ໜັງສື​ໂມ​ໄຊ​ຢາ

ບົດ 

ບົດ​ທີ 1
ກະສັດ​ເບັນ​ຢາ​ມິນ​ສັ່ງສອນ​ພວກ​ລູກ​ຊາຍ​ຂອງ​ເພິ່ນກ່ຽວ​ກັບ​ພາສາ ແລະ ການ​ທຳນາຍ​ຂອງ​ບັນພະບຸ​ລຸດຂອງ​ເຂົາ​ເຈົ້າ—ສາດສະໜາ ແລະ ຄວາມ​ສີວິ​ໄລ​ຖືກ​ເກັບ​ກຳ​ໄວ້​ຍ້ອນ​ວ່າ​ໄດ້​ບັນທຶກ​ເລື່ອງ​ລາວ​ໄວ້​ໃນ​ແຜ່ນ​ຈາລຶກ​ຫລາຍຊຸດທີ່​ແຕກ​ຕ່າງ​ກັນ—ໂມ​ໄຊ​ຢາ​ຖືກ​ເລືອກ​ໃຫ້​ເປັນ​ກະສັດ ແລະ ເປັນ​ຜູ້​ຮັກສາ​ບັນທຶກ ແລະ ສິ່ງ​ຂອງ​ອື່ນໆ. ປະມານ 130–124 ປີ ກ່ອນ ຄ.ສ.
ບົດ​ທີ 2
ກະສັດ​ເບັນ​ຢາ​ມິນ​ກ່າວ​ຕໍ່​ຜູ້​ຄົນ​ຂອງ​ເພິ່ນ—ເພິ່ນ​ໄດ້​ກ່າວ​ເຖິງ​ຄວາມ​ສະ​ເໝີ​ພາບ, ຄວາມ​ຍຸດ​ຕິ​ທຳ, ຄວາມ​ຊອບ​ທຳ​ຂອງ​ການ​ປົກຄອງ—ເພິ່ນ​ແນະນຳ​ພວກ​ເຂົາ​ໃຫ້​ຮັບ​ໃຊ້​ກະສັດ​ແຫ່ງ​ສະຫວັນ—ຜູ້​ທີ່​ຕໍ່ຕ້ານ​ພຣະ​ເຈົ້າຈະ​ທົນ​ທຸກທໍລະມານ​ຢ່າງ​ແສນ​ສາຫັດ​ເໝືອນ​ດັ່ງ​ໄຟ​ທີ່​ບໍ່​ຮູ້​ມອດ. ປະມານ 124 ປີ ກ່ອນ ຄ.ສ.
ບົດ​ທີ 3
ຄຳ​ປາ​ໄສ​ຂອງ​ກະສັດ​ເບັນ​ຢາ​ມິນ​ຕໍ່—ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່ ຈະ​ປະຕິບັດ​ຢູ່​ໃນ​ກຸ່ມ​ປວງ​ຊົນ—ໂລຫິດ​ຈະ​ໄຫລອອກ​ມາ​ຈາກ​ທຸກ​ຂຸມ​ຂົນ​ໃນ​ຂະນະ​ທີ່​ພຣະ​ອົງ​ຊົດ​ໃຊ້​ແທນບາບ​ຂອງ​ໂລກ—ພຣະ​ນາມ​ຂອງ​ພຣະ​ອົງ​ເທົ່າ​ນັ້ນທີ່​ຈະ​ນຳ​ຄວາມ​ລອດ​ມາ​ໄດ້—ມະນຸດ​ສາມາດ​ປະ​ຖິ້ມທຳມະຊາດຂອງມະນຸດ ແລ້ວ​ກາຍ​ມາ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໂດຍ​ຜ່ານ​ການ​ຊົດ​ໃຊ້—ການ​ທໍລະມານ​ຂອງ​ຄົນຊົ່ວ​ຈະ​ເປັນ​ເໝືອນດັ່ງ​ທະ​ເລ​ໄຟ ແລະ ມາດ. ປະມານ 124 ປີ ກ່ອນ ຄ.ສ.
ບົດ​ທີ 4
ຄຳ​ປາ​ໄສ​ຂອງ​ກະສັດ​ເບັນ​ຢາ​ມິນ​ຕໍ່—ຄວາມ​ລອດ​ມາ​ເຖິງ ເພາະ​ການ​ຊົດ​ໃຊ້—ເຊື່ອ​ໃນ​ພຣະ​ເຈົ້າ​ເພື່ອຈະໄດ້ລອດ—ໄດ້​ຮັບ​ການ​ປົດ​ບາບ​ຂອງ​ທ່ານຜ່ານ​ຄວາມຊື່ສັດ—ແບ່ງປັນ​ສິ່ງ​ທີ່​ພວກ​ທ່ານ​ມີ​ໃຫ້​ແກ່​ຄົນ​ຍາກຈົນ—ໃຫ້​ກະທຳ​ທຸກ​ຢ່າງ​ດ້ວຍ​ປັນຍາ ແລະ ໃຫ້​ເປັນ​ລະບຽບ​ຮຽບຮ້ອຍ. ປະມານ 124 ປີ ກ່ອນ ຄ.ສ.
ບົດ​ທີ 5
ໄພ່​ພົນ​ຂອງ​ພຣະ​ເຈົ້າ​ກາຍ​ມາ​ເປັນ​ບຸດ ແລະ ທິດາ​ຂອງ​ພຣະ​ຄຣິດຜ່ານສັດທາ—ແລ້ວ​ພວກ​ເຂົາ​ຖືກ​ເອີ້ນ​ຕາມ​ພຣະ​ນາມ​ຂອງ​ພຣະ​ຄຣິດ—ກະສັດ​ເບັນ​ຢາ​ມິນ​ຂໍ​ຮ້ອງ​ພວກ​ເຂົາ​ໃຫ້​ແນ່ວແນ່ ແລະ ບໍ່ຫວັ່ນໄຫວຢູ່​ໃນ​ການ​ກະທຳ​ຄວາມ​ດີ. ປະມານ 124 ປີ ກ່ອນ ຄ.ສ.
ບົດ​ທີ 6
ກະສັດ​ເບັນ​ຢາ​ມິນ​ບັນທຶກ​ຊື່​ຂອງ​ຜູ້ຄົນ ແລະ ແຕ່ງ​ຕັ້ງ​ປະ​ໂລຫິດ​ເພື່ອ​ສັ່ງສອນ​ພວກ​ເຂົາ—ໂມ​ໄຊ​ຢາ​ເປັນ​ກະສັດ​ປົກ​ຄອງ​ດ້ວຍ​ຄວາມ​ຊອບ​ທຳ. ປະມານ 124–121 ປີ ກ່ອນ ຄ.ສ.
ບົດ​ທີ 7
ອຳ​ໂມນ​ພົບ​ພໍ້​ແຜ່ນດິນ​ລີ​ໄຮ-ນີ​ໄຟ ຊຶ່ງ​ລິມ​ໄຮ​ເປັນ​ກະສັດ​ຢູ່​ທີ່​ນັ້ນ—ຜູ້ຄົນ​ຂອງ​ລິມ​ໄຮ​ເປັນ​ຂ້ອຍ​ຂ້າ​ຂອງ​ຊາວ​ເລ​ມັນ—ລິມ​ໄຮ​ທົບ​ທວນ​ປະຫວັດ​ສາດ​ຂອງ​ເພິ່ນ—ສາດສະ​ດາ (ອະ​ບີ​ນາ​ໄດ) ໄດ້​ເປັນ​ພະ​ຍານ​ວ່າ ພຣະ​ຄຣິດ​ຄື​ພຣະ​ເຈົ້າຂອງ​ທຸກ​ສິ່ງ—ຜູ້​ທີ່​ຫວ່ານ​ຄວາມ​ສົກກະປົກ​ຈະ​ເກັບ​ກ່ຽວ​ແກບ​ຂອງ​ມັນ​ໃນ​ລົມ​ບ້າໝູ, ແລະ ຜູ້​ທີ່​ໝັ້ນ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າຈະ​ໄດ້​ຮັບ​ການ​ປົດ​ປ່ອຍ. ປະມານ 121 ປີ ກ່ອນ ຄ.​ສ.​
ບົດ​ທີ 8
ອຳ​ໂມນ​ສັ່ງສອນ​ຜູ້ຄົນຂອງ​ລິມ​ໄຮ—ລາວ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ແຜ່ນ​ຈາລຶກ​ຊາວ​ສີ່​ແຜ່ນ​ຂອງ​ຊາວ​ຢາ​ເຣັດ—ບັນທຶກ​ສະ​ໄໝ​ໂບຮານ​ສາມາດ​ແປ​ໄດ້​ໂດຍ​ຜູ້​ພະ​ຍາ​ກອນ​ເທົ່າ​ນັ້ນ—ບໍ່​ມີ​ຂອງ​ປະ​ທານ​ໃດ​ເໜືອ​ກວ່າ​ຂອງ​ປະ​ທານ​ແຫ່ງ​ການ​ເປັນ​ຜູ້​ພະ​ຍາ​ກອນ. ປະ​ມານ 121 ປີ ກ່ອນ ຄ.ສ.
ບັນທຶກ​ຂອງ​ຊີ​ນິບ—​ເລື່ອງ​ລາວ​ຂອງ​ຜູ້ຄົນຂອງ​ລາວນັບ​ຕັ້ງ​ແຕ່​ເວລາ​ທີ່​ພວກ​ເຂົາ​ໜີ​ຈາກ​ແຜ່ນດິນ​ເຊ​ລາ​ເ​ຮັມລາ ມາຈົນ​ເຖິງ​ເວລາ​ທີ່​ພວກ​ເຂົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ກຳມື​ຂອງ​ຊາວ​ເລ​ມັນ.
ບົດ​ທີ 9
ຊີ​ນິບນຳພາ​ຄົນ​ກຸ່ມ​ໜຶ່ງ​ອອກ​ຈາກ​ເຊ​ລາ​ເຮັມລາ​ເພື່ອ​ໄປ​ຍຶດ​ເອົາ​ແຜ່ນດິນ​ລີ​ໄຮ-ນີ​ໄຟ—ກະສັດ​ຊາວ​ເລ​ມັນ​ອະນຸຍາດ​ໃຫ້​ພວກ​ເຂົາ​ເປັນ​ເຈົ້າຂອງ​ແຜ່ນດິນ​ອັນ​ເປັນ​ມູນ​ມໍລະດົກ—ມັນ​ໄດ້​ມີ​ສົງຄາມ​ລະຫວ່າງ​ຊາວ​ເລ​ມັນ​ກັບ​ຜູ້ຄົນຂອງຊີ​ນິບ. ປະມານ 200–187 ປີ ກ່ອນ ຄ.ສ.
ບົດ​ທີ 10
ກະສັດ​ເລ​ມັນ​ໄດ້​ເສຍ​ຊີວິດ​ໄປ—ຜູ້​ຄົນ​ຂອງ​ເພິ່ນ​ເປັນ​ຄົນ​ປ່າ​ເຖື່ອນ ແລະ ໂຫດ​ຮ້າຍ ແລະ ເຊື່ອ​ຖື​ໃນ​ປະ​ເພ​ນີ​ທີ່​ບໍ່​ຖືກຕ້ອງ—ຊີ​ນິບກັບ​ຜູ້ຄົນ​ຂອງ​ລາວ​ເດັ່ນ​ກວ່າ​ພວກ​ເຂົາ. ປະມານ 187–160 ປີ ກ່ອນ ຄ.ສ.
ບົດ​ທີ 11
ກະສັດ​ໂນ​ອາ​ປົກຄອງ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ—ເພິ່ນ​ຫາ​ຄວາມ​ສຳລານ​ໃນ​ການ​ດຳລົງ​ຊີວິດ​ກັບ​ມະ​ເຫ​ສີ ແລະ ນາງ​ສະໜົມ​ທັງຫລາຍ—ອະ​ບີ​ນາ​ໄດ​ທຳນາຍ​ວ່າ​ຜູ້ຄົນ​ຈະ​ຖືກ​ນຳ​ເອົາ​ໄປ​ເປັນ​ຂ້າ​ທາດ—ກະສັດ​ໂນ​ອາ​ພະຍາ​ຍາມ​ຈະ​ເອົາ​ຊີວິດ​ຂອງ​ເພິ່ນ. ປະມານ 160–150 ປີ ກ່ອນ ຄ.ສ.
ບົດ​ທີ 12
ອະ​ບີ​ນາ​ໄດ​ຖືກ​ເອົາ​ເຂົ້າຄຸກ​ເພາະ​ການ​ທຳນາຍ​ຂອງ​ເພິ່ນ​ເຖິງ​ການ​ທຳລາຍ​ຂອງ​ຜູ້ຄົນ ແລະ ເຖິງ​ການ​ແກ່​ກຳ​ຂອງ​ກະສັດ​ໂນ​ອາ—ປະ​ໂລຫິດ​ຈອມ​ປອມ​ກ່າວອ້າງ​ພຣະ​ຄຳ​ພີ ແລະ ທຳທ່າ​ວ່າ​ຮັກສາ​ກົດ​ຂອງ​ໂມ​ເຊ—ອະ​ບີ​ນາ​ໄດ​ເລີ່ມ​ສັ່ງສອນ​ພຣະ​ບັນຍັດ​ສິບ​ປະການ. ປະມານ 148 ປີ ກ່ອນ ຄ.ສ.
ບົດ​ທີ 13
ອະ​ບີ​ນາ​ໄດ​ໄດ້​ຖືກ​ປົກ​ປ້ອງ​ໂດຍ​ອຳນາດ​ອັນ​ສັກສິດ—ເພິ່ນ​ສັ່ງສອນ​ພຣະ​ບັນຍັດ​ສິບ​ປະການ—ຄວາມ​ລອດ​ບໍ່​ໄດ້​ມາ​ຈາກ​ກົດ​ຂອງ​ໂມ​ເຊ​ຝ່າຍ​ດຽວ—ພຣະ​ເຈົ້າພຣະ​ອົງ​ເອງ​ຈະ​ກະທຳ​ການ​ຊົດ​ໃຊ້ ແລະ ໄຖ່ຜູ້ຄົນຂອງ​ພຣະ​ອົງ. ປະມານ 148 ປີ ກ່ອນ ຄ.ສ.
ບົດ​ທີ 14
ເອຊາ​ຢາ​ກ່າວ​ເຖິງ​ພຣະ​ເມ​ຊີ​ອາ—ຄວາມ​ຕ່ຳຕ້ອຍ ແລະ ຄວາມ​ເຈັບ​ປວດ​ຂອງ​ພຣະ​ເມ​ຊີ​ອາ​ຕັ້ງ​ໄວ້​ແລ້ວ—ພຣະ​ອົງ​ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ພຣະ​ອົງ​ຖະຫວາຍ​ເພື່ອ​ບາ​ບ ແລະ ວິ​ງວອນ​ແທນ​ຜູ້ລ່ວງ​ລະ​ເມີດ—ປຽບທຽບ​ກັບ​ເອ​ຊາ​ຢາ 53. ປະມານ 148 ປີ ກ່ອນ ຄ.ສ.
ບົດ​ທີ 15
ພຣະ​ເຢຊູ​ເປັນ​ທັງ​ພຣະບິດາ ແລະ ພຣະ​ບຸດ​ໄດ້​ແນວ​ໃດ—ພຣະ​ອົງ​ໄດ້​ອ້ອນວອນ ແລະ ແບກ​ຫາບ​ການ​ລ່ວງ​ລະ​ເມີດຂອງ​ຜູ້ຄົນ​ຂອງ​ພຣະ​ອົງ—ພວກ​ເຂົາ​ກັບ​ສາດສະດາ​ຜູ້​ບໍລິສຸດ​ທັງ​ໝົດ​ເປັນ​ລູກ​ຫລານ​ຂອງ​ພຣະ​ອົງ—ພຣະ​ອົງ​ເຮັດ​ໃຫ້​ມີ​ການ​ຟື້ນ​ຄືນ​ຊີວິດ—ເດັກນ້ອຍໆ​ມີ​ຊີວິດ​ນິລັນດອນ. ປະມານ 148 ປີ ກ່ອນ ຄ.ສ.
ບົດ​ທີ 16
ພຣະ​ເຈົ້າ​ໄຖ່​ມະນຸດ ຈາກ​ສະພາບ​ອັນ​ຫລົງ​ທາງ ແລະ ຕົກ​ຕ່ຳ​ຂອງ​ພວກ​ເຂົາ—ຜູ້​ທີ່​ເຕັມ​ໄປ​ດ້ວຍ​ກາມ​ມະ​ລົມ​ຈະ​ເປັນ​ຢູ່​ຄື​ກັບ​ວ່າ​ບໍ່​ໄດ້​ຮັບ​ການ​ໄຖ່—ພຣະ​ຄຣິດ​ເຮັດໃຫ້ເກີດ​ການ​ຟື້ນ​ຄືນ​ຊີວິດ​ທີ່​ເປັນ​ນິດ ຫລື ​ຄວາມ​ອັບ​ປະ​ໂຫຍດ​ອັນ​ບໍ່​ມີ​ວັນ​ສິ້ນ​ສຸດ. ປະມານ 148 ປີ ກ່ອນ ຄ.ສ.
ບົດ​ທີ 17
ແອວ​ມາ​ເຊື່ອ ແລະ ຂຽນ​ຄຳ​ເວົ້າ​ຂອງ​ອະ​ບີ​ນາ​ໄດ​ໄວ້—ອະ​ບີ​ນາ​ໄດ​ຕາຍ​ຢ່າງ​ທໍລະມານ​ຢູ່​ໃນ​ກອງ​ໄຟ—ເພິ່ນ​ທຳນາຍ​ເຖິງ​ເຊື້ອ​ໂລກ ແລະ ຄວາມ​ຕາຍ​ໃນ​ຂະນະ​ທີ່​ເພິ່ນ​ຖືກ​ເຜົາ​ຢູ່​ໃນ​ກອງ​ໄຟ. ປະມານ 148 ປີ ກ່ອນ ຄ.ສ.
ບົດ​ທີ 18
ແອວ​ມາ​ສັ່ງສອນ​ຢ່າງ​ງຽບໆ—ເພິ່ນ​ໄດ້​ຕັ້ງພັນທະ​ສັນຍາ​ຂອງ​ການ​ບັບຕິ​ສະມາ ແລະ ບັບຕິສະມາ​ໃນ​ນ້ຳມໍ​ມອນ—ເພິ່ນ​ໄດ້​ສ້າງ​ຕັ້ງ​ສາດສະໜາ​ຈັກ​ຂອງ​ພຣະ​ຄຣິດ ແລະ ແຕ່ງຕັ້ງປະ​ໂລຫິດ—ພວກ​ເຂົາ​ທຳ​ງານ​ລ້ຽງ​ຕົວ​ເອງ ແລະ ສອນ​ຜູ້​ຄົນ—ແອວ​ມາ​ກັບ​ຜູ້ຄົນ​ຂອງ​ເພິ່ນຫລົບໜີ​ຈາກ​ກະສັດ​ໂນ​ອາ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ. ປະມານ 147–145 ປີ ກ່ອນ ຄ.ສ.
ບົດ​ທີ 19
ກີ​ເດ​ໂອນ​ພະຍາ​ຍາມ​ຂ້າ​ກະສັດ​ໂນ​ອາ—ຊາວ​ເລ​ມັນ​ມາ​ຮຸກ​ຮານ​ແຜ່ນດິນ—ກະສັດ​ໂນ​ອາ​ຕາຍ​ຢ່າງ​ທຸກທໍລະມານ​ຍ້ອນ​ໄຟ—ລິ​ມ​ໄຮ​ປົກຄອງ​ຢ່າງ​ຂູດ​ຮີດ​ພາສີ​ອາກອນ. ປະມານ 145–121 ປີ ກ່ອນ ຄ.ສ.
ບົດ​ທີ 20
ພວກ​ລູກ​ສາວ​ບາງຄົນຂອງ​ຊາວ​ເລ​ມັນ​ຖືກ​ລັກ​ພາ​ຕົວ​ໄປ​ໂດຍ​ພວກ​ປະ​ໂລຫິດ​ຂອງ​ກະສັດ​ໂນ​ອາ—ຊາວ​ເລ​ມັນ​ກໍ່​ສົງຄາມ​ກັບ​ລິ​ມ​ໄຮ ແລະ ຜູ້ຄົນ​ຂອງ​ເພິ່ນ—ກອງທັບຊາວ​ເລ​ມັນ​ຖືກ​ຕີ​ໃຫ້​ຖອຍ​ໄປ ແລະ ໄດ້​ສະຫງົບ​ລົງ. ປະມານ 145–123 ປີ ກ່ອນ ຄ.ສ.
ບົດ​ທີ 21
ຜູ້ຄົນ​ຂອງ​ລິມ​ໄຮ​ໄດ້​ຜ່າຍ​ແພ້ ແລະ ຖືກ​ຂ້າ​ຕາຍ​ໂດຍ​ຊາວ​ເລ​ມັນ—ຜູ້​ຄົນ​ຂອງ​ລິ​ມ​ໄຮ​ໄດ້​ພົບ​ພໍ້​ອຳ​ໂມນ ແລະ ເຫລື້ອມ​ໃສ—ພວກ​ເຂົາ​ບອກ​ອຳ​ໂມນ​ກ່ຽວ​ກັບ​ແຜ່ນ​ຈາລຶກ​ຊາວ​ສີ່​ແຜ່ນ​ຂອງ​ຊາວ​ຢາ​ເຣັດ. ປະມານ 122–121 ປີ ກ່ອນ ຄ.ສ.
ບົດ​ທີ 22
ມີການວາງແຜນ​ເພື່ອ​ຜູ້ຄົນ​ຈະ​ໄດ້​ປົບ​ໜີ​ຈາກ​ການ​ເປັນ​ຂ້າ​ທາດ​ຂອງ​ຊາວ​ເລ​ມັນ—ຊາວ​ເລ​ມັນ​ຖືກເກືອເຫລົ້າຈົນມຶນ​ເມົາ—ຜູ້ຄົນ​ປົບ​ໜີ​ກັບ​ຄືນ​ໄປ​ເຊ​ລາ​ເຮັມລາ ແລະ ກາຍ​ເປັນ​ຜູ້ຄົນ​ຂອງ​ກະສັດ​ໂມ​ໄຊ​ຢາ. ປະມານ 121–120 ປີ ກ່ອນ ຄ.ສ.
ເລື່ອງ​ລາວ​ຂອງ​ແອວ​ມາ​ກັບ​ຜູ້ຄົນ​ຂອງ​ພຣະຜູ້ເປັນເຈົ້າ, ຜູ້​ຖືກ​ຜູ້ຄົນ​ຂອງ​ກະສັດ​ໂນ​ອາ​ຂັບ​ໄລ່​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນ​ດານ.
ມີ​ຢູ່​ໃນ​ບົດ​ທີ 23 ແລະ 24.
ບົດ​ທີ 23
ແອວ​ມາ​ປະຕິເສດ​ບໍ່​ຍອມ​ເປັນ​ກະສັດ—ເພິ່ນ​ຮັບ​ໃຊ້​ໃນ​ຖານະ​ມະຫາ​ປະ​ໂລ​ຫິດ—ພຣະຜູ້ເປັນເຈົ້າ​ໄດ້​ຕີ​ສອນ​ຜູ້ຄົນ​ຂອງ​ພຣະ​ອົງ ແລະ ຊາວ​ເລ​ມັນ​ຍຶດ​ຄອງ​ແຜ່ນດິນ​ເຮ​ລາມ—ອະ​ມິວ​ລອນ, ຫົວໜ້າ​ປະໂລຫິດ​ທີ່​ຊົ່ວ​ຂອງ​ກະສັດ​ໂນ​ອາປົກຄອງ​ແບບ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ກະສັດ​ເລ​ມັນ. ປະມານ 145–121 ປີ ກ່ອນ ຄ.ສ.
ບົດ​ທີ 24
ອະມິວລອນ​ຂົ່ມ​ເຫັງ​ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ—ພວກ​ເຂົາ​ຈະ​ຖືກ​ປະຫານ​ຖ້າ​ຫາກ​ພວກ​ເຂົາ​ອະທິຖານ—ພຣະຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ພາລະ​ແບກ​ຫາບ​ຂອງ​ພວກ​ເຂົາ​ເບົາບາງ​ລົງ—ພຣະ​ອົງ​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ການ​ເປັນ​ຂ້າ​ທາດ ແລະ ພວກ​ເຂົາ​ກັບ​ຄືນ​ໄປ​ຫາ​ເຊ​ລາ​ເຮັມລາ. ປະມານ 145–120 ປີ ກ່ອນ ຄ.ສ.
ບົດ​ທີ 25
ລູກຫລານຂອງ​ມິວ​ເລັກ ທີ່​ເຊ​ລາ​ເຮັມລາ​ກາຍ​ເປັນ​ຊາວ​ນີ​ໄຟ—ພວກ​ເຂົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຜູ້ຄົນ​ຂອງ​ແອວ​ມາ ແລະ ຜູ້ຄົນ​ຂອງ​ຊີ​ນິບ—ແອວ​ມາ​ໃຫ້​ບັບຕິສະມາ​ແກ່​ລິມ​ໄຮ ແລະ ຜູ້ຄົນ​ທັງ​ໝົດ​ຂອງ​ເພິ່ນ—ໂມ​ໄຊ​ຢາ​ອະນຸຍາດ​ໃຫ້​ແອວ​ມາ​ຈັດຕັ້ງສາດສະໜາ​ຈັກ​ຂອງ​ພຣະ​ເຈົ້າຂຶ້ນ. ປະມານ 120 ປີ ກ່ອນ ຄ.ສ.
ບົດ​ທີ 26
ສະມາຊິກ​ຂອງ​ສາດສະໜາ​ຈັກ​ຫລາຍ​ຄົນ​ຖືກ​ນຳພາ​ໄປ​ຫາ​ບາບ​ໂດຍ​ຜູ້​ທີ່​ບໍ່​ເຊື່ອ​ຖື—ແອວ​ມາ​ໄດ້​ຮັບ​ສັນຍາ​ທີ່​ຈະ​ມີ​ຊີວິດ​ນິລັນ​ດອນ—ຜູ້​ທີ່​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ​ໄດ້​ຮັບ​ການ​ໃຫ້​ອະ​ໄພ—ສະມາຊິກ​ຂອງ​ສາດສະໜາ​ຈັກ​ຜູ້​ທີ່​ເຮັດ​ບາບ​ຊຶ່ງ​ໄດ້​ກັບ​ໃຈ ແລະ ສາລະ​ພາບ​ຜິດ​ຕໍ່​ແອວ​ມາ ແລະ ພຣະຜູ້​ເປັນ​ເຈົ້າ ຈະ​ໄດ້​ຮັບ​ການ​ອະ​ໄພ​ໂທດ; ຖ້າ​ບໍ່​ດັ່ງນັ້ນ, ພວກ​ເຂົາ​ຈະ​ບໍ່​ຖືກ​ນັບ​ເຂົ້າຢູ່​ໃນ​ບັນດາ​ຜູ້ຄົນຂອງ​ສາດສະໜາ​ຈັກ. ປະມານ 120–100 ປີ ກ່ອນ ຄ.ສ.
ບົດ​ທີ 27
ໂມ​ໄຊ​ຢາ​ຫ້າມ​ບໍ່​ໃຫ້​ຂົ່ມ​ເຫັງ ແລະ ບັງຄັບ​ຄວາມ​ສະ​ເໝີ​ພາບ—ແອວ​ມາ​ຜູ້​ເປັນ​ລູກ​ກັບ​ພວກ​ລູກ​ຊາຍ​ທັງ​ສີ່ຂອງ​ກະສັດ​ໂມ​ໄຊ​ຢາ​ພະຍາ​ຍາມ​ທີ່​ຈະ​ທຳລາຍ​ສາດສະ​ໜາ​ຈັກ—ທູດ​ມາ​ປະກົດ ແລະ ສັ່ງ​ໃຫ້​ພວກ​ເຂົາ​ເລີກ​ການ​ເຮັດ​ຄວາມ​ຊົ່ວຂອງ​ພວກ​ເຂົາ—ແອວ​ມາ​ຖືກ​ຕີ​ສອນ​ໃຫ້​ເປັນ​ຄົນ​ປາກກືກ—ມະນຸດ​ທັງ​ປວງ​ຈະ​ຕ້ອງ​ເກີດ​ໃໝ່ ເພື່ອ​ຮັບ​ເອົາ​ຄວາມ​ລອດ—ແອວ​ມາ​ກັບ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ປະ​ກາດ​ຂ່າວ​ປະ​ເສີດ. ປະມານ 100–92 ປີ ກ່ອນ ຄ.ສ.
ບົດ​ທີ 28
ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໄປ​ສັ່ງສອນ​ຊາວ​ເລ​ມັນ—ໂດຍໃຊ້ຫີນ​ຜູ້​ພະຍາ​ກອນ​ສອງ​ກ້ອນນັ້ນ ໂມ​ໄຊ​ຢາ​ແປ​ແຜ່ນ​ຈາລຶກ​ຂອງ​ຊາວ​ຢາ​ເຣັດ. ປະມານ 92 ປີ ກ່ອນ ຄ.ສ.
ບົດ​ທີ 29
ໂມ​ໄຊ​ຢາ​ສະ​ເໜີ​ໃຫ້​ເລືອກ​ຜູ້​ຕັດສິນ​ແທນ​ກະສັດ—ກະສັດ​ທີ່​ບໍ່​ຊອບ​ທຳ​ຈະ​ພາ​ຜູ້ຄົນ​ຂອງ​ຕົນ​ເຂົ້າໄປ​ໃນ​ບາບ—ແອວ​ມາ​ຜູ້​ເປັນ​ລູກ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຫົວໜ້າ​ຜູ້​ຕັດສິນ​ໂດຍ​ສຽງ​ຂອງ​ປະຊາ​ຊົນ—ເພິ່ນ​ເປັນ​ມະຫາ​ປະ​ໂລຫິດ​ຂອງ​ສາດສະໜາ​ຈັກ​ທຸກ​ບ່ອນ​ນຳ​ອີກ—ແອວ​ມາ​ຜູ້​ເປັນບິດາ ແລະ ໂມ​ໄຊ​ຢາ​ສິ້ນຊີວິດ. ປະມານ 92–91 ປີ ກ່ອນ ຄ.ສ.