ບົດທີ 10
ປະຈັກພະຍານຂອງພຣະຄຳພີມໍມອນມາໂດຍອຳນາດຂອງພຣະວິນຍານບໍລິສຸດ—ຂອງປະທານແຫ່ງພຣະວິນຍານຖືກແຈກຈ່າຍໃຫ້ແກ່ຜູ້ທີ່ສັດຊື່—ຂອງປະທານແຫ່ງພຣະວິນຍານຄຽງຄູ່ກັນໄປກັບສັດທາ—ຄຳເວົ້າຂອງໂມໂຣໄນກ່າວຂຶ້ນມາຈາກພື້ນດິນ—ຈົ່ງມາຫາພຣະຄຣິດ, ເປັນຄົນດີພ້ອມໃນພຣະອົງ, ແລະ ເຮັດໃຫ້ຈິດວິນຍານຂອງທ່ານບໍລິສຸດ. ປະມານ ຄ.ສ. 421.
1 ບັດນີ້ຂ້າພະເຈົ້າໂມໂຣໄນຂຽນເລື່ອງທີ່ຂ້າພະເຈົ້າເຫັນວ່າດີໄວ້ແດ່; ແລະ ຂ້າພະເຈົ້າຂຽນເຖິງຊາວເລມັນ, ພີ່ນ້ອງຂອງຂ້າພະເຈົ້າ; ແລະ ຂ້າພະເຈົ້າຢາກໃຫ້ພວກເຂົາຮູ້ວ່າ ຫລາຍກວ່າສີ່ຮ້ອຍຊາວປີຜ່ານໄປແລ້ວ ນັບແຕ່ໄດ້ຮັບເຄື່ອງໝາຍຂອງການສະເດັດມາຂອງພຣະຄຣິດ.
2 ແລະ ຂ້າພະເຈົ້າຜະນຶກບັນທຶກນີ້ໄວ້, ຫລັງຈາກທີ່ຂ້າພະເຈົ້າໄດ້ເວົ້າກັບທ່ານຈັກສອງສາມຄຳເປັນການແນະນຳທ່ານ.
3 ຈົ່ງເບິ່ງ, ຂ້າພະເຈົ້າຂໍແນະນຳທ່ານວ່າ ເມື່ອທ່ານອ່ານເລື່ອງເຫລົ່ານີ້ ຖ້າມັນເປັນຄວາມສະຫລຽວສະຫລາດຂອງພຣະເຈົ້າວ່າທ່ານຄວນອ່ານມັນ, ໃຫ້ທ່ານຈຳໄວ້ວ່າ ພຣະຜູ້ເປັນເຈົ້າເມດຕາລູກຫລານມະນຸດຫລາຍພຽງໃດ, ຕັ້ງແຕ່ການສ້າງອາດາມລົງມາຈົນເຖິງເວລາທີ່ທ່ານໄດ້ຮັບເລື່ອງເຫລົ່ານີ້, ແລະ ໄຕ່ຕອງເລື່ອງນີ້ຢູ່ໃນໃຈທ່ານ.
4 ແລະ ເມື່ອທ່ານໄດ້ຮັບເລື່ອງເຫລົ່ານີ້ແລ້ວ, ຂ້າພະເຈົ້າຂໍແນະນຳທ່ານໃຫ້ທູນຖາມພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນໃນພຣະນາມຂອງພຣະຄຣິດ, ຖ້າຫາກເລື່ອງເຫລົ່ານີ້ບໍ່ຈິງ; ແລະ ຖ້າຫາກທ່ານທູນຖາມດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຄຣິດ, ພຣະອົງຈະສະແດງຄວາມຈິງຂອງເລື່ອງນີ້ໃຫ້ປະກົດແກ່ທ່ານ, ໂດຍອຳນາດຂອງພຣະວິນຍານບໍລິສຸດ.
5 ແລະ ໂດຍອຳນາດຂອງພຣະວິນຍານບໍລິສຸດ ທ່ານຈະຮູ້ຈັກຄວາມຈິງຂອງທຸກເລື່ອງ.
6 ແລະ ສິ່ງໃດກໍຕາມທີ່ດີຍ່ອມທ່ຽງທຳ ແລະ ເປັນຈິງ; ດັ່ງນັ້ນ, ບໍ່ມີສິ່ງໃດທີ່ດີຈະປະຕິເສດພຣະຄຣິດ, ແຕ່ຮັບວ່າພຣະອົງເປັນຢູ່.
7 ແລະ ທ່ານຈະຮູ້ວ່າພຣະອົງເປັນຢູ່, ໂດຍອຳນາດຂອງພຣະວິນຍານບໍລິສຸດ; ດັ່ງນັ້ນ ຂ້າພະເຈົ້າຂໍແນະນຳທ່ານບໍ່ໃຫ້ປະຕິເສດອຳນາດຂອງພຣະເຈົ້າ; ເພາະພຣະອົງທຳງານດ້ວຍອຳນາດຕາມສັດທາຂອງລູກຫລານມະນຸດ, ເຊັ່ນດຽວກັບມື້ນີ້ ແລະ ມື້ອື່ນ, ແລະ ຕະຫລອດການ.
8 ແລະ ອີກຢ່າງໜຶ່ງ, ຂ້າພະເຈົ້າຂໍແນະນຳທ່ານ, ພີ່ນ້ອງຂອງຂ້າພະເຈົ້າ, ບໍ່ໃຫ້ປະຕິເສດຂອງປະທານຂອງພຣະເຈົ້າ, ເພາະມັນມີຢູ່ຢ່າງຫລວງຫລາຍ; ແລະ ມັນມາຈາກພຣະເຈົ້າອົງດຽວກັນ. ແລະ ມີວິທີຕ່າງໆທີ່ຈະໃຫ້ຂອງປະທານເຫລົ່ານີ້; ແຕ່ເປັນພຣະເຈົ້າອົງດຽວກັນທີ່ທຳງານທັງໝົດທຸກຢ່າງ; ແລະ ປະທານຂອງເຫລົ່ານີ້ໃຫ້ມະນຸດໂດຍການປະກົດຂອງພຣະວິນຍານຂອງພຣະເຈົ້າເພື່ອເປັນປະໂຫຍດແກ່ພວກເຂົາ.
9 ເພາະຈົ່ງເບິ່ງ, ປະທານໃຫ້ຄົນໜຶ່ງໂດຍພຣະວິນຍານຂອງພຣະເຈົ້າ ເພື່ອເຂົາຈະສອນຄຳແຫ່ງປັນຍາ;
10 ແລະ ໃຫ້ອີກຄົນໜຶ່ງ ເພື່ອເຂົາຈະສອນຄຳແຫ່ງຄວາມຮູ້ໂດຍພຣະວິນຍານດຽວກັນ;
11 ແລະ ໃຫ້ອີກຄົນໜຶ່ງມີສັດທາອັນໃຫຍ່ຍິ່ງ; ແລະ ໃຫ້ອີກຄົນໜຶ່ງ, ຂອງປະທານແຫ່ງການປິ່ນປົວໂດຍພຣະວິນຍານດຽວກັນ;
12 ແລະ ອັນໜຶ່ງ, ໃຫ້ອີກຄົນໜຶ່ງ, ເພື່ອເຂົາຈະທຳການອັດສະຈັນໃຈອັນຍິ່ງໃຫຍ່;
13 ແລະ ອັນໜຶ່ງ, ໃຫ້ອີກຄົນໜຶ່ງ, ເພື່ອເຂົາຈະທຳນາຍກ່ຽວກັບທຸກສິ່ງ;
14 ແລະ ອັນໜຶ່ງ, ໃຫ້ອີກຄົນໜຶ່ງ, ການເຫັນທູດ ແລະ ວິນຍານທີ່ປະຕິບັດສາດສະໜາກິດ;
15 ແລະ ອັນໜຶ່ງ, ໃຫ້ອີກຄົນໜຶ່ງ, ພາສາທຸກພາສາ;
16 ແລະ ອັນໜຶ່ງ, ໃຫ້ອີກຄົນໜຶ່ງ, ການແປຄວາມໝາຍຂອງພາສາ ແລະ ພາສາຕ່າງໆ.
17 ແລະ ຂອງປະທານທັງໝົດນີ້ມາໂດຍພຣະວິນຍານຂອງພຣະຄຣິດ; ແລະ ມັນມາສູ່ທຸກຄົນໄດ້ຕ່າງໆກັນຕາມທີ່ພຣະອົງພໍພຣະໄທ.
18 ແລະ ຂ້າພະເຈົ້າຂໍແນະນຳທ່ານ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າ, ໃຫ້ທ່ານຈຳໄວ້ວ່າຂອງປະທານທີ່ດີທຸກຢ່າງມາຈາກພຣະຄຣິດ.
19 ແລະ ຂ້າພະເຈົ້າຂໍແນະນຳທ່ານ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າ, ໃຫ້ທ່ານຈຳໄວ້ວ່າ ພຣະອົງເປັນເໝືອນກັບເຊັ່ນມື້ວານນີ້, ມື້ນີ້, ແລະ ຕະຫລອດການ, ແລະວ່າຂອງປະທານຊຶ່ງຂ້າພະເຈົ້າເວົ້າມາທັງໝົດນີ້, ຊຶ່ງເປັນທາງວິນຍານຈະບໍ່ໝົດໄປຈັກເທື່ອ, ຕາບໃດທີ່ໂລກຍັງຕັ້ງຢູ່, ນອກຈາກຈະເປັນໄປຕາມຄວາມບໍ່ເຊື່ອຖືຂອງລູກຫລານມະນຸດເທົ່ານັ້ນ.
20 ດັ່ງນັ້ນ, ຈຶ່ງຕ້ອງມີສັດທາ; ແລະ ຖ້າຫາກມີສັດທາກໍຕ້ອງມີຄວາມຫວັງເໝືອນກັນ; ແລະ ຖ້າຫາກມີຄວາມຫວັງກໍຕ້ອງມີຄວາມໃຈບຸນເໝືອນກັນ.
21 ແລະ ຖ້າຫາກທ່ານບໍ່ມີຄວາມໃຈບຸນ ທ່ານຈະລອດຢູ່ໃນອານາຈັກຂອງພຣະເຈົ້າບໍ່ໄດ້; ທັງທ່ານຈະລອດຢູ່ໃນອານາຈັກຂອງພຣະເຈົ້າບໍ່ໄດ້ຖ້າຫາກທ່ານບໍ່ມີສັດທາ; ທັງທ່ານຈະລອດບໍ່ໄດ້ຖ້າຫາກທ່ານບໍ່ມີຄວາມຫວັງ.
22 ແລະ ຖ້າຫາກທ່ານບໍ່ມີຄວາມຫວັງ ທ່ານກໍຈຳຕ້ອງຢູ່ໃນຄວາມໝົດຫວັງ; ແລະ ຄວາມໝົດຫວັງມາເຖິງເພາະຄວາມຊົ່ວຮ້າຍ.
23 ແລະ ພຣະຄຣິດໄດ້ກ່າວກັບບັນພະບຸລຸດຂອງພວກເຮົາໄວ້ແທ້ໆວ່າ: ຖ້າຫາກເຈົ້າມີສັດທາ ເຈົ້າຈະສາມາດເຮັດທຸກສິ່ງທີ່ເຮົາເຫັນວ່າສົມຄວນ.
24 ແລະ ບັດນີ້ຂ້າພະເຈົ້າຂໍເວົ້າກັບທີ່ສຸດຂອງແຜ່ນດິນໂລກ—ວ່າຖ້າຫາກມື້ນັ້ນມາເຖິງ ຊຶ່ງອຳນາດ ແລະ ຂອງປະທານຂອງພຣະເຈົ້າໝົດໄປໃນບັນດາພວກທ່ານ, ມັນກໍຈະເປັນເພາະຄວາມບໍ່ເຊື່ອຖື.
25 ແລະ ວິບັດແກ່ລູກຫລານມະນຸດຖ້າຫາກມັນເປັນໄປເຊັ່ນນີ້; ເພາະວ່າຈະບໍ່ມີຜູ້ໃດເລີຍທີ່ເຮັດຄວາມດີໃນບັນດາພວກທ່ານ, ບໍ່ມີຈັກຄົນເລີຍ. ເພາະຖ້າຫາກເຖິງແມ່ນແຕ່ຄົນດຽວໃນບັນດາພວກທ່ານເຮັດຄວາມດີ, ເຂົາຄົນນັ້ນຈະທຳງານດ້ວຍອຳນາດ ແລະ ຂອງປະທານຂອງພຣະເຈົ້າ.
26 ແລະ ວິບັດແກ່ຄົນທີ່ຈະເຮັດໃຫ້ສິ່ງເຫລົ່ານີ້ໝົດສິ້ນ ແລະ ຕາຍ, ເພາະເຂົາຍ່ອມຕາຍຢູ່ໃນບາບຂອງເຂົາ, ແລະ ເຂົາຈະລອດຢູ່ໃນອານາຈັກຂອງພຣະເຈົ້າບໍ່ໄດ້; ແລະ ຂ້າພະເຈົ້າເວົ້າເລື່ອງນີ້ຕາມຄຳຂອງພຣະຄຣິດ; ແລະ ຂ້າພະເຈົ້າບໍ່ໄດ້ເວົ້າຕົວະ.
27 ແລະ ຂ້າພະເຈົ້າຂໍແນະນຳທ່ານໃຫ້ຈົດຈຳເລື່ອງເຫລົ່ານີ້; ເພາະເວລາຈະມາໂດຍໄວທີ່ທ່ານຈະຮູ້ວ່າ ຂ້າພະເຈົ້າບໍ່ໄດ້ເວົ້າຕົວະ, ເພາະທ່ານຈະເຫັນຂ້າພະເຈົ້າຢູ່ທີ່ບ່ອນພິພາກສາຂອງພຣະເຈົ້າ; ແລະ ອົງພຣະຜູ້ເປັນເຈົ້າຈະກ່າວກັບທ່ານວ່າ: ເຮົາບໍ່ໄດ້ປະກາດຄຳຂອງເຮົາແກ່ເຈົ້າບໍ? ຊຶ່ງຊາຍຄົນນີ້ຂຽນໄວ້, ເໝືອນຄົນຕາຍຮ້ອງຂຶ້ນມາຈາກຄວາມຕາຍ, ແທ້ຈິງແລ້ວ, ແມ່ນດັ່ງຄົນຕາຍເວົ້າອອກມາຈາກຝຸ່ນດິນ?
28 ຂ້າພະເຈົ້າປະກາດເລື່ອງເຫລົ່ານີ້ເພື່ອໃຫ້ຄຳທຳນາຍສຳເລັດ. ແລະ ຈົ່ງເບິ່ງ, ມັນຈະອອກຈາກພຣະໂອດຂອງພຣະເຈົ້າຜູ້ຊົງເປັນນິດ; ແລະ ຄຳຂອງພຣະອົງຈະອອກຈາກຄົນລຸ້ນໜຶ່ງໄປຫາຄົນອີກລຸ້ນໜຶ່ງ.
29 ແລະ ພຣະເຈົ້າຈະສະແດງແກ່ທ່ານ, ວ່າເລື່ອງຊຶ່ງຂ້າພະເຈົ້າຂຽນໄວ້ນັ້ນເປັນຄວາມຈິງ.
30 ແລະ ອີກຢ່າງໜຶ່ງ ຂ້າພະເຈົ້າຂໍແນະນຳທ່ານໃຫ້ມາຫາພຣະຄຣິດ, ແລະ ຍຶດຖືຂອງປະທານທີ່ດີໄວ້ທຸກຢ່າງ, ແລະ ບໍ່ແຕະຕ້ອງຂອງຊົ່ວ ຫລື ສິ່ງທີ່ບໍ່ສະອາດ.
31 ແລະ ຈົ່ງຕື່ນ, ແລະ ລຸກຂຶ້ນເຖີດ, ໂອ້ ເຢຣູຊາເລັມ; ແທ້ຈິງແລ້ວ, ຈົ່ງສວມອາພອນສວຍງາມເຖີດ, ໂອ້ ທິດາຂອງສີໂອນ; ແລະ ຈົ່ງເຮັດໃຫ້ຫລັກຂອງທ່ານແຂງແຮງ ແລະ ຂະຫຍາຍເຂດຂອງທ່ານຕະຫລອດການ, ເພື່ອທ່ານຈະບໍ່ສັບສົນອີກຕໍ່ໄປ, ເພື່ອພັນທະສັນຍາຂອງພຣະບິດາຜູ້ສະຖິດນິລັນດອນ ຊຶ່ງໄດ້ເຮັດໄວ້ກັບທ່ານຈະສຳເລັດ, ໂອ້ ເຊື້ອສາຍອິດສະຣາເອນ.
32 ແທ້ຈິງແລ້ວ, ຈົ່ງມາຫາພຣະຄຣິດ, ແລະ ຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະອົງ, ແລະ ປະຕິເສດຕົນຈາກຄວາມບໍ່ເປັນເໝືອນດັ່ງພຣະເຈົ້າທຸກຢ່າງ; ແລະ ຖ້າຫາກທ່ານປະຕິເສດຕົນຈາກຄວາມບໍ່ເປັນເໝືອນດັ່ງພຣະເຈົ້າທຸກຢ່າງ, ແລະ ຮັກພຣະເຈົ້າດ້ວຍສຸດພະລັງ, ຈິດໃຈ, ແລະ ກຳລັງຂອງທ່ານ, ເມື່ອນັ້ນພຣະຄຸນຂອງພຣະອົງຈຶ່ງພຽງພໍສຳລັບທ່ານ, ເພື່ອໂດຍພຣະຄຸນຂອງພຣະອົງ, ທ່ານຈະດີພ້ອມໃນພຣະຄຣິດ; ແລະ ຖ້າຫາກໂດຍພຣະຄຸນຂອງພຣະເຈົ້າທ່ານດີພ້ອມໃນພຣະຄຣິດ, ທ່ານຍ່ອມບໍ່ມີທາງປະຕິເສດອຳນາດຂອງພຣະເຈົ້າໄດ້ເລີຍ.
33 ແລະ ອີກຢ່າງໜຶ່ງ, ຖ້າຫາກໂດຍພຣະຄຸນຂອງພຣະເຈົ້າທ່ານດີພ້ອມໃນພຣະຄຣິດ, ແລະ ບໍ່ປະຕິເສດອຳນາດຂອງພຣະອົງ, ເມື່ອນັ້ນທ່ານຍ່ອມຖືກຊຳລະໃຫ້ບໍລິສຸດໃນພຣະຄຣິດໂດຍພຣະຄຸນຂອງພຣະເຈົ້າ, ໂດຍທາງການຫລັ່ງໂລຫິດຂອງພຣະຄຣິດ, ຊຶ່ງມີຢູ່ໃນພັນທະສັນຍາຂອງພຣະບິດາອັນນຳໄປສູ່ການປົດບາບຂອງທ່ານ, ເພື່ອທ່ານຈະກາຍມາເປັນຜູ້ບໍລິສຸດ, ປາດສະຈາກມົນທິນ.
34 ແລະ ບັດນີ້ຂ້າພະເຈົ້າຂໍກ່າວຄຳອຳລາຕໍ່ທຸກຄົນ. ໃນບໍ່ຊ້ານີ້ຂ້າພະເຈົ້າຈະໄປພັກຢູ່ໃນທີ່ສຸຂະເສີມຂອງພຣະເຈົ້າ, ຈົນກວ່າວິນຍານ ແລະ ຮ່າງກາຍຂອງຂ້າພະເຈົ້າຈະເຂົ້າຮ່ວມກັນອີກ, ແລະ ຂ້າພະເຈົ້າຈະຖືກນຳອອກມາດ້ວຍໄຊຊະນະທາງອາກາດ, ເພື່ອມາພົບທ່ານຕໍ່ໜ້າບ່ອນພິພາກສາອັນໜ້າພໍໃຈຂອງພຣະເຢໂຮວາຜູ້ຍິ່ງໃຫຍ່, ຜູ້ພິພາກສາຜູ້ສະຖິດນິລັນດອນຂອງທັງຄົນເປັນ ແລະ ຄົນຕາຍ. ອາແມນ.
ຈົບ