ພຣະ​ຄຳ​ພີ
ໂມ​ໄຊ​ຢາ 4


ບົດ​ທີ 4

ຄຳ​ປາ​ໄສ​ຂອງ​ກະສັດ​ເບັນ​ຢາ​ມິນ​ຕໍ່—ຄວາມ​ລອດ​ມາ​ເຖິງ ເພາະ​ການ​ຊົດ​ໃຊ້—ເຊື່ອ​ໃນ​ພຣະ​ເຈົ້າ​ເພື່ອ​ຈະ​ໄດ້​ລອດ—ໄດ້​ຮັບ​ການ​ປົດ​ບາບ​ຂອງ​ທ່ານ​ຜ່ານ​ຄວາມ​ຊື່​ສັດ—ໃຫ້​ເຂົ້າ​ຂອງ ຂອງ​ພວກ​ທ່ານ​ແກ່​ຄົນ​ຍາກ​ຈົນ—ໃຫ້​ກະ​ທຳ​ທຸກ​ຢ່າງ​ດ້ວຍ​ປັນ​ຍາ ແລະ ໃຫ້​ເປັນ​ລະບຽບ​ຮຽບ​ຮ້ອຍ. ປະ​ມານ 124 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ກະສັດ​ເບັນ​ຢາ​ມິນ​ເວົ້າ​ຂໍ້​ຄວາມ​ຊຶ່ງ​ເພິ່ນ​ໄດ້​ຮັບ​ມອບ​ໝາຍ​ຈາກ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈົບ​ແລ້ວ, ເພິ່ນ​ໄດ້​ກວາດ​ສາຍ​ຕາ​ໄປ​ຮອບໆ​ເບິ່ງ​ຝູງ​ຊົນ, ແລະ ຈົ່ງ​ເບິ່ງ ພວກ​ເຂົາ​ລົ້ມ​ຢູ່​ກັບ​ພື້ນ​ດິນ​ເພາະ ຄວາມ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເກີດ​ກັບ​ພວກ​ເຂົາ​ແລ້ວ.

2 ແລະ ພວກ​ເຂົາ​ເຫັນ​ຕົວ​ເອງ​ຢູ່​ໃນ​ສະພາບ​ແຫ່ງ ກາມ​ມະ​ລົມ, ເຖິງ​ແມ່ນ​ມີ​ຄຸນ​ຄ່າ ນ້ອຍ​ກວ່າ​ຂີ້​ຝຸ່ນ​ຂອງ​ແຜ່ນ​ດິນ​ໂລກ. ແລະ ພວກ​ເຂົາ​ທັງ​ໝົດ​ຮ້ອງ​ອອກ​ມາ​ເປັນ​ສຽງ​ດຽວ​ກັນ​ວ່າ: ໂອ້ ຂໍ​ຊົງ​ໂປດ​ເມດ​ຕາ ແລະ ໂປດ​ໃຊ້​ໂລ​ຫິດ​ທີ່ ຊົດ​ໃຊ້​ຂອງ​ພຣະ​ຄຣິດ ເພື່ອ​ພວກ​ຂ້າ​ນ້ອຍ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ພວກ​ຂ້າ​ນ້ອຍ, ແລະ ເພື່ອ​ໃຈ​ຂອງ​ພວກ​ຂ້າ​ນ້ອຍ​ຈະ​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ; ເພາະ​ພວກ​ຂ້າ​ນ້ອຍ​ເຊື່ອ​ໃນ​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຜູ້​ໄດ້ ສ້າງ​ສະຫວັນ ແລະ ແຜ່ນ​ດິນ​ໂລກ, ແລະ ທຸກ​ຢ່າງ; ຜູ້​ຈະ​ສະ​ເດັດ​ລົງ​ມາ​ໃນ​ທ່າມ​ກາງ​ລູກ​ຫລານ​ມະນຸດ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ພວກ​ເຂົາ​ໄດ້​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ໄດ້​ສະ​ເດັດ​ມາ​ເທິງ​ພວກ​ເຂົາ, ແລະ ພວກ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ ໂດຍ​ທີ່​ໄດ້​ຮັບ ການ​ປົດ​ບາບ​ຂອງ​ພວກ​ເຂົາ, ແລະ ໂດຍ​ຄວາມ​ສະຫງົບ​ໃນ ຈິດ​ສຳ​ນຶກ, ເພາະ ສັດທາ​ອັນ​ຍິ່ງ​ໃຫຍ່​ທີ່​ພວກ​ເຂົາ​ມີ​ຢູ່​ໃນ​ພຣະ​ເຢຊູ​ຄຣິດ ຜູ້​ຈະ​ສະ​ເດັດ​ມາ​ຕາມ​ຂໍ້​ຄວາມ ຊຶ່ງ​ກະສັດ​ເບັນ​ຢາ​ມິນ​ໄດ້​ກ່າວ​ກັບ​ພວກ​ເຂົາ.

4 ແລະ ກະສັດ​ເບັນ​ຢາ​ມິນ​ໄດ້​ເປີດ​ປາກ​ອີກ ແລະ ເລີ່ມ​ກ່າວ​ກັບ​ພວກ​ເຂົາ, ມີ​ຄວາມ​ວ່າ: ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ ແລະ ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຍາດ​ຂອງ​ຂ້າ​ພະ​ເຈົ້າ ແລະ ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຕັ້ງ​ໃຈ​ຟັງ​ອີກ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຍິນ ແລະ ເຂົ້າ​ໃຈ​ຂໍ້​ຄວາມ​ທີ່​ຍັງ​ເຫລືອ​ຢູ່​ຊຶ່ງ​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ກັບ​ພວກ​ທ່ານ.

5 ເພາະ​ຈົ່ງ​ເບິ່ງ ຖ້າ​ຫາກ​ຄວາມ​ຮູ້​ເຖິງ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ ພຣະ​ເຈົ້າ​ໃນ​ເວລາ​ນີ້ ປຸກ​ພວກ​ທ່ານ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ບໍ່​ມີ​ຫຍັງ ແລະ ສະພາບ​ທີ່​ບໍ່​ມີ​ຄຸນ​ຄ່າ ແລະ ຄວາມ​ຕົກ​ຕ່ຳ​ຂອງ​ພວກ​ທ່ານ​ແລ້ວ—

6 ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ອີກ​ວ່າ ຖ້າ​ຫາກ​ພວກ​ທ່ານ​ມາ ຮູ້​ເລື່ອງ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ ແລະ ອຳນາດ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ, ແລະ ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ອົງ, ແລະ ຄວາມ​ອົດ​ທົນ​ຂອງ​ພຣະ​ອົງ, ແລະ ຄວາມ​ອົດ​ກັ້ນ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ລູກ​ຫລານ​ມະນຸດ; ແລະ ການ​ຊົດ​ໃຊ້​ນຳ​ອີກ ຊຶ່ງ​ຕຽມ​ໄວ້​ນັບ​ຕັ້ງ​ແຕ່ ການ​ວາງ​ຮາກ​ຖານ​ຂອງ​ໂລກ, ເພື່ອ​ໂດຍ​ການ​ນັ້ນ​ຄວາມ​ລອດ​ຈະ​ໄດ້​ມາ​ເຖິງ​ຄົນ​ທີ່ ວາງ​ໃຈ​ຂອງ​ຕົນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພາກ​ພຽນ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ດຳ​ເນີນ​ຕໍ່​ໄປ​ໃນ​ສັດທາ​ເຖິງ​ແມ່ນ​ຈົນ​ເຖິງ​ທີ່​ສຸດ​ຂອງ​ຊີ​ວິດ​ຂອງ​ພວກ​ເຂົາ, ຂ້າ​ພະ​ເຈົ້າ​ໝາຍ​ເຖິງ​ຊີ​ວິດ​ຂອງ​ຮ່າງ​ກາຍ​ທີ່​ເປັນ​ມະຕະ​ນີ້—

7 ຂ້າ​ພະ​ເຈົ້າ​ກ່າວ​ວ່າ ນີ້​ຄື​ຄົນ​ທີ່​ໄດ້​ຮັບ​ຄວາມ​ລອດ ໂດຍ​ຜ່ານ​ທາງ​ການ​ຊົດ​ໃຊ້ ຊຶ່ງ​ມີ​ຕຽມ​ໄວ້​ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ​ເພື່ອ​ມະນຸດ​ຊາດ​ທັງ​ປວງ, ຊຶ່ງ​ເຄີຍ​ເປັນ​ຢູ່​ມາ​ຕັ້ງ​ແຕ່ ການ​ຕົກ​ຂອງ​ອາດາມ, ຫລື ທີ່​ເປັນ​ຢູ່, ຫລື ທີ່​ຈະ​ເປັນ​ຢູ່, ຕໍ່​ໄປ​ເຖິງ​ແມ່ນ​ຈົນ​ເຖິງ​ຄາວ​ສິ້ນ​ສຸດ​ໂລກ.

8 ແລະ ນີ້​ຄື​ເສັ້ນ​ທາງ​ຊຶ່ງ​ຄວາມ​ລອດ​ຈະ​ມາ​ເຖິງ. ແລະ ບໍ່​ມີ​ຄວາມ​ລອດ​ອື່ນ​ຊຶ່ງ​ມະນຸດ​ຈະ​ລອດ​ໄດ້​ນອກ​ຈາກ​ຄວາມ​ລອດ​ນີ້​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ບອກ​ພວກ​ທ່ານ​ໄວ້; ທັງ​ບໍ່​ມີ​ເງື່ອນ​ໄຂ​ໃດ​ຊຶ່ງ​ຕາມ​ນັ້ນ​ມະນຸດ​ຈະ​ລອດ​ໄດ້​ເວັ້ນ​ເສຍ​ແຕ່​ເງື່ອນ​ໄຂ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ບອກ​ພວກ​ທ່ານ​ແລ້ວ.

9 ຈົ່ງ​ເຊື່ອ​ໃນ​ພຣະ​ເຈົ້າ; ຈົ່ງ​ເຊື່ອ​ວ່າ​ພຣະ​ອົງ​ໄດ້​ເປັນ​ຢູ່, ແລະ ວ່າ​ພຣະ​ອົງ​ໄດ້​ສ້າງ​ທຸກ​ສິ່ງ, ທັງ​ໃນ​ສະຫວັນ ແລະ ໃນ​ແຜ່ນ​ດິນ​ໂລກ; ຈົ່ງ​ເຊື່ອ​ວ່າ​ພຣະ​ອົງ​ມີ ຄວາມ​ສະຫລຽວ​ສະຫລາດ ແລະ ອຳນາດ​ທັງ​ໝົດ​ທັງ​ໃນ​ສະຫວັນ ແລະ ແຜ່ນ​ດິນ​ໂລກ; ຈົ່ງ​ເຊື່ອ​ວ່າ​ມະນຸດ​ບໍ່ ເຂົ້າ​ໃຈ​ທຸກໆ​ຢ່າງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ເຂົ້າ​ໃຈ​ໄດ້.

10 ແລະ ອີກ​ຢ່າງ​ໜຶ່ງ, ຈົ່ງ​ເຊື່ອ​ວ່າ​ພວກ​ທ່ານ​ຕ້ອງ ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ທ່ານ, ແລະ ປະ​ຖິ້ມ​ມັນ ແລະ ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ; ແລະ ທູນ​ຂໍ​ດ້ວຍ​ໃຈ​ຈິງ​ໃຫ້​ພຣະ​ອົງ ອະ​ໄພ​ໃຫ້​ພວກ​ທ່ານ; ແລະ ບັດ​ນີ້, ຖ້າ​ຫາກ​ພວກ​ທ່ານ ເຊື່ອ​ສິ່ງ​ທັງ​ໝົດ​ນີ້ ໃຫ້​ເບິ່ງ​ວ່າ​ພວກ​ທ່ານ ເຮັດ​ຕາມ​ນັ້ນ.

11 ແລະ ອີກ​ຢ່າງ​ໜຶ່ງ ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ມາ​ກ່ອນ​ແລ້ວ​ວ່າ ເມື່ອ​ພວກ​ທ່ານ​ມາ​ເຖິງ​ຄວາມ​ຮູ້​ເລື່ອງ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ, ຫລື ຖ້າ​ຫາກ​ພວກ​ທ່ານ​ຮູ້​ເຖິງ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ, ແລະ ຊີມ​ລົດ​ຊາດ​ຄວາມ​ຮັກ​ຂອງ​ພຣະ​ອົງ, ແລະ ໄດ້​ຮັບ ການ​ປົດ​ບາບ​ຂອງ​ພວກ​ທ່ານ ຊຶ່ງ​ເຮັດ​ໃຫ້​ເກີດ​ມີ​ຄວາມ​ຊື່ນ​ຊົມ​ຢ່າງ​ລົ້ນ​ເຫລືອ​ໃນ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ແລ້ວ, ເຖິງ​ເຊັ່ນ​ນັ້ນ​ຂ້າ​ພະ​ເຈົ້າ​ຍັງ​ຢາກ​ໃຫ້​ພວກ​ທ່ານ​ຈື່​ຈຳ ແລະ ເກັບ​ໄວ້​ໃນ​ຄວາມ​ຊົງ​ຈຳ​ສະເໝີ​ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ​ກັບ ຄວາມ​ບໍ່​ມີ​ຄ່າ​ຫຍັງ​ຂອງ​ພວກ​ທ່ານ​ເອງ, ແລະ ພຣະ​ກະ​ລຸ​ນາ​ທິ​ຄຸນ ແລະ ຄວາມ​ອົດ​ກັ້ນ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ພວກ​ທ່ານ ເປັນ​ຜູ້​ບໍ່​ມີ​ຄ່າ​ຄວນ, ແລະ ຈົ່ງ​ຖ່ອມ​ຕົວ​ຂອງ​ພວກ​ທ່ານ​ເຖິງ​ແມ່ນ​ເຖິງ​ສ່ວນ​ເລິກ​ແຫ່ງ ຄວາມ​ຖ່ອມ​ຕົວ​ໂດຍ ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທຸກ​ມື້, ແລະ ຢືນ​ຢູ່​ຢ່າງ​ໝັ້ນ​ຄົງ​ຢູ່​ໃນ​ສັດທາ​ຂອງ​ສິ່ງ​ທີ່​ຈະ​ມາ​ເຖິງ, ຊຶ່ງ​ໄດ້​ເວົ້າ​ໄວ້​ຈາກ​ປາກ​ຂອງ​ທູດ​ເອງ.

12 ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ຖ້າ​ຫາກ​ພວກ​ທ່ານ​ເຮັດ​ສິ່ງ​ນີ້ ພວກ​ທ່ານ​ຈະ​ປິ​ຕິ​ຍິນ​ດີ​ຢູ່​ສະເໝີ ແລະ ຈະ​ເຕັມ​ໄປ​ດ້ວຍ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ແລະ ການ​ປົດ​ບາບ​ຂອງ​ພວກ​ທ່ານ​ຈະ ມີ​ຢູ່​ສະເໝີ; ແລະ ພວກ​ທ່ານ​ຈະ​ເຕີບ​ໂຕ​ໃນ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ຜູ້​ສ້າງ​ພວກ​ທ່ານ, ຫລື ໃນ​ຄວາມ​ຮູ້​ເຖິງ​ສິ່ງ​ທີ່​ທ່ຽງ​ທຳ ແລະ ຈິງ.

13 ແລະ ພວກ​ທ່ານ​ຈະ​ບໍ່​ມີ​ຈິດ​ໃຈ​ທີ່​ຈະ​ເຮັດ​ສິ່ງ​ອັນ​ຕະ​ລາຍ​ໃຫ້​ຊຶ່ງ​ກັນ​ແລະ​ກັນ, ແຕ່​ຈະ​ຢູ່​ນຳ​ກັນ ຢ່າງ​ສັນ​ຕິ, ແລະ ມອບ​ໃຫ້​ທຸກ​ຄົນ​ຕາມ​ທີ່​ເຂົາ​ຄວນ​ຈະ​ໄດ້​ຮັບ.

14 ແລະ ພວກ​ທ່ານ​ຈະ​ບໍ່​ປ່ອຍ​ໃຫ້ ລູກ​ຫລານ​ຂອງ​ພວກ​ທ່ານ​ຫິວ​ໂຫຍ ຫລື ເປືອຍ​ເປົ່າ; ທັງ​ພວກ​ທ່ານ​ຈະ​ບໍ່​ປ່ອຍ​ໃຫ້​ພວກ​ເຂົາ​ລ່ວງ​ລະເມີດ​ກົດ​ຂອງ​ພຣະ​ເຈົ້າ, ແລະ ຕໍ່​ສູ້ ແລະ ຜິດ​ຖຽງ​ກັນ, ແລະ ຮັບ​ໃຊ້​ມານ​ຜູ້​ເປັນ​ນາຍ​ຂອງ​ບາບ, ຫລື ຜູ້​ເປັນ​ວິນ​ຍານ​ຊົ່ວ ຊຶ່ງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ເວົ້າ​ເຖິງ ຊຶ່ງ​ມັນ​ເປັນ​ສັດ​ຕູ​ກັບ​ຄວາມ​ຊອບ​ທຳ​ທັງ​ປວງ.

15 ແຕ່​ພວກ​ທ່ານ​ຈະ ສິດ​ສອນ​ໃຫ້​ພວກ​ເຂົາ ເດີນ​ໃນ​ເສັ້ນ​ທາງ​ແຫ່ງ​ຄວາມ​ຈິງ ແລະ ຄວາມ​ມີ​ສະ​ຕິ​ສຳ​ປະ​ສັນ​ຍະ; ພວກ​ທ່ານ​ຈະ​ສິດ​ສອນ​ໃຫ້​ພວກ​ເຂົາ ຮັກ​ກັນ ແລະ ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ.

16 ແລະ ພ້ອມ​ນີ້​ຕົວ​ພວກ​ທ່ານ​ເອງ​ຈະ ຊ່ວຍ​ເຫລືອ​ຄົນ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ; ພວກ​ທ່ານ​ຈະ​ໃຫ້​ເຂົ້າ​ຂອງ ຂອງ​ພວກ​ທ່ານ​ແກ່​ຄົນ​ທີ່​ຂັດ​ສົນ; ແລະ ພວກ​ທ່ານ​ຈະ​ບໍ່​ປ່ອຍ​ໃຫ້ ຄົນ​ຂໍ​ທານ​ຂໍ​ທ່ານ​ໂດຍ​ຜິດ​ຫວັງ, ແລະ ໄລ່​ເຂົາ​ອອກ​ໄປ​ໃຫ້​ຕາຍ.

17 ບາງ​ທີ​ພວກ​ທ່ານ​ອາດ​ຈະ ເວົ້າ​ວ່າ: ຄົນ​ນີ້​ນຳ​ຄວາມ​ທຸກ​ຍາກ​ມາ​ສູ່​ຕົນ​ເອງ; ສະນັ້ນ, ເຮົາ​ຈະ​ຢັບ​ຢັ້ງ​ມື​ຂອງ​ເຮົາ​ໄວ້, ແລະ ຈະ​ບໍ່​ໃຫ້​ເຂົ້າ​ຂອງ ຫລື ບໍ່​ໃຫ້​ອາຫານ​ຂອງ​ເຮົາ​ແກ່​ເຂົາ​ເພື່ອ​ວ່າ​ເຂົາ​ຈະ​ບໍ່​ໄດ້​ທຸກ​ທໍ​ລະ​ມານ ເພາະ​ໂທດ​ຂອງ​ເຂົາ​ນັ້ນ​ທ່ຽງ​ທຳ​ແລ້ວ—

18 ແຕ່​ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ໂອ້ ມະນຸດ, ຜູ້​ໃດ​ກໍ​ຕາມ​ທີ່​ກະ​ທຳ​ເຊັ່ນ​ນີ້ ຜູ້​ນັ້ນ​ຍ່ອມ​ມີ​ເຫດ​ຜົນ​ສຳ​ຄັນ​ທີ່​ຈະ​ກັບ​ໃຈ; ແລະ ຖ້າ​ຫາກ​ເຂົາ​ບໍ່​ກັບ​ໃຈ​ໃນ​ສິ່ງ​ທີ່​ເຂົາ​ກະ​ທຳ​ໄປ ເຂົາ​ຍ່ອມ​ຕາຍ​ຕະຫລອດ​ການ, ແລະ ບໍ່​ໄດ້​ສິ່ງ​ໃດ​ເລີຍ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

19 ເພາະ​ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ໄດ້​ເປັນ​ຄົນ​ຂໍ​ທານ​ທັງ​ໝົດ​ບໍ? ພວກ​ເຮົາ​ບໍ່​ໄດ້​ອາ​ໄສ​ພຣະ​ເຈົ້າ​ອົງ​ດຽວ​ກັນ, ເພື່ອ​ເຂົ້າ​ຂອງ​ທັງ​ໝົດ ຊຶ່ງ​ພວກ​ເຮົາ​ມີ​ຢູ່​ເພື່ອ​ອາຫານ ແລະ ເຄື່ອງ​ນຸ່ງ​ຫົ່ມ, ແລະ ເພື່ອ​ຄຳ, ແລະ ເງິນ, ແລະ ເພື່ອ​ຂອງ​ມີ​ຄ່າ​ທັງ​ໝົດ​ທີ່​ພວກ​ເຮົາ​ມີ​ຢູ່​ທຸກ​ຊະ​ນິດ​ບໍ?

20 ແລະ ຈົ່ງ​ເບິ່ງ, ເຖິງ​ແມ່ນ​ໃນ​ເວລາ​ນີ້, ພວກ​ທ່ານ​ກໍ​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ອົງ​ຢູ່, ເພື່ອ​ທູນ​ຂໍ​ການ​ປົດ​ບາບ​ຂອງ​ພວກ​ທ່ານ. ແລະ ພຣະ​ອົງ​ຈະ​ປ່ອຍ​ໃຫ້​ພວກ​ທ່ານ​ຂໍ​ໂດຍ​ຜິດ​ຫວັງ​ບໍ? ບໍ່​ເລີຍ; ພຣະ​ອົງ​ໄດ້​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ພວກ​ທ່ານ, ແລະ ເຮັດ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ເຕັມ​ໄປ​ດ້ວຍ ຄວາມ​ສຸກ, ແລະ ເຮັດ​ໃຫ້​ປາກ​ຂອງ​ພວກ​ທ່ານ​ຢຸດ​ຈົນ​ພວກ​ທ່ານ​ຫາ​ຄຳ​ເວົ້າ​ມາ​ເວົ້າ​ບໍ່​ໄດ້, ເພາະ​ຄວາມ​ຊື່ນ​ຊົມ​ຂອງ​ພວກ​ທ່ານ​ນັ້ນ​ລົ້ນ​ເຫລືອ.

21 ແລະ ບັດ​ນີ້, ຖ້າ​ຫາກ​ພຣະ​ເຈົ້າ​ຜູ້​ໄດ້​ສ້າງ​ພວກ​ທ່ານ​ມາ, ຜູ້​ທີ່​ພວກ​ທ່ານ​ອາ​ໄສ​ເພື່ອ​ຊີ​ວິດ ແລະ ເພື່ອ​ທຸກ​ສິ່ງ​ທີ່​ພວກ​ທ່ານ​ເຄີຍ​ມີ ແລະ ມີ​ຢູ່​ນີ້, ໄດ້​ປະທານ​ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ທ່ານ​ຂໍ​ດ້ວຍ​ສັດທາ, ໂດຍ​ເຊື່ອ​ວ່າ​ພວກ​ທ່ານ​ຈະ​ໄດ້​ຮັບ, ຊຶ່ງ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງ​ໃຫ້​ແກ່​ພວກ​ທ່ານ, ໂອ້ ແລ້ວ​ພວກ​ທ່ານ​ຄວນ​ຈະ ໃຫ້​ເຂົ້າ​ຂອງ​ທີ່​ພວກ​ທ່ານ​ມີ​ໃຫ້​ກັນ​ພຽງ​ໃດ.

22 ແລະ ຖ້າ​ຫາກ​ພວກ​ທ່ານ ຕັດ​ສິນ​ຄົນ​ທີ່​ຂໍ​ສິ່ງ​ຂອງ​ຈາກ​ພວກ​ທ່ານ​ເພື່ອ​ເຂົາ​ຈະ​ບໍ່​ຕາຍ, ແລະ ກ່າວ​ໂທດ​ເຂົາ​ແລ້ວ, ການ​ກ່າວ​ໂທດ​ພວກ​ທ່ານ​ຈະ​ທ່ຽງ​ທຳ​ຫລາຍ​ກວ່າ​ນັ້ນ​ພຽງ​ໃດ ເພາະ ບໍ່​ແບ່ງ​ປັນ​ເຂົ້າ​ຂອງ ຂອງ​ພວກ​ທ່ານ, ຊຶ່ງ​ບໍ່​ແມ່ນ​ຂອງ​ພວກ​ທ່ານ ແຕ່​ເປັນ​ຂອງ​ພຣະ​ເຈົ້າ, ຜູ້​ເປັນ​ເຈົ້າ​ຂອງ​ຊີ​ວິດ​ຂອງ​ພວກ​ທ່ານ​ນັ້ນ​ອີກ; ແລະ ປານ​ນັ້ນ ພວກ​ທ່ານ​ຍັງ​ບໍ່​ຂໍ, ຫລື ກັບ​ໃຈ​ຈາກ​ສິ່ງ​ທີ່​ພວກ​ທ່ານ​ກະ​ທຳ​ໄປ.

23 ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ວິບັດ​ແກ່​ຄົນ​ນັ້ນ, ເພາະ​ເຂົ້າ​ຂອງ ຂອງ​ເຂົາ​ຈະ​ຕາຍ​ພ້ອມ​ກັບ​ເຂົາ; ແລະ ບັດ​ນີ້, ຂ້າ​ພະ​ເຈົ້າ​ກ່າວ​ເລື່ອງ​ເຫລົ່າ​ນີ້​ກັບ​ຄົນ​ທີ່ ຮັ່ງ​ມີ​ໃນ​ສິ່ງ​ຂອງ​ຕ່າງໆ​ຢູ່​ໃນ​ໂລກ​ນີ້.

24 ແລະ ອີກ​ຢ່າງ​ໜຶ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ຄົນ​ຍາກ​ຈົນ​ວ່າ, ພວກ​ທ່ານ​ຜູ້​ບໍ່​ມີ​ແຕ່​ຍັງ​ມີ​ພຽງ​ພໍ​ທີ່​ພວກ​ທ່ານ​ຈະ​ຢູ່​ໄປ​ແຕ່​ລະ​ມື້; ຂ້າ​ພະ​ເຈົ້າ​ໝາຍ​ເຖິງ​ທ່ານ​ທັງ​ຫລາຍ​ທີ່​ປະ​ຕິ​ເສດ​ຄົນ​ຂໍ​ທານ​ຍ້ອນ​ຄວາມ​ບໍ່​ມີ​ຂອງ​ພວກ​ທ່ານ; ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ເວົ້າ​ຢູ່​ໃນ​ໃຈ​ວ່າ: ເຮົາ​ບໍ່​ໃຫ້​ຍ້ອນ​ວ່າ​ເຮົາ​ບໍ່​ມີ, ແຕ່​ຖ້າ​ຫາກ​ເຮົາ​ມີ ເຮົາ​ຈະ ໃຫ້.

25 ແລະ ບັດ​ນີ້​ຖ້າ​ຫາກ​ພວກ​ທ່ານ​ເວົ້າ​ຢູ່​ໃນ​ໃຈ​ແບບ​ນີ້ ພວກ​ທ່ານ​ກໍ​ຢູ່​ໂດຍ​ບໍ່​ມີ​ຄວາມ​ຜິດ, ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ທ່ານ​ຈະ​ຖືກ ກ່າວ​ໂທດ; ແລະ ການ​ກ່າວ​ໂທດ​ຂອງ​ພວກ​ທ່ານ​ນັ້ນ​ທ່ຽງ​ທຳ​ເພາະ​ພວກ​ທ່ານ​ໂລບ​ມາກ​ນຳ​ສິ່ງ​ທີ່​ພວກ​ທ່ານ​ບໍ່​ໄດ້​ຮັບ.

26 ແລະ ບັດ​ນີ້​ເພາະ​ເຫັນ​ແກ່​ສິ່ງ​ເຫລົ່າ​ນີ້ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ທ່ານ​ແລ້ວ—ນັ້ນ​ຄື, ເພື່ອ​ໃຫ້​ມີ​ການ​ປົດ​ບາບ​ຂອງ​ພວກ​ທ່ານ​ໄປ​ແຕ່​ລະ​ວັນ ເພື່ອ​ພວກ​ທ່ານ​ຈະ ເດີນ​ໄປ​ໂດຍ​ບໍ່​ມີ​ຄວາມ​ຜິດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ—​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ ໃຫ້​ເຂົ້າ​ຂອງ ຂອງ​ພວກ​ທ່ານ​ໃຫ້​ແກ່ ຄົນ​ຍາກ​ຈົນ​ທຸກ​ຄົນ​ຕາມ​ທີ່​ມີ​ເປັນ​ຕົ້ນ​ວ່າ ລ້ຽງ​ອາຫານ​ຄົນ​ຫິວ​ໂຫຍ, ໃຫ້​ເສື້ອ​ຜ້າ​ແກ່​ຄົນ​ເປືອຍ​ເປົ່າ, ຢ້ຽມ​ຢາມ​ຄົນ​ເຈັບ​ປ່ວຍ ແລະ​ໃຫ້​ຄວາມ​ຊ່ວຍ​ເຫລືອ, ເພື່ອ​ບັນ​ເທົາ​ຄົນ​ເຫລົ່າ​ນັ້ນ​ທາງ​ວິນ​ຍານ ແລະ ທາງ​ຮ່າງ​ກາຍ, ຕາມ​ຄວາມ​ຕ້ອງ​ການ​ຂອງ​ພວກ​ເຂົາ.

27 ແລະ ໃຫ້​ເບິ່ງ​ວ່າ​ເຮັດ​ສິ່ງ​ທັງ​ໝົດ​ນີ້​ດ້ວຍ​ປັນ​ຍາ ແລະ ເປັນ​ລະບຽບ; ເພາະ​ບໍ່​ຈຳ​ເປັນ​ທີ່​ຄົນ​ຈະ​ແລ່ນ ໄວ​ກວ່າ​ກຳ​ລັງ​ຂອງ​ຕົນ. ແລະ ອີກ​ຢ່າງ​ໜຶ່ງ, ສົມ​ຄວນ​ທີ່​ເຂົາ​ຈະ​ພາກ​ພຽນ​ເພື່ອ​ໂດຍ​ການ​ນັ້ນ​ເຂົາ​ຈະ​ໄດ້​ຮັບ​ລາງ​ວັນ; ສະນັ້ນ, ທຸກ​ຢ່າງ​ຕ້ອງ​ເປັນ​ໄປ​ຕາມ​ລະບຽບ.

28 ແລະ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຈື່​ຈຳ​ໄວ້​ວ່າ ຜູ້​ໃດ​ກໍ​ຕາມ​ໃນ​ບັນ​ດາ​ພວກ​ທ່ານ​ທີ່​ຂໍ​ຢືມ​ຈາກ​ເພື່ອນ​ບ້ານ​ຂອງ​ຕົນ ກໍ​ຄວນ​ສົ່ງ​ຄືນ​ຂອງ​ທີ່​ຕົນ​ຢືມ​ມາ​ຕາມ​ທີ່​ຕົກ​ລົງ​ກັນ​ໄວ້ ບໍ່​ດັ່ງ​ນັ້ນ ພວກ​ທ່ານ​ຈະ​ກະ​ທຳ​ບາບ; ແລະ ພວກ​ທ່ານ​ອາດ​ຈະ​ເຮັດ​ໃຫ້​ເພື່ອນ​ບ້ານ​ຂອງ​ພວກ​ທ່ານ​ກະ​ທຳ​ບາບ​ຄື​ກັນ.

29 ແລະ ສຸດ​ທ້າຍ​ນີ້, ຂ້າ​ພະ​ເຈົ້າ​ບອກ​ພວກ​ທ່ານ​ບໍ່​ໄດ້​ທຸກ​ເລື່ອງ ໂດຍ​ການ​ທີ່​ພວກ​ທ່ານ​ຈະ​ກະ​ທຳ​ບາບ; ເພາະ​ມີ​ທາງ ແລະ ວິ​ທີ​ຕ່າງໆ​ຊຶ່ງ​ມີ​ຫລາຍ​ຈົນ​ຂ້າ​ພະ​ເຈົ້າ​ນັບ​ບໍ່​ໄດ້.

30 ແຕ່​ຂ້າ​ພະ​ເຈົ້າ​ບອກ​ພວກ​ທ່ານ​ໄດ້​ເທົ່າ​ນີ້​ຄື ຖ້າ​ຫາກ​ພວກ​ທ່ານ​ບໍ່ ລະ​ວັງ​ຕົວ ແລະ ຄວາມ​ນຶກ​ຄິດ​ຂອງ​ພວກ​ທ່ານ, ແລະ ຄຳ​ເວົ້າ​ຂອງ​ພວກ​ທ່ານ, ແລະ ການ​ກະ​ທຳ​ຂອງ​ພວກ​ທ່ານ, ແລະ ບໍ່​ຍຶດ​ຖື​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ ບໍ່​ດຳ​ເນີນ​ໄປ​ດ້ວຍ​ສັດທາ​ທີ່​ພວກ​ທ່ານ​ໄດ້​ຍິນ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ, ເຖິງ​ແມ່ນ​ຈົນ​ເຖິງ​ທີ່​ສຸດ​ແຫ່ງ​ຊີ​ວິດ​ຂອງ​ພວກ​ທ່ານ​ແລ້ວ, ພວກ​ທ່ານ​ຈະ​ຕ້ອງ​ຕາຍ. ແລະ ບັດ​ນີ້, ໂອ້ ມະນຸດ, ຈົ່ງ​ຈື່​ຈຳ​ຄຳ​ເຫລົ່າ​ນີ້​ໄວ້ ແລະ ຢ່າ​ຕາຍ​ເລີຍ.