ບົດ​ທີ 27

ໂມ​ໄຊ​ຢາ​ຫ້າມ​ບໍ່​ໃຫ້​ຂົ່ມ​ເຫັງ ແລະ ບັງຄັບ​ຄວາມ​ສະ​ເໝີ​ພາບ—ແອວ​ມາ​ຜູ້​ເປັນ​ລູກ​ກັບ​ພວກ​ລູກ​ຊາຍ​ທັງ​ສີ່ຂອງ​ກະສັດ​ໂມ​ໄຊ​ຢາ​ພະຍາ​ຍາມ​ທີ່​ຈະ​ທຳລາຍ​ສາດສະ​ໜາ​ຈັກ—ທູດ​ມາ​ປະກົດ ແລະ ສັ່ງ​ໃຫ້​ພວກ​ເຂົາ​ເລີກ​ການ​ເຮັດ​ຄວາມ​ຊົ່ວຂອງ​ພວກ​ເຂົາ—ແອວ​ມາ​ຖືກ​ຕີ​ສອນ​ໃຫ້​ເປັນ​ຄົນ​ປາກກືກ—ມະນຸດ​ທັງ​ປວງ​ຈະ​ຕ້ອງ​ເກີດ​ໃໝ່ ເພື່ອ​ຮັບ​ເອົາ​ຄວາມ​ລອດ—ແອວ​ມາ​ກັບ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ປະ​ກາດ​ຂ່າວ​ປະ​ເສີດ. ປະມານ 100–92 ປີ ກ່ອນ ຄ.ສ.

 ແລະ ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ມີ​ການ​ຂົ່ມ​ເຫັງ​ຈາກ​ພວກ​ທີ່​ບໍ່​ເຊື່ອ​ຖື ຊຶ່ງກະ​ທຳ​ຕໍ່​ສາດສະ​ໜາ​ຈັກ​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ​ຈົນ​ວ່າ​ມີ​ການ​ຈົ່ມ​ໃຫ້​ແກ່​ສາດສະ​ໜາ​ຈັກ, ແລະ ຜູ້ນຳ​ຂອງ​ຕົນ​ກ່ຽວ​ກັບ​ເລື່ອງ​ນີ້; ແລະ ພວກ​ເຂົາ​ໄດ້​ຕໍ່​ວ່າ​ແອວ​ມາ. ແລະ ແອວ​ມາ​ໄດ້​ມາບ​ອກ​ເລື່ອງ​ນີ້​ຕໍ່​ກະ​ສັດ​ໂມ​ໄຊ​ຢາ. ແລະ ໂມ​ໄຊ​ຢາ​ໄດ້​ປຶກສາ​ຫາລື​ກັບ​ພວກ​ປະ​ໂລຫິດ​ຂອງ​ເພິ່ນ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ໂມ​ໄຊ​ຢາ​ໄດ້​ສົ່ງ​ສານ​ໄປ​ທົ່ວ​ແຜ່ນ​ດິນ​ວ່າ​ບໍ່ໃຫ້​ຄົນ​ທີ່​ບໍ່​ເຊື່ອ​ຖື​ຂົ່ມ​ເຫັງ​ຄົນ​ທີ່​ເປັນ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຈົ້າ.

 ແລະ ມີ​ຄຳ​ສັ່ງ​ຢ່າງ​ເຄັ່ງ​ຄັດ​ໄປ​ຫາ​ສາດສະໜາຈັກ​ທຸກ​ແຫ່ງ​ວ່າ ບໍ່​ໃຫ້​ມີ​ການ​ຂົ່ມ​ເຫັງ​ກັນ​ໃນ​ບັນດາ​ພວກ​ເຂົາ, ວ່າໃຫ້​ມີ​ຄວາມ​ສະ​ເໝີ​ພາບ​ໃນ​ບັນດາ​ຜູ້​ຄົນ​ທັງ​ປວງ;

 ແລະ ບອກ​ພວກ​ເຂົາ​ວ່າ ບໍ່​ໃຫ້​ຄວາມ​ທະ​ນົງ​ໃຈ ແລະ ການ​ຖື​ຕົວ​ມາ​ລົບ​ກວນ​ສັນຕິ​ສຸກ​ຂອງ​ພວກ​ເຂົາ; ວ່າ​ໃຫ້​ທຸກ​ຄົນ​ນັບຖື​ເພື່ອນບ້ານຄື​ກັບ​ຕົນ​ເອງ, ແລະ ເຮັດ​ວຽກ​ດ້ວຍ​ມື​ຂອງ​ຕົນ​ເພື່ອ​ຫາ​ລ້ຽງ​ຊີບ​ເພື່ອ​ຕົນ​ເອງ.

 ແທ້​ຈິງ​ແລ້ວ, ປະ​ໂລຫິດ​ກັບ​ຜູ້​ສອນ​ທຸກ​ຄົນ​ຄວນ​ເຮັດ​ວຽກ​ດ້ວຍ​ມື​ເພື່ອ​ຫາ​ລ້ຽງ​ຊີບ​ເພື່ອ​ຕົນ​ເອງ, ໃນ​ທຸກ​ກໍລະນີ​ເວັ້ນ​ເສຍ​ແຕ່​ເວລາ​ເຈັບ​ປ່ວຍ ຫລື ຍາມ​ຂາດ​ແຄນ​ທີ່​ສຸດ​ເທົ່າ​ນັ້ນ; ແລະ ໂດຍ​ການ​ກະທຳ​ເຊັ່ນ​ນີ້, ພວກ​ເຂົາ​ໄດ້​ມີ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າຢູ່​ນຳ​ຢ່າງ​ຫລວງຫລາຍ.

 ແລະ ມັນ​ເລີ່ມ​ມີ​ສັນຕິ​ສຸກ​ຫລາຍ​ຂຶ້ນ​ໃນ​ແຜ່ນດິນ​ອີກ; ແລະ ຜູ້ຄົນ​ມີ​ເພີ່ມ​ຫລາຍ​ຂຶ້ນ ແລະ ເລີ່ມ​ກະຈັດ​ກະຈາຍ​ໄປ​ທົ່ວ​ແຜ່ນ​ດິນ, ແທ້​ຈິງ​ແລ້ວ, ໄປ​ທາງ​ເໜືອ ແລະ ທາງ​ໃຕ້, ໄປ​ທາງ​ຕາ​ເວັນ​ອອກ ແລະ ທາງຕາ​ເວັນ​ຕົກ, ໂດຍ​ສ້າງ​ເມືອງ​ໃຫຍ່ ແລະ ສ້າງ​ບ້ານ​ເຮືອນ​ຕ່າງໆ​ຂຶ້ນທົ່ວ​ສີ່​ສ່ວນ​ຂອງ​ແຜ່ນດິນ.

 ແລະ ພຣະຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ມາ​ຢ້ຽມຢາມ​ພວກ​ເຂົາ, ແລະ ໄດ້​ເຮັດ​ໃຫ້​ພວກ​ເຂົາ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ຫລາຍ​ຄົນ​ໄດ້​ກາຍ​ເປັນ​ຄົນ​ຮັ່ງ​ມີ.

 ແລະ ບັດ​ນີ້ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ຖືກ​ນັບ​ເຂົ້າຢູ່​ໃນ​ບັນດາ​ຜູ້​ບໍ່​ເຊື່ອ​ຖື; ແລະ ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ແອວ​ມາ​ກໍ​ຖືກ​ນັບ​ເຂົ້າຢູ່​ໃນ​ບັນດາ​ພວກ​ເຂົາຄື​ກັນ, ລາວ​ມີ​ຊື່ວ່າ ແອວ​ມາ ຕາມ​ຊື່​ບິດາ​ຂອງ​ລາວ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາວ​ເປັນ​ຄົນ​ຊົ່ວ​ທີ່​ສຸດ ແລະ ນັບຖື​ຮູບ​ບູຊາ; ແລະ ລາວ​ເປັນ​ຄົນ​ເວົ້າຫລາຍ ແລະ ໄດ້​ເວົ້າຍົກຍ້ອງ​ຜູ້​ຄົນ; ສະນັ້ນ ລາວ​ຈຶ່ງ​ຊັກ​ນຳ​ຫລາຍ​ຄົນ​ໃຫ້​ເຮັດ​ຕາມ​ວິທີ​ການ​ອັນ​ຊົ່ວ​ຮ້າຍ​ຂອງ​ລາວ.

 ແລະ ລາວ​ກັບ​ມາ​ເປັນ​ອຸບປະສັກ​ອັນ​ໃຫຍ່​ຫລວງ​ຕໍ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຈົ້າ​ໂດຍ​ໄດ້​ລັກ​ເອົາ​ໃຈ​ຂອງ​ຜູ້​ຄົນ​ໄປ; ເຮັດ​ໃຫ້​ເກີດ​ຄວາມ​ແຕກ​ແຍກ​ໃນ​ບັນດາ​ຜູ້​ຄົນ; ໃຫ້​ໂອກາດ​ແກ່​ສັດຕູ​ຂອງ​ພຣະ​ເຈົ້າ​ທີ່​ຈະ​ໃຊ້​ອຳນາດ​ຂອງ​ມັນ​ປົກ​ຄອງ​ພວກ​ເຂົາ.

 10 ແລະ ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ລາວ​ໄດ້​ທ່ອງ​ທ່ຽວ​ໄປ​ເພື່ອ​ທຳລາຍ​ສາດສະໜາ​ຈັກ​ຂອງ​ພຣະ​ເຈົ້າ, ແລະ ລາວ​ໄດ້​ທ່ອງ​ທ່ຽວ​ໄປ​ຢ່າງ​ລັບໆ​ກັບ​ພວກ​ໂອ​ລົດ​ຂອງ​ໂມ​ໄຊ​ຢາ​ເພື່ອ​ຫາ​ຊ່ອງ​ທາງ​ທີ່​ຈະ​ທຳລາຍ​ສາດສະໜາ​ຈັກ ແລະ ເພື່ອ​ຊັກ​ຊວນ​ຜູ້ຄົນ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໃຫ້​ຫລົງ​ຜິດ, ເຮັດ​ກົງ​ກັນ​ຂ້າມ​ກັບ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ, ຫລື ແມ້ແຕ່ຄໍາ​ສັ່ງ​ຂອງ​ກະສັດ—

 11 ແລະ ດັ່ງເຊັ່ນ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວກັບ​ທ່ານແລ້ວວ່າ ຂະນະທີ່ພວກ​ເຂົາ​ກຳ​ລັງ​ທ່ຽວ​ໄປ​ກະບົດ​ຕໍ່​ພຣະ​ເຈົ້າ, ຈົ່ງ​ເບິ່ງ, ທູດ​ຂອງ​ພຣະຜູ້​ເປັນ​ເຈົ້າອົງ​ໜຶ່ງ​ໄດ້​ມາ​ປະກົດ​ຕໍ່​ພວກ​ເຂົາ; ແລະ ເບິ່ງ​ຄື​ວ່າ​ທູດ​ກຳລັງ​ຢືນ​ຢູ່​ໃນ​ເມກ; ແລະ ສຽງ​ຂອງ​ທູດ​ອົງ​ນັ້ນຄື​ກັນ​ກັບ​ສຽງ​ຟ້າຮ້ອງຊຶ່ງ​ເຮັດ​ໃຫ້​ແຜ່ນດິນ​ບ່ອນ​ທີ່​ພວກ​ເຂົາ​ຢືນ​ຢູ່​ນັ້ນສັ່ນ​ສະ​ເທືອນ;

 12 ແລະ ຄວາມ​ປະຫລາດ​ໃຈ​ຂອງ​ພວກ​ເຂົາ​ນັ້ນ​ໃຫຍ່​ຫລວງ​ທີ່​ສຸດ, ຈົນ​ພວກ​ເຂົາ​ລົ້ມລົງຢູ່​ກັບ​ພື້ນ​ດິນ ແລະ ບໍ່​ເຂົ້າ​ໃຈ​ຄຳ​ເວົ້າຂອງ​ທູດທີ່ກ່າວກັບພວກເຂົາ​ເລີຍ.

 13 ເຖິງ​ຢ່າງ​ໃດ​ກໍ​ຕາມ ເພິ່ນຮ້ອງ​ຂຶ້ນອີກ, ມີ​ຄວາມ​ວ່າ: ແອວ​ມາ, ຈົ່ງ​ລຸກ ແລະ ຢືນ​ຂຶ້ນ, ເພາະ​ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ຂົ່ມ​ເຫັງ​ສາດສະໜາ​ຈັກ​ຂອງ​ພຣະ​ເຈົ້າ? ເພາະ​ພຣະ​ອົງ​ໄດ້​ກ່າວ​ວ່າ: ນີ້​ຄື​ສາດສະ​ໜາ​ຈັກ​ຂອງ​ເຮົາ ແລະ ເຮົາ​ຈະ​ສ້າງ​ຕັ້ງ​ມັນ​ໄວ້, ແລະ ຈະ​ບໍ່​ມີ​ສິ່ງ​ໃດ​ລົ້ມ​ມັນ​ໄດ້​ນອກ​ຈາກ​ການ​ລ່ວງ​ລະ​ເມີດ​ຂອງ​ຜູ້ຄົນ​ຂອງ​ເຮົາ​ເທົ່າ​ນັ້ນ.

 14 ແລະ ອີກ​ຢ່າງ​ໜຶ່ງ​ທູດ​ກ່າວ​ວ່າ: ຈົ່ງ​ເບິ່ງ, ພຣະຜູ້​ເປັນ​ເຈົ້າ​ໄດ້​ຍິນ​ຄຳ​ອະທິຖານ​ຂອງ​ຜູ້ຄົນ​ຂອງ​ພຣະ​ອົງ, ແລະ ຄຳ​ອະທິຖານ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ແອວ​ມາ, ຜູ້​ເປັນ​ບິດາ​ຂອງ​ເຈົ້ານຳ​ອີກ; ເພາະວ່າ​ເພິ່ນ​ໄດ້​ອະທິຖານ​ດ້ວຍ​ສັດທາ​ກ່ຽວ​ກັບ​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ຖືກ​ນຳ​ມາ​ໃຫ້​ຮູ້​ເລື່ອງ​ຄວາມ​ຈິງ; ດັ່ງນັ້ນ, ເພື່ອ​ຈຸດ​ປະສົງ​ນີ້ ເຮົາ​ຈຶ່ງ​ມາ​ເຮັດ​ໃຫ້​ເຈົ້າ​ສຳນຶກ​ເຖິງ​ອຳນາດ ແລະ ສິດ​ອຳນາດ​ຂອງ​ພຣະ​ເຈົ້າ, ເພື່ອ​ໃຫ້​ຄຳ​ອະທິຖານ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄດ້​ຮັບ​ຄຳ​ຕອບ​ຕາມ​ສັດທາ​ຂອງ​ພວກ​ເຂົາ.

 15 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ເຈົ້າຈະ​ໂຕ້​ຖຽງ​ອຳນາດ​ຂອງ​ພຣະ​ເຈົ້າໄດ້ບໍ? ເພາະ​ຈົ່ງ​ເບິ່ງ, ສຽງ​ຂອງ​ເຮົາ​ສັ່ນ​ສະເທືອນ​ແຜ່ນດິນ​ໂລກ​ບໍ? ແລະ ເຈົ້າບໍ່​ເຫັນ​ເຮົາ​ຢູ່​ຕໍ່ໜ້າ​ເຈົ້າບໍ? ແລະ ເຮົາ​ຖືກ​ສົ່ງ​ມາ​ຈາກ​ພຣະ​ເຈົ້າ.

 16 ແລະ ບັດ​ນີ້​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ: ຈົ່ງ​ໄປ, ແລະ ຈົ່ງ​ຈຳ​ການ​ເປັນ​ຊະ​ເລີຍ​ຂອງ​ບັນ​ພະບຸລຸດ​ຂອງ​ເຈົ້າ​ໃນ​ແຜ່ນດິນ​ເຮ​ລາມ ແລະ ໃນ​ແຜ່ນ​ດິນ​ນີ​ໄຟ; ແລະ ຈົ່ງ​ຈຳ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະ​ອົງ​ໄດ້​ກະທຳ​ເພື່ອ​ພວກ​ເຂົາ; ເພາະ​ວ່າ​ພວກ​ເຂົາ​ຢູ່​ໃນ​ຄວາມ​ເປັນ​ຂ້າ​ທາດ, ແລະ ພຣະ​ອົງ​ໄດ້​ປົດ​ປ່ອຍ​ພວກ​ເຂົາ. ແລະ ບັດ​ນີ້​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ແອວ​ມາ, ຈົ່ງ​ໄປ​ຕາມ​ທາງ​ຂອງ​ເຈົ້າ ແລະ ຢ່າ​ໄດ້​ພະຍາ​ຍາມ​ທຳລາຍ​ສາດສະໜາ​ຈັກ​ອີກ​ຕໍ່​ໄປ, ເພື່ອ​ໃຫ້​ຄຳ​ອະທິຖານ​ຂອງ​ພວກເຂົາ​ໄດ້​ຮັບ​ຄຳ​ຕອບ, ຫລື​ວ່າ​ເຈົ້າ​ຕ້ອງ​ການ​ໃຫ້​ຕົວ​ຂອງ​ເຈົ້າ​ຖືກ​ປະ​ຖິ້ມ​ໄປ.

 17 ແລະ ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ນີ້​ເປັນ​ຄຳ​ເວົ້າສຸດ​ທ້າຍ​ຂອງ​ທູດ​ທີ່​ໄດ້​ກ່າວກັບ​ແອວ​ມາ, ແລະ ເພິ່ນ​ກໍ​ໄດ້​ຈາກ​ໄປ.

 18 ແລະ ບັດ​ນີ້​ແອວ​ມາກັບ​ຜູ້​ທີ່ຢູ່​ກັບ​ລາວ​ໄດ້​ລົ້ມລົງຢູ່​ກັບ​ພື້ນ​ດິນ, ເພາະ​ຄວາມ​ແປກ​ປະຫລາດ​ໃຈ​ອັນ​ໃຫຍ່​ຫລວງ​ຂອງ​ພວກ​ເຂົາ; ເພາະວ່າ​ພວກ​ເຂົາ​ໄດ້​ເຫັນ​ທູດ​ຂອງ​ພຣະຜູ້​ເປັນ​ເຈົ້າດ້ວຍ​ຕາ​ຂອງ​ຕົນ​ເອງ; ແລະ ສຽງ​ຂອງ​ເພິ່ນຄື​ກັນ​ກັບ​ຟ້າຮ້ອງ, ຊຶ່ງ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ສັ່ນ​ສະ​ເທືອນ; ແລະ ພວກ​ເຂົາ​ຮູ້​ວ່າ ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ສັ່ນ​ສະ​ເທືອນ​ໄດ້​ນອກ​ຈາກ​ຈະ​ເປັນ​ອຳນາດ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ ທີ່​ເຮັດ​ໃຫ້​ມັນ​ສັ່ນ​ສະ​ເທືອນຄື​ກັນ​ກັບ​ວ່າ​ມັນ​ຈະ​ແຍກ​ອອກ​ຈາກ​ກັນ.

 19 ແລະ ບັດ​ນີ້ຄວາມ​ແປກ​ປະຫລາດ​ໃຈ​ຂອງ​ແອວ​ມານັ້ນ​ໃຫຍ່​ຫລວງ​ຈົນ​ວ່າລາວ​ກາຍ​ເປັນ​ຄົນ​ປາກກືກ, ຈົນ​ວ່າ​ລາວ​ເປີດ​ປາກ​ບໍ່​ໄດ້; ແທ້​ຈິງ​ແລ້ວ, ລາວ​ກັບ​ອ່ອນ​ເພຍ​ຈົນ​ແມ່ນ​ແຕ່​ບໍ່​ສາມາດ​ເໜັງ​ຕີງ​ມື​ໄດ້; ດັ່ງນັ້ນ ຜູ້​ທີ່​ຢູ່​ກັບ​ລາວ​ຈຶ່ງ​ຫາມ​ລາວ​ໄປ​ເພາະ​ລາວ​ຊ່ອຍ​ຕົວ​ເອງ​ບໍ່​ໄດ້, ຈົນ​ກະທັ້ງ​ຖືກ​ເອົາ​ໄປ​ວາງ​ລົງ​ຢູ່​ຕໍ່​ໜ້າ​ບິດາ​ຂອງ​ລາວ.

 20 ແລະ ພວກ​ນັ້ນ​ໄດ້​ເລົ່າ​ເລື່ອງ​ທັງ​ໝົດ​ທີ່​ໄດ້​ເກີດ​ຂຶ້ນກັບ​ພວກ​ເຂົາ​ໃຫ້​ບິດາ​ຂອງ​ລາວ​ຟັງ; ແລະ ບິດາ​ຂອງ​ລາວ​ມີ​ຄວາມປິ​ຕິ​ຍິນ​ດີ, ເພາະ​ເພິ່ນ​ຮູ້​ວ່າ​ມັນ​ແມ່ນ​ອຳນາດ​ຂອງ​ພຣະ​ເຈົ້າ.

 21 ແລະ ເພິ່ນ​ໄດ້​ໃຫ້​ຝູງ​ຊົນມາ​ເຕົ້າ​ໂຮມ​ກັນ ເພື່ອ​ຈະ​ໄດ້​ເປັນ​ພະຍານ​ໃນ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າກະທຳ​ກັບລູກ​ຂອງ​ເພິ່ນ, ແລະ ກັບຜູ້​ທີ່ຢູ່​ກັບ​ລາວ​ນຳ​ອີກ.

 22 ແລະ ເພິ່ນ​ໄດ້​ບອກ​ໃຫ້​ປະ​ໂລຫິດ​ທັງຫລາຍ​ມາ​ເຕົ້າໂຮມ​ກັນ ແລະ​ເຂົາ​ເຈົ້າ​ໄດ້​ເລີ່ມ​ຖືສິນ​ອົດເຂົ້າ ແລະ ອະ​ທິຖານ​ເພື່ອ​ທູນຂໍ​ໃຫ້​ພຣະຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ​ເຈົ້າ​ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ເປີດ​ປາກ​ຂອງ​ແອວ​ມາ ເພື່ອ​ລາວ​ຈະ​ສາມາດ​ເວົ້າ​ໄດ້, ແລະ ເພື່ອ​ແຂນ​ຂາ​ຂອງ​ລາວ​ຈະ​ໄດ້​ຮັບ​ກຳລັງ​ອີກ—ເພື່ອ​ໃຫ້​ຕາ​ຂອງ​ຜູ້ຄົນ​ເປີດ ເພື່ອ​ຈະ​ໄດ້​ເຫັນ ແລະ ຮູ້ຈັກ​ພຣະ​ກະລຸນາ​ທິຄຸນ ແລະ ລັດສະໝີ​ພາບ​ຂອງ​ພຣະ​ເຈົ້າ.

 23 ແລະ ເຫດການ​ໄດ້​ບັງເກີດ​ຂຶ້ນ​ຄື ຫລັງ​ຈາກ​ພວກ​ເຂົາ​ໄດ້ຖືສິນອົດເຂົ້າ ແລະ ອະທິຖານ​ເປັນ​ເວລາ​ສອງ​ມື້​ສອງ​ຄືນ​ແລ້ວ, ແຂນ​ຂາ​ຂອງ​ແອວ​ມາ​ຈຶ່ງ​ໄດ້​ຮັບ​ກຳລັງ​ຂອງ​ມັນ, ແລະ ລາວ​ໄດ້​ຢືນ​ຂຶ້ນ ແລະ ເລີ່ມ​ເວົ້າ​ກັບພວກເຂົາ, ບອກ​ໃຫ້​ພວກເຂົາ​ສະບາຍ​ໃຈ:

 24 ເພາະ​ລາວ​ໄດ້​ເວົ້າ​ວ່າ, ຂ້າພະ​ເຈົ້າ​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງຂ້າພະ​ເຈົ້າ​ແລ້ວ, ແລະ ໄດ້​ຖືກ​ໄຖ່​ໂດຍ​ພຣະ​ຜູ້ເປັນເຈົ້າ​ແລ້ວ; ຈົ່ງ​ເບິ່ງ, ຂ້າພະເຈົ້າ​ໄດ້ເກີດ​ຈາກ​ພຣະ​ວິນ​ຍານ.

 25 ແລະ ພຣະຜູ້ເປັນເຈົ້າ​ກ່າວ​ກັບ​ຂ້າພະເຈົ້າວ່າ: ຢ່າ​ໄດ້​ແປກ​ໃຈ​ເລີຍວ່າ ມະນຸດ​ທັງ​ປວງ, ແທ້​ຈິງ​ແລ້ວ, ທັງ​ຊາຍ ແລະ ຍິງ, ທຸກ​ປະ​ຊາ​ຊາດ, ທຸກ​ຕະກຸນ, ທຸກ​ພາສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ, ຕ້ອງ​ເກີດ​ໃໝ່​ເສຍ​ກ່ອນ; ແທ້​ຈິງ​ແລ້ວ, ແມ່ນ​ເກີດ​ຈາກ​ພຣະ​ເຈົ້າ​ເພື່ອ​ປ່ຽນ​ຈາກ​ສະພາບ​ແຫ່ງ​ກາມ​ມະ​ລົມ ແລະ ຕົກຕ່ຳ​ຂອງ​ພວກ​ເຂົາ, ມາສູ່​ສະພາບ​ແຫ່ງ​ຄວາມ​ຊອບ​ທຳ, ຖືກ​ໄຖ່​ໂດຍ​ພຣະ​ເຈົ້າ, ກາຍ​ເປັນ​ບຸດ ແລະ ທິດາ​ຂອງ​ພຣະ​ອົງ;

 26 ແລະ ພວກ​ເຂົາ​ຈຶ່ງ​ກາຍ​ມາ​ເປັນ​ຄົນ​ໃໝ່ດັ່ງນັ້ນ; ແລະ ຖ້າ​ຫາກ​ພວກເຂົາ​ບໍ່​ເຮັດ​ແນວ​ນີ້, ພວກເຂົາ​ກໍ​ບໍ່​ມີ​ທາງ​ທີ່​ຈະ​ໄດ້​ຮັບ​ອານາຈັກ​ຂອງ​ພຣະ​ເຈົ້າ​ມາ​ເປັນ​ມູນ​ມໍລະດົກ.

 27 ຂ້າພະເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ, ຖ້າ​ຫາກ​ບໍ່​ເຮັດ​ແນວ​ນີ້, ພວກເຂົາ​ຈະ​ຖືກ​ປະ​ຖິ້ມ​ໄປ ແລະ ເລື່ອງ​ນີ້​ຂ້າພະເຈົ້າຮູ້ຈັກ​ເພາະວ່າ​ຂ້າພະເຈົ້າເກືອບ​ຖືກ​ປະ​ຖິ້ມ​ໄປ​ແລ້ວ.

 28 ເຖິງ​ຢ່າງໃດ​ກໍ​ຕາມ, ຫລັງ​ຈາກ​ທີ່​ໄດ້​ຊັດເຊ​ພະເນຈອນ​ໄປ​ໃນ​ຄວາມ​ທຸກຍາກ​ລຳບາກຢ່າງ​ລົ້ນ​ເຫລືອ, ໂດຍ​ກັບ​ໃຈ​ຈົນ​ເກືອບ​ຈະ​ເຖິງ​ແກ່​ຄວາມ​ຕາຍ, ພຣະຜູ້ເປັນເຈົ້າ​ມີ​ຄວາມ​ເມດ​ຕາ ຊຶ່ງ​ເຫັນ​ສົມ​ຄວນ​ທີ່​ຈະ​ດຶງ​ຂ້າພະເຈົ້າອອກ​ມາ​ຈາກ​ການ​ເຜົາ​ໄໝ້​ອັນ​ເປັນນິດ, ແລະ ຂ້າພະເຈົ້າໄດ້​ເກີດ​ຈາກ​ພຣະ​ເຈົ້າ.

 29 ຈິດ​ວິນ​ຍານ​ຂອງ​ເຮົາ​ໄດ້​ຖືກ​ໄຖ່​ຈາກ​ບີແຫ່ງຄວາມ​ຂົມ​ຂື່ນ ແລະ ພັນທະການແຫ່ງ​ຄວາມ​ຊົ່ວ​ຮ້າຍ. ເຮົາ​ເຄີຍ​ຢູ່​ໃນ​ເຫວ​ເລິກ​ທີ່​ມືດ​ທີ່​ສຸດ​ມາ; ແຕ່​ບັດ​ນີ້​ເຮົາ​ໄດ້​ເຫັນ​ຄວາມ​ສະຫວ່າງ​ອັນ​ໜ້າ​ອັດສະຈັນ​ຂອງ​ພຣະ​ເຈົ້າ. ຈິດ​ວິນ​ຍານ​ຂອງ​ເຮົາ​ຖືກ​ທໍລະມານ​ດ້ວຍ​ຄວາມ​ທໍລະມານ​ອັນ​ຕະຫລອດ​ໄປ; ແຕ່​ວ່າ​ເຮົາ​ຖືກ​ດຶງ​ອອກ​ມາ ແລະ ຈິດ​ວິນ​ຍານ​ຂອງ​ເຮົາ​ບໍ່​ໄດ້​ເຈັບ​ປວດ​ອີກ​ຕໍ່​ໄປ.

 30 ເຮົາ​ບໍ່​ຍອມຮັບ​ພຣະ​ຜູ້​ໄຖ່​ຂອງ​ເຮົາ ແລະ ປະຕິເສດ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ພວກ​ເຮົາ​ເວົ້າ​ໄວ້; ແຕ່​ມາ​ບັດ​ນີ້ເພື່ອພວກ​ເພິ່ນ​ຈະ​ເຫັນລ່ວງ​ໜ້າ​ວ່າ ພຣະ​ອົງ​ຈະ​ສະເດັດ​ມາ ແລະວ່າ​ພຣະ​ອົງ​ຈະ​ຈື່​ຈຳ​ທຸກ​ຄົນ​ທີ່​ພຣະ​ອົງ​ໄດ້​ສ້າງ, ພຣະ​ອົງ​ຈະສະແດງໃຫ້ປະກົດ​ແກ່​ຄົນ​ທັງ​ປວງ.

 31 ແທ້​ຈິງ​ແລ້ວ, ທຸກ​ຫົວເຂົ່າ​ຈະ​ຄຸ​ລົງ, ແລະ ທຸກ​ລີ້ນ​ຈະ​ສາລະພາບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ. ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ໃນ​ວັນ​ສຸດ​ທ້າຍ​ເມື່ອ​ຄົນ​ທັງ​ປວງ​ຈະ​ຢືນ​ຮັບ​ການ​ພິພາກສາ​ຂອງ​ພຣະ​ອົງ, ເມື່ອ​ນັ້ນ​ພວກ​ເຂົາ​ຈະ​ສາລະພາບ​ວ່າ ພຣະ​ອົງ​ຄື​ພຣະ​ເຈົ້າ; ເມື່ອນັ້ນ​ຜູ້​ທີ່​ໃຊ້​ຊີວິດ​ປາດສະ​ຈາກ​ພຣະ​ເຈົ້າ​ຢູ່​ໃນ​ໂລກ​ຈະ​ສາ​ລະພາບ​ວ່າ ການ​ພິພາກສາ​ຂອງ​ໂທດ​ອັນ​ເປັນນິດ​ນັ້ນ​ທ່ຽງ​ທຳ​ແລ້ວ​ກັບ​ພວກ​ເຂົາ; ແລະ ພວກ​ເຂົາຈະ​ສັ່ນ​ສະທ້ານ ແລະ ຫົດ​ຕົວ​ຢູ່​ພາຍ​ໃຕ້​ການ​ທອດ​ພຣະ​ເນດ​ອັນ​ພິ​ຈາ​ລະ​ນາ​ຂອງ​ພຣະ​ອົງ.

 32 ແລະ ບັດ​ນີ້ເຫດການ​ໄດ້​ບັງເກີດ​ຂຶ້ນ​ຄື ຈາກ​ເວລາ​ນີ້​ໄປ​ແອວ​ມາ​ເລີ່ມ​ສິດສອນ​ຜູ້​ຄົນ ແລະ ຜູ້​ທີ່ຢູ່​ກັບ​ແອວ​ມາ​ຕອນ​ທີ່​ທູດ​ມາ​ປະກົດ​ຕໍ່​ພວກ​ເຂົາ​ກໍ​ເໝືອນ​ກັນ, ໄດ້​ເດີນທາງ​ໄປ​ຫາ​ທຸກ​ບ່ອນ​ທົ່ວ​ແຜ່ນດິນ, ປະກາດ​ແກ່​ຄົນ​ທັງ​ປວງ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຍິນ ແລະ ໄດ້​ເຫັນມາ, ແລະ ສິດສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ດ້ວຍ​ຄວາມທຸກ​ຍາກ​ລຳ​ບາກ, ຖືກ​ຂົ່ມ​ເຫັງ​ຢ່າງ​ໜັກ​ຈາກ​ຜູ້​ທີ່​ບໍ່​ເຊື່ອ ແລະ ຖືກ​ຕີ​ຈາກຄົນຫລວງ​ຫລາຍໃນພວກນັ້ນ.

 33 ເຖິງ​ແມ່ນ​ຈະ​ເປັນ​ຢ່າງ​ນັ້ນ, ພວກ​ເຂົາ​ກໍ​ໄດ້​ປອບ​ໃຈ​ສາດສະ​ໜາ​ຈັກ​ຫລາຍ​ຂຶ້ນ, ໂດຍ​ຢືນ​ຢັນ​ສັດທາ​ຂອງ​ພວກ​ເຂົາ, ແລະ ຊັກ​ຊວນ​ຜູ້ຄົນ​ທັງ​ຫລາຍ​ດ້ວຍ​ຄວາມ​ອົດ​ກັ້ນ ແລະ ດ້ວຍ​ຄວາມ​ອິດ​ເມື່ອຍ​ຢ່າງ​ໜັກ​ໃຫ້​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ.

 34 ແລະ ສີ່​ຄົນ​ໃນ​ພວກ​ເຂົາ​ນັ້ນ​ແມ່ນ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ; ແລະ ຊື່​ຂອງ​ພວກ​ເຂົາ​ຄື ອຳ​ໂມນ, ແລະ ອາ​ໂຣນ, ແລະ ອອມ​ເນີ, ແລະ ຮິມ​ໄນ; ທັງ​ໝົດ​ນີ້​ເປັນ​ຊື່​ຂອງ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ.

 35 ແລະ ພວກ​ເຂົາ​ໄດ້ເດີນທາງ​ໄປ​ຫາ​ທຸກ​ບ່ອນ​ໃນ​ແຜ່ນດິນ​ເຊລາ​ເຮັມລາ, ແລະ ໃນ​ບັນດາ​ຜູ້ຄົນ​ທັງ​ໝົດ ຊຶ່ງຢູ່​ໃຕ້ການປົກ​ຄອງ​ຂອງ​ກະສັດ​ໂມ​ໄຊ​ຢາ, ໄດ້​ເດີນ​ທາງ​ຢ່າງ​ຕັ້ງ​ໃຈ​ເພື່ອ​ຈະ​ແກ້​ຄວາມ​ເສຍ​ຫາຍ​ທັງ​ໝົດ ຊຶ່ງ​ພວກ​ເຂົາ​ໄດ້​ເຮັດ​ໄວ້​ກັບ​ສາດສະ​ໜາ​ຈັກ, ສາລະພາບ​ບາບ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ປະກາດ​ເລື່ອງ​ທັງ​ໝົດ​ທີ່​ພວກ​ເຂົາ​ໄດ້​ເຫັນ​ມາ, ແລະ ອະທິບາຍ​ຄຳ​ທຳນາຍ ແລະ ຂໍ້​ຄວາມ​ພຣະ​ຄຳ​ພີ​ໃຫ້​ແກ່​ທຸກ​ຄົນ​ທີ່​ປາ​ຖະໜາ​ຈະ​ຟັງ.

 36 ແລະ ໂດຍ​ວິທີ​ນີ້ ພວກ​ເຂົາ​ຈຶ່ງ​ເປັນ​ເຄື່ອງມື​ໃນພຣະຫັດຂອງ​ພຣະ​ເຈົ້າ​ໃນ​ການ​ພາ​ຫລາຍ​ຄົນມາສູ່​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ, ແທ້​ຈິງ​ແລ້ວ, ມາສູ່​ຄວາມ​ຮູ້​ເລື່ອງພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ.

 37 ແລະ ພວກ​ເຂົາ​ເປັນສຸກພຽງໃດ! ເພາະວ່າ​ພວກ​ເຂົາ​ໄດ້​ປະກາດ​ຄວາມ​ສັນຕິ​ສຸກ; ແລະ ພວກ​ເຂົາ​ໄດ້​ປະກາດ​ຂ່າວ​ປະ​ເສີດ​ແຫ່ງຄວາມ​ດີ; ແລະ ພວກ​ເຂົາ​ໄດ້​ປະກາດ​ຕໍ່​ຜູ້ຄົນ​ວ່າພຣະຜູ້​ເປັນ​ເຈົ້າປົກຄອງ.