ບົດທີ 6
ຄົນທີ່ກັບໃຈໄດ້ຮັບບັບຕິສະມາ ແລະ ໄດ້ຮັບການຜູກມິດ—ສະມາຊິກຂອງສາດສະໜາຈັກຜູ້ທີ່ກັບໃຈໄດ້ຮັບການອະໄພ—ການປະຊຸມຖືກດຳເນີນໂດຍອຳນາດຂອງພຣະວິນຍານບໍລິສຸດ. ປະມານ ຄ.ສ. 401–421.
1 ແລະ ບັດນີ້ຂ້າພະເຈົ້າຂໍເວົ້າກ່ຽວກັບການໃຫ້ ກບັບຕິສະມາ. ຈົ່ງເບິ່ງແອວເດີ, ປະໂລຫິດ, ແລະ ຄູສອນ ໄດ້ຮັບບັບຕິສະມາ; ແລະ ພວກເພິ່ນຈະບໍ່ໄດ້ຮັບບັບຕິສະມານອກຈາກວ່າພວກເພິ່ນຈະນຳຜົນອອກມາວ່າພວກເພິ່ນມີ ຂຄ່າຄວນ.
2 ທັງພວກເພິ່ນຈະບໍ່ຮັບຜູ້ໃດມາສູ່ການຮັບບັບຕິສະມານອກຈາກຄົນເຫລົ່ານັ້ນຈະອອກມາດ້ວຍໃຈທີ່ ກຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ແລະ ເປັນພະຍານຕໍ່ສາດສະໜາຈັກວ່າ ພວກເຂົາໄດ້ກັບໃຈແທ້ໆຈາກບາບທັງໝົດຂອງພວກເຂົາ.
3 ແລະ ຈະບໍ່ຮັບຜູ້ໃດມາສູ່ບັບຕິສະມານອກຈາກເຂົາຈະ ກຮັບພຣະນາມຂອງພຣະຄຣິດເສຍກ່ອນ, ໂດຍມີຄວາມຕັ້ງໃຈທີ່ຈະຮັບໃຊ້ພຣະອົງຈົນເຖິງທີ່ສຸດ.
4 ແລະ ຫລັງຈາກທີ່ເຂົາໄດ້ຮັບບັບຕິສະມາແລ້ວ, ແລະ ອຳນາດຂອງພຣະວິນຍານບໍລິສຸດໄດ້ກະທຳ ແລະ ກຊຳລະລ້າງເຂົາໃຫ້ສະອາດແລ້ວ, ເຂົາຈຶ່ງໄດ້ຖືກນັບເຂົ້າຢູ່ໃນບັນດາຜູ້ຄົນຂອງສາດສະໜາຈັກຂອງພຣະຄຣິດ; ແລະ ຂຊື່ຂອງເຂົາໄດ້ຖືກຮັບໄວ້, ເພື່ອເຂົາຈະໄດ້ຖືກຈົດຈຳ ແລະ ບຳລຸງລ້ຽງດ້ວຍພຣະຄຳອັນປະເສີດຂອງພຣະເຈົ້າ, ເພື່ອຮັກສາເຂົາຢູ່ໃນທາງທີ່ຖືກຕ້ອງ, ເພື່ອໃຫ້ເຂົາ ຄເອົາໃຈໃສ່ຕໍ່ການອະທິຖານຕະຫລອດເວລາ, ໂດຍ ງເພິ່ງອາໄສແຕ່ໃນພຣະຄຸນຄວາມດີຂອງພຣະຄຣິດຢ່າງດຽວ, ອົງຜູ້ເປັນ ຈຜູ້ສ້າງ ແລະ ເປັນຜູ້ເຮັດໃຫ້ສັດທາຂອງເຂົາສົມບູນ.
5 ແລະ ຄົນໃນ ກສາດສະໜາຈັກໄດ້ຊຸມນຸມກັນຢູ່ ຂເລື້ອຍໆ, ເພື່ອ ຄຖືສິນອົດເຂົ້າ ແລະ ເພື່ອອະທິຖານ ແລະ ເພື່ອສົນທະນາກັນກ່ຽວກັບຄວາມຜາສຸກຂອງຈິດວິນຍານຂອງພວກເຂົາ.
6 ແລະ ພວກເຂົາໄດ້ມາຊຸມນຸມກັນຢູ່ເລື້ອຍໆເພື່ອຮັບສ່ວນເຂົ້າຈີ່ ແລະ ເຫລົ້າອະງຸ່ນ, ດ້ວຍຄວາມລະນຶກເຖິງອົງພຣະເຢຊູເຈົ້າ.
7 ແລະ ພວກເຂົາເຄັ່ງຄັດທີ່ຈະເອົາໃຈໃສ່ ກບໍ່ໃຫ້ມີຄວາມຊົ່ວຮ້າຍໃນບັນດາພວກເຂົາ; ແລະ ຜູ້ໃດຖືກພົບວ່າໄດ້ກະທຳຄວາມຊົ່ວຮ້າຍ, ແລະ ມີພະຍານຂອງສາດສະໜາຈັກ ຂສາມຄົນກ່າວໂທດຜູ້ນັ້ນຕໍ່ໜ້າ ຄແອວເດີ, ແລະ ຖ້າຫາກເຂົາບໍ່ກັບໃຈ, ແລະ ບໍ່ ງສາລະພາບຜິດແລ້ວ, ຊື່ຂອງເຂົາຍ່ອມຖືກ ຈລຶບອອກ, ແລະ ເຂົາຈະບໍ່ຖືກນັບເຂົ້າຢູ່ກັບບັນດາຜູ້ຄົນຂອງພຣະຄຣິດ.
8 ແຕ່ ກວ່າທຸກເທື່ອທີ່ເຂົາກັບໃຈ ແລະ ສະແຫວງຫາການໃຫ້ອະໄພດ້ວຍເຈດຕະນາອັນແທ້ຈິງ, ເຂົາກໍຈະໄດ້ຮັບ ຂການໃຫ້ອະໄພ.
9 ແລະ ສາດສະໜາຈັກ ກດຳເນີນການປະຊຸມຂອງພວກເຂົາຕາມວິທີການທຳງານຂອງພຣະວິນຍານ ແລະ ໂດຍອຳນາດຂອງ ຂພຣະວິນຍານບໍລິສຸດ; ເພາະດັ່ງທີ່ອຳນາດຂອງພຣະວິນຍານບໍລິສຸດໄດ້ນຳພາພວກເຂົາໃຫ້ເຮັດຢ່າງໃດ ບໍ່ວ່າໃຫ້ສັ່ງສອນ, ຫລື ແນະນຳ, ຫລື ອະທິຖານ, ຫລື ໄຫວ້ວອນ, ຫລື ຮ້ອງເພງ, ມັນກໍເປັນໄປຢ່າງນັ້ນ.