ພຣະ​ຄຳ​ພີ
ມໍມອນ 9


ບົດ​ທີ 9

ໂມ​ໂຣ​ໄນ​ເຊື້ອ​ເຊີນ​ຜູ້​ທີ່​ບໍ່​ເຊື່ອ​ໃນ​ພຣະ​ຄຣິດ​ໃຫ້​ກັບ​ໃຈ—ເພິ່ນ​ໃຫ້​ຖ້ອຍ​ຄຳ​ເຖິງ​ພຣະ​ເຈົ້າ​ແຫ່ງ​ສິ່ງ​ມະຫັດ​ສະຈັນ, ຜູ້​ມອບ​ການ​ເປີດ​ເຜີຍ ແລະ ຖອກ​ເທ​ຂອງ​ປະທານ ແລະ ເຄື່ອງ​ໝາຍ​ເທິງ​ຜູ້​ທີ່​ຊື່​ສັດ—ສິ່ງ​ມະຫັດ​ສະຈັນ​ຢຸດ​ລົງ​ກໍ​ເພາະ​ວ່າ​ຄວາມ​ບໍ່​ເຊື່ອ​ຖື—ເຄື່ອງ​ໝາຍ​ຈະ​ຕິດ​ຕາມ​ໄປ​ກັບ​ຜູ້​ທີ່​ເຊື່ອ—ມະນຸດ​ຖືກ​ຕັກ​ເຕືອນ​ໃຫ້​ເປັນ​ຄົນ​ສະຫລາດ ແລະ ຮັກ​ສາ​ພຣະ​ບັນ​ຍັດ. ປະ​ມານ ຄ.ສ. 401–421.

1 ແລະ ບັດ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກ່ຽວ​ກັບ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ພຣະ​ຄຣິດ​ນຳ​ອີກ.

2 ຈົ່ງ​ເບິ່ງ, ທ່ານຈະ​ເຊື່ອ​ໃນ​ມື້​ແຫ່ງ​ການ​ສະ​ເດັດ​ມາ​ຢ້ຽມ​ຢາມ​ທ່ານ​ຫລື​ບໍ່—ຈົ່ງ​ເບິ່ງ, ເວລາ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ມາ, ແທ້​ຈິງ​ແລ້ວ, ແມ່ນ​ໃນ ວັນ​ອັນ​ຍິ່ງ​ໃຫຍ່​ນັ້ນ ເມື່ອ ແຜ່ນ​ດິນ​ໂລກ​ຈະ​ຖືກ​ກໍ້​ເຂົ້າ​ກັນ​ຄື​ກັນ​ກັບ​ມ້ວນ​ກະ​ດາດ, ແລະ ທາດ​ຕ່າງໆ​ຈະ ລະ​ລາຍ​ດ້ວຍ​ຄວາມ​ຮ້ອນ​ອັນ​ແຮງ​ກ້າ, ແທ້​ຈິງ​ແລ້ວ, ໃນ​ມື້​ຍິ່ງ​ໃຫຍ່​ນັ້ນ ທ່ານ​ຈະ​ຖືກ​ນຳ​ມາ​ຢືນ​ຢູ່​ຕໍ່​ໜ້າ​ພຣະ​ພັກ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ—ເວລາ​ນັ້ນ​ທ່ານ​ຈະ​ກ່າວ​ບໍ​ວ່າ​ບໍ່​ມີ​ພຣະ​ເຈົ້າ?

3 ເວລາ​ນັ້ນ​ທ່ານ​ຍັງ​ຈະ​ປະ​ຕິ​ເສດ​ພຣະ​ຄຣິດ​ອີກ​ຢູ່​ບໍ ຫລື ທ່ານ​ຈະ​ສາ​ມາດ​ຫລຽວ​ເບິ່ງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ໄດ້​ບໍ? ທ່ານ​ຄິດ​ບໍ​ວ່າ​ທ່ານ​ຈະ​ສາ​ມາດ​ຢູ່​ກັບ​ພຣະ​ອົງ​ພາຍ​ໃຕ້​ຄວາມ​ສຳ​ນຶກ​ຜິດ​ຂອງ​ທ່ານ​ໄດ້? ທ່ານ​ຄິດ​ບໍ​ວ່າ ທ່ານ​ຈະ​ມີ​ຄວາມ​ສຸກ​ທີ່​ຈະ​ຢູ່​ກັບ​ພຣະ​ອົງ​ຜູ້​ບໍ​ລິ​ສຸດ​ອົງ​ນັ້ນ​ໄດ້ ເມື່ອ​ຈິດ​ວິນ​ຍານ​ຂອງ​ທ່ານ​ທໍ​ລະ​ມານ​ຢູ່​ດ້ວຍ​ຄວາມ​ສຳ​ນຶກ​ຜິດ​ວ່າ ທ່ານ​ເຄີຍ​ເຮັດ​ຜິດ​ຕໍ່​ກົດ​ຂອງ​ພຣະ​ອົງ?

4 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ ທ່ານ​ຈະ​ທຸກ​ທໍ​ລະ​ມານ​ໃຈ​ທີ່​ຈະ​ຢູ່​ກັບ​ພຣະ​ເຈົ້າ​ຜູ້​ບໍ​ລິ​ສຸດ ແລະ ທ່ຽງ​ທຳ​ພາຍ​ໃຕ້​ຄວາມ​ສຳ​ນຶກ​ຜິດ​ໃນ​ຄວາມ​ສົກ​ກະ​ປົກ​ຂອງ​ທ່ານ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ຍິ່ງ​ກວ່າ​ທ່ານ​ຈະ​ຢູ່​ກັບ​ຈິດ​ວິນ​ຍານ​ທີ່ ອັບ​ປະ​ໂຫຍດ​ໃນ ນະລົກ.

5 ເພາະ​ຈົ່ງ​ເບິ່ງ, ເມື່ອ​ທ່ານ​ຖືກ​ນຳ​ມາ​ໃຫ້​ເຫັນ ຄວາມ​ເປືອຍ​ເປົ່າ​ຂອງ​ທ່ານ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ໃຫ້​ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ນຳ​ອີກ, ແລະ ໃຫ້​ເຫັນ​ຄວາມ​ບໍ​ລິ​ສຸດ​ຂອງ​ພຣະ​ເຢຊູ​ຄຣິດ, ມັນ​ຈະ​ເຮັດ​ໃຫ້​ເກີດ​ແປວ​ໄຟ​ທີ່​ບໍ່​ຮູ້​ມອດ​ຢູ່​ໃນ​ຕົວ​ທ່ານ.

6 ໂອ້ ແລ້ວ​ທ່ານ ຜູ້​ບໍ່​ເຊື່ອ, ທ່ານ​ຈົ່ງ ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ; ຈົ່ງ​ທູນ​ຂໍ​ຕໍ່​ພຣະ​ບິດາ​ຢ່າງ​ສຸດ​ກຳ​ລັງ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ ເພື່ອ​ທ່ານ​ອາດ​ຈະ​ພົບ​ວ່າ​ທ່ານ​ບໍ່​ມີ​ມົນ​ທິນ ມີ​ແຕ່ ຄວາມ​ບໍ​ລິ​ສຸດ, ຄວາມ​ງາມ, ແລະ ຄວາມ​ຂາວ, ໂດຍ​ຖືກ​ເຮັດ​ໃຫ້​ສະອາດ​ແລ້ວ​ດ້ວຍ​ໂລ​ຫິດ​ຂອງ ພຣະ​ເມສາ​ນ້ອຍ​ໃນ​ວັນ​ອັນ​ຍິ່ງ​ໃຫຍ່ ແລະ ສຸດ​ທ້າຍ​ນັ້ນ.

7 ແລະ ອີກ​ເທື່ອ​ໜຶ່ງ ຂ້າ​ພະ​ເຈົ້າຂໍ​ເວົ້າ​ກັບ​ທ່ານ​ຜູ້ ປະ​ຕິ​ເສດ​ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ, ແລະ ເວົ້າ​ວ່າ​ມັນ​ໝົດ​ໄປ​ແລ້ວ, ວ່າ​ບໍ່​ມີ​ການ​ເປີດ​ເຜີຍ, ຫລື ການ​ທຳ​ນາຍ, ຫລື ຂອງ​ປະທານ, ຫລື ການ​ປິ່ນ​ປົວ, ຫລື ການ​ເວົ້າ​ດ້ວຍ​ພາ​ສາ​ອື່ນ, ແລະ ການ​ແປ​ຄວາມ​ໝາຍ​ຂອງ​ພາ​ສາ​ອື່ນ;

8 ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ ຄົນ​ທີ່​ປະ​ຕິ​ເສດ​ສິ່ງ​ເຫລົ່າ​ນີ້​ບໍ່​ຮູ້​ຈັກ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ; ແທ້​ຈິງ​ແລ້ວ, ເຂົາ​ບໍ່​ໄດ້​ອ່ານ​ພຣະ​ຄຳ​ພີ; ຖ້າ​ຫາກ​ອ່ານ ເຂົາກໍ​ບໍ່ ເຂົ້າ​ໃຈ​ມັນ.

9 ເຮົາ​ບໍ່​ໄດ້​ອ່ານ​ບໍ​ວ່າ ພຣະ​ເຈົ້າ​ເປັນ ເໝືອນ​ກັນ​ເຊັ່ນ​ມື້​ວານ​ນີ້, ມື້​ນີ້, ແລະ ຕະຫລອດ​ການ, ແລະ ໃນ​ພຣະ​ອົງ​ບໍ່​ມີ​ຄວາມ​ຜັນ​ແປ ທັງ​ບໍ່​ມີ​ເງົາ​ຂອງ​ຄວາມ​ປ່ຽນ​ແປງ​ເລີຍ?

10 ແລະ ບັດ​ນີ້, ຖ້າ​ຫາກ​ທ່ານ​ນຶກ​ຄິດ​ໃຫ້​ຕົວ​ເອງ​ເຖິງ​ພຣະ​ເຈົ້າ​ທີ່​ຜັນ​ແປ​ໄດ້, ແລະ ໃນ​ພຣະ​ເຈົ້າ​ນັ້ນ​ມີ​ເງົາ​ຂອງ​ຄວາມ​ປ່ຽນ​ແປງ ເວລາ​ນັ້ນ​ທ່ານ​ກໍ​ນຶກ​ຄິດ​ໃຫ້​ຕົນ​ເອງ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ບໍ່​ແມ່ນ​ພຣະ​ເຈົ້າ​ແຫ່ງ​ສິ່ງ​ມະຫັດ​ສະຈັນ.

11 ແຕ່ຈົ່ງ​ເບິ່ງ, ຂ້າພະ​ເຈົ້າຈະ​ສະແດງ​ພຣະ​ເຈົ້າ​ແຫ່ງ​ສິ່ງ​ມະຫັດ​ສະຈັນ​ແກ່​ທ່ານ, ເຖິງ​ແມ່ນ​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ແລະ ພຣະ​ເຈົ້າ​ຂອງ​ອີ​ຊາກ, ແລະ ພຣະ​ເຈົ້າ​ຂອງ​ຢາໂຄບ; ແລະ ຄື ພຣະ​ເຈົ້າ​ອົງ​ດຽວ​ກັນ​ນັ້ນ​ທີ່​ສ້າງ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ, ແລະ ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ນັ້ນ.

12 ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ສ້າງ​ອາດາມ, ແລະ ເປັນ​ຍ້ອນ ອາດາມ ການ​ຕົກ​ຂອງ​ມະນຸດ​ຈຶ່ງ​ມີ​ມາ. ແລະ ເປັນ​ຍ້ອນ​ການ​ຕົກ​ຂອງ​ມະນຸດ ພຣະ​ເຢຊູ​ຄຣິດ​ຈຶ່ງ​ສະ​ເດັດ​ມາ, ຜູ້​ເປັນ​ພຣະ​ບິດາ ແລະ ພຣະ​ບຸດ; ແລະ ເປັນ​ຍ້ອນ​ພຣະ​ເຢຊູ​ຄຣິດ ການ​ໄຖ່​ຂອງ​ມະນຸດ​ຈຶ່ງ​ມີ​ມາ.

13 ແລະ ເປັນ​ຍ້ອນ​ການ​ໄຖ່​ຂອງ​ມະນຸດ, ຊຶ່ງ​ມາ​ໂດຍ​ພຣະ​ເຢຊູ​ຄຣິດ, ຄົນ​ທັງ​ຫລາຍ​ຈຶ່ງ​ຖືກ​ນຳ​ກັບ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ດ້ວຍ​ການ​ນີ້​ມະນຸດ​ທັງ​ປວງ​ຈຶ່ງ​ຖືກ​ໄຖ່, ເປັນ​ຍ້ອນ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ ຈຶ່ງ​ເຮັດ​ໃຫ້​ເກີດ ການ​ຟື້ນ​ຄືນ​ຊີ​ວິດ, ຊຶ່ງ​ເຮັດ​ໃຫ້​ເກີດ​ການ​ໄຖ່​ເພື່ອ​ໃຫ້​ພົ້ນ​ຈາກ​ການ ນອນ​ຫລັບ​ອັນ​ບໍ່​ມີ​ວັນ​ສິ້ນ​ສຸດ, ຊຶ່ງ​ເມື່ອ​ເວລາ​ສຽງ​ແກ​ດັງ​ຂຶ້ນ ອຳນາດ​ຂອງ​ພຣະ​ເຈົ້າ​ຈະ​ປຸກ​ມະນຸດ​ທັງ​ປວງ​ໃຫ້​ຕື່ນ​ຈາກ​ການ​ນອນ​ຫລັບ; ແລະ ຄົນ​ທັງ​ຫລາຍ​ຈະ​ອອກ​ມາ ທັງ​ຜູ້​ນ້ອຍ ແລະ ຜູ້​ໃຫຍ່, ແລະ ທຸກ​ຄົນ​ຈະ​ຢືນ​ຢູ່​ຕໍ່​ໜ້າ​ບ່ອນ​ພິ​ພາກ​ສາ​ຂອງ​ພຣະ​ອົງ ໂດຍ​ຖືກ​ໄຖ່ ແລະ ຫລຸດ​ຈາກ ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຊົ່ວ​ນິ​ລັນ​ດອນ, ຊຶ່ງ​ຄວາມ​ຕາຍ​ນັ້ນ​ເປັນ​ຄວາມ​ຕາຍ​ທາງ​ໂລກ.

14 ແລະ ເວລາ​ນັ້ນ ການ​ພິ​ພາກ​ສາ​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ​ຈະ​ມາ​ຫາ​ພວກ​ເຂົາ; ແລະ ເວລາ​ນັ້ນ​ຄົນ​ທີ່ ສົກ​ກະ​ປົກ​ຈະ​ຄົງ​ສົກ​ກະ​ປົກ​ຢູ່​ຄື​ເກົ່າ; ແລະ ຄົນ​ທີ່​ຊອບ​ທຳ​ຈະ​ຄົງ​ຊອບ​ທຳ​ຢູ່​ຄື​ເກົ່າ; ແລະ ຄົນ​ທີ່​ເປັນ​ສຸກ​ຈະ​ຄົງ​ເປັນ​ສຸກ​ຢູ່​ຄື​ເກົ່າ; ແລະ ຄົນ​ທີ່​ບໍ່​ເປັນ​ສຸກ​ກໍ​ຄົງ​ບໍ່​ເປັນ​ສຸກ​ຢູ່​ຄື​ເກົ່າ.

15 ແລະ ບັດ​ນີ້, ໂອ້ ທ່ານ​ທັງ​ຫລາຍ​ທີ່​ນຶກ​ຄິດ​ໃຫ້​ຕົນ​ເອງ​ວ່າ ພຣະ​ເຈົ້າ​ຈະ​ເຮັດ ສິ່ງ​ມະຫັດ​ສະຈັນ​ບໍ່​ໄດ້, ຂ້າ​ພະ​ເຈົ້າ​ຈະ​ຖາມ​ທ່ານ​ວ່າ ສິ່ງ​ທັງ​ໝົດ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ມາ​ນີ້​ເກີດ​ຂຶ້ນ​ແລ້ວ​ບໍ? ເວລາ​ສຸດ​ທ້າຍ​ມາ​ຮອດ​ແລ້ວ​ບໍ? ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ ຍັງ​ບໍ່​ທັນ​ມາ​ຮອດ​ເທື່ອ; ແລະ ພຣະ​ເຈົ້າ​ຍັງ​ບໍ່​ເຊົາ​ເປັນ​ພຣະ​ເຈົ້າ​ແຫ່ງ​ສິ່ງ​ມະຫັດ​ສະຈັນ​ເທື່ອ.

16 ຈົ່ງ​ເບິ່ງ, ສິ່ງ​ທີ່​ພຣະ​ເຈົ້າ​ກະ​ທຳ​ບໍ່​ໄດ້​ເປັນ​ໜ້າ​ມະຫັດ​ສະຈັນ​ແກ່​ສາຍ​ຕາ​ຂອງ​ພວກ​ເຮົາ​ບໍ? ແທ້​ຈິງ​ແລ້ວ, ແລະ ແມ່ນ​ໃຜ​ທີ່​ຈະ​ເຂົ້າ​ໃຈ ວຽກ​ງານ​ອັນ​ໜ້າ​ອັດ​ສະຈັນ​ຂອງ​ພຣະ​ເຈົ້າ​ໄດ້?

17 ຜູ້​ໃດ​ຈະ​ເວົ້າ​ວ່າ ມັນ​ບໍ່​ແມ່ນ​ສິ່ງ​ມະຫັດ​ສະຈັນ ຊຶ່ງ​ໂດຍ ພຣະ​ຄຳ​ຂອງ​ພຣະ​ອົງ ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ​ຈຶ່ງ​ຖືກ​ສ້າງ​ຂຶ້ນ; ແລະ ໂດຍ​ອຳນາດ​ຂອງ​ຄຳ​ຂອງ​ພຣະ​ຜູ້​ສ້າງ ມະນຸດ​ຈຶ່ງ​ຖືກ ສ້າງ​ຂຶ້ນ​ດ້ວຍ ຂີ້​ຝຸ່ນ​ຂອງ​ແຜ່ນ​ດິນ​ໂລກ; ແລະ ໂດຍ​ອຳນາດ​ຂອງ​ຄຳ​ຂອງ​ພຣະ​ອົງ ສິ່ງ​ມະຫັດ​ສະຈັນ​ຈຶ່ງ​ເກີດ​ຂຶ້ນ?

18 ແລະ ຜູ້​ໃດ​ຈະ​ເວົ້າ​ວ່າ ພຣະ​ເຢຊູ​ຄຣິດ​ບໍ່​ໄດ້​ເຮັດ ສິ່ງ​ມະຫັດ​ສະຈັນ​ອັນ​ຍິ່ງ​ໃຫຍ່​ຫລາຍ​ຢ່າງ? ແລະ ມີ​ສິ່ງ​ມະຫັດ​ສະຈັນ​ອັນຍິ່ງ​ໃຫຍ່​ຫລາຍ​ຢ່າງ​ເກີດ​ຂຶ້ນ​ໂດຍ​ມື​ຂອງ​ອັກຄະ​ສາວົກ.

19 ແລະ ຖ້າ​ຫາກ​ມີ ສິ່ງ​ມະຫັດ​ສະຈັນ​ກະ​ທຳ​ຂຶ້ນ​ໃນ​ສະ​ໄໝ​ນັ້ນ, ດ້ວຍ​ເຫດ​ໃດ​ພຣະ​ເຈົ້າ​ຈຶ່ງ​ຈະ​ເລີກ​ເປັນ​ພຣະ​ເຈົ້າ​ແຫ່ງ​ສິ່ງ​ມະຫັດ​ສະຈັນ ແລະ ຍັງ​ເປັນ​ອົງ​ຜູ້​ບໍ່​ປ່ຽນ​ແປງ​ຢູ່​ໄປ​ເລື້ອຍໆ? ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ ພຣະ​ອົງ​ບໍ່​ປ່ຽນ​ແປງ; ຖ້າ​ຫາກ​ມີ​ການ​ປ່ຽນ​ແປງ ພຣະ​ອົງ​ຈະ​ເລີກ​ເປັນ​ພຣະ​ເຈົ້າ; ແລະ ພຣະ​ອົງ​ຈະ​ບໍ່​ເລີກ​ເປັນ​ພຣະ​ເຈົ້າ, ແລະ ພຣະ​ອົງ​ເປັນ​ພຣະ​ເຈົ້າ​ແຫ່ງ​ສິ່ງ​ມະຫັດ​ສະຈັນ​ຢູ່.

20 ແລະ ເຫດ​ຜົນ​ທີ່​ພຣະ​ອົງ​ເລີກ​ເຮັດ ສິ່ງ​ມະຫັດ​ສະຈັນ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ ເປັນ​ເພາະ​ວ່າ​ພວກ​ເຂົາ​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື, ແລະ ອອກ​ຈາກ​ທິດ​ທາງ​ທີ່​ຖືກ​ຕ້ອງ, ແລະ ບໍ່​ຮູ້​ຈັກ​ພຣະ​ເຈົ້າ​ຜູ້​ຊຶ່ງ​ພວກ​ເຂົາ​ຄວນ ໄວ້​ວາງ​ໃຈ.

21 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ພຣະ​ຄຣິດ, ໂດຍບໍ່​ສົງ​ໄສ​ຈັກ​ດີ້, ສິ່ງ​ໃດ​ກໍ​ຕາມ​ທີ່​ເຂົາ​ຂໍ​ຈາກ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ ເຂົາ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ; ແລະ ຄຳ​ສັນ​ຍາ​ມີ​ກັບ​ຄົນ​ທັງ​ປວງ, ເຖິງ​ແມ່ນ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ.

22 ເພາະ​ຈົ່ງ​ເບິ່ງ, ພຣະ​ເຢຊູ​ຄຣິດ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໄດ້​ກ່າວ​ດັ່ງ​ນັ້ນ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຜູ້​ທີ່​ຈະ​ຄົງ​ຢູ່​ຕໍ່​ໄປ, ແທ້​ຈິງ​ແລ້ວ, ແລະ ກັບ​ສາ​ນຸ​ສິດ​ທັງ​ໝົດ​ຂອງ​ພຣະ​ອົງ ຊຶ່ງ​ຝູງ​ຊົນ​ໄດ້​ຍິນ​ວ່າ: ທ່ານ​ຈົ່ງ ອອກ​ໄປ​ທົ່ວ​ໂລກ, ແລະ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ມະນຸດ​ທຸກ​ຄົນ;

23 ແລະ ຄົນ​ທີ່​ເຊື່ອ ແລະ ຮັບ​ບັບຕິ​ສະມາ​ຈະ​ລອດ, ແຕ່​ຄົນ​ທີ່​ບໍ່​ເຊື່ອ​ຈະ ອັບ​ປະ​ໂຫຍດ;

24 ແລະ ເຄື່ອງ​ໝາຍ​ເຫລົ່າ​ນີ້​ຈະ​ຕິດ​ຕາມ​ຄົນ​ທີ່​ເຊື່ອ​ໄປ—ໃນ​ພຣະ​ນາມ​ຂອງ​ເຮົາ ເຂົາ​ຈະ​ຂັບ​ໄລ່ ຜີ​ສາດ​ອອກ​ໄປ; ເຂົາ​ຈະ​ເວົ້າ​ອອກ​ມາ​ເປັນ​ພາ​ສາ​ອື່ນ; ແລະ ເຂົາ​ຈະ​ຈັບ​ງູ​ໄດ້; ແລະ ຖ້າ​ຫາກ​ເຂົາ​ດື່ມ​ສິ່ງ​ທີ່​ເປັນ​ພິດ ມັນ​ຈະ​ບໍ່​ເປັນ​ອັນ​ຕະ​ລາຍ​ແກ່​ເຂົາ; ເຂົາ​ຈະ​ເອົາ ມື​ວາງ​ໃສ່​ຄົນ​ປ່ວຍ​ໄຂ້ ແລະ ຄົນ​ປ່ວຍ​ຈະ​ຫາຍ​ດີ;

25 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ນາມ​ຂອງ​ເຮົາ, ໂດຍ​ບໍ່​ສົງ​ໄສ​ຈັກ​ດີ້, ເຮົາ​ຈະ ຢືນ​ຢັນ​ຄຳ​ເວົ້າ​ຂອງ​ເຮົາ​ທັງ​ໝົດ​ກັບ​ເຂົາ, ເຖິງ​ກັບ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ.

26 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ຜູ້​ໃດ​ຈະ​ສາ​ມາດ​ຢືນ​ຕໍ່​ຕ້ານ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້? ຜູ້​ໃດ​ຈະ​ສາ​ມາດ​ປະ​ຕິ​ເສດ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້? ຜູ້​ໃດ​ຈະ​ລຸກ​ຂຶ້ນ​ຕໍ່​ຕ້ານ​ອຳນາດ​ທີ່​ຊົງ​ລິດ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ຜູ້​ໃດ​ຈະ​ໝິ່ນ​ປະ​ໝາດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ຜູ້​ໃດ​ຈະ​ດູ​ໝິ່ນ​ລູກໆ​ຂອງ​ພຣະ​ຄຣິດ? ຈົ່ງ​ເບິ່ງ, ທ່ານ​ທັງ​ຫລາຍ​ຜູ້ ໝິ່ນ​ປະ​ໝາດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ທ່ານ​ນັ້ນ​ແຫລະ​ຈະ​ແປກ​ໃຈ ແລະ ຈະ​ຕາຍ.

27 ໂອ້ ດັ່ງ​ນັ້ນ​ແລ້ວ, ຈົ່ງ​ຢ່າ​ໄດ້​ໝິ່ນ​ປະ​ໝາດ​ເລີຍ, ແລະ ຢ່າ​ໄດ້​ແປກ​ໃຈ​ເລີຍ, ແຕ່​ຈົ່ງ​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃຫ້​ທູນ​ຂໍ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ ເພື່ອ​ສິ່ງ​ໃດ​ກໍ​ຕາມ​ທີ່​ທ່ານ​ຕ້ອງ​ການ, ຢ່າ​ສົງ​ໄສ​ເລີຍ, ແຕ່​ຈົ່ງ​ເຊື່ອ, ແລະ ເລີ່ມ​ຕົ້ນ​ຄື​ກັນ​ກັບ​ໃນ​ຄາວ​ກ່ອນ, ແລະ ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ ໃຈ, ແລະ ເຮັດ​ວຽກ​ງານ​ຂອງ​ຄວາມ​ລອດ​ໃຫ້​ຕົນ​ເອງ​ດ້ວຍ​ຄວາມ​ຢ້ານ​ກົວ ແລະ ຕົວ​ສັ່ນ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ.

28 ຈົ່ງ ສະຫລາດ​ໃນ​ວັນ​ເວລາ​ແຫ່ງ​ການ​ທົດ​ລອງ​ຂອງ​ທ່ານ; ຈົ່ງ​ເອົາ​ຕົວ​ອອກ​ໃຫ້​ຫ່າງ​ໄກ​ຈາກ​ສິ່ງ​ທີ່​ບໍ່​ສະອາດ​ທັງ​ໝົດ; ຢ່າ​ໄດ້​ຂໍ​ເພື່ອ​ທ່ານ​ຈະ​ໄດ້​ໃຊ້​ຈ່າຍ​ເພື່ອ ຄວາມ​ໄຄ່​ຂອງ​ທ່ານ, ແຕ່​ໃຫ້​ຂໍ​ດ້ວຍ​ຄວາມ​ໝັ້ນ​ຄົງ​ອັນ​ບໍ່​ຫວັ່ນ​ໄຫວ, ເພື່ອ​ທ່ານ​ຈະ​ບໍ່​ໄດ້​ຍອມ​ຕໍ່​ການ​ລໍ້​ລວງ, ແຕ່​ວ່າ​ເພື່ອ​ທ່ານ​ຈະ​ໄດ້​ຮັບ​ໃຊ້ ພຣະ​ເຈົ້າ​ອົງ​ທີ່​ທ່ຽງ​ແທ້ ແລະ ຊົງ​ພຣະ​ຊົນ​ຢູ່.

29 ຈົ່ງ​ເບິ່ງ​ວ່າ ທ່ານ​ຈະ​ບໍ່​ຮັບ​ບັບຕິ​ສະມາ​ໂດຍ ບໍ່​ມີ​ຄ່າ​ຄວນ; ຈົ່ງ​ເບິ່ງ​ວ່າ​ທ່ານ​ຈະ​ບໍ່​ຮັບ​ສ່ວນ​ສິນ​ລະ​ລຶກ​ຂອງ​ພຣະ​ຄຣິດ​ໂດຍ ບໍ່​ມີ​ຄ່າ​ຄວນ; ແຕ່​ຈົ່ງ​ເບິ່ງ​ວ່າ​ທ່ານ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ດ້ວຍ​ຄວາມ ມີ​ຄ່າ​ຄວນ, ແລະ ເຮັດ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ; ພຣະ​ບຸດ​ຂອງ​ພຣະ​ເຈົ້າຜູ້​ຊົງ​ພຣະ​ຊົນ​ຢູ່, ແລະ ຖ້າ​ຫາກ​ທ່ານ​ເຮັດ​ເຊັ່ນ​ນີ້ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ແລ້ວ​ທ່ານ​ຈະ​ບໍ່​ມີ​ທາງ​ທີ່​ຈະ​ຖືກ​ຂັບ​ໄລ່​ອອກ​ໄປ​ເລີຍ.

30 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ທ່ານ​ຄື​ກັນ​ກັບ​ຂ້າ​ພະ​ເຈົ້າ ເວົ້າ​ຈາກ​ຄົນ​ຕາຍ; ເພາະ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ທ່ານ​ຈະ​ໄດ້​ຍິນ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ.

31 ຢ່າ​ໄດ້​ກ່າວ​ໂທດ​ຂ້າ​ພະ​ເຈົ້າ​ຍ້ອນ ຄວາມ​ຂາດ​ຕົກ​ບົກ​ພ່ອງ​ຂອງ​ຂ້າ​ພະ​ເຈົ້າ, ທັງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ເພາະ​ຄວາມ​ຂາດ​ຕົກ​ບົກ​ພ່ອງ​ຂອງ​ເພິ່ນ, ທັງ​ຄົນ​ທີ່​ຂຽນ​ໄວ້​ກ່ອນ​ເພິ່ນ​ເລີຍ; ແຕ່​ທາງ​ທີ່​ດີ​ຈົ່ງ​ຖວາຍ​ຄວາມ​ຂອບ​ຄຸນ​ແດ່​ພຣະ​ເຈົ້າ​ທີ່​ພຣະ​ອົງ​ໄດ້​ສະແດງ​ຄວາມ​ຂາດ​ຕົກ​ບົກ​ພ່ອງ​ຂອງ​ພວກ​ເຮົາ​ໃຫ້​ປະຈັກ​ແກ່​ທ່ານ, ເພື່ອ​ວ່າ​ທ່ານ​ຈະ​ໄດ້​ຮຽນ​ຮູ້​ໃຫ້​ຮອບ​ຄອບ​ດີ​ກວ່າ​ທີ່​ພວກ​ເຮົາ​ເປັນ​ມາ.

32 ແລະ ບັດ​ນີ້, ຈົ່ງ​ເບິ່ງພວກ​ເຮົາ​ໄດ້​ຂຽນ​ບັນ​ທຶກ​ນີ້​ຕາມ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ພວກ​ເຮົາ, ດ້ວຍ​ອັກຂະລະ​ຊຶ່ງ​ເອີ້ນ​ກັນ​ໃນ​ບັນ​ດາ​ພວກ​ເຮົາ​ວ່າ ພາ​ສາ​ເອຢິບ​ທີ່ ປັບ​ປຸງ​ໃໝ່, ໂດຍ​ໄດ້​ຖືກ​ມອບ​ຕໍ່ໆ​ກັນ​ມາ ແລະ ປ່ຽນ​ແປງ​ໄປຕາມ​ວິ​ທີ​ເວົ້າ​ຂອງ​ພວກ​ເຂົາ.

33 ແລະ ຖ້າ​ຫາກ​ແຜ່ນ​ຈາລຶກ​ຂອງ​ພວກ​ເຮົາ​ໃຫຍ່​ພໍ, ພວກ​ເຮົາ​ອາດ​ຈະ​ຂຽນ​ເປັນ​ພາ​ສາ​ເຮັບເຣີ; ແຕ່​ພວກ​ເຮົາ​ກໍ​ໄດ້​ປ່ຽນ​ແປງ​ພາ​ສາ​ເຮັບເຣີ​ນຳ​ອີກ; ແລະ ຖ້າ​ຫາກ​ພວກ​ເຮົາ​ຂຽນ​ເປັນ​ພາ​ສາ​ເຮັບເຣີ​ໄດ້, ຈົ່ງ​ເບິ່ງ, ທ່ານ​ຈະ​ບໍ່​ພົບ​ຄວາມ​ຂາດ​ຕົກ​ບົກ​ພ່ອງ​ໃນ​ບັນ​ທຶກ​ຂອງ​ພວກ​ເຮົາ​ເລີຍ.

34 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ເລື່ອງ​ທີ່​ພວກ​ເຮົາ​ຂຽນ​ໄວ້, ແລະ ຮູ້​ອີກ​ວ່າ ບໍ່​ມີ​ບຸກ​ຄົນ​ອື່ນ​ໃດ​ຮູ້​ພາ​ສາ​ຂອງ​ພວກ​ເຮົາ; ແລະ ດ້ວຍ​ເຫດ​ວ່າ​ບໍ່​ມີ​ບຸກ​ຄົນ​ໃດ​ຮູ້​ພາ​ສາ​ຂອງ​ພວກ​ເຮົາ, ສະນັ້ນ ພຣະ​ອົງ​ຈຶ່ງ​ຈະຕຽມ ທາງ​ເພື່ອ​ການ​ແປ​ຄວາມ​ໝາຍ​ນັ້ນ.

35 ແລະ ເລື່ອງ​ເຫລົ່າ​ນີ້​ມີ​ຂຽນ​ໄວ້​ເພື່ອ​ພວກ​ເຮົາ​ຈະ​ໄດ້​ກຳ​ຈັດ​ເລືອດ​ຂອງ​ພີ່​ນ້ອງ​ຜູ້​ເສື່ອມ​ໂຊມ​ຢູ່​ໃນ ຄວາມ​ບໍ່​ເຊື່ອ​ຖື​ອອກ​ຈາກອາພອນ​ຂອງ​ພວກ​ເຮົາ.

36 ແລະ ຈົ່ງ​ເບິ່ງ, ນີ້​ຄື​ສິ່ງ​ທີ່​ພວກ​ເຮົາ ປາດ​ຖະ​ໜາ​ໃຫ້​ກັບ​ພີ່​ນ້ອງ​ຂອງ​ພວກ​ເຮົາ, ແທ້​ຈິງ​ແລ້ວ, ແມ່ນ​ການ​ກັບ​ຄືນ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ພຣະ​ຄຣິດ, ອັນ​ເປັນ​ໄປ​ຕາມ​ຄຳ​ອະ​ທິ​ຖານ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທັງ​ໝົດ​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ.

37 ແລະ ຂໍ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ​ຈົ່ງ​ຍິນ​ຍອມ​ໃຫ້​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ​ໄດ້​ຮັບ​ຄຳ​ຕອບ​ຕາມ​ສັດທາ​ຂອງ​ພວກ​ເຂົາ; ແລະ ຂໍ​ໃຫ້​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ​ຈົ່ງ​ນຶກ​ເຖິງ​ພັນທະ​ສັນ​ຍາ ຊຶ່ງ​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ; ແລະ ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ປະທານ​ພອນ​ໃຫ້​ແກ່​ພວກ​ເຂົາ​ຕະຫລອດ​ການ, ໂດຍ​ທາງ​ສັດທາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ. ອາແມນ.