ພຣະ​ຄຳ​ພີ
ໂມ​ໂຣ​ໄນ 10


ບົດ​ທີ 10

ປະຈັກ​ພະຍານ​ເຖິງ​ພຣະ​ຄຳ​ພີ​ມໍມອນ​ມາ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ—ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ຖືກ​ແຈກ​ຈ່າຍ​ໃຫ້​ແກ່​ຜູ້​ທີ່​ຊື່​ສັດ—ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ຄຽງ​ຄູ່​ກັນ​ໄປ​ກັບ​ສັດທາ—ຄຳ​ເວົ້າ​ຂອງ​ໂມ​ໂຣ​ໄນ​ກ່າວ​ຂຶ້ນ​ມາ​ຈາກ​ພື້ນ​ດິນ—ຈົ່ງ​ມາ​ຫາ​ພຣະ​ຄຣິດ, ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ, ແລະ ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ທ່ານ​ບໍ​ລິ​ສຸດ. ປະ​ມານ ຄ.ສ. 421.

1 ບັດ​ນີ້​ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ຂຽນ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ດີ​ໄວ້​ແດ່; ແລະ ຂ້າ​ພະ​ເຈົ້າ​ຂຽນ​ເຖິງ ຊາວ​ເລມັນ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ; ແລະ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ເຂົາ​ຮູ້​ວ່າ ຫລາຍ​ກວ່າ​ສີ່​ຮ້ອຍ​ຊາວ​ປີ​ຜ່ານ​ໄປ​ແລ້ວ ນັບ​ແຕ່​ໄດ້​ຮັບ​ເຄື່ອງ​ໝາຍ​ຂອງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ.

2 ແລະ ຂ້າ​ພະ​ເຈົ້າ ຜະ​ນຶກ​ບັນ​ທຶກ​ນີ້​ໄວ້, ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ທ່ານ​ຈັກ​ສອງ​ສາມ​ຄຳ​ເປັນ​ການ​ແນະນຳ​ທ່ານ.

3 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂໍ​ແນະນຳ​ທ່ານ​ວ່າ ເມື່ອ​ທ່ານ​ອ່ານ​ເລື່ອງ​ເຫລົ່າ​ນີ້ ຖ້າ​ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ເຈົ້າ​ວ່າ​ທ່ານ​ຄວນ​ອ່ານ​ມັນ, ໃຫ້​ທ່ານ​ຈື່​ຈຳ​ໄວ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ເມດ​ຕາ​ລູກ​ຫລານ​ມະນຸດ​ຫລາຍ​ພຽງ​ໃດ, ຕັ້ງ​ແຕ່​ການ​ສ້າງ​ອາດາມ​ລົງ​ມາ​ຈົນ​ເຖິງ​ເວລາ​ທີ່​ທ່ານ​ໄດ້​ຮັບ​ເລື່ອງ​ເຫລົ່າ​ນີ້, ແລະ ໄຕ່​ຕອງ​ເລື່ອງ​ນີ້​ຢູ່​ໃນ ໃຈ​ທ່ານ.

4 ແລະ ເມື່ອ​ທ່ານ​ໄດ້​ຮັບ​ເລື່ອງ​ເຫລົ່າ​ນີ້​ແລ້ວ, ຂ້າ​ພະ​ເຈົ້າ​ຂໍ​ແນະນຳ​ທ່ານ​ໃຫ້ ທູນ​ຖາມ​ພຣະ​ເຈົ້າ, ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ຖ້າ​ຫາກ​ເລື່ອງ​ເຫລົ່າ​ນີ້ ບໍ່​ຈິງ; ແລະ ຖ້າ​ຫາກ​ທ່ານ​ທູນ​ຖາມ​ດ້ວຍ ໃຈ​ຈິງ, ດ້ວຍ​ເຈດ​ຕະ​ນາ ອັນ​ແທ້​ຈິງ, ໂດຍ​ມີ ສັດທາ​ໃນ​ພຣະ​ຄຣິດ, ພຣະ​ອົງ​ຈະ ສະແດງ ຄວາມ​ຈິງ​ຂອງ​ເລື່ອງ​ນີ້​ໃຫ້​ປະຈັກ​ແກ່​ທ່ານ, ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

5 ແລະ ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ທ່ານ​ຈະ ຮູ້​ຈັກ ຄວາມ​ຈິງ​ຂອງ​ທຸກ​ເລື່ອງ.

6 ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ດີ​ຍ່ອມ​ທ່ຽງ​ທຳ ແລະ ເປັນ​ຈິງ; ດັ່ງ​ນັ້ນ, ບໍ່​ມີ​ສິ່ງ​ໃດ​ທີ່​ດີ​ຈະ​ປະ​ຕິ​ເສດ​ພຣະ​ຄຣິດ, ແຕ່​ຮັບ​ວ່າ​ພຣະ​ອົງ​ເປັນ​ຢູ່.

7 ແລະ ທ່ານ​ຈະ​ຮູ້​ວ່າ​ພຣະ​ອົງ​ເປັນ​ຢູ່, ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຂໍ​ແນະນຳ​ທ່ານ​ບໍ່​ໃຫ້​ປະ​ຕິ​ເສດ​ອຳນາດ​ຂອງ​ພຣະ​ເຈົ້າ; ເພາະ​ພຣະ​ອົງ​ທຳ​ງານ​ດ້ວຍ​ອຳນາດ ຕາມ​ສັດທາ​ຂອງ​ລູກ​ຫລານ​ມະນຸດ, ເຊັ່ນ​ດຽວ​ກັບ​ມື້​ນີ້ ແລະ ມື້​ອື່ນ, ແລະ ຕະຫລອດ​ການ.

8 ແລະ ອີກ​ຢ່າງ​ໜຶ່ງ, ຂ້າ​ພະ​ເຈົ້າ​ຂໍ​ແນະນຳ​ທ່ານ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ບໍ່​ໃຫ້​ປະ​ຕິ​ເສດ​ຂອງ ປະທານ​ຂອງ​ພຣະ​ເຈົ້າ, ເພາະ​ມັນ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ; ແລະ ມັນ​ມາ​ຈາກ​ພຣະ​ເຈົ້າ​ອົງ​ດຽວ​ກັນ. ແລະ ມີ​ວິ​ທີ ຕ່າງໆ​ທີ່​ຈະ​ໃຫ້​ຂອງ​ປະທານ​ເຫລົ່າ​ນີ້; ແຕ່​ເປັນ​ພຣະ​ເຈົ້າ​ອົງ​ດຽວ​ກັນ​ທີ່​ທຳ​ງານ​ທັງ​ໝົດ​ທຸກ​ຢ່າງ; ແລະ ປະທານ​ຂອງ​ເຫລົ່າ​ນີ້​ໃຫ້​ມະນຸດ​ໂດຍ​ການ​ສະແດງ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ໃຫ້​ປະຈັກ​ແກ່​ມະນຸດ, ເພື່ອ​ເປັນ​ປະ​ໂຫຍດ​ແກ່​ພວກ​ເຂົາ.

9 ເພາະ​ຈົ່ງ​ເບິ່ງ, ປະທານ ໃຫ້​ຄົນ​ໜຶ່ງ​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ເພື່ອ​ເຂົາ​ຈະ ສິດ​ສອນ​ຄຳ​ແຫ່ງ​ປັນ​ຍາ;

10 ແລະ ໃຫ້​ອີກ​ຄົນ​ໜຶ່ງ ເພື່ອ​ເຂົາ​ຈະ​ສິດ​ສອນ​ຄຳ​ແຫ່ງ​ຄວາມ​ຮູ້​ໂດຍ​ພຣະ​ວິນ​ຍານ​ດຽວ​ກັນ;

11 ແລະ ໃຫ້​ອີກ​ຄົນ​ໜຶ່ງ​ມີ ສັດທາ​ອັນ​ໃຫຍ່​ຍິ່ງ; ແລະ ໃຫ້​ອີກ​ຄົນ​ໜຶ່ງ, ຂອງ​ປະທານ​ແຫ່ງ ການ​ປິ່ນ​ປົວ​ໂດຍ​ພຣະ​ວິນ​ຍານ​ດຽວ​ກັນ;

12 ແລະ ອັນ​ໜຶ່ງ, ໃຫ້​ອີກ​ຄົນ​ໜຶ່ງ, ເພື່ອ​ເຂົາ​ຈະ​ເຮັດ ສິ່ງ​ມະຫັດ​ສະຈັນ​ອັນ​ຍິ່ງ​ໃຫຍ່;

13 ແລະ ອັນ​ໜຶ່ງ, ໃຫ້​ອີກ​ຄົນ​ໜຶ່ງ, ເພື່ອ​ເຂົາ​ຈະ​ທຳ​ນາຍ​ກ່ຽວ​ກັບ​ທຸກ​ສິ່ງ;

14 ແລະ ອັນ​ໜຶ່ງ, ໃຫ້​ອີກ​ຄົນ​ໜຶ່ງ, ການ​ເຫັນ​ທູດ ແລະ ວິນ​ຍານ​ທີ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ;

15 ແລະ ອັນ​ໜຶ່ງ, ໃຫ້​ອີກ​ຄົນ​ໜຶ່ງ, ພາ​ສາ​ທຸກ​ພາ​ສາ;

16 ແລະ ອັນ​ໜຶ່ງ, ໃຫ້​ອີກ​ຄົນ​ໜຶ່ງ, ການ​ແປ​ຄວາມ​ໝາຍ​ຂອງ​ພາ​ສາ ແລະ ພາ​ສາ​ຕ່າງໆ.

17 ແລະ ຂອງ​ປະທານ​ທັງ​ໝົດ​ນີ້​ມາ​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ; ແລະ ມັນ​ມາ​ສູ່​ທຸກ​ຄົນ​ໄດ້​ຕ່າງໆ​ກັນ​ຕາມ​ທີ່​ພຣະ​ອົງ​ພໍ​ພຣະ​ໄທ.

18 ແລະ ຂ້າ​ພະ​ເຈົ້າ​ຂໍ​ແນະນຳ​ທ່ານ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໃຫ້​ທ່ານ​ຈຳ​ໄວ້​ວ່າ​ຂອງ​ປະທານ​ທີ່​ດີ ທຸກ​ຢ່າງ​ມາ​ຈາກ​ພຣະ​ຄຣິດ.

19 ແລະ ຂ້າ​ພະ​ເຈົ້າ​ຂໍ​ແນະນຳ​ທ່ານ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໃຫ້​ທ່ານ​ຈຳ​ໄວ້​ວ່າ ພຣະ​ອົງ​ເປັນ ເໝືອນ​ກັນ​ເຊັ່ນ​ມື້​ວານ​ນີ້, ມື້​ນີ້, ແລະ ຕະຫລອດ​ການ, ແລະ ວ່າ​ຂອງ​ປະທານ​ຊຶ່ງ​ຂ້າ​ພະ​ເຈົ້າ​ເວົ້າ​ມາ​ທັງ​ໝົດ​ນີ້, ຊຶ່ງ​ເປັນ​ທາງ​ວິນ​ຍານ​ຈະ​ບໍ່​ໝົດ​ໄປ​ຈັກ​ເທື່ອ, ຕາບ​ໃດ​ທີ່​ໂລກ​ຍັງ​ຕັ້ງ​ຢູ່, ນອກ​ຈາກ​ຈະ​ເປັນ​ໄປ​ຕາມ ຄວາມ​ບໍ່​ເຊື່ອ​ຖື​ຂອງ​ລູກ​ຫລານ​ມະນຸດ​ເທົ່າ​ນັ້ນ.

20 ດັ່ງ​ນັ້ນ, ຈຶ່ງ​ຕ້ອງ​ມີ ສັດທາ; ແລະ ຖ້າ​ຫາກ​ມີ​ສັດທາ​ກໍ​ຕ້ອງ​ມີ​ຄວາມ​ຫວັງ​ເໝືອນ​ກັນ; ແລະ ຖ້າ​ຫາກ​ມີ​ຄວາມ​ຫວັງ​ກໍ​ຕ້ອງ​ມີ​ຄວາມ​ໃຈ​ບຸນ​ເໝືອນ​ກັນ.

21 ແລະ ຖ້າ​ຫາກ​ທ່ານ​ບໍ່​ມີ ຄວາມ​ໃຈ​ບຸນ ທ່ານ​ຈະ​ບໍ່​ມີ​ທາງ​ລອດ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ; ທັງ​ທ່ານ​ຈະ​ລອດ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້​ຖ້າ​ຫາກ​ທ່ານ​ບໍ່​ມີ​ສັດທາ; ທັງ​ທ່ານ​ຈະ​ລອດ​ບໍ່​ໄດ້​ຖ້າ​ຫາກ​ທ່ານ​ບໍ່​ມີ​ຄວາມ​ຫວັງ.

22 ແລະ ຖ້າ​ຫາກ​ທ່ານ​ບໍ່​ມີ​ຄວາມ​ຫວັງ ທ່ານ​ກໍ​ຈຳ​ຕ້ອງ​ຢູ່​ໃນ​ຄວາມ​ໝົດ​ຫວັງ; ແລະ ຄວາມ​ໝົດ​ຫວັງ​ມາ​ເຖິງ​ເພາະ​ຄວາມ​ຊົ່ວ​ຮ້າຍ.

23 ແລະ ພຣະ​ຄຣິດ​ໄດ້​ກ່າວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄວ້​ແທ້ໆ​ວ່າ: ຖ້າ​ຫາກ​ເຈົ້າ​ມີ​ສັດທາ ເຈົ້າ​ຈະ​ສາ​ມາດ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ເຫັນ​ວ່າ​ສົມ​ຄວນ.

24 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ—ວ່າ​ຖ້າ​ຫາກ​ມື້​ນັ້ນ​ມາ​ເຖິງ ຊຶ່ງ​ອຳນາດ ແລະ ຂອງ​ປະທານ​ຂອງ​ພຣະ​ເຈົ້າ​ໝົດ​ໄປ​ໃນ​ບັນ​ດາ​ພວກ​ທ່ານ, ມັນ​ກໍ​ຈະ​ເປັນ ເພາະ ຄວາມ​ບໍ່​ເຊື່ອ​ຖື.

25 ແລະ ວິບັດ​ແກ່​ລູກ​ຫລານ​ມະນຸດ​ຖ້າ​ຫາກ​ມັນ​ເປັນ​ໄປ​ເຊັ່ນ​ນີ້; ເພາະ​ວ່າ​ຈະ ບໍ່​ມີ​ຜູ້​ໃດ​ເລີຍ​ທີ່​ເຮັດ​ຄວາມ​ດີ​ໃນ​ບັນ​ດາ​ພວກ​ທ່ານ, ບໍ່​ມີ​ຈັກ​ຄົນ​ເລີຍ. ເພາະ​ຖ້າ​ຫາກ​ເຖິງ​ແມ່ນ​ແຕ່​ຄົນ​ດຽວ​ໃນ​ບັນ​ດາ​ພວກ​ທ່ານ​ເຮັດ​ຄວາມ​ດີ, ເຂົາ​ຄົນ​ນັ້ນ​ຈະ​ທຳ​ງານ​ດ້ວຍ​ອຳນາດ ແລະ ຂອງ​ປະທານ​ຂອງ​ພຣະ​ເຈົ້າ.

26 ແລະ ວິບັດ​ແກ່​ຄົນ​ທີ່​ຈະ​ເຮັດ​ໃຫ້​ສິ່ງ​ເຫລົ່າ​ນີ້​ໝົດ​ສິ້ນ ແລະ ຕາຍ, ເພາະ​ເຂົາ​ຍ່ອມ ຕາຍ​ຢູ່​ໃນ ບາບ​ຂອງ​ເຂົາ, ແລະ ເຂົາ​ຈະ​ລອດ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້; ແລະ ຂ້າ​ພະ​ເຈົ້າ​ເວົ້າ​ເລື່ອງ​ນີ້​ຕາມ​ພຣະ​ຄຳ​ຂອງ​ພຣະ​ຄຣິດ; ແລະ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເວົ້າ​ຕົວະ.

27 ແລະ ຂ້າ​ພະ​ເຈົ້າ​ຂໍ​ແນະນຳ​ທ່ານ​ໃຫ້​ຈົດ​ຈຳ​ເລື່ອງ​ເຫລົ່າ​ນີ້; ເພາະ​ເວລາ​ຈະ​ມາ​ໂດຍ​ໄວ​ທີ່​ທ່ານ​ຈະ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເວົ້າ​ຕົວະ, ເພາະ​ທ່ານ​ຈະ​ເຫັນ​ຂ້າ​ພະ​ເຈົ້າ​ຢູ່​ທີ່​ບ່ອນ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ; ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກ່າວ​ກັບ​ທ່ານ​ວ່າ: ເຮົາ​ບໍ່​ໄດ້​ປະ​ກາດ ຄຳ​ຂອງ​ເຮົາ​ແກ່​ເຈົ້າ​ບໍ? ຊຶ່ງ​ຊາຍ​ຄົນ​ນີ້​ຂຽນ​ໄວ້, ເໝືອນ​ຄົນ​ຕາຍ ຮ້ອງ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ, ແທ້​ຈິງ​ແລ້ວ, ແມ່ນ​ດັ່ງ​ຄົນ​ຕາຍ​ເວົ້າ​ອອກ​ມາ​ຈາກ ຝຸ່ນ​ດິນ?

28 ຂ້າ​ພະ​ເຈົ້າ​ປະ​ກາດ​ເລື່ອງ​ເຫລົ່າ​ນີ້​ເພື່ອ​ໃຫ້​ຄຳ​ທຳ​ນາຍ​ສຳ​ເລັດ. ແລະ ຈົ່ງ​ເບິ່ງ, ມັນ​ຈະ​ອອກ​ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ​ຜູ້​ເປັນ​ນິດ; ແລະ ພຣະ​ຄຳ​ຂອງ​ພຣະ​ອົງ​ຈະ ອອກ​ຈາກ​ລຸ້ນ​ສູ່​ລຸ້ນ.

29 ແລະ ພຣະ​ເຈົ້າ​ຈະ​ສະແດງ​ແກ່​ທ່ານ, ວ່າ​ເລື່ອງ​ຊຶ່ງ​ຂ້າ​ພະ​ເຈົ້າ​ຂຽນ​ໄວ້​ນັ້ນ​ເປັນ​ຄວາມ​ຈິງ.

30 ແລະ ອີກ​ຢ່າງ​ໜຶ່ງ ຂ້າ​ພະ​ເຈົ້າ​ຂໍ​ແນະນຳ​ທ່ານ​ໃຫ້ ມາ​ຫາ​ພຣະ​ຄຣິດ, ແລະ ຍຶດ​ຖື​ຂອງ​ປະທານ​ທີ່​ດີ​ໄວ້​ທຸກ​ຢ່າງ, ແລະ ບໍ່​ແຕະ​ຕ້ອງ​ຂອງ​ຊົ່ວ ຫລື ສິ່ງ​ທີ່​ບໍ່​ສະອາດ.

31 ແລະ ຈົ່ງ ຕື່ນ, ແລະ ລຸກ​ຂຶ້ນ​ເຖີດ, ໂອ້ ເຢຣູ​ຊາເລັມ; ແທ້​ຈິງ​ແລ້ວ, ຈົ່ງ​ສວມອາພອນ​ສວຍ​ງາມ​ເຖີດ, ໂອ້ ທິດາ​ຂອງ ຊີໂອນ; ແລະ ຈົ່ງ​ເຮັດ​ໃຫ້ ຫລັກ​ຂອງ​ທ່ານ ແຂງ​ແຮງ ແລະ ຂະ​ຫຍາຍ​ເຂດ​ຂອງ​ທ່ານ​ຕະຫລອດ​ການ, ເພື່ອ​ທ່ານ​ຈະ ບໍ່​ສັບ​ສົນ​ອີກ​ຕໍ່​ໄປ, ເພື່ອ​ພັນທະ​ສັນ​ຍາ​ຂອງ​ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ ຊຶ່ງ​ໄດ້​ເຮັດ​ໄວ້​ກັບ​ທ່ານ​ຈະ​ສຳ​ເລັດ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ.

32 ແທ້​ຈິງ​ແລ້ວ, ຈົ່ງ ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ, ແລະ ປະຕິ​ເສດ​ຕົນ​ຈາກ​ຄວາມ​ບໍ່​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ​ທຸກ​ຢ່າງ; ແລະ ຖ້າ​ຫາກ​ທ່ານ​ປະ​ຕິ​ເສດ​ຕົນ​ຈາກ​ຄວາມ​ບໍ່​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ​ທຸກ​ຢ່າງ, ແລະ ຮັກ​ພຣະ​ເຈົ້າ​ດ້ວຍ​ສຸດ​ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ​ຂອງ​ທ່ານ, ເມື່ອ​ນັ້ນ​ພຣະ​ຄຸນ​ຂອງ​ພຣະ​ອົງ​ຈຶ່ງ​ພຽງ​ພໍ​ສຳ​ລັບ​ທ່ານ, ເພື່ອ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ອົງ, ທ່ານ​ຈະ​ດີ​ພ້ອມ​ໃນ​ພຣະ​ຄຣິດ; ແລະ ຖ້າ​ຫາກ​ໂດຍ ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ທ່ານ​ດີ​ພ້ອມ​ໃນ​ພຣະ​ຄຣິດ, ທ່ານ​ຍ່ອມ​ບໍ່​ມີ​ທາງ​ປະ​ຕິ​ເສດ​ອຳນາດ​ຂອງ​ພຣະ​ເຈົ້າ​ໄດ້​ເລີຍ.

33 ແລະ ອີກ​ຢ່າງ​ໜຶ່ງ, ຖ້າ​ຫາກ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ທ່ານ​ດີ​ພ້ອມ​ໃນ​ພຣະ​ຄຣິດ, ແລະ ບໍ່​ປະ​ຕິ​ເສດ​ອຳນາດ​ຂອງ​ພຣະ​ອົງ, ເມື່ອ​ນັ້ນ​ທ່ານ​ຍ່ອມ​ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ໃນ​ພຣະ​ຄຣິດ ໂດຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ, ໂດຍ​ທາງ​ການ​ຫລັ່ງ ໂລ​ຫິດ​ຂອງ​ພຣະ​ຄຣິດ, ຊຶ່ງ​ມີ​ຢູ່​ໃນ​ພັນທະ​ສັນ​ຍາ​ຂອງ​ພຣະ​ບິດາ​ອັນ​ນຳ​ໄປ​ສູ່ ການ​ປົດ​ບາບ​ຂອງ​ທ່ານ, ເພື່ອ​ທ່ານ​ຈະ​ກາຍ​ມາ​ເປັນ ຜູ້​ບໍ​ລິ​ສຸດ, ປາດ​ສະ​ຈາກ​ມົນ​ທິນ.

34 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຄຳ​ອຳ​ລາ​ຕໍ່​ທຸກ​ຄົນ. ໃນ​ບໍ່​ຊ້າ​ນີ້​ຂ້າ​ພະ​ເຈົ້າ​ຈະ​ໄປ ພັກ​ຢູ່​ໃນ ທີ່​ສຸ​ຂະ​ເສີມ​ຂອງ​ພຣະ​ເຈົ້າ, ຈົນ​ກວ່າ ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ຂ້າ​ພະ​ເຈົ້າ​ຈະ ເຂົ້າ​ຮ່ວມ​ກັນ​ອີກ, ແລະ ຂ້າ​ພະ​ເຈົ້າ​ຈະ​ຖືກ​ນຳ​ອອກ​ມາ​ດ້ວຍ​ໄຊ​ຊະນະ​ທາງ ອາ​ກາດ, ເພື່ອ​ມາ​ພົບ​ທ່ານ​ຕໍ່​ໜ້າ​ບ່ອນ​ພິ​ພາກ​ສາ​ອັນ​ໜ້າ ພໍ​ພຣະ​ໄທ​ຂອງ ພຣະ​ເຢ​ໂຮ​ວາ​ຜູ້​ຍິ່ງ​ໃຫຍ່, ຜູ້​ພິ​ພາກ​ສາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ຂອງ​ທັງ​ຄົນ​ເປັນ ແລະ ຄົນ​ຕາຍ. ອາແມນ.

ຈົບ