ພຣະ​ຄຳ​ພີ
ໂມ​ໂຣ​ໄນ 7


ບົດ​ທີ 7

ການ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ອະ​ທິ​ຖານ​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ—ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ​ຊ່ວຍ​ໃຫ້​ມະນຸດ​ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ—ຊາຕານ​ຊັກ​ຈູງ​ມະນຸດ​ໃຫ້​ປະ​ຕິ​ເສດ​ພຣະ​ຄຣິດ ແລະ ເຮັດ​ຄວາມ​ຊົ່ວ—ສາດ​ສະ​ດາ​ໄດ້​ສະແດງ​ໃຫ້​ປະຈັກ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ—ໂດຍ​ຜ່ານ​ສັດທາ, ສິ່ງ​ມະຫັດ​ສະຈັນ​ຈຶ່ງ​ເກີດ​ຂຶ້ນ ແລະ ເຫລົ່າ​ທູດ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ—ມະນຸດ​ຄວນ​ມີ​ຄວາມ​ຫວັງ​ໃນ​ຊີ​ວິດ​ນິ​ລັນ​ດອນ ແລະ ຍຶດ​ໝັ້ນ​ໃນ​ຄວາມ​ໃຈ​ບຸນ. ປະ​ມານ ຄ.ສ. 401–421.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ຂຽນ​ຄຳ​ຂອງ​ມໍມອນ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ເລັກ​ໜ້ອຍ, ຊຶ່ງ​ເພິ່ນ​ໄດ້​ເວົ້າ​ກ່ຽວ​ກັບ ສັດທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ; ເພາະ​ເພິ່ນ​ໄດ້​ເວົ້າ​ກັບ​ຜູ້​ຄົນ​ຕາມ​ວິ​ທີ​ນີ້ ເມື່ອ​ເພິ່ນ​ສິດ​ສອນ​ພວກ​ເຂົາ​ໃນ​ທຳ​ມະ​ສາ​ລາ ຊຶ່ງ​ພວກ​ເຂົາ​ໄດ້​ສ້າງ​ໄວ້​ເປັນ​ສະຖານ​ທີ່​ນະມັດ​ສະການ.

2 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ມໍມອນ​ຂໍ​ເວົ້າ​ກັບ​ທ່ານ, ພີ່​ນ້ອງ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ; ແລະ ມັນ​ເປັນ​ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ, ແລະ ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ, ແລະ ພຣະ​ປະສົງ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ, ເພາະ​ຂອງ​ປະທານ​ແຫ່ງ ການ​ເອີ້ນ​ຂອງ​ພຣະ​ອົງ​ທີ່​ມີ​ແກ່​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຮັບ​ອະ​ນຸດ​ຍາດ​ໃຫ້​ເວົ້າ​ກັບ​ທ່ານ​ໃນ​ເທື່ອ​ນີ້.

3 ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ກັບ​ທ່ານ​ຜູ້​ເປັນ​ຂອງ​ສາດ​ສະ​ໜາ​ຈັກ, ຊຶ່ງ​ເປັນ​ຜູ້​ຕິດ​ຕາມ ແລະ ເປັນ​ຜູ້​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ, ແລະ ຊຶ່ງ​ມີ​ຄວາມ​ຫວັງ​ຢ່າງ​ພຽງ​ພໍ ຊຶ່ງ​ດ້ວຍ​ຄວາມ​ຫວັງ​ນີ້​ທ່ານ​ຈະ​ເຂົ້າ​ໄປ​ໃນ ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້, ນັບ​ແຕ່​ເວລາ​ນີ້​ເປັນ​ຕົ້ນ​ໄປ​ຈົນ​ກວ່າ​ທ່ານ​ຈະ​ໄດ້​ພັກ​ຜ່ອນ​ຢູ່​ກັບ​ພຣະ​ອົງ​ໃນ​ສະຫວັນ.

4 ແລະ ບັດ​ນີ້​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຕັດ​ສິນ​ເລື່ອງ​ເຫລົ່າ​ນີ້​ກ່ຽວ​ກັບ​ທ່ານ​ເພາະ​ການ ເດີນ​ດ້ວຍ​ສັນ​ຕິ​ສຸກ​ຂອງ​ທ່ານ​ກັບ​ລູກ​ຫລານ​ມະນຸດ.

5 ເພາະ​ຂ້າ​ພະ​ເຈົ້າ​ຈື່​ຈຳ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄດ້ ຊຶ່ງ​ກ່າວ​ໄວ້​ວ່າ ໂດຍ​ວຽກ​ງານ​ຂອງ​ເຂົາ ທ່ານ​ຈະ ຮູ້​ຈັກ​ເຂົາ; ເພາະ​ຖ້າ​ຫາກ​ວຽກ​ງານ​ຂອງ​ເຂົາ​ດີ, ເຂົາ​ກໍ​ເປັນ​ຄົນ​ດີ​ເໝືອນ​ກັນ.

6 ເພາະ​ຈົ່ງ​ເບິ່ງ, ພຣະ​ເຈົ້າ​ກ່າວ​ວ່າ ຄົນ ຊົ່ວ​ຈະ​ເຮັດ​ສິ່ງ​ດີ​ບໍ່​ໄດ້; ເພາະ​ຖ້າ​ຫາກ​ເຂົາ​ຖວາຍ​ສິ່ງ​ຂອງ ຫລື ອະ​ທິ​ຖານ​ຕໍ່​ພຣະ​ເຈົ້າ ມັນ​ກໍ​ບໍ່​ເປັນ​ປະ​ໂຫຍດ​ກັບ​ເຂົາ​ເລີຍ ນອກ​ຈາກ​ວ່າ​ເຂົາ​ຈະ​ເຮັດ​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ.

7 ເພາະ​ຈົ່ງ​ເບິ່ງ, ຈະ​ບໍ່​ນັບ​ວ່າ​ມັນ​ເປັນ​ຄວາມ​ຊອບ​ທຳ​ສຳ​ລັບ​ເຂົາ.

8 ເພາະ​ຈົ່ງ​ເບິ່ງ, ຖ້າ​ຫາກ​ຄົນ ຊົ່ວ​ຈະ​ໃຫ້​ສິ່ງ​ຂອງ, ເຂົາ​ຈະ​ເຮັດ​ໄປ​ຢ່າງ ບໍ່​ເຕັມ​ໃຈ; ດັ່ງ​ນັ້ນ ຈຶ່ງ​ນັບ​ວ່າ​ເຂົາ​ຍັງ​ມີ​ສິ່ງ​ຂອງ​ນັ້ນ​ຢູ່; ດັ່ງ​ນັ້ນ ຈຶ່ງ​ນັບ​ວ່າ​ເຂົາ​ຊົ່ວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

9 ແລະ ເຊັ່ນ​ດຽວ​ກັນ​ມັນຈະ​ຖືກ​ນັບ​ວ່າ​ຊົ່ວ​ຕໍ່​ມະນຸດ​ຄື​ກັນ​ຖ້າ​ຫາກ​ເຂົາ​ອະ​ທິ​ຖານ ແຕ່​ບໍ່​ແມ່ນ ດ້ວຍ​ເຈດ​ຕະນາ​ອັນ​ແທ້​ຈິງ​ຂອງ​ໃຈ; ແທ້​ຈິງ​ແລ້ວ, ມັນ​ຈະ​ບໍ່​ເປັນ​ປະ​ໂຫຍດ​ກັບ​ເຂົາ​ເລີຍ, ເພາະ​ວ່າ​ພຣະ​ເຈົ້າ​ຈະ​ບໍ່​ຮັບ​ຄົນ​ເຊັ່ນ​ນັ້ນ.

10 ດັ່ງ​ນັ້ນ, ຄົນ​ຊົ່ວ​ຈະ​ເຮັດ​ສິ່ງ​ທີ່​ດີ​ບໍ່​ໄດ້; ທັງ​ເຂົາ​ຈະ​ໃຫ້​ສິ່ງ​ທີ່​ດີ​ບໍ່​ໄດ້.

11 ເພາະ​ຈົ່ງ​ເບິ່ງ, ອ່າງ​ນ້ຳ​ຂົມ​ຈະ​ໃຫ້​ນ້ຳ​ດີ​ອອກ​ມາ​ບໍ່​ໄດ້; ທັງ​ອ່າງ​ນ້ຳ​ດີ​ຈະ​ໃຫ້​ນ້ຳ​ຂົມ​ອອກ​ມາ​ບໍ່​ໄດ້; ດັ່ງ​ນັ້ນ, ຄົນ​ທີ່​ຮັບ​ໃຊ້​ມານ​ຈະ ຕິດ​ຕາມ​ພຣະ​ຄຣິດ​ບໍ່​ໄດ້; ແລະ ຖ້າ​ຫາກ​ເຂົາ​ຕິດ​ຕາມ​ພຣະ​ຄຣິດ ເຂົາ​ຈະ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ມານ​ບໍ່​ໄດ້.

12 ດັ່ງ​ນັ້ນ, ສິ່ງ​ທີ່ ດີ​ທັງ​ໝົດ​ມາ​ຈາກ​ພຣະ​ເຈົ້າ; ແລະ ສິ່ງ​ທີ່ ຊົ່ວ​ມາ​ຈາກ​ມານ; ເພາະ​ມານ​ເປັນ​ສັດ​ຕູ​ກັບ​ພຣະ​ເຈົ້າ, ແລະ ຕໍ່​ສູ້​ກັບ​ພຣະ​ອົງ​ຢູ່​ຕະຫລອດ​ເວລາ, ແລະ ເຊື້ອ​ເຊີນ ແລະ ຊັກ​ຈູງ​ມະນຸດ​ໃຫ້​ເຮັດ ບາບ ແລະ ເຮັດ​ຄວາມ​ຊົ່ວ​ຢູ່​ຕະຫລອດ​ເວລາ.

13 ແຕ່​ຈົ່ງ​ເບິ່ງ, ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ​ເຊື້ອ​ເຊີນ ແລະ ຊັກ​ຈູງ​ໃຫ້​ມະນຸດ​ເຮັດ​ຄວາມ​ດີ​ຢູ່​ຕະຫລອດ​ເວລາ; ດັ່ງ​ນັ້ນ, ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຊື້ອ​ເຊີນ ແລະ ຊັກ​ຈູງ​ໃຫ້​ເຮັດ​ຄວາມ​ດີ, ແລະ ໃຫ້​ຮັກ​ພຣະ​ເຈົ້າ ແລະ ໃຫ້​ຮັບ​ໃຊ້​ພຣະ​ອົງ, ແມ່ນ​ມາ​ຈາກ​ການ ດົນ​ໃຈ​ຈາກ​ພຣະ​ເຈົ້າ.

14 ດັ່ງ​ນັ້ນ, ພີ່​ນ້ອງ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ລະ​ວັງ​ໃຫ້​ດີ, ເພື່ອ​ທ່ານ​ຈະ​ບໍ່​ຕັດ​ສິນ​ວ່າ ສິ່ງ​ທີ່ ຊົ່ວ​ມາ​ຈາກ​ພຣະ​ເຈົ້າ, ຫລື ວ່າ​ສິ່ງ​ທີ່​ດີ ແລະ ເປັນ​ຂອງ​ພຣະ​ເຈົ້າ​ມາ​ຈາກ​ມານ.

15 ເພາະ​ຈົ່ງ​ເບິ່ງ, ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າ, ມັນ​ຖືກ​ມອບ​ໃຫ້​ເພື່ອ​ທ່ານ​ຈະ​ໄດ້ ຕັດ​ສິນ, ເພື່ອ​ທ່ານ​ຈະ​ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ; ແລະ ວິ​ທີ​ທີ່​ຈະ​ຕັດ​ສິນ​ນັ້ນ​ແຈ່ມ​ແຈ້ງ​ດີ, ເພື່ອ​ທ່ານ​ຈະ​ຮູ້​ດ້ວຍ​ຄວາມ​ຮູ້​ອັນ​ສົມ​ບູນ​ເໝືອນ​ດັ່ງ​ຄວາມ​ສະ​ຫວ່າງ​ຂອງ​ກາງ​ເວັນ​ກັບ​ຄວາມ​ມືດ​ຂອງ​ກາງ​ຄືນ.

16 ເພາະ​ຈົ່ງ​ເບິ່ງ, ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ​ໄດ້​ຖືກ​ມອບ​ໃຫ້​ແກ່​ມະນຸດ​ທຸກ​ຄົນ, ເພື່ອ​ເຂົາ​ຈະ ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ສະແດງ​ວິ​ທີ​ທີ່​ຈະ​ຕັດ​ສິນ​ໃຫ້​ແກ່​ທ່ານ ເພາະ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຊື້ອ​ເຊີນ​ໃຫ້​ເຮັດ​ຄວາມ​ດີ, ແລະ ຊັກ​ຊວນ​ໃຫ້​ເຊື່ອ​ໃນ​ພຣະ​ຄຣິດ, ຖືກ​ສົ່ງ​ມາ​ໂດຍ​ອຳນາດ ແລະ ຂອງ​ປະທານ​ຂອງ​ພຣະ​ຄຣິດ; ດັ່ງ​ນັ້ນ ທ່ານ​ຈະ​ຮູ້​ດ້ວຍ​ຄວາມ​ຮູ້​ອັນ​ສົມ​ບູນ​ວ່າ ສິ່ງ​ນັ້ນ​ມາ​ຈາກ​ພຣະ​ເຈົ້າ.

17 ແຕ່​ສິ່ງ​ໃດ​ກໍ​ຕາມ​ທີ່​ຊັກ​ຊວນ​ມະນຸດ​ໃຫ້​ເຮັດ​ຄວາມ ຊົ່ວ ແລະ ບໍ່​ເຊື່ອ​ໃນ​ພຣະ​ຄຣິດ, ແລະ ປະຕິ​ເສດ​ພຣະ​ອົງ, ແລະ ບໍ່​ຮັບ​ໃຊ້​ພຣະ​ເຈົ້າ, ເມື່ອນັ້ນທ່ານ​ຈະ​ຮູ້​ດ້ວຍ​ຄວາມ​ຮູ້​ອັນ​ສົມ​ບູນ​ວ່າ ມັນ​ມາ​ຈາກ​ມານ; ເພາະ​ມານ​ທຳ​ງານ​ຕາມ​ວິ​ທີ​ນີ້, ເພາະ​ມານ​ຈະ​ບໍ່​ຊັກ​ຊວນ​ມະນຸດ​ໃຫ້​ເຮັດ​ຄວາມ​ດີ, ແມ່ນ​ແຕ່​ຄົນ​ດຽວ​ກໍ​ບໍ່​ມີ​ເລີຍ; ທັງ​ບໍ​ລິ​ວານ​ຂອງ​ມັນ​ກໍ​ບໍ່​ເຮັດ; ທັງ​ຄົນ​ທີ່​ຍອມ​ຕົວ​ຂຶ້ນ​ຢູ່​ກັບ​ມັນ​ກໍ​ບໍ່​ເຮັດ.

18 ແລະ ບັດ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ໂດຍ​ທີ່​ເຫັນ​ວ່າທ່ານ​ຮູ້​ຈັກ​ຄວາມ​ສະ​ຫວ່າງ​ຊຶ່ງ​ໂດຍ​ຄວາມ​ສະ​ຫວ່າງ​ນັ້ນ ທ່ານ​ຈະ​ຕັດ​ສິນ ຊຶ່ງ​ຄວາມ​ສະ​ຫວ່າງ​ນັ້ນ​ຄື ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ, ຈົ່ງ​ເບິ່ງ​ວ່າ​ທ່ານ​ຈະ​ບໍ່​ຕັດ​ສິນ​ຜິດ; ເພາະ​ທ່ານ ຕັດ​ສິນ​ຢ່າງ​ໃດ ພຣະ​ເຈົ້າຈະ​ຕັດ​ສິນ​ທ່ານ​ຢ່າງ​ນັ້ນ.

19 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຂໍ​ວິງ​ວອນ​ທ່ານ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ໃຫ້​ສະແຫວງ​ຫາ​ຢ່າງ​ພາກ​ພຽນ​ໃນ ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ ເພື່ອ​ທ່ານ​ຈະ​ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ; ແລະ ຖ້າ​ຫາກ​ທ່ານ​ຈະ​ຍຶດ​ຖື​ທຸກ​ສິ່ງ​ທີ່​ດີ​ໄວ້, ແລະ ບໍ່​ຕຳ​ນິ​ຕິ​ຕຽນ​ມັນ, ທ່ານ​ຈະ​ເປັນ ລູກ​ຂອງ​ພຣະ​ຄຣິດ​ຢ່າງ​ແນ່​ນອນ.

20 ແລະ ບັດ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຈະ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ທ່ານ​ຈະ​ຍຶດ​ຖື​ທຸກ​ສິ່ງ​ທີ່​ດີ​ໄວ້​ໄດ້?

21 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ມາ​ເຖິງ​ສັດທາ​ນັ້ນ, ຊຶ່ງ​ຂ້າ​ພະ​ເຈົ້າ​ເວົ້າ​ວ່າ ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ເຖິງ ແລະ ຂ້າ​ພະ​ເຈົ້າ​ຈະ​ບອກ​ທ່ານ​ເຖິງ​ວິ​ທີ​ທີ່​ທ່ານ​ຈະ​ສາ​ມາດ​ຍຶດ​ຖື​ທຸກ​ສິ່ງ​ທີ່​ດີ​ໄວ້​ໄດ້.

22 ເພາະ​ຈົ່ງ​ເບິ່ງ, ພຣະ​ເຈົ້າ ຮູ້​ທຸກ​ສິ່ງ​ໂດຍ​ທີ່​ເປັນ​ຢູ່​ຈາກ​ເປັນ​ນິດ​ເຖິງ​ເປັນ​ນິດ, ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ສົ່ງ ເຫລົ່າ​ທູດ​ມາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ລູກ​ຫລານ​ມະນຸດ, ເພື່ອ​ສະແດງ​ໃຫ້​ປະຈັກ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ; ແລະ ໂດຍ​ພຣະ​ຄຣິດ​ທຸກ​ສິ່ງ​ທີ່​ດີ​ຈຶ່ງ​ຈະ​ມີ​ມາ.

23 ແລະ ພຣະ​ເຈົ້າ​ໄດ້​ປະ​ກາດ​ກັບ​ສາດ​ສະ​ດາ​ດ້ວຍ​ພຣະ​ໂອດ​ຂອງ​ພຣະ​ອົງ​ເອງ, ວ່າ​ພຣະ​ຄຣິດ​ຈະ​ສະ​ເດັດ​ມາ.

24 ແລະ ຈົ່ງ​ເບິ່ງ, ມີ​ຫລາຍ​ວິ​ທີ​ທີ່​ພຣະ​ອົງ​ໄດ້​ສະແດງ​ສິ່ງ​ທີ່​ດີ​ໃຫ້​ປະຈັກ​ແກ່​ລູກ​ຫລານ​ມະນຸດ; ແລະ ທຸກ​ສິ່ງ​ທີ່​ດີ​ມາ​ຈາກ​ພຣະ​ຄຣິດ; ຖ້າ​ບໍ່​ດັ່ງ​ນັ້ນ ມະນຸດ​ກໍ​ຈະ ຕົກ​ໄປ, ແລະ ບໍ່​ມີ​ສິ່ງ​ທີ່​ດີ​ມາ​ຫາ​ເຂົາ​ໄດ້.

25 ດັ່ງນັ້ນ, ໂດຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ ເຫລົ່າ​ທູດ, ແລະ ໂດຍ​ທຸກ​ຄຳ​ຊຶ່ງ​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ, ມະນຸດ​ຈຶ່ງ​ເລີ່ມ​ໃຊ້​ສັດທາ​ໃນ​ພຣະ​ຄຣິດ; ແລະ ໂດຍ​ສັດທາ​ເຊັ່ນ​ນັ້ນ, ເຂົາ​ຈຶ່ງ​ໄດ້​ຍຶດ​ຖື​ທຸກ​ສິ່ງ​ທີ່​ດີ​ໄວ້; ແລະ ເປັນ​ດັ່ງ​ນັ້ນ​ຈົນ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ.

26 ແລະ ຫລັງ​ຈາກ​ພຣະ​ອົງ​ໄດ້​ສະ​ເດັດ​ມາ​ແລ້ວ ມະນຸດ​ກໍ​ໄດ້​ຮັບ​ຄວາມ​ລອດ​ໂດຍ​ການ​ມີ​ສັດທາ​ໃນ​ພຣະ​ນາມ ຂອງ​ພຣະ​ອົງ; ແລະ ໂດຍ​ສັດທາ ເຂົາ​ຈຶ່ງ​ກາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ. ແລະ ພຣະ​ຄຣິດ​ຊົງ​ພຣະ​ຊົນ​ຢູ່​ຢ່າງ​ແນ່​ນອນ​ສັນ​ໃດ, ພຣະ​ອົງ​ໄດ້​ຮັບ​ສັ່ງ​ຂໍ້​ຄວາມ​ນີ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ສັນ​ນັ້ນ, ມີ​ຄວາມ​ວ່າ: ສິ່ງ​ໃດ​ກໍ​ຕາມ​ທີ່​ດີ​ທີ່​ເຈົ້າ​ທູນ​ຂໍ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ, ດ້ວຍ​ສັດທາ​ໂດຍ​ເຊື່ອ​ວ່າ​ເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ເບິ່ງ, ມັນ​ກໍ​ຈະ​ເປັນ​ໄປ​ກັບ​ເຈົ້າ​ເຊັ່ນ​ນັ້ນ.

27 ດັ່ງ​ນັ້ນ, ພີ່ນ້ອງ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ສິ່ງ​ມະຫັດ​ສະຈັນ​ໝົດ​ໄປ​ແລ້ວ​ບໍ ເພາະ​ພຣະ​ຄຣິດ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ສະຫວັນ, ແລະ ປະ​ທັບ​ຢູ່​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ, ເພື່ອ ຮຽກ​ຮ້ອງ​ສິດ​ແຫ່ງ​ຄວາມ​ເມດ​ຕາ​ຈາກ​ພຣະ​ບິດາ ຊຶ່ງ​ພຣະ​ອົງ​ມີ​ຕໍ່​ລູກ​ຫລານ​ມະນຸດ?

28 ເພາະ​ວ່າ​ພຣະ​ອົງ​ໄດ້​ຕອບ​ທີ່​ສຸດ​ຂອງ​ກົດ​ແລ້ວ, ແລະ ພຣະ​ອົງ​ຂໍ​ຮັບ​ເອົາ​ຄົນ​ທັງ​ປວງ​ທີ່​ມີ​ສັດທາ​ໃນ​ພຣະ​ອົງ; ແລະ ຄົນ​ທີ່​ມີ​ສັດທາ​ໃນ​ພຣະ​ອົງ​ຈະ ແນບ​ສະ​ໜິດ​ໃນ​ທຸກ​ສິ່ງ​ທີ່​ດີ; ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງ ວິງ​ວອນ​ແທນ​ລູກ​ຫລານ​ມະນຸດ; ແລະ ພຣະ​ອົງ​ປະ​ທັບ​ຢູ່​ເປັນ​ນິ​ລັນ​ດອນ​ໃນ​ຟ້າ​ສະຫວັນ.

29 ແລະ ເພາະ​ພຣະ​ອົງ​ໄດ້​ກະ​ທຳ​ການ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ ສິ່ງ​ມະຫັດ​ສະຈັນ​ໝົດ​ໄປ​ແລ້ວ​ບໍ? ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ, ບໍ່​ເລີຍ; ແລະ ທັງ​ເຫລົ່າ​ທູດ​ກໍ​ບໍ່​ໄດ້​ເລີກ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ລູກ​ຫລານ​ມະນຸດ​ເລີຍ.

30 ເພາະ​ຈົ່ງ​ເບິ່ງ, ພວກ​ເພິ່ນ​ຂຶ້ນ​ຢູ່​ກັບ​ພຣະ​ອົງ, ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕາມ​ຄຳ​ບັນ​ຊາ​ຂອງ​ພຣະ​ອົງ, ໂດຍ​ສະແດງ​ຕົວ​ແກ່​ຜູ້​ມີ​ສັດທາ​ຢ່າງ​ເຂັ້ມ​ແຂງ ແລະ ມີ​ຈິດ​ໃຈ​ໝັ້ນ​ຄົງ​ໃນ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ​ທຸກ​ແບບ.

31 ແລະ ໜ້າ​ທີ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພວກ​ເພິ່ນ​ຄື ຮຽກ​ຮ້ອງ​ມະນຸດ​ມາ​ສູ່​ການ​ກັບ​ໃຈ, ແລະ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພຣະ​ບິດາ​ສຳ​ເລັດ, ຊຶ່ງ​ພຣະ​ອົງ​ກະ​ທຳ​ໄວ້​ກັບ​ລູກ​ຫລານ​ມະນຸດ, ເພື່ອ​ຕຽມ​ທາງ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ, ໂດຍ​ການ​ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ແກ່​ພາ​ຊະນະ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເລືອກ​ໄວ້, ເພື່ອ​ເຂົາ​ຈະ​ສະແດງ​ປະຈັກ​ພະຍານ​ເຖິງ​ພຣະ​ອົງ.

32 ແລະ ໂດຍ​ການ​ກະ​ທຳ​ເຊັ່ນ​ນັ້ນ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ຕຽມ​ທາງ​ເພື່ອ​ມະນຸດ​ທີ່​ເຫລືອ​ຢູ່​ຈະ​ມີ ສັດທາ​ໃນ​ພຣະ​ຄຣິດ, ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ມີ​ບ່ອນ​ຢູ່​ໃນ​ໃຈ​ຂອງ​ເຂົາ​ຕາມ​ອຳນາດ​ຂອງ​ພຣະ​ອົງ; ແລະ ຕາມ​ວິ​ທີ​ນີ້ ພຣະ​ບິດາ​ຈະ​ນຳ​ພັນທະ​ສັນ​ຍາ​ມາ ຊຶ່ງ​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ລູກ​ຫລານ​ມະນຸດ.

33 ແລະ ພຣະ​ຄຣິດ​ໄດ້​ກ່າວ​ວ່າ: ຖ້າ​ຫາກ​ເຈົ້າ​ມີ​ສັດທາ​ໃນ​ເຮົາ, ເຈົ້າ​ຈະ​ມີ​ອຳນາດ​ເຮັດ​ສິ່ງ​ໃດ​ກໍ​ໄດ້​ຕາມ​ທີ່​ເຮົາ​ເຫັນ​ວ່າ ສົມ​ຄວນ.

34 ແລະ ພຣະ​ອົງ​ໄດ້​ກ່າວ​ວ່າ: ຈົ່ງ ກັບ​ໃຈ​ເຖີດ ເຈົ້າ​ທັງ​ຫລາຍ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຈົ່ງ​ມາ​ຫາ​ເຮົາ, ແລະ ຮັບ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ເຮົາ, ແລະ ມີ​ສັດທາ​ໃນ​ເຮົາ, ເພື່ອ​ເຈົ້າ​ຈະ​ລອດ.

35 ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຖ້າ​ຫາກ​ເປັນ​ໄປ​ວ່າ​ເລື່ອງ​ເຫລົ່າ​ນີ້​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ທ່ານ​ເປັນ​ຄວາມ​ຈິງ​ແລ້ວ ພຣະ​ເຈົ້າ​ຈະ​ສະແດງ​ແກ່​ທ່ານ​ດ້ວຍ ອຳນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່​ໃນ ວັນ​ສຸດ​ທ້າຍ, ວ່າ​ເລື່ອງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ, ແລະ ຖ້າ​ຫາກ​ມັນ​ເປັນ​ຄວາມ​ຈິງ ວັນ​ແຫ່ງ​ສິ່ງ​ມະຫັດ​ສະຈັນ​ໝົດ​ໄປ​ແລ້ວ​ບໍ?

36 ຫລື ເຫລົ່າ​ທູດ​ເລີກ​ມາ​ປະກົດ​ຕົວ​ແກ່​ລູກ​ຫລານ​ມະນຸດ​ແລ້ວ​ບໍ? ຫລື ພຣະ​ອົງ​ໄດ້ ເກັບ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄປ​ຈາກ​ເຂົາ​ແລ້ວ​ບໍ? ຫລື ພຣະ​ອົງ​ຈະ​ກະ​ທຳ ຕາບ​ໃດ​ທີ່​ເວລາ​ຍັງ​ເຫລືອ​ຢູ່, ຫລື ໂລກ​ຍັງ​ຕັ້ງ​ຢູ່, ຫລື ຍັງ​ມີ​ຄົນ​ຜູ້​ດຽວ​ເຫລືອ​ຢູ່​ໃນ​ຜືນ​ແຜ່ນ​ດິນ​ໂລກ​ທີ່​ຈະ​ຊ່ວຍ​ໃຫ້​ລອດ?

37 ຈົ່ງ​ເບິ່ງ​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ, ບໍ່​ເລີຍ; ເພາະ​ເປັນ​ຍ້ອນ​ສັດທາ ສິ່ງ​ມະຫັດ​ສະຈັນ​ຈຶ່ງ​ເກີດ​ຂຶ້ນ; ແລະ ເປັນ​ຍ້ອນ​ສັດທາ ເຫລົ່າ​ທູດ​ຈຶ່ງ​ໄດ້​ມາ​ປະກົດ​ຕົວ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ມະນຸດ; ດັ່ງ​ນັ້ນ, ຖ້າ​ຫາກ​ສິ່ງ​ເຫລົ່າ​ນີ້​ໝົດ​ໄປ ວິບັດ​ຍ່ອມ​ມີ​ແກ່​ລູກ​ຫລານ​ມະນຸດ, ເພາະ​ມັນ​ເປັນ​ຍ້ອນ ຄວາມ​ບໍ່​ເຊື່ອ​ຖື, ແລະ ທຸກ​ສິ່ງ​ກໍ​ບໍ່​ມີ​ປະ​ໂຫຍດ.

38 ເພາະ​ຕາມ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ແລ້ວ, ບໍ່​ມີ​ຜູ້​ໃດ​ຈະ​ລອດ​ໄດ້​ນອກ​ຈາກ​ເຂົາ​ຈະ​ມີ​ສັດທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ; ດັ່ງ​ນັ້ນ, ຖ້າ​ຫາກ​ສິ່ງ​ເຫລົ່າ​ນີ້​ໝົດ​ໄປ, ແລ້ວ​ສັດທາ​ກໍ​ໝົດ​ໄປ​ຄື​ກັນ; ແລະ ສະພາບ​ຂອງ​ມະນຸດ​ຈະ​ເປັນ​ຕາ​ຢ້ານ​ຫລາຍ​ຂະ​ໜາດ​ໃດ, ເພາະ​ເຂົາ​ຈະ​ເປັນ​ຄື​ກັນ​ກັບ​ວ່າ​ບໍ່​ມີ​ການ​ໄຖ່​ກະ​ທຳ​ຂຶ້ນ​ເລີຍ.

39 ແຕ່​ຈົ່ງ​ເບິ່ງ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຕັດ​ສິນ​ສິ່ງ​ທີ່​ດີ​ກວ່າ​ນີ້​ຈາກ​ທ່ານ, ເພາະ​ຂ້າ​ພະ​ເຈົ້າ​ຕັດ​ສິນ​ວ່າ ທ່ານ​ມີ​ສັດທາ​ໃນ​ພຣະ​ຄຣິດ​ເພາະ​ຄວາມ​ອ່ອນ​ໂຍນ​ຂອງ​ທ່ານ ເພາະ​ຖ້າ​ຫາກ​ທ່ານ​ບໍ່​ມີ​ສັດທາ​ໃນ​ພຣະ​ອົງ​ແລ້ວ, ທ່ານ​ກໍ​ບໍ່ ເໝາະ​ສົມ​ທີ່​ຈະ​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

40 ແລະ ອີກ​ຢ່າງ​ໜຶ່ງ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ທ່ານ​ກ່ຽວ​ກັບ ຄວາມ​ຫວັງ. ທ່ານ​ຈະ​ບັນ​ລຸ​ເຖິງ​ສັດທາ​ໄດ້​ແນວ​ໃດ​ຖ້າ​ຫາກ​ທ່ານ​ບໍ່​ມີ​ຄວາມ​ຫວັງ?

41 ແລະ ແມ່ນ​ອັນ​ໃດ​ທີ່​ທ່ານ​ຈະ​ມີ ຄວາມ​ຫວັງ​ຕໍ່? ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ ທ່ານ​ຈະ​ມີ ຄວາມ​ຫວັງ​ໂດຍ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ແລະ ໂດຍ​ອຳນາດ​ຂອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ເພື່ອ​ຖືກ​ຍົກ​ຂຶ້ນ​ສູ່ ຊີ​ວິດ​ນິ​ລັນ​ດອນ, ແລະ ນີ້​ເພາະ​ສັດທາ​ຂອງ​ທ່ານ​ທີ່​ມີ​ໃນ​ພຣະ​ອົງ​ຕາມ​ສັນ​ຍາ.

42 ດັ່ງ​ນັ້ນ, ຖ້າ​ຫາກ​ຜູ້​ໃດ​ມີ ສັດທາ​ກໍ ຈຳ​ຕ້ອງ​ມີ​ຄວາມ​ຫວັງ; ເພາະ​ວ່າ​ປາດ​ສະ​ຈາກ​ສັດທາ​ຈະ​ມີ​ຄວາມ​ຫວັງ​ບໍ່​ໄດ້​ເລີຍ.

43 ແລະ ອີກ​ຢ່າງ​ໜຶ່ງ, ຈົ່ງ​ເບິ່ງ​ຂ້າພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ ມະນຸດ​ຈະ​ມີ​ສັດທາ ແລະ ຄວາມ​ຫວັງ​ບໍ່​ໄດ້, ນອກ​ຈາກ​ວ່າ​ເຂົາ​ຈະ​ມີ ໃຈ​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ.

44 ຖ້າ​ຫາກ​ເປັນ​ເຊັ່ນ​ນັ້ນ, ສັດທາ ແລະ ຄວາມ​ຫວັງ​ຂອງ​ເຂົາ​ກໍ​ບໍ່​ມີ​ປະ​ໂຫຍດ ເພາະວ່າ​ຄົນ​ເຊັ່ນ​ນັ້ນ​ຈະ​ບໍ່​ເປັນ​ທີ່​ຍອມ​ຮັບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ນອກ​ຈາກ​ຜູ້​ທີ່​ມີ​ໃຈອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ, ແລະ ຖ້າ​ຫາກ​ຜູ້​ໃດ​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ​ໃນ​ໃຈ, ແລະ ສາ​ລະ​ພາບ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ວ່າ​ພຣະ​ເຢຊູ​ຄື ພຣະ​ຄຣິດ, ຜູ້​ນັ້ນ​ຕ້ອງ​ມີ​ຄວາມ​ໃຈ​ບຸນ, ເພາະ​ຖ້າ​ຫາກ​ເຂົາ​ບໍ່​ມີ​ຄວາມ​ໃຈ​ບຸນ ເຂົາ​ກໍ​ບໍ່​ເປັນ​ອັນ​ໃດ​ເລີຍ; ດັ່ງ​ນັ້ນ ເຂົາ​ຕ້ອງ​ມີ​ຄວາມ​ໃຈ​ບຸນ.

45 ແລະ ຄວາມ​ໃຈ​ບຸນ​ອົດ​ທົນ​ໄດ້​ດົນ​ນານ, ແລະ ມີ​ຄວາມ​ເມດ​ຕາ, ແລະ ບໍ່ ອິດ​ສາ​ບັງ​ບຽດ, ແລະ ບໍ່​ອວດ​ອົ່ງ, ແລະ ບໍ່​ສະແຫວງ​ຫາ​ເພື່ອ​ຕົນ​ເອງ, ບໍ່​ຄຽດ​ງ່າຍ, ບໍ່​ຄິດ​ຊົ່ວ, ແລະ ບໍ່​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ຊົ່ວ​ຮ້າຍ ແຕ່​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ຈິງ, ທົນ​ແບກ​ຫາບ​ທຸກ​ສິ່ງ, ເຊື່ອ​ທຸກ​ສິ່ງ, ຫວັງ​ທຸກ​ສິ່ງ, ອົດ​ທົນ​ທຸກ​ສິ່ງ.

46 ດັ່ງ​ນັ້ນ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຖ້າ​ຫາກ​ທ່ານ​ບໍ່​ມີ​ຄວາມ​ໃຈ​ບຸນ, ທ່ານ​ກໍ​ບໍ່​ມີ​ຄ່າ​ອັນ​ໃດ​ເລີຍ, ເພາະ​ຄວາມ​ໃຈ​ບຸນ​ດຳ​ລົງ​ຢູ່​ຕະຫລອດ​ໄປ. ດັ່ງ​ນັ້ນ, ຈົ່ງ​ຍຶດ​ໝັ້ນ​ຢູ່​ກັບ​ຄວາມ​ໃຈ​ບຸນ, ຊຶ່ງ​ເປັນ​ສິ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ທຸກ​ສິ່ງ, ເພາະ​ວ່າ​ທຸກ​ສິ່ງ​ຕ້ອງ​ໝົດ​ສິ້ນ​ໄປ—

47 ແຕ່ ຄວາມ​ໃຈ​ບຸນ​ຄື ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ, ແລະ ມັນ​ອົດ​ທົນ​ຕະຫລອດ​ການ; ແລະ ຜູ້​ໃດ​ຖືກ​ພົບ​ວ່າ​ມີ​ມັນ​ໃນ​ວັນ​ສຸດ​ທ້າຍ, ຍ່ອມ​ຈະ​ເປັນ​ການ​ດີ​ກັບ​ຜູ້​ນັ້ນ.

48 ດັ່ງ​ນັ້ນ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ ອະ​ທິ​ຖານ​ຫາ​ພຣະ​ບິດາ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ, ເພື່ອ​ທ່ານ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ນີ້, ຊຶ່ງ​ພຣະ​ອົງ​ປະທານ​ໃຫ້​ທຸກ​ຄົນ​ຊຶ່ງ​ເປັນ ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ; ເພື່ອ​ທ່ານ​ຈະ​ໄດ້​ກາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ; ເພື່ອວ່າ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ ເຮົາ​ຈະ ເປັນ​ເໝືອນ​ດັ່ງ​ພຣະ​ອົງ, ເພາະວ່າ​ເຮົາ​ຈະ​ເຫັນ​ພຣະ​ອົງ​ຢ່າງ​ທີ່​ພຣະ​ອົງ​ເປັນ​ຢູ່​ນັ້ນ, ເພື່ອ​ເຮົາ​ຈະ​ມີ​ຄວາມ​ຫວັງ​ນີ້; ເພື່ອ​ເຮົາ​ຈະ​ຖືກ ເຮັດ​ໃຫ້​ບໍ​ລິ​ສຸດ​ຄື​ກັນ​ກັບ​ພຣະ​ອົງ​ທີ່​ບໍ​ລິ​ສຸດ. ອາແມນ.