ພຣະ​ຄຳ​ພີ
ໂມ​ໄຊ​ຢາ 11


ບົດ​ທີ 11

ກະສັດ​ໂນອາ​ປົກ​ຄອງ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ—ເພິ່ນ​ຫາ​ຄວາມ​ສຳ​ລານ​ໃນ​ການ​ດຳ​ລົງ​ຊີ​ວິດ​ກັບ​ມະ​ເຫ​ສີ ແລະ ນາງ​ສະ​ໜົມ​ທັງ​ຫລາຍ—ອະ​ບີ​ນາ​ໄດ​ທຳ​ນາຍ​ວ່າ​ຜູ້​ຄົນ​ຈະ​ຖືກ​ນຳ​ເອົາ​ໄປ​ເປັນ​ທາດ—ກະສັດ​ໂນອາ​ພະ​ຍາ​ຍາມ​ຈະ​ເອົາ​ຊີ​ວິດ​ຂອງ​ເພິ່ນ. ປະ​ມານ 160–150 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊີ​ນິບ​ໄດ້​ມອບ​ລາ​ຊາ​ອາ​ນາ​ຈັກ​ໃຫ້​ແກ່​ລູກ​ຊາຍ​ຜູ້​ໜຶ່ງ​ຂອງ​ເພິ່ນ​ຊື່ ໂນອາ; ສະນັ້ນ, ໂນອາ​ຈຶ່ງ​ເລີ່ມ​ປົກ​ຄອງ​ແທນ; ແລະ ເພິ່ນ​ບໍ່​ໄດ້​ເດີນ​ໃນ​ເສັ້ນ​ທາງ​ຂອງ​ບິດາ​ຂອງ​ເພິ່ນ.

2 ເພາະ​ຈົ່ງ​ເບິ່ງ, ເພິ່ນ​ບໍ່​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແຕ່​ເພິ່ນ​ໄດ້​ເດີນ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ຕົນ. ແລະ ເພິ່ນ​ມີ​ມະ​ເຫ​ສີ​ກັບ ນາງ​ສະ​ໜົມ​ຫລາຍ​ຄົນ. ແລະ ເພິ່ນ​ໄດ້ ເປັນ​ເຫດ​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ກະ​ທຳ​ບາບ ແລະ ເຮັດ​ສິ່ງ​ທີ່​ໜ້າ​ກຽດ​ຊັງ​ຕໍ່​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແທ້​ຈິງ​ແລ້ວ, ແລະ ພວກ​ເຂົາ​ໄດ້​ທຳ ການ​ໂສ​ເພ​ນີ ແລະ ຄວາມ​ຊົ່ວ​ຮ້າຍ​ທຸກ​ຢ່າງ.

3 ແລະ ເພິ່ນ​ເກັບ​ພາ​ສີ​ໜຶ່ງ​ສ່ວນ​ຫ້າ​ຂອງ​ທຸກ​ຢ່າງ​ທີ່​ຜູ້​ຄົນ​ເປັນ​ເຈົ້າ​ຂອງ, ໜຶ່ງ​ສ່ວນ​ຫ້າ​ຂອງ​ຄຳ​ຂອງ​ພວກ​ເຂົາ ແລະ ເງິນ​ຂອງ​ພວກ​ເຂົາ, ແລະ ໜຶ່ງ​ສ່ວນ​ຫ້າ​ຂອງ ໂລ​ຫະ​ຂອງ​ພວກ​ເຂົາ, ແລະ ທອງ​ແດງ​ຂອງ​ພວກ​ເຂົາ, ແລະ ທອງ​ເຫລືອງ​ຂອງ​ພວກ​ເຂົາ ແລະ ເຫລັກ​ຂອງ​ພວກ​ເຂົາ; ແລະ ໜຶ່ງ​ສ່ວນ​ຫ້າ​ຂອງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ; ແລະ ໜຶ່ງ​ສ່ວນ​ຫ້າ​ຂອງ​ພືດ​ພັນ​ທັນ​ຍາ​ຫານ​ຂອງ​ພວກ​ເຂົາ.

4 ແລະ ທັງ​ໝົດ​ນີ້​ນຳ​ໄປ​ເພື່ອ​ຄ້ຳ​ຊູ​ຕົນ​ເອງ ແລະ ພວກ​ມະ​ເຫ​ສີ​ຂອງ​ເພິ່ນ​ກັບ​ພວກ​ນາງ​ສະ​ໜົມ​ທັງ​ໝົດ​ຂອງ​ເພິ່ນ; ພ້ອມ​ດ້ວຍ​ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ ແລະ ເມຍ​ຂອງ​ພວກ​ເຂົາ​ກັບ​ນາງ​ບຳ​ເລີ​ຂອງ​ພວກ​ເຂົາ; ເພິ່ນ​ໄດ້​ປ່ຽນ​ແຜນ​ຂອງ​ການ​ງານ​ໃນ​ອາ​ນາ​ຈັກ​ຢ່າງ​ນີ້.

5 ເພາະ​ວ່າ​ເພິ່ນ​ໄດ້​ປົດ​ພວກ​ປະ​ໂລ​ຫິດ​ເກົ່າ​ທັງ​ໝົດ​ທີ່​ບິດາ​ຂອງ​ເພິ່ນ​ແຕ່ງ​ຕັ້ງ​ໄວ້, ແລະ ໄດ້​ແຕ່ງ​ຕັ້ງ​ຜູ້​ໃໝ່​ຂຶ້ນ​ແທນ, ຊຶ່ງ​ຄົນ​ເຫລົ່າ​ນັ້ນ​ມີ​ຄວາມ​ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະນົງ​ໃຈ.

6 ແທ້​ຈິງ​ແລ້ວ, ພວກ​ນີ້​ໄດ້​ຮັບ​ການ​ຄ້ຳ​ຈູນ​ຢູ່​ໃນ​ຄວາມ​ກຽດ​ຄ້ານ​ຂອງ​ພວກ​ເຂົາ​ຢູ່​ດັ່ງ​ນັ້ນ, ແລະ ໃນ​ການ​ນັບ​ຖື​ຮູບ​ບູຊາ​ຂອງ​ພວກ​ເຂົາ, ແລະ ໃນ​ການ​ທຳ​ການ​ໂສ​ເພ​ນີ​ຂອງ​ພວກ​ເຂົາ, ໂດຍ​ພາ​ສີ​ຊຶ່ງ​ກະສັດ​ໂນອາ​ເກັບ​ມາ​ຈາກ​ຜູ້​ຄົນ​ຂອງ​ຕົນ; ຜູ້​ຄົນ​ໄດ້​ທຳ​ງານ​ໜັກ​ທີ່​ສຸດ​ດັ່ງ​ນັ້ນ​ເພື່ອ​ຄ້ຳ​ຈູນ​ຄວາມ​ຊົ່ວ​ຮ້າຍ.

7 ແທ້​ຈິງ​ແລ້ວ, ແລະ ພວກ​ເຂົາ​ກໍ​ນັບ​ຖື​ຮູບ​ບູຊາ​ຄື​ກັນ, ເພາະ​ວ່າ​ພວກ​ເຂົາ​ໄດ້​ຖືກ​ຫລອກ​ລວງ​ດ້ວຍ​ຄຳ​ເວົ້າ​ທີ່​ບໍ່​ເປັນ​ປະ​ໂຫຍດ ແລະ ຄຳ​ຍົກ​ຍ້ອງ​ຂອງ​ກະສັດ​ກັບ​ພວກ​ປະ​ໂລ​ຫິດ ເພາະ​ພວກ​ເຂົາ​ໄດ້​ເວົ້າ​ເລື່ອງ​ຍົກ​ຍ້ອງ​ກັບ​ຜູ້​ຄົນ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ໂນອາ​ໄດ້​ສ້າງ​ອາ​ຄານ​ຫລູ​ຫລາ ແລະ ກວ້າງ​ໃຫຍ່​ຫລາຍ​ຫລັງ; ແລະ ປະ​ດັບ​ປະ​ດາ​ດ້ວຍ​ໄມ້​ລວດ​ລາຍ​ທີ່​ງົດ​ງາມ, ແລະ ດ້ວຍ​ສິ່ງ​ທີ່​ມີ​ຄ່າ​ນາງໆ​ຊະ​ນິດ, ດ້ວຍ​ຄຳ, ແລະ ດ້ວຍ​ເງິນ, ແລະ ດ້ວຍ​ເຫລັກ, ແລະ ດ້ວຍ​ທອງ​ເຫລືອງ, ແລະ ດ້ວຍ​ໂລ​ຫະ, ແລະ ດ້ວຍ​ທອງ​ແດງ;

9 ແລະ ເພິ່ນ​ໄດ້​ສ້າງ​ວັງ​ອັນ​ກວ້າງ​ໃຫຍ່ ແລະ ບ່ອນ​ນັ່ງ​ໄວ້​ທາງ​ກາງ, ແລະ ທັງ​ໝົດ​ເຮັດ​ດ້ວຍ​ໄມ້​ແນວ​ດີ ແລະ ປະ​ດັບ​ປະ​ດາ​ດ້ວຍ​ຄຳ ແລະ ເງິນ ແລະ ດ້ວຍ​ສິ່ງ​ຂອງ​ທີ່​ມີ​ຄຸນ​ຄ່າ​ສູງ.

10 ແລະ ເພິ່ນ​ໄດ້​ໃຫ້​ຄົນ​ງານ​ຂອງ​ເພິ່ນ​ທຳ​ງານ​ດ້ວຍ​ຝີ​ມື​ປາ​ນີດ​ນາໆ​ຊະ​ນິດ​ພາຍ​ໃນ​ກຳ​ແພງ​ຂອງ​ພຣະ​ວິຫານ, ແລະ ເຮັດ​ດ້ວຍ​ໄມ້​ແນວ​ດີ ແລະ ດ້ວຍ​ທອງ​ແດງ, ແລະ ດ້ວຍ​ທອງ​ເຫລືອງ.

11 ແລະ ບ່ອນ​ນັ່ງ​ຖືກ​ຈັດ​ໄວ້​ຕ່າງ​ຫາກ​ສຳ​ລັບ​ມະຫາ​ປະ​ໂລ​ຫິດ, ຊຶ່ງ​ຢູ່​ສູງ​ກວ່າ​ບ່ອນ​ນັ່ງ​ບ່ອນ​ອື່ນໆ​ທັງ​ໝົດ​ນັ້ນ, ເພິ່ນ​ໄດ້​ໃຫ້​ເອ້​ດ້ວຍ​ຄຳ​ສົດ; ແລະ ເຮັດ​ຮາວ​ພະ​ນັກ​ໄວ້​ທາງ​ໜ້າ​ບ່ອນ​ນັ່ງ, ເພື່ອ​ພວກ​ປະ​ໂລ​ຫິດ​ຈະ​ໄດ້​ເອື່ອຍ​ຕົວ ແລະ ວາງ​ແຂນ​ໄວ້​ເທິງ​ນັ້ນ​ຂະນະ​ທີ່​ກ່າວ​ຄຳ​ເທັດ ແລະ ບໍ່​ມີ​ປະ​ໂຫຍດ​ກັບ​ຜູ້​ຄົນ​ຂອງ​ເພິ່ນ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ສ້າງ ຫໍ​ສູງ​ຫລັງ​ໜຶ່ງ​ຂຶ້ນ​ໃກ້​ກັບ​ພຣະ​ວິຫານ; ແທ້​ຈິງ​ແລ້ວ, ເປັນ​ຫໍ​ສູງ​ທີ່​ສຸດ, ຖ້າ​ຢືນ​ຢູ່​ເທິງ​ຍອດ​ຫໍ​ນັ້ນ​ຈະ​ຫລຽວ​ເຫັນ​ແຜ່ນ​ດິນ​ໄຊ​ລຳ​ກັບ​ແຜ່ນ​ດິນ​ເຊັມ​ລອນ​ນຳ​ອີກ, ຊຶ່ງ​ເປັນ​ແຜ່ນ​ດິນ​ຂອງ​ຊາວ​ເລມັນ; ແລະ ເພິ່ນ​ສາ​ມາດ​ຫລຽວ​ເຫັນ​ໄດ້​ຈົນ​ກະ​ທັ້ງ​ທົ່ວ​ແຜ່ນ​ດິນ​ອ້ອມ​ແອ້ມ​ນັ້ນ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໃຫ້​ສ້າງ​ຕຶກ​ອາ​ຄານ​ຫລາຍ​ຫລັງ​ໃນ​ແຜ່ນ​ດິນ​ໄຊ​ລຳ; ແລະ ໃຫ້​ສ້າງ​ຫໍ​ສູງ​ໃຫຍ່​ບ່ອນ​ໜຶ່ງ​ໄວ້​ໃນ​ເນີນ​ພູ​ທາງ​ເໜືອ​ຂອງ​ແຜ່ນ​ດິນ​ໄຊ​ລຳ, ຊຶ່ງ​ເຄີຍ​ເປັນ​ບ່ອນ​ລີ້​ໄພ​ສຳ​ລັບ​ລູກ​ຫລານ​ຂອງ​ນີໄຟ​ໃນ​ເວລາ​ທີ່​ພວກ​ເຂົາ​ໜີ​ອອກ​ຈາກ​ແຜ່ນ​ດິນ; ແລະ ເພິ່ນ​ເຮັດ​ແນວ​ນັ້ນ​ຕາມ​ຄວາມ​ຮັ່ງ​ມີ ຊຶ່ງ​ເພິ່ນ​ໄດ້​ມາ​ຈາກ​ການ​ເກັບ​ພາ​ສີ​ຈາກ​ຜູ້​ຄົນ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ວາງ​ໃຈ​ຢູ່​ກັບ​ຂອງ​ມີ​ຄ່າ​ຂອງ​ເພິ່ນ, ແລະ ເພິ່ນ​ໃຊ້​ເວລາ​ດຳ​ລົງ​ຊີ​ວິດ​ຢ່າງ​ສະ​ໜຸກ​ສະ​ບາຍ​ຢູ່​ກັບ​ພວກ​ມະ​ເຫ​ສີ​ຂອງ​ເພິ່ນ ແລະ ພວກ​ນາງ​ສະ​ໜົມ​ທັງ​ຫລາຍ​ຂອງ​ເພິ່ນ; ແລະ ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ​ກໍ​ໄດ້​ໃຊ້​ເວລາ​ແບບ​ນີ້​ຢູ່​ກັບ​ພວກ​ຜູ້​ຍິງ​ໂສ​ເພ​ນີ​ຂອງ​ພວກ​ເຂົາ​ຄື​ກັນ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ໃຫ້​ປູກ​ສວນ​ອະງຸ່ນ​ໄວ້​ໂດຍ​ຮອບ​ແຜ່ນ​ດິນ ແລະ ເພິ່ນ​ໄດ້​ໃຫ້​ສ້າງ​ເຄື່ອງ​ປັ່ນ​ໝາກ​ອະງຸ່ນ, ແລະ ເຮັດ​ເຫລົ້າ​ອະງຸ່ນ​ໄວ້​ຢ່າງ​ຫລວງ​ຫລາຍ; ສະນັ້ນ ເພິ່ນ​ຈຶ່ງ​ກັບ​ກາຍ​ເປັນ ຄົນ​ຕິດ​ເຫລົ້າ​ອະງຸ່ນ, ແລະ ຜູ້​ຄົນ​ຂອງ​ເພິ່ນ​ກໍ​ເໝືອນ​ກັນ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ເລີ່ມ​ສົ່ງ​ຄົນ​ມາ​ໂຈມ​ຕີ​ຜູ້​ຄົນ​ຂອງ​ເພິ່ນ, ໂຈມ​ຕີ​ຄົນ​ກຸ່ມ​ນ້ອຍ, ແລະ ຂ້າ​ຜູ້​ຄົນ​ໃນ​ທົ່ງ​ຂະນະ​ທີ່​ພວກ​ເຂົາ​ກຳ​ລັງ​ລ້ຽງ​ຝູງ​ສັດ​ຂອງ​ພວກ​ເຂົາ​ຢູ່.

17 ແລະ ກະສັດ​ໂນອາ​ໄດ້​ສົ່ງ​ທະ​ຫານ​ອອກ​ໄປ​ເວນ​ຍາມ​ອ້ອມ​ຮອບ​ແຜ່ນ​ດິນ​ເພື່ອ​ຂັບ​ໄລ່​ພວກ​ນັ້ນ​ອອກ​ໄປ; ແຕ່​ວ່າ​ເພິ່ນ​ບໍ່​ໄດ້​ສົ່ງ​ໄປ​ພຽງ​ພໍ, ແລະ ຊາວ​ເລມັນ​ກໍ​ຍົກ​ມາ​ໂຈມ​ຕີ​ພວກ​ເຂົາ​ອີກ, ແລະ ກວາດ​ເອົາ​ຝູງ​ສັດ​ຂອງ​ພວກ​ເຂົາ​ເປັນ​ຈຳນວນ​ຫລວງ​ຫລາຍ​ອອກ​ໄປ​ຈາກ​ແຜ່ນ​ດິນ; ຊາວ​ເລມັນ​ເລີ່ມ​ຕົ້ນ​ທຳ​ລາຍ​ພວກ​ເຂົາ, ແລະ ໄດ້​ສະແດງ​ຄວາມ​ກຽດ​ຊັງ​ຂອງ​ຕົນ​ຕໍ່​ພວກ​ເຂົາ​ເຊັ່ນ​ນັ້ນ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ໂນອາ​ໄດ້​ສົ່ງ​ກອງ​ທະ​ຫານ​ໄປ​ຕໍ່​ສູ້​ກັບ​ຊາວ​ເລມັນ, ແລະ ຊາວ​ເລມັນ​ຖືກ​ຂັບ​ໄລ່​ກັບ​ຄືນ​ໄປ​ຊົ່ວ​ໄລ​ຍະ​ໜຶ່ງ; ສະນັ້ນ, ພວກ​ເຂົາ​ຈຶ່ງ​ກັບ​ຄືນ​ມາ​ດ້ວຍ​ຄວາມ​ຍິນ​ດີ​ກັບ​ເຄື່ອງ​ຂອງ​ທີ່​ພວກ​ເຂົາ​ຍຶດ​ມາ​ໄດ້​ຈາກ​ຊາວ​ເລມັນ.

19 ແລະ ບັດ​ນີ້, ຍ້ອນ​ໄຊ​ຊະນະ​ອັນ​ໃຫຍ່​ຫລວງ​ນີ້ ພວກ​ເຂົາ​ຈຶ່ງ​ມີ​ຄວາມ​ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະນົງ​ໃຈ; ພວກ​ເຂົາ​ໄດ້ ອວດ​ອ້າງ​ເຖິງ​ກຳ​ລັງ​ຂອງ​ຕົນ​ເອງ, ໂດຍ​ກ່າວ​ວ່າ​ພວກ​ເຂົາ​ຫ້າ​ສິບ​ຄົນ​ຈະ​ສາ​ມາດ​ຢືນ​ຕໍ່​ສູ້​ກັບ​ຊາວ​ເລມັນ​ໄດ້​ເຖິງ​ພັນ​ຄົນ; ແລະ ພວກ​ເຂົາ​ໄດ້​ອວດ​ອ້າງ​ແບບ​ນີ້, ແລະ ໄດ້​ຊື່ນ​ຊົມ​ໃນ​ກອງ​ເລືອດ, ແລະ ການ​ນອງ​ເລືອດ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ແລະ ນີ້​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ກະສັດ ແລະ ພວກ​ປະ​ໂລ​ຫິດ​ຂອງ​ພວກ​ເຂົາ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ​ຊາຍ​ຄົນ​ໜຶ່ງ​ໃນ​ບັນ​ດາ​ພວກ​ເຂົາ​ຊື່​ວ່າ ອະ​ບີ​ນາ​ໄດ; ແລະ ເພິ່ນ​ໄດ້​ອອກ​ໄປ​ໃນ​ບັນ​ດາ​ພວກ​ນີ້ ແລະ ເລີ່ມ​ທຳ​ນາຍ​ວ່າ: ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ແລະ ພຣະ​ອົງ​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້, ມີ​ຄວາມ​ວ່າ, ຈົ່ງ​ອອກ​ໄປ, ແລະ ກ່າວ​ກັບ​ຜູ້​ຄົນ​ພວກ​ນີ້​ວ່າ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້—ວິບັດ​ແກ່​ຜູ້​ຄົນ​ພວກ​ນີ້, ເພາະ​ເຮົາ​ເຫັນ​ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ, ແລະ ຄວາມ​ຊົ່ວ​ຮ້າຍ, ແລະ ການ​ໂສ​ເພ​ນີ​ຂອງ​ພວກ​ເຂົາ; ແລະ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ ເຮົາ​ຈະ​ມາ​ຢ້ຽມ​ຢາມ​ພວກ​ເຂົາ​ໃນ​ຄວາມ​ຄຽດ​ແຄ້ນ​ຂອງ​ເຮົາ.

21 ແລະ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ​ຫັນ​ໜ້າ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ຈົ່ງ​ເບິ່ງ, ເຮົາ​ຈະ​ປ່ອຍ​ໃຫ້​ພວກ​ເຂົາ​ຢູ່​ໃນ​ກຳ​ມື​ຂອງ​ສັດ​ຕູ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຈະ​ຖືກ​ນຳ​ໄປ ເປັນ​ທາດ; ແລະ ພວກ​ເຂົາ​ຈະ​ເປັນ​ທຸກ​ໂດຍ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ.

22 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ຄື​ພຣະ​ເຈົ້າ​ທີ່ ອິດ​ສາ​ມາ​ຢ້ຽມ​ຢາມ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ຂອງ​ເຮົາ.

23 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຖ້າ​ຫາກ​ຜູ້​ຄົນ​ພວກ​ນີ້​ບໍ່​ກັບ​ໃຈ ແລະ ຫັນ​ໜ້າ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ແລ້ວ, ພວກ​ເຂົາ​ຈະ​ຖືກ​ນຳ​ໄປ​ເປັນ​ທາດ ແລະ ຈະ​ບໍ່​ມີ​ຜູ້​ໃດ​ສາ​ມາດ​ປົດ​ປ່ອຍ​ພວກ​ເຂົາ​ໄດ້, ນອກ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່​ເທົ່າ​ນັ້ນ.

24 ແທ້​ຈິງ​ແລ້ວ, ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເຂົາ​ຮ້ອງ​ທູນ​ຕໍ່​ເຮົາ, ເຮົາ​ຈະ ລ້າ​ຊ້າ​ທີ່​ຈະ​ຍິນ​ສຽງ​ຮ້ອງ​ຂໍ​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ເຮົາ​ຈະ​ປ່ອຍ​ໃຫ້​ສັດ​ຕູ​ລົງ​ໂທດ​ພວກ​ເຂົາ.

25 ແລະ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ​ມາ​ນຸ່ງ​ຜ້າ​ກະ​ສອບ ແລະ ເທົ່າ​ຖ່ານ, ແລະ ຮ້ອງ​ຂໍ​ຢ່າງ​ສຸດ​ກຳ​ລັງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ແລ້ວ, ເຮົາ​ຈະ​ບໍ່ ຟັງ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ​ເລີຍ; ທັງ​ຈະ​ບໍ່​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ຄວາມ​ທຸກ​ຂອງ​ພວກ​ເຂົາ; ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ແລະ ພຣະ​ອົງ​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ​ແບບ​ນີ້.

26 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ອະ​ບີ​ນາ​ໄດ​ເວົ້າ​ຂໍ້​ຄວາມ​ນີ້​ກັບ​ພວກ​ເຂົາ, ພວກ​ເຂົາ​ກໍ​ຄຽດ​ແຄ້ນ​ໃຫ້​ເພິ່ນ, ແລະ ພະ​ຍາ​ຍາມ​ຈະ​ເອົາ​ຊີ​ວິດ​ຂອງ​ເພິ່ນ; ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ເພິ່ນ​ໃຫ້​ຫລຸດ​ຈາກ​ກຳ​ມື​ຂອງ​ພວກ​ເຂົາ.

27 ບັດ​ນີ້​ເມື່ອ​ກະສັດ​ໂນອາ​ໄດ້​ຍິນ​ຂໍ້​ຄວາມ​ຂອງ​ອະ​ບີ​ນາ​ໄດ​ຈາກ​ຜູ້​ຄົນ​ແລ້ວ, ເພິ່ນ​ກໍ​ຄຽດ​ແຄ້ນ​ຄື​ກັນ; ແລະ ກ່າວ​ວ່າ: ອະ​ບີ​ນາ​ໄດ​ເປັນ​ໃຜ​ທີ່​ຈະ​ມາ​ຕິ​ຕຽນ​ເຮົາ ແລະ ຜູ້​ຄົນ​ຂອງ​ເຮົາ, ຫລື ວ່າ​ພຣະ​ຜູ້​ເປັນ​ເຈົ້າ ອົງ​ໃດ​ທີ່​ຈະ​ເອົາ​ຄວາມ​ທຸກ​ຢ່າງ​ແສນ​ສາ​ຫັດ​ມາ​ໃຫ້​ຜູ້​ຄົນ​ຂອງ​ເຮົາ?

28 ເຮົາ​ສັ່ງ​ໃຫ້​ພວກ​ເຈົ້າ​ຈັບ​ເອົາ​ອະ​ບີ​ນາ​ໄດ​ມາ​ບ່ອນ​ນີ້ ເພື່ອ​ເຮົາ​ຈະ​ໄດ້​ຂ້າ​ມັນ​ເສຍ ເພາະ​ວ່າ​ມັນ​ໄດ້​ກ່າວ​ເລື່ອງ​ເຫລົ່າ​ນີ້​ເພື່ອ​ຍຸ​ຍົງ​ຜູ້​ຄົນ​ຂອງ​ເຮົາ​ໃຫ້​ຄຽດ​ແຄ້ນ​ໃຫ້​ກັນ, ແລະ ໃຫ້​ເກີດ​ມີ​ຄວາມ​ຜິດ​ຖຽງ​ກັນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເຮົາ; ສະນັ້ນ ເຮົາ​ຈະ​ຂ້າ​ມັນ​ຖິ້ມ​ເສຍ.

29 ບັດ​ນີ້​ຕາ​ຂອງ​ຜູ້​ຄົນ ບອດ; ສະນັ້ນ ພວກ​ເຂົາ​ຈຶ່ງ​ເຮັດ​ໃຈ ແຂງ​ກະ​ດ້າງ​ຕໍ່​ຄຳ​ຂອງ​ອະ​ບີ​ນາ​ໄດ, ແລະ ນັບ​ຈາກ​ນັ້ນ​ມາ ພວກ​ເຂົາ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຈັບ​ເພິ່ນ. ແລະ ກະສັດ​ໂນອາ​ໄດ້​ເຮັດ​ໃຈ​ຂອງ​ພວກ​ເຂົາ​ແຂງ​ກະ​ດ້າງ​ຕໍ່​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເພິ່ນ​ບໍ່​ໄດ້​ກັບ​ໃຈ​ຈາກ​ການ​ເຮັດ​ຄວາມ​ຊົ່ວ​ຂອງ​ເພິ່ນ​ເລີຍ.