ພຣະ​ຄຳ​ພີ
ໂມ​ໄຊ​ຢາ 3


ບົດ​ທີ 3

ຄຳ​ປາ​ໄສ​ຂອງ​ກະສັດ​ເບັນ​ຢາ​ມິນ​ຕໍ່—ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່ ຈະ​ປະ​ຕິ​ບັດ​ຢູ່​ໃນ​ບັນ​ດາ​ປວງ​ຊົນ—ໂລ​ຫິດ​ຈະ​ໄຫລ​ອອກ​ມາ​ຈາກ​ທຸກ​ຂຸມ​ຂົນ​ໃນ​ຂະນະ​ທີ່​ພຣະ​ອົງ​ຊົດ​ໃຊ້​ແທນ​ບາບ​ຂອງ​ໂລກ—ພຣະ​ນາມ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ຈະ​ນຳ​ຄວາມ​ລອດ​ມາ​ໄດ້—ມະນຸດ​ສາ​ມາດ​ປະ​ຖິ້ມ​ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ແລ້ວ​ກາຍ​ມາ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໂດຍ​ຜ່ານ​ການ​ຊົດ​ໃຊ້—ຄວາມ​ທໍ​ລະ​ມານ​ຂອງ​ຄົນ​ຊົ່ວ​ຈະ​ເປັນ​ເໝືອນ​ດັ່ງ​ທະເລ​ໄຟ ແລະ ມາດ. ປະ​ມານ 124 ປີ ກ່ອນ ຄ.ສ.

1 ແລະ ອີກ​ຢ່າງ​ໜຶ່ງ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຕັ້ງ​ໃຈ​ຟັງ, ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຍັງ​ມີ​ສິ່ງ​ທີ່​ຈະ​ກ່າວ​ກັບ​ພວກ​ທ່ານ​ອີກ; ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ມີ​ເລື່ອງ​ຈະ​ບອກ​ພວກ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ມາ​ເຖິງ.

2 ແລະ ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ບອກ​ພວກ​ທ່ານ​ນັ້ນ​ແມ່ນ​ກ່ຽວ​ກັບ ທູດ​ອົງ​ໜຶ່ງ ຊຶ່ງ​ຈາກ​ພຣະ​ເຈົ້າ​ມາ ແລະ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ຈັກ. ແລະ ເພິ່ນ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ຕື່ນ​ເຖີດ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຕື່ນ​ຂຶ້ນ, ແລະ ຈົ່ງ​ເບິ່ງ ເພິ່ນ​ໄດ້​ຢືນ​ຢູ່​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ.

3 ແລະ ເພິ່ນ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ຕື່ນ​ເຖີດ, ແລະ ຈົ່ງ​ຟັງ​ຄຳ​ທີ່​ຂ້າ​ພະ​ເຈົ້າ​ຈະ​ບອກ​ທ່ານ; ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ມາ​ເພື່ອ​ປະ​ກາດ​ຂ່າວ ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ຕໍ່​ທ່ານ.

4 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ແລ້ວ, ແລະ ໄດ້​ພິ​ຈາ​ລະ​ນາ​ຄວາມ​ຊອບ​ທຳ​ຂອງ​ທ່ານ, ແລະ ໄດ້​ສັ່ງ​ຂ້າ​ພະ​ເຈົ້າ​ໃຫ້​ມາ​ເພື່ອ​ປະ​ກາດ​ກັບ​ທ່ານ​ວ່າ ທ່ານ​ຈົ່ງ​ປິ​ຕິ​ຍິນ​ດີ​ເຖີດ; ແລະ ວ່າ​ໃຫ້​ທ່ານ​ປະ​ກາດ​ກັບ​ຜູ້​ຄົນ​ຂອງ​ທ່ານ​ເພື່ອ​ພວກ​ເຂົາ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ເຊັ່ນ​ດຽວ​ກັນ.

5 ເພາະ​ຈົ່ງ​ເບິ່ງ, ເວລາ​ຈະ​ມາ​ເຖິງ, ແລະ ຍັງ​ອີກ​ບໍ່​ດົນ, ຊຶ່ງ​ພ້ອມ​ດ້ວຍ​ອຳນາດ​ຂອງ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່, ຜູ້​ຄອບ​ຄອງ, ຜູ້​ເປັນ​ມາ​ແລ້ວ ແລະ ເປັນ​ຢູ່​ຈາກ​ຊົ່ວ​ນິ​ລັນ​ດອນ​ເຖິງ​ຊົ່ວ​ນິ​ລັນ​ດອນ ຈະ​ສະ​ເດັດ​ຈາກ​ສະຫວັນ​ລົງ​ມາ​ຢູ່​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ, ແລະ ຈະ​ຢູ່​ໃນ ຮ່າງ​ກາຍ​ທີ່​ເຮັດ​ດ້ວຍ​ດິນ​ໜຽວ, ແລະ ຈະ​ສະ​ເດັດ​ອອກ​ໄປ​ໃນ​ບັນ​ດາ​ມະນຸດ ແລະ ເຮັດ ສິ່ງ​ມະຫັດ​ສະຈັນ​ອັນ​ຍິ່ງ​ໃຫຍ່​ເຊັ່ນ ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ, ເຮັດ​ໃຫ້​ຄົນ​ຕາຍ​ຄືນ​ມີ​ຊີ​ວິດ, ເຮັດ​ໃຫ້​ຄົນ​ເປ້ຍ​ລ່ອຍ​ຍ່າງ​ໄດ້, ຄົນ​ຕາ​ບອດ​ເຫັນ​ຮຸ່ງ, ແລະ ຄົນ​ຫູ​ໜວກ​ໄດ້​ຍິນ, ແລະ ປິ່ນ​ປົວ​ພະ​ຍາດ​ທຸກ​ຢ່າງ.

6 ແລະ ພຣະ​ອົງ​ຈະ​ຂັບ​ໄລ່ ຜີ​ປີ​ສາດ ຫລື ວິນ​ຍານ​ຊົ່ວ​ທີ່​ຢູ່​ໃນ​ໃຈ​ຂອງ​ລູກ​ຫລານ​ມະນຸດ​ໃຫ້​ອອກ​ໄປ.

7 ແລະ ແລ້ວ​ພຣະ​ອົງ​ຈະ​ອົດ​ທົນ​ຕໍ່ ການ​ລໍ້​ລວງ, ແລະ ຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ, ແລະ ອົດ​ທົນ​ຕໍ່​ຄວາມ ຫິວ​ເຂົ້າ, ຄວາມ​ກະ​ຫາຍ​ນ້ຳ, ແລະ ຄວາມ​ອິດ​ເມື່ອຍ​ຫລາຍ​ກວ່າ​ມະນຸດ​ຈະ ທົນ​ໄດ້, ນອກ​ຈາກ​ຈະ​ເຖິງ​ແກ່​ຄວາມ​ຕາຍ; ເພາະ​ຈົ່ງ​ເບິ່ງ, ຄວາມ​ເຈັບ​ປວດ​ຂອງ​ພຣະ​ອົງ​ຈະ​ໃຫຍ່​ຫລວງ​ທີ່​ສຸດ​ຈົນ ໂລ​ຫິດ​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ, ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ.

8 ແລະ ພຣະ​ອົງ​ຈະ​ໄດ້​ຮັບ​ພຣະ​ນາມ​ວ່າ ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ພຣະ​ບິດາ​ແຫ່ງ​ສະຫວັນ ແລະ ແຜ່ນ​ດິນ​ໂລກ, ພຣະ​ຜູ້​ສ້າງ​ທຸກ​ສິ່ງ​ຕັ້ງ​ແຕ່​ຕົ້ນ; ແລະ ມານດາ​ຂອງ​ພຣະ​ອົງ​ຈະ​ມີ​ຊື່ວ່າ ມາຣີ.

9 ແລະ ແລ້ວ​ພຣະ​ອົງ​ຈະ​ສະ​ເດັດ​ໄປ​ຫາ​ຜູ້​ຄົນ​ຂອງ​ພຣະ​ອົງ​ເພື່ອ ຄວາມ​ລອດ​ຈະ​ໄດ້​ມາ​ເຖິງ​ລູກ​ຫລານ​ມະນຸດ ເຖິງ​ແມ່ນ​ໂດຍ​ທາງ ສັດທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ; ແລະ ເຖິງ​ແມ່ນ​ຫລັງ​ຈາກ​ທັງ​ໝົດ​ນີ້​ແລ້ວ ພວກ​ເຂົາ​ກໍ​ຈະ​ຖື​ວ່າ ພຣະ​ອົງ​ເປັນ​ມະນຸດ​ທຳ​ມະ​ດາ​ຜູ້​ໜຶ່ງ, ແລະ ກ່າວ​ວ່າ​ມີ ຜີ​ສິງ​ຢູ່​ໃນ​ພຣະ​ອົງ, ແລະ ຈະ ຂ້ຽນ​ຕີ​ພຣະ​ອົງ, ແລະ ຈະ ຄຶງ​ພຣະ​ອົງ​ໄວ້​ເທິງ​ໄມ້​ກາງ​ແຂນ.

10 ແລະ ໃນ​ມື້ ທີ​ສາມ​ພຣະ​ອົງ​ຈະ ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ; ແລະ ຈົ່ງ​ເບິ່ງ, ພຣະ​ອົງ​ຈະ​ປະ​ທັບ​ຢືນ​ຢູ່​ເພື່ອ ພິ​ພາກ​ສາ​ໂລກ; ແລະ ຈົ່ງ​ເບິ່ງ, ເລື່ອງ​ທັງ​ໝົດ​ນີ້​ຈະ​ເປັນ​ໄປ​ເພື່ອ​ການ​ພິ​ພາກ​ສາ​ອັນ​ຊອບ​ທຳ​ຈະ​ໄດ້​ມາ​ເຖິງ​ລູກ​ຫລານ​ມະນຸດ.

11 ເພາະ​ຈົ່ງ​ເບິ່ງ, ແລະ ໂລ​ຫິດ​ຂອງ​ພຣະ​ອົງ​ຈະ ຊົດ​ໃຊ້​ແທນ​ບາບຂອງ​ຄົນ​ທີ່ ຕົກ​ໄປ​ຍ້ອນ​ການ​ລ່ວງ​ລະເມີດ​ຂອງ​ອາດາມ​ນຳ​ອີກ, ຜູ້​ທີ່​ຕາຍ​ໂດຍ​ບໍ່​ຮູ້​ຈັກ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ​ກ່ຽວ​ກັບ​ພວກ​ເຂົາ, ຫລື ຜູ້​ທີ່ເຮັດ​ບາບ ໂດຍ​ບໍ່​ຮູ້.

12 ແຕ່​ວິບັດ, ວິບັດ​ແກ່​ຜູ້​ທີ່​ຮູ້​ວ່າ​ຕົນ ກະ​ບົດ​ຕໍ່​ພຣະ​ເຈົ້າ! ເພາະ​ຄວາມ​ລອດ​ຈະ​ບໍ່​ມາ​ຫາ​ຄົນ​ແນວ​ນັ້ນ ນອກ​ຈາກ​ຈະ​ເປັນ​ໂດຍ​ທາງ​ການ​ກັບ​ໃຈ ແລະ ມີ​ສັດທາ​ໃນ ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ​ເທົ່າ​ນັ້ນ.

13 ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ຂອງ​ພຣະ​ອົງ​ມາ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ​ທັງ​ປວງ ເພື່ອ​ປະ​ກາດ​ເລື່ອງ​ເຫລົ່າ​ນີ້​ກັບ​ທຸກ​ຕະ​ກຸນ, ທຸກ​ປະ​ຊາ​ຊາດ, ທຸກ​ພາ​ສາ, ຍ້ອນ​ເຫດ​ນີ້​ຜູ້​ໃດ​ກໍ​ຕາມ​ທີ່​ເຊື່ອ​ວ່າ ພຣະ​ຄຣິດ​ຈະ​ສະ​ເດັດ​ມາ, ຜູ້​ນັ້ນ​ຈະ​ໄດ້​ຮັບ ການ​ປົດ​ບາບ​ຂອງ​ພວກ​ເຂົາ, ແລະ ປິ​ຕິ​ຍິນ​ດີ​ດ້ວຍ​ຄວາມ​ຊື່ນ​ຊົມ​ຢ່າງ​ຍິ່ງ, ແມ່ນ​ແຕ່ ຄື​ກັບ​ວ່າ​ພຣະ​ອົງ​ໄດ້​ສະ​ເດັດ​ມາ​ໃນ​ບັນ​ດາ​ພວກ​ເຂົາ​ແລ້ວ.

14 ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຍັງ​ເຫັນ​ວ່າ​ຜູ້​ຄົນ​ຂອງ​ພຣະ​ອົງ​ເປັນ​ຄົນ​ແຂງ​ຄໍ, ແລະ ພຣະ​ອົງ​ໄດ້​ກຳ​ນົດ​ກົດ​ໄວ້​ໃຫ້​ພວກ​ເຂົາ, ແມ່ນ​ແຕ່ ກົດ​ຂອງ​ໂມເຊ.

15 ແລະ ເຄື່ອງ​ໝາຍ, ແລະ ການ​ແປກ​ປະ​ຫລາດ, ແລະ ແບບ​ຢ່າງ, ແລະ ເງົາ​ຫລາຍ​ຢ່າງ​ທີ່​ພຣະ​ອົງ​ໄດ້​ສະແດງ​ແກ່​ພວກ​ເຂົາ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ; ແລະ ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ຈະ​ເວົ້າ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ​ນຳ​ອີກ; ແຕ່​ພວກ​ເຂົາ​ກໍ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຢູ່ ແລະ ບໍ່​ເຂົ້າ​ໃຈ​ວ່າ ກົດ​ຂອງ​ໂມເຊ​ບໍ່​ມີ​ຜົນ​ອັນ​ໃດ​ເລີຍ​ນອກ​ຈາກ​ຈະ​ເປັນ​ໂດຍ​ທາງ​ການ​ຊົດ​ໃຊ້​ດ້ວຍ​ໂລ​ຫິດ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ.

16 ແລະ ເຖິງ​ແມ່ນ​ຖ້າ​ຫາກ​ເປັນ​ໄປ​ວ່າ ເດັກ​ນ້ອຍໆ​ເຮັດ​ບາບ​ໄດ້ ພວກ​ເຂົາ​ຈະ​ລອດ​ບໍ່​ໄດ້; ແຕ່​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ພວກ​ເຂົາ​ໄດ້ ຮັບ​ພອນ​ແລ້ວ; ເພາະ​ຈົ່ງ​ເບິ່ງ, ເໝືອນ​ດັ່ງ​ເຊັ່ນ​ໃນ​ອາດາມ​ໂດຍ​ທຳ​ມະ​ຊາດ​ເຂົາ​ຕົກ, ເຖິງ​ແມ່ນ​ເປັນ​ເຊັ່ນ​ນັ້ນ ໂລ​ຫິດ​ຂອງ​ພຣະ​ຄຣິດ​ກໍ​ຊົດ​ໃຊ້​ແທນ​ບາບ​ຂອງ​ພວກ​ເຂົາ.

17 ແລະ ຍິ່ງ​ກວ່າ​ນັ້ນ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ຈະ ບໍ່​ມີ​ນາມ​ອື່ນ​ໃດ​ໃຫ້​ໄວ້ ຫລື ທາງ​ອື່ນ​ໃດ ຫລື ວິ​ທີ​ໃດ​ທີ່ ຄວາມ​ລອດ​ຈະ​ມາ​ຫາ​ລູກ​ຫລານ​ມະນຸດ​ໄດ້ ນອກ​ຈາກ​ໃນ ແລະ ໂດຍ​ພຣະ​ນາມ​ຂອງ ພຣະ​ຄຣິດ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່.

18 ເພາະ​ຈົ່ງ​ເບິ່ງ, ພຣະ​ອົງ​ພິ​ພາກ​ສາ ແລະ ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ທ່ຽງ​ທຳ​ກັບ​ທຸກ​ຄົນ; ແລະ ເດັກ​ແດງ​ທາ​ລົກ​ທີ່​ເສຍ​ຊີ​ວິດ​ນັ້ນ​ບໍ່​ໄດ້​ຕາຍ​ເລີຍ; ມະນຸດ​ຈະ​ກິນ​ຄວາມ​ອັບ​ປະ​ໂຫຍດ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ຂອງ​ຕົນ ຖ້າ​ຫາກ​ພວກ​ເຂົາ​ບໍ່​ຖ່ອມ​ຕົວ ແລະ ກາຍ​ເປັນ​ຄື​ກັນ​ກັບ​ເດັກ​ນ້ອຍໆ, ແລະ ເຊື່ອ​ວ່າ​ຄວາມ​ລອດ​ມີ​ມາ​ແລ້ວ ແລະ ມີ​ຢູ່ ແລະ ຈະ​ມາ​ເຖິງ​ໃນ ແລະ ໂດຍ​ໂລ​ຫິດ​ທີ່ ຊົດ​ໃຊ້​ຂອງ​ພຣະ​ຄຣິດ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່.

19 ເພາະ​ມະນຸດ​ທີ່​ມີ ຈິດ​ໃຈ​ທຳ​ມະ​ດາ​ເປັນ​ສັດ​ຕູ​ກັບ​ພຣະ​ເຈົ້າ, ແລະ ເປັນ​ມາ​ແລ້ວ​ຕັ້ງ​ແຕ່ ການ​ຕົກ​ຂອງ​ອາດາມ, ແລະ ຈະ​ເປັນ​ໄປ​ຕະຫລອດ​ການ ແລະ ຕະຫລອດ​ໄປ, ເວັ້ນ​ເສຍ​ແຕ່​ພວກ​ເຂົາ​ຈະ ຍອມ​ຕໍ່​ການ​ຊັກ​ຈູງ​ຂອງ ພຣະ​ວິນ​ຍານ​ສັກ​ສິດ, ແລະ ປະ​ຖິ້ມ​ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ແລະ ກາຍ​ມາ​ເປັນ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໂດຍ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ຄຣິດ, ແລະ ກາຍເປັນ​ຄື​ກັນ​ກັບ ເດັກ​ນ້ອຍ, ບອກ​ລອນ​ສອນ​ງ່າຍ, ອ່ອນ​ໂຍນ, ຖ່ອມຕົວ, ອົດ​ທົນ, ເຕັມ​ໄປ​ດ້ວຍ​ຄວາມ​ຮັກ, ເຕັມ​ໃຈ​ໃນ​ທຸກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ສົມ​ຄວນ​ທີ່​ຈະ​ໃຫ້​ເກີດ​ກັບ​ພວກ​ເຂົາ, ເໝືອນ​ດັ່ງ​ເດັກ​ນ້ອຍ​ຍິນ​ຍອມ​ຕໍ່​ບິດາ​ຂອງ​ຕົນ.

20 ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ ເວລາ​ຈະ​ມາ​ເຖິງ​ເມື່ອ ຄວາມ​ຮູ້​ເລື່ອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ແຜ່​ໄປ​ທົ່ວ ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ.

21 ແລະ ຈົ່ງ​ເບິ່ງ, ເມື່ອ​ເວລາ​ນັ້ນ​ມາ​ເຖິງ​ຈະ​ບໍ່​ມີ​ຜູ້​ໃດ​ເລີຍ​ທີ່ ບໍ່​ມີ​ຂໍ້​ຕຳ​ນິ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ນອກ​ຈາກ​ຈະ​ເປັນ​ດັ່ງ​ເດັກ​ນ້ອຍໆ, ພຽງ​ແຕ່​ໂດຍ​ການ​ກັບ​ໃຈ ແລະ ມີ​ສັດທາ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່.

22 ແລະ ເຖິງ​ແມ່ນ​ໃນ​ເວລາ​ນີ້ ເມື່ອ​ພວກ​ທ່ານ​ສິດ​ສອນ​ຜູ້​ຄົນ​ຂອງ​ພວກ​ທ່ານ​ເຖິງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ໄດ້​ບັນ​ຊາ​ພວກ​ທ່ານ, ຈົນ​ຮອດ​ເວລາ​ນັ້ນ ຈະ​ພົບ​ວ່າ ພວກ​ເຂົາ​ບໍ່​ມີ​ຂໍ້​ຕຳ​ນິ​ອີກ​ຕໍ່​ໄປ ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ, ພຽງ​ແຕ່ ຕາມ​ຄຳ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ທ່ານ​ເທົ່າ​ນັ້ນ.

23 ແລະ ບັດ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ຄຳ​ຊຶ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ​ແລ້ວ.

24 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ຄຳ​ເຫລົ່າ​ນັ້ນ​ຈະ​ຢືນ​ເປັນ​ປະຈັກ​ພະຍານ​ທີ່​ແຈ່ມ​ແຈ້ງ​ຕໍ່​ຜູ້​ຄົນ​ພວກ​ນີ້​ໃນ​ວັນ​ພິ​ພາກ​ສາ; ຊຶ່ງ​ແຕ່​ລະ​ຄົນ​ຈະ​ຖືກ​ພິ​ພາກ​ສາ​ຕາມ​ຄຳ​ເຫລົ່າ​ນັ້ນ ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ບໍ່​ວ່າ​ດີ ຫລື ຊົ່ວ.

25 ແລະ ຖ້າ​ຫາກ​ພວກ​ເຂົາ​ຊົ່ວ ພວກ​ເຂົາ​ຈະ​ຖືກ​ສົ່ງ​ໄປ​ຫາ ຄວາມ​ຫລັງ​ອັນ​ເປັນ​ຕາ​ຢ້ານ​ກ່ຽວ​ກັບ​ຄວາມ​ຜິດ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ ຊຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ຖອຍ​ອອກ​ໄປ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄປ​ຫາ​ສະພາບ​ແຫ່ງ ຄວາມ​ທຸກ​ຍາກ ແລະ ຄວາມ​ທໍ​ລະ​ມານ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ ຊຶ່ງ​ຈາກ​ນັ້ນ​ພວກ​ເຂົາ​ຈະ​ກັບ​ມາ​ອີກ​ບໍ່​ໄດ້; ສະນັ້ນ​ພວກ​ເຂົາ​ຈຶ່ງ​ໄດ້​ກິນ​ຄວາມ​ອັບ​ປະ​ໂຫຍດ​ເຂົ້າ​ໄປ​ສູ່​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ແລ້ວ.

26 ສະນັ້ນ ພວກ​ເຂົາ​ໄດ້​ດື່ມ​ຈາກ​ຈອກ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ແລ້ວ, ຊຶ່ງ​ຄວາມ​ຍຸດ​ຕິ​ທຳ​ນັ້ນ​ປະ​ຕິ​ເສດ​ພວກ​ເຂົາ​ບໍ່​ໄດ້​ດັ່ງ​ທີ່​ປະ​ຕິ​ເສດ​ບໍ່​ໄດ້​ວ່າ ອາດາມ​ຈະ​ຕົກ​ເພາະ​ການ​ຮັບ​ສ່ວນ ໝາກ​ໄມ້​ທີ່​ຕ້ອງ​ຫ້າມ​ນັ້ນ; ສະນັ້ນ, ຄວາມ​ເມດ​ຕາ​ຈະ​ມີ​ສິດ​ເໜືອ​ພວກ​ເຂົາ​ອີກ​ບໍ່​ໄດ້​ຕະຫລອດ​ການ.

27 ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພວກ​ເຂົາ​ຈະ​ເປັນ​ເໝືອນ​ດັ່ງ ທະເລ​ໄຟ ແລະ ມາດ ຊຶ່ງ​ແປວ​ໄຟ​ນັ້ນ​ບໍ່​ຮູ້​ຈັກ​ມອດ ແລະ ຄວັນ​ມັນ​ລອຍ​ຂຶ້ນ​ຢູ່​ຕະຫລອດ​ການ ແລະ ຕະຫລອດ​ໄປ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້. ອາ​ແມນ.