ພຣະ​ຄຳ​ພີ
ໂມ​ໄຊ​ຢາ 20


ບົດ​ທີ 20

ພວກ​ລູກ​ສາວ​ບາງ​ຄົນ​ຂອງ​ຊາວ​ເລມັນ​ຖືກ​ລັກ​ພາ​ຕົວ​ໄປ​ໂດຍ​ພວກ​ປະ​ໂລ​ຫິດ​ຂອງ​ກະສັດ​ໂນອາ—ຊາວ​ເລມັນ​ກໍ່​ສົງ​ຄາມ​ກັບ​ລິມໄຮ ແລະ ຜູ້​ຄົນ​ຂອງ​ເພິ່ນ—ກອງ​ທັບ​ຊາວ​ເລມັນ​ຖືກ​ຕີ​ໃຫ້​ຖອຍ​ໄປ ແລະ ໄດ້​ສະຫງົບ​ລົງ. ປະ​ມານ 145–123 ປີ ກ່ອນ ຄ.ສ.

1 ບັດ​ນີ້​ມີ​ບ່ອນ​ໜຶ່ງ​ໃນ​ເຊັມ​ລອນ ຊຶ່ງ​ເປັນ​ບ່ອນ​ພວກ​ລູກ​ສາວ​ຂອງ​ຊາວ​ເລມັນ​ໄປ​ລວມ​ຕົວ​ກັນ ເພື່ອ​ຮ້ອງ​ເພງ, ແລະ ເຕັ້ນ​ລຳ, ແລະ ເພື່ອ​ຄວາມ​ມ່ວນ​ຊື່ນ​ນຳ​ກັນ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມື້​ໜຶ່ງ​ພວກ​ຜູ້​ສາວ​ຈຳນວນ​ໜຶ່ງ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ເພື່ອ​ເຕັ້ນ​ລຳ ແລະ ຮ້ອງ​ເພງ.

3 ແລະ ບັດ​ນີ້​ພວກ​ປະ​ໂລ​ຫິດ​ຂອງ​ກະສັດ​ໂນອາ, ໂດຍ​ມີ​ຄວາມ​ລະ​ອາຍ​ໃຈ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ເມືອງ​ນີໄຟ, ແທ້​ຈິງ​ແລ້ວ, ພວກ​ເຂົາ​ຢ້ານ​ວ່າ​ພວກ​ເຂົາ​ຈະ​ຖືກ​ຜູ້​ຄົນ​ຂ້າ, ສະນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ກ້າ​ກັບ​ຄືນ​ໄປ​ຫາ​ເມຍ​ຂອງ​ຕົນ ແລະ ລູກ​ຂອງ​ຕົນ.

4 ແລະ ໂດຍ​ທີ່​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ໂດຍ​ທີ່​ໄດ້​ເຫັນ​ໄດ້​ພວກ​ລູກ​ສາວ​ຂອງ​ຊາວ​ເລມັນ, ພວກ​ເຂົາ​ຈຶ່ງ​ລີ້​ຈອບ​ເບິ່ງ​ພວກ​ນາງ​ເຫລົ່ານັ້ນ;

5 ແລະ ເວລາ​ທີ່​ມີ​ນາງ​ສາວ​ບໍ່​ຫລາຍ​ຄົນ​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ເຕັ້ນ​ລຳ, ພວກ​ເຂົາ​ຈຶ່ງ​ອອກ​ມາ​ຈາກ​ບ່ອນ​ລີ້ ແລະ ຈັບ​ເອົາ​ພວກ​ນາງ ແລະ ພາ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແທ້​ຈິງ​ແລ້ວ, ແລະ ພວກ​ເຂົາ​ໄດ້​ພາ​ພວກ​ລູກ​ສາວ​ຂອງ​ຊາວ​ເລມັນ​ຊາວ​ສີ່​ຄົນເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຊາວ​ເລມັນ​ຮູ້​ວ່າ​ພວກ​ລູກ​ສາວ​ຂອງ​ຕົນ​ຫາຍ​ຕົວ​ໄປ, ພວກ​ເຂົາ​ກໍ​ເລີຍ​ມີ​ຄວາມ​ຄຽດ​ແຄ້ນ​ໃຫ້​ຜູ້​ຄົນ​ຂອງ​ລິມໄຮ, ເພາະ​ຄິດ​ວ່າ​ເປັນ​ນ້ຳ​ມື​ຂອງ​ຜູ້​ຄົນ​ຂອງ​ລິມໄຮ.

7 ສະນັ້ນ ພວກ​ເຂົາ​ຈຶ່ງ​ສົ່ງ​ກອງ​ທັບ​ຂອງ​ຕົນ​ອອກ​ໄປ; ແທ້​ຈິງ​ແລ້ວ, ຕົວ​ກະສັດ​ເອງ​ກໍ​ອອກ​ໜ້າ​ຜູ້ຄົນ​ໄປ; ແລະ ພວກ​ເຂົາ​ໄດ້​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ນີໄຟ​ເພື່ອ​ທຳ​ລາຍ​ຜູ້​ຄົນ​ຂອງ​ລິມໄຮ.

8 ແລະ ບັດ​ນີ້​ເມື່ອ​ລິມໄຮ​ເຫັນ​ກອງ​ທັບ​ຂອງ​ຊາວ​ເລມັນ​ຈາກ​ຫໍ​ສູງ, ແລະ ເພິ່ນ​ເຫັນ​ການ​ຕຽມ​ເຮັດ​ເສິກ​ທັງ​ໝົດ​ຂອງ​ພວກ​ເຂົາ; ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ເພິ່ນ ແລະ ດັກ​ຖ້າ​ພວກ​ນັ້ນ​ຢູ່​ໃນ​ທົ່ງ ແລະ ໃນ​ປ່າ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຊາວ​ເລມັນ​ມາ​ເຖິງ, ຜູ້​ຄົນ​ຂອງ​ລິມໄຮ​ເລີ່ມ​ຕໍ່​ສູ້​ກັບ​ພວກ​ນັ້ນ​ຈາກ​ບ່ອນ​ດັກ​ຖ້າ, ແລະ ເລີ່ມ​ຂ້າ​ພວກ​ເຂົາ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ການ​ສູ້​ຮົບ​ເລີ່ມ​ຮ້າຍ​ແຮງ​ໜັກ​ຂຶ້ນ, ເພາະ​ວ່າ​ພວກ​ເຂົາ​ຕໍ່​ສູ້​ກັນ​ຄື​ກັບ​ໂຕ​ສິງ​ຕໍ່​ສູ້​ເພື່ອ​ເຫຍື່ອ​ຂອງ​ມັນ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ຂອງ​ລິມໄຮ​ເລີ່ມ​ໄລ່​ຊາວ​ເລມັນ​ໄປ​ທາງ​ໜ້າ​ຂອງ​ພວກ​ເຂົາ; ເຖິງ​ແມ່ນ​ວ່າ​ຜູ້​ຄົນ​ຂອງ​ລິມໄຮ​ມີ​ຈຳນວນ​ໜ້ອຍ​ກວ່າ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ເລມັນ​ກໍ​ຕາມ; ແຕ່​ພວກ​ເຂົາ​ກໍ ຕໍ່ສູ້​ເພື່ອ​ຊີ​ວິດ​ຂອງ​ຕົນ ແລະ ເພື່ອ​ເມຍ​ຂອງ​ພວກ​ເຂົາ, ແລະ ເພື່ອ​ລູກ​ຂອງ​ພວກ​ເຂົາ; ສະນັ້ນ ພວກ​ເຂົາ​ຈຶ່ງ​ໃຊ້​ຄວາມ​ພະ​ຍາ​ຍາມ​ຕໍ່​ສູ້​ຄື​ກັນ​ກັບ​ມັງກອນ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເຫັນ​ກະສັດ​ຂອງ​ຊາວ​ເລມັນ​ຢູ່​ໃນ​ບັນ​ດາ​ຄົນ​ທີ່​ຖືກ​ຂ້າ​ຕາຍ; ແຕ່​ວ່າ​ເພິ່ນ​ບໍ່​ທັນ​ຕາຍ; ພຽງ​ແຕ່​ໄດ້​ຮັບ​ບາດ​ເຈັບ, ແລະ ຖືກ​ປະ​ຖິ້ມ​ຢູ່​ກັບ​ພື້ນ​ດິນ, ສ່ວນ​ຜູ້​ຄົນ​ຂອງ​ເພິ່ນ​ນັ້ນ​ໄດ້​ປົບ​ໜີ​ໄປ​ຢ່າງ​ວ່ອງ​ໄວ.

13 ແລະ ພວກ​ເຂົາ​ໄດ້​ນຳ​ເອົາ​ກະສັດ​ມາ ແລະ ພັນ​ບາດ​ແຜ​ໃຫ້, ແລະ ນຳ​ເອົາ​ຕົວ​ເພິ່ນ​ຂຶ້ນ​ໄປ​ຢູ່​ຕໍ່​ໜ້າ​ລິມໄຮ, ແລະ ກ່າວ​ວ່າ: ຈົ່ງ​ເບິ່ງ, ນີ້​ຄື​ກະສັດ​ຂອງ​ຊາວ​ເລມັນ; ໂດຍ​ທີ່​ໄດ້​ຮັບ​ບາດ​ເຈັບ ເພິ່ນ​ຈຶ່ງ​ລົ້ມ​ລົງ​ຢູ່​ໃນ​ບັນ​ດາ​ຄົນ​ທີ່​ຕາຍ, ແລະ ເພິ່ນ​ໄດ້​ຖືກ​ປະ​ຖິ້ມ​ໄວ້; ແລະ ຈົ່ງ​ເບິ່ງ, ພວກ​ຂ້ານ້ອຍ​ຈຶ່ງ​ໄດ້​ນຳ​ເອົາ​ຕົວ​ເພິ່ນ​ມາ​ຢູ່​ຕໍ່ໜ້າ​ທ່ານ; ແລະ ບັດ​ນີ້​ຂໍ​ໃຫ້​ພວກ​ຂ້າ​ນ້ອຍ​ຂ້າ​ເພິ່ນ​ຖິ້ມ​ເສຍ.

14 ແຕ່​ລິມໄຮ​ໄດ້​ເວົ້າ​ກັບ​ຄົນ​ຂອງ​ເພິ່ນ​ວ່າ: ພວກ​ເຈົ້າ​ຢ່າ​ໄດ້​ຂ້າ​ເພິ່ນ​ເລີຍ, ແຕ່​ຈົ່ງ​ນຳ​ເອົາ​ເພິ່ນ​ມາ​ນີ້ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ເຫັນ​ເພິ່ນ. ແລະ ພວກ​ເຂົາ​ຈຶ່ງ​ໄດ້​ນຳ​ເພິ່ນ​ມາ. ແລະ ລິມໄຮ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ: ເຫດ​ໃດ​ທ່ານ​ຈຶ່ງ​ຂຶ້ນ​ມາ​ກໍ່​ສົງ​ຄາມ​ກັບ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ? ຈົ່ງ​ເບິ່ງ, ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຮັດ​ຜິດ ຄຳ​ສາບານ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ຜູ້​ຄົນ​ຂອງ​ທ່ານ​ເລີຍ; ສະນັ້ນ, ເປັນ​ຫຍັງ​ທ່ານ​ຈຶ່ງ​ເຮັດ​ຜິດ​ຄຳ​ສາບານ​ຊຶ່ງ​ທ່ານ​ໄດ້​ເຮັດ​ໄວ້​ກັບ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ?

15 ແລະ ບັດ​ນີ້​ກະສັດ​ຂອງ​ຊາວ​ເລມັນ​ໄດ້​ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ເຮັດ​ຜິດ​ຄຳ​ສາບານ​ເພາະ​ວ່າ​ຜູ້​ຄົນ​ຂອງ​ທ່ານ​ໄດ້​ລັກ​ພາ​ພວກ​ລູກ​ສາວ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄປ; ສະນັ້ນ, ດ້ວຍ​ຄວາມ​ຄຽດ​ແຄ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ສັ່ງ​ໃຫ້​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຂຶ້ນ​ມາ​ກໍ່​ສົງ​ຄາມ​ກັບ​ຜູ້​ຄົນ​ຂອງ​ທ່ານ.

16 ແລະ ບັດ​ນີ້​ລິມໄຮ​ບໍ່​ຮູ້​ຈັກ​ຫຍັງ​ເລີຍ​ກ່ຽວ​ກັບ​ເລື່ອງ​ນີ້; ສະນັ້ນ ເພິ່ນ​ຈຶ່ງ​ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ຈະ​ສອບ​ສວນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ ຖ້າ​ຜູ້​ໃດ​ກໍ​ຕາມ​ທີ່​ເຮັດ​ເລື່ອງ​ນີ້​ຈະ​ຕ້ອງ​ຕາຍ. ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ກວດ​ຄົ້ນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເພິ່ນ.

17 ບັດ​ນີ້​ເມື່ອ ກີເດໂອນ​ໄດ້​ຍິນ​ເລື່ອງ​ເຫລົ່າ​ນີ້​ແລ້ວ, ໂດຍ​ທີ່​ລາວ​ເປັນ​ທະ​ຫານ​ຂອງ​ກະສັດ, ລາວ​ຈຶ່ງ​ອອກ​ມາ ແລະ ກ່າວ​ກັບ​ກະສັດ​ວ່າ: ຂ້າ​ນ້ອຍ​ຂໍ​ໃຫ້​ທ່ານ​ຢຸດ​ກ່ອນ, ແລະ ຢ່າ​ໄດ້​ສອບ​ສວນ​ຜູ້​ຄົນ​ພວກ​ນີ້, ແລະ ຢ່າ​ໄດ້​ຖື​ວ່າ​ເປັນ​ຄວາມ​ຜິດ​ຂອງ​ຄົນ​ພວກ​ນີ້​ເລີຍ.

18 ເພາະ​ທ່ານ​ຈື່​ຈຳ​ພວກ​ປະ​ໂລ​ຫິດ​ຂອງ​ບິດາ​ຂອງ​ທ່ານ, ຜູ້​ທີ່​ຜູ້ຄົນ​ພວກ​ນີ້​ພະຍາ​ຍາມ​ທຳລາຍ​ນັ້ນ​ໄດ້​ບໍ? ແລະ ພວກ​ເຂົາ​ບໍ່​ໄດ້​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ບໍ? ແລະ ບໍ່​ແມ່ນ​ພວກ​ເຂົາ​ນີ້​ບໍ​ທີ່​ເປັນ​ຄົນ​ມາ​ລັກ​ເອົາ​ພວກ​ລູກ​ສາວ​ຂອງ​ຊາວ​ເລມັນ​ໄປ?

19 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ແລະ ຈົ່ງ​ເລົ່າ​ເລື່ອງ​ທັງ​ໝົດ​ນີ້​ໃຫ້​ກະສັດ​ຂອງຊາວ​ເລມັນ​ຟັງ, ເພື່ອ​ເພິ່ນ​ຈະ​ໄດ້​ບອກ​ໃຫ້​ຜູ້ຄົນ​ຂອງ​ເພິ່ນ​ເຊົາ​ຄຽດ​ແຄ້ນ​ໃຫ້​ພວກ​ເຮົາ; ເພາະ​ຈົ່ງ​ເບິ່ງ ພວກ​ເຂົາ​ກຳ​ລັງ​ຕຽມ​ທະ​ຫານ​ຢູ່​ເພື່ອ​ຈະ​ມາ​ສູ້​ຮົບ​ກັບ​ພວກ​ເຮົາ​ອີກ; ແລະ ຈົ່ງ​ເບິ່ງ ພວກ​ເຮົາ​ກໍ​ມີ​ກຳ​ລັງ​ພຽງ​ໜ້ອຍ​ດຽວ.

20 ແລະ ຈົ່ງ​ເບິ່ງ​ພວກ​ເຂົາ​ຍົກ​ກອງ​ທັບ​ມາ​ດ້ວຍ​ກຳ​ລັງ​ທະ​ຫານ​ອັນ​ຫລວງ​ຫລາຍ; ແລະ ຖ້າ​ຫາກ​ກະສັດ​ບໍ່​ເຮັດ​ໃຫ້​ພວກ​ເຂົາ​ເຊົາ​ຄຽດ​ແຄ້ນ ພວກ​ເຮົາຈະ​ຕ້ອງ​ຕາຍ.

21 ເພາະວ່າ​ຄຳ​ເວົ້າ​ຂອງ​ອະ​ບີ​ນາ​ໄດ ຊຶ່ງ​ເພິ່ນ​ໄດ້​ທຳ​ນາຍ​ໄວ້​ກັບ​ພວກ​ເຮົາ​ນັ້ນ ເກີດ​ເປັນ​ຈິງ​ແລ້ວ—ແລະ ເລື່ອງ​ທັງ​ໝົດ​ນີ້​ເກີດ​ຂຶ້ນ​ຍ້ອນ​ວ່າ​ພວກ​ເຮົາ​ບໍ່​ຍອມ​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ບໍ່​ຫັນ​ໜ້າ​ໜີ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຮົາ​ແມ່ນ​ບໍ?

22 ແລະ ບັດ​ນີ້​ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ຮຽກ​ຮ້ອງ​ໃຫ້​ກະສັດ​ເຊົາ​ຄຽດ​ແຄ້ນ​ສາ, ແລະ ພວກ​ເຮົາ​ຈະ​ເຮັດ​ຕາມ​ຄຳ​ສາບານ ຊຶ່ງ​ພວກ​ເຮົາ​ເຮັດ​ໄວ້​ກັບ​ເພິ່ນ; ເພາະວ່າ​ພວກ​ເຮົາ​ຖື​ວ່າ​ຢູ່​ໃນ​ຄວາມ​ເປັນ​ທາດ​ຍ່ອມ​ເປັນ​ການ​ດີ​ກວ່າ​ທີ່​ຈະ​ເສຍ​ຊີ​ວິດ​ໄປ; ສະນັ້ນ, ພວກ​ເຮົາ​ຈົ່ງ​ຢຸດ​ການ​ນອງ​ເລືອດ​ນີ້​ເສຍ​ເຖີດ.

23 ແລະ ບັດ​ນີ້​ລິມໄຮ​ໄດ້​ເລົ່າ​ເລື່ອງ​ທັງ​ໝົດ​ກ່ຽວ​ກັບ​ບິດາ​ຂອງ​ເພິ່ນ ແລະ ກ່ຽວ​ກັບ ພວກ​ປະ​ໂລຫິດ​ທີ່​ໄດ້​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໃຫ້​ກະສັດ​ຂອງ​ຊາວ​ເລມັນ​ຟັງ, ແລະ ລົງ​ຄວາມ​ເຫັນ​ວ່າພວກ​ນັ້ນ​ໄດ້​ລັກ​ພາ​ພວກ​ລູກ​ສາວ​ຂອງ​ເຂົາເຈົ້າ​ໄປ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ໄດ້​ເຊົາ​ໃຈ​ຮ້າຍ​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ; ແລະ ເພິ່ນ​ກ່າວ​ກັບ​ພວກ​ເຂົາ​ວ່າ: ໃຫ້​ພວກ​ເຮົາ​ອອກ​ໄປ​ພົບ​ກັບ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໂດຍ​ບໍ່​ມີ​ອາ​ວຸດ; ແລະ ຂ້າ​ພະ​ເຈົ້າ​ຂໍ​ສາບານ​ກັບ​ພວກ​ທ່ານ​ດ້ວຍ​ຄຳ​ສາບານ​ວ່າ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ຂ້າ​ຜູ້​ຄົນ​ຂອງ​ພວກ​ທ່ານ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຕິດ​ຕາມ​ກະສັດ​ອອກ​ໄປ​ເພື່ອ​ພົບ​ກັບ​ຊາວ​ເລມັນ​ໂດຍ​ບໍ່​ມີ​ອາ​ວຸດ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ພົບ​ກັບ​ຊາວ​ເລມັນ; ແລະ ກະສັດ​ຂອງ​ຊາວ​ເລມັນ​ເອງ​ໄດ້​ຄຸ​ເຂົ່າ​ລົງ​ຕໍ່​ໜ້າ​ຜູ້​ຄົນ​ຂອງ​ເພິ່ນ, ແລະ ໄດ້​ວິງ​ວອນ​ແທນ​ຜູ້​ຄົນ​ຂອງ​ລິມໄຮ.

26 ແລະ ເມື່ອ​ຊາວ​ເລມັນ​ເຫັນ​ວ່າ​ຜູ້​ຄົນ​ຂອງ​ລິມໄຮ​ບໍ່​ມີ​ອາ​ວຸດ, ຈຶ່ງ​ມີ ຄວາມ​ເມດ​ຕາ​ສົງສານ​ພວກ​ເຂົາ, ແລະ ເຊົາ​ຄຽດ​ແຄ້ນ, ແລະ ພວກ​ເຂົາ​ໄດ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ພ້ອມ​ດ້ວຍ​ກະສັດ​ຂອງ​ຕົນ​ຢ່າງ​ສັນ​ຕິ.