ພຣະ​ຄຳ​ພີ
ໂມ​ໄຊ​ຢາ 29


ບົດ​ທີ 29

ໂມ​ໄຊ​ຢາ​ສະ​ເໜີ​ໃຫ້​ເລືອກ​ຜູ້​ຕັດ​ສິນ​ແທນ​ກະສັດ—ກະສັດ​ທີ່​ບໍ່​ຊອບ​ທຳ​ຈະ​ພາ​ຜູ້​ຄົນ​ຂອງ​ຕົນ​ເຂົ້າ​ໄປ​ໃນ​ບາບ—ແອວມາ​ຜູ້​ເປັນ​ລູກ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ​ໂດຍ​ສຽງ​ຂອງ​ປະ​ຊາ​ຊົນ—ເພິ່ນ​ເປັນ​ມະຫາ​ປະ​ໂລ​ຫິດ​ດູ​ແລ​ສາດ​ສະ​ໜາ​ຈັກ​ນຳ​ອີກ—ແອວມາ​ຜູ້​ເປັນ​ບິດາ ແລະ ໂມ​ໄຊ​ຢາ​ສິ້ນ​ຊີ​ວິດ. ປະ​ມານ 92–91 ປີ ກ່ອນ ຄ.ສ.

1 ບັດ​ນີ້​ເມື່ອ​ໂມ​ໄຊ​ຢາ​ໄດ້​ກະ​ທຳ​ສິ່ງ​ເຫລົ່າ​ນີ້​ແລ້ວ ເພິ່ນ​ໄດ້​ສອບ​ຖາມ​ໄປ​ທົ່ວ​ແຜ່ນ​ດິນ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ, ໂດຍ​ຢາກ​ຮູ້​ເຖິງ​ເຈດ​ຕະ​ນາ​ຂອງ​ພວກ​ເຂົາ​ວ່າ​ຜູ້​ໃດ​ຄວນ​ເປັນ​ກະສັດ​ຂອງ​ພວກ​ເຂົາ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສຽງ​ຂອງ​ຜູ້​ຄົນ​ມີ​ຄວາມ​ວ່າ: ພວກ​ຂ້າ​ນ້ອຍ​ຢາກ​ໃຫ້​ອາໂຣນ ລູກ​ຊາຍ​ຂອງ​ທ່ານ​ເອງ​ມາ​ເປັນ​ກະສັດ​ຂອງ​ພວກ​ຂ້າ​ນ້ອຍ ແລະ ເປັນ​ຜູ້​ປົກ​ຄອງ​ຂອງ​ພວກ​ຂ້າ​ນ້ອຍ.

3 ບັດ​ນີ້​ອາໂຣນ​ໄດ້​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ນີໄຟ​ແລ້ວ, ສະນັ້ນ ກະສັດ​ຈຶ່ງ​ບໍ່​ສາ​ມາດ​ມອບ​ລາ​ຊາ​ອາ​ນາ​ຈັກ​ໃຫ້​ລາວ; ທັງ​ອາໂຣນ​ເອງ​ກໍ​ບໍ່​ຍອມ​ຮັບ​ເອົາ​ລາ​ຊາ​ອາ​ນາ​ຈັກ; ທັງ​ບໍ່​ມີ ລູກ​ຊາຍ​ຄົນ​ໃດ​ຂອງ​ໂມ​ໄຊ​ຢາ​ຍອມ​ຮັບ​ເອົາ​ລາ​ຊາ​ອາ​ນາ​ຈັກ​ເລີຍ.

4 ສະນັ້ນ ກະສັດ​ໂມ​ໄຊ​ຢາ​ຈຶ່ງ​ໄດ້​ສອບ​ຖາມ​ໄປ​ໃນ​ບັນ​ດາ​ຜູ້​ຄົນ​ອີກ; ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ສົ່ງ​ຂໍ້​ຄວາມ​ທີ່​ຂຽນ​ໄວ້​ໄປ​ເຖິງ​ບັນ​ດາ​ຜູ້​ຄົນ. ແລະ ນີ້​ຄື​ຂໍ້​ຄວາມ​ທີ່​ຂຽນ​ໄວ້, ມີ​ຄວາມ​ວ່າ:

5 ຈົ່ງ​ເບິ່ງ, ໂອ້ ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ຫລື ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ຂ້າ​ພະ​ເຈົ້າ​ຖື​ວ່າ​ພວກ​ທ່ານ​ເປັນ​ດັ່ງ​ນັ້ນ, ແລະ ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ພວກ​ທ່ານ​ພິ​ຈາ​ລະ​ນາ​ສາ​ເຫດ​ທີ່​ພວກ​ທ່ານ​ຖືກ​ຂໍ​ໃຫ້​ພິ​ຈາ​ລະ​ນາ—ເພາະ​ວ່າ​ພວກ​ທ່ານ​ປາດ​ຖະ​ໜາ​ຢາກ​ມີ ກະສັດ.

6 ບັດ​ນີ້​ຂ້າ​ພະ​ເຈົ້າ​ປະ​ກາດ​ກັບ​ພວກ​ທ່ານ​ວ່າ ຜູ້​ທີ່​ເປັນ​ເຈົ້າ​ຂອງ​ລາ​ຊາ​ອາ​ນາ​ຈັກ​ນີ້​ໂດຍ​ສິດ​ທິ​ໄດ້​ປະ​ຕິ​ເສດ, ແລະ ຈະ​ບໍ່​ຍອມ​ຮັບ​ເອົາ​ລາ​ຊາ​ອາ​ນາ​ຈັກ.

7 ແລະ ບັດ​ນີ້​ຖ້າ​ຫາກ​ຈະ​ແຕ່ງ​ຕັ້ງ​ຜູ້​ອື່ນ​ແທນ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຢ້ານ​ວ່າ ມັນ​ຈະ​ເກີດ​ການ​ຜິດ​ຖຽງ​ກັນ​ຂຶ້ນ​ໃນ​ບັນ​ດາ​ພວກ​ທ່ານ. ແລະ ຜູ້​ໃດ​ຈະ​ຮູ້​ໄດ້​ວ່າ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ຜູ້​ເປັນ​ເຈົ້າ​ຂອງ​ລາ​ຊາ​ອາ​ນາ​ຈັກ​ອາດ​ຫັນ​ມາ​ຮ້າຍ​ກາດ​ຂຶ້ນ ແລະ ພາ​ສ່ວນ​ໜຶ່ງ​ຂອງ​ຜູ້​ຄົນ​ພວກ​ນີ້​ໄປ​ກັບ​ລາວ, ຊຶ່ງ​ຈະ​ເຮັດ​ໃຫ້​ເກີດ​ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ກັນ​ຂຶ້ນ​ໃນ​ບັນ​ດາ​ພວກ​ທ່ານ, ຊຶ່ງ​ຈະ​ເປັນ​ເຫດ​ໃຫ້​ມີ​ການ​ນອງ​ເລືອດ​ຢ່າງ​ຫລວງ​ຫລາຍ​ເກີດ​ຂຶ້ນ ແລະ ບິດ​ເບືອນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແທ້​ຈິງ​ແລ້ວ, ແລະ ຈະ​ທຳ​ລາຍ​ຈິດ​ວິນ​ຍານ​ຂອງ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ.

8 ບັດ​ນີ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ໃຫ້​ພວກ​ເຮົາ​ສະຫລາດ ແລະ ພິ​ຈາ​ລະ​ນາ​ເລື່ອງ​ເຫລົ່າ​ນີ້, ເພາະ​ວ່າ​ພວກ​ເຮົາ​ບໍ່​ມີ​ສິດ​ຈະ​ທຳ​ລາຍ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ, ທັງ​ພວກ​ເຮົາ​ບໍ່​ມີ​ສິດ​ໃດໆ​ທີ່​ຈະ​ທຳ​ລາຍ​ຄົນ​ອື່ນ​ຖ້າ​ຫາກ​ແຕ່ງ​ຕັ້ງ​ຜູ້​ນັ້ນ​ຂຶ້ນ​ມາ​ແທນ​ລາວ.

9 ແລະ ຖ້າ​ຫາກ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ຫັນ​ກັບ​ໄປ​ສູ່​ຄວາມ​ທະນົງ​ໃຈ​ເຖິງ​ເລື່ອງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ລາວ, ລາວ​ກໍ​ຄົງ​ຈະ​ຈື່​ໄດ້​ເຖິງ​ຄຳ​ເວົ້າ​ຊຶ່ງ​ລາວ​ໄດ້​ເວົ້າ​ໄວ້ ແລະ ຈະ​ຮຽກ​ຮ້ອງ​ເອົາ​ສິດ​ທິ​ຂອງ​ລາວ​ໃນ​ລາ​ຊາ​ອາ​ນາ​ຈັກ​ນີ້​ຄືນ​ໄປ, ຊຶ່ງ​ຈະ​ເຮັດ​ໃຫ້​ລາວ ແລະ ຜູ້​ຄົນ​ພວກ​ນີ້​ກະ​ທຳ​ບາບ​ຫລາຍ​ຂຶ້ນ.

10 ແລະ ບັດ​ນີ້​ໃຫ້​ພວກ​ເຮົາ​ສະຫລາດ ແລະ ຊອກ​ຫາ​ສິ່ງ​ເຫລົ່າ​ນີ້, ແລະ ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເກີດ​ສັນ​ຕິ​ສຸກ​ແກ່​ຜູ້​ຄົນ​ພວກ​ນີ້.

11 ສະນັ້ນ ຂ້າ​ພະ​ເຈົ້າ​ຈະ​ເປັນ​ກະສັດ​ຂອງ​ພວກ​ທ່ານ​ໃນ​ວັນ​ເວລາ​ທີ່​ເຫລືອ​ຢູ່​ຂອງ​ຂ້າ​ພະ​ເຈົ້າ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃຫ້​ພວກ​ເຮົາ ແຕ່ງຕັ້ງ ຜູ້​ຕັດສິນ​ເພື່ອ​ຕັດ​ສິນ​ຜູ້​ຄົນ​ພວກ​ນີ້​ຕາມ​ກົດ​ຂອງ​ພວກ​ເຂົາ; ແລະ ພວກ​ເຮົາ​ຈະ​ຈັດ​ລະບຽບ​ການ​ງານ​ໃໝ່​ຂອງ​ຜູ້​ຄົນ​ພວກ​ນີ້, ເພາະ​ວ່າ​ພວກ​ເຮົາ​ຈະ​ແຕ່ງ​ຕັ້ງ​ຜູ້​ທີ່​ມີ​ສະ​ຕິ​ປັນ​ຍາ​ໃຫ້​ເປັນ​ຜູ້​ຕັດ​ສິນ, ຊຶ່ງ​ຈະ​ຕັດ​ສິນ​ຜູ້​ຄົນ​ພວກ​ນີ້​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

12 ບັດ​ນີ້​ຖ້າ​ຫາກ​ມະນຸດ​ຖືກ​ພຣະ​ເຈົ້າ​ຕັດ​ສິນ​ຍັງ​ຈະ​ດີ​ກວ່າ​ທີ່​ຈະ​ໃຫ້​ມະນຸດ​ທຳ​ມະ​ດາ​ຕັດ​ສິນ​ແມ່ນ​ບໍ, ເພາະ​ວ່າ​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ທ່ຽງ​ທຳ​ສະເໝີ​ໄປ, ແຕ່​ການ​ຕັດ​ສິນ​ຂອງ​ມະນຸດ​ນັ້ນ​ບໍ່​ທ່ຽງ​ທຳ​ສະເໝີ​ໄປ.

13 ສະນັ້ນ, ຖ້າ​ຫາກ​ເປັນ​ໄປ​ວ່າ ພວກ​ທ່ານ​ຈະ​ມີ​ຄົນ ຊອບ​ທຳ​ມາ​ເປັນ​ກະສັດ​ຂອງ​ພວກ​ທ່ານ ຊຶ່ງ​ຈະ​ສະຖາ​ປະນາ​ກົດ​ຂອງ​ພຣະ​ເຈົ້າ ແລະ ຕັດ​ສິນ​ຜູ້​ຄົນ​ພວກ​ນີ້​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແທ້​ຈິງ​ແລ້ວ, ຖ້າ​ຫາກ​ພວກ​ທ່ານ​ຈະ​ມີ​ຄົນ​ມາ​ເປັນ​ກະສັດ​ຂອງ​ພວກ​ທ່ານ ຜູ້​ຈະ​ເຮັດ​ເພື່ອ​ຜູ້​ຄົນ​ພວກ​ນີ້​ເໝືອນ​ດັ່ງ​ທີ່ ເບັນ​ຢາ​ມິນ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ມາ—​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຖ້າ​ຫາກ​ເລື່ອງ​ມັນ​ຈະ​ເປັນ​ໄປ​ໄດ້​ແບບ​ນີ້​ສະເໝີ​ໄປ​ແລ້ວ ມັນ​ກໍ​ສົມ​ຄວນ​ທີ່​ພວກ​ທ່ານ​ຈະ​ມີ​ກະສັດ​ປົກ​ຄອງ​ພວກ​ທ່ານ​ຢູ່​ສະເໝີ.

14 ແລະ ແມ່ນ​ແຕ່​ຕົວ​ຂ້າ​ພະ​ເຈົ້າ​ເອງ​ກໍ​ຍັງ​ໄດ້​ທຳ​ງານ​ຈົນ​ສຸດ​ກຳ​ລັງ ແລະ ສຸດ​ຄວາມ​ສາ​ມາດ​ຊຶ່ງ​ຂ້າ​ພະ​ເຈົ້າ​ມີ​ຢູ່, ເພື່ອ​ສິດ​ສອນ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່​ພວກ​ທ່ານ, ແລະ ເພື່ອ​ສະຖາ​ປະນາ​ສັນ​ຕິ​ສຸກ​ຂຶ້ນ​ທົ່ວ​ແຜ່ນ​ດິນ, ເພື່ອ​ບໍ່​ໃຫ້​ມີ​ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ກັນ, ບໍ່​ໃຫ້​ມີ​ການ​ຂີ້​ລັກ​ມັກ​ສົກ, ຫລື ການ​ປຸ້ນ​ຈີ້, ຫລື ການ​ຄາດ​ຕະ​ກຳ ຫລື ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ;

15 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ເຮັດ​ຄວາມ​ຊົ່ວ​ຮ້າຍ​ນີ້, ຂ້າ​ພະ​ເຈົ້າ​ກໍ​ຈະ​ໄດ້ ລົງ​ໂທດ​ເຂົາ​ຕາມ​ກົດ ຊຶ່ງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ມອບ​ໃຫ້​ພວກ​ເຮົາ.

16 ບັດ​ນີ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ເພາະ​ວ່າ​ມະນຸດ​ບໍ່​ມີ​ຄວາມ​ທ່ຽງ​ທຳ​ທຸກ​ຄົນ ຈຶ່ງ​ບໍ່​ສົມ​ຄວນ​ທີ່​ພວກ​ທ່ານ​ຈະ​ມີ​ກະສັດ​ຄົນ​ໜຶ່ງ ຫລື ກະສັດ​ຫລາຍ​ຄົນ​ປົກ​ຄອງ​ພວກ​ທ່ານ.

17 ເພາະ​ຈົ່ງ​ເບິ່ງ, ກະສັດ ຊົ່ວ​ຄົນ​ໜຶ່ງ​ເຮັດ​ໃຫ້ ຄວາມ​ຊົ່ວ​ຮ້າຍ​ເກີດ​ຂຶ້ນ​ໄດ້​ຫລາຍ​ປານ​ໃດ, ແທ້​ຈິງ​ແລ້ວ, ເປັນ​ຄວາມ​ພິນາດ​ອັນ​ໃຫຍ່​ຫລວງ​ພຽງ​ໃດ!

18 ແທ້​ຈິງ​ແລ້ວ, ໃຫ້​ສຳ​ນຶກ​ເຖິງ​ກະສັດ​ໂນອາ, ຄວາມ​ຊົ່ວ​ຮ້າຍ​ຂອງ​ເພິ່ນ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ເພິ່ນ, ແລະ ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ​ນຳ​ອີກ. ຈົ່ງ​ເບິ່ງ ຄວາມ​ພິນາດ​ອັນ​ໃຫຍ່​ຫລວງ​ໄດ້​ເກີດ​ກັບ​ພວກ​ເຂົາ​ແລ້ວ; ແລະ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ໄດ້​ຖືກ​ເອົາ​ໄປ​ເປັນ ທາດ.

19 ແລະ ຖ້າ​ຫາກ​ບໍ່​ມີ​ການ​ຫຍຸ້ງ​ກ່ຽວ​ຂອງ​ພຣະ​ຜູ້​ສ້າງ​ຜູ້​ມີ​ສະ​ຕິ​ປັນ​ຍາ​ຂອງ​ພວກ​ເຂົາ​ແລ້ວ, ແລະ ຖ້າ​ບໍ່​ແມ່ນ​ຍ້ອນ​ການ​ກັບ​ໃຈ​ຢ່າງ​ແທ້​ຈິງ​ຂອງ​ພວກ​ເຂົາ​ແລ້ວ, ພວກ​ເຂົາ​ຈະ​ຕ້ອງ​ຢູ່​ໃນ​ຄວາມ​ເປັນ​ທາດ​ຈົນ​ເຖິງ​ບັດ​ນີ້​ຢ່າງ​ບໍ່​ມີ​ທາງ​ຫລີກ​ລ້ຽງ​ໄດ້.

20 ແຕ່​ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ປົດ​ປ່ອຍ​ພວກ​ເຂົາ ເພາະ​ວ່າ​ພວກ​ເຂົາ​ໄດ້ ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ; ແລະ ເພາະ​ວ່າ​ພວກ​ເຂົາ ທູນ​ຂໍ​ຢ່າງ​ສຸດກຳ​ລັງ​ຕໍ່​ພຣະ​ອົງ, ພຣະ​ອົງ​ຈຶ່ງ​ໄດ້​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ຄວາມ​ເປັນ​ທາດ; ແລະ ເພາະ​ສະນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກະ​ທຳ​ດ້ວຍ​ອຳນາດ​ຂອງ​ພຣະ​ອົງ​ໃນ​ທຸກ​ກໍ​ລະ​ນີ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ, ໂດຍ​ເດ່​ພຣະ​ຫັດ​ແຫ່ງ ຄວາມ​ເມດ​ຕາ​ມາ​ຍັງ​ຜູ້​ທີ່ ໄວ້​ວາງ​ໃຈ​ໃນ​ພຣະ​ອົງ.

21 ແລະ ຈົ່ງ​ເບິ່ງ, ບັດ​ນີ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ພວກ​ທ່ານ​ຈະ​ກຳ​ຈັດ​ກະສັດ​ຊົ່ວ​ຮ້າຍ​ຜູ້​ໜຶ່ງ​ອອກ​ຈາກ​ບັນ​ລັງ​ບໍ່​ໄດ້​ນອກ​ຈາກ​ຈະ​ເປັນ​ການ​ຂັດ​ແຍ້ງ​ຢ່າງ​ໜັກ ແລະ ການ​ນອງ​ເລືອດ​ຢ່າງ​ຫລວງ​ຫລາຍ.

22 ເພາະ​ຈົ່ງ​ເບິ່ງ, ໃນ​ຄວາມ​ຊົ່ວ​ຮ້າຍ​ກະສັດ​ກໍ​ຍັງ​ມີ ໝູ່ເພື່ອນ, ແລະ ເພິ່ນ​ຈະ​ຈັດ​ເສ​ນາ​ອາມາດ​ໄວ້​ອ້ອມ​ຮອບ​ເພິ່ນ; ແລະ ເພິ່ນ​ຈະ​ທຳ​ລາຍ​ກົດ​ຂອງ​ຄົນ​ທີ່​ປົກ​ຄອງ​ມາ​ໃນ​ຄວາມ​ຊອບ​ທຳ​ກ່ອນ​ເພິ່ນ; ແລະ ເພິ່ນ​ຈະ​ຢຽບ​ຍ່ຳ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ໄວ້​ໃຕ້​ຕີນ​ຂອງ​ເພິ່ນ;

23 ແລະ ເພິ່ນ​ຈະ​ອອກ​ກົດ​ໃໝ່ ແລະ ສົ່ງ​ອອກ​ໄປ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເພິ່ນ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ກົດ​ຕາມ​ວິ​ທີ​ການ​ແຫ່ງ ຄວາມ​ຊົ່ວ​ຮ້າຍ​ຂອງ​ເພິ່ນ​ເອງ; ແລະ ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ເຮັດ​ຕາມ​ກົດ​ຂອງ​ເພິ່ນ, ເພິ່ນ​ກໍ​ຈະ​ທຳ​ລາຍ​ຜູ້​ນັ້ນ​ເສຍ; ແລະ ຜູ້​ໃດ​ກໍ​ຕາມ​ທີ່​ກະ​ບົດ​ຕໍ່​ເພິ່ນ, ເພິ່ນ​ກໍ​ຈະ​ສັ່ງ​ກອງ​ທັບ​ໄປ​ປາບ​ຜູ້​ນັ້ນ; ແລະ ຖ້າ​ຫາກ​ເພິ່ນ​ເຮັດ​ໄດ້, ເພິ່ນ​ຈະ​ທຳ​ລາຍ​ເຂົາ​ເສຍ, ແລະ ດັ່ງ​ນັ້ນ​ກະສັດ​ທີ່​ບໍ່​ຊອບ​ທຳ​ຈຶ່ງ​ບິດ​ເບືອນ​ທາງ​ແຫ່ງ​ຄວາມ​ຊອບ​ທຳ​ທັງ​ໝົດ.

24 ແລະ ບັດ​ນີ້​ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ບໍ່​ສົມ​ຄວນ​ເລີຍ​ທີ່​ຄວາມ​ໜ້າ​ກຽດ​ຊັງ​ເຊັ່ນ​ນັ້ນ​ຈະ​ເກີດ​ກັບ​ພວກ​ທ່ານ.

25 ສະນັ້ນ, ພວກ​ທ່ານ​ຈົ່ງ​ເລືອກ​ເອົາ​ຜູ້​ຕັດ​ສິນ​ໂດຍ​ສຽງ​ຂອງ​ຜູ້​ຄົນ​ພວກ​ນີ້ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮັບ​ການ​ຕັດ​ສິນ​ຕາມ​ກົດ​ຊຶ່ງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ໃຫ້​ໄວ້​ກັບ​ພວກ​ທ່ານ ຊຶ່ງ​ຖືກ​ຕ້ອງ, ແລະ ຊຶ່ງ​ໄດ້​ໃຫ້​ໄວ້​ກັບ​ພວກ​ທ່ານ​ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

26 ບັດ​ນີ້​ບໍ່​ແມ່ນ​ເລື່ອງ​ທຳ​ມະ​ດາ​ທີ່​ສຽງ​ຜູ້​ຄົນ​ຈະ​ປາດ​ຖະ​ໜາ​ສິ່ງ​ກົງ​ກັນ​ຂ້າມ​ກັບ​ສິ່ງ​ທີ່​ຖືກ​ຕ້ອງ, ແຕ່​ເປັນ​ເລື່ອງ​ທຳ​ມະ​ດາ​ສຳ​ລັບ​ຄົນ​ສ່ວນ​ໜ້ອຍ​ທີ່​ປາດ​ຖະ​ໜາ​ສິ່ງ​ທີ່​ບໍ່​ຖືກ​ຕ້ອງ; ສະນັ້ນ ເລື່ອງ​ນີ້​ພວກ​ທ່ານ​ຈົ່ງ​ຍຶດ​ຖື ແລະ ເຮັດ​ໃຫ້​ເປັນ​ກົດ​ຂອງ​ພວກ​ທ່ານ—ທີ່​ຈະ​ຈັດ​ທຸ​ລະ​ກິດ​ຂອງ​ພວກ​ທ່ານ​ໂດຍ​ສຽງ​ຂອງ​ຜູ້​ຄົນ.

27 ແລະ ຖ້າ​ຫາກ​ເວລາ​ມາ​ເຖິງ ເມື່ອ​ສຽງ​ຂອງ​ຜູ້​ຄົນ​ເລືອກ​ເອົາ​ຄວາມ​ຊົ່ວ​ຮ້າຍ, ເມື່ອນ​ນັ້ນ​ກໍ​ເປັນ​ເວລາ​ທີ່​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ຈະ​ເກີດ​ກັບ​ພວກ​ທ່ານ; ແທ້​ຈິງ​ແລ້ວ, ເມື່ອ​ນັ້ນ ຈະ​ເປັນ​ເວລາ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ​ຢ້ຽມ​ຢາມ​ພວກ​ທ່ານ​ດ້ວຍ​ຄວາມ​ພິນາດ​ອັນ​ແສນ​ສາ​ຫັດ​ດັ່ງ​ທີ່​ພຣະ​ອົງ​ເຄີຍ​ສະ​ເດັດ​ມາ​ຢ້ຽມ​ຢາມ​ແຜ່ນ​ດິນ​ນີ້.

28 ແລະ ບັດ​ນີ້​ຖ້າ​ຫາກ​ພວກ​ທ່ານ​ມີ​ຜູ້​ຕັດ​ສິນ, ແລະ ພວກ​ເພິ່ນ​ບໍ່​ຕັດ​ສິນ​ພວກ​ທ່ານ​ຕາມ​ກົດ​ຊຶ່ງ​ມີ​ໄວ້​ໃຫ້​ແລ້ວ, ພວກ​ທ່ານ​ກໍ​ອາດ​ຈະ​ໃຫ້​ພວກ​ເພິ່ນ​ໄດ້​ຮັບ​ການ​ຕັດ​ສິນ​ຈາກ​ສານ​ທີ່​ສູງ​ກວ່າ​ນັ້ນ.

29 ແລະ ຖ້າ​ຫາກ​ຜູ້​ຕັດ​ສິນ​ຂອງ​ພວກ​ທ່ານ​ທີ່​ສູງ​ກວ່າ​ບໍ່​ໃຫ້​ການ​ຕັດ​ສິນ​ທີ່​ຖືກ​ຕ້ອງ, ແລ້ວ​ພວກ​ທ່ານ​ຄວນ​ຈະ​ຫາ​ຜູ້​ຕັດ​ສິນ​ຫລາຍ​ຄົນ​ທີ່​ຕ່ຳ​ກວ່າ​ຂອງ​ພວກ​ທ່ານ​ມາ​ເຕົ້າ​ໂຮມ​ກັນ, ແລະ ພວກ​ເພິ່ນ​ຈະ​ຕັດ​ສິນ​ຜູ້​ຕັດ​ສິນ​ທີ່​ສູງ​ກວ່າ​ຂອງ​ພວກ​ທ່ານ​ຕາມ​ສຽງ​ຂອງ​ປະ​ຊາ​ຊົນ.

30 ແລະ ເຮົາ​ສັ່ງ​ໃຫ້​ພວກ​ທ່ານ​ເຮັດ​ແນວ​ນີ້​ດ້ວຍ​ຄວາມ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ເຮົາ​ສັ່ງ​ໃຫ້​ພວກ​ທ່ານ​ເຮັດ​ສິ່ງ​ເຫລົ່າ​ນີ້, ແລະ ບໍ່​ໃຫ້​ມີ​ກະສັດ; ຄື​ຖ້າ​ຫາກ​ຄົນ​ພວກ​ນີ້​ເຮັດ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ ແລ້ວ​ພວກ​ເຂົາ​ຈະ​ໄດ້​ຮັບ​ຄຳ​ຕອບ​ໄວ້​ເທິງ​ຫົວ​ຂອງ​ພວກ​ເຂົາ​ເອງ.

31 ເພາະ​ຈົ່ງ​ເບິ່ງ ເຮົາ​ກ່າວ​ກັບ​ພວກ​ທ່ານ​ວ່າ, ບາບ​ຂອງ​ຄົນ​ຢ່າງ​ຫລວງ​ຫລາຍ​ເກີດ​ຂຶ້ນ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ກະສັດ​ຂອງ​ພວກ​ເຂົາ; ສະນັ້ນ ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ຍ່ອມ​ໄດ້​ຮັບ​ຄຳ​ຕອບ​ໄວ້​ເທິງ​ຫົວ​ຂອງ​ກະສັດ​ຂອງ​ພວກ​ເຂົາ.

32 ແລະ ບັດ​ນີ້​ເຮົາ​ປາດ​ຖະ​ໜາ​ວ່າ ຄວາມ​ບໍ່​ສະເໝີ​ພາບ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ​ໃນ​ແຜ່ນ​ດິນ​ນີ້, ໂດຍ​ສະ​ເພາະ ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ເອງ; ແຕ່​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ແຜ່ນ​ດິນ​ນີ້​ເປັນ​ແຜ່ນ​ດິນ ແຫ່ງ​ເສລີ​ພາບ, ແລະ ທຸກໆ​ຄົນ​ຈະ​ຊື່ນ​ຊົມ​ໃນ​ສິດ ແລະ ສິດ​ທິ​ພິ​ເສດ​ເທົ່າ​ທຽມ​ກັນ​ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ສົມ​ຄວນ​ທີ່​ພວກ​ເຮົາ​ຈະ​ດຳ​ລົງ​ຊີ​ວິດ​ຢູ່ ແລະ ຮັບ​ແຜ່ນ​ດິນ​ເປັນ​ມູນ​ມໍ​ລະ​ດົກ, ແທ້​ຈິງ​ແລ້ວ, ຕາບ​ໃດ​ທີ່​ລູກ​ຫລານ​ຄົນ​ໃດ​ຂອງ​ພວກ​ເຮົາ​ຍັງ​ເຫລືອ​ຢູ່​ໃນ​ແຜ່ນ​ດິນ​ນີ້.

33 ແລະ ກະສັດ​ໂມ​ໄຊ​ຢາ​ໄດ້​ຂຽນ​ອີກ​ຫລາຍ​ເລື່ອງ​ໄປ​ເຖິງ​ພວກ​ເຂົາ, ໂດຍ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ເຖິງ​ຄວາມ​ເດືອດ​ຮ້ອນ ແລະ ຄວາມ​ຫຍຸ້ງ​ຍາກ​ຂອງ​ກະສັດ​ທີ່​ຊອບ​ທຳ, ແທ້​ຈິງ​ແລ້ວ, ຄວາມ​ເຈັບ​ປວດ​ຂອງ​ຈິດ​ວິນ​ຍານ​ເພື່ອ​ຜູ້​ຄົນ​ຂອງ​ຕົນ​ນັ້ນ, ແລະ ການ​ຈົ່ມ​ວ່າ​ທັງ​ໝົດ​ຂອງ​ຜູ້​ຄົນ​ທີ່​ມີ​ຕໍ່​ກະສັດ​ຂອງ​ພວກ​ເຂົາ​ນຳ​ອີກ; ແລະ ເພິ່ນ​ໄດ້​ອະ​ທິ​ບາຍ​ເລື່ອງ​ທັງ​ໝົດ​ນີ້​ໃຫ້​ພວກ​ເຂົາ​ຟັງ.

34 ແລະ ເພິ່ນ​ໄດ້​ບອກ​ພວກ​ເຂົາ​ວ່າ ເລື່ອງ​ເຫລົ່າ​ນີ້​ບໍ່​ຄວນ​ຈະ​ເກີດ​ຂຶ້ນ; ແຕ່​ວ່າ​ພາ​ລະ​ແບກ​ຫາບ​ຄວນ​ຈະ​ເກີດ​ຂຶ້ນ​ກັບ​ທຸກ​ຄົນ​ເພື່ອ​ມະນຸດ​ທຸກໆ​ຄົນ​ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ຂອງ​ຕົນ.

35 ແລະ ເພິ່ນ​ໄດ້​ເປີດ​ເຜີຍ​ໃຫ້​ພວກ​ເຂົາ​ຮູ້​ຈັກ​ການ​ເສຍ​ປຽບ​ທັງ​ໝົດ​ຂອງ​ວຽກ​ງານ​ທີ່​ພວກ​ເຂົາ​ເຮັດ​ໄປ​ນັ້ນ​ນຳ​ອີກ, ໂດຍ​ມີ​ກະສັດ​ທີ່​ບໍ່​ຊອບ​ທຳ​ປົກ​ຄອງ​ພວກ​ເຂົາ;

36 ແທ້​ຈິງ​ແລ້ວ, ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ທັງ​ໝົດ​ຂອງ​ເພິ່ນ, ແລະ ສົງ​ຄາມ​ທັງ​ໝົດ, ແລະ ການ​ຂັດ​ແຍ້ງ, ແລະ ການ​ນອງ​ເລືອດ, ແລະ ການ​ລັກ, ແລະ ການ​ປຸ້ນ​ຈີ້, ແລະ ການ​ທຳ​ການ​ໂສ​ເພ​ນີ, ແລະ ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ ຊຶ່ງ​ບໍ່​ສາ​ມາດ​ຍົກ​ຂຶ້ນ​ມາ​ເວົ້າ​ໃຫ້​ໝົດ​ໄດ້—ບອກ​ພວກ​ເຂົາ​ວ່າ​ສິ່ງ​ເຫລົ່າ​ນີ້​ບໍ່​ຄວນ​ຈະ​ມີ​ຂຶ້ນ​ເລີຍ, ເພາະ​ມັນ​ກົງ​ກັນ​ຂ້າມ​ຢ່າງ​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

37 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື, ຫລັງ​ຈາກ​ໂມ​ໄຊ​ຢາ​ໄດ້​ສົ່ງ​ເລື່ອງ​ເຫລົ່າ​ນີ້​ອອກ​ໄປ​ຫາ​ບັນ​ດາ​ຜູ້​ຄົນ​ແລ້ວ ຄົນ​ທັງ​ຫລາຍ​ຈຶ່ງ​ແນ່​ໃຈ​ເຖິງ​ຄວາມ​ຈິງ​ຈາກ​ຄຳ​ເວົ້າ​ຂອງ​ເພິ່ນ.

38 ສະນັ້ນ ພວກ​ເຂົາ​ຈຶ່ງ​ເລີກ​ລົ້ມ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ມີ​ກະສັດ, ແລະ ກັບ​ມາ​ກະ​ຕື​ລື​ລົ້ນ​ຢ່າງ​ຍິ່ງ​ທີ່​ຈະ​ໃຫ້​ທຸກ​ຄົນ​ມີ​ໂອ​ກາດ​ເທົ່າ​ທຽມ​ກັນ​ຕະຫລອດ​ທົ່ວ​ແຜ່ນ​ດິນ; ແທ້​ຈິງ​ແລ້ວ, ແລະ ທຸກ​ຄົນ​ສະແດງ​ຄວາມ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ບາບ​ຂອງ​ຕົນ​ເອງ.

39 ສະນັ້ນ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ເຫລົ່າ​ນັ້ນ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເປັນ​ກຸ່ມໆ​ຕະຫລອດ​ທົ່ວ​ແຜ່ນ​ດິນ, ເພື່ອ​ອອກ​ສຽງ​ຂອງ​ຕົນ​ເອງ​ກ່ຽວ​ກັບ​ວ່າ ຜູ້​ໃດ​ຄວນ​ເປັນ​ຜູ້​ຕັດ​ສິນ​ຂອງ​ພວກ​ເຂົາ​ທີ່​ຈະ​ຕັດ​ສິນ​ຕາມ ກົດ​ຊຶ່ງ​ມີ​ໃຫ້​ໄວ້​ກັບ​ພວກ​ເຂົາ; ແລະ ພວກ​ເຂົາ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ​ໃນ ເສ​ລີ​ພາບ​ທີ່​ພວກ​ເຂົາ​ໄດ້​ຮັບ​ມາ.

40 ແລະ ພວກ​ເຂົາ​ມີ​ຄວາມ​ຮັກ​ແພງ​ຫລາຍ​ຂຶ້ນ​ຕໍ່​ໂມ​ໄຊ​ຢາ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ນັບ​ຖື​ເພິ່ນ​ຫລາຍ​ກວ່າ​ຄົນ​ອື່ນໆ; ເພາະ​ພວກ​ເຂົາ​ເຫັນ​ວ່າ​ເພິ່ນ​ບໍ່​ເປັນ​ຄົນ​ກົດ​ຂີ່​ຂົ່ມ​ເຫັງ ຊຶ່ງ​ສະແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ, ແທ້​ຈິງ​ແລ້ວ, ສະແຫວງ​ຫາ​ຊັບ​ສິນ​ຊຶ່ງ​ເຮັດ​ໃຫ້​ຈິດ​ວິນ​ຍານ​ເສື່ອມ​ໂຊມ; ເພາະ​ເພິ່ນ​ບໍ່​ໄດ້​ຮຽກ​ຮ້ອງ​ເອົາ​ຂອງ​ມີ​ຄ່າ​ຈາກ​ພວກ​ເຂົາ​ເລີຍ, ທັງ​ບໍ່​ໄດ້​ເບີກ​ບານ​ໃນ​ການ​ນອງ​ເລືອດ; ແຕ່​ເພິ່ນ​ໄດ້​ສະຖາ​ປະນາ ສັນ​ຕິ​ສຸກ​ຂຶ້ນ​ໃນ​ແຜ່ນ​ດິນ, ແລະ ເພິ່ນ​ໄດ້​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ຄວາມ​ເປັນ​ທາດ​ທຸກ​ຢ່າງ; ສະນັ້ນ ພວກ​ເຂົາ​ຈຶ່ງ​ນັບ​ຖື​ເພິ່ນ​ຢ່າງ​ລົ້ນ​ເຫລືອ, ແທ້​ຈິງ​ແລ້ວ, ເກີນ​ກວ່າ​ທີ່​ຈະ​ວັດ​ແທກ​ໄດ້.

41 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ແຕ່ງ​ຕັ້ງ ຜູ້​ຕັດສິນ​ເພື່ອ​ປົກ​ຄອງ​ພວກ​ເຂົາ, ຫລື ວ່າ​ຜູ້​ຕັດ​ສິນ​ພວກ​ເຂົາ​ຕາມ​ກົດ; ແລະ ສິ່ງ​ນີ້​ພວກ​ເຂົາ​ໄດ້​ເຮັດ​ຕະຫລອດ​ທົ່ວ​ແຜ່ນ​ດິນ.

42 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ​ຄົນ​ທຳ​ອິດ, ເພິ່ນ​ໄດ້​ເປັນ​ມະຫາ​ປະ​ໂລ​ຫິດ​ນຳ​ອີກ, ບິດາ​ຂອງ​ເພິ່ນ​ໄດ້​ມອບ​ຕຳ​ແໜ່ງ​ໃຫ້​ເພິ່ນ ແລະ ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ກ່ຽວ​ກັບ ການ​ງານ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ​ໃຫ້​ເພິ່ນ.

43 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ໄດ້ ເດີນ​ໃນທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເພິ່ນ​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ເພິ່ນ​ໄດ້​ຕັດ​ສິນ​ດ້ວຍ​ການ​ຕັດ​ສິນ​ອັນ​ຖືກ​ຕ້ອງ; ແລະ ມັນ​ມີ​ສັນ​ຕິ​ສຸກ​ຕິດ​ຕໍ່​ກັນ​ທົ່ວ​ແຜ່ນ​ດິນ.

44 ແລະ ສະນັ້ນ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ຕະຫລອດ​ທົ່ວ​ແຜ່ນ​ດິນ​ເຊຣາ​ເຮັມລາ​ຈຶ່ງ​ເລີ່ມ​ມີ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ທີ່​ມີ​ຊື່​ວ່າ ຊາວ​ນີໄຟ; ແລະ ແອວມາ​ເປັນ​ຜູ້​ຕັດ​ສິນ​ຄົນ​ທຳ​ອິດ ແລະ ເປັນ​ຫົວ​ໜ້າ.

45 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ບິດາ​ຂອງ​ເພິ່ນ​ໄດ້​ສິ້ນ​ຊີ​ວິດ​ເມື່ອ​ມີ​ອາ​ຍຸ​ໄດ້​ແປດ​ສິບ​ສອງ​ປີ, ໂດຍ​ມີ​ຊີ​ວິດ​ເພື່ອ​ເຮັດ​ໃຫ້​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ບັນ​ລຸ​ຜົນ​ສຳ​ເລັດ.

46 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໄຊ​ຢາ​ກໍ​ໄດ້​ສິ້ນ​ຊີ​ວິດ​ໄປ​ຄື​ກັນ​ໃນ​ປີ​ທີ​ສາມ​ສິບ​ສາມ​ແຫ່ງ​ການ​ປົກ​ຄອງ​ຂອງ​ເພິ່ນ, ຊຶ່ງ​ມີ​ອາ​ຍຸ​ໄດ້ ຫົກ​ສິບ​ສາມ​ປີ; ນັບ​ເປັນ​ເວລາ​ທັງ​ໝົດ​ຫ້າ​ຮ້ອຍ​ເກົ້າ​ປີ​ນັບ​ຕັ້ງ​ແຕ່​ເວລາ​ທີ່​ລີໄຮ​ອອກ​ຈາກ​ເຢຣູ​ຊາເລັມ​ມາ.

47 ແລະ ດັ່ງ​ນັ້ນ​ການ​ປົກ​ຄອງ​ຂອງ​ກະສັດ​ເພື່ອ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ຈຶ່ງ​ໝົດ​ໄປ; ແລະ ດັ່ງ​ນັ້ນ​ວັນ​ເວລາ​ຂອງ​ແອວມາ​ຜູ້​ສ້າງ​ຕັ້ງ​ຮາກ​ຖານ​ຂອງ​ສາດ​ສະ​ໜາ​ຈັກ​ກໍ​ໝົດ​ໄປ​ເຊັ່ນ​ດຽວ​ກັນ.