ພຣະ​ຄຳ​ພີ
ໂມ​ໄຊ​ຢາ 16


ບົດ​ທີ 16

ພຣະ​ເຈົ້າ​ໄຖ່​ມະນຸດ ຈາກ​ສະພາບ​ອັນ​ຫລົງ​ທາງ ແລະ ຕົກ​ຕ່ຳ​ຂອງ​ພວກ​ເຂົາ—ຜູ້​ທີ່​ເຕັມ​ໄປ​ດ້ວຍ​ກາມ​ມະ​ລົມ​ຈະ​ເປັນ​ຢູ່​ຄື​ກັບ​ວ່າ​ບໍ່​ໄດ້​ຮັບ​ການ​ໄຖ່—ພຣະ​ຄຣິດ​ເຮັດ​ໃຫ້​ເກີດ​ການ​ຟື້ນ​ຄືນ​ຊີ​ວິດ​ທີ່​ເປັນ​ນິດ ຫລື ຄວາມ​ອັບ​ປະ​ໂຫຍດ​ອັນ​ບໍ່​ມີ​ວັນ​ສິ້ນ​ສຸດ. ປະ​ມານ 148 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ອະ​ບີ​ນາ​ໄດ​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ ເພິ່ນ​ໄດ້​ເດ່​ມື​ອອກ​ໄປ ແລະ ກ່າວ​ວ່າ: ເວລາ​ຈະ​ມາ​ເຖິງ​ເມື່ອ​ຄົນ​ທັງ​ຫລາຍ​ຈະ​ເຫັນ ຄວາມ​ລອດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ; ເມື່ອ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ​ຈະ​ເຫັນ​ພ້ອມ​ກັນ, ແລະ ຈະ ຮັບ​ສາ​ລະ​ພາບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ວ່າ ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ນັ້ນ​ຍຸດ​ຕິ​ທຳ.

2 ແລະ ເມື່ອ​ນັ້ນ​ຄົນ​ຊົ່ວ​ຈະ​ຖືກ ຂັບ​ໄລ່​ອອກ​ໄປ, ແລະ ພວກ​ເຂົາ​ຈະ​ມີ​ເຫດ​ໃຫ້​ຮ້ອງ​ຄວນ, ແລະ ຮ້ອງ​ໄຫ້, ແລະ ຈົ່ມ​ວ່າ, ແລະ ກັດ​ແຂ້ວ​ຄ້ຽວ​ຟັນ; ແລະ ນີ້​ເປັນ​ຍ້ອນ​ວ່າ​ພວກ​ເຂົາ​ບໍ່​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ສະນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ບໍ່​ໄຖ່​ພວກ​ເຂົາ.

3 ເພາະວ່າ ພວກ​ເຂົາ​ເປັນ​ຄົນ​ມີ ກາມ​ມະ​ລົມ ແລະ ຕ່ຳ​ຊ້າ, ແລະ ມານ​ມີ​ອຳນາດ​ເໜືອ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ງູ​ເຖົ້າ​ໂຕ​ນັ້ນ​ໄດ້ ຫລອກ​ລວງ​ບິດາ​ມານດາ​ຜູ້​ທຳ​ອິດ​ຂອງ​ພວກ​ເຮົາ, ຊຶ່ງ​ເປັນ​ມາ​ຂອງ​ສາ​ເຫດ​ຂອງ ການ​ຕົກ​ຂອງ​ພວກ​ເພິ່ນ; ຈຶ່ງ​ເປັນ​ສາ​ເຫດ​ໃຫ້​ມະນຸດ​ຊາດ​ທັງ​ປວງ​ກັບ​ມາ​ມີ​ກາມ​ມະ​ລົມ, ຕັນ​ຫາ​ໜ້າ​ມືດ, ຕ່ຳ​ຊ້າ, ຮູ້​ຈັກ​ຄວາມ​ຊົ່ວ​ຈາກ​ຄວາມ​ດີ, ຍອມ​ຕົນ​ຂຶ້ນ​ກັບ​ມານ.

4 ມະນຸດ​ຊາດ​ທັງ​ປວງ​ຈຶ່ງ ຫລົງ​ທາງ​ໄປ​ແນວ​ນັ້ນ; ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ຈະ​ຫລົງ​ທາງ​ຢູ່​ຢ່າງ​ບໍ່​ມີ​ວັນ​ສຸດ ຖ້າ​ຫາກ​ພຣະ​ເຈົ້າ​ບໍ່​ໄດ້​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ສະພາບ​ອັນ​ຫລົງ​ທາງ ແລະ ຕົກ​ຕ່ຳ​ຂອງ​ພວກ​ເຂົາ.

5 ແຕ່​ຈົ່ງ​ຈຳ​ໄວ້​ວ່າ ຜູ້​ໃດ​ທີ່​ຍັງ​ຄົງ​ຢູ່​ໃນ​ສະພາບ​ແຫ່ງ ກາມ​ມະ​ລົມ​ຂອງ​ຕົນ​ເອງ, ແລະ ດຳ​ເນີນ​ຕໍ່​ໄປ​ໃນ​ທາງ​ຂອງ​ບາບ​ແລະ ການ​ກະ​ບົດ​ຕໍ່​ພຣະ​ເຈົ້າ ຜູ້​ນັ້ນ​ຈະ​ຍັງ​ຄົງ​ຢູ່​ໃນ​ສະພາບ​ຕົກ​ຕ່ຳ​ຂອງ​ຕົນ ແລະ ມານ​ມີ​ອຳນາດ​ທັງ​ໝົດ​ເໜືອ​ເຂົາ. ສະນັ້ນ ເຂົາ​ຈຶ່ງ​ເປັນ​ຄື​ກັນ​ກັບ​ບໍ່​ມີ ການ​ໄຖ່​ເລີຍ, ເປັນ​ສັດ​ຕູ​ຂອງ​ພຣະ​ເຈົ້າ; ແລະ ມານ​ກໍ​ເປັນ​ສັດ​ຕູ​ຂອງ​ພຣະ​ເຈົ້າ​ຄື​ກັນ.

6 ແລະ ບັດ​ນີ້​ຖ້າ​ຫາກ​ພຣະ​ຄຣິດ​ບໍ່​ສະ​ເດັດ​ມາ​ຍັງ​ແຜ່ນ​ດິນ​ໂລກ, ກ່າວ​ເຖິງ​ສິ່ງ​ທີ່​ຈະ​ມາ​ເຖິງ ເໝືອນ​ດັ່ງ​ມັນ​ມາ​ເຖິງ​ແລ້ວ, ການ​ໄຖ່​ກໍ​ຈະ​ມີ​ຂຶ້ນ​ບໍ່​ໄດ້.

7 ແລະ ຖ້າ​ຫາກ​ພຣະ​ຄຣິດ​ບໍ່​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ, ຫລື ວ່າ​ເຮັດ​ໃຫ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຂາດ​ອອກ ເພື່ອ​ໃຫ້​ຫລຸມ​ຝັງ​ສົບ​ບໍ່​ມີ​ໄຊ​ຊະນະ, ແລະ ເພື່ອ​ຄວາມ​ຕາຍ​ຈະ​ບໍ່​ມີ ຄວາມ​ເຈັບ​ປວດ, ແລ້ວ​ຈະ​ບໍ່​ມີ​ການ​ຟື້ນ​ຄືນ​ຊີ​ວິດ​ເລີຍ.

8 ແຕ່​ມັນ​ມີ ການ​ຟື້ນ​ຄືນ​ຊີ​ວິດ, ສະນັ້ນ ຫລຸມ​ຝັງ​ສົບ​ຈຶ່ງ​ບໍ່​ມີ​ໄຊ​ຊະນະ, ແລະ ຄວາມ​ເຈັບ​ປວດ​ແຫ່ງ ຄວາມ​ຕາຍ​ຈະ​ຖືກ​ກືນ​ເຂົ້າ​ໄປ​ໃນ​ພຣະ​ຄຣິດ.

9 ພຣະ​ອົງ​ເປັນ ແສງ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ; ແທ້​ຈິງ​ແລ້ວ, ເປັນ​ແສງ​ສະ​ຫວ່າງ​ອັນ​ບໍ່​ມີ​ບ່ອນ​ສິ້ນ​ສຸດ, ຊຶ່ງ​ຈະ​ບໍ່​ມີ​ຄວາມ​ມືດ​ເລີຍ; ແທ້​ຈິງ​ແລ້ວ, ມັນ​ເປັນ​ຊີ​ວິດ​ອັນ​ບໍ່​ມີ​ບ່ອນ​ສິ້ນ​ສຸດ ຊຶ່ງ​ຈະ​ບໍ່​ມີ​ຄວາມ​ຕາຍ​ເລີຍ.

10 ເຖິງ​ແມ່ນ​ວ່າ​ຮ່າງ​ກາຍ​ທີ່​ເປັນ​ມະຕະ​ນີ້​ຈະ​ຖືກ​ສວມ​ໃສ່ ຄວາມ​ເປັນ​ອະ​ມະ​ຕະ, ແລະ ຄວາມ​ເນົ່າ​ເປື່ອຍ​ຈະ​ສວມ​ໃສ່​ຄວາມ​ບໍ່​ເນົ່າ​ເປື່ອຍ, ແລະ ຈະ​ຖືກ​ນຳ​ໄປ ຢືນ​ຢູ່​ຕໍ່​ໜ້າ​ບ່ອນ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ, ເພື່ອ​ຮັບ ການ​ພິ​ພາກ​ສາ​ຈາກ​ພຣະ​ອົງ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ ບໍ່​ວ່າ​ພວກ​ເຂົາ​ຈະ​ດີ ຫລື ຈະ​ຊົ່ວ—

11 ຖ້າ​ຫາກ​ມັນ​ດີ, ກໍ​ໄປ​ເຖິງ​ການ​ຟື້ນ​ຄືນ​ຊີ​ວິດ ແລະ ມີ​ຄວາມ​ຜາ​ສຸກ​ອັນ ບໍ່​ມີ​ວັນ​ສິ້ນ​ສຸດ; ແລະ ຖ້າ​ຫາກ​ມັນ​ຊົ່ວ, ກໍ​ໄປ​ເຖິງ​ການ​ຟື້ນ​ຄືນ​ຊີ​ວິດ​ສູ່​ຄວາມ​ອັບ​ປະ​ໂຫຍດ​ອັນ ບໍ່​ມີ​ວັນ​ສິ້ນ​ສຸດ, ໂດຍ​ຖືກ​ສົ່ງ​ໄປ​ໃຫ້​ມານ​ຜູ້​ທີ່​ພວກ​ເຂົາ​ຂຶ້ນ​ກັບ​ມັນ, ຊຶ່ງ​ແມ່ນ​ຄວາມ​ອັບ​ປະ​ໂຫຍດ—

12 ໂດຍ​ໄປ​ຕາມ​ຄວາມ​ປະສົງ​ອັນ​ເຕັມ​ໄປ​ດ້ວຍ​ກາມ​ມະ​ລົມ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຂົາ​ເອງ ໂດຍ​ບໍ່​ເຄີຍ​ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ທັງໆ​ທີ່​ພຣະ​ພາຫາ​ແຫ່ງ ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ເດ່​ອອກ​ມາ​ຫາ​ພວກ​ເຂົາ; ຊຶ່ງ​ເປັນ​ພຣະ​ພາຫາ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ເດ່​ອອກ​ມາ​ຫາ​ພວກ​ເຂົາ​ແລ້ວ, ແລະ ພວກ​ເຂົາ​ບໍ່​ຮັບ​ເອົາ; ພວກ​ເຂົາ​ຖືກ​ເຕືອນ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ແຕ່​ພວກ​ເຂົາ​ບໍ່​ປະ​ຖິ້ມ​ມັນ​ເລີຍ; ແລະ ພວກ​ເຂົາ​ໄດ້​ຮັບ​ພຣະ​ບັນ​ຊາ​ໃຫ້​ກັບ​ໃຈ ແຕ່​ພວກ​ເຂົາ​ບໍ່​ໄດ້​ກັບ​ໃຈ​ເລີຍ.

13 ແລະ ບັດ​ນີ້, ພວກ​ທ່ານ​ຈະ​ບໍ່​ສັ່ນ​ສະ​ທ້ານ ແລະ ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ທ່ານ​ບໍ, ແລະ ຈົ່ງ​ຈຳ​ໄວ້​ວ່າ ພຽງ​ແຕ່​ໃນ ແລະ ໂດຍ​ທາງ​ພຣະ​ຄຣິດ​ເທົ່າ​ນັ້ນ​ທີ່​ພວກ​ທ່ານ​ຈະ​ລອດ​ໄດ້?

14 ສະນັ້ນ, ຖ້າ​ຫາກ​ພວກ​ທ່ານ​ສິດ​ສອນ ກົດ​ຂອງ​ໂມເຊ​ແລ້ວ, ກໍ​ຕ້ອງ​ສິດ​ສອນ​ອີກ​ວ່າ ມັນ​ຈະ​ເປັນ​ເງົາ​ຂອງ​ສິ່ງ​ທີ່​ຈະ​ມາ​ເຖິງ—

15 ຈົ່ງ​ສິດ​ສອນ​ພວກ​ເຂົາ​ວ່າ ການ​ໄຖ່​ມາ​ເຖິງ​ໂດຍ​ທາງ​ພຣະ​ຄຣິດ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ຊຶ່ງ​ເປັນ ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ອົງ​ນີ້. ອາ​ແມນ.