ພຣະ​ຄຳ​ພີ
ໂມ​ໂຣ​ໄນ 5


ບົດ​ທີ 5

ລະບຽບ​ການ​ປະ​ຕິ​ບັດ​ສິນ​ລະ​ລຶກ​ໃຫ້​ພອນ​ແກ່​ເຫລົ້າ​ອະງຸ່ນ​ໄດ້​ຖືກ​ຕັ້ງ​ໄວ້. ປະ​ມານ ຄ.ສ. 401–421.

1 ນີ້​ຄື ວິ​ທີ​ໃຫ້​ພອນ​ແກ່​ເຫລົ້າ​ອະງຸ່ນ—ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ເອົາ​ຈອກ​ມາ, ແລະ ກ່າວ​ວ່າ:

2 ໂອ້ ພຣະ​ອົງ​ເຈົ້າ, ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ພຣະ​ອົງ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ, ໂປດ​ປະທານ​ພອນ ແລະ ເຮັດ​ໃຫ້ ເຫລົ້າ​ອະງຸ່ນ​ນີ້​ສັກ​ສິດ​ແກ່​ຈິດ​ວິນ​ຍານ​ຂອງ​ເຂົາ​ທັງ​ຫລາຍ​ຜູ້​ທີ່​ດື່ມ, ເພື່ອ​ເຂົາ​ຈະ​ເຮັດ​ດ້ວຍ ຄວາມ​ລະ​ນຶກ​ເຖິງ​ໂລ​ຫິດ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ ຊຶ່ງ​ຫລັ່ງ​ເພື່ອ​ເຂົາ; ເພື່ອ​ເຂົາ​ຈະ​ເປັນ​ສັກ​ຂີ​ພະຍານ​ຕໍ່​ພຣະ​ອົງ, ໂອ້ ພຣະ​ອົງ​ເຈົ້າ, ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ວ່າ​ເຂົາ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ, ເພື່ອ​ເຂົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ. ອາແມນ.