ພຣະ​ຄຳ​ພີ
ໂມ​ໂຣ​ໄນ 1


ໜັງ​ສື​ໂມ​ໂຣ​ໄນ

ບົດ​ທີ 1

ໂມ​ໂຣ​ໄນ​ຂຽນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊາວ​ເລມັນ—ຊາວ​ນີໄຟ​ຜູ້​ທີ່​ບໍ່​ປະ​ຕິ​ເສດ​ພຣະ​ຄຣິດ​ຖືກ​ຂ້າ​ຕາຍ. ປະ​ມານ ຄ.ສ. 401–421.

1 ບັດ​ນີ້​ຂ້າ​ພະ​ເຈົ້າ ໂມ​ໂຣ​ໄນ ຫລັງ​ຈາກ​ຫຍໍ້​ເລື່ອງ​ລາວ​ຂອງ​ຜູ້​ຄົນ​ຢາເຣັດ​ຈົບ​ແລ້ວ, ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ​ຈະ​ໄດ້​ຂຽນ​ອີກ, ແຕ່​ວ່າ​ຂ້າ​ພະ​ເຈົ້າ​ຍັງ​ບໍ່​ຕາຍ​ເທື່ອ; ແລະ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ໃຫ້​ຊາວ​ເລມັນ​ເຫັນ​ຂ້າ​ພະ​ເຈົ້າ ເພາະ​ພວກ​ເຂົາ​ຈະ​ທຳ​ລາຍ​ຂ້າ​ພະ​ເຈົ້າ.

2 ເພາະ​ຈົ່ງ​ເບິ່ງ, ສົງ​ຄາມ​ລະຫວ່າງ​ພວກ​ເຂົາ​ເອງ​ກໍ​ໂຫດ​ຮ້າຍ​ທີ່​ສຸດ; ແລະ ເປັນ​ຍ້ອນ​ຄວາມ​ຄຽດ​ແຄ້ນ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ໄດ້ ຂ້າ​ຊາວ​ນີໄຟ​ທຸກ​ຄົນ​ທີ່​ບໍ່​ປະ​ຕິ​ເສດ​ພຣະ​ຄຣິດ.

3 ແລະ ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ຈະ​ບໍ່ ປະ​ຕິ​ເສດ​ພຣະ​ຄຣິດ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຊັດ​ເຊ​ພະ​ເນ​ຈອນ​ໄປ​ຫາ​ບ່ອນ​ໃດ​ກໍ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໄປ​ໄດ້ ເພື່ອ​ຄວາມ​ປອດ​ໄພ​ຂອງ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ເອງ.

4 ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຂຽນ​ອີກ​ເລັກ​ໜ້ອຍ, ກົງ​ກັນ​ຂ້າມ​ກັບ​ຂ້າ​ພະ​ເຈົ້າ​ຄິດ​ໄວ້; ເພາະ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ຈະ​ໄດ້​ຂຽນ​ຕື່ມ​ອີກ; ແຕ່​ຂ້າ​ພະ​ເຈົ້າ​ກໍ​ຂຽນ​ຕື່ມ​ອີກ​ເລັກ​ໜ້ອຍ, ເພື່ອ​ບາງ​ທີ​ມັນ​ອາດ​ຈະ​ມີ​ຄຸນ​ຄ່າ​ແກ່​ຊາວ​ເລມັນ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ມື້​ໜຶ່ງ​ຂ້າງ​ໜ້າ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.