ພຣະ​ຄຳ​ພີ
ໂມ​ໄຊ​ຢາ 2


ບົດ​ທີ 2

ກະສັດ​ເບັນ​ຢາ​ມິນ​ກ່າວ​ຕໍ່​ຜູ້​ຄົນ​ຂອງ​ເພິ່ນ—ເພິ່ນ​ໄດ້​ກ່າວ​ເຖິງ​ຄວາມ​ສະເໝີ​ພາບ, ຄວາມ​ຍຸດ​ຕິ​ທຳ, ຄວາມ​ຊອບ​ທຳ​ຂອງ​ການ​ປົກ​ຄອງ—ເພິ່ນ​ແນະນຳ​ພວກ​ເຂົາ​ໃຫ້​ຮັບ​ໃຊ້​ກະສັດ​ແຫ່ງ​ສະຫວັນ—ຜູ້​ທີ່​ກະ​ບົດ​ຕໍ່​ພຣະ​ເຈົ້າ​ຈະ​ທົນ​ກັບ​ຄວາມ​ເຈັບ​ປວດ​ເໝືອນ​ດັ່ງ​ໄຟ​ທີ່​ບໍ່​ຮູ້​ມອດ. ປະ​ມານ 124 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ໂມ​ໄຊ​ຢາ​ກະ​ທຳ​ຕາມ​ທີ່​ບິດາ​ຂອງ​ລາວ​ໄດ້​ສັ່ງ​ລາວ​ແລ້ວ, ແລະ ອອກ​ໄປ​ປະ​ກາດ​ຕະຫລອດ​ທົ່ວ​ແຜ່ນ​ດິນ, ເພື່ອ​ຜູ້​ຄົນ​ຈະ​ໄດ້​ເຕົ້າ​ໂຮມ​ກັນ​ຕະຫລອດ​ທົ່ວ​ແຜ່ນ​ດິນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຂຶ້ນ​ໄປ​ຫາ​ພຣະ​ວິຫານ ເພື່ອ​ຟັງ​ຄຳ​ຊຶ່ງ​ກະສັດ​ເບັນ​ຢາ​ມິນ​ຈະ​ກ່າວ​ກັບ​ພວກ​ເຂົາ.

2 ແລະ ມັນ​ມີ​ຄົນ​ເປັນ​ຈຳນວນ​ຫລາຍ, ຫລາຍ​ຈົນ​ວ່າ​ນັບ​ບໍ່​ຖ້ວນ; ຊຶ່ງ​ພວກ​ເຂົາ​ໄດ້​ເພີ່ມ​ຫລາຍ​ຂຶ້ນ​ຈົນ​ເຕັມ​ແຜ່ນ​ດິນ.

3 ແລະ ພວກ​ເຂົາ​ໄດ້​ເອົາ​ລູກ​ສັດ ໂຕ​ທຳ​ອິດ​ຂອງ​ພວກ​ເຂົາ​ມາ​ນຳ​ອີກ, ເພື່ອ​ຈະ​ໄດ້​ຖວາຍ ເຄື່ອງ​ບູຊາ ແລະ ເຄື່ອງ​ເຜົາ ຕາມ​ກົດ​ຂອງ​ໂມເຊ;

4 ແລະ ເພື່ອ​ຈະ​ໄດ້​ຖວາຍ​ຄວາມ​ຂອບ​ພຣະ​ໄທ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ນຳ​ອີກ, ຜູ້​ໄດ້​ນຳ​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ, ແລະ ຜູ້​ໄດ້​ປົດ​ປ່ອຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ, ແລະ ໄດ້ ແຕ່ງ​ຕັ້ງ​ຄົນ​ທ່ຽງ​ທຳ​ໃຫ້​ເປັນ ຜູ້​ສອນ​ຂອງ​ພວກ​ເຂົາ, ແລະ ຄົນ​ຊອບ​ທຳ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ​ຂອງ​ພວກ​ເຂົາ​ອີກ, ຜູ້​ສະຖາ​ປະນາ​ສັນ​ຕິ​ສຸກ​ຂຶ້ນ​ໃນ ແຜ່ນ​ດິນ​ເຊຣາ​ເຮັມລາ, ແລະ ຜູ້​ສອນ​ໃຫ້​ພວກ​ເຂົາ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ປິ​ຕິ​ຍິນ​ດີ ແລະ ເຕັມ​ໄປ​ດ້ວຍ ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ແລະ ມະນຸດ​ທັງ​ປວງ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເຂົາ​ຂຶ້ນ​ມາ​ຮອດ​ພຣະ​ວິຫານ​ແລ້ວ, ພວກ​ເຂົາ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂອງ​ພວກ​ເຂົາ​ຂຶ້ນ, ທຸກ​ຄົນ​ຢູ່​ນຳ ຄອບ​ຄົວ​ຂອງ​ຕົນ, ຊຶ່ງ​ມີ​ເມຍ​ຂອງ​ຕົນ, ແລະ ລູກ​ຊາຍ​ຂອງ​ຕົນ ແລະ ລູກ​ສາວ​ຂອງ​ຕົນ, ແລະ ລູກ​ຊາຍ​ຂອງ​ພວກ​ເຂົາ, ແລະ ລູກ​ສາວ​ຂອງ​ພວກ​ເຂົາ, ນັບ​ຕັ້ງ​ແຕ່​ລູກ​ກົກ​ຈົນ​ເຖິງ​ລູກ​ຫລ້າ, ແຕ່​ລະ​ຄອບ​ຄົວ​ແຍກ​ຍ້າຍ​ກັນ​ຢູ່.

6 ແລະ ພວກ​ເຂົາ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂອງ​ຕົນ​ອ້ອມ​ຮອບ​ພຣະ​ວິຫານ, ທຸກ​ຄົນ​ຕັ້ງ ຜ້າ​ເຕັ້ນ​ຂອງ​ຕົນ​ໃຫ້​ປະຕູ​ຫັນ​ໄປ​ຫາ​ພຣະ​ວິຫານ​ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ຢູ່​ໃນ​ຜ້າ​ເຕັ້ນ​ຂອງ​ຕົນ​ເອງ ແລະ ຟັງ​ຂໍ້​ຄວາມ​ທີ່​ກະສັດ​ເບັນ​ຢາ​ມິນ​ຈະ​ເວົ້າ​ກັບ​ພວກ​ເຂົາ;

7 ເພາະ​ຝູງ​ຊົນ​ນັ້ນ​ມີ​ຈຳນວນ​ຢ່າງ​ຫລວງ​ຫລາຍ​ຈົນ​ວ່າ​ກະສັດ​ເບັນ​ຢາ​ມິນ​ບໍ່​ສາ​ມາດ​ສິດ​ສອນ​ພວກ​ເຂົາ​ທັງ​ໝົດ​ໄດ້​ໃນ​ເຂດ​ກຳ​ແພງ​ພຣະ​ວິຫານ, ສະນັ້ນ ເພິ່ນ​ຈຶ່ງ​ໃຫ້​ສ້າງ​ຫໍ​ສູງ​ຂຶ້ນ​ບ່ອນ​ໜຶ່ງ​ເພື່ອ​ຜູ້​ຄົນ​ຂອງ​ເພິ່ນ​ຈະ​ໄດ້​ຍິນ​ຂໍ້​ຄວາມ​ທີ່​ເພິ່ນ​ກ່າວ​ກັບ​ພວກ​ເຂົາ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ເລີ່ມ​ເວົ້າ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ຈາກ​ຫໍ​ສູງ; ແລະ ບາງ​ຄົນ​ບໍ່​ສາ​ມາດ​ໄດ້​ຍິນ​ຂໍ້​ຄວາມ​ຂອງ​ເພິ່ນ​ເພາະ​ຄວາມ​ຫລວງ​ຫລາຍ​ຂອງ​ຝູງ​ຊົນ; ສະນັ້ນ ເພິ່ນ​ຈຶ່ງ​ໃຫ້​ຂຽນ​ຂໍ້​ຄວາມ​ທີ່​ເພິ່ນ​ເວົ້າ​ໄວ້ ແລະ ສົ່ງ​ອອກ​ໄປ​ໃຫ້​ບັນ​ດາ​ຜູ້​ທີ່​ບໍ່​ໄດ້​ຍິນ​ສຽງ​ຂອງ​ເພິ່ນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ​ຂໍ້​ຄວາມ​ຂອງ​ເພິ່ນ​ຄື​ກັນ.

9 ແລະ ນີ້​ຄື​ຂໍ້​ຄວາມ​ທີ່​ເພິ່ນ ເວົ້າ ແລະ ໄດ້​ຂຽນ​ໄວ້, ມີ​ຄວາມ​ວ່າ: ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ທ່ານ​ທັງ​ຫລາຍ​ທີ່​ມາ​ຊຸມ​ນຸມ​ກັນ, ພວກ​ທ່ານ​ຈະ​ໄດ້​ຍິນ​ຂໍ້​ຄວາມ​ຂອງ​ຂ້າ​ພະ​ເຈົ້າ​ໄດ້ ຊຶ່ງ​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ກັບ​ພວກ​ທ່ານ​ໃນ​ມື້​ນີ້ ເພາະ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ສັ່ງ​ໃຫ້​ພວກ​ທ່ານ​ຂຶ້ນ​ມາ​ບ່ອນ​ນີ້​ເພື່ອ ການ​ມ່ວນ​ຊື່ນ​ກັບ​ຂໍ້​ຄວາມ​ທີ່​ຂ້າ​ພະ​ເຈົ້າ​ຈະ​ເວົ້າ, ແຕ່​ເພື່ອ​ພວກ​ທ່ານ​ຈະ ເຊື່ອ​ຟັງ​ຂ້າ​ພະ​ເຈົ້າ ແລະ ເປີດ​ຫູ​ຂອງ​ພວກ​ທ່ານ​ເພື່ອ​ພວກ​ທ່ານ​ຈະ​ໄດ້​ຍິນ, ແລະ ເປີດ ໃຈ​ຂອງ​ພວກ​ທ່ານ​ເພື່ອ​ພວກ​ທ່ານ​ຈະ​ເຂົ້າ​ໃຈ, ແລະ ເປີດ ຈິດ​ໃຈ​ຂອງ​ພວກ​ທ່ານ​ເພື່ອ ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ​ຈະ​ເປີດ​ເຜີຍ​ອອກ​ຕໍ່​ສາຍ​ຕາ​ຂອງ​ພວກ​ທ່ານ.

10 ຂ້າ​ພະ​ເຈົ້າ​ບໍ່​ໄດ້​ສັ່ງ​ໃຫ້​ພວກ​ທ່ານ​ຂຶ້ນ​ມາ​ບ່ອນ​ນີ້​ເພື່ອ​ພວກ​ທ່ານ​ຈະ ຢ້ານ​ກົວ​ຂ້າ​ພະ​ເຈົ້າ, ຫລື ເພື່ອ​ພວກ​ທ່ານ​ຈະ​ຄິດ​ວ່າ ຕົວ​ຂ້າ​ພະ​ເຈົ້າ​ເອງ​ຍິ່ງ​ໃຫຍ່​ກວ່າ​ມະນຸດ.

11 ແຕ່​ຂ້າ​ພະ​ເຈົ້າ​ກໍ​ຄື​ກັນ​ກັບ​ຕົວ​ຂອງ​ພວກ​ທ່ານ​ທີ່​ຕ້ອງ​ຂຶ້ນ​ຢູ່​ກັບ​ຈຸດ​ອ່ອນ​ທຸກ​ຢ່າງ​ໃນ​ຮ່າງ​ກາຍ ແລະ ຈິດ​ໃຈ; ເຖິງ​ຢ່າງ​ໃດ​ກໍ​ຕາມ ຂ້າ​ພະ​ເຈົ້າ​ກໍ​ໄດ້​ຖືກ​ເລືອກ​ຈາກ​ຜູ້​ຄົນ​ພວກ​ນີ້, ແລະ ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ບິດາ​ຂອງ​ຂ້າ​ພະ​ເຈົ້າ, ແລະ ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ກະສັດ ແລະ ຜູ້​ປົກ​ຄອງ ເໜືອ​ຜູ້​ຄົນ​ພວກ​ນີ້; ແລະ ໄດ້​ຮັບ​ການ​ຮັກ​ສາ ແລະ ປົກ​ປ້ອງ​ໂດຍ​ອຳນາດ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ, ທີ່​ໃຫ້​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ສຸດ​ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ໃຫ້​ແກ່​ຂ້າ​ພະ​ເຈົ້າ.

12 ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ເໝືອນ​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ໃຊ້​ວັນ​ເວລາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ການ​ຮັບ​ໃຊ້​ພວກ​ທ່ານ, ຈົນ​ເຖິງ​ເວລາ​ນີ້, ແລະ ບໍ່​ໄດ້​ສະແຫວງ​ຫາ ຄຳ ຫລື ເງິນ ຫລື ຂອງ​ມີ​ຄ່າ​ຢ່າງ​ໃດ​ຈາກ​ພວກ​ທ່ານ​ເລີຍ;

13 ທັງ​ຂ້າ​ພະ​ເຈົ້າ​ບໍ່​ຍອມ​ໃຫ້​ພວກ​ທ່ານ​ຕ້ອງ​ຖືກ​ຄຸມ​ຂັງ​ຢູ່​ໃນ​ຄຸກ​ມືດ ຫລື ປ່ອຍ​ໃຫ້​ພວກ​ທ່ານ​ເປັນ​ຂ້ອຍ​ຂ້າ​ຂອງ​ກັນ​ແລະ​ກັນ, ຫລື ໃຫ້​ພວກ​ທ່ານ​ຂ້າ, ຫລື ປຸ້ນ​ສະ​ດົມ, ຫລື ລັກ​ມັກ​ສົກ, ຫລື ຫລິ້ນ​ຊູ້; ຫລື ໃຫ້​ພວກ​ທ່ານ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ໃດໆ, ແລະ ໄດ້​ສິດ​ສອນ​ພວກ​ທ່ານ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ທຸກ​ສິ່ງ​ທີ່​ພຣະ​ອົງ​ບັນ​ຊາ​ພວກ​ທ່ານ—

14 ແມ່ນ​ແຕ່​ຕົວ​ຂ້າ​ພະ​ເຈົ້າ​ກໍ​ຍັງ​ໄດ້ ເຮັດ​ວຽກ​ດ້ວຍ​ມື​ຂອງ​ຂ້າ​ພະ​ເຈົ້າ​ເອງ​ເພື່ອ​ຈະ​ໄດ້​ຮັບ​ໃຊ້​ພວກ​ທ່ານ, ແລະ ເພື່ອ​ພວກ​ທ່ານ​ຈະ​ບໍ່​ຕ້ອງ​ແບກ​ພາ​ລະ​ການ​ເສຍ​ພາ​ສີ, ແລະ ເພື່ອ​ຈະ​ບໍ່​ມີ​ສິ່ງ​ໃດ​ເກີດ​ກັບ​ພວກ​ທ່ານ ຊຶ່ງ​ເປັນ​ພາ​ລະ​ເຫລືອ​ທີ່​ຈະ​ທົນ​ໄດ້—​ແລະ ຈາກ​ເລື່ອງ​ທັງ​ໝົດ​ຊຶ່ງ​ຂ້າ​ພະ​ເຈົ້າ​ເວົ້າ​ມາ​ນີ້, ທ່ານ​ທຸກ​ຄົນ​ເປັນ​ພະຍານ​ຢູ່​ໃນ​ມື້​ນີ້.

15 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ກໍ​ບໍ່​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້​ໄປ​ເພື່ອ​ອວດ​ອ້າງ ທັງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ບອກ​ເລື່ອງ​ເຫລົ່າ​ນີ້​ເພື່ອ​ກ່າວ​ໂທດ​ພວກ​ທ່ານ; ແຕ່​ຂ້າ​ພະ​ເຈົ້າ​ບອກ​ພວກ​ທ່ານ​ເຖິງ​ເລື່ອງ​ເຫລົ່າ​ນີ້ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮູ້​ວ່າ ຂ້າ​ພະ​ເຈົ້າ​ມີ ຈິດ​ສຳ​ນຶກ​ອັນ​ໃສ​ສະອາດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ໃນ​ມື້​ນີ້.

16 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ເພາະ​ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ວັນ​ເວລາ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ໃນ​ການ​ຮັບ​ໃຊ້​ພວກ​ທ່ານ, ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່​ປາດ​ຖະ​ໜາ​ຈະ​ອວດ​ອ້າງ ເພາະ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ການ​ຮັບ​ໃຊ້​ພຣະ​ເຈົ້າ​ນັ້ນ​ເອງ.

17 ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ບອກ​ພວກ​ທ່ານ​ເຖິງ​ເລື່ອງ​ເຫລົ່າ​ນີ້​ເພື່ອ​ພວກ​ທ່ານ​ຈະ​ຮຽນ​ຮູ້​ກ່ຽວ​ກັບ ປັນ​ຍາ ເພື່ອ​ພວກ​ທ່ານ​ຈະ​ຮຽນ​ຮູ້​ວ່າ ເມື່ອ​ພວກ​ທ່ານ ຮັບ​ໃຊ້ ເພື່ອນ​ມະນຸດ​ດ້ວຍ​ກັນ ພວກ​ທ່ານ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ນັ້ນ​ເອງ.

18 ຈົ່ງ​ເບິ່ງ, ພວກ​ທ່ານ​ເອີ້ນ​ຂ້າ​ພະ​ເຈົ້າ​ວ່າ​ກະສັດ​ຂອງ​ພວກ​ທ່ານ; ແລະ ຖ້າ​ຂ້າ​ພະ​ເຈົ້າ, ຜູ້​ທີ່​ພວກ​ທ່ານ​ເອີ້ນ​ວ່າ​ກະສັດ​ຂອງ​ພວກ​ທ່ານ​ໄດ້​ທຳ​ງານ​ເພື່ອ​ຮັບ​ໃຊ້​ພວກ​ທ່ານ, ແລ້ວ​ພວກ​ທ່ານ​ຈະ​ບໍ່​ທຳ​ງານ​ເພື່ອ ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ​ບໍ?

19 ແລະ ຈົ່ງ​ເບິ່ງ​ອີກ, ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ຜູ້​ທີ່​ພວກ​ທ່ານ​ເອີ້ນ​ວ່າ​ກະສັດ​ຂອງ​ພວກ​ທ່ານ ຜູ້​ທີ່​ໃຊ້​ວັນ​ເວລາ​ຂອງ​ເພິ່ນ​ໃນ​ການ​ຮັບ​ໃຊ້​ພວກ​ທ່ານ, ແລະ ຍັງ​ຢູ່​ໃນ​ການ​ຮັບ​ໃຊ້​ພຣະ​ເຈົ້າ ສົມ​ຄວນ​ແລ້ວ​ທີ່​ຈະ​ໄດ້​ຮັບ​ຄຸນ​ຄວາມ​ດີ​ຈາກ​ພວກ​ທ່ານ, ໂອ້ ພວກ​ທ່ານ​ຄວນ​ຈະ ຂອບ​ພຣະ​ໄທ​ກະສັດ​ແຫ່ງ​ສະຫວັນ​ຂອງ​ພວກ​ທ່ານ​ຫລາຍ​ປານ​ໃດ​ນໍ!

20 ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ກັບ​ທ່ານ​ທັງ​ຫລາຍ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຈະ​ຖວາຍ​ຄວາມ​ຂອບ​ພຣະ​ໄທ ແລະ ສັນ​ລະ​ເສີນ​ທັງ​ໝົດ ຊຶ່ງ​ທັງ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ມີ​ອຳນາດ​ເປັນ​ເຈົ້າ​ຂອງ​ແດ່ ພຣະ​ເຈົ້າ​ຜູ້​ໄດ້​ສ້າງ​ພວກ​ທ່ານ, ແລະ ຮັກ​ສາ, ແລະ ປົກ​ປ້ອງ​ພວກ​ທ່ານ​ມາ​ແລ້ວ, ແລະ ເຮັດ​ໃຫ້​ພວກ​ທ່ານ​ປິ​ຕິ​ຍິນ​ດີ ແລະ ເຮັດ​ໃຫ້​ພວກ​ທ່ານ​ຢູ່​ນຳ​ກັນ​ດ້ວຍ​ສັນ​ຕິ​ສຸກ—

21 ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ກັບ​ພວກ​ທ່ານ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຈະ​ຮັບ​ໃຊ້​ພຣະ​ອົງ​ຜູ້​ໄດ້​ສ້າງ​ພວກ​ທ່ານ​ມາ​ຕັ້ງ​ແຕ່​ຕົ້ນ, ແລະ ປົກ​ປ້ອງ​ພວກ​ທ່ານ​ແຕ່​ລະ​ມື້​ໂດຍ​ໃຫ້​ພວກ​ທ່ານ​ຢືມ​ລົມ​ຫາຍ​ໃຈ ເພື່ອ​ພວກ​ທ່ານ​ຈະ​ມີ​ຊີ​ວິດ ແລະ ເຄື່ອນ​ໄຫວ ແລະ ເຮັດ​ຕາມ ຈຸດ​ປະສົງ​ຂອງ​ພວກ​ທ່ານ​ເອງ, ແລະ ຄ້ຳ​ຊູ​ພວກ​ທ່ານ​ແຕ່​ລະ​ມື້—ຂ້າ​ພະ​ເຈົ້າ​ເວົ້າ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ສຸດ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ ແຕ່​ພວກ​ທ່ານ​ກໍ​ຍັງ​ຄົງ​ເປັນ​ຜູ້​ຮັບ​ໃຊ້​ທີ່ ບໍ່​ສົມ​ຄ່າ​ຢູ່.

22 ແລະ ຈົ່ງ​ເບິ່ງ, ທັງ​ໝົດ​ທີ່​ພຣະ​ອົງ​ຕ້ອງ​ການ​ຈາກ​ພວກ​ທ່ານ​ຄື ໃຫ້ ຮັກ​ສາ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ ພຣະ​ອົງ​ສັນ​ຍາ​ກັບ​ພວກ​ທ່ານ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ພວກ​ທ່ານ​ຈະ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ​ນີ້; ແລະ ພຣະ​ອົງ​ບໍ່​ເຄີຍ ປ່ຽນ​ແປງ​ໄປ​ຈາກ​ສິ່ງ​ທີ່​ພຣະ​ອົງ​ຮັບ​ສັ່ງ​ໄວ້; ສະນັ້ນ, ຖ້າ​ຫາກ​ພວກ​ທ່ານ​ຈະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ປະທານ​ພອນ​ໃຫ້​ແກ່​ພວກ​ທ່ານ ແລະ ເຮັດ​ໃຫ້​ພວກ​ທ່ານ​ຮຸ່ງ​ເຮືອງ.

23 ແລະ ບັດ​ນີ້​ປະ​ການ​ທຳ​ອິດ​ຄື ພຣະ​ອົງ​ໄດ້​ສ້າງ​ພວກ​ທ່ານ​ມາ, ແລະ ໄດ້​ປະທານ​ຊີ​ວິດ​ໃຫ້​ແກ່​ພວກ​ທ່ານ, ຍ້ອນ​ເຫດ​ນີ້​ພວກ​ທ່ານ​ຈຶ່ງ​ເປັນ​ໜີ້​ພຣະ​ອົງ.

24 ແລະ ປະ​ການ​ທີ​ສອງ​ຄື ພຣະ​ອົງ​ຕ້ອງ​ການ​ໃຫ້​ພວກ​ທ່ານ​ກະ​ທຳ​ຕາມ​ທີ່​ພຣະ​ອົງ​ບັນ​ຊາ​ພວກ​ທ່ານ​ໄວ້; ຖ້າ​ຫາກ​ພວກ​ທ່ານ​ເຮັດ​ຕາມ​ນີ້, ພຣະ​ອົງ​ຈະ​ປະທານ ພອນ​ໃຫ້​ພວກ​ທ່ານ​ໂດຍ​ທັນ​ທີ. ແລະ ສະນັ້ນ ພຣະ​ອົງ​ຈະ​ຈ່າຍ​ຄ່າ​ຈ້າງ​ໃຫ້​ແກ່​ພວກ​ທ່ານ, ແລ້ວ​ພວກ​ທ່ານ​ກໍ​ຍັງ​ຄົງ​ເປັນ​ໜີ້​ພຣະ​ອົງ​ຢູ່​ໃນ​ຕອນ​ນີ້ ແລະ ຕະຫລອດ​ໄປ​ບໍ່​ມີ​ວັນ​ສິ້ນ​ສຸດ; ສະນັ້ນ, ພວກ​ທ່ານ​ຈະ​ອວດ​ອ້າງ​ໄປ​ເຮັດ​ຫຍັງ?

25 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ຖາມ​ວ່າ ພວກ​ທ່ານ​ສາ​ມາດ​ເວົ້າ​ກ່ຽວ​ກັບ​ຕົວ​ເອງ​ໄດ້​ບໍ? ຂ້າ​ພະ​ເຈົ້າ​ຂໍ​ຕອບ​ພວກ​ທ່ານ​ວ່າ, ບໍ່​ໄດ້. ພວກ​ທ່ານ​ບໍ່​ສາ​ມາດ​ເວົ້າ​ວ່າ ພວກ​ທ່ານ​ມີ​ຄ່າ​ເທົ່າ​ກັບ​ຂີ້​ຝຸ່ນ; ເຖິງ​ແມ່ນ​ວ່າ​ພວກ​ທ່ານ​ຖືກ ສ້າງ​ມາ​ຈາກ ຂີ້​ຝຸ່ນ​ກໍ​ຕາມ; ເພາະ​ຈົ່ງ​ເບິ່ງ, ມັນ​ເປັນ​ຂອງ​ພຣະ​ອົງ​ຜູ້​ສ້າງ​ພວກ​ທ່ານ​ມາ.

26 ແລະ ຂ້າ​ພະ​ເຈົ້າ​ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ນີ້, ຜູ້​ທີ່​ພວກ​ທ່ານ​ເອີ້ນ​ວ່າ​ກະສັດ​ຂອງ​ພວກ​ທ່ານ​ກໍ​ບໍ່​ດີ​ໄປ​ກວ່າ​ຕົວ​ຂອງ​ພວກ​ທ່ານ​ເລີຍ; ເພາະ​ຂ້າ​ພະ​ເຈົ້າ​ມາ​ຈາກ​ຂີ້​ຝຸ່ນ​ເໝືອນ​ກັນ. ແລະ ພວກ​ທ່ານ​ເຫັນ​ວ່າ​ຂ້າ​ພະ​ເຈົ້າ​ເຖົ້າ​ແກ່, ແລະ ຮ່າງ​ກາຍ​ທີ່​ເປັນ​ມະຕະ​ນີ້​ກຳ​ລັງ​ຈະ​ຖືກ​ສົ່ງ​ຄືນ​ໃຫ້​ແກ່​ແຜ່ນ​ດິນ​ທີ່​ໃຫ້​ກຳເນີດ​ມັນ​ມາ.

27 ສະນັ້ນ, ເໝືອນ​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ທ່ານ​ມາ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ພວກ​ທ່ານ​ໂດຍ ເດີນ​ໄປ​ດ້ວຍ​ຈິດ​ສຳ​ນຶກ​ອັນ​ໃສ​ສະອາດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ເປັນ​ຍ້ອນ​ແນວ​ນີ້​ແລ້ວ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ພວກ​ທ່ານ​ມາ​ຊຸມ​ນຸມ​ກັນ​ຢູ່​ໃນ​ເວລາ​ນີ້ ກໍ​ເພື່ອ​ຈະ​ໄດ້​ເຫັນ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ມີ​ຂໍ້​ຕຳ​ນິ, ແລະ ເພື່ອ ເລືອດ​ຂອງ​ພວກ​ທ່ານ​ຈະ​ບໍ່​ມາ​ຕິດ​ຢູ່​ນຳ​ຂ້າ​ພະ​ເຈົ້າ​ເມື່ອ​ຂ້າ​ພະ​ເຈົ້າ​ຢືນ​ຢູ່​ເພື່ອ​ຮັບ​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ໃນ​ເລື່ອງ​ທີ່​ພຣະ​ອົງ​ບັນ​ຊາ​ຂ້າ​ພະ​ເຈົ້າ​ໄວ້​ກ່ຽວ​ກັບ​ພວກ​ທ່ານ.

28 ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ອີກ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ພວກ​ທ່ານ​ມາ​ຊຸມ​ນຸມ​ກັນ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້ ກຳ​ຈັດ​ເລືອດ​ຂອງ​ພວກ​ທ່ານ​ອອກ​ຈາກອາພອນ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ໄລ​ຍະ​ເວລາ​ນີ້ ຕອນ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ​ລົງ​ໄປ​ຫາ​ຫລຸມ​ຝັງ​ສົບ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ລົງ​ໄປ​ດ້ວຍ​ສັນ​ຕິ​ສຸກ, ແລະ ວິນ​ຍານ​ທີ່​ເປັນ​ອະ​ມະ​ຕະ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ເຂົ້າ​ຮ່ວມ​ກັບ ຜູ້​ທີ່​ຮ້ອງ​ເພງ​ຢູ່​ເບື້ອງ​ເທິງ​ເພື່ອ​ສັນ​ລະ​ເສີນ​ພຣະ​ເຈົ້າ​ຜູ້​ທ່ຽງ​ທຳ.

29 ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ອີກ​ວ່າ ຂ້າ​ພະ​ເຈົ້າ​ໃຫ້​ພວກ​ທ່ານ​ມາ​ຊຸມ​ນຸມ​ກັນ​ນີ້ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ປະ​ກາດ​ແກ່​ພວກ​ທ່ານ​ວ່າ, ຂ້າ​ພະ​ເຈົ້າ​ຈະ​ບໍ່​ໄດ້​ເປັນ​ຜູ້​ສອນ ຫລື ເປັນ​ກະສັດ​ຂອງ​ພວກ​ທ່ານ​ຕໍ່​ໄປ​ອີກ​ແລ້ວ;

30 ເພາະ​ແມ່ນ​ແຕ່​ຕອນ​ນີ້​ຮ່າງ​ກາຍ​ທັງ​ໝົດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ສັ່ນ​ສາຍ​ຢ່າງ​ຍິ່ງ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ເວົ້າ​ກັບ​ພວກ​ທ່ານ; ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ຄ້ຳ​ຊູ​ຂ້າ​ພະ​ເຈົ້າ​ໄວ້, ແລະ ຍອມ​ໃຫ້​ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ, ແລະ ບັນ​ຊາ​ຂ້າ​ພະ​ເຈົ້າ​ໃຫ້​ປະ​ກາດ​ແກ່​ພວກ​ທ່ານ​ໃນ​ມື້​ນີ້​ວ່າ ໂມ​ໄຊ​ຢາ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ເປັນ​ກະສັດ ແລະ ເປັນ​ຜູ້​ປົກ​ຄອງ​ດູ​ແລ​ພວກ​ທ່ານ.

31 ແລະ ບັດ​ນີ້​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ເຮັດ​ດັ່ງ​ທີ່​ພວກ​ທ່ານ​ໄດ້​ເຮັດ​ມາ​ເໝືອນ​ແຕ່​ກ່ອນ. ພວກ​ທ່ານ​ໄດ້​ຮັກ​ສາ​ບັນ​ຍັດ​ຂອງ​ຂ້າ​ພະ​ເຈົ້າ, ແລະ ບັນ​ຍັດ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ, ແລະ ໄດ້​ຮຸ່ງ​ເຮືອງ​ມາ, ແລະ ໄດ້​ຮັບ​ການ​ຮັກ​ສາ​ບໍ່​ໃຫ້​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ທ່ານ, ຖ້າ​ຫາກ​ພວກ​ທ່ານ​ຈະ​ຮັກ​ສາ​ບັນ​ຍັດ​ຂອງ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ ຫລື ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ຊຶ່ງ​ພວກ​ທ່ານ​ຈະ​ໄດ້​ຮັບ​ຈາກ​ລາວ, ພວກ​ທ່ານ​ຈະ​ມີ​ຄວາມ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ​ນີ້, ແລະ ສັດ​ຕູ​ຂອງ​ພວກ​ທ່ານ​ຈະ​ບໍ່​ມີ​ອຳນາດ ເໜືອ​ກວ່າ​ພວກ​ທ່ານ​ເລີຍ.

32 ແຕ່, ໂອ້ ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ລະ​ວັງ ເພາະ​ຢ້ານ​ວ່າ​ມັນ​ຈະ​ເກີດ​ມີ ການ​ຂັດ​ແຍ້ງ​ກັນ​ຂຶ້ນ​ໃນ​ບັນ​ດາ​ພວກ​ທ່ານ, ແລະ ພວກ​ທ່ານ​ຈົ່ງ​ຢ່າ​ສູ່​ໄດ້​ເລືອກ​ເຊື່ອ​ຟັງ​ວິນ​ຍານ​ຊົ່ວ, ຊຶ່ງ​ໂມ​ໄຊ​ຢາ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ເຖິງ.

33 ເພາະ​ຈົ່ງ​ເບິ່ງ, ມີ​ວິບັດ​ຢ່າງ​ໜຶ່ງ​ຊຶ່ງ​ກຳ​ນົດ​ໃຫ້​ເກີດ​ກັບ​ຄົນ​ທີ່​ເລືອກ​ເຊື່ອ​ຟັງ​ວິນ​ຍານ​ນັ້ນ; ເພາະ​ຖ້າ​ຫາກ​ເຂົາ​ເລືອກ​ເຊື່ອ​ຟັງ​ມັນ, ແລະ ຄົງ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ, ແລະ ຕາຍ​ໃນ​ບາບ​ຂອງ​ເຂົາ​ແລ້ວ ຜູ້​ນັ້ນ​ຍ່ອມ​ດື່ມ ຄວາມ​ອັບ​ປະ​ໂຫຍດ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ຂອງ​ເຂົາ​ເອງ; ເພາະ​ວ່າ​ເຂົາ​ຕ້ອງ​ໄດ້​ຮັບ​ໂທດ ອັນ​ເປັນ​ນິດ​ທີ່​ເປັນ​ຄ່າ​ຈ້າງ​ຂອງ​ເຂົາ​ໂດຍ​ການ​ລ່ວງ​ລະເມີດ​ກົດ​ຂອງ​ພຣະ​ເຈົ້າ​ອັນ​ເປັນ​ການ​ກົງ​ກັນ​ຂ້າມ​ກັບ​ຄວາມ​ຮູ້​ຂອງ​ເຂົາ​ເອງ.

34 ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ອີກ​ວ່າ ບໍ່​ມີ​ໃຜ​ເລີຍ​ໃນ​ບັນ​ດາ​ພວກ​ທ່ານ​ນອກ​ຈາກ​ເດັກ​ນ້ອຍໆ​ຂອງ​ພວກ​ທ່ານ​ທີ່​ບໍ່​ໄດ້​ຮັບ​ການ​ສິດ​ສອນ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້ ທີ່​ບໍ່​ຮູ້​ຈັກ​ວ່າ​ພວກ​ທ່ານ​ເປັນ​ໜີ້​ມາ​ຕະຫລອດ​ການ​ຕໍ່​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ພວກ​ທ່ານ ທີ່​ຈະ​ຖວາຍ​ທຸກ​ສິ່ງ​ທີ່​ພວກ​ທ່ານ​ມີ​ຢູ່ ແລະ ເປັນ​ຢູ່​ໃຫ້​ແກ່​ພຣະ​ອົງ, ແລະ ໄດ້​ຮັບ​ການ​ສິດ​ສອນ​ກ່ຽວ​ກັບ​ບັນ​ທຶກ ຊຶ່ງ​ມີ​ການ​ທຳ​ນາຍ​ທີ່​ສາດ​ສະ​ດາ​ບໍ​ລິ​ສຸດ​ໄດ້​ເວົ້າ​ໄວ້ ຈົນ​ເຖິງ​ເວລາ​ທີ່​ລີໄຮ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ຈາກ​ເຢຣູ​ຊາເລັມ​ມາ;

35 ແລະ ທຸກ​ສິ່ງ​ທີ່​ໄດ້​ບອກ​ຕະຫລອດ​ມາ​ນັບ​ຕັ້ງ​ແຕ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ຈົນ​ເຖິງ​ເວລາ​ນີ້​ນຳ​ອີກ. ແລະ ຈົ່ງ​ເບິ່ງ, ຄົນ​ເຫລົ່າ​ນັ້ນ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ພວກ​ເພິ່ນ​ນຳ​ອີກ; ສະນັ້ນ, ມັນ​ຈຶ່ງ​ເປັນ​ສິ່ງ​ຊອບ​ທຳ ແລະ ເປັນ​ຄວາມ​ຈິງ.

36 ແລະ ບັດ​ນີ້​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ ຫລັງ​ຈາກ​ພວກ​ທ່ານ​ຮູ້ ແລະ ໄດ້​ຮັບ​ການ​ສິດ​ສອນ​ໃນ​ເລື່ອງ​ທັງ​ໝົດ​ນີ້​ແລ້ວ, ຖ້າ​ຫາກ​ພວກ​ທ່ານ​ຍັງ​ຈະ​ລ່ວງ​ລະເມີດ ແລະ ເຮັດ​ກົງ​ກັນ​ຂ້າມ​ກັບ​ສິ່ງ​ທີ່​ໄດ້​ເວົ້າ​ໄວ້, ພວກ​ທ່ານ​ຖອນ​ຕົວ​ອອກ​ໄປ​ຈາກ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈົນ​ວ່າ​ມັນ​ບໍ່​ມີ​ບ່ອນ​ໃດ​ເລີຍ​ໃນ​ພວກ​ທ່ານ ທີ່​ຈະ​ສາ​ມາດ​ນຳ​ພວກ​ທ່ານ​ໄປ​ໃນ​ທາງ​ແຫ່ງ​ປັນ​ຍາ​ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮັບ​ພອນ, ຈະ​ເລີນ​ຮຸ່ງ​ເຮືອງ, ແລະ ຮັບ​ການ​ປົກ​ປັກ​ຮັກ​ສາ—

37 ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ຜູ້​ໃດ​ທີ່​ກະ​ທຳ​ແບບ​ນີ້, ຜູ້​ນັ້ນ​ຍ່ອມ​ອອກ​ມາ​ໃນ ການ​ກະ​ບົດ​ຕໍ່​ພຣະ​ເຈົ້າ​ຢ່າງ​ເປີດ​ເຜີຍ; ສະນັ້ນ, ເຂົາ​ຈຶ່ງ​ເລືອກ​ເຊື່ອ​ຟັງ​ວິນ​ຍານ​ຊົ່ວ ແລະ ກັບ​ເປັນ​ສັດ​ຕູ​ຕໍ່​ຄວາມ​ຊອບ​ທຳ​ທັງ​ໝົດ; ສະນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ບໍ່​ມີ​ບ່ອນ​ຢູ່​ໃນ​ຕົວ​ເຂົາ, ເພາະ​ພຣະ​ອົງ​ຈະ​ບໍ່​ສະ​ຖິດ​ຢູ່​ໃນ​ວິຫານ​ທີ່ ບໍ່​ບໍ​ລິ​ສຸດ.

38 ສະນັ້ນ ຖ້າ​ຫາກ​ຄົນ​ນັ້ນ​ບໍ່ ກັບ​ໃຈ ແລະ ຄົງ​ຢູ່ ແລະ ຕາຍ​ໂດຍ​ເປັນ​ສັດ​ຕູ​ກັບ​ພຣະ​ເຈົ້າ, ແລ້ວ ຄວາມ​ຍຸດ​ຕິ​ທຳ​ແຫ່ງ​ສະຫວັນ​ຈະ​ປຸກ​ຈິດ​ວິນ​ຍານ​ອັນ​ເປັນ​ອະ​ມະ​ຕະ​ຂອງ​ເຂົາ​ໃຫ້​ຕື່ນ​ຂຶ້ນ​ມາ​ຫາ​ຄວາມ​ຮູ້​ສຶກ​ໃນ ຄວາມ​ຜິດ​ທີ່​ຮຸນ​ແຮງ​ຂອງ​ຕົນ​ເອງ, ຊຶ່ງ​ເຮັດ​ໃຫ້​ເຂົາ​ຖອຍ​ອອກ​ໄປ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຮັດ​ໃຫ້​ອົກ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ​ຜິດ, ແລະ ຄວາມ​ເຈັບ​ປວດ, ແລະ ຄວາມ​ທຸກ​ທໍ​ລະ​ມານ, ຊຶ່ງ​ປຽບ​ເໝືອນ​ດັ່ງ​ໄຟ​ທີ່​ບໍ່​ຮູ້​ມອດ, ຊຶ່ງ​ແປວ​ໄຟ​ນັ້ນ​ລອຍ​ຂຶ້ນ​ຢູ່​ຕະຫລອດ​ການ ແລະ ຕະຫລອດ​ໄປ.

39 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ ຜູ້​ນັ້ນ​ຈະ​ບໍ່​ໄດ້​ຮັບ ຄວາມ​ເມດ​ຕາ​ເລີຍ; ສະນັ້ນ​ຊາ​ຕາ​ກຳ​ໃນ​ວາ​ລະ​ສຸດ​ທ້າຍ​ຂອງ​ເຂົາ​ຄື ຄວາມ​ທຸກ​ທໍ​ລະ​ມານ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ.

40 ໂອ້, ພວກ​ທ່ານ​ຜູ້​ມີ​ອາ​ຍຸ​ສູງ​ທັງ​ຫລາຍ, ແລະ ພວກ​ເຈົ້າ​ຜູ້​ໜຸ່ມ​ແໜ້ນ, ແລະ ພວກ​ເຈົ້າ​ຜູ້​ເປັນ​ເດັກ​ນ້ອຍໆ ຜູ້​ທີ່​ສາ​ມາດ​ເຂົ້າ​ໃຈ​ຂໍ້​ຄວາມ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ຢ່າງ​ແຈ່ມ​ແຈ້ງ​ເພື່ອ​ພວກ​ທ່ານ​ຈະ​ໄດ້​ເຂົ້າ​ໃຈ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ແທນ​ພວກ​ທ່ານ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຕື່ນ​ຂຶ້ນ​ມາ​ຫາ ຄວາມ​ຊົງ​ຈຳ​ເຖິງ​ສະພາບ​ອັນ​ເປັນ​ຕາ​ຢ້ານ​ຂອງ​ຄົນ​ທີ່​ຕົກ​ຢູ່​ໃນ​ການ​ລ່ວງ​ລະເມີດ.

41 ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ພວກ​ທ່ານ​ພິ​ຈາ​ລະ​ນາ​ເຖິງ​ສະພາບ​ອັນ​ເປັນ​ພອນ ແລະ ຄວາມ​ສຸກ​ຂອງ​ຄົນ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ເພາະ​ຈົ່ງ​ເບິ່ງ, ເຂົາ​ໄດ້ ຮັບ​ພອນ​ທຸກ​ຢ່າງ ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ; ແລະ ຖ້າ​ຫາກ​ເຂົາ​ອົດ​ທົນ​ຢ່າງ ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ເຂົາ​ຈະ​ຖືກ​ຮັບ​ເຂົ້າ​ສູ່ ສະຫວັນ, ແລ້ວ​ເຂົາ​ຈະ​ໄດ້​ຢູ່​ກັບ​ພຣະ​ເຈົ້າ​ໃນ​ສະພາບ​ແຫ່ງ​ຄວາມ​ສຸກ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ. ໂອ້ ຈົ່ງ​ຈື່ຈຳ, ຈົ່ງ​ຈື່ຈຳ​ໄວ້​ວ່າ ເລື່ອງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ; ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ໄວ້.