ພຣະ​ຄຳ​ພີ
ໂມ​ໄຊ​ຢາ 13


ບົດ​ທີ 13

ອະ​ບີ​ນາ​ໄດ​ໄດ້​ຖືກ​ປົກ​ປ້ອງ​ໂດຍ​ອຳນາດ​ອັນ​ສັກ​ສິດ—ເພິ່ນ​ສິດ​ສອນ​ພຣະ​ບັນ​ຍັດ​ສິບ​ປະ​ການ—ຄວາມ​ລອດ​ບໍ່​ໄດ້​ມາ​ເຖິງ​ໂດຍ​ທາງ​ກົດ​ຂອງ​ໂມເຊ​ແຕ່​ຝ່າຍ​ດຽວ—ພຣະ​ເຈົ້າ​ພຣະ​ອົງ​ເອງ​ຈະ​ກະ​ທຳ​ການ​ຊົດ​ໃຊ້ ແລະ ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ. ປະ​ມານ 148 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເມື່ອ​ກະສັດ​ໄດ້​ຍິນ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ເພິ່ນ​ໄດ້​ກ່າວ​ກັບ​ປະ​ໂລ​ຫິດ​ຂອງ​ເພິ່ນ​ວ່າ: ເອົາ​ຄົນ​ນີ້​ໄປ​ຂ້າ​ຖິ້ມ​ເສຍ; ເພາະ​ວ່າ​ພວກ​ເຮົາ​ບໍ່​ມີ​ຫຍັງ​ຫຍຸ້ງ​ກ່ຽວ​ກັບ​ມັນ​ແລ້ວ, ເພາະ​ວ່າ​ມັນ​ເປັນ​ບ້າ.

2 ແລະ ພວກ​ເຂົາ​ອອກ​ມາ ແລະ ພະ​ຍາ​ຍາມ​ທີ່​ຈະ​ຈັບ​ອະ​ບີ​ນາ​ໄດ; ແຕ່​ເພິ່ນ​ໄດ້​ຕ້ານ​ທານ​ໄວ້, ແລະ ກ່າວ​ກັບ​ພວກ​ເຂົາ​ວ່າ:

3 ຢ່າ​ໄດ້​ແຕະ​ຕ້ອງ​ຂ້າ​ພະ​ເຈົ້າ​ເລີຍ, ເພາະ​ວ່າ​ພຣະ​ເຈົ້າ​ຈະ​ລົງ​ໂທດ​ພວກ​ທ່ານ​ຖ້າ​ຫາກ​ພວກ​ທ່ານ​ແຕະ​ຕ້ອງ​ຂ້າ​ພະ​ເຈົ້າ, ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ແຈ້ງ​ຂ່າວ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ສົ່ງ​ຂ້າ​ພະ​ເຈົ້າ​ມາ; ທັງ​ຂ້າ​ພະ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ບອກ​ເລື່ອງ ຊຶ່ງ​ພຣະ​ອົງ​ໄດ້​ໃຫ້​ຂ້າ​ພະ​ເຈົ້າ ມາ​ບອກ; ສະນັ້ນ, ພຣະ​ເຈົ້າ​ຈະ​ບໍ່​ຍອມ​ໃຫ້​ຂ້າ​ພະ​ເຈົ້າ​ຖືກ​ທຳ​ລາຍ​ໃນ​ເວລາ​ນີ້​ຢ່າງ​ເດັດ​ຂາດ.

4 ແຕ່​ຂ້າ​ພະ​ເຈົ້າ​ຕ້ອງ​ເຮັດ​ໃຫ້​ພຣະ​ບັນ​ຍັດ​ສຳ​ເລັດ​ຕາມ​ທີ່​ພຣະ​ເຈົ້າ​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ; ແລະ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ບອກ​ຄວາມ​ຈິງ​ແກ່​ພວກ​ທ່ານ, ພວກ​ທ່ານ​ຈຶ່ງ​ຄຽດ​ແຄ້ນ​ໃຫ້​ຂ້າ​ພະ​ເຈົ້າ. ແລະ ອີກ​ຢ່າງ​ໜຶ່ງ, ເພາະ​ຂ້າ​ພະ​ເຈົ້າ​ເວົ້າ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ພວກ​ທ່ານ​ຈຶ່ງ​ຕັດ​ສິນ​ວ່າ​ຂ້າ​ພະ​ເຈົ້າ​ເປັນ​ບ້າ.

5 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ອະ​ບີ​ນາ​ໄດ​ໄດ້​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ຄົນ​ຂອງ​ກະສັດ​ຂອງ​ໂນອາ​ຈຶ່ງ​ບໍ່​ກ້າ​ຈັບ​ເພິ່ນ, ເພາະ​ວ່າ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ສະ​ຖິດ​ຢູ່​ກັບ​ເພິ່ນ; ແລະ ໃບ​ໜ້າ​ຂອງ​ເພິ່ນ​ສົ່ງ ແສງ​ສະ​ຫວ່າງ​ອອກ​ມາ​ດ້ວຍ​ລັດ​ສະ​ໝີ​ຄື​ກັນ​ກັບ​ຕອນ​ທີ່​ໄດ້​ເກີດ​ກັບ​ໂມເຊ​ເວລາ​ຢູ່​ຈອມ​ພູ​ຊີ​ນາຍ, ເວລາ​ເພິ່ນ​ສົນ​ທະ​ນາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ.

6 ແລະ ອະ​ບີ​ນາ​ໄດ​ໄດ້​ເວົ້າ​ດ້ວຍ ອຳນາດ ແລະ ສິດ​ອຳນາດ​ຈາກ​ພຣະ​ເຈົ້າ; ແລະ ເພິ່ນ​ໄດ້​ເວົ້າ​ຕໍ່​ໄປ, ໂດຍ​ກ່າວ​ວ່າ:

7 ພວກ​ທ່ານ​ເຫັນ​ຢູ່​ວ່າ ພວກ​ທ່ານ​ບໍ່​ມີ​ອຳນາດ​ຈະ​ຂ້າ​ຂ້າ​ພະ​ເຈົ້າ​ໄດ້, ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ຈົບ​ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ. ແທ້​ຈິງ​ແລ້ວ, ແລະ ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ມັນ ແຕະ​ຕ້ອງ​ໃຈ​ພວກ​ທ່ານ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ບອກ​ເຖິງ​ຄວາມ​ຈິງ​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ທ່ານ.

8 ແທ້​ຈິງ​ແລ້ວ, ແລະ ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ເຮັດ​ໃຫ້​ພວກ​ທ່ານ​ເຕັມ​ໄປ​ດ້ວຍ​ຄວາມ​ສົງ​ໃສ ແລະ ປະ​ຫລາດ​ໃຈ, ແລະ ດ້ວຍ​ຄວາມ​ຄຽດ​ແຄ້ນ.

9 ແຕ່​ຂ້າ​ພະ​ເຈົ້າ​ຈົບ​ຂ່າວ​ຂອງ​ຂ້າ​ພະ​ເຈົ້າ; ແລະ ບໍ່​ສຳ​ຄັນ​ເລີຍ​ວ່າ ຂ້າ​ພະ​ເຈົ້າ​ຈະ​ໄປ​ໃສ​ຖ້າ​ຫາກ​ເປັນ​ໄປ​ວ່າ​ຂ້າ​ພະ​ເຈົ້າ​ລອດ.

10 ແຕ່​ຂ້າ​ພະ​ເຈົ້າ​ຂໍ​ບອກ​ພວກ​ທ່ານ​ໄວ້​ເທົ່າ​ນີ້, ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ທ່ານ​ກະ​ທຳ​ກັບ​ຂ້າ​ພະ​ເຈົ້າ​ຫລັງ​ຈາກ​ນີ້ ຍ່ອມ​ເປັນ​ຮູບ ແບບ ແລະ ຮູບ​ລັກ​ສະນະ​ຂອງ​ສິ່ງ​ທີ່​ຈະ​ມາ​ເຖິງ.

11 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຈະ​ອ່ານ ພຣະ​ບັນ​ຍັດ​ສ່ວນ​ທີ່​ຍັງ​ເຫລືອ​ຢູ່​ຂອງ​ພຣະ​ເຈົ້າ, ເພາະ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ມັນ​ບໍ່​ມີ​ຂຽນ​ໄວ້​ໃນ​ໃຈ​ຂອງ​ພວກ​ທ່ານ​ເລີຍ; ຂ້າ​ພະ​ເຈົ້າ​ເຫັນ​ວ່າ ພວກ​ທ່ານ​ໄດ້​ສຶກ​ສາ ແລະ ສິດ​ສອນ​ຄວາມ​ຊົ່ວ​ຮ້າຍ​ເປັນ​ສ່ວນ​ໃຫຍ່​ຕະຫລອດ​ຊີ​ວິດ​ຂອງ​ພວກ​ທ່ານ.

12 ແລະ ບັດ​ນີ້, ຈົ່ງ​ຈື່​ຈຳ​ຄຳ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ: ທ່ານ​ບໍ່​ຄວນ​ເຮັດ​ຮູບ ຫລື ຮູບ​ຄວັດ​ສະ​ຫລັກ​ອັນ​ໃດ​ໄວ້​ສຳ​ລັບ​ຕົນ​ເອງ, ຫລື ຮູບ​ສົມ​ມຸດ​ສິ່ງ​ຂອງ​ອັນ​ໃດ​ໃນ​ສະຫວັນ, ຫລື ສິ່ງ​ຂອງ​ໃນ​ແຜ່ນ​ດິນ​ເບື້ອງ​ລຸ່ມ, ຫລື ສິ່ງ​ຂອງ​ຢູ່​ໃນ​ນ້ຳ​ໃຕ້​ແຜ່ນ​ດິນ.

13 ແລະ ອີກ​ຢ່າງ​ໜຶ່ງ: ເຈົ້າ​ຈະ​ບໍ່​ກາບ​ໄຫວ້​ມັນ, ຫລື ຮັບ​ໃຊ້​ມັນ; ເພາະ​ວ່າ​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ເປັນ​ພຣະ​ເຈົ້າ​ທີ່​ອິດ​ສາ, ຊຶ່ງ​ຈະ​ມາ​ຢ້ຽມ​ຢາມ​ຄວາມ​ຊົ່ວ​ຮ້າຍ​ຂອງ​ບັນ​ພະ​ບຸ​ລຸດ​ທັງ​ລູກ​ຫລານ, ຈົນ​ເຖິງ​ຄົນ​ລຸ້ນ​ທີ​ສາມ ແລະ ທີ​ສີ່​ຂອງ​ພວກ​ເຂົາ​ທີ່​ກຽດ​ຊັງ​ເຮົາ;

14 ແລະ ຈະ​ສະແດງ​ຄວາມ​ເມດ​ຕາ​ແກ່​ຫລາຍ​ພັນ​ຄົນ​ທີ່​ຮັກ​ເຮົາ ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ.

15 ເຈົ້າ​ຈະ​ບໍ່​ໃຊ້​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ໄປ​ໃນ​ທາງ​ຊົ່ວ​ຮ້າຍ; ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຖື​ວ່າ ຜູ້​ທີ່​ໃຊ້​ພຣະ​ນາມ​ຂອງ​ພຣະ​ອົງ​ໄປ​ໃນ​ທາງ​ຊົ່ວ​ຮ້າຍ​ບໍ່​ມີ​ຄວາມ​ຜິດ.

16 ຈົ່ງ​ລະ​ນຶກ​ເຖິງ​ວັນ ຊະ​ບາ​ໂຕ, ແລະ ຮັກ​ສາ​ມັນ​ໃຫ້​ສັກ​ສິດ.

17 ເຈົ້າ​ຈົ່ງ​ເຮັດ​ວຽກ​ຫົກ​ມື້, ແລະ ເຮັດ​ວຽກ​ທັງ​ໝົດ​ຂອງ​ເຈົ້າ​ໃຫ້​ແລ້ວ;

18 ແຕ່​ມື້​ທີ​ເຈັດ, ວັນ​ຊະ​ບາ​ໂຕ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ເຈົ້າ​ຈະ​ບໍ່​ທຳ​ງານ​ໃດໆ, ເຈົ້າ​ພ້ອມ​ທັງ​ລູກ​ຊາຍ​ຂອງ​ເຈົ້າ, ທັງ​ລູກ​ສາວ​ຂອງ​ເຈົ້າ, ພ້ອມ​ທັງ​ຄົນ​ໃຊ້​ຜູ້​ຊາຍ​ຂອງ​ເຈົ້າ ແລະ ຄົນ​ໃຊ້​ຜູ້​ຍິງ​ຂອງ​ເຈົ້າ, ທັງ​ຝູງ​ງົວ​ຂອງ​ເຈົ້າ, ທັງ​ຄົນ​ແປກ​ໜ້າ​ທີ່​ຢູ່​ໃນ​ປະຕູ​ບ້ານ​ຂອງ​ເຈົ້າ;

19 ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສ້າງ​ສະຫວັນ ແລະ ແຜ່ນ​ດິນ​ໂລກ, ແລະ ທະເລ, ແລະ ທຸກ​ສິ່ງ​ທຸກ​ຢ່າງ ຢູ່​ໃນ​ນັ້ນ​ພາຍ​ໃນ ຫົກ​ມື້; ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ອວຍ​ພອນ​ວັນ​ຊະ​ບາ​ໂຕ, ແລະ ເຮັດ​ໃຫ້​ມັນ​ສັກ​ສິດ.

20 ຈົ່ງ ນັບ​ຖື​ບິດາ​ມານດາ​ຂອງ​ເຈົ້າ, ເພື່ອ​ວັນ​ເວລາ​ຂອງ​ເຈົ້າ​ຈະ​ຍາວ​ນານ​ຢູ່​ໃນ​ແຜ່ນ​ດິນ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ປະທານ​ໃຫ້.

21 ເຈົ້າ​ຈະ​ບໍ່ ຂ້າ​ກັນ.

22 ເຈົ້າ​ຈະ​ບໍ່ ຫລິ້ນ​ຊູ້. ເຈົ້າ​ຈະ​ບໍ່ ລັກ.

23 ເຈົ້າ​ຈະ​ບໍ່​ເປັນ ພະຍານ​ເທັດ ແລະ ຫາ​ຄວາມ​ໃສ່​ເພື່ອນ​ບ້ານ​ຂອງ​ເຈົ້າ.

24 ເຈົ້າ​ຈະ​ບໍ່ ລັກ​ໂລບ​ເອົາ​ບ້ານ​ເຮືອນ​ຂອງ​ເພື່ອນ​ບ້ານ​ຂອງ​ເຈົ້າ, ເຈົ້າ​ຈະ​ບໍ່​ລັກ​ໂລບ​ເອົາ​ເມຍ​ຂອງ​ເພື່ອນ​ບ້ານ​ຂອງ​ເຈົ້າ, ຫລື ຄົນ​ໃຊ້​ຜູ້​ຊາຍ​ຂອງ​ເຂົາ, ຫລື ຄົນ​ໃຊ້​ຜູ້​ຍິງ​ຂອງ​ເຂົາ, ຫລື ງົວ​ຂອງ​ເຂົາ, ຫລື ລໍ​ຂອງ​ເຂົາ, ຫລື ສິ່ງ​ຂອງ​ໃດໆ​ທີ່​ເປັນ​ຂອງ​ເພື່ອນ​ບ້ານ​ຂອງ​ເຈົ້າ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ອະ​ບີ​ນາ​ໄດ​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ຈົບ​ແລ້ວ ເພິ່ນ​ກໍ​ກ່າວ​ກັບ​ພວກ​ເຂົາ​ວ່າ: ພວກ​ທ່ານ​ໄດ້​ສິດ​ສອນ​ຜູ້​ຄົນ​ພວກ​ນີ້​ໃຫ້​ພວກ​ເຂົາ​ຍຶດ​ຖື ແລະ ເຮັດ​ຕາມ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ ເພື່ອ​ຈະ​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ເຫລົ່າ​ນີ້​ຫລື​ບໍ່?

26 ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ; ເພາະ​ວ່າ​ຖ້າ​ຫາກ​ພວກ​ທ່ານ​ສິດ​ສອນ, ພຣະ​ຜູ້​ເປັນ​ເຈົ້າ​ຄົງ​ບໍ່​ໃຫ້​ຂ້າ​ພະ​ເຈົ້າ​ອອກ​ມາ ແລະ ທຳ​ນາຍ​ເຖິງ​ຄວາມ​ຊົ່ວ​ກ່ຽວ​ກັບ​ຜູ້​ຄົນ​ພວກ​ນີ້​ດອກ.

27 ແລະ ບັດ​ນີ້​ພວກ​ທ່ານ​ເວົ້າ​ວ່າ ຄວາມ​ລອດ​ມາ​ເຖິງ​ໂດຍ​ທາງ ກົດ​ຂອງ​ໂມເຊ. ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ​ມັນ​ເປັນ​ການ​ເໝາະ​ສົມ​ທີ່​ພວກ​ທ່ານ​ຈະ​ຮັກ​ສາ​ກົດ​ຂອງ​ໂມເຊ​ໄວ້; ແຕ່​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ເວລາ​ຈະ​ມາ​ເຖິງ​ເມື່ອ​ມັນ​ບໍ່​ສົມ​ຄວນ​ທີ່​ຈະ​ຮັກ​ສາ​ກົດ​ຂອງ​ໂມເຊ ອີກ​ຕໍ່​ໄປ.

28 ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຄວາມ​ລອດ​ບໍ່​ໄດ້​ມາ​ເຖິງ​ໂດຍ​ທາງ ກົດ​ຂອງ​ໂມເຊ​ແຕ່​ຝ່າຍ​ດຽວ; ແລະ ຖ້າ​ຫາກ​ບໍ່​ແມ່ນ ການ​ຊົດ​ໃຊ້​ຊຶ່ງ​ພຣະ​ເຈົ້າ​ພຣະ​ອົງ​ເອງ​ຈະ​ກະ​ທຳ​ໄປ​ເພື່ອ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ມະນຸດ​ຂອງ​ພຣະ​ອົງ​ແລ້ວ, ພວກ​ເຂົາ​ກໍ​ຕ້ອງ​ຕາຍ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້, ທັງໆ​ທີ່​ກົດ​ຂອງ​ໂມເຊ​ມີ​ຢູ່.

29 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ສົມ​ຄວນ​ແລ້ວ​ທີ່​ຈະ​ມີ​ກົດ​ປະທານ​ໃຫ້​ລູກ​ຫລານ​ຂອງ​ອິດສະ​ຣາເອນ, ແທ້​ຈິງ​ແລ້ວ, ເປັນ​ກົດ​ທີ່ ເຄັ່ງ​ຄັດ​ທີ່​ສຸດ; ເພາະ​ພວກ​ເຂົາ​ເປັນ​ຄົນ​ແຂງ​ຄໍ ແລະ ໄວ​ທີ່​ຈະ​ເຮັດ​ຄວາມ​ຊົ່ວ​ຮ້າຍ, ແລະ ຊັກ​ຊ້າ​ທີ່​ຈະ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ;

30 ສະນັ້ນ ຈຶ່ງ​ມີ ກົດ​ປະທານ​ໃຫ້​ພວກ​ເຂົາ, ແທ້​ຈິງ​ແລ້ວ, ກົດ​ການ​ປະ​ຕິ​ບັດ ແລະ ພິ​ທີ​ການ​ອັນ​ເປັນ​ກົດ ຊຶ່ງ​ພວກ​ເຂົາ​ຕ້ອງ ຍຶດ​ຖື​ຢ່າງ​ເຄັ່ງ​ຄັດ​ທຸກ​ມື້, ເພື່ອ​ໃຫ້​ພວກ​ເຂົາ​ລະ​ນຶກ​ເຖິງ​ພຣະ​ເຈົ້າ ແລະ ໜ້າ​ທີ່​ຂອງ​ພວກ​ເຂົາ​ຕໍ່​ພຣະ​ອົງ.

31 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ທັງ​ໝົດ​ນີ້​ເປັນ ແບບ​ໄວ້​ສຳ​ລັບ​ສິ່ງ​ທີ່​ຈະ​ມາ​ເຖິງ.

32 ແລະ ບັດ​ນີ້, ພວກ​ເຂົາ​ເຂົ້າ​ໃຈ​ກົດ​ເຫລົ່າ​ນີ້​ແລ້ວ​ບໍ? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ, ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ກົດ​ທຸກ​ຄົນ; ແລະ ນີ້​ເພາະ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ; ເພາະ​ວ່າ​ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ວ່າ ບໍ່​ມີ​ຜູ້​ໃດ​ເລີຍ​ຈະ​ລອດ​ໄດ້ ເວັ້ນ​ເສຍ​ແຕ່​ໂດຍ​ການ​ໄຖ່​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ.

33 ເພາະ​ຈົ່ງ​ເບິ່ງ, ໂມເຊ​ບໍ່​ໄດ້​ທຳ​ນາຍ​ແກ່​ພວກ​ເຂົາ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ, ແລະ ວ່າ​ພຣະ​ເຈົ້າ​ຈະ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ​ບໍ? ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ສາດ​ສະ​ດາ ທັງປວງ​ທີ່​ທຳ​ນາຍ​ໄວ້​ນັບ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ​ມາ—ພວກ​ເພິ່ນກໍ​ໄດ້​ເວົ້າ​ເຖິງ​ເລື່ອງ​ເຫລົ່າ​ນີ້ ບໍ່​ຫລາຍ​ກໍ​ໜ້ອຍ​ແມ່ນ​ບໍ?

34 ພວກ​ເພິ່ນ​ບໍ່​ໄດ້​ກ່າວ​ໄວ້​ບໍ​ວ່າ ພຣະ​ເຈົ້າ​ພຣະ​ອົງ​ເອງ​ຈະ​ສະ​ເດັດ​ມາ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ, ແລະ ຮັບ​ເອົາ​ຮູບ​ລັກ​ສະ​ນະ​ຂອງ​ມະນຸດ, ແລະ ຈະ​ສະ​ເດັດ​ໄປ​ໂດຍ​ອຳນາດ​ອັນ​ຍິ່ງ​ໃຫຍ່​ຕາມ​ຜືນ​ແຜ່ນ​ດິນ​ໂລກ?

35 ແທ້​ຈິງ​ແລ້ວ, ພວກ​ເພິ່ນ​ບໍ່​ໄດ້​ກ່າວ​ໄວ້​ບໍ​ວ່າ ພຣະ​ອົງ​ຈະ​ເຮັດ​ໃຫ້​ເກີດ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ, ແລະ ວ່າ​ພຣະ​ອົງ​ຈະ​ຖືກ​ຂົ່ມ​ເຫັງ ແລະ ຈະ​ເປັນ​ທຸກ?