ພຣະ​ຄຳ​ພີ
ໂມ​ໄຊ​ຢາ 18


ບົດ​ທີ 18

ແອວມາ​ສັ່ງ​ສອນ​ຢ່າງ​ງຽບໆ—ເພິ່ນ​ໄດ້​ຕັ້ງ​ພັນທະ​ສັນ​ຍາ​ຂອງ​ການ​ບັບຕິ​ສະມາ ແລະ ບັບຕິ​ສະມາ​ໃນ​ນ້ຳ​ມໍມອນ—ເພິ່ນ​ໄດ້​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ ແລະ ແຕ່ງ​ຕັ້ງ​ປະ​ໂລ​ຫິດ—ພວກ​ເຂົາ​ທຳ​ງານ​ລ້ຽງ​ຕົວ​ເອງ ແລະ ສິດ​ສອນ​ຜູ້​ຄົນ—ແອວມາ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ຫລົບ​ໜີ​ຈາກ​ກະສັດ​ໂນອາ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ປະ​ມານ 147–145 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ, ໄດ້​ຫລົບ​ໜີ​ຈາກ​ພວກ​ຄົນ​ໃຊ້​ຂອງ​ກະສັດ​ໂນອາ, ໄດ້ ກັບ​ໃຈ​ຈາກ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ເພິ່ນ, ແລະ ທ່ອງ​ທ່ຽວ​ໄປ​ໃນ​ບັນ​ດາ​ຜູ້​ຄົນ​ຢ່າງ​ງຽບໆ, ແລະ ເລີ່ມ​ສິດ​ສອນ​ຄຳ​ຂອງ​ອະ​ບີ​ນາ​ໄດ—

2 ແທ້​ຈິງ​ແລ້ວ, ກ່ຽວ​ກັບ​ສິ່ງ​ທີ່​ຈະ​ມາ​ເຖິງ, ແລະ ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ​ນຳ​ອີກ, ແລະ ການ​ໄຖ່​ຜູ້​ຄົນ, ຊຶ່ງ​ຈະ​ຖືກ​ເຮັດ​ໃຫ້​ເກີດ​ຂຶ້ນ​ໂດຍ ອຳນາດ, ແລະ ຄວາມ​ທຸກ​ທໍ​ລະ​ມານ, ແລະ ໂດຍ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ, ແລະ ການ​ຟື້ນ​ຄືນ​ພຣະ​ຊົນ ແລະ ການ​ສະ​ເດັດ​ຂຶ້ນ​ສະຫວັນ​ຂອງ​ພຣະ​ອົງ.

3 ແລະ ເພິ່ນ​ໄດ້​ສິດ​ສອນ​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ທີ່​ຍອມ​ຟັງ​ຄຳ​ເວົ້າ​ຂອງ​ເພິ່ນ. ແລະ ເພິ່ນ​ໄດ້​ສິດ​ສອນ​ພວກ​ເຂົາ​ຢ່າງ​ງຽບໆ​ເພື່ອ​ກະສັດ​ຈະ​ບໍ່​ຮູ້​ເຖິງ​ເລື່ອງ​ນີ້. ແລະ ຫລາຍ​ຄົນ​ໄດ້​ເຊື່ອ​ຄຳ​ເວົ້າ​ຂອງ​ເພິ່ນ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ເຊື່ອ​ເພິ່ນ​ໄດ້​ອອກ​ໄປ​ຫາ ບ່ອນ​ໜຶ່ງ​ຊຶ່ງ​ເອີ້ນ​ວ່າ ມໍມອນ, ຊຶ່ງ​ກະສັດ​ໄດ້​ຕັ້ງ​ຊື່​ໃຫ້, ໂດຍ​ທີ່​ຢູ່​ຊາຍ​ແດນ​ຂອງ​ແຜ່ນ​ດິນ ມັນ​ຈຶ່ງ​ມີ​ສັດ​ປ່າ​ຢູ່​ຢ່າງ​ຫລວງ​ຫລາຍ​ບາງ​ເວລາ ຫລື ຕາມ​ລະ​ດູ​ການ.

5 ບັດ​ນີ້, ທີ່​ມໍມອນ​ນັ້ນ​ມີ​ອ່າງ​ນ້ຳ​ບໍ​ລິ​ສຸດ​ຢູ່​ແຫ່ງ​ໜຶ່ງ, ແລະ ແອວມາ​ໄດ້​ໄປ​ຫາ​ບ່ອນ​ນັ້ນ, ມັນ​ມີ​ຟຸ່ມ​ໄມ້​ນ້ອຍ​ທີ່​ໜາ​ແໜ້ນ​ຢູ່​ໃກ້​ນ້ຳ, ຊຶ່ງ​ເພິ່ນ​ໄດ້​ລີ້​ຊ່ອນ​ຕົວ​ຢູ່​ໃນ​ເວລາ​ກາງ​ເວັນ​ໃຫ້​ພົ້ນ​ຈາກ​ການ​ຄົ້ນ​ຫາ​ຂອງ​ກະສັດ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ທີ່​ເຊື່ອ​ເພິ່ນ​ໄດ້​ໄປ​ບ່ອນ​ນັ້ນ ເພື່ອ​ຟັງ​ຄຳ​ເວົ້າ​ຂອງ​ເພິ່ນ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຫລາຍ​ມື້ ມັນ​ມີ​ຄົນ​ເປັນ​ຈຳນວນ​ບໍ່​ໜ້ອຍ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ມໍມອນ​ເພື່ອ​ຟັງ​ຄຳ​ເວົ້າ​ຂອງ​ແອວມາ. ແທ້​ຈິງ​ແລ້ວ, ຄົນ​ທັງ​ໝົດ​ທີ່​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ເພິ່ນ​ກໍ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຟັງ​ເພິ່ນ. ແລະ ເພິ່ນ​ໄດ້ ສິດ​ສອນ​ພວກ​ເຂົາ, ແລະ ໄດ້​ສັ່ງ​ສອນ​ເຖິງ​ການ​ກັບ​ໃຈ, ແລະ ການ​ໄຖ່, ແລະ ການ​ມີ​ສັດທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ນີ້​ຄື​ນ້ຳ​ມໍມອນ (ເພາະ​ເອີ້ນ​ຊື່​ມັນ​ແບບ​ນັ້ນ) ແລະ ບັດ​ນີ້, ຍ້ອນ​ວ່າ​ພວກ​ທ່ານ ປາດ​ຖະ​ໜາ​ຈະ​ເຂົ້າ​ມາ​ຫາ ຝູງ​ຊົນ​ຂອງ​ພຣະ​ເຈົ້າ, ແລະ ມີ​ຊື່​ວ່າ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ເຕັມ​ໃຈ​ຈະ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ, ເພື່ອ​ຈະ​ໄດ້​ແບ່ງ​ເບົາ;

9 ແທ້​ຈິງ​ແລ້ວ, ແລະ ເຕັມ​ໃຈ​ທີ່​ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ; ແທ້​ຈິງ​ແລ້ວ, ຈະ​ປອບ​ໃຈ​ຄົນ​ທີ່​ຕ້ອງ​ການ​ຄວາມ​ປອບ​ໃຈ, ແລະ ຈະ​ຢືນ​ເປັນ ພະຍານ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ເວລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ​ທີ່​ພວກ​ທ່ານ​ຢູ່, ເຖິງ​ແມ່ນ​ຈົນ​ເຖິງ​ຄວາມ​ຕາຍ, ເພື່ອ​ພວກ​ທ່ານ​ຈະ​ຖືກ​ໄຖ່​ໂດຍ​ພຣະ​ເຈົ້າ, ແລະ ຖືກ​ນັບ​ເຂົ້າ​ຢູ່​ກັບ​ບັນ​ດາ​ຜູ້​ຄົນ​ຂອງ ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ, ເພື່ອ​ພວກ​ທ່ານ​ຈະ​ມີ ຊີ​ວິດ​ນິ​ລັນ​ດອນ

10 ບັດ​ນີ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຖ້າ​ຫາກ​ສິ່ງ​ນີ້​ເປັນ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ຂອງ​ພວກ​ທ່ານ​ແລ້ວ, ພວກ​ທ່ານ​ມີ​ຫຍັງ​ແດ່​ຂັດ​ຂ້ອງ​ທີ່​ຈະ​ຮັບ ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ຈະ​ເປັນ​ພະຍານ​ຕໍ່​ພຣະ​ອົງ, ວ່າ​ພວກ​ທ່ານ​ໄດ້​ເຂົ້າ​ເຮັດ ພັນທະ​ສັນ​ຍາ​ກັບ​ພຣະ​ອົງ, ວ່າ​ພວກ​ທ່ານ​ຈະ​ຮັບ​ໃຊ້​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ເພື່ອ​ພຣະ​ອົງ​ຈະ​ໄດ້​ທຸ້ມ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ພວກ​ທ່ານ​ຢ່າງ​ຫລວງ​ຫລາຍ​ຍິ່ງ​ຂຶ້ນ?

11 ແລະ ບັດ​ນີ້​ເມື່ອ​ຜູ້​ຄົນ​ໄດ້​ຍິນ​ຂໍ້​ຄວາມ​ນີ້​ແລ້ວ, ພວກ​ເຂົາ​ຕົບ​ມື​ດ້ວຍ​ຄວາມ​ສຸກ ແລະ ຮ້ອງ​ອອກ​ມາ​ວ່າ: ນີ້​ຄື​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ຂອງ​ພວກ​ເຮົາ.

12 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ໄດ້​ພາ​ເຮ​ລາມ, ຊຶ່ງ​ເປັນ​ຄົນ​ໜຶ່ງ​ໃນ​ກຸ່ມ​ທຳ​ອິດ, ແລະ ອອກ​ໄປ​ຢືນ​ຢູ່​ໃນ​ນ້ຳ, ແລະ ຮ້ອງ​ວ່າ: ໂອ້ ພຣະຜູ້​ເປັນເຈົ້າ, ຂໍ​ຈົ່ງ​ໂປດ​ທຸ້ມ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ດ້ວຍ​ເທີ້ນ, ເພື່ອ​ລາວ​ຈະ​ໄດ້​ກະ​ທຳ​ການ​ນີ້​ດ້ວຍ​ໃຈ​ອັນ​ບໍ​ລິ​ສຸດ.

13 ແລະ ເມື່ອ​ເພິ່ນ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ສະ​ຖິດ​ຢູ່​ກັບ​ເພິ່ນ, ແລະ ເພິ່ນ​ໄດ້​ກ່າວ​ວ່າ: ເຮ​ລາມ, ຂ້າ​ພະ​ເຈົ້າ​ໃຫ້ ບັບຕິ​ສະມາ​ທ່ານ ໂດຍ ສິດ​ອຳນາດ​ຂອງ​ພຣະ​ເຈົ້າ​ອົງ​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່, ຊຶ່ງ​ເປັນ​ປະຈັກ​ພະຍານ​ວ່າ ທ່ານ​ໄດ້​ເຂົ້າ​ເຮັດ​ພັນທະ​ສັນ​ຍາ​ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ​ຈົນ​ກວ່າ​ທ່ານ​ຈະ​ຕາຍ​ທາງ​ຮ່າງ​ກາຍ​ທີ່​ເປັນ​ມະຕະ; ແລະ ຂໍ​ໃຫ້​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫລັ່ງ​ລົງ​ມາ​ເທິງ​ທ່ານ; ແລະ ຂໍ​ໃຫ້​ພຣະ​ອົງ​ປະທານ​ຊີ​ວິດ​ນິ​ລັນ​ດອນ​ໃຫ້​ແກ່​ທ່ານ​ໂດຍ ການ​ໄຖ່​ຂອງ​ພຣະ​ຄຣິດ, ຜູ້​ທີ່​ພຣະ​ອົງ​ຕຽມ​ໄວ້​ຕັ້ງ​ແຕ່ ການ​ວາງ​ຮາກ​ຖານ​ຂອງ​ໂລກ​ດ້ວຍ​ເທີ້ນ.

14 ແລະ ຫລັງ​ຈາກ​ແອວມາ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ທັງ​ແອວມາ ແລະ ເຮ​ລາມ ກໍ ຝັງ​ຕົວ​ຢູ່​ໃນ​ນ້ຳ; ແລະ ທັງ​ສອງ​ລຸກ​ຂຶ້ນ ແລະ ອອກ​ມາ​ຈາກ​ນ້ຳ​ດ້ວຍ​ຄວາມ​ຊື່ນ​ຊົມ, ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ.

15 ແລະ ແອວມາ​ໄດ້​ພາ​ຄົນ​ໜຶ່ງ​ອອກ​ໄປ​ໃນ​ນ້ຳ​ອີກ​ເປັນ​ຄັ້ງ​ທີ​ສອງ, ແລະ ໃຫ້​ບັບຕິ​ສະມາ​ເຂົາ​ຕາມ​ແບບ​ຢ່າງ​ເໝືອນ​ຄັ້ງ​ທຳ​ອິດ, ພຽງ​ແຕ່​ເພິ່ນ​ບໍ່​ໄດ້​ຝັງ​ຕົວ​ຂອງ​ເພິ່ນ​ໃນ​ນ້ຳ​ອີກ.

16 ແລະ ຕາມ​ວິ​ທີ​ນີ້ ເພິ່ນ​ໄດ້​ໃຫ້​ບັບຕິ​ສະມາ​ແກ່​ທຸກ​ຄົນ​ທີ່​ອອກ​ໄປ​ຍັງ​ບ່ອນ​ມໍມອນ; ແລະ ພວກ​ເຂົາ​ມີ​ຈຳນວນ​ຢູ່​ສອງ​ຮ້ອຍ​ສີ່​ຄົນ; ແທ້​ຈິງ​ແລ້ວ, ແລະ ພວກ​ເຂົາ​ໄດ້​ຮັບ ບັບຕິ​ສະມາ​ໃນ​ນ້ຳ​ມໍມອນ, ແລະ ເຕັມ​ໄປ​ດ້ວຍ ພຣະ​ຄຸນ​ຂອງ​ພຣະ​ເຈົ້າ.

17 ແລະ ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ, ຫລື ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ, ຕັ້ງ​ແຕ່​ເວລາ​ນັ້ນ​ມາ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ກໍ​ຕາມ​ທີ່​ໄດ້​ຮັບ​ບັບຕິ​ສະມາ​ໂດຍ​ອຳນາດ ແລະ ສິດ​ອຳນາດ​ຂອງ​ພຣະ​ເຈົ້າ​ກໍ​ໄດ້​ຖືກ​ຮວມ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື​ແອວມາ, ໂດຍ​ໄດ້​ຮັບ ສິດ​ອຳນາດ​ຈາກ​ພຣະ​ເຈົ້າ​ໃຫ້​ແຕ່ງ​ຕັ້ງ​ປະ​ໂລ​ຫິດ; ເຖິງ​ແມ່ນ​ໄດ້​ແຕ່ງ​ຕັ້ງ​ປະ​ໂລ​ຫິດ​ຄົນ​ໜຶ່ງ​ຕໍ່​ທຸກ​ຈຳນວນ​ຫ້າ​ສິບ​ຄົນ​ຂອງ​ພວກ​ເຂົາ, ເພື່ອ​ສັ່ງ​ສອນ​ພວກ​ເຂົາ ແລະ ເພື່ອ ສິດ​ສອນ​ຄົນ​ເຫລົ່າ​ນັ້ນ​ເຖິງ​ສິ່ງ​ທີ່​ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

19 ແລະ ເພິ່ນ​ໄດ້​ສັ່ງ​ພວກ​ເຂົາ​ວ່າ ບໍ່​ໃຫ້​ສິດ​ສອນ​ສິ່ງ​ອື່ນ​ນອກ​ຈາກ​ເປັນ​ສິ່ງ​ທີ່​ເພິ່ນ​ສິດ​ສອນ​ໄວ້, ແລະ ໄດ້​ເວົ້າ​ຈາກ​ປາກ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ.

20 ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ສັ່ງ​ພວກ​ເຂົາ​ວ່າ ບໍ່​ໃຫ້ ສັ່ງ​ສອນ​ສິ່ງ​ອື່ນ​ນອກ​ຈາກ​ຈະ​ເປັນ​ເລື່ອງ​ຂອງ​ການ​ກັບ​ໃຈ ແລະ ມີ​ສັດທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ໄດ້​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ.

21 ແລະ ເພິ່ນ​ໄດ້​ສັ່ງ​ພວກ​ເຂົາ​ວ່າ ບໍ່​ຄວນ​ມີ ການ​ຂັດ​ແຍ້ງ​ກັນ​ແຕ່​ຄວນ​ມຸ້ງ​ຫາ​ດ້ວຍ​ຕາ ດຽວ​ກັນ ໂດຍ​ມີ​ສັດທາ ແລະ ບັບຕິ​ສະມາ​ດຽວ, ໂດຍ​ໃຫ້​ໃຈ​ຂອງ​ພວກ​ເຂົາ​ຜູກ​ພັນ​ກັນ​ໄວ້​ໃນ ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ໃນ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ.

22 ແລະ ເພິ່ນ​ໄດ້​ສັ່ງ​ພວກ​ເຂົາ​ໃຫ້​ສັ່ງ​ສອນ​ເຊັ່ນ​ນັ້ນ. ແລະ ໂດຍ​ວິ​ທີ​ນັ້ນ​ພວກ​ເຂົາ​ຈຶ່ງ​ຈະ​ກາຍ ເປັນ​ລູກ​ຂອງ​ພຣະ​ເຈົ້າ.

23 ແລະ ເພິ່ນ​ໄດ້​ສັ່ງ​ພວກ​ເຂົາ​ວ່າ ພວກ​ເຂົາ​ຄວນ​ຖື​ວັນ ຊະ​ບາ​ໂຕ, ແລະ ຮັກ​ສາ​ມັນ​ໃຫ້​ສັກ​ສິດ, ແລະ ທຸກໆ​ມື້​ພວກ​ເຂົາ​ຄວນ​ຖວາຍ​ຄວາມ​ຂອບ​ພຣະ​ໄທ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

24 ແລະ ເພິ່ນ​ໄດ້​ສັ່ງ​ພວກ​ເຂົາ​ອີກ​ວ່າ ປະ​ໂລ​ຫິດ​ຜູ້​ທີ່​ເພິ່ນ​ແຕ່ງ​ຕັ້ງ​ໄວ້​ຄວນ ທຳ​ງານ​ລ້ຽງ​ຕົວ​ເອງ​ດ້ວຍ​ມື​ຂອງ​ຕົນ.

25 ແລະ ທຸກ​ອາ​ທິດ​ມີ​ມື້​ໜຶ່ງ​ທີ່​ຕັ້ງ​ໄວ້​ເພື່ອ​ພວກ​ເຂົາ​ຈະ​ມາ​ຮ່ວມ​ກັນ​ເພື່ອ​ສິດ​ສອນ​ຜູ້​ຄົນ, ແລະ ເພື່ອ ນະມັດ​ສະການ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ໃຫ້​ມາ​ຊຸມ​ນຸມ​ກັນ​ເລື້ອຍໆ​ເທົ່າ​ທີ່​ຈະ​ເຮັດ​ໄດ້.

26 ແລະ ປະ​ໂລ​ຫິດ​ຈະ​ບໍ່​ອາ​ໄສ​ຜູ້​ຄົນ​ໃຫ້​ມາ​ຄ້ຳ​ຈູນ​ຕົນ; ແຕ່​ດ້ວຍ​ການ​ທຳ​ງານ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈະ​ໄດ້​ຮັບ ພຣະ​ຄຸນ​ຂອງ​ພຣະ​ເຈົ້າ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ເຂັ້ມ​ແຂງ​ຫລາຍ​ຂຶ້ນ​ໃນ​ພຣະ​ວິນ​ຍານ, ໂດຍ​ມີ ຄວາມ​ຮູ້​ເຖິງ​ພຣະ​ເຈົ້າ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ສິດ​ສອນ​ດ້ວຍ​ອຳນາດ ແລະ ສິດ​ອຳນາດ​ຈາກ​ພຣະ​ເຈົ້າ.

27 ແລະ ອີກ​ຢ່າງ​ໜຶ່ງ ແອວມາ​ສັ່ງ​ວ່າ ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຄວນ​ໃຫ້​ເຂົ້າ​ຂອງ ຂອງ​ຕົນ​ຕາມ​ທີ່​ເຂົາ​ມີ; ຖ້າ​ຫາກ​ເຂົາ​ມີ​ຫລາຍ​ກໍ​ຄວນ​ໃຫ້​ຫລາຍ; ແລະ ສຳ​ລັບ​ຜູ້​ທີ່​ມີ​ໜ້ອຍ​ກໍ​ຄວນ​ໃຫ້​ໜ້ອຍ; ແລະ ສຳ​ລັບ​ຜູ້​ທີ່​ບໍ່​ມີ ຄວນ​ເອົາ​ໃຫ້​ເຂົາ.

28 ແລະ ໂດຍ​ວິ​ທີ​ນີ້​ເຂົາ​ຄວນ​ໃຫ້​ເຂົ້າ​ຂອງ ຂອງ​ເຂົາ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ແລະ ດ້ວຍ​ຄວາມ​ປາດ​ຖະ​ໜາ​ດີ ຕໍ່​ພຣະ​ເຈົ້າ, ແລະ ກັບ​ປະ​ໂລ​ຫິດ​ເຫລົ່າ​ນີ້​ຊຶ່ງ​ຂັດ​ສົນ, ແທ້​ຈິງ​ແລ້ວ, ສຳ​ລັບ​ທຸກ​ຄົນ​ທີ່​ຂັດ​ສົນ, ແລະ ເປືອຍ​ເປົ່າ.

29 ແລະ ຕາມ​ນີ້​ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ໂດຍ​ໄດ້​ຮັບ​ບັນ​ຊາ​ຈາກ​ພຣະ​ເຈົ້າ; ແລະ ພວກ​ເຂົາ​ໄດ້ ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ໂດຍ ການ​ໃຫ້​ກັນ​ຕາມ​ຄວາມ​ຈຳ​ເປັນ ແລະ ຄວາມ​ຕ້ອງ​ການ​ຂອງ​ເຂົາ​ທາງ​ໂລກ ແລະ ທາງ​ວິນ​ຍານ.

30 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທັງ​ໝົດ​ນີ້​ໄດ້​ເຮັດ​ຢູ່​ໃນ​ມໍມອນ, ແທ້​ຈິງ​ແລ້ວ, ຢູ່​ຂ້າງ ນ້ຳ​ມໍມອນ ໃນ​ປ່າ​ທີ່​ຢູ່​ໃກ້​ນ້ຳ​ມໍມອນ; ແທ້​ຈິງ​ແລ້ວ, ບ່ອນ​ມໍມອນ, ນ້ຳ​ມໍມອນ, ປ່າ​ມໍມອນ​ນັ້ນ​ສວຍ​ງາມ​ພຽງ​ໃດ​ໃນ​ສາຍ​ຕາ​ຂອງ​ພວກ​ເຂົາ ຜູ້​ມາ​ຫາ​ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ແລະ ພວກ​ເຂົາ​ເປັນ​ສຸກ​ພຽງ​ໃດ, ເພາະ​ພວກ​ເຂົາ​ຈະ​ຮ້ອງ​ເພງ​ສັນ​ລະ​ເສີນ​ພຣະ​ອົງ​ຕະຫລອດ​ໄປ.

31 ແລະ ສິ່ງ​ເຫລົ່າ​ນີ້​ເປັນ​ໄປ​ທີ່ ຊາຍ​ແດນ​ຂອງ​ແຜ່ນ​ດິນ ເພື່ອ​ກະສັດ​ຈະ​ບໍ່​ໄດ້​ຮູ້​ເລື່ອງ​ຂອງ​ພວກ​ເຂົາ.

32 ແຕ່​ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ກະສັດ​ຮູ້​ວ່າ​ມີ​ການ​ເຄື່ອນ​ໄຫວ​ໃນ​ບັນ​ດາ​ຜູ້​ຄົນ ຈຶ່ງ​ໄດ້​ສັ່ງ​ຄົນ​ໃຊ້​ຂອງ​ເພິ່ນ​ອອກ​ໄປ​ຕິດ​ຕາມ​ເບິ່ງ​ຄົນ​ເຫລົ່າ​ນັ້ນ. ສະນັ້ນ ໃນ​ມື້​ທີ່​ພວກ​ເຂົາ​ກຳ​ລັງ​ຮ່ວມ​ຊຸມ​ນຸມ​ກັນ​ເພື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ນັ້ນ​ມັນ​ຈຶ່ງ​ລ່ວງ​ຮູ້​ເຖິງ​ກະສັດ.

33 ແລະ ບັດ​ນີ້​ກະສັດ​ເວົ້າ​ວ່າ ແອວມາ​ກຳ​ລັງ​ຍຸ​ຍົງ​ຜູ້​ຄົນ​ໃຫ້​ມີ​ການ​ກະ​ບົດ​ຕໍ່​ເພິ່ນ; ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ກອງ​ທັບ​ຂອງ​ເພິ່ນ​ໃຫ້​ໄປ​ທຳ​ລາຍ​ພວກ​ນັ້ນ​ເສຍ.

34 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ ແລະ ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ ການ​ເຕືອນ​ເຖິງ​ການ​ມາ​ຂອງ​ກອງ​ທັບ​ຂອງ​ກະສັດ; ສະນັ້ນ ພວກ​ເຂົາ​ຈຶ່ງ​ເອົາ​ຜ້າ​ເຕັ້ນ ແລະ ພາ​ຄອບ​ຄົວ​ຂອງ​ພວກ​ເຂົາ​ອອກ​ໄປ ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

35 ແລະ ພວກ​ເຂົາ​ມີ​ຈຳນວນ​ຢູ່​ສີ່​ຮ້ອຍ​ຫ້າ​ສິບ​ຄົນ.