ພຣະ​ຄຳ​ພີ
ໂມ​ໂຣ​ໄນ 9


ສານ​ສະບັບ​ທີ​ສອງ​ຂອງ​ມໍມອນ​ຫາ​ໂມ​ໂຣ​ໄນ​ລູກ​ຊາຍ​ຂອງ​ເພິ່ນ.

ມີ​ບັນ​ທຶກ​ໄວ້​ໃນ​ບົດ​ທີ 9.

ບົດ​ທີ 9

ທັງ​ຊາວ​ເລມັນ ແລະ ຊາວ​ນີໄຟ​ໂຫດ​ຮ້າຍ ແລະ ເສື່ອມ​ຊາມ—ພວກ​ເຂົາ​ທໍ​ລະ​ມານ ແລະ ເຂັ່ນ​ຂ້າ​ຊຶ່ງ​ກັນ​ແລະ​ກັນ—ມໍມອນ​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ຄຸນ ແລະ ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ​ຄຸ້ມ​ຄອງ​ໂມ​ໂຣ​ໄນ​ຕະຫລອດ​ການ. ປະ​ມານ ຄ.ສ. 401.

1 ລູກ​ທີ່​ຮັກ​ຂອງ​ພໍ່, ພໍ່​ຂຽນ​ເຖິງ​ລູກ​ອີກ​ເພື່ອ​ລູກ​ຈະ​ໄດ້​ຮູ້​ວ່າ​ພໍ່​ຍັງ​ມີ​ຊີ​ວິດ​ຢູ່; ແຕ່​ພໍ່​ໄດ້​ຂຽນ​ເລື່ອງ​ທີ່​ໜ້າ​ໂສກ​ເສົ້າ​ແດ່​ເລັກ​ໜ້ອຍ.

2 ເພາະ​ຈົ່ງ​ເບິ່ງ, ພໍ່​ໄດ້​ທຳ​ການ​ສູ້​ຮົບ​ຢ່າງ​ໜັກ​ກັບ​ຊາວ​ເລມັນ, ຊຶ່ງ​ໃນ​ການ​ສູ້​ຮົບ​ຄັ້ງ​ນີ້​ພວກ​ເຮົາ​ບໍ່​ຊະນະ​ພວກ​ເຂົາ; ແລະ ອາ​ຄີ​ອານ​ທັດ​ໄດ້​ຖືກ​ຂ້າ​ຕາຍ​ແລ້ວ, ພ້ອມ​ທັງ​ລູ​ຣຳ ແລະ ເອັມ​ຣອນ​ນຳ​ອີກ; ແທ້​ຈິງ​ແລ້ວ, ແລະ ພວກ​ເຮົາ​ໄດ້​ສູນ​ເສຍ​ຄົນ​ທີ່​ດີໆ​ຂອງ​ພວກ​ເຮົາ​ໄປ​ເປັນ​ຈຳນວນ​ຫລວງ​ຫລາຍ.

3 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ລູກ​ຂອງ​ພໍ່, ພໍ່​ຢ້ານ​ວ່າ​ຊາວ​ເລມັນ​ຈະ​ທຳ​ລາຍ​ຜູ້​ຄົນ​ພວກ​ນີ້; ເພາະ​ວ່າ​ພວກ​ເຂົາ​ບໍ່​ກັບ​ໃຈ, ແລະ ຊາຕານ​ໄດ້​ຍຸ​ຍົງ​ພວກ​ເຂົາ​ໃຫ້​ຜິດ​ຖຽງ​ກັນ​ຢູ່​ຕະຫລອດ​ເວລາ.

4 ຈົ່ງ​ເບິ່ງ, ພໍ່​ໄດ້​ທຳ​ງານ​ກັບ​ພວກ​ເຂົາ​ຕະຫລອດ​ໄປ; ແລະ ເມື່ອ​ພໍ່​ເວົ້າ​ກັບ​ພວກ​ເຂົາ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຢ່າງ ຮຸນ​ແຮງ ພວກ​ເຂົາ​ກໍ​ຕົວ​ສັ່ນ ແລະ ຄຽດ​ແຄ້ນ​ໃຫ້​ພໍ່; ແລະ ເມື່ອ​ພໍ່​ເວົ້າ​ກັບ​ພວກ​ເຂົາ​ດ້ວຍ​ຄຳ​ເວົ້າ​ທີ່​ອ່ອນ​ຫວານ ພວກ​ເຂົາ​ກໍ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ມັນ; ດັ່ງ​ນັ້ນ, ພໍ່​ຈຶ່ງ​ຢ້ານ​ວ່າ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເລີກ ພະ​ຍາ​ຍາມ​ກັບ​ພວກ​ເຂົາ​ແລ້ວ.

5 ເພາະ​ພວກ​ເຂົາ​ຄຽດ​ແຄ້ນ​ທີ່​ສຸດ​ຈົນ​ພໍ່​ຮູ້​ສຶກ​ວ່າ​ພວກ​ເຂົາ​ບໍ່​ມີ​ຄວາມ​ຢ້ານ​ກົວ​ຕໍ່​ຄວາມ​ຕາຍ​ເລີຍ; ແລະ ພວກ​ເຂົາ​ສູນ​ເສຍ​ຄວາມ​ຮັກ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ກັນ; ແລະ ພວກ​ເຂົາ ກະ​ຫາຍ​ເລືອດ ແລະ ກໍ່​ການ​ແກ້​ແຄ້ນ​ກັນ​ຢູ່​ຕະຫລອດ​ການ.

6 ແລະ ບັດ​ນີ້, ລູກ​ທີ່​ຮັກ​ຂອງ​ພໍ່, ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ຈະ​ມີ​ໃຈ​ແຂງ​ກະ​ດ້າງ​ຢູ່​ກໍ​ຕາມ, ຂໍ​ໃຫ້​ພວກ​ເຮົາ​ທຳ​ງານ ຢ່າງ​ພາກ​ພຽນ; ເພາະ​ຖ້າ​ຫາກພວກ​ເຮົາ​ຢຸດ ທຳ​ງານ, ພວກ​ເຮົາ​ກໍ​ຈະ​ຖືກ​ນຳ​ໄປ​ຢູ່​ພາຍ​ໃຕ້​ການ​ກ່າວ​ໂທດ; ເພາະ​ພວກ​ເຮົາ​ມີ​ວຽກ​ງານ​ທີ່​ຈະ​ເຮັດ​ເວລາ​ພວກ​ເຮົາ​ຢູ່​ໃນ​ຮ່າງ​ກາຍ​ທີ່​ເຮັດ​ດ້ວຍ​ດິນ​ໜຽວ​ນີ້, ເພື່ອ​ພວກ​ເຮົາ​ຈະ​ເອົາ​ຊະນະ​ສັດ​ຕູ​ຂອງ​ຄວາມ​ຊອບ​ທຳ​ທັງ​ມວນ, ແລະ ພັກ​ຜ່ອນ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

7 ແລະ ບັດ​ນີ້​ພໍ່​ຈະ​ຂຽນ​ບາງ​ຢ່າງ​ກ່ຽວ​ກັບ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ຜູ້​ຄົນ​ພວກ​ນີ້. ເພາະ​ຕາມ​ທີ່​ພໍ່​ໄດ້​ຍິນ​ມາ​ຈາກ​ອາ​ໂມ​ຣອນ, ຈົ່ງ​ເບິ່ງ, ຊາວ​ເລມັນ​ມີ​ຊະ​ເລີຍ​ເສິກ​ຢ່າງ​ຫລວງ​ຫລາຍ​ທີ່​ເປັນ​ຜູ້​ຊາຍ, ຜູ້​ຍິງ, ແລະ ເດັກ​ນ້ອຍ, ຊຶ່ງ​ພວກ​ເຂົາ​ໄດ້​ມາ​ຈາກ​ຫໍ​ສູງ​ເຊີ​ໄຣ​ຊາ.

8 ແລະ ພວກ​ເຂົາ​ໄດ້​ຂ້າ​ຜົວ ແລະ ພໍ່​ຂອງ​ພວກ​ແມ່​ຍິງ ແລະ ເດັກ​ນ້ອຍ​ເຫລົ່າ​ນັ້ນ; ແລະ ພວກ​ເຂົາ​ໃຫ້​ແມ່​ຍິງ​ກິນ​ເນື້ອ​ໜັງ​ຜົວ​ຂອງ​ຕົນ, ແລະ ໃຫ້​ເດັກ​ນ້ອຍ​ກິນ​ເນື້ອ​ໜັງ​ພໍ່​ຂອງ​ຕົນ; ແລະ ບໍ່​ເອົາ​ນ້ຳ​ໃຫ້​ພວກ​ເຂົາ​ດື່ມ, ຖ້າ​ໃຫ້​ດື່ມ ກໍ​ພຽງ​ເລັກ​ໜ້ອຍ​ເທົ່າ​ນັ້ນ.

9 ແລະ ເຖິງ​ແມ່ນ​ວ່າ​ຊາວ​ເລມັນ​ຈະ​ກະ​ທຳ​ສິ່ງ​ທີ່​ເປັນ​ໜ້າ​ກຽດ​ຊັງ​ອັນ​ໃຫຍ່​ຫລວງ​ນີ້, ແຕ່​ມັນ​ກໍ​ຍັງ​ບໍ່​ຮ້າຍ​ແຮງ​ໄປ​ກວ່າ​ຜູ້​ຄົນ​ຂອງ​ພວກ​ເຮົາ​ຜູ້​ຢູ່​ໃນ​ເມືອງ​ໂມ​ຣິ​ອານ​ທຳ​ເລີຍ. ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ເອົາ​ລູກ​ສາວ​ຂອງ​ຊາວ​ເລມັນ​ຫລາຍ​ຄົນ​ມາ​ເປັນ​ຊະ​ເລີຍ; ແລະ ຫລັງ​ຈາກ​ເອົາ​ສິ່ງ​ອັນ​ເປັນ​ທີ່​ຮັກ ແລະ ມີ​ຄ່າ​ທີ່​ສຸດ​ເໜືອ​ກວ່າ​ທຸກ​ສິ່ງ​ໄປ​ຈາກ​ພວກ​ນາງ​ແລ້ວ, ຊຶ່ງຄື ພົມ​ມະ​ຈັນ ແລະ ຄວາມ​ບໍ​ລິ​ສຸດ

10 ແລະ ຫລັງ​ຈາກ​ພວກ​ເຂົາ​ກະ​ທຳ​ສິ່ງ​ນີ້​ແລ້ວ, ພວກ​ເຂົາ​ໄດ້​ຂ້າ​ພວກ​ນາງ​ດ້ວຍ​ວິ​ທີ​ການ​ທີ່​ປ່າ​ເຖື່ອນ​ທີ່​ສຸດ, ໂດຍ​ທໍ​ລະ​ມານ​ຮ່າງ​ກາຍ​ຂອງ​ພວກ​ນາງ​ຈົນ​ເຖິງ​ແກ່​ຄວາມ​ຕາຍ; ແລະ ຫລັງ​ຈາກ​ເຮັດ​ການ​ນີ້​ແລ້ວ, ພວກ​ເຂົາ​ກໍ​ກິນ​ເນື້ອ​ໜັງ​ຂອງ​ພວກ​ນາງ​ເໝືອນ​ກັບ​ສັດ​ປ່າ, ເພາະ​ວ່າ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ເຮັດ​ໄປ​ເພື່ອ​ເປັນ​ເຄື່ອງ​ໝາຍ​ຂອງ​ຄວາມ​ກ້າ​ຫານ.

11 ໂອ້ ລູກ​ທີ່​ຮັກ​ຂອງ​ພໍ່, ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ຜູ້​ຄົນ​ເຫລົ່າ​ນີ້​ປາດ​ສະ​ຈາກ​ຄວາມ​ສີ​ວິ​ໄລ—

12 (ແລະ ພຽງ​ສອງ​ສາມ​ປີ​ຜ່ານ​ມາ​ນີ້ ພວກ​ເຂົາ​ຍັງ​ເປັນ​ຄົນ​ທີ່​ສຸ​ພາບ ແລະ ໜ້າ​ຊົມ​ຢູ່)

13 ແຕ່​ວ່າ ໂອ້ ລູກ​ຂອງ​ພໍ່, ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ຜູ້​ຄົນ​ເຫລົ່າ​ນີ້​ມີ​ຄວາມ​ເບີກ​ບານ​ຢູ່​ກັບ​ຄວາມ​ໜ້າ​ກຽດ​ຊັງ​ເຖິງ​ຂະ​ໜາດ​ນີ້—

14 ພວກ​ເຮົາ​ຈະ​ຫວັງ​ໄດ້​ແນວ​ໃດ​ວ່າ ພຣະ​ເຈົ້າ​ຈະ ຢັບ​ຢັ້ງ​ພຣະ​ຫັດ​ໃນ​ການ​ພິ​ພາກ​ສາ​ລົງ​ໂທດ​ພວກ​ເຮົາ?

15 ຈົ່ງ​ເບິ່ງ, ໃຈ​ຂອງ​ພໍ່​ຮ້ອງ​ຂຶ້ນ​ວ່າ: ວິບັດ​ແກ່​ຜູ້​ຄົນ​ພວກ​ນີ້. ຂໍ​ຈົ່ງ​ໂປດ​ອອກ​ມາ​ໃນ​ການ​ພິ​ພາກ​ສາ​ເຖີດ, ໂອ້ ພຣະ​ອົງ​ເຈົ້າ, ຂໍ​ຈົ່ງ​ເຊື່ອງ​ບາບ, ແລະ ຄວາມ​ຊົ່ວ​ຮ້າຍ, ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ພຣະ​ພັກ​ຂອງ​ພຣະ​ອົງ​ເຖີດ!

16 ແລະ ອີກ​ຢ່າງ​ໜຶ່ງ, ລູກ​ຂອງ​ພໍ່, ມີ ແມ່​ໝ້າຍ​ຫລາຍ​ຄົນ​ກັບ​ລູກ​ສາວ​ຂອງ​ພວກ​ເຂົາ​ທີ່​ຍັງ​ຢູ່​ໃນ​ເມືອງ​ເຊີ​ໄຣ​ຊາ; ແລະ ສະ​ບຽງ​ອາຫານ​ສ່ວນ​ທີ່​ຊາວ​ເລມັນ​ບໍ່​ໄດ້​ເອົາ​ໄປ​ນຳ, ຈົ່ງ​ເບິ່ງ, ກອງ​ທັບ​ຂອງ​ຊີ​ເນ​ໄຟ​ໄດ້​ເກັບ​ເອົາ​ໄປ​ໝົດ, ແລະ ປະ​ຖິ້ມ​ໃຫ້​ພວກ​ເຂົາ​ຊັດ​ເຊ​ພະ​ເນ​ຈອນ​ໄປ​ທຸກ​ແຫ່ງ​ຫົນ​ເພື່ອ​ຊອກ​ຫາ​ອາຫານ; ແລະ ຍິງ​ຊະ​ລາ​ຫລາຍ​ຄົນ​ໄດ້​ເປັນ​ລົມ​ຕາມ​ທາງ ແລະ ຕາຍ​ໄປ.

17 ແລະ ກອງ​ທັບ​ຊຶ່ງ​ຢູ່​ກັບ​ພໍ່​ກໍ​ອ່ອນ​ກຳ​ລັງ; ແລະ ກອງ​ທັບ​ຂອງ​ຊາວ​ເລມັນ​ນັ້ນ​ຢູ່​ລະຫວ່າງ​ເຊີ​ໄຣ​ຊາ​ກັບ​ພໍ່; ແລະ ມີ​ຜູ້​ຍິງ​ຫລາຍ​ຕໍ່​ຫລາຍ​ຄົນ​ໜີ​ໄປ​ຫາ​ກອງ​ທັບ​ຂອງ ອາໂຣນ ແລ້ວ​ກໍ​ຕົກ​ເປັນ​ຜູ້​ຮັບ​ເຄາະ​ຂອງ​ຄວາມ​ປ່າ​ເຖື່ອນ​ອັນ​ເປັນ​ຕາ​ຢ້ານ​ຂອງ​ພວກ​ເຂົາ.

18 ໂອ້ ຜູ້​ຄົນ​ຂອງ​ພໍ່​ຊ່າງ​ມາ​ຊົ່ວ​ຮ້າຍ​ແທ້​ນໍ! ພວກ​ເຂົາ​ບໍ່​ມີ​ລະບຽບ ແລະ ບໍ່​ມີ​ຄວາມ​ເມດ​ຕາ​ເລີຍ. ຈົ່ງ​ເບິ່ງ, ພໍ່​ເປັນ​ພຽງ​ແຕ່​ມະນຸດ​ເທົ່າ​ນັ້ນ, ແລະ ພໍ່​ມີ​ແຕ່​ກຳ​ລັງ​ຂອງ​ມະນຸດ, ແລະ ພໍ່​ບໍ່​ສາ​ມາດ​ບັງ​ຄັບ​ໃຫ້​ພວກ​ເຂົາ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ພໍ່​ໄດ້​ອີກ​ຕໍ່​ໄປ.

19 ແລະ ພວກ​ເຂົາ​ກັບ​ມາ​ເຂັ້ມ​ແຂງ​ໃນ​ຄວາມ​ຊົ່ວ​ຊ້າ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ປ່າ​ເຖື່ອນ​ໂດຍ​ບໍ່​ຍົກ​ເວັ້ນ​ຜູ້​ໃດ; ບໍ່​ວ່າ​ໜຸ່ມ ຫລື ແກ່; ແລະ ພວກ​ເຂົາ​ເບີກ​ບານ​ກັບ​ທຸກ​ສິ່ງ​ທຸກ​ຢ່າງ​ນອກ​ຈາກ​ສິ່ງ​ທີ່​ດີ; ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພວກ​ແມ່​ຍິງ ແລະ ເດັກ​ນ້ອຍ​ຂອງ​ພວກ​ເຂົາ​ທົ່ວ​ຜືນ​ແຜ່ນ​ດິນ​ນີ້​ມີ​ຫລາຍ​ກວ່າ​ທຸກ​ສິ່ງ; ແທ້​ຈິງ​ແລ້ວ, ລີ້ນ​ບອກ​ບໍ່​ໄດ້, ທັງ​ຂຽນ​ໄວ້​ກໍ​ບໍ່​ໄດ້.

20 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ຈະ​ບໍ່​ເວົ້າ​ເຖິງ​ສະພາບ​ທີ່​ໜ້າ​ຢ້ານ​ກົວ​ນີ້​ອີກ​ຕໍ່​ໄປ. ຈົ່ງ​ເບິ່ງ, ລູກ​ຮູ້​ຈັກ​ແລ້ວ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ພວກ​ນີ້; ລູກ​ຮູ້​ວ່າ​ພວກ​ເຂົາ​ຢູ່​ໂດຍ​ປາດ​ສະ​ຈາກ​ຫລັກ​ການ, ແລະ ປາດ​ສະ​ຈາກ​ຄວາມ​ຮູ້​ສຶກ; ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ນັ້ນ ຮ້າຍ​ແຮງ​ກວ່າ​ຊາວ​ເລມັນ.

21 ຈົ່ງ​ເບິ່ງ, ລູກ​ຂອງ​ພໍ່, ພໍ່​ບໍ່​ສາ​ມາດ​ອ້ອນ​ວອນ​ຫາ​ພຣະ​ເຈົ້າ​ເພື່ອ​ພວກ​ເຂົາ ເພາະ​ພໍ່​ຢ້ານ​ວ່າ​ພຣະ​ອົງ​ຈະ​ລົງ​ໂທດ​ພໍ່.

22 ແຕ່​ຈົ່ງ​ເບິ່ງ, ລູກ​ຂອງ​ພໍ່, ພໍ່​ໄດ້​ອ້ອນ​ວອນ​ຫາ​ພຣະ​ເຈົ້າ​ເພື່ອ​ລູກ, ແລະ ພໍ່​ໄວ້​ວາງ​ໃຈ​ໃນ​ພຣະ​ຄຣິດ​ວ່າ ລູກ​ຈະ​ລອດ; ແລະ ພໍ່​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ​ເພື່ອ​ພຣະ​ອົງ​ຈະ ໄວ້​ຊີ​ວິດ​ຂອງ​ລູກ, ເພື່ອ​ເບິ່ງ​ຜູ້​ຄົນ​ຂອງ​ພຣະ​ອົງ​ກັບ​ມາ​ຫາ​ພຣະ​ອົງ, ຫລື ໄປ​ຫາ​ຄວາມ​ພິນາດ​ທັງ​ສິ້ນ​ຂອງ​ພວກ​ເຂົາ; ເພາະ​ພໍ່​ຮູ້​ວ່າ ພວກ​ເຂົາ​ຈະ​ຕ້ອງ​ຕາຍ ຖ້າ​ຫາກ​ພວກ​ເຂົາ​ບໍ່ ກັບ​ໃຈ ແລະ ກັບ​ມາ​ຫາ​ພຣະ​ອົງ.

23 ແລະ ຖ້າ​ຫາກ​ພວກ​ເຂົາ​ຕາຍ​ໄປ ມັນ​ຈະ​ເປັນ​ເໝືອນ​ດັ່ງ​ຊາວ​ຢາເຣັດ, ເພາະ​ຄວາມ​ຈົງ​ໃຈ​ຂອງ​ພວກ​ເຂົາ​ໃນ ການ​ສະແຫວງ​ຫາ​ເລືອດ ແລະ ການ​ແກ້​ແຄ້ນ.

24 ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ​ພວກ​ເຂົາ​ຕາຍ​ໄປ, ພວກ​ເຮົາ​ກໍ​ຮູ້​ວ່າ ພີ່​ນ້ອງ​ຂອງ​ພວກ​ເຮົາ​ເປັນ​ຈຳນວນ​ຫລວງ​ຫລາຍ​ໄດ້ ແຕກ​ໄປ​ຫາ​ຊາວ​ເລມັນ, ແລະ ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ຕື່ມ​ອີກ​ທີ່​ຈະ​ແຕກ​ໄປ​ຫາ​ພວກ​ເຂົາ; ດັ່ງ​ນັ້ນ ຈົ່ງ​ຂຽນ​ໄວ້​ແດ່​ບາງ​ເລື່ອງ​ຖ້າ​ຫາກ​ລູກ​ໄດ້​ຮັບ​ການ​ຍົກ​ເວັ້ນ ແລະ ພໍ່​ຈະ​ຕາຍ​ໄປ ແລະ ບໍ່​ເຫັນ​ລູກ; ແຕ່​ພໍ່​ວາງ​ໃຈ​ວ່າ​ພໍ່​ຈະ​ໄດ້​ເຫັນ​ລູກ​ໃນ​ບໍ່​ຊ້າ​ນີ້; ເພາະ​ພໍ່​ມີ​ບັນ​ທຶກ​ສັກ​ສິດ​ທີ່​ຢາກ ມອບ​ໃຫ້​ລູກ.

25 ລູກ​ຂອງ​ພໍ່, ຈົ່ງ​ຊື່​ສັດ​ໃນ​ພຣະ​ຄຣິດ; ແລະ ຢ່າ​ໃຫ້​ເລື່ອງ​ຊຶ່ງ​ພໍ່​ຂຽນ​ມາ​ນີ້​ເຮັດ​ໃຫ້​ລູກ​ໂສກ​ເສົ້າ, ທີ່​ຈະ​ທ່ວງ​ດຶງ​ລູກ​ລົງ​ໄປ​ຫາ​ຄວາມ​ຕາຍ, ແຕ່​ຂໍ​ໃຫ້​ພຣະ​ຄຣິດ​ຈົ່ງ​ຍົກ​ລູກ​ຂຶ້ນ, ແລະ ຂໍ​ໃຫ້ ຄວາມ​ທຸກ​ທໍ​ລະ​ມານ ແລະ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ, ແລະ ການ​ປະກົດ​ຕົວ​ຕໍ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ, ແລະ ພຣະ​ເມດ​ຕາ ແລະ ຄວາມ​ອົດ​ກັ້ນ​ຂອງ​ພຣະ​ອົງ, ແລະ ຄວາມ​ຫວັງ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ ແລະ ຊີ​ວິດ​ນິ​ລັນ​ດອນ ຈົ່ງ​ມີ​ຢູ່​ໃນ ຈິດ​ໃຈ​ຂອງ​ລູກ​ຕະຫລອດ​ການ​ດ້ວຍ​ເທີ້ນ.

26 ແລະ ຂໍ​ໃຫ້​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ, ຊຶ່ງ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ​ຢູ່​ສູງ​ໃນ​ຟ້າ​ສະຫວັນ, ແລະ ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ, ຜູ້​ປະ​ທັບ​ຢູ່​ທາງ ເບື້ອງ​ຂວາ​ພຣະ​ຫັດ​ແຫ່ງ​ອຳນາດ​ຂອງ​ພຣະ​ອົງ, ຈົນ​ກວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ຂຶ້ນ​ຢູ່​ກັບ​ພຣະ​ອົງ, ຈົ່ງ​ຢູ່ ແລະ ສະ​ຖິດ​ຢູ່​ກັບ​ລູກ​ຕະຫລອດ​ການ​ດ້ວຍ​ເທີ້ນ. ອາແມນ.