ບົດ​ທີ 4

ຄຳ​ປາ​ໄສ​ຂອງ​ກະສັດ​ເບັນ​ຢາ​ມິນ​ຕໍ່—ຄວາມ​ລອດ​ມາ​ເຖິງ ເພາະ​ການ​ຊົດ​ໃຊ້—ເຊື່ອ​ໃນ​ພຣະ​ເຈົ້າ​ເພື່ອຈະໄດ້ລອດ—ໄດ້​ຮັບ​ການ​ປົດ​ບາບ​ຂອງ​ທ່ານຜ່ານ​ຄວາມຊື່ສັດ—ແບ່ງປັນ​ສິ່ງ​ທີ່​ພວກ​ທ່ານ​ມີ​ໃຫ້​ແກ່​ຄົນ​ຍາກຈົນ—ໃຫ້​ກະທຳ​ທຸກ​ຢ່າງ​ດ້ວຍ​ປັນຍາ ແລະ ໃຫ້​ເປັນ​ລະບຽບ​ຮຽບຮ້ອຍ. ປະມານ 124 ປີ ກ່ອນ ຄ.ສ.

 ແລະ ບັດ​ນີ້, ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ກະສັດ​ເບັນ​ຢາ​ມິນ​ເວົ້າຂໍ້ຄວາມ​ຊຶ່ງ​ເພິ່ນ​ໄດ້​ຮັບ​ມອບ​ໝາຍ​ຈາກ​ທູດ​ຂອງ​ພຣະຜູ້​ເປັນ​ເຈົ້າຈົບ​ແລ້ວ, ເພິ່ນ​ໄດ້​ກວດ​ສາຍຕາ​ໄປ​ຮອບໆ​ເບິ່ງ​ຝູງ​ຊົນ, ແລະ ຈົ່ງ​ເບິ່ງ ພວກ​ເຂົາ​ລົ້ມຢູ່​ກັບ​ພື້ນ​ດິນ​ເພາະ​ຄວາມ​ຢ້ານ​ກົວ​ພຣະຜູ້​ເປັນ​ເຈົ້າ​ໄດ້​ເກີດ​ກັບ​ພວກ​ເຂົາ​ແລ້ວ.

 ແລະ ພວກ​ເຂົາ​ເຫັນ​ຕົວ​ເອງ​ຢູ່​ໃນ​ສະພາບ​ແຫ່ງ​ກາມ​ມະ​ລົມ, ເຖິງ​ແມ່ນ​ມີ​ຄຸນຄ່າ​ນ້ອຍ​ກວ່າ​ຂີ້ຝຸ່ນ​ຂອງ​ແຜ່ນດິນ​ໂລກ. ແລະ ພວກ​ເຂົາ​ທັງ​ໝົດຮ້ອງ​ອອກ​ມາ​ເປັນ​ສຽງ​ດຽວ​ກັນ​ວ່າ: ໂອ້ ຂໍ​ຊົງ​ໂປດ​ເມດ​ຕາ ແລະ ໂປດ​ໃຊ້​ໂລຫິດ​ທີ່​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ເພື່ອ​ພວກ​ຂ້ານ້ອຍ​ຈະ​ໄ​ດ້ຮັບ​ການ​ໃຫ້ອະໄພຈາກບາບຂອງ​ພວກ​ຂ້ານ້ອຍ, ແລະ ເພື່ອ​ໃຈ​ຂອງ​ພວກ​ຂ້ານ້ອຍ​ຈະ​ຖືກ​ເຮັດ​ໃຫ້​ບໍລິສຸດ; ເພາະ​ພວກ​ຂ້ານ້ອຍ​ເຊື່ອ​ໃນ​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຜູ້​ໄດ້​ສ້າງ​ສະຫວັນ ແລະ ແຜ່ນ​ດິນ​ໂລກ​ທຸກ​ຢ່າງ; ຜູ້​ຈະ​ສະ​ເດັດ​ລົງ​ມາ​ໃນ​ລູກ​ຫລານ​ມະນຸດ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຫລັງ​ຈາກ​ພວກ​ເຂົາ​ໄດ້​ເວົ້າຂໍ້ຄວາມ​ນີ້​ແລ້ວ ພຣະ​ວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ກໍ​ໄດ້​ສະ​ເດັດ​ມາ​ເທິງ​ພວກ​ເຂົາ, ແລະ ພວກ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມສຸກ ໂດຍ​ທີ່​ໄດ້​ຮັບ​ການ​ປົດ​ບາບ​ຂອງ​ພວກ​ເຂົາ, ແລະ ໂດຍ​ຄວາມ​ສະຫງົບ​ໃນ​ຈິດ​ສຳນຶກ, ເພາະ​ສັດທາ​ອັນ​ຍິ່ງ​ໃຫຍ່​ທີ່​ພວກເຂົາ​ມີ​ຢູ່​ໃນ​ພຣະ​ເຢຊູ​ຄຣິດ ຜູ້​ຈະ​ສະ​ເດັດ​ມາ​ຕາມ​ຂໍ້ຄວາມ ຊຶ່ງກະສັດ​ເບັນ​ຢາ​ມິນ​ໄດ້​ກ່າວກັບ​ພວກ​ເຂົາ.

 ແລະ ກະສັດ​ເບັນ​ຢາ​ມິນ​ໄດ້ເປີດ​ປາກ​ອີກ ແລະ ເລີ່ມ​ກ່າວ​ກັບ​ພວກ​ເຂົາ, ມີ​ຄວາມ​ວ່າ: ເພື່ອນຂອງຂ້າພະເຈົ້າ ແລະ ພີ່ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຍາດ​ຂອງຂ້າພະເຈົ້າ ແລະ ຜູ້​ຄົນ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຢາກ​ໃຫ້​ພວກ​ທ່ານ​ຕັ້ງ​ໃຈ​ຟັງ​ອີກ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຍິນ ແລະ ເຂົ້າ​ໃຈຂໍ້ຄວາມ​ທີ່​ຍັງ​ເຫລືອ​ຢູ່ຊຶ່ງຂ້າພະ​ເຈົ້າຈະ​ເວົ້າກັບ​ພວກ​ທ່ານ.

 ເພາະ​ຈົ່ງ​ເບິ່ງ ຖ້າ​ຫາກ​ຄວາມ​ຮູ້​ເຖິງ​ພຣະ​ກະລຸນາ​ທິຄຸນ​ຂອງ​ພຣະ​ເຈົ້າ​ໃນ​ເວລາ​ນີ້ ປຸກ​ພວກ​ທ່ານ​ໃຫ້​ຮູ້ສຶກ​ເຖິງ​ຄວາມ​ບໍ່​ມີຫຍັງ ແລະ ສະພາບ​ທີ່​ບໍ່​ມີ​ຄຸນຄ່າ ແລະ ຄວາມຕົກຕ່ຳຂອງ​ພວກ​ທ່ານ​ແລ້ວ—

 ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານ​ອີກ​ວ່າ ຖ້າ​ຫາກ​ພວກ​ທ່ານ​ມາ​ຮູ້​ເລື່ອງ​ພຣະ​ກະລຸນາ​ທິຄຸນ​ຂອງ​ພຣະ​ເຈົ້າ ແລະ ອຳນາດ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ, ແລະ ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ອົງ, ແລະ ຄວາມ​ອົດທົນ​ຂອງ​ພຣະ​ອົງ, ແລະ ຄວາມ​ອົດ​ກັ້ນຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ລູກ​ຫລານ​ມະນຸດ; ແລະ ການ​ຊົດ​ໃຊ້​ນຳ​ອີກ ຊຶ່ງຕຽມ​ໄວ້​ນັບ​ຕັ້ງ​ແຕ່​ການວາງ​ຮາກ​ຖານ​ຂອງ​ໂລກ, ເພື່ອ​ໂດຍ​ການ​ນັ້ນຄວາມ​ລອດ​ຈະ​ໄດ້​ມາ​ເຖິງ​ຄົນ​ທີ່​ວາງ​ໃຈ​ຂອງ​ຕົນ​ໃນ​ພຣະຜູ້​ເປັນ​ເຈົ້າ ແລະ ພາກ​ພຽນ​ໃນ​ການ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ, ແລະ ດຳ​ເນີນ​ຕໍ່​ໄປ​ໃນ​ສັດທາ​ເຖິງ​ແມ່ນ​ຈົນ​ເຖິງ​ທີ່​ສຸດ​ຂອງ​ຊີວິດ​ຂອງ​ພວກ​ເຂົາ, ຂ້າພະ​ເຈົ້າໝາຍ​ເຖິງ​ຊີວິດ​ຂອງ​ຮ່າງກາຍ​ທີ່​ເປັນ​ມະຕະ​ນີ້—

 ຂ້າພະ​ເຈົ້າກ່າວ​ວ່າ ນີ້ຄື​ຄົນ​ທີ່​ໄດ້​ຮັບ​ຄວາມ​ລອດ ໂດຍຜ່ານ​ທາງ​ການ​ຊົດ​ໃຊ້ ຊຶ່ງມີ​ຕຽມ​ໄວ້​ນັບ​ຕັ້ງ​ແຕ່​ການວາງ​ຮາກ​ຖານຂອງ​ໂລກ​ເພື່ອ​ມະນຸດຊາດ​ທັງ​ປວງ, ຊຶ່ງ​ເຄີຍ​ເປັນ​ຢູ່​ມາຕັ້ງ​ແຕ່​ການ​ຕົກ​ຂອງ​ອາ​ດາມ, ຫລື ທີ່​ເປັນ​ຢູ່, ຫລື ທີ່​ຈະ​ເປັນ​ຢູ່, ຕໍ່​ໄປ​ເຖິງ​ແມ່ນ​ຈົນ​ເຖິງ​ທີ່​ສຸດ​ຂອງ​ໂລກ.

 ແລະ ນີ້​ຄື​ເສັ້ນທາງ​ຊຶ່ງຄວາມ​ລອດ​ຈະ​ມາ​ເຖິງ. ແລະ ບໍ່​ມີ​ຄວາມລອດອື່ນ​ຊຶ່ງມະນຸດ​ຈະ​ລອດ​ໄດ້​ນອກ​ຈາກ​ຄວາມລອດນີ້ຊຶ່ງຂ້າພະ​ເຈົ້າ​ໄດ້​ບອກ​ພວກ​ທ່ານ​ໄວ້; ທັງບໍ່ມີເງື່ອນໄຂໃດຊຶ່ງ​ຕາມ​ນັ້ນ​ມະ​ນຸດຈະລອດໄດ້ເວັ້ນເສຍ​ແຕ່​ເງື່​ອນໄຂ​ຊຶ່ງຂ້າພະເຈົ້າໄດ້ບອກ​ທ່ານແລ້ວ.

 ຈົ່ງ​ເຊື່ອ​ໃນ​ພຣະ​ເຈົ້າ; ຈົ່ງ​ເຊື່ອ​ວ່າ​ພຣະ​ອົງ​ໄດ້​ເປັນ​ຢູ່, ແລະ​ວ່າ​ພຣະ​ອົງ​ໄດ້​ສ້າງ​ທຸກ​ສິ່ງ, ທັງ​ໃນ​ສະຫວັນ ແລະ ໃນ​ແຜ່ນ​ດິນ​ໂລກ; ຈົ່ງ​ເຊື່ອ​ວ່າ​ພຣະ​ອົງ​ມີ​ຄວາມ​ສະຫລຽວ​ສະຫລາດ ແລະ ອຳນາດ​ທັງ​ໝົດ​ທັງ​ໃນ​ສະຫວັນ ແລະ ແຜ່ນ​ດິນ​ໂລກ; ຈົ່ງ​ເຊື່ອ​ວ່າ​ມະນຸດ​ບໍ່​ເຂົ້າ​ໃຈ​ທຸກໆ​ຢ່າງ​ຊຶ່ງ​ພຣະຜູ້​ເປັນ​ເຈົ້າ​ເຂົ້າ​ໃຈ​ໄດ້.

 10 ແລະ ອີກ​ຢ່າງ​ໜຶ່ງ, ຈົ່ງ​ເຊື່ອ​ວ່າ​ພວກ​ທ່ານ​ຕ້ອງ​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ທ່ານ, ແລະ ປະ​ຖິ້ມ​ມັນ ແລະ ຖ່ອມຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ; ແລະ ທູນ​ຂໍ​ດ້ວຍ​ໃຈ​ຈິງ​ໃຫ້​ພຣະ​ອົງ​ອະ​ໄພ​ໃຫ້ພວກ​ທ່ານ; ແລະ ບັດ​ນີ້, ຖ້າ​ຫາກ​ພວກ​ທ່ານ​ເຊື່ອ​ສິ່ງ​ທັງ​ໝົດ​ນີ້ ໃຫ້​ເບິ່ງ​ວ່າພວກ​ທ່ານ​ເຮັດ​ຕາມ​ນັ້ນ.

 11 ແລະ ອີກ​ຢ່າງໜຶ່ງ ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານ​ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເວົ້າມາ​ກ່ອນ​ແລ້ວວ່າ ເມື່ອ​ພວກ​ທ່ານ​ມາ​ເຖິງ​ຄວາມ​ຮູ້​ເລື່ອງລັດ​ສະໝີ​ພາບ​ຂອງ​ພຣະ​ເຈົ້າ, ຫລື ຖ້າ​ຫາກ​ພວກ​ທ່ານ​ຮູ້​ເຖິງ​ພຣະ​ກະລຸນາ​ທິຄຸນຂອງ​ພຣະ​ອົງ, ແລະ ຊີມລົດ​ຊາດ​ຄວາມ​ຮັກ​ຂອງ​ພຣະ​ອົງ, ແລະ ໄດ້​ຮັບ​ການ​ປົດ​ບາບ​ຂອງ​ພວກ​ທ່ານ ຊຶ່ງ​ເຮັດ​ໃຫ້​ເກີດ​ມີ​ຄວາມຊື່ນ​ຊົມ​ຢ່າງ​ລົ້ນ​ເຫລືອ​ໃນ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ແລ້ວ, ເຖິງເຊັ່ນນັ້ນຂ້າພະ​ເຈົ້າຍັງຢາກ​ໃຫ້​ພວກ​ທ່ານ​ລະນຶກ ແລະ ເກັບ​ໄວ້​ໃນ​ຄວາມ​ຊົງ​ຈຳ​ສະ​ເໝີ​ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າກັບ​ຄວາມ​ບໍ່​ມີຄ່າ​ຫຍັງ​ຂອງ​ພວກ​ທ່ານ​ເອງ, ແລະ ພຣະ​ກະລຸນາ​ທິຄຸນ ແລະ ຄວາມ​ອົດ​ກັ້ນຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ພວກ​ທ່ານ ເປັນ​ຜູ້​ບໍ່​ມີຄ່າ​ຄວນ, ແລະ ຈົ່ງ​ຖ່ອມຕົວ​ຂອງ​ພວກ​ທ່ານ​ເຖິງ​ແມ່ນ​ເຖິງ​ສ່ວນ​ເລິກ​ແຫ່ງ​ຄ​ວາ​ມຖ່ອມຕົວໂດຍ​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະຜູ້​ເປັນ​ເຈົ້າທຸກ​ມື້, ແລະ ຢືນ​ຢູ່​ຢ່າງ​ໝັ້ນຄົງ​ຢູ່​ໃນ​ສັດທາ​ຂອງ​ສິ່ງ​ທີ່​ຈະ​ມາ​ເຖິງ, ຊຶ່ງ​ໄດ້​ເວົ້າ​ໄວ້​ຈາກ​ປາກ​ຂອງ​ທູດ​ເອງ.

 12 ແລະ ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ກ່າວກັບ​ພວກ​ທ່ານ​ວ່າ ຖ້າ​ຫາກ​ພວກ​ທ່ານ​ເຮັດ​ສິ່ງ​ນີ້ ພວກ​ທ່ານ​ຈະ​ປິ​ຕິ​ຍິນ​ດີ​ຢູ່​ສະເໝີ ແລະ ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ແລະ ການ​ປົດ​ບາບ​ຂອງ​ພວກ​ທ່ານ​ຈະ​ມີ​ຢູ່​ສະ​ເໝີ; ແລະ ພວກ​ທ່ານ​ຈະ​ເຕີບ​ໂຕ​ໃນ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ໃນ​ລັດສະໝີ​ພາບ​ຂອງ​ພຣະ​ອົງຜູ້​ສ້າງ​ພວກ​ທ່ານ, ຫລື ໃນ​ຄວາມ​ຮູ້​ເຖິງ​ສິ່ງ​ທີ່​ທ່ຽງ​ທຳ ແລະ ຈິງ.

 13 ແລະ ພວກ​ທ່ານ​ຈະ​ບໍ່​ມີ​ຈິດ​ໃຈ​ທີ່​ຈະ​ເຮັດ​ສິ່ງ​ອັນຕະລາຍ​ໃຫ້​ຊຶ່ງກັນ​ແລະ​ກັນ, ແຕ່​ຈະ​ຢູ່​ນຳ​ກັນ​ຢ່າງ​ສັນຕິ, ແລະ ມອບ​ໃຫ້​ທຸກ​ຄົນ​ຕາມ​ທີ່​ເຂົາ​ຄວນ​ຈະ​ໄດ້​ຮັບ.

 14 ແລະ ພວກ​ທ່ານ​ຈະ​ບໍ່​ປ່ອຍ​ໃຫ້​ລູກ​ຫລານ​ຂອງ​ພວກ​ທ່ານ​ຫິວ​ໂຫຍ ຫລື ເປືອຍ​ເປົ່າ; ທັງ​ພວກ​ທ່ານ​ຈະ​ບໍ່​ປ່ອຍ​ໃຫ້​ພວກ​ເຂົາ​ລ່ວງ​ລະ​ເມີດ​ກົດ​ຂອງ​ພຣະ​ເຈົ້າ, ແລະ ຕໍ່ສູ້ ແລະ ຜິດ​ຖຽງ​ກັນ, ແລະ ຮັບ​ໃຊ້​ມານ​ຜູ້​ເປັນ​ນາຍຂອງ​ບາບ, ຫລື ຜູ້​ເປັນວິນ​ຍານ​ຊົ່ວ ຊຶ່ງບັນພະບຸລຸດ​ຂອງ​ພວກ​ເຮົາ​ເວົ້າ​ເຖິງ ຊຶ່ງມັນ​ເປັນ​ສັດຕູ​ກັບ​ຄວາມ​ຊອບ​ທຳ​ທັງ​ປວງ.

 15 ແຕ່​ພວກ​ທ່ານ​ຈະ​ສອນ​ໃຫ້​ພວກ​ເຂົາ​ເດີນ​ໃນ​ເສັ້ນທາງ​ແຫ່ງ​ຄວາມ​ຈິງ ແລະ ຄວາມ​ມີ​ສະຕິ​ສຳ​ປະສັນຍະ; ພວກ​ທ່ານ​ຈະ​ສອນ​ໃຫ້​ພວກ​ເຂົາ​ຮັກ​ກັນ ແລະ ຮັບ​ໃຊ້​ຊຶ່ງກັນ​ແລະ​ກັນ.

 16 ແລະ ພ້ອມ​ນີ້​ຕົວ​ພວກ​ທ່ານ​ເອງ​ຈະ​ຊ່ອຍ​ເຫລືອ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ; ພວກ​ທ່ານ​ຈະ​ໃຫ້​ເຂົ້າຂອງ​ແກ່​ຄົນ​ທີ່​ຂັດ​ສົນ; ແລະ ພວກ​ທ່ານ​ຈະ​ບໍ່​ປ່ອຍ​ໃຫ້​ຄົນ​ຂໍທານ​ຂໍ​ທ່ານ​ໂດຍ​ຜິດ​ຫວັງ, ແລະ ໄລ່​ເຂົາ​ອອກ​ໄປ​ໃຫ້​ຕາຍ.

 17 ບາງທີ​ພວກ​ທ່ານ​ອາດ​ຈະ​ເວົ້າວ່າ: ຄົນ​ນີ້​ນຳ​ຄວາມທຸກ​ຍາກ​ມາສູ່​ຕົນ​ເອງ; ສະນັ້ນ, ເຮົາຈະ​ຢັບຢັ້ງມື​ຂອງເຮົາໄວ້, ແລະ ຈະ​ບໍ່​ໃຫ້​ເຂົ້າຂອງ ຫລື ບໍ່​ໃຫ້​ອາ​ຫານ​ຂອງ​ເຮົາ​ແກ່​ເຂົາເພື່ອ​ວ່າ​ເຂົາ​ຈະ​ບໍ່​ໄດ້​ທຸກທໍລະມານ ເພາະ​ໂທດ​ຂອງ​ເຂົາ​ນັ້ນ​ທ່ຽງ​ທຳ​ແລ້ວ—

 18 ແຕ່​ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານ​ວ່າ, ໂອ້ ມະນຸດ, ຜູ້​ໃດ​ກໍ​ຕາມ​ທີ່​ກະທຳ​ເຊັ່ນ​ນີ້ ຜູ້ນັ້ນຍ່ອມ​ມີ​ເຫດຜົນ​ສຳຄັນ​ທີ່​ຈະ​ກັບ​ໃຈ; ແລະ ຖ້າ​ຫາກ​ເຂົາ​ບໍ່​ກັບ​ໃຈ​ໃນ​ສິ່ງ​ທີ່​ເຂົາ​ກະທຳ​ໄປ ເຂົາ​ຍ່ອມ​ຕາຍ​ຕະຫລອດ​ການ, ແລະ ບໍ່​ໄດ້​ສິ່ງ​ໃດ​ເລີຍ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ.

 19 ເພາະ​ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ໄດ້​ເປັນ​ຄົນ​ຂໍທານ​ທັງ​ໝົດ​ບໍ? ພວກ​ເຮົາ​ບໍ່​ໄດ້​ອາ​ໄສ​ພຣະ​ເຈົ້າອົງ​ດຽວ​ກັນ, ເພື່ອ​ເຂົ້າຂອງ​ທັງ​ໝົດ ຊຶ່ງພວກ​ເຮົາ​ມີ​ຢູ່​ເພື່ອ​ອາຫານ ແລະ ເຄື່ອງນຸ່ງ​ຫົ່ມ, ແລະ ເພື່ອ​ຄຳ, ແລະ ເງິນ, ແລະ ເພື່ອ​ຂອງ​ມີຄ່າ​ທັງ​ໝົດ​ທີ່​ພວກ​ເຮົາ​ມີ​ຢູ່​ທຸກ​ຊະນິດ​ບໍ?

 20 ແລະ ຈົ່ງ​ເບິ່ງ, ເຖິງ​ແມ່ນ​ໃນ​ເວລາ​ນີ້, ພວກ​ທ່ານ​ກໍ​ເອີ້ນ​ຫາ​ພຣະນາມ​ຂອງ​ພຣະ​ອົງ​ຢູ່, ເພື່ອ​ທູນ​ຂໍ​ການ​ປົດ​ບາບ​ຂອງ​ພວກ​ທ່ານ. ແລະ ພຣະ​ອົງ​ຈະ​ປ່ອຍ​ໃຫ້​ພວກ​ທ່ານ​ຂໍ​ໂດຍ​ຜິດ​ຫວັງ​ບໍ? ບໍ່​ເລີຍ; ພຣະ​ອົງ​ໄດ້​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງພວກ​ທ່ານ, ແລະ ເຮັດ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ເຕັມ​ໄປ​ດ້ວຍ​ຄວາມສຸກ, ແລະ ເຮັດ​ໃຫ້​ປາກ​ຂອງ​ພວກ​ທ່ານ​ຢຸດ​ຈົນ​ພວກ​ທ່ານ​ຫາ​ຄຳ​ເວົ້າມາ​ເວົ້າບໍ່​ໄດ້, ເພາະ​ຄວາມ​ຊື່ນ​ຊົມ​ຂອງ​ພວກ​ທ່ານ​ນັ້ນ​ລົ້ນ​ເຫລືອ.

 21 ແລະ ບັດ​ນີ້, ຖ້າ​ຫາກ​ພຣະ​ເຈົ້າຜູ້​ໄດ້​ສ້າງ​ພວກ​ທ່ານ​ມາ, ຜູ້​ທີ່​ພວກ​ທ່ານ​ອາ​ໄສ​ເພື່ອ​ຊີວິດ ແລະ ເພື່ອ​ທຸກ​ສິ່ງ​ທີ່​ພວກ​ທ່ານ​ເຄີຍ​ມີ ແລະ ມີ​ຢູ່​ນີ້, ໄດ້​ປະທານ​ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ທ່ານ​ຂໍ​ດ້ວຍ​ສັດທາ, ໂດຍ​ເຊື່ອ​ວ່າ​ພວກ​ທ່ານ​ຈະ​ໄດ້​ຮັບ, ຊຶ່ງ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ໃຫ້​ແກ່​ພວກ​ທ່ານ, ໂອ້ ແລ້ວ​ພວກ​ທ່ານ​ຄວນ​ຈະ​ໃຫ້​ສິ່ງ​ຂອງ​ທີ່​ພວກ​ທ່ານ​ມີ​ແກ່​ກັນ​ພຽງ​ໃດ.

 22 ແລະ ຖ້າ​ຫາກ​ພວກ​ທ່ານ​ຕັດສິນ​ຄົນ​ທີ່​ຂໍ​ສິ່ງ​ຂອງ​ຈາກ​ພວກ​ທ່ານ​ເພື່ອ​ເຂົາ​ຈະ​ບໍ່​ຕາຍ, ແລະ ກ່າວ​ໂທດ​ເຂົາ​ແລ້ວ, ການ​ກ່າວ​ໂທດ​ພວກ​ທ່ານ​ຈະ​ທ່ຽງ​ທຳ​ຫລາຍ​ກວ່າ​ນັ້ນພຽງ​ໃດ ເພາະ​ບໍ່​ໃຫ້​ສິ່ງ​ຂອງ​ຂອງ​ພວກ​ທ່ານ, ຊຶ່ງບໍ່​ແມ່ນ​ຂອງ​ພວກ​ທ່ານ ແຕ່​ເປັນ​ຂອງ​ພຣະ​ເຈົ້າ, ຜູ້​ເປັນ​ເຈົ້າຂອງ​ຊີວິດ​ຂອງ​ພວກ​ທ່ານ​ນັ້ນອີກ; ແລະ ປານ​ນັ້ນ ພວກ​ທ່ານ​ຍັງ​ບໍ່​ຂໍ, ຫລື ກັບ​ໃຈ​ຈາກ​ສິ່ງ​ທີ່​ພວກ​ທ່ານ​ກະທຳ​ໄປ.

 23 ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານ​ວ່າ, ວິບັດ​ແກ່​ຄົນ​ນັ້ນ, ເພາະສິ່ງ​ຂອງ​ຂອງ​ເຂົາ​ຈະ​ຕາຍ​ພ້ອມ​ກັບ​ເຂົາ; ແລະ ບັດ​ນີ້, ຂ້າພະ​ເຈົ້າກ່າວ​ເລື່ອງ​ເຫລົ່າ​ນີ້​ກັບ​ຄົນ​ທີ່​ຮັ່ງມີ​ໃນ​ສິ່ງ​ຂອງ​ຕ່າງໆ​ຢູ່​ໃນ​ໂລກ​ນີ້.

 24 ແລະ ອີກ​ຢ່າງໜຶ່ງ, ຂ້າພະ​ເຈົ້າ​ກ່າວກັບ​ຄົນ​ຍາກຈົນ​ວ່າ, ພວກ​ທ່ານ​ຜູ້​ບໍ່​ມີ​ແຕ່​ຍັງ​ມີ​ພຽງພໍ​ທີ່​ພວກ​ທ່ານ​ຈະ​ຢູ່​ໄປ​ແຕ່​ລະ​ມື້; ຂ້າພະ​ເຈົ້າໝາຍ​ເຖິງ​ທ່ານ​ທັງຫລາຍ​ທີ່​ປະຕິ​ເສດ​ຄົນ​ຂໍ​ທານ​ຍ້ອນ​ຄວາມ​ບໍ່​ມີ​ຂອງ​ພວກ​ທ່ານ; ຂ້າພະ​ເຈົ້າຢາກ​ໃຫ້​ພວກ​ທ່ານ​ເວົ້າຢູ່​ໃນ​ໃຈ​ວ່າ: ເຮົາ​ບໍ່​ໃຫ້​ຍ້ອນ​ວ່າ​ເຮົາ​ບໍ່​ມີ, ແຕ່​ຖ້າ​ຫາກ​ເຮົາ​ມີ ເຮົາ​ຈະ​ໃຫ້.

 25 ແລະ ບັດ​ນີ້ຖ້າ​ຫາກ​ພວກ​ທ່ານ​ເວົ້າຢູ່​ໃນ​ໃຈ​ແບບ​ນີ້ ພວກ​ທ່ານ​ກໍ​ຢູ່​ໂດຍ​ບໍ່​ມີ​ຄວາມ​ຜິດ, ຖ້າ​ບໍ່​ດັ່ງນັ້ນ ພວກ​ທ່ານ​ຈະ​ຖືກ​ກ່າວ​ໂທດ; ແລະ ການ​ກ່າວ​ໂທດ​ຂອງ​ພວກ​ທ່ານ​ນັ້ນທ່ຽງ​ທຳ​ເພາະ​ພວກ​ທ່ານ​ໂລບມາກ​ນຳ​ສິ່ງ​ທີ່​ພວກ​ທ່ານ​ບໍ່​ໄດ້​ຮັບ.

 26 ແລະ ບັດ​ນີ້​ເພາະ​ເຫັນ​ແກ່​ສິ່ງ​ເຫລົ່າ​ນີ້ ຊຶ່ງຂ້າພະ​ເຈົ້າ​ໄດ້ກ່າວກັບ​ພວກ​ທ່ານ​ແລ້ວ—ນັ້ນຄື, ເພື່ອ​ໃຫ້​ມີ​ການ​ປົດ​ບາບ​ຂອງ​ພວກ​ທ່ານ​ໄປແຕ່ລະ​ວັນ ເພື່ອ​ພວກ​ທ່ານ​ຈະ​ເດີນ​ໄປ​ໂດຍ​ບໍ່​ມີ​ຄວາມ​ຜິດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ—​ຂ້າພະ​ເຈົ້າຢາກ​ໃຫ້​ພວກ​ທ່ານ​ແບ່ງປັນ​ເຂົ້າຂອງ​ຂອງ​ພວກ​ທ່ານ​ໃຫ້​ແກ່​ຄົນ​ຍາກຈົນ​ທຸກ​ຄົນ​ຕາມ​ທີ່​ມີ​ເປັນຕົ້ນວ່າ ລ້ຽງ​ອາຫານ​ຄົນ​ຫິວ​ໂຫຍ, ໃຫ້​ເສື້ອ​ຜ້າແກ່​ຄົນ​ເປືອຍ​ເປົ່າ, ຢ້ຽມຢາມ​ຄົນ​ເຈັບ​ປ່ວຍ ແລະ​ໃຫ້​ຄວາມ​ຊ່ອຍ​ເຫລືອ, ເພື່ອ​ບັນ​ເທົາ​ຄົນ​ເຫລົ່າ​ນັ້ນ​ທາງ​ວິນ​ຍານ ແລະ ທາງ​ຮ່າງ​ກາຍ, ຕາມ​ຄວາມ​ຕ້ອງ​ການ​ຂອງ​ພວກ​ເຂົາ.

 27 ແລະ ໃຫ້​ເບິ່ງ​ວ່າເຮັດ​ສິ່ງ​ທັງ​ໝົດ​ນີ້ດ້ວຍ​ປັນຍາ ແລະ ເປັນ​ລະບຽບ; ເພາະ​ບໍ່​ຈຳ​ເປັນ​ທີ່​ຄົນ​ຈະ​ແລ່ນ​ໄວ​ກວ່າ​ກຳລັງ​ຂອງ​ຕົນ. ແລະ ອີກ​ຢ່າງໜຶ່ງ, ສົມຄວນ​ທີ່​ເຂົາ​ຈະ​ພາກ​ພຽນ​ເພື່ອ​ໂດຍ​ການ​ນັ້ນເຂົາ​ຈະ​ໄດ້​ຮັບ​ລາງວັນ; ດັ່ງນັ້ນ, ທຸກ​ຢ່າງ​ຕ້ອງ​ເປັນ​ໄປ​ຕາມ​ລະບຽບ.

 28 ແລະ ຂ້າພະ​ເຈົ້າຢາກ​ໃຫ້​ພວກ​ທ່ານ​ຈື່​ຈຳ​ໄວ້​ວ່າ ຜູ້​ໃດ​ກໍ​ຕາມ​ໃນ​ບັນດາ​ພວກ​ທ່ານ​ທີ່​ຂໍ​ຢືມ​ຈາກ​ເພື່ອນ​ບ້ານ​ຂອງ​ຕົນ ກໍ​ຄວນ​ສົ່ງ​ຄືນຂອງ​ທີ່​ຕົນ​ຢືມ​ມາ​ຕາມ​ທີ່​ຕົກລົງ​ກັນ​ໄວ້ ບໍ່​ດັ່ງນັ້ນ ພວກ​ທ່ານ​ຈະ​ກະທຳ​ບາບ; ແລະ ພວກ​ທ່ານ​ອາດ​ຈະ​ເຮັດ​ໃຫ້​ເພື່ອນ​ບ້ານ​ຂອງ​ພວກ​ທ່ານ​ກະທຳ​ບາບ​ຄື​ກັນ.

 29 ແລະ ສຸດ​ທ້າຍ​ນີ້, ຂ້າພະ​ເຈົ້າບອກ​ພວກ​ທ່ານ​ບໍ່​ໄດ້​ທຸກ​ເລື່ອງ ໂດຍ​ການ​ທີ່​ພວກ​ທ່ານ​ຈະ​ກະທຳ​ບາບ; ເພາະ​ມີ​ທາງ ແລະ ວິທີ​ຕ່າງໆຊຶ່ງມີ​ຫລາຍຈົນ​ຂ້າພະ​ເຈົ້ານັບ​ບໍ່​ໄດ້.

 30 ແຕ່​ຂ້າພະ​ເຈົ້າບອກ​ພວກ​ທ່ານ​ໄດ້​ເທົ່າ​ນີ້​ຄື ຖ້າ​ຫາກ​ພວກ​ທ່ານ​ບໍ່​ລະວັງ​ຕົວ ແລະ ຄວາມ​ນຶກ​ຄິດ​ຂອງ​ພວກ​ທ່ານ, ແລະ ຄຳ​ເວົ້າຂອງ​ພວກ​ທ່ານ, ແລະ ການ​ກະທຳ​ຂອງ​ພວກ​ທ່ານ, ແລະ ບໍ່​ຍຶດຖືພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ, ແ​ລະ ບໍ່​ດຳ​ເນີນ​ໄປ​ດ້ວຍ​ສັດທາ​ທີ່​ພວກ​ທ່ານ​ໄດ້​ຍິນ​ກ່ຽວ​ກັບ​ການສະ​ເດັດ​ມາ​ຂອງ​ພຣະຜູ້​ເປັນ​ເຈົ້າຂອງ​ພວກ​ເຮົາ, ເຖິງ​ແມ່ນ​ຈົນ​ເຖິງ​ທີ່​ສຸດ​ແຫ່ງ​ຊີວິດ​ຂອງ​ພວກ​ທ່ານ​ແລ້ວ, ພວກ​ທ່ານ​ຈະ​ຕ້ອງ​ຕາຍ. ແລະ ບັດ​ນີ້, ໂອ້ ມະນຸດ, ຈົ່ງ​ຈື່​ຈຳ​ຄຳ​ເຫລົ່າ​ນີ້​ໄວ້ ແລະ ຢ່າ​ຕາຍ​ເລີຍ.