ບົດ​ທີ 26

ສະມາຊິກ​ຂອງ​ສາດສະໜາ​ຈັກ​ຫລາຍ​ຄົນ​ຖືກ​ນຳພາ​ໄປ​ຫາ​ບາບ​ໂດຍ​ຜູ້​ທີ່​ບໍ່​ເຊື່ອ​ຖື—ແອວ​ມາ​ໄດ້​ຮັບ​ສັນຍາ​ທີ່​ຈະ​ມີ​ຊີວິດ​ນິລັນ​ດອນ—ຜູ້​ທີ່​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ​ໄດ້​ຮັບ​ການ​ໃຫ້​ອະ​ໄພ—ສະມາຊິກ​ຂອງ​ສາດສະໜາ​ຈັກ​ຜູ້​ທີ່​ເຮັດ​ບາບ​ຊຶ່ງ​ໄດ້​ກັບ​ໃຈ ແລະ ສາລະ​ພາບ​ຜິດ​ຕໍ່​ແອວ​ມາ ແລະ ພຣະຜູ້​ເປັນ​ເຈົ້າ ຈະ​ໄດ້​ຮັບ​ການ​ອະ​ໄພ​ໂທດ; ຖ້າ​ບໍ່​ດັ່ງນັ້ນ, ພວກ​ເຂົາ​ຈະ​ບໍ່​ຖືກ​ນັບ​ເຂົ້າຢູ່​ໃນ​ບັນດາ​ຜູ້ຄົນຂອງ​ສາດສະໜາ​ຈັກ. ປະມານ 120–100 ປີ ກ່ອນ ຄ.ສ.

 ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ມີ​ຄົນ​ເກີດ​ໃໝ່​ເປັນ​ຈຳນວນ​ຫລວງຫລາຍ​ທີ່​ບໍ່​ເຂົ້າ​ໃຈ​ຄຳ​ເວົ້າຂອງ​ກະສັດ​ເບັນ​ຢາ​ມິນ, ໂດຍ​ທີ່​ຍັງ​ນ້ອຍ​ຢູ່​ໃນ​ເວລາ​ທີ່​ເພິ່ນ​ກ່າວ​ກັບ​ຜູ້ຄົນ​ຂອງ​ເພິ່ນ; ແລະ ພວກ​ເຂົາ​ບໍ່​ເຊື່ອ​ຖື​ຮີດຄອງ​ປະ​ເພນີ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຂົາ.

 ພວກ​ເຂົາ​ບໍ່​ເຊື່ອ​ເລື່ອງ​ທີ່​ມີ​ກ່າວ​ໄວ້​ກ່ຽວ​ກັບ​ການ​ເປັນຄືນມາມີ​ຊີວິດ, ແລະ ທັງ​ບໍ່​ເຊື່ອ​ກ່ຽວ​ກັບ​ການສະ​ເດັດ​ມາ​ຂອງ​ພຣະ​ຄຣິດ.

 ແລະ ບັດ​ນີ້​ເປັນ​ຍ້ອນ​ຄວາມ​ເຊື່ອ​ຖື​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ບໍ່​ເຂົ້າ​ໃຈ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ; ແລະ ໃຈ​ຂອງ​ພວກ​ເຂົາ​ແຂງ​ກະດ້າງ.

 ແລະ ພວກ​ເຂົາ​ບໍ່​ຍອມ​ຮັບ​ບັບ​ຕິສະ​ມາ; ທັງ​ບໍ່​ຍອມ​ເຂົ້າຮ່ວມ​ສາດສະ​ໜາ​ຈັກ. ແລະ ພວກ​ເຂົາ​ເປັນ​ພວກ​ໜຶ່ງ​ທີ່ຢູ່​ຕາມ​ສັດທາ​ຂອງ​ຕົນ​ເອງ, ແລະ ເປັນ​ຢູ່​ຈົນ​ວ່າ​ຕົກ​ຢູ່​ໃນ​ສະພາບ​ແຫ່ງ​ກາມ​ມະ​ລົມ ແລະ ເຕັມ​ໄປ​ດ້ວຍ​ບາບ ເພາະວ່າ​ພວກ​ເຂົາ​ບໍ່​ຍອມ​ເອີ້ນ​ຫາ​ພຣະຜູ້​ເປັນ​ເຈົ້າ​ອົງ​ເປັນພຣະ​ເຈົ້າຂອງ​ພວກ​ເຂົາ.

 ແລະ ບັດ​ນີ້​ໃນ​ສະ​ໄໝ​ການ​ປົກຄອງ​ຂອງ​ໂມ​ໄຊ​ຢາ​ນັ້ນ ພວກ​ເຂົາ​ເຫລົ່າ​ນີ້​ມີ​ບໍ່​ຮອດ​ເຄິ່ງໜຶ່ງ​ຂອງ​ຈຳນວນ​ຜູ້ຄົນຂອງ​ພຣະ​ເຈົ້າ; ແຕ່​ເປັນ​ເພາະ​ການ​ແຕກ​ແຍກ​ໃນ​ບັນດາ​ພີ່ນ້ອງ ພວກ​ເຂົາ​ຈຶ່ງ​ກັບ​ມີ​ຈຳນວນ​ຫລາຍ​ຂຶ້ນ.

 ເພາະ​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ເຂົາ​ໄດ້​ຫລອກ​ລວງ​ຜູ້​ຄົນ​ທີ່ຢູ່​ໃນ​ສາດສະ​ໜາ​ຈັກ​ເປັນ​ຈຳນວນ​ຫລວງ​ຫລາຍ​ດ້ວຍ​ຄຳ​ຍົກຍ້ອງ​ຂອງ​ພວກ​ເຂົາ, ແລະ ໄດ້​ເຮັດ​ໃຫ້​ພວກເຂົາກະທຳ​ບາບ​ຫລາຍ​ຢ່າງ; ດັ່ງນັ້ນຈຶ່ງ​ເປັນ​ການ​ສົມຄວນ​ທີ່​ຄົນ​ຢູ່​ໃນ​ສາດສະໜາ​ຈັກ​ຊຶ່ງ​ກະທຳ​ບາບ​ຈະ​ຖືກ​ສາດສະໜາ​ຈັກ​ຕັກ​ເຕືອນ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ເຂົາ​ໄດ້​ຖືກ​ນຳ​ມາ​ຢູ່​ຕໍ່ໜ້າ​ປະ​ໂລຫິດ, ແລະ ຜູ້​ສອນ​ກໍ​ໄດ້​ມອບ​ພວກ​ເຂົາ​ໃຫ້​ແກ່​ປະ​ໂລຫິດ; ແລະ ປະ​ໂລຫິດ​ຈຶ່ງ​ນຳ​ພວກ​ເຂົາ​ມາ​ຢູ່​ຕໍ່ໜ້າ​ແອວ​ມາ, ຜູ້​ຊຶ່ງເປັນ​ມະຫາປະ​ໂລຫິດ.

 ບັດ​ນີ້ກະສັດ​ໂມ​ໄຊ​ຢາ​ໄດ້​ມອບ​ສິດອຳນາດ​ໃຫ້​ແກ່​ແອວ​ມາ​ເພື່ອ​ດູ​ແລ​ສາດສະໜາ​ຈັກ.

 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວ​ມາ​ບໍ່​ຮູ້​ຈັກ​ຫຍັງ​ກ່ຽວ​ກັບ​ພວກ​ນີ້​ເລີຍ; ແຕ່​ມີ​ພະຍານ​ຫລາຍ​ຄົນ​ກ່າວ​ຫາ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ຜູ້ຄົນ​ຢືນ​ເປັນ​ພະຍານ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ຢ່າງ​ຫລວງ​ຫລາຍ.

 10 ແລະ ບັດ​ນີ້ມັນ​ບໍ່​ເຄີຍ​ມີ​ເລື່ອງ​ແນວ​ນີ້​ເກີດ​ຂຶ້ນມາ​ກ່ອນ​ເລີຍ​ໃນ​ສາດສະໜາ​ຈັກ; ສະນັ້ນ ແອວ​ມາ​ຈຶ່ງ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ວິນ​ຍານ​ຂອງ​ເພິ່ນ, ແລະ ເພິ່ນ​ໄດ້​ນຳ​ເອົາ​ຄົນ​ພວກ​ນັ້ນ​ມາ​ຢູ່​ຕໍ່ໜ້າ​ກະສັດ.

 11 ແລະ ເພິ່ນ​ໄດ້​ກ່າວ​ກັບ​ກະສັດ​ວ່າ: ຈົ່ງ​ເບິ່ງ, ຫລາຍ​ຄົນ​ທີ່​ພວກ​ຂ້ານ້ອຍ​ນຳ​ເອົາ​ມາ​ຢູ່​ຕໍ່ໜ້າ​ທ່ານ​ນີ້ ຖືກ​ພີ່ນ້ອງ​ຂອງ​ພວກ​ເຂົາ​ກ່າວ​ຫາ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຖືກ​ພາ​ໄປ​ຫາ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະການ. ແລະ ພວກ​ເຂົາ​ບໍ່​ຍອມ​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍນັ້ນ; ດັ່ງນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ນຳ​ພວກ​ເຂົາ​ມາ​ຫາ​ທ່ານ​ເພື່ອ​ທ່ານ​ຈະ​ໄດ້​ຕັດສິນ​ພວກ​ເຂົາ​ຕາມ​ຄວາມ​ຜິດ​ຂອງ​ພວກ​ເຂົາ.

 12 ກະສັດ​ໂມ​ໄຊ​ຢາ​ໄດ້ກ່າວ​ກັບ​ແອວ​ມາ​ວ່າ: ຈົ່ງ​ເບິ່ງ, ເຮົາ​ຈະ​ບໍ່​ຕັດສິນ​ພວກ​ເຂົາ; ດັ່ງນັ້ນ ເຮົາ​ຈະ​ມອບ​ພວກ​ເຂົາ​ໃຫ້​ຢູ່​ໃນ​ມື​ຂອງ​ທ່ານ​ເພື່ອ​ຕັດສິນ.

 13 ແລະ ບັດ​ນີ້​ວິນ​ຍານ​ຂອງ​ແອວ​ມາ​ມີ​ຄວາມ​ຫຍຸ້ງ​ຍາກ​ຕື່ມ​ຂຶ້ນ; ແລະ ເພິ່ນ​ໄດ້​ທູນ​ຖາມ​ພຣະຜູ້​ເປັນ​ເຈົ້າວ່າ ເພິ່ນ​ຄວນ​ຈະ​ເຮັດ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້, ເພາະ​ເພິ່ນ​ຢ້ານ​ວ່າ​ເພິ່ນຈະ​ເຮັດ​ຜິດ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ.

 14 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຫລັງ​ຈາກ​ເພິ່ນ​ໄດ້​ທຸ້ມ​ເທ​ຈິດ​ວິນ​ຍານ​ທັງ​ໝົດ​ຂອງ​ເພິ່ນ​ແດ່​ພຣະ​ເຈົ້າ​ແລ້ວ, ສຸລະສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ເພິ່ນ, ມີ​ຄວາມ​ວ່າ:

 15 ແອວ​ມາ, ເຈົ້າ​ເປັນ​ສຸກ​ແລ້ວ, ແລະ ຜູ້​ທີ່​ໄດ້​ຮັບ​ບັບຕິ​ສະມາ​ໃນ​ນ້ຳມໍ​ມອນ​ກໍ​ໄດ້​ຮັບ​ພອນ​ຄື​ກັນ. ເຈົ້າ​ໄດ້​ຮັບ​ພອນ​ເພາະ​ສັດທາ​ອັນ​ຍິ່ງ​ໃຫຍ່​ຂອງ​ເຈົ້າທີ່​ມີ​ໃນ​ຄຳ​ເວົ້າຂອງ​ອະ​ບີ​ນາ​ໄດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ແຕ່​ຝ່າຍ​ດຽວ.

 16 ແລະ ພວກ​ເຂົາ​ໄດ້​ຮັບ​ພອນ ເພາະ​ວ່າ​ສັດທາ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຂົາ​ທີ່​ມີ​ໃນ​ຄຳ​ເວົ້າຂອງ​ເຈົ້າ​ແຕ່​ຝ່າຍ​ດຽວ ຊຶ່ງ​ເຈົ້າ​ໄດ້​ເວົ້າກັບ​ພວກ​ເຂົາ.

 17 ແລະ ເຈົ້າ​ເປັນ​ສຸກ​ແລ້ວ ເພາະວ່າ​ເຈົ້າ​ໄດ້​ສ້າງ​ຕັ້ງ​ສາດສະໜາ​ຈັກ​ຂຶ້ນ​ໃນ​ບັນດາ​ຜູ້ຄົນພວກ​ນີ້; ແລະ ພວກ​ເຂົາ​ຈະ​ຖືກ​ສະຖາປະນາ, ແລະ ພວກ​ເຂົາ​ຈະ​ເປັນ​ຜູ້ຄົນ​ຂອງ​ເຮົາ.

 18 ແທ້​ຈິງ​ແລ້ວ, ຜູ້ຄົນພວກ​ນີ້ຜູ້​ທີ່​ເຕັມ​ໃຈ​ຮັບ​ພຣະ​ນາມ​ຂອງ​ເຮົາ​ຈະ​ໄດ້​ຮັບ​ພອນ; ເພາະວ່າ​ພວກ​ເຂົາຈະ​ຖືກ​ເອີ້ນ​ໃນ​ພຣະ​ນາມ​ຂອງ​ເຮົາ; ແລະ ພວກ​ເຂົາ​ເປັນ​ຂອງ​ເຮົາ.

 19 ແລະ ເພາະວ່າ​ເຈົ້າຖາມ​ເຮົາ​ກ່ຽວ​ກັບ​ຜູ້​ລ່ວງ​ລະ​ເມີດ, ເຈົ້າຈະ​ໄດ້​ຮັບ​ພອນ.

 20 ເຈົ້າ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ; ແລະ ເຮົາ​ເຮັດພັນທະ​ສັນຍາ​ກັບ​ເຈົ້າວ່າ ເຈົ້າຈະ​ມີ​ຊີວິດ​ນິລັນດອນ; ແລະ ເຈົ້າຈະ​ໄດ້​ຮັບ​ໃຊ້​ເຮົາ ແລະ ອອກ​ໄປ​ໃນ​ພຣະ​ນາມ​ຂອງ​ເຮົາ, ແລະ ເຕົ້າ​ໂຮມ​ແກະ​ຂອງ​ເຮົາ​ເຂົ້າກັນ.

 21 ແລະ ຜູ້​ທີ່​ໄດ້​ຍິນ​ສຽງ​ຂອງ​ເຮົາ​ຈະ​ເປັນ​ແກະ​ຂອງ​ເຮົາ; ແລະ ເຈົ້າຈະ​ຮັບ​ເຂົາ​ເຂົ້າມາ​ໃນ​ສາດສະໜາ​ຈັກ, ແລະ ເຮົາ​ຈະ​ຮັບ​ເອົາ​ເຂົາໄວ້ຄືກັນ.

 22 ເພາະ​ຈົ່ງ​ເບິ່ງ, ນີ້​ຄື​ສາດສະໜາ​ຈັກ​ຂອງ​ເຮົາ; ຜູ້​ໃດ​ກໍ​ຕາມ​ທີ່​ຮັບ​ບັບຕິ​ສະມາ ຈະ​ຮັບ​ບັບຕິ​ສະມາ​ໄວ້​ກັບ​ການ​ກັບ​ໃຈ. ແລະ ຜູ້​ໃດ​ກໍ​ຕາມ​ທີ່​ເຈົ້າຮັບໄວ້ຈະ​ເຊື່ອ​ໃນ​ນາມຂອງ​ເຮົາ; ແລະ ເຮົາ​ຈະ​ໃຫ້​ອະ​ໄພ​ເຂົາ​ຢ່າງ​ເຕັມ​ໃຈ.

 23 ເພາະເຮົາ​ນີ້​ແຫລະ​ເປັນ​ຜູ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄວ້; ເພາະ​ເຮົາ​ນີ້​ແຫລະ​ເປັນ​ຜູ້​ສ້າງ​ເຂົາ; ແລະ ເຮົາ​ນີ້​ແຫລະ​ເປັນ​ຜູ້​ໃຫ້​ສະຖານ​ທີ່​ບ່ອນ​ໜຶ່ງ​ທາງ​ຂວາ​ມື​ຂອງ​ເຮົາ​ແກ່ຜູ້ທີ່ເຊື່ອຈົນເຖິງທີ່ສຸດ.

 24 ເພາະ​ຈົ່ງ​ເບິ່ງ, ເຂົາ​ຈະ​ຖື​ກ​ເອີ້ນ​ໃນ​ນາມ​ຂອງ​ເຮົາ; ແລະ ຖ້າ​ຫາກ​ເຂົາ​ຮູ້ຈັກ​ເຮົາ ເຂົາ​ກໍ​ຈະ​ອອກ​ມາ, ແລະ ຢູ່​ໃນ​ສະຖານ​ທີ່ຊົ່ວ​ນິລັນດອນ​ບ່ອນ​ໜຶ່ງ​ທາງ​ຂວາ​ມື​ຂອງ​ເຮົາ.

 25 ແລະ ເຫດການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເວລາ​ສຽງ​ແກ​ເທື່ອ​ທີ​ສອງ​ດັງ​ຂຶ້ນ ເມື່ອ​ນັ້ນຜູ້​ທີ່​ບໍ່​ເຄີຍ​ຮູ້ຈັກ​ເຮົາຈະ​ອອກ​ມາ ແລະ ຢືນ​ຢູ່​ຕໍ່ໜ້າ​ເຮົາ.

 26 ແລະ ເວລາ​ນັ້ນ​ເຂົາ​ຈະ​ຮູ້ຈັກ​ວ່າ ເຮົາ​ຄື​ພຣະຜູ້​ເປັນ​ເຈົ້າອົງເປັນພຣະ​ເຈົ້າຂອງ​ເຂົາ, ແລະ ເຮົາ​ຄື​ພຣະຜູ້​ໄຖ່​ຂອງ​ເຂົາ; ແຕ່​ວ່າ​ເຂົາ​ບໍ່​ຍອມຖືກ​ໄຖ່​ເລີຍ.

 27 ແລະ ຈາກ​ນັ້ນ​ເຮົາ​ຈະກ່າວ​ກັບ​ເຂົາ​ວ່າ ເຮົາ​ບໍ່​ເຄີຍ​ຮູ້ຈັກ​ເຂົາ; ແລະ ເຂົາ​ຈະ​ອອກ​ໄປ​ຫາ​ໄຟອັນ​ເປັນນິດ ຊຶ່ງຕຽມ​ໄວ້​ສຳລັບ​ມານ​ກັບ​ບໍລິວານ​ຂອງ​ມັນ.

 28 ດັ່ງນັ້ນ ເຮົາ​ກ່າວ​ກັບ​ເຈົ້າວ່າ, ຜູ້​ໃດ​ທີ່​ບໍ່​ຍອມ​ຟັງສຽງ​ຂອງ​ເຮົາ, ຜູ້ນັ້ນຈະ​ບໍ່​ໄດ້​ຮັບ​ເຂົ້າຢູ່​ໃນ​ສາດສະໜາ​ຈັກຂອງ​ເຮົາ, ແລະ ເຮົາ​ຈະ​ບໍ່​ຮັບ​ເອົາ​ເຂົາ​ໃນ​ວັນ​ສຸດ​ທ້າຍ.

 29 ດັ່ງນັ້ນ ເຮົາ​ກ່າວ​ກັບ​ເຈົ້າວ່າ, ຈົ່ງ​ອອກ​ໄປ; ແລະ ຜູ້​ໃດ​ກໍ​ຕາມ​ທີ່​ລ່ວງລະ​ເມີດ​ຕໍ່​ເຮົາ, ເຈົ້າຈົ່ງ​ຕັດສິນ​ເຂົາ​ແລ້ວ​ແຕ່​ບາບ​ທີ່​ເຂົາ​ໄດ້​ກະທຳ​ມາ; ແລະ ຖ້າ​ຫາກ​ເຂົາ​ສາລະພາບ​ບາບ​ທີ່​ເຂົາ​ໄດ້​ກະທຳ​ມານັ້ນຕໍ່ໜ້າ​ເຈົ້າ ແລະ ຕໍ່ໜ້າເຮົາ, ແລະ ກັບໃຈດ້ວຍ​ຄວາມ​ຈິງ​ໃຈ​ຂອງ​ເຂົາ, ແລ້ວເຈົ້າຈົ່ງ​ໃຫ້​ອະ​ໄພ​ແກ່​ເຂົາ, ແລະ ເຮົາ​ຈະ​ໃຫ້​ອະ​ໄພ​ແກ່​ເຂົາ​ຄື​ກັນ.

 30 ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ວ່າ​ຜູ້ຄົນ​ຂອງ​ເຮົາ​ຈະ​ກັບ​ໃຈ​ເທົ່າ​ໃດ​ເທື່ອ​ກໍ​ຕາມ ເຮົາ​ກໍ​ຈະ​ໃຫ້​ອະ​ໄພ​ແກ່​ເຂົາ​ສຳລັບ​ການ​ລ່ວງ​ລະ​ເມີດ​ຂອງ​ເຂົາ​ທີ່​ມີ​ຕໍ່​ເຮົາ.

 31 ແລະ ເຈົ້າຈົ່ງ​ໃຫ້​ອະ​ໄພ​ແກ່​ການ​ລ່ວງ​ລະ​ເມີດ​ຂອງກັນແລະກັນ; ເພາະ​ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າວ່າ ຜູ້​ທີ່​ບໍ່​ໃຫ້​ອະ​ໄພ​ການ​ລ່ວງ​ລະ​ເມີດ​ຂອງ​ເພື່ອນ​ບ້ານ​ເມື່ອເຂົາເວົ້າວ່າເຂົາ​ກັບ​ໃຈ​ແລ້ວ, ຜູ້ນັ້ນຈະ​ຖືກ​ນຳ​ຕົວ​ມາ​ຫາ​ການ​ກ່າວ​ໂທດ.

 32 ບັດ​ນີ້​ເຮົາ​ກ່າວ​ກັບ​ເຈົ້າວ່າ, ຈົ່ງ​ອອກ​ໄປ; ແລະ ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ ຜູ້ນັ້ນຈະ​ບໍ່​ໄດ້​ນັບ​ເຂົ້າຢູ່​ໃນ​ບັນດາ​ຜູ້ຄົນຂອງ​ເຮົາ; ແລະ ເລື່ອງ​ນີ້​ຈະ​ຕ້ອງ​ປະຕິບັດ​ນັບ​ຕັ້ງ​ແຕ່​ເວລາ​ນີ້​ເປັນຕົ້ນ​ໄປ.

 33 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເວລາ​ແອວ​ມາ​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແລ້ວ, ເພິ່ນ​ໄດ້​ຂຽນ​ມັນ​ໄວ້ ເພື່ອເພິ່ນຈະ​ມີ​ມັນ, ແລະ ເພື່ອ​ເພິ່ນ​ຈະ​ໄດ້​ຕັດສິນ​ຜູ້ຄົນ​ຂອງ​ສາດສະໜາ​ຈັກ​ຕາມ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ.

 34 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ແອວ​ມາ​ໄດ້​ອອກ​ໄປ​ຕັດສິນ​ຜູ້​ທີ່​ຖືກ​ພາ​ໄປ​ຫາ​ຄວາມ​ຊົ່ວ​ຮ້າຍ​ຕາມ​ພຣະ​ຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າ.

 35 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ ແລະ ໄດ້​ສາລະພາບ​ຜິດ, ແລ້ວ​ເພິ່ນ​ກໍ​ໄດ້​ນັບພວກ​ເຂົາ​ໄວ້​ໃນ​ບັນດາ​ຜູ້ຄົນ​ຂອງ​ສາດສະໜາ​ຈັກ;

 36 ແລະ ຜູ້​ທີ່​ບໍ່​ຍອມ​ສາລະພາບ​ບາບ​ຂອງ​ພວກ​ເຂົາ ແລະ ບໍ່​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ຄົນ​ພວກ​ນັ້ນຈະ​ບໍ່​ໄດ້​ຖືກ​ນັບ​ໄວ້​ໃນ​ບັນດາ​ຜູ້ຄົນຂອງ​ສາດສະໜາ​ຈັກ, ແລະ ຊື່​ຂອງ​ພວກ​ເຂົາ​ຖືກລຶບອອກ.

 37 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ແອວ​ມາ​ໄດ້​ຄວບ​ຄຸມການ​ງານ​ທັງ​ໝົດ​ຂອງ​ສາດສະໜາ​ຈັກ; ແລະ ພວກ​ເຂົາ​ເລີ່ມ​ມີ​ຄວາມ​ສັນຕິ​ສຸກຂຶ້ນອີກ ແລະ ຈະ​ເລີນຮຸ່ງ​ເຮືອງ​ຢ່າງ​ຍິ່ງ​ໃນ​ການງານຂອງ​ສາດສະ​ໜາ​ຈັກ​ໂດຍ​ເດີນ​ໄປ​ຢ່າງ​ຮອບ​ຄອບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ໄດ້​ຮັບ​ເອົາ​ຫລາຍ​ຄົນ ແລະ ໃຫ້​ບັບຕິສະມາ​ຫລາຍ​ຄົນ.

 38 ແລະ ບັດ​ນີ້​ແອວ​ມາ​ກັບ​ເພື່ອນ​ຮ່ວມ​ງານ​ຂອງ​ເພິ່ນຊຶ່ງ​ດູ​ແລ​ສາດສະໜາ​ຈັກ​ໄດ້​ເຮັດ​ໄປ​ທັງ​ໝົດ​ນີ້​ໂດຍ​ການ​ເດີນ​ໄປ​ດ້ວຍ​ຄວາມ​ພາກ​ພຽນ​ທຸກ​ຢ່າງ, ສິດສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າທຸກ​ຢ່າງ, ທົນ​ຮັບ​ຄວາມທຸກ​ທໍລະ​ມານ​ທຸກຢ່າງ, ຖືກ​ຂົ່ມ​ເຫັງ​ໂດຍທຸກຄົນ​ທີ່​ບໍ່​ໄດ້​ເປັນ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຈົ້າ.

 39 ແລະ ພວກ​ເຂົາ​ໄດ້ຕັກ​ເຕືອນ​ພີ່ນ້ອງ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ກໍ​ໄດ້​ຮັບ​ເອົາ​ຄຳ​ຕັກ​ເຕືອນ, ທຸກຄົນ​ໂດຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ອີງຕາມບາບ​ຂອງ​ຕົນ, ຫລື​ວ່າ​ບາບ​ທີ່​ເຂົາ​ໄດ້​ກະທຳ​ໄປ​ນັ້ນ, ໂດຍ​ຮັບ​ບັນຊາ​ຈາກ​ພຣະ​ເຈົ້າວ່າ​ໃຫ້​ອະທິຖານ​ຢ່າງ​ບໍ່​ທໍ້ຖອຍ, ແລະ ຂອບ​ພຣະ​ໄທ​ພຣະ​ອົງ​ໃນ​ທຸກ​ສິ່ງ.