ພຣະ​ຄຳ​ພີ
ໂມ​ໄຊ​ຢາ 14


ບົດ​ທີ 14

ເອຊາ​ຢາ​ກ່າວ​ກ່ຽວ​ກັບ​ພຣະ​ເມ​ຊີ​ອາ—ຄວາມ​ຕ່ຳ​ຕ້ອຍ ແລະ ຄວາມ​ເຈັບ​ປວດ​ຂອງ​ພຣະ​ເມ​ຊີ​ອາ​ຖືກ​ຕັ້ງ​ໄວ້​ແລ້ວ—ພຣະ​ອົງ​ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ພຣະ​ອົງ​ຖວາຍ​ເພື່ອ​ບາບ ແລະ ວິງ​ວອນ​ແທນ​ຜູ້​ລ່ວງ​ລະເມີດ—ປຽບ​ທຽບ​ກັບ​ເອຊາ​ຢາ 53. ປະ​ມານ 148 ປີ ກ່ອນ ຄ.ສ.

1 ແທ້​ຈິງ​ແລ້ວ, ເອຊາ​ຢາ​ບໍ່​ໄດ້​ເວົ້າ​ບໍ​ວ່າ: ແມ່ນ​ໃຜ​ຈະ​ເຊື່ອ​ໃນ​ສິ່ງ​ທີ່​ພວກ​ເຮົາ​ລາຍ​ງານ​ໄປ, ແລະ ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະແດງ​ຕໍ່​ຜູ້​ໃດ?

2 ເພາະ​ວ່າ​ເພິ່ນ​ຈະ​ເຕີບ​ໂຕ​ໃຫຍ່​ຂຶ້ນ​ຕໍ່​ໜ້າ​ເພິ່ນ​ຄື​ກັນ​ກັບ​ຕົ້ນ​ໄມ້​ອ່ອນ, ແລະ ຮາກ​ຈໍ່​ອອກ​ຈາກ​ດິນ​ແຫ້ງ; ເພິ່ນ​ບໍ່​ມີ​ຮູບ​ລັກ​ສະ​ນະ ແລະ ຄວາມ​ງາມ​ໃດໆ; ແລະ ເມື່ອ​ພວກ​ເຮົາ​ເຫັນ​ເພິ່ນ​ວ່າ ບໍ່​ມີ​ຄວາມ​ງາມ​ເລີຍ ພວກ​ເຮົາ​ກໍ​ບໍ່​ປາດ​ຖະ​ໜາ​ເພິ່ນ.

3 ເພິ່ນ​ຈະ​ເປັນ​ຜູ້​ທີ່​ຖືກ​ໝິ່ນ​ປະ​ໝາດ ແລະ ຖືກ​ຜູ້​ຄົນ​ປະ​ຕິ​ເສດ, ແລະ ເປັນ​ຜູ້​ມີ​ຄວາມ​ໂສກ​ເສົ້າ ແລະ ສະ​ຫລົດ​ໃຈ​ຄື​ກັບ​ວ່າ ພວກ​ເຮົາ​ໜີ​ໜ້າ​ຈາກ​ເພິ່ນ; ເພິ່ນ​ຈະ​ເປັນ​ຄົນ​ທີ່​ຖືກ​ໝິ່ນ​ປະ​ໝາດ, ແລະ ພວກ​ເຮົາ​ບໍ່​ນັບ​ຖື​ເພິ່ນ.

4 ແນ່​ນອນ ເພິ່ນ​ຈະ ແບກ​ຫາບ​ເອົາ ຄວາມ​ໂສກ​ເສົ້າ, ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ພວກ​ເຮົາ​ໄວ້; ແຕ່​ປານ​ນັ້ນ ພວກ​ເຮົາ​ຍັງ​ຖື​ວ່າ​ເພິ່ນ​ຖືກ​ຕີ, ຖືກ​ລົງ​ໂທດ​ຈາກ​ພຣະ​ເຈົ້າ, ແລະ ເປັນ​ທຸກ.

5 ແຕ່​ວ່າ​ເພິ່ນ​ໄດ້​ຮັບ​ບາດ​ເຈັບ​ເພາະ ການ​ລ່ວງ​ລະເມີດ​ຂອງ​ພວກ​ເຮົາ, ເພິ່ນ​ມີ​ຮອຍ​ຟົກ​ຊ້ຳ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຮົາ; ການ​ຕີ​ສອນ​ເພື່ອ​ສັນ​ຕິ​ສຸກ​ຂອງ​ພວກ​ເຮົາ​ຢູ່​ກັບ​ເພິ່ນ; ແລະ ດ້ວຍ​ຮອຍ​ຖືກ​ຕີ​ຂອງ​ເພິ່ນ ພວກ​ເຮົາ​ຈຶ່ງ​ຖືກ ປິ່ນ​ປົວ​ໃຫ້​ດີ.

6 ພວກ​ເຮົາ​ທັງ​ໝົດ, ເໝືອນ​ດັ່ງ ໂຕ​ແກະ​ໄດ້​ຫລົງ​ທາງ​ໄປ; ພວກ​ເຮົາ​ໄດ້​ໄປ​ຕາມ​ເສັ້ນ​ທາງ​ຂອງ​ໃຜ​ລາວ; ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ວາງ​ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ​ຂອງ​ພວກ​ເຮົາ​ໄວ້​ກັບ​ພຣະ​ອົງ.

7 ເພິ່ນ​ຈະ​ຖືກ​ຂົ່ມ​ເຫັງ, ແລະ ເພິ່ນ​ຈະ​ທົນ​ຕໍ່​ຄວາມ​ເປັນ​ທຸກ, ແຕ່​ປານ​ນັ້ນ ເພິ່ນ​ຍັງ​ບໍ່​ເປີດ​ປາກ​ຂອງ​ເພິ່ນ​ເລີຍ; ເພິ່ນ​ຖືກ​ນຳ​ເອົາ​ໄປ​ໂຮງ​ຂ້າ​ສັດ​ຄື​ກັນ​ກັບ ລູກ​ແກະ, ແລະ ຄື​ກັບ​ໂຕ​ແກະ​ທີ່​ຢືນ​ຢູ່​ເສີຍໆ​ຕໍ່​ໜ້າ​ຄົນ​ທີ່​ຕັດ​ຂົນ​ຂອງ​ມັນ ແລະ ເພິ່ນ​ກໍ​ບໍ່​ເປີດ​ປາກ​ເລີຍ.

8 ເພິ່ນ​ຖືກ​ເອົາ​ອອກ​ຈາກ​ຄຸກ ແລະ ຈາກ​ການ​ຕັດ​ສິນ; ແລະ ແມ່ນ​ໃຜ​ຈະ​ປະ​ກາດ​ຊົ່ວ​ລຸ້ນ​ຄົນ​ຂອງ​ເພິ່ນ? ເພາະ​ວ່າ​ເພິ່ນ​ຖືກ​ຕັດ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ຄົນ​ມີ​ຊີ​ວິດ​ຢູ່; ເພາະ​ເພິ່ນ​ຖືກ​ຕີ​ເພື່ອ​ການ​ລ່ວງ​ລະເມີດ​ຂອງ​ຜູ້​ຄົນ​ຂອງ​ເຮົາ.

9 ແລະ ເພິ່ນ​ຖືກ​ຝັງ​ໄວ້​ນຳ​ຄົນ​ຊົ່ວ, ແລະ ນຳ​ພວກ ເສດ​ຖີ; ທັງໆ​ທີ່​ເພິ່ນ​ບໍ່​ໄດ້​ເຮັດ ຄວາມ​ຊົ່ວ ແລະ ບໍ່​ມີ​ຄວາມ​ຫລອກ​ລວງ​ໃດໆ​ຢູ່​ໃນ​ປາກ​ຂອງ​ເພິ່ນ​ເລີຍ.

10 ເຖິງ​ຢ່າງ​ໃດ​ກໍ​ຕາມ ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ພໍ​ພຣະ​ໄທ​ປ່ອຍ​ໃຫ້​ເພິ່ນ​ຟົກ​ຊ້ຳ; ພຣະ​ອົງ​ໄດ້​ເຮັດ​ໃຫ້​ເພິ່ນ​ໂສກ​ເສົ້າ; ເວລາ​ພຣະ​ອົງ​ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເພິ່ນ​ເປັນ​ເຄື່ອງ​ຖວາຍ​ເພື່ອ​ບາບ ເພິ່ນ​ຈະ​ເຫັນ ລູກ​ຫລານ​ຂອງ​ເພິ່ນ, ພຣະ​ອົງ​ຈະ​ໃຫ້​ວັນ​ເວລາ​ຂອງ​ເພິ່ນ​ຍືດ​ຍາວ, ແລະ ຄວາມ​ພໍ​ພຣະ​ໄທ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຮຸ່ງ​ເຮືອງ​ໃນ​ວັນ​ຂອງ​ເພິ່ນ.

11 ພຣະ​ອົງ​ຈະ​ເບິ່ງ​ຄວາມ​ເຈັບ​ປວດ​ຂອງ​ຈິດ​ວິນ​ຍານ​ຂອງ​ເພິ່ນ, ແລະ ຈະ​ພໍ​ພຣະ​ໄທ; ໂດຍ​ຄວາມ​ຮູ້​ຂອງ​ເພິ່ນ ຜູ້​ຮັບ​ໃຊ້​ທີ່​ຊອບ​ທຳ​ຂອງ​ເຮົາ​ຈະ​ຮັບ​ຮອງ​ຄົນ​ຢ່າງ​ຫລວງ​ຫລາຍ; ເພາະ​ເພິ່ນ​ຈະ ແບກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຄົນ​ເຫລົ່າ​ນັ້ນ.

12 ສະນັ້ນ ເຮົາ​ຈະ​ແບ່ງ​ສ່ວນ​ໜຶ່ງ​ໃຫ້​ເພິ່ນ​ກັບ​ຄົນ​ທີ່​ຍິ່ງ​ໃຫຍ່, ແລະ ເພິ່ນ​ຈະ​ແບ່ງ​ຊັບ​ທີ່​ປຸ້ນ​ກັບ​ຄົນ​ທີ່​ແຂງ​ແຮງ; ເພາະ​ເພິ່ນ​ເທ​ຈິດ​ວິນ​ຍານ​ຂອງ​ເພິ່ນ​ອອກ​ຈົນ​ເຖິງ​ຄວາມ​ຕາຍ; ແລະ ເພິ່ນ​ຖືກ​ນັບ​ເຂົ້າ​ຢູ່​ກັບ​ຄົນ​ທີ່​ລ່ວງ​ລະເມີດ; ແລະ ເພິ່ນ​ແບກ​ບາບ​ຂອງ​ຄົນ​ຢ່າງ​ຫລວງ​ຫລາຍ​ໄວ້, ແລະ ວິງ​ວອນ​ແທນ​ຄົນ​ທີ່​ລ່ວງ​ລະເມີດ.