ມໍມອນ
- ບົດທີ 1
ອາມມາຣອນແນະນຳມໍມອນກ່ຽວກັບແຜ່ນຈາລຶກສັກສິດ—ສົງຄາມລະຫວ່າງຊາວນີໄຟກັບຊາວເລມັນ—ຊາວນີໄຟສາມຄົນຖືກພາໜີໄປ—ຄວາມຊົ່ວຮ້າຍ, ຄວາມບໍ່ເຊື່ອຖື, ເວດມົນ, ແລະ ຄາຖາອາຄົມມີຂຶ້ນ. ປະມານ ຄ.ສ. 321–326.
- ບົດທີ 2
ມໍມອນນຳພາກອງທັບນີໄຟ—ເລືອດ ແລະ ການຂ້າຟັນຂະຫຍາຍອອກໄປທົ່ວແຜ່ນດິນ—ຊາວນີໄຟຮ້ອງໄຫ້ຄວນຄາງ ແລະ ໄວ້ອາໄລເພາະຄວາມເສົ້າສະຫລົດໃຈກັບຄວາມອັບປະໂຫຍດ—ວັນເວລາແຫ່ງພຣະຄຸນຂອງພວກເຂົາໄດ້ຜ່ານໄປ—ມໍມອນຮັບແຜ່ນຈາລຶກຂອງນີໄຟໄວ້—ສົງຄາມດຳເນີນຕໍ່ໄປ. ປະມານ ຄ.ສ. 327–350.
- ບົດທີ 3
ມໍມອນຮ້ອງການກັບໃຈຕໍ່ຊາວນີໄຟ—ພວກເຂົາໄດ້ຮັບໄຊຊະນະອັນຍິ່ງໃຫຍ່ ແລະ ອວດອ້າງໃນພະລັງຂອງຕົນເອງ—ມໍມອນປະຕິເສດບໍ່ນຳພາພວກເຂົາ, ແລະ ເພິ່ນອະທິຖານເພື່ອພວກເຂົາຢ່າງໝົດຫວັງ—ພຣະຄຳພີມໍມອນເຊື້ອເຊີນສິບສອງເຜົ່າຂອງອິດສະຣາເອນໃຫ້ເຊື່ອໃນພຣະກິດຕິຄຸນ. ປະມານ ຄ.ສ. 360–362.
- ບົດທີ 4
ສົງຄາມ ແລະ ການຂ້າຟັນລັນແທງເກີດຂຶ້ນ—ຄົນຊົ່ວທຳລາຍຄົນຊົ່ວ—ຄວາມຊົ່ວຮ້າຍເກີດຂຶ້ນຊຶ່ງຮ້າຍແຮງກວ່າທີ່ເຄີຍເປັນມາໃນອິດສະເອນທັງໝົດ—ພວກຜູ້ຍິງ ແລະ ເດັກນ້ອຍຖືກມອບໃຫ້ເປັນເຄື່ອງຖະຫວາຍແກ່ຮູບບູຊາ—ຊາວເລມັນເລີ່ມກຳຈັດຊາວນີໄຟຢູ່ຕໍ່ໜ້າພວກເຂົາ. ປະມານ ຄ.ສ. 363–375.
- ບົດທີ 5
ມໍມອນນຳພາກອງທັບຊາວນີໄຟອີກໃນສະໜາມຮົບອັນນອງເລືອດ ແລະ ເຕັມໄປດ້ວຍການຂ້າຟັນລັນແທງ—ພຣະຄຳພີມໍມອນຈະອອກມາເພື່ອໃຫ້ຊາວອິດສະຣາເອນທຸກຄົນແນ່ໃຈວ່າພຣະເຢຊູຄືພຣະຄຣິດ—ຊາວເລມັນຈະເປັນຄົນຜິວດຳ, ສົກກະປົກ, ແລະ ໜ້າກຽດຊັງ—ພວກເຂົາຈະໄດ້ຮັບພຣະກິດຕິຄຸນຈາກຄົນຕ່າງຊາດໃນຍຸກສຸດທ້າຍ. ປະມານ ຄ.ສ. 375–384.
- ບົດທີ 6
ຊາວນີໄຟໄດ້ເຕົ້າໂຮມກັນທີ່ແຜ່ນດິນຄູໂມຣາສຳລັບການສູ້ຮົບຄັ້ງສຸດທ້າຍ—ມໍມອນເຊື່ອງແຜ່ນຈາລຶກສັກສິດໄວ້ໃນເນີນພູຄູໂມຣາ—ຊາວເລມັນໄດ້ຮັບໄຊຊະນະ, ແລະ ປະຊາຊາດນີໄຟຖືກທຳລາຍໄປ—ຫລາຍຮ້ອຍພັນຄົນຖືກຂ້າຕາຍດ້ວຍດາບ. ປະມານ ຄ.ສ. 385.
- ບົດທີ 7
ມໍມອນເຊື້ອເຊີນຊາວເລມັນໃນຍຸກສຸດທ້າຍໃຫ້ເຊື່ອໃນພຣະຄຣິດ, ໃຫ້ຮັບເອົາພຣະກິດຕິຄຸນຂອງພຣະອົງ, ແລະ ຮັບຄວາມລອດ—ທຸກຄົນທີ່ເຊື່ອໃນພຣະຄຣິສຕະທຳຄຳພີຈະເຊື່ອໃນພຣະຄຳພີມໍມອນ. ປະມານ ຄ.ສ. 385.
- ບົດທີ 8
ຊາວເລມັນຊອກທຳລາຍຊາວນີໄຟ—ພຣະຄຳພີມໍມອນຈະອອກມາໂດຍອຳນາດຂອງພຣະເຈົ້າ—ຄຳສາບແຊ່ງເຖິງຜູ້ທີ່ມີຈິດໃຈໂຫດຮ້າຍປ່າເຖື່ອນ ແລະ ຕໍ່ຕ້ານວຽກງານຂອງພຣະຜູ້ເປັນເຈົ້າ—ບັນທຶກຂອງນີໄຟຈະອອກມາໃນເວລາທີ່ຊົ່ວຮ້າຍ, ເສື່ອມໂຊມ, ແລະ ມີການປະຖິ້ມ. ປະມານ ຄ.ສ. 400–421.
- ບົດທີ 9
ໂມໂຣໄນເຊື້ອເຊີນຜູ້ທີ່ບໍ່ເຊື່ອໃນພຣະຄຣິດໃຫ້ກັບໃຈ—ເພິ່ນໃຫ້ຖ້ອຍຄຳເຖິງພຣະເຈົ້າແຫ່ງສິ່ງມະຫັດສະຈັນ, ຜູ້ມອບການເປີດເຜີຍ ແລະ ຖອກເທຂອງປະທານ ແລະ ເຄື່ອງໝາຍເທິງຜູ້ທີ່ສັດຊື່—ສິ່ງມະຫັດສະຈັນຢຸດລົງກໍເພາະວ່າຄວາມບໍ່ເຊື່ອຖື—ເຄື່ອງໝາຍຈະຕິດຕາມໄປກັບຜູ້ທີ່ເຊື່ອ—ມະນຸດຖືກຕັກເຕືອນໃຫ້ເປັນຄົນສະຫລາດ ແລະ ຮັກສາພຣະບັນຍັດ. ປະມານ ຄ.ສ. 401–421.