ພຣະ​ຄຳ​ພີ
ໂມ​ໂຣ​ໄນ 2


ບົດ​ທີ 2

ພຣະ​ເຢຊູ​ໄດ້​ມອບ​ອຳນາດ​ໃຫ້​ອັກຄະ​ສາວົກ​ຊາວ​ນີໄຟ​ສິບ​ສອງ​ຄົນ ເພື່ອ​ຈະ​ໄດ້​ມອບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ປະ​ມານ ຄ.ສ. 401–421.

1 ພຣະ​ຄຳ​ຂອງ​ພຣະ​ຄຣິດ ຊຶ່ງ​ພຣະ​ອົງ​ໄດ້​ກ່າວ​ກັບ ສາ​ນຸ​ສິດ​ສິບ​ສອງ​ຄົນ​ຂອງ​ພຣະ​ອົງ ຜູ້​ຊຶ່ງ​ພຣະ​ອົງ​ໄດ້​ເລືອກ​ໄວ້​ໃນ​ຂະນະ​ທີ່​ພຣະ​ອົງ​ວາງ​ພຣະ​ຫັດ​ໃສ່​ພວກ​ເພິ່ນ—

2 ແລະ ພຣະ​ອົງ​ໄດ້​ເອີ້ນ​ຊື່​ຂອງ​ພວກ​ເພິ່ນ, ໂດຍ​ກ່າວ​ວ່າ: ເຈົ້າ​ຈົ່ງ​ເອີ້ນ​ຫາ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ, ໃນ​ຄຳ​ອະ​ທິ​ຖານ​ຢ່າງ​ມີ​ພະ​ລັງ; ແລະ ຫລັງ​ຈາກ​ເຈົ້າ​ເຮັດ​ສິ່ງ​ນີ້​ແລ້ວ, ເຈົ້າ​ຈະ​ມີ ອຳນາດ​ເພື່ອ​ວ່າ​ຄົນ​ທີ່​ເຈົ້າ​ຈະ​ປົກ ມື​ໃສ່​ເຂົາ, ເຈົ້າ​ຈະ​ມອບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້; ແລະ ເຈົ້າ​ຈົ່ງ​ມອບ​ໃຫ້​ໃນ​ນາມ​ຂອງ​ເຮົາ, ເພາະ​ອັກຄະ​ສາວົກ​ຂອງ​ເຮົາ​ເຮັດ​ດັ່ງ​ນີ້.

3 ບັດ​ນີ້​ພຣະ​ຄຣິດ​ໄດ້​ກ່າວ​ຂໍ້​ຄວາມ​ນີ້​ກັບ​ພວກ​ເພິ່ນ​ໃນ​ເວລາ​ທີ່​ພຣະ​ອົງ​ສະ​ເດັດ​ມາ​ປະກົດ​ຕົວ​ຕໍ່​ພວກ​ເພິ່ນ​ເປັນ​ຄັ້ງ​ທຳ​ອິດ; ແລະ ຝູງ​ຊົນ​ບໍ່​ໄດ້​ຍິນ, ແຕ່​ວ່າ​ສາ​ນຸ​ສິດ​ທຸກ​ຄົນ​ໄດ້​ຍິນ; ແລະ ຄົນ​ທັງ​ຫລາຍ​ທີ່​ພວກ​ເພິ່ນ​ໄດ້ ປົກ​ມື​ໃສ່, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກໍ​ໄດ້​ສະ​ເດັດ​ລົງ​ມາ​ຫາ​ຄົນ​ເຫລົ່າ​ນັ້ນ.