ພຣະ​ຄຳ​ພີ
ໂມ​ໄຊ​ຢາ 23


ເລື່ອງ​ລາວ​ຂອງ​ແອວມາ​ກັບ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ຖືກ​ຜູ້​ຄົນ​ຂອງ​ກະສັດ​ໂນອາ​ຂັບ​ໄລ່​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

ມີ​ຢູ່​ໃນ​ບົດ​ທີ 23 ແລະ 24.

ບົດ​ທີ 23

ແອວມາ​ປະ​ຕິ​ເສດ​ບໍ່​ຍອມ​ເປັນ​ກະສັດ—ເພິ່ນ​ຮັບ​ໃຊ້​ໃນ​ຖານະ​ມະຫາ​ປະ​ໂລ​ຫິດ—ພຣະ​ຜູ້​ເປັນ​ເຈົ້າ​ຕີ​ສອນ​ຜູ້​ຄົນ​ຂອງ​ພຣະ​ອົງ ແລະ ຊາວ​ເລມັນ​ຍຶດ​ຄອງ​ແຜ່ນ​ດິນ​ເຮ​ລາມ—ອະ​ມິວ​ລອນ, ຫົວ​ໜ້າ​ປະ​ໂລ​ຫິດ​ທີ່​ຊົ່ວ​ຂອງ​ກະສັດ​ໂນອາ​ປົກ​ຄອງ​ແບບ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ກະສັດ​ຂອງ​ຊາວ​ເລມັນ. ປະ​ມານ 145–121 ປີ ກ່ອນ ຄ.ສ.

1 ບັດ​ນີ້​ແອວມາໂດຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ວ່າ ກອງ​ທັບ​ຂອງ​ກະສັດ​ໂນອາ​ຈະ​ຍົກ​ທັບ​ມາ​ໂຈມ​ຕີ, ແລະ ເປັນ​ທີ່​ຮູ້​ຈັກ​ແກ່​ຜູ້​ຄົນ​ຂອງ​ເພິ່ນ​ແລ້ວ, ສະນັ້ນ ພວກ​ເຂົາ​ຈຶ່ງ​ທ້ອນ​ໂຮມ​ຝູງ​ສັດ​ຂອງ​ພວກ​ເຂົາ ແລະ ພືດ​ພັນ​ຂອງ​ພວກ​ເຂົາ, ແລະ ໄດ້​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ກ່ອນ​ກອງ​ທັບ​ຂອງ​ກະສັດ​ໂນອາ​ຈະ​ມາ​ເຖິງ.

2 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເພີ່ມ​ກຳ​ລັງ​ພວກ​ເຂົາ​ເພື່ອ​ບໍ່​ໃຫ້​ຜູ້​ຄົນ​ຂອງ​ກະສັດ​ໂນອາ​ຕິດ​ຕາມ​ມາ​ທັນ ເພື່ອ​ທຳ​ລາຍ​ພວກ​ເຂົາ.

3 ແລະ ພວກ​ເຂົາ​ໄດ້​ເດີນ​ທາງ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເປັນ​ເວລາ​ແປດ​ມື້.

4 ແລະ ພວກ​ເຂົາ​ກໍ​ມາ​ຮອດ​ແຜ່ນ​ດິນ​ບ່ອນ​ໜຶ່ງ, ແທ້​ຈິງ​ແລ້ວ, ເປັນ​ແຜ່ນ​ດິນ​ທີ່​ສວຍ​ສົດ​ງົດ​ງາມ ແລະ ໜ້າ​ຢູ່, ແລະ ເປັນ​ແຜ່ນ​ດິນ​ທີ່​ມີ​ນ້ຳ​ບໍ​ລິ​ສຸດ.

5 ແລະ ພວກ​ເຂົາ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂອງ​ພວກ​ເຂົາ​ຂຶ້ນ, ແລະ ເລີ່ມ​ໄຖ​ດິນ ແລະ ສ້າງ​ອາ​ຄານ​ບ້ານ​ເຮືອນ​ຂຶ້ນ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ເປັນ​ຄົນ​ດຸ​ໝັ່ນ ແລະ ເຮັດ​ວຽກ​ຢ່າງ​ຂະ​ຫຍັນ​ຂັນ​ແຂງ.

6 ແລະ ຜູ້​ຄົນ​ປາດ​ຖະ​ໜາ​ໃຫ້​ແອວມາ​ເປັນ​ກະສັດ​ຂອງ​ພວກ​ເຂົາ, ເພາະວ່າ​ເພິ່ນ​ເປັນ​ທີ່​ຮັກ​ຫອມ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ.

7 ແຕ່​ເພິ່ນ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ມັນ​ບໍ່​ສົມ​ຄວນ​ເລີຍ​ທີ່​ພວກ​ເຮົາ​ຈະ​ມີ​ກະສັດ; ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ເຈົ້າ​ຈະ ບໍ່​ຕ້ອງ​ນັບ​ຖື​ເນື້ອ​ໜັງ​ອັນ​ໃດ​ທີ່​ສູງ​ກວ່າ​ເນື້ອ​ໜັງ​ອີກ​ອັນ​ໜຶ່ງ, ຫລື ວ່າ​ຄົນ​ຜູ້​ໜຶ່ງ​ຈະ​ບໍ່​ຄິດ​ວ່າ​ຕົນ​ເອງ​ສູງ​ກວ່າ​ອີກ​ຜູ້​ໜຶ່ງ; ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ກ່າວ​ວ່າ ມັນ​ບໍ່​ສົມ​ຄວນ​ເລີຍ​ທີ່​ພວກ​ເຮົາ​ຈະ​ມີ​ກະສັດ.

8 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ເປັນ​ໄປ​ໄດ້​ວ່າ ມີ​ຄົນ​ທ່ຽງ​ທຳ​ຜູ້​ທີ່​ຈະ​ມາ​ເປັນ​ກະສັດ​ຂອງ​ພວກ​ທ່ານ​ແລ້ວ ກໍ​ເປັນ​ການ​ດີ​ທີ່​ສຸດ​ສຳ​ລັບ​ພວກ​ທ່ານ​ທີ່​ຈະ​ມີ​ກະສັດ.

9 ແຕ່​ຈົ່ງ​ຈື່​ຈຳ ຄວາມ​ຊົ່ວ​ຮ້າຍ​ຂອງ​ກະສັດ​ໂນອາ ແລະ ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ; ແລະ ຕົວ​ຂ້າ​ພະ​ເຈົ້າ​ເອງ​ກໍ​ຍັງ ຖືກ​ບ້ວງ​ມາ​ແລ້ວ, ແລະ ໄດ້​ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ໜ້າ​ກຽດ​ຊັງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ການ​ກັບ​ໃຈ​ຢ່າງ​ເຈັບ​ຊ້ຳ;

10 ເຖິງ​ຢ່າງໃດ​ກໍ​ຕາມ, ຫລັງ​ຈາກ​ມີ ຄວາມ​ທຸກຍາກ​ລຳ​ບາກ​ມາ​ຫລາຍ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ຂ້າ​ພະ​ເຈົ້າ, ແລະ ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ ແລະ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ເຄື່ອງ​ມື​ໃຫ້​ແກ່​ພຣະ​ອົງ​ໃນ​ການ​ເຮັດ​ໃຫ້​ພວກ​ທ່ານ ຫລາຍ​ຄົນ​ມາ​ຮູ້​ຈັກ​ຄວາມ​ຈິງ​ຂອງ​ພຣະ​ອົງ.

11 ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ເລື່ອງ​ນີ້​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ອວດ​ອ້າງ, ເພາະ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ມີ​ຄ່າ​ຄວນ​ທີ່​ຈະ​ອວດ​ອ້າງ​ຕົວ​ເອງ.

12 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຖືກ​ກະສັດ​ໂນອາ​ກົດ​ຂີ່​ຂົ່ມ​ເຫັງ, ແລະ ຢູ່​ໃນ​ຄວາມ​ເປັນ​ທາດ​ຂອງ​ເພິ່ນ ແລະ ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ, ແລະ ຖືກ​ພວກ​ເຂົາ​ນຳ​ໄປ​ຫາ​ຄວາມ​ຊົ່ວ​ຮ້າຍ; ສະນັ້ນ ພວກ​ທ່ານ​ຈຶ່ງ​ຖືກ​ມັດ​ໄວ້​ດ້ວຍ ພັນ​ທະ​ການ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ.

13 ແລະ ບັດ​ນີ້​ເມື່ອ​ພວກ​ທ່ານ​ຖືກ​ປົດ​ປ່ອຍ​ຈາກ​ພັນທະ​ການ​ເຫລົ່າ​ນີ້​ແລ້ວ; ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ແມ່ນ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ກະສັດ​ໂນອາ ແລະ ຜູ້​ຄົນ​ຂອງ​ເພິ່ນ, ແລະ ຈາກ​ພັນທະ​ການ​ແແຫ່ງ​ຄວາມ​ຊົ່ວ​ຮ້າຍ​ນຳ​ອີກ, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ປາດ​ຖະ​ໜາ​ທີ່​ຈະ​ໃຫ້​ພວກ​ທ່ານ ຍຶດ​ໝັ້ນ​ຢູ່​ໃນ​ຄວາມ​ເປັນ ເສ​ລີ​ພາບ​ນີ້, ຊຶ່ງ​ພວກ​ທ່ານ​ໄດ້​ຖືກ​ເຮັດ​ໃຫ້​ເປັນ​ອິດສະ​ລະ, ແລະ ວ່າ​ພວກ​ທ່ານ​ຈະ​ບໍ່​ໄວ້​ວາງ​ໃຈ ຜູ້​ໃດ​ເພື່ອ​ມາ​ເປັນ​ກະສັດ​ປົກ​ຄອງ​ພວກ​ທ່ານ.

14 ແລະ ບໍ່​ໃຫ້​ໄວ້​ວາງໃຈ ຜູ້​ສອນ​ຜູ້​ໃດ ຫລື ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜູ້​ໃດ​ຂອງ​ພວກ​ທ່ານ, ຖ້າ​ຫາກ​ເຂົາ​ບໍ່​ໄດ້​ເປັນ​ຂອງ​ພຣະ​ເຈົ້າ, ເດີນ​ໄປ​ຕາມ​ທາງ​ຂອງ​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

15 ແອວມາ​ໄດ້​ສິດ​ສອນ​ຜູ້​ຄົນ​ຂອງ​ເພິ່ນ​ດັ່ງ​ນີ້, ວ່າ​ທຸກ​ຄົນ​ຄວນ ຮັກແພງ​ເພື່ອນ​ບ້ານ​ຄື​ກັນ​ກັບ​ຮັກ​ຕົນ​ເອງ, ແລະ ບໍ່​ຄວນ​ມີ ການ​ຂັດ​ແຍ້ງ​ຢູ່​ໃນ​ບັນ​ດາ​ພວກ​ເຂົາ.

16 ແລະ ບັດ​ນີ້​ແອວມາ​ໄດ້​ເປັນ ມະຫາ​ປະ​ໂລ​ຫິດ​ຂອງ​ພວກ​ເຂົາ, ເປັນ​ຜູ້​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຂົາ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ບໍ່​ມີ​ຜູ້​ໃດ​ໄດ້​ຮັບ ສິດ​ອຳນາດ​ໃຫ້​ສັ່ງ​ສອນ ຫລື ສິດ​ສອນ​ເລີຍ​ຖ້າ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ເພິ່ນ​ເສຍ​ກ່ອນ​ຊຶ່ງ​ຈາກ​ພຣະ​ເຈົ້າ. ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ແຕ່ງ​ຕັ້ງ​ປະ​ໂລ​ຫິດ ແລະ ຜູ້​ສອນ​ທັງ​ໝົດ​ຂອງ​ເພິ່ນ ແຕ່​ບໍ່​ມີ​ຄົນ​ໃດ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຍົກ​ເວັ້ນ​ແຕ່​ຈະ​ເປັນ​ຄົນ​ຊອບ​ທຳ​ເທົ່າ​ນັ້ນ.

18 ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ດູ​ແລ​ຜູ້​ຄົນ​ຂອງ​ພວກ​ເຂົາ, ແລະ ໄດ້ ບຳລຸງ​ລ້ຽງ​ຜູ້​ຄົນ​ເຫລົ່າ​ນັ້ນ​ໃນ​ສິ່ງ​ທີ່​ຊອບ​ທຳ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ເລີ່ມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ​ຢ່າງ​ຍິ່ງ​ໃນ​ແຜ່ນ​ດິນ; ແລະ ພວກ​ເຂົາ​ຕັ້ງ​ຊື່​ໃຫ້​ແຜ່ນ​ດິນ​ນັ້ນ​ວ່າ ເຮ​ລາມ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ໄດ້​ມີ​ຜູ້​ຄົນ​ເພີ່ມ​ທະ​ວີ​ຂຶ້ນ​ເລື້ອຍໆ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍິ່ງ​ໃນ​ແຜ່ນ​ດິນ​ເຮ​ລາມ; ແລະ ພວກ​ເຂົາ​ໄດ້​ສ້າງ​ເມືອງ​ໜຶ່ງ​ຂຶ້ນ, ຊຶ່ງ​ພວກ​ເຂົາ​ຕັ້ງ​ຊື່​ໃຫ້​ມັນ​ວ່າ ເມືອງ​ເຮ​ລາມ.

21 ເຖິງ​ຢ່າງ​ໃດ​ກໍ​ຕາມ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຫັນ​ສົມ​ຄວນ​ທີ່​ຈະ ຕີ​ສອນ​ຜູ້​ຄົນ​ຂອງ​ພຣະ​ອົງ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ທົດ​ລອງ ຄວາມ​ອົດທົນ ແລະ ສັດທາ​ຂອງ​ພວກ​ເຂົາ.

22 ເຖິງ​ຢ່າງ​ໃດ​ກໍ​ຕາມ—ຜູ້​ໃດ​ກໍ​ຕາມ​ທີ່ ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ຜູ້​ນັ້ນຈະ​ຖືກ ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ. ແທ້​ຈິງ​ແລ້ວ, ມັນ​ຈະ​ເປັນ​ໄປ​ແນວ​ນັ້ນ​ກັບ​ຜູ້​ຄົນ​ພວກ​ນີ້.

23 ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ສະແດງ​ຕໍ່​ພວກ​ທ່ານ​ວ່າ ຜູ້​ຄົນ​ຖືກ​ເອົາ​ໄປ​ເປັນ​ທາດ, ແລະ ບໍ່​ມີ​ຜູ້​ໃດ​ຈະ​ປົດ​ປ່ອຍ​ພວກ​ເຂົາ​ໄດ້ ນອກ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ແມ່ນ​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ ແລະ ອີ​ຊາກ ແລະ ຂອງ​ຢາໂຄບ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ໄດ້​ປົດ​ປ່ອຍ​ພວກ​ເຂົາ, ແລະ ພຣະ​ອົງ​ໄດ້​ສະແດງ​ອຳນາດ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ຕໍ່​ພວກ​ເຂົາ, ແລະ ພວກ​ເຂົາ​ມີ​ຄວາມ​ຊື່ນ​ຊົມ​ຢ່າງ​ໃຫຍ່​ຫລວງ.

25 ເພາະ​ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນຄື ເວລາ​ທີ່​ພວກ​ເຂົາ​ຢູ່​ໃນ​ແຜ່ນ​ດິນ​ເຮ​ລາມ, ແທ້​ຈິງ​ແລ້ວ, ຢູ່​ໃນ​ເມືອງ​ເຮ​ລາມ, ເວລາ​ທີ່​ຜູ້​ຄົນ​ກຳ​ລັງ​ໄຖ​ດິນ​ຢູ່​ນັ້ນ, ຈົ່ງ​ເບິ່ງ​ກອງ​ທັບ​ຂອງ​ຊາວ​ເລມັນ​ໄດ້​ມາ​ຕັ້ງ​ຢູ່​ທີ່​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ນັ້ນ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພີ່​ນ້ອງ​ຂອງ​ແອວມາ​ໄດ້​ແລ່ນ​ໜີ​ຈາກ​ໄຮ່​ນາ​ຂອງ​ພວກ​ເຂົາ, ແລະ ໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ເມືອງ​ເຮ​ລາມ; ແລະ ພວກ​ເຂົາ​ຕົກ​ໃຈ​ຫລາຍ​ເພາະ​ຢ້ານ​ກົວ​ໃນ​ທ່າ​ທີ​ຂອງ​ຊາວ​ເລມັນ.

27 ແຕ່​ແອວມາ​ໄດ້​ອອກ​ມາ​ຢືນ​ຢູ່​ໃນ​ບັນ​ດາ​ພວກ​ເຂົາ ແລະ ຊັກ​ຊວນ​ບໍ່​ໃຫ້​ພວກ​ເຂົາ​ຕົກ​ໃຈ, ແຕ່​ໃຫ້​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ ແລະ ພຣະ​ອົງ​ຈະ​ປົດ​ປ່ອຍ​ພວກ​ເຂົາ.

28 ສະນັ້ນ ພວກ​ເຂົາ​ຈຶ່ງ​ເຊົາ​ຢ້ານ ແລະ ເລີ່ມ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ພຣະ​ອົງ​ຊ່ວຍ​ເຮັດ​ໃຫ້​ໃຈ​ຂອງ​ຊາວ​ເລມັນ​ອ່ອນ​ລົງ, ເພື່ອ​ໃຫ້​ພວກ​ເຂົາ​ໄວ້​ຊີ​ວິດ​ຂອງ​ພວກ​ເຂົາ, ແລະ ເມຍ​ຂອງ​ພວກ​ເຂົາ, ແລະ ລູກ​ຂອງ​ພວກ​ເຂົາ.

29 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ຊາວ​ເລມັນ​ອ່ອນ​ລົງ. ແລະ ແອວມາ​ກັບ​ພີ່​ນ້ອງ​ຂອງ​ເພິ່ນ​ໄດ້​ອອກ​ໄປ​ມອບ​ຕົວ​ໃຫ້​ຢູ່​ໃນ​ມື​ຂອງ​ພວກ​ເຂົາ; ແລະ ຊາວ​ເລມັນ​ໄດ້​ເຂົ້າ​ມາ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ເຮ​ລາມ.

30 ບັດ​ນີ້​ກອງ​ທັບ​ຂອງ​ຊາວ​ເລມັນ ຊຶ່ງ​ໄລ່​ຕາມ​ຜູ້​ຄົນ​ຂອງ​ກະສັດ​ລິມໄຮ​ມາ ໄດ້​ຫລົງ​ທາງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຫລາຍ​ມື້.

31 ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ພົບ​ພໍ້​ພວກ​ປະ​ໂລ​ຫິດ​ຂອງ​ກະສັດ​ໂນອາ​ຢູ່​ໃນ​ບ່ອນ​ໜຶ່ງ, ຊຶ່ງພວກ​ເຂົາ​ເອີ້ນ​ວ່າ ອະ​ມິວ​ລອນ; ແລະ ພວກ​ເຂົາ​ເລີ່ມ​ຕົ້ນ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ອະ​ມິວ​ລອນ ແລະ ເລີ່ມ​ໄຖ​ດິນ.

32 ບັດ​ນີ້ ຊື່​ຂອງ​ຜູ້​ນຳ​ຂອງ​ພວກ​ປະ​ໂລ​ຫິດ​ເຫລົ່າ​ນັ້ນ​ຄື ອະ​ມິວ​ລອນ.

33 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອະ​ມິວ​ລອນ​ໄດ້​ວິງ​ວອນ​ຊາວ​ເລມັນ; ແລະ ພວກ​ເຂົາ​ໄດ້​ສົ່ງ​ເມຍ​ຂອງ​ພວກ​ເຂົາ, ຊຶ່ງ​ເປັນ ພວກ​ລູກ​ສາວ​ຂອງ​ຊາວ​ເລມັນ​ໄປ, ເພື່ອ​ອ້ອນ​ວອນ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ເພື່ອ​ບໍ່​ໃຫ້​ທຳ​ລາຍ​ຜົວ​ຂອງ​ພວກ​ນາງ.

34 ແລະ ຊາວ​ເລມັນ​ມີ ຄວາມ​ເມດ​ຕາ​ສົງສານ​ຕໍ່​ອະ​ມິວ​ລອນ ແລະ ພີ່​ນ້ອງ​ຂອງ​ລາວ, ແລະ ບໍ່​ໄດ້​ທຳ​ລາຍ​ພວກ​ເຂົາ​ຍ້ອນ​ຄຳ​ອ້ອນ​ວອນ​ຂອງ​ພວກ​ເມຍ​ຂອງ​ພວກ​ເຂົາ.

35 ແລະ ອະ​ມິວ​ລອນ ແລະ ພີ່​ນ້ອງ​ຂອງ​ລາວ​ໄດ້​ເຂົ້າ​ຮ່ວມ​ກັບ​ຊາວ​ເລມັນ, ແລະ ເວລາ​ທີ່​ຄົນ​ພວກ​ນັ້ນ​ກຳ​ລັງ​ເດີນ​ທາງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຊອກ​ຫາ​ແຜ່ນ​ດິນ​ນີໄຟ​ຢູ່​ນັ້ນ ພວກ​ເຂົາ​ໄດ້​ພົບ​ເຫັນ​ແຜ່ນ​ດິນ​ເຮ​ລາມ, ຊຶ່ງ​ແອວມາ​ກັບ​ພີ່​ນ້ອງ​ຂອງ​ເພິ່ນ​ເປັນ​ເຈົ້າ​ຂອງ.

36 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ໄດ້​ສັນ​ຍາ​ກັບ​ແອວມາ ແລະ ພີ່​ນ້ອງ​ຂອງ​ເພິ່ນ​ວ່າ ຖ້າ​ຫາກ​ພວກ​ເຂົາ​ບອກ​ທາງ​ໄປ​ສູ່​ແຜ່ນ​ດິນ​ນີໄຟ​ໃຫ້​ພວກ​ເຂົາ ແລ້ວ​ພວກ​ເຂົາ​ຈະ​ໄວ້​ຊີ​ວິດ ແລະ ປ່ອຍ​ໃຫ້​ພວກ​ເຂົາ​ມີ​ເສ​ລີ​ພາບ.

37 ແຕ່​ຫລັງ​ຈາກ​ແອວມາ​ບອກ​ທາງ​ໄປ​ຫາ​ແຜ່ນ​ດິນ​ນີໄຟ​ໃຫ້​ພວກ​ເຂົາ​ແລ້ວ ຊາວ​ເລມັນ​ບໍ່​ໄດ້​ຮັກ​ສາ​ຄຳ​ສັນ​ຍາ​ນັ້ນ​ເລີຍ; ແຕ່​ພວກ​ເຂົາ​ໄດ້​ຈັດ​ຍາມ​ໄວ້​ທົ່ວ​ແຜ່ນ​ດິນ​ເຮ​ລາມ, ເພື່ອ​ໃຫ້ ເຝົ້າ​ຍາມ​ແອວມາ​ກັບ​ພີ່​ນ້ອງ​ຂອງ​ເພິ່ນ.

38 ແລະ ພວກ​ທີ່​ເຫລືອ​ຢູ່​ກໍ​ໄປ​ຫາ​ແຜ່ນ​ດິນ​ນີໄຟ; ແລະ ພາກ​ສ່ວນ​ໜຶ່ງ​ໄດ້​ກັບ​ຄືນ​ມາ​ແຜ່ນ​ດິນ​ເຮ​ລາມ, ແລະ ໄດ້​ນຳ​ເອົາ​ລູກ​ເມຍ​ຂອງ​ທະ​ຫານ​ຍາມ​ຜູ້​ທີ່​ໄດ້​ຖືກ​ປະ​ໄວ້​ຢູ່​ໃນ​ແຜ່ນ​ດິນ​ນັ້ນ​ມາ​ນຳ.

39 ແລະ ກະສັດ​ຂອງ​ຊາວ​ເລມັນ​ໄດ້​ອະ​ນຸ​ຍາດ​ໃຫ້​ອະ​ມິວ​ລອນ​ເປັນ​ກະສັດ​ເພື່ອ​ປົກ​ຄອງ​ດູ​ແລ​ຜູ້​ຄົນ​ຂອງ​ລາວ, ຜູ້​ທີ່​ຢູ່​ໃນ​ແຜ່ນ​ດິນ​ເຮ​ລາມ; ເຖິງ​ຢ່າງ​ໃດ​ກໍ​ຕາມ ລາວ​ກໍ​ບໍ່​ມີ​ອຳນາດ​ອັນ​ໃດ​ເລີຍ​ທີ່​ຈະ​ເຮັດ​ກົງ​ກັນ​ຂ້າມ​ກັບ​ຄວາມ​ປາດ​ຖະ​ໜາ​ຂອງ​ກະສັດ​ຂອງ​ຊາວ​ເລມັນ​ໄດ້.