ພຣະ​ຄຳ​ພີ
ໂມ​ໄຊ​ຢາ 12


ບົດ​ທີ 12

ອະ​ບີ​ນາ​ໄດ​ຖືກ​ເອົາ​ເຂົ້າ​ຄຸກ​ເພາະ​ການ​ທຳ​ນາຍ​ຂອງ​ເພິ່ນ​ເຖິງ​ການ​ທຳ​ລາຍ​ຂອງ​ຜູ້​ຄົນ ແລະ ເຖິງ​ການ​ແກ່​ກຳ​ຂອງ​ກະສັດ​ໂນອາ—ປະ​ໂລ​ຫິດ​ຈອມ​ປອມ​ກ່າວ​ອ້າງ​ພຣະ​ຄຳ​ພີ ແລະ ທຳ​ທ່າ​ວ່າ​ຮັກ​ສາ​ກົດ​ຂອງ​ໂມເຊ—ອະ​ບີ​ນາ​ໄດ​ເລີ່ມ​ສິດ​ສອນ​ພຣະ​ບັນ​ຍັດ​ສິບ​ປະ​ການ. ປະ​ມານ 148 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ນັ້ນ​ເປັນ​ເວລາ​ສອງ​ປີ​ຄື ອະ​ບີ​ນາ​ໄດ​ໄດ້​ປອມ​ຕົວ​ມາ​ໃນ​ບັນ​ດາ​ພວກ​ເຂົາ ຈົນ​ວ່າ​ຄົນ​ທັງ​ຫລາຍ​ຈຳ​ເພິ່ນ​ບໍ່​ໄດ້​ເລີຍ, ແລະ ເພິ່ນ​ໄດ້​ທຳ​ນາຍ​ໃນ​ບັນ​ດາ​ພວກ​ນັ້ນ, ມີ​ຄວາມ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້—ອະ​ບີ​ນາ​ໄດ, ເຈົ້າ​ຈົ່ງ​ໄປ​ທຳ​ນາຍ​ແກ່​ຜູ້​ຄົນ​ຂອງ​ເຮົາ, ເພາະ​ພວກ​ເຂົາ​ໄດ້​ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ຄຳ​ຂອງ​ເຮົາ; ພວກ​ເຂົາ​ບໍ່​ໄດ້​ກັບ​ໃຈ​ຈາກ​ການ​ເຮັດ​ຄວາມ​ຊົ່ວ​ຂອງ​ພວກ​ເຂົາ; ສະນັ້ນ, ເຮົາ​ຈະ​ມາ​ຢ້ຽມ​ຢາມ​ພວກ​ເຂົາ​ໃນ​ຄວາມ​ພິ​ໂລດ​ຂອງ​ເຮົາ, ແທ້​ຈິງ​ແລ້ວ, ໃນ​ຄວາມ​ພິ​ໂລດ​ອັນ​ຮຸນ​ແຮງ​ຂອງ​ເຮົາ, ເຮົາ​ຈະ​ມາ ຢ້ຽມ​ຢາມ​ພວກ​ເຂົາ​ໃນ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ.

2 ແທ້​ຈິງ​ແລ້ວ, ວິບັດ​ແກ່​ຄົນ​ລຸ້ນ​ນີ້! ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເຈົ້າ​ຈົ່ງ​ຍື່ນ​ມື​ຂອງ​ເຈົ້າ​ອອກ​ໄປ ແລະ ທຳ​ນາຍ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ຄົນ​ລຸ້ນ​ນີ້​ຈະ​ຖືກ​ນຳ​ໄປ​ເປັນ ທາດ, ແລະ ຈະ​ຖືກ ຕົບ​ໜ້າ; ແທ້​ຈິງ​ແລ້ວ, ແລະ ຈະ​ຖືກ​ຄົນ​ມາ​ກວາດ​ເອົາ​ໄປ, ແລະ ຖືກ​ຂ້າ​ຖິ້ມ; ແລະ ແຮ້ງ​ໃນ​ອາ​ກາດ, ແລະ ໝາ, ແລະ ສັດ​ປ່າ​ຈະ​ມາ​ກິນ​ເນື້ອ​ໜັງ​ຂອງ​ພວກ​ເຂົາ.

3 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຊີ​ວິດ​ຂອງ​ກະສັດ​ໂນອາ​ອາດ​ຈະ​ມີ​ຄຸນ​ຄ່າ​ເທົ່າ​ກັບອາພອນ​ໃນ ເຕົາ​ໄຟ​ອັນ​ຮ້ອນ; ເພື່ອ​ເຂົາ​ຈະ​ໄດ້​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ.

4 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເຮົາ​ຈະ​ລົງ​ໂທດ​ຜູ້​ຄົນ​ພວກ​ນີ້​ຂອງ​ເຮົາ​ດ້ວຍ​ຄວາມ​ທຸກ​ຢ່າງ​ແສນ​ສາ​ຫັດ, ແທ້​ຈິງ​ແລ້ວ, ດ້ວຍ​ຄວາມ​ອຶດ​ຢາກ ແລະ ດ້ວຍ ພະ​ຍາດ​ໂລ​ຄາ; ແລະ ເຮົາ​ຈະ​ໃຫ້​ພວກ​ເຂົາ​ຮ້ອງ ຄ່ຳ​ຄວນ​ຕະຫລອດ​ທັງ​ວັນ.

5 ແທ້​ຈິງ​ແລ້ວ, ແລະ ເຮົາ​ຈະ​ໃຫ້ ພາ​ລະ​ໜັກ​ຕິດ​ຢູ່​ເທິງ​ຫລັງ​ຂອງ​ພວກ​ເຂົາ; ແລະ ຖືກ​ໄລ່​ກວາດ​ໄປ​ທາງ​ໜ້າ​ຄື​ກັບ​ໂຕ​ລໍ​ທີ່​ບໍ່​ມີ​ຄວາມ​ຄິດ.

6 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເຮົາ​ຈະ​ສົ່ງ​ໝາກ​ເຫັບ​ໃຫ້​ຕົກ​ລົງ​ມາ​ໃນ​ບັນ​ດາ​ພວກ​ເຂົາ, ແລະ ມັນ​ຈະ​ຕົກ​ຖືກ​ພວກ​ເຂົາ; ແລະ ພວກ​ເຂົາ​ຈະ​ຖືກ​ລົງ​ໂທດ​ດ້ວຍ ລົມ​ຂອງ​ຕາ​ເວັນ​ອອກ​ນຳ​ອີກ; ແລະ ແມງ​ໄມ້​ຈະ​ລົງ​ມາ​ກິນ​ພືດ​ພັນ​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຂົາ.

7 ແລະ ພວກ​ເຂົາ​ຈະ​ຖືກ​ລົງ​ໂທດ​ດ້ວຍ​ພະ​ຍາດ​ໂລ​ຄາ​ອັນ​ຮ້າຍ​ແຮງ—ແລະ ເຮົາ​ຈະ​ເຮັດ​ທຸກ​ຢ່າງ​ນີ້​ເພາະ ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ.

8 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ ເຮົາ​ຈະ ທຳ​ລາຍ​ພວກ​ເຂົາ​ໃຫ້​ໝົດ​ສິ້ນ​ໄປ​ຈາກ​ຜືນ​ແຜ່ນ​ດິນ​ໂລກ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ຈະ​ປະ ບັນ​ທຶກ​ໜຶ່ງ​ໄວ້ ເພື່ອ​ຈະ​ໄດ້​ຮັກ​ສາ​ມັນ​ໄວ້​ໃຫ້​ປະ​ຊາ​ຊາດ​ອື່ນ​ທີ່​ຈະ​ມາ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ; ແທ້​ຈິງ​ແລ້ວ, ເຮົາ​ເຮັດ​ໄປ​ເພື່ອ​ເຮົາ​ຈະ​ເປີດ​ໂສມ​ໜ້າ​ຂອງ​ຜູ້​ຄົນ​ພວກ​ນີ້​ແກ່​ປະ​ຊາ​ຊາດ​ອື່ນ. ແລະ ອະ​ບີ​ນາ​ໄດ​ໄດ້​ທຳ​ນາຍ​ແກ່​ຜູ້​ຄົນ​ພວກ​ນີ້​ຫລາຍ​ເລື່ອງ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ຄຽດ​ແຄ້ນ​ໃຫ້​ເພິ່ນ; ແລະ ພວກ​ເຂົາ​ໄດ້​ຈັບ​ມັດ​ເພິ່ນ ແລະ ພາ​ເພິ່ນ​ໄປ​ຢູ່​ຕໍ່​ໜ້າ​ກະສັດ, ແລະ ກ່າວ​ກັບ​ກະສັດ​ວ່າ: ຈົ່ງ​ເບິ່ງ, ພວກ​ຂ້າ​ນ້ອຍ​ໄດ້​ຈັບ​ເອົາ​ຄົນ​ຜູ້​ນີ້​ມາ​ຢູ່​ຕໍ່​ໜ້າ​ທ່ານ ຜູ້​ໄດ້​ທຳ​ນາຍ​ເຖິງ​ຄວາມ​ຊົ່ວ​ກ່ຽວ​ກັບ​ຜູ້​ຄົນ​ຂອງ​ທ່ານ, ແລະ ກ່າວ​ວ່າ​ພຣະ​ເຈົ້າ​ຈະ​ທຳ​ລາຍ​ພວກ​ເຂົາ.

10 ແລະ ລາວ​ໄດ້​ທຳ​ນາຍ​ເຖິງ​ຄວາມ​ຊົ່ວ​ກ່ຽວ​ກັບ​ຊີ​ວິດ​ຂອງ​ທ່ານ​ນຳ​ອີກ, ແລະ ກ່າວ​ວ່າ​ຊີ​ວິດ​ຂອງ​ທ່ານ​ຈະ​ເປັນ​ຄື​ກັນ​ກັບອາພອນ​ໃນ​ເຕົາ​ໄຟ.

11 ແລະ ລາວ​ໄດ້​ເວົ້າ​ອີກ​ວ່າ, ທ່ານ​ຈະ​ເປັນ​ຄື​ກັນ​ກັບ​ຕົ້ນ​ເຂົ້າ​ທີ່​ແຫ້ງ​ໃນ​ທົ່ງ, ຊຶ່ງ​ຖືກ​ຝູງ​ສັດ​ແລ່ນ​ທັບ ແລະ ຢຽບ​ຍ່ຳ​ຢູ່​ໃຕ້​ຕີນ.

12 ແລະ ອີກ​ຢ່າງ​ໜຶ່ງ, ລາວ​ກ່າວ​ວ່າ ທ່ານ​ຈະ​ເປັນ​ຄື​ດອກ​ໄມ້​ຂອງ​ຕົ້ນ​ໜາມ ຊຶ່ງ​ເວລາ​ມັນ​ບານ​ເຕັມ​ທີ່, ຖ້າ​ລົມ​ພັດ​ມາ ມັນ​ຈະ​ປິວ​ໄປ​ທົ່ວ​ແຜ່ນ​ດິນ. ແລະ ລາວ​ອ້າງ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ສັ່ງ​ເລື່ອງ​ນີ້. ແລະ ລາວ​ເວົ້າ​ວ່າ​ທັງ​ໝົດ​ນີ້​ຈະ​ເກີດ​ກັບ​ທ່ານ ຖ້າ​ຫາກ​ທ່ານ​ບໍ່​ກັບ​ໃຈ, ແລະ ນີ້​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ທ່ານ.

13 ແລະ ບັດ​ນີ້, ໂອ້ ກະສັດ​ເອີຍ ທ່ານ​ໄດ້​ເຮັດ​ຄວາມ​ຊົ່ວ​ອັນ​ໃຫຍ່​ຫລວງ​ແນວ​ໃດ, ຫລື ຜູ້​ຄົນ​ຂອງ​ທ່ານ​ໄດ້​ກະ​ທຳ​ບາບ​ອັນ​ໃຫຍ່​ຫລວງ​ແນວ​ໃດ, ຈົນ​ວ່າ​ພວກ​ເຮົາ​ຖືກ​ພຣະ​ເຈົ້າ​ລົງ​ໂທດ ຫລື ຄົນ​ຜູ້​ນີ້​ຕັດ​ສິນ​ເອົາ​ເອງ?

14 ແລະ ບັດ​ນີ້, ໂອ້ ກະສັດ​ເອີຍ ພວກ​ເຮົາ​ບໍ່​ມີ​ຄວາມ​ຜິດ, ແລະ ໂອ້ ກະສັດ​ເອີຍ ທ່ານ​ບໍ່​ໄດ້​ເຮັດ​ບາບ​ແນວ​ໃດ​ເລີຍ; ສະນັ້ນ, ຄົນ​ຜູ້​ນີ້​ຈຶ່ງ​ເວົ້າ​ຕົວະ​ກ່ຽວ​ກັບ​ທ່ານ ແລະ ລາວ​ທຳ​ນາຍ​ໄປ​ລ້າໆ.

15 ຈົ່ງ​ເບິ່ງ, ພວກ​ເຮົາ​ເຂັ້ມ​ແຂງ, ພວກ​ເຮົາ​ຈະ​ບໍ່​ໄປ​ສູ່​ຄວາມ​ເປັນ​ທາດ​ຢ່າງ​ເດັດ​ຂາດ, ຫລື ຖືກ​ສັດ​ຕູ​ເອົາ​ໄປ​ເປັນ​ຊະ​ເລີຍ; ແທ້​ຈິງ​ແລ້ວ, ທ່ານ​ເປັນ​ຜູ້​ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ແຜ່ນ​ດິນ ແລະ ຈະ​ຈະ​ເລີນ​ຮຸ່ງ​ເຮືອງ​ຕໍ່​ໄປ.

16 ຈົ່ງ​ເບິ່ງ, ນີ້​ຄື​ຄົນ​ຜູ້​ທີ່​ພວກ​ຂ້າ​ນ້ອຍ​ຈະ​ມອບ​ໃຫ້​ຢູ່​ໃນ​ມື​ຂອງ​ທ່ານ; ທ່ານ​ຈົ່ງ​ເຮັດ​ກັບ​ລາວ​ສຸດ​ແລ້ວ​ແຕ່​ທ່ານ​ຈະ​ເຫັນ​ດີ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ໂນອາ​ໄດ້​ສັ່ງ​ໃຫ້​ເອົາ​ອະ​ບີ​ນາ​ໄດ​ເຂົ້າ​ຄຸກ; ແລະ ເພິ່ນ​ໄດ້​ສັ່ງ​ໃຫ້ ພວກ​ປະ​ໂລ​ຫິດ​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຈະ​ມີ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກັນ​ວ່າ ຈະ​ເຮັດ​ແນວ​ໃດ​ກັບ​ເພິ່ນ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ກ່າວ​ກັບ​ກະສັດ​ວ່າ: ຈົ່ງ​ເອົາ​ຄົນ​ຜູ້​ນັ້ນ​ມາ​ນີ້ ເພື່ອ​ພວກ​ເຮົາ​ຈະ​ໄດ້​ຊັກ​ຖາມ; ແລະ ກະສັດ​ໄດ້​ສັ່ງ​ໃຫ້​ນຳ​ເອົາ​ອະ​ບີ​ນາ​ໄດ​ມາ​ຢູ່​ຕໍ່​ໜ້າ​ພວກ​ເຂົາ.

19 ແລະ ພວກ​ເຂົາ​ເລີ່ມ​ສອບ​ຖາມ​ເພິ່ນ, ເພື່ອ​ຈະ​ໄດ້​ຈັບ​ເອົາ​ຄວາມ​ຜິດ​ຈາກ​ເພິ່ນ, ເພື່ອ​ພວກ​ເຂົາ​ຈະ​ມີ​ອັນ​ໃດ​ອັນ​ໜຶ່ງ​ເພື່ອ​ກ່າວ​ຫາ​ເພິ່ນ; ແຕ່​ເພິ່ນ​ໄດ້​ຕອບ​ພວກ​ເຂົາ​ຢ່າງ​ອາດ​ຫານ, ແລະ ແກ້​ຄຳ​ຖາມ​ຂອງ​ພວກ​ເຂົາ​ໄດ້​ທຸກ​ຂໍ້, ແທ້​ຈິງ​ແລ້ວ, ໄດ້​ເຮັດ​ໃຫ້​ພວກ​ເຂົາ​ປະ​ຫລາດ​ໃຈ; ເພາະ​ເພິ່ນ​ຕອບ​ຄຳ​ຖາມ​ຂອງ​ພວກ​ເຂົາ ໄດ້​ທຸກ​ຂໍ້, ແລະ ເຮັດ​ໃຫ້​ພວກ​ເຂົາ​ຍອມ​ຈຳ​ນົນ​ໃນ​ຄຳ​ເວົ້າ​ຂອງ​ພວກ​ເຂົາ​ເອງ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄົນ​ຜູ້​ໜຶ່ງ​ໃນ​ພວກ​ເຂົາ​ກ່າວ​ກັບ​ອະ​ບີ​ນາ​ໄດ​ວ່າ: ຂໍ້​ຄວາມ​ຊຶ່ງ​ຂຽນ​ໄວ້, ແລະ ຊຶ່ງ​ບັນ​ພະບຸລຸດ​ໄດ້​ສິດ​ສອນ​ໄວ້​ໝາຍ​ຄວາມ​ວ່າ​ແນວ​ໃດ, ທີ່​ວ່າ:

21 ຕີນ​ຂອງ​ຜູ້​ທີ່​ຢູ່​ເທິງ​ພູ​ນັ້ນ​ງາມ ພຽງ​ໃດ ຜູ້​ທີ່​ໄດ້​ນຳ​ເອົາ​ຂ່າວ​ປະ​ເສີດ​ມາ; ທີ່​ໄດ້​ປະ​ກາດ​ສັນ​ຕິ​ສຸກ; ທີ່​ນຳ​ເອົາ​ຂ່າວ​ປະ​ເສີດ​ຂອງ​ຄວາມ​ດີ​ມາ; ທີ່​ປະ​ກາດ​ຄວາມ​ລອດ; ທີ່​ກ່າວ​ກັບ​ຊີໂອນ​ວ່າ ພຣະ​ເຈົ້າ​ຂອງ​ເຈົ້າ​ຊົງ​ປົກ​ຄອງ;

22 ຄົນ​ຍາມ​ຂອງ​ເຈົ້າ​ຈະ​ເປັ່ງ​ສຽງ; ພວກ​ເຂົາ​ຈະ​ຮ້ອງ​ເປັນ​ສຽງ​ດຽວ​ກັນ; ເພາະ​ພວກ​ເຂົາ​ຈະ​ເຫັນ​ກັບ​ຕາ ເວລາ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ເອົາ​ຊີໂອນ​ກັບ​ຄືນ​ມາ​ອີກ;

23 ຈົ່ງ​ເປັ່ງ​ສຽງ​ປິ​ຕິ​ຍິນ​ດີ; ຮ້ອງ​ເພງ​ນຳ​ກັນ, ກຸງ​ເຢຣູ​ຊາເລັມ​ເອີຍ ເຈົ້າ​ຜູ້​ທີ່​ເປັນ​ເມືອງ​ຮົກ​ຮ້າງ; ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອອຍ​ໃຈ​ຜູ້​ຄົນ​ຂອງ​ພຣະ​ອົງ​ແລ້ວ, ພຣະ​ອົງ​ໄດ້​ໄຖ່​ກຸງ​ເຢຣູ​ຊາເລັມ​ແລ້ວ;

24 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກາງ ແຂນ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ​ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊາດ​ທັງ​ປວງ, ແລະ ທົ່ວ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ເຫັນ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ.

25 ແລະ ບັດ​ນີ້​ອະ​ບີ​ນາ​ໄດ​ກ່າວ​ກັບ​ພວກ​ເຂົາ​ວ່າ: ພວກ​ທ່ານ​ເປັນ ປະ​ໂລ​ຫິດ​ແມ່ນ​ບໍ, ແລະ ອ້າງ​ຕົນ​ເອງ​ເພື່ອ​ສິດ​ສອນ​ຜູ້​ຄົນ​ພວກ​ນີ້, ແລະ ເຂົ້າ​ໃຈ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ​ແລ້ວ, ແລະ ປານ​ນັ້ນ​ຍັງ​ປາດ​ຖະ​ໜາ​ຢາກ​ຮູ້​ຈັກ​ຈາກ​ຂ້າ​ພະ​ເຈົ້າ​ວ່າ ສິ່ງ​ເຫລົ່າ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?

26 ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ວິບັດ​ແກ່​ພວກ​ທ່ານ ເພາະ​ວ່າ​ພວກ​ທ່ານ​ບິດ​ເບືອນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ! ເພາະ​ວ່າ​ຖ້າ​ຫາກ​ພວກ​ທ່ານ​ເຂົ້າ​ໃຈ​ເລື່ອງ​ເຫລົ່າ​ນີ້ ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ບໍ່​ສິດ​ສອນ​ພວກ​ເຂົາ; ສະນັ້ນ, ພວກ​ທ່ານ​ໄດ້​ບິດ​ເບືອນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

27 ພວກ​ທ່ານ​ບໍ່​ໄດ້​ຕັ້ງ​ໃຈ​ເພື່ອ​ໃຫ້ ເຂົ້າ​ໃຈ​ເລີຍ; ສະນັ້ນ, ພວກ​ທ່ານ​ຈຶ່ງ​ບໍ່​ສະຫລາດ. ສະນັ້ນ, ພວກ​ທ່ານ​ສິດ​ສອນ​ສິ່ງ​ໃດ​ແດ່​ກັບ​ຜູ້​ຄົນ​ພວກ​ນີ້?

28 ແລະ ພວກ​ເຂົາ​ຕອບ​ວ່າ: ພວກ​ເຮົາ​ສິດ​ສອນ​ກົດ​ຂອງ​ໂມເຊ.

29 ແລະ ເພິ່ນ​ໄດ້​ກ່າວ​ກັບ​ພວກ​ເຂົາ​ອີກ​ວ່າ: ຖ້າ​ຫາກ​ພວກ​ທ່ານ​ສິດ​ສອນ ກົດ​ຂອງ​ໂມເຊ​ແລ້ວ ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ບໍ່​ຮັກ​ສາ​ມັນ? ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ໝົກ​ໝຸ້ນ​ຢູ່​ກັບ​ຂອງ​ມີ​ຄ່າ? ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ທຳ ການ​ໂສ​ເພ​ນີ ແລະ ໃຊ້​ກຳ​ລັງ​ຂອງ​ພວກ​ທ່ານ​ກັບ​ພວກ​ຜູ້​ຍິງ​ໂສ​ເພ​ນີ, ແທ້​ຈິງ​ແລ້ວ, ເປັນ​ເຫດ​ໃຫ້​ຜູ້​ຄົນ​ພວກ​ນີ້​ກະ​ທຳ​ບາບ​ນຳ​ກັນ​ອີກ, ຈົນ​ເປັນ​ເຫດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ສົ່ງ​ຂ້າ​ພະ​ເຈົ້າ​ມາ​ທຳ​ນາຍ​ແກ່​ຜູ້​ຄົນ​ພວກ​ນີ້, ແທ້​ຈິງ​ແລ້ວ, ຄວາມ​ຊົ່ວ​ອັນ​ໃຫຍ່​ຫລວງ​ຈະ​ມາ​ລົງ​ໂທດ​ຜູ້​ຄົນ​ພວກ​ນີ້?

30 ພວກ​ທ່ານ​ບໍ່​ຮູ້​ຈັກ​ບໍ​ວ່າ ຂ້າ​ພະ​ເຈົ້າ​ເວົ້າ​ຄວາມ​ຈິງ? ແທ້​ຈິງ​ແລ້ວ, ພວກ​ທ່ານ​ຮູ້​ຈັກ​ວ່າ​ຂ້າ​ພະ​ເຈົ້າ​ເວົ້າ​ຄວາມ​ຈິງ; ແລະ ພວກ​ທ່ານ​ຄວນ​ຈະ​ສັ່ນ​ສະ​ທ້ານ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

31 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ພວກ​ທ່ານ​ຈະ​ຖືກ​ລົງ​ໂທດ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ທ່ານ, ເພາະ​ພວກ​ທ່ານ​ກ່າວ​ວ່າ ພວກ​ທ່ານ​ສິດ​ສອນ​ກົດ​ຂອງ​ໂມເຊ​ນັ້ນ. ແລະ ພວກ​ທ່ານ​ຮູ້​ຈັກ​ຫຍັງ​ແດ່​ກ່ຽວ​ກັບ​ກົດ​ຂອງ​ໂມເຊ? ຄວາມ​ລອດ​ມາ​ເຖິງ​ໂດຍ​ທາງ​ກົດ​ຂອງ​ໂມເຊ ບໍ? ພວກ​ທ່ານ​ຈະ​ຕອບ​ວ່າ​ແນວ​ໃດ?

32 ແລະ ພວກ​ເຂົາ​ໄດ້​ຕອບ​ວ່າ ຄວາມ​ລອດ​ມາ​ເຖິງ​ໂດຍ​ທາງ​ກົດ​ຂອງ​ໂມເຊ.

33 ແຕ່​ບັດ​ນີ້​ອະ​ບີ​ນາ​ໄດ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຂ້າ​ພະ​ເຈົ້າ​ຮູ້​ຈັກ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ແລ້ວ ພວກ​ທ່ານ​ຈະ​ລອດ; ແທ້​ຈິງ​ແລ້ວ, ຖ້າ​ຫາກ​ພວກ​ທ່ານ​ຮັກ​ສາ​ພຣະ​ບັນ​ຍັດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ມາ​ໃຫ້​ໂມເຊ​ຢູ່​ເທິງ ພູ​ຊີ​ນາຍ, ກ່າວ​ວ່າ:

34 ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ຜູ້ ພາ​ເຈົ້າ​ອອກ​ຈາກ​ແຜ່ນ​ດິນ​ເອຢິບ, ອອກ​ຈາກ​ບ້ານ​ເຮືອນ​ແຫ່ງ​ຄວາມ​ເປັນ​ທາດ.

35 ເຈົ້າ​ຈະ​ບໍ່​ມີ​ພຣະ​ເຈົ້າ​ອົງ ອື່ນ​ຕໍ່​ໜ້າ​ເຮົາ.

36 ເຈົ້າ​ຈະ​ບໍ່​ເຮັດ​ຮູບ​ຄວັດ​ສະ​ຫລັກ​ອັນ​ໃດ​ສຳ​ລັບ​ຕົນ​ເອງ ຫລື ເຮັດ​ຮູບ​ສົມ​ມຸດ​ໃນ​ສະຫວັນ​ເບື້ອງ​ເທິງ, ຫລື ສິ່ງ​ຂອງ​ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ເບື້ອງ​ລຸ່ມ.

37 ບັດ​ນີ້​ອະ​ບີ​ນາ​ໄດ​ກ່າວ​ກັບ​ພວກ​ເຂົາ​ວ່າ, ພວກ​ທ່ານ​ເຮັດ​ເລື່ອງ​ທັງ​ໝົດ​ນີ້​ແລ້ວ​ບໍ? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ ວ່າ, ບໍ່​ເລີຍ, ພວກ​ທ່ານ​ບໍ່​ໄດ້​ເຮັດ. ແລະ ພວກ​ທ່ານ ສິດ​ສອນ​ຜູ້​ຄົນ​ພວກ​ນີ້​ໃຫ້​ພວກ​ເຂົາ​ເຮັດ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ແລ້ວ​ບໍ? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ, ພວກ​ທ່ານ​ບໍ່​ໄດ້​ສິດ​ສອນ.