາ​ເຖິງ​ໃນ​ມື້​ນັ້ນ ສິ່ງ​ເຫລົ່າ​ນີ້​ຈະ​ອອກ​ມາ​ໃນ​ບັນ​ດາ​ພວກ​ທ່ານ.

35 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ທ່ານ​ຄື​ກັບ​ວ່າ​ທ່ານ​ຢູ່​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ, ແຕ່​ວ່າ​ທ່ານ​ບໍ່​ໄດ້​ຢູ່. ແຕ່​ຈົ່ງ​ເບິ່ງ, ພຣະ​ເຢຊູ​ຄຣິດ​ໄດ້​ສະແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ທ່ານ, ແລະ ຂ້າ​ພະ​ເຈົ້າ​ຮູ້​ຈັກ​ການ​ກະ​ທຳ​ຂອງ​ທ່ານ.

36 ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ທ່ານ​ໄດ້ ເດີນ​ໄປ​ໃນ​ຄວາມ​ທະນົງ​ໃຈ​ຂອງ​ທ່ານ; ແລະ ມີ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ເທົ່າ​ນັ້ນ​ທີ່​ບໍ່​ໄດ້ ຍົກ​ຕົນ​ເອງ​ຂຶ້ນ​ໃນ​ຄວາມ​ທະນົງ​ໃຈ​ຂອງ​ຕົນ ຈົນ​ເຖິງ​ການ​ນຸ່ງ ເສື້ອ​ຜ້າ​ທີ່​ສວຍ​ງາມ​ຫລາຍ, ຈົນ​ເຖິງ​ຂັ້ນ​ມີ​ການ​ອິດ​ສາ​ບັງ​ບຽດ, ແລະ ການ​ຜິດ​ຖຽງ​ກັນ, ແລະ ມີ​ເຈດ​ຕະ​ນາ​ຮ້າຍ​ຕໍ່​ກັນ, ແລະ ຂົ່ມ​ເຫັງ, ແລະ ເຮັດ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ; ແລະ ທັງ​ສາດ​ສະ​ໜາ​ຈັກ​ຂອງ​ທ່ານ, ແທ້​ຈິງ​ແລ້ວ, ທຸກໆ​ບ່ອນ​ກັບ​ມາ​ສົກ​ກະ​ປົກ​ເພາະ​ຄວາມ​ທະນົງ​ໃຈ​ຂອງ​ທ່ານ.

37 ເພາະ​ຈົ່ງ​ເບິ່ງ, ທ່ານ​ຮັກ ເງິນ, ແລະ ຮັກ​ເຂົ້າ​ຂອງ ຂອງ​ທ່ານ, ແລະ ຮັກ​ເສື້ອ​ຜ້າ​ທີ່​ສວຍ​ງາມ​ຫລາຍ​ຂອງ​ທ່ານ, ແລະ ການ​ຕົກ​ແຕ່ງ​ສາດ​ສະ​ໜາ​ຈັກ​ຂອງ​ທ່ານ​ຫລາຍ​ກວ່າ​ທີ່​ທ່ານ​ຮັກ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ, ຄົນ​ເຈັບ​ປ່ວຍ, ແລະ ຄົນ​ທີ່​ເປັນ​ທຸກ.

38 ໂອ້ ທ່ານ​ຄົນ​ສົກ​ກະ​ປົກ, ທ່ານ​ຄົນ​ໜ້າ​ຊື່​ໃຈ​ຄົດ, ທ່ານ​ຜູ້​ສອນ, ຜູ້​ຊຶ່ງ​ຂາຍ​ຕົວ​ເພື່ອ​ສິ່ງ​ທີ່​ຈະ​ເນົ່າ​ເປື່ອຍ​ໄດ້, ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ​ເຮັດ​ໃຫ້​ສາດ​ສະ​ໜາ​ຈັກ​ທີ່​ບໍ​ລິ​ສຸດ​ຂອງ​ພຣະ​ເຈົ້າ​ນັ້ນ​ສົກ​ກະ​ປົກ? ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ ອັບ​ອາຍ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ? ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ​ບໍ່​ຄິດ​ວ່າ​ຄຸນ​ຄ່າ​ຂອງ​ຄວາມ​ສຸກ​ອັນ​ບໍ່​ມີ​ບ່ອນ​ຈົບ​ນັ້ນ​ສຳ​ຄັນ​ກວ່າ ຄວາມ​ທຸກ​ທໍ​ລະ​ມານ​ຊຶ່ງ​ບໍ່​ເຄີຍ​ຕາຍ—​ຍ້ອນ​ວ່າ ຄຳ​ສັນ​ລະ​ເສີນ​ຂອງ​ໂລກ​ບໍ?

39 ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ​ຕົກ​ແຕ່ງ​ຕົວ​ດ້ວຍ​ສິ່ງ​ທີ່​ບໍ່​ມີ​ຊີ​ວິດ, ແລະ ຍັງ​ຍອມ​ໃຫ້​ຄົນ​ຫິວ​ໂຫຍ, ແລະ ຄົນ​ຂັດ​ສົນ, ແລະ ຄົນ​ເປື່ອຍ​ເປົ່າ, ແລະ ຄົນ​ເຈັບ​ປ່ວຍ, ແລະ ຄົນ​ທີ່​ເປັນ​ທຸກ​ຜ່ານ​ທ່ານ​ໄປ, ແລະ ບໍ່​ຫລຽວ​ແລ​ພວກ​ເຂົາ?

40 ແທ້​ຈິງ​ແລ້ວ, ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ​ສ້າງ ຄວາມ​ໜ້າ​ກຽດ​ຊັງ​ອັນ​ລີ້​ລັບ​ຂຶ້ນ​ເພື່ອ​ຫາ​ຜົນ​ປະ​ໂຫຍດ, ແລະ ເຮັດ​ໃຫ້​ແມ່​ໝ້າຍ​ຕ້ອງ​ໂສກ​ເສົ້າ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຮັດ​ໃຫ້​ເດັກ​ກຳ​ພ້າ​ຕ້ອງ​ໂສກ​ເສົ້າ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຮັດ​ໃຫ້​ເລືອດ​ພໍ່​ຂອງ​ພວກ​ເຂົາ ແລະ ສາ​ມີ​ຂອງ​ພວກ​ເຂົາ​ຕ້ອງ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຈາກ​ພື້ນ​ດິນ, ເພື່ອ​ການ​ແກ້​ແຄ້ນ​ເທິງ​ຫົວ​ຂອງ​ທ່ານ?

41 ຈົ່ງ​ເບິ່ງ, ດາບ​ແຫ່ງ​ການ​ແກ້​ແຄ້ນ​ແຂວນ​ຢູ່​ເທິງ​ຫົວ​ທ່ານ; ແລະ ເວລາ​ຈະ​ມາ​ເຖິງ​ໃນ​ບໍ່​ຊ້າ​ນີ້ ທີ່​ພຣະ​ອົງ​ຈະ ແກ້​ແຄ້ນ​ທ່ານ​ແທນ​ເລືອດ​ຂອງໄພ່​ພົນ​ຂອງ​ພຣະ​ເຈົ້າ, ເພາະວ່າ​ພຣະ​ອົງ​ຈະ​ບໍ່​ທົນ​ຕໍ່​ການ​ຮ້ອງ​ຂໍ​ຂອງ​ພວກ​ເຂົາ​ອີກ​ຕໍ່​ໄປ.