ບົດ​ທີ 16

ພຣະ​ເຈົ້າ​ໄຖ່​ມະນຸດ ຈາກ​ສະພາບ​ອັນ​ຫລົງ​ທາງ ແລະ ຕົກ​ຕ່ຳ​ຂອງ​ພວກ​ເຂົາ—ຜູ້​ທີ່​ເຕັມ​ໄປ​ດ້ວຍ​ກາມ​ມະ​ລົມ​ຈະ​ເປັນ​ຢູ່​ຄື​ກັບ​ວ່າ​ບໍ່​ໄດ້​ຮັບ​ການ​ໄຖ່—ພຣະ​ຄຣິດ​ເຮັດໃຫ້ເກີດ​ການ​ຟື້ນ​ຄືນ​ຊີວິດ​ທີ່​ເປັນ​ນິດ ຫລື ​ຄວາມ​ອັບ​ປະ​ໂຫຍດ​ອັນ​ບໍ່​ມີ​ວັນ​ສິ້ນ​ສຸດ. ປະມານ 148 ປີ ກ່ອນ ຄ.ສ.

 ແລະ ບັດ​ນີ້, ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ອະ​ບີ​ນາ​ໄດ​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ ເພິ່ນ​ໄດ້​ເດ່​ມື​ອອກ​ໄປ ແລະ ກ່າວ​ວ່າ: ເວລາ​ຈະ​ມາ​ເຖິງ​ເມື່ອ​ຄົນ​ທັງ​ຫລາຍ​ຈະ​ເຫັນ​ຄວາມ​ລອດ​ຈາກ​ພຣະຜູ້​ເປັນ​ເຈົ້າ; ເມື່ອ​ທຸກ​ປະຊາ​ຊາດ, ທຸກ​ຕະກຸນ, ທຸກ​ພາສາ, ແລະ ທຸກ​ຜູ້ຄົນ​ທັງ​ປວງ​ຈະ​ເຫັນ​ພ້ອມ​ກັນ, ແລະ ຈະ​ຮັບ​ສາລະພາບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ວ່າ ການ​ພິພາກສາ​ຂອງ​ພຣະ​ອົງ​ນັ້ນ​ຍຸດ​ຕິ​ທຳ.

 ແລະ ເມື່ອນັ້ນຄົນ​ຊົ່ວ​ຈະ​ຖືກ​ຂັບ​ໄລ່​ອອກ​ໄປ, ແລະ ພວກ​ເຂົາ​ຈະ​ມີ​ເຫດ​ໃຫ້​ຮ້ອງ​ຄາງ​ຂຶ້ນ, ແລະ ຮ້ອງ​ໄຫ້, ແລະ ຈົ່ມ​ວ່າ, ແລະ ກັດ​ແຂ້ວ​ຄ້ຽວ​ຟັນ; ແລະ ນີ້​ເປັນ​ຍ້ອນ​ວ່າ​ພວກ​ເຂົາ​ບໍ່​ເຊື່ອ​ຟັງ​ສຸລະສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ; ດັ່ງນັ້ນ ພຣະຜູ້​ເປັນ​ເຈົ້າຈຶ່ງ​ບໍ່​ໄຖ່​ພວກ​ເຂົາ.

 ເພາະວ່າ ພວກ​ເຂົາ​ເປັນ​ຄົນ​ມີ​ກາມ​ມະ​ລົມ ແລະ ຕ່ຳ​ຊ້າ, ແລະ ມານ​ມີ​ອຳ​ນາດ​ເໜືອ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ງູ​ເຖົ້າ​ໂຕນັ້ນ​ໄດ້​ຫລອກ​ລວງ​ບິດາ​ມານ​ດາ​ຜູ້​ທຳ​ອິດ​ຂອງ​ພວກ​ເຮົາ, ຊຶ່ງ​ເປັນ​ມາ​ຂອງ​ສາ​ເຫດ​ຂອງ​ການ​ຕົກ​ຂອງ​ພວກ​ເພິ່ນ; ຈຶ່ງ​ເປັນສາ​ເຫດ​ໃຫ້​ມະນຸດຊາດ​ທັງ​ປວງ​ກັບ​ມາ​ມີ​ກາມ​ມະ​ລົມ, ຕັນຫາ, ໜ້າ​ມືດ, ຕ່ຳ​ຊ້າ, ຮູ້ຈັກ​ຄວາມ​ຊົ່ວຈາກ​ຄວາມ​ດີ, ຍອມ​ຕົນ​ຂຶ້ນກັບ​ມານ.

 ມະນຸດຊາດ​ທັງ​ປວງ​ຈຶ່ງ​ຫລົງ​ທາງ​ໄປ​ແນວ​ນັ້ນ; ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ຈະ​ຫລົງ​ທາງ​ຢູ່​ຢ່າງ​ບໍ່​ມີ​ວັນ​ສຸດ ຖ້າ​ຫາກ​ພຣະ​ເຈົ້າບໍ່ໄດ້ໄຖ່​ຜູ້ຄົນ​ຂອງ​ພຣະ​ອົງ​ໃຫ້​ພົ້ນຈາກ​ສະພາບ​ອັນ​ຫລົງ​ທາງ ແລະ ຕົກ​ຕ່ຳຂອງ​ພວກ​ເຂົາ.

 ແຕ່​ຈົ່ງ​ຈຳ​ໄວ້​ວ່າ ຜູ້​ໃດ​ທີ່​ຍັງ​ຄົງ​ຢູ່​ໃນ​ສະພາບ​ແຫ່ງ​ກາມ​ມະ​ລົມ​ຂອງ​ຕົນ​ເອງ, ແລະ ດຳ​ເນີນ​ຕໍ່​ໄປ​ໃນ​ທາງ​ຂອງ​ບາບ​ແລະ ການ​ທໍລະ​ຍົດ​ຕໍ່​ພຣະ​ເຈົ້າ ຜູ້​ນັ້ນ​ຈະ​ຍັງ​ຄົງ​ຢູ່​ໃນ​ສະພາບ​ຕົກ​ຕ່ຳ​ຂອງ​ຕົນ ແລະ ມານ​ມີ​ອຳນາດ​ທັງ​ໝົດ​ເໜືອ​ເຂົາ. ດັ່ງນັ້ນ ເຂົາ​ຈຶ່ງ​ເປັນ​ຄື​ກັນ​ກັບ​ບໍ່​ມີ​ການ​ໄຖ່​ເລີຍ, ເປັນ​ສັດ​ຕູ​ຂອງ​ພຣະ​ເຈົ້າ; ແລະ ມານ​ກໍ​ເປັນ​ສັດຕູ​ຂອງ​ພຣະ​ເຈົ້າ​ຄື​ກັນ.

 ແລະ ບັດ​ນີ້ຖ້າ​ຫາກ​ພຣະ​ຄຣິດ​ບໍ່​ສະ​ເດັດ​ມາ​ຍັງ​ແຜ່ນດິນໂລກ, ກ່າວ​ເຖິງ​ສິ່ງ​ທີ່​ຈະ​ມາ​ເຖິງ​ເໝືອນ​ດັ່ງ​ມັນ​ມາ​ເຖິງ​ແລ້ວ, ການ​ໄຖ່​ກໍ​ຈະ​ມີ​ຂຶ້ນບໍ່​ໄດ້.

 ແລະ ຖ້າ​ຫາກ​ພຣະ​ຄຣິດ​ບໍ່​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ, ຫລື​ວ່າ​ເຮັດ​ໃຫ້​ສາຍຮັດ​ແຫ່ງ​ຄວາມ​ຕາຍ​ຂາດອອກ ເພື່ອ​ໃຫ້​ຫລຸມ​ຝັງ​ສົບ​ບໍ່​ມີ​ໄຊຊະນະ, ແລະ ເພື່ອ​ຄວາມ​ຕາຍ​ຈະ​ບໍ່​ມີ​ຄວາມ​ເຈັບປວດ, ແລ້ວ​ຈະ​ບໍ່​ມີ​ການ​ຟື້ນ​ຄືນ​ຊີວິດ​ເລີຍ.

 ແຕ່​ມັນ​ມີ​ການ​ຟື້ນ​ຄືນ​ຊີວິດ, ດັ່ງນັ້ນ ຫລຸມ​ຝັງ​ສົບ​ຈຶ່ງ​ບໍ່​ມີ​ໄຊຊະນະ, ແລະ ຄວາມ​ເຈັບ​ປວດ​ແຫ່ງ​ຄວາມ​ຕາຍ​ຈະ​ຖືກ​ກືນ​ເຂົ້າ​ໄປ​ໃນ​ພຣະ​ຄຣິດ.

 ພຣະ​ອົງ​ເປັນ​ແສງ​ສະຫວ່າງ ແລະ ຊີວິດ​ຂອງ​ໂລກ; ແທ້​ຈິງ​ແລ້ວ, ເປັນ​ແສງ​ສະຫວ່າງ​ອັນ​ບໍ່​ມີ​ບ່ອນ​ສິ້ນ​ສຸດ, ຊຶ່ງຈະ​ບໍ່​ມີ​ຄວາມ​ມືດ​ເລີຍ; ແທ້​ຈິງ​ແລ້ວ, ມັນ​ເປັນ​ຊີວິດ​ອັນ​ບໍ່​ມີ​ບ່ອນ​ສິ້ນ​ສຸດ ຊຶ່ງຈະ​ບໍ່​ມີ​ຄວາມ​ຕາຍ​ເລີຍ.

 10 ເຖິງ​ແມ່ນ​ວ່າ​ຮ່າງກາຍ​ທີ່​ເປັນ​ມະຕະ​ນີ້​ຈະ​ຖືກ​ສວມ​ໃສ່​ຄວາມ​ເປັນ​ອະ​ມະຕະ, ແລະ ຄວາມ​ເນົ່າ​ເປື່ອຍ​ຈະ​ສວມ​ໃສ່​ຄວາມ​ບໍ່​ເນົ່າ​ເປື່ອຍ, ແລະ ຈະ​ຖືກ​ນຳ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ບ່ອນ​ພິພາກສາ​ຂອງ​ພຣະ​ເຈົ້າ, ເພື່ອ​ຮັບ​ການ​ຕັດສິນ​ຈາກ​ພຣະ​ອົງ​ຕາມ​ການ​ກະທຳ​ຂອງ​ພວກ​ເຂົາ ບໍ່​ວ່າ​ການ​ກະທຳ​ນັ້ນ​ດີ ຫລື ຊົ່ວ—

 11 ຖ້າ​ຫາກ​ມັນ​ດີ, ກໍ​ໄປ​ເຖິງ​ການ​ຟື້ນ​ຄືນ​ຊີວິດ ແລະ ມີ​ຄວາມ​ຜາ​ສຸກ​ອັນ​ບໍ່​ມີ​ວັນ​ສິ້ນ​ສຸດ; ແລະ ຖ້າ​ຫາກ​ມັນ​ຊົ່ວ, ກໍ​ໄປ​ເຖິງ​ການ​ຟື້ນ​ຄືນ​ຊີວິດ​ສູ່​ຄວາມ​ອັບ​ປະ​ໂຫຍດ​ອັນ​ບໍ່​ມີ​ວັນ​ສິ້ນ​ສຸດ, ໂດຍ​ຖືກ​ສົ່ງ​ໄປ​ໃຫ້​ມານ​ຜູ້​ທີ່​ພວກ​ເຂົາ​ຂຶ້ນ​ກັບ​ມັນ, ຊຶ່ງ​ແມ່ນ​ຄວາມ​ອັບ​ປະ​ໂຫຍດ—

 12 ໂດຍ​ໄປ​ຕາມ​ຄວາມ​ປະສົງ​ອັນ​ເຕັມ​ໄປ​ດ້ວຍ​ກາມ​ມະ​ລົມ ແລະ ຄວາມ​ປາ​ຖະໜາ​ຂອງ​ພວກ​ເຂົາ​ເອງ ໂດຍ​ບໍ່​ເຄີຍ​ເອີ້ນ​ຫາ​ພຣະຜູ້​ເປັນ​ເຈົ້າ ທັງໆ​ທີ່​ແຂນ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ເດ່​ອອກ​ມາ​ຫາ​ພວກ​ເຂົາ; ຊຶ່ງ​ເປັນ​ແຂນ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ເດ່​ອອກ​ມາ​ຫາ​ພວກ​ເຂົາ​ແລ້ວ, ແລະ ພວກ​ເຂົາ​ບໍ່​ຮັບ​ເອົາ; ພວກ​ເຂົາ​ຖືກ​ເຕືອນ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ແຕ່​ພວກ​ເຂົາ​ບໍ່​ປະ​ຖິ້ມ​ມັນ​ເລີຍ; ແລະ ພວກ​ເຂົາ​ໄດ້​ຮັບ​ພຣະ​ບັນຊາ​ໃຫ້​ກັບ​ໃຈ ແຕ່​ພວກ​ເຂົາ​ບໍ່​ໄດ້​ກັບ​ໃຈ​ເລີຍ.

 13 ແລະ ບັດ​ນີ້, ພວກ​ທ່ານ​ຈະ​ບໍ່​ສັ່ນ​ສະ​ທ້ານ ແລະ ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ທ່ານ​ບໍ, ແລະ ຈົ່ງ​ຈຳ​ໄວ້​ວ່າ ພຽງແຕ່ໃນ ແລະ ໂດຍ​ທາງ​ພຣະ​ຄຣິດ​ເທົ່າ​ນັ້ນທີ່​ພວກ​ທ່ານ​ຈະ​ລອດ​ໄດ້?

 14 ດັ່ງນັ້ນ, ຖ້າ​ຫາກ​ພວກ​ທ່ານ​ສັ່ງສອນ​ກົດ​ຂອງ​ໂມ​ເຊ​ແລ້ວ, ກໍ​ຕ້ອງ​ສັ່ງສອນ​ອີກ​ວ່າ ມັນ​ຈະ​ເປັນ​ເງົາ​ຂອງ​ສິ່ງ​ທີ່​ຈະ​ມາ​ເຖິງ—

 15 ຈົ່ງ​ສັ່ງສອນ​ພວກ​ເຂົາ​ວ່າ ການ​ໄຖ່​ມາ​ເຖິງ​ໂດຍ​ທາງ​ພຣະ​ຄຣິດພຣະຜູ້​ເປັນ​ເຈົ້າ, ຜູ້​ຊຶ່ງ​ເປັນ​ພຣະ​ບິດາ​ນິ​ລັນ​ດອນ​ອົງ​ນີ້. ອາ​ແມນ.