ບົດ​ທີ 1

ອອມ​ໄນ, ອາ​ມາ​ຣອນ, ເຄມິດ, ອະ​ບີ​ນາ​ໂດມ, ແລະ ອາ​ມາ​ລະ​ໄຄ, ແຕ່ລະຄົນ​ປ່ຽນ​ຜຽນ​ກັນຮັກສາ​ແຜ່ນ​ຈາລຶກ—ໂມ​ໄຊ​ຢາ​ຄົ້ນ​ພົບ​ຜູ້​ຄົນ​ຂອງ​ເຊ​ລາ​ເຮັມ​ລາ, ຜູ້​ຊຶ່ງ​ໄດ້​ອອກ​ມາ​ຈາກ​ເຢ​ຣູ​ຊາ​ເລັມ​ໃນ​ເວລາ​ທີ່​ເຊ​ເດ​ກີ​ຢາ​ເປັນ​ກະສັດ—ໂມ​ໄຊ​ຢາ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ—ລູກ​ຫລານ​ຂອງ​ມິວ​ເລັກ​ໄດ້​ພົບ​ເຫັນ​ໂຄ​ຣິ​ອານ​ທະ​ເມີ​ຄົນ​ສຸດ​ທ້າຍຂອງ​ຊາວ​ຢາ​ເຣັດ—ກະສັດ​ເບັນ​ຢາ​ມິນ​ໄດ້ສືບ​ບັນລັງ​ແທນ​ໂມ​ໄຊ​ຢາ—ມະນຸດ​ຄວນ​ຖະຫວາຍ​ຈິດ​ວິນ​ຍານ​ຂອງ​ຕົນ​ເປັນເຄື່ອງ​ບູຊາ​ແດ່​ພຣະ​ຄຣິດ. ປະມານ 323–130 ປີ ກ່ອນ ຄ.ສ.

 ຈົ່ງ​ເບິ່ງ, ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື​ຂ້າພະ​ເຈົ້າອອມ​ໄນ ໂດຍ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ເຈ​ຣອມ​ບິດາ​ຂອງ​ຂ້າພະ​ເຈົ້າ ໃຫ້​ບັນ​ທຶກ​ໄວ້​ເລັກ​ນ້ອຍ​ໃນ​ແຜ່ນ​ຈາລຶກ​ເຫລົ່າ​ນີ້, ເພື່ອ​ຮັກສາ​ລຳດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ພວກ​ເຮົາ—

 ສະນັ້ນ, ໃນວັນ​ເວລາ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຢາກ​ໃຫ້​ພວກ​ທ່ານ​ຮູ້ຈັກ​ວ່າ ຂ້າພະ​ເຈົ້າ​ໄດ້​ຕໍ່ສູ້​ມາ​ຫລາຍ​ດ້ວຍ​ດາບ​ເພື່ອ​ປົກ​ປ້ອງຊາວ​ນີ​ໄຟຜູ້ຄົນ​ຂອງ​ຂ້າພະ​ເຈົ້າ, ເພື່ອ​ບໍ່​ໃຫ້​ຕົກ​ຢູ່​ໃນ​ກຳມື​ຂອງ​ຊາວ​ເລ​ມັນສັດຕູ​ຂອງ​ພວກ​ເຂົາ. ແຕ່ຈົ່ງ​ເບິ່ງ, ຕົວ​ຂອງ​ຂ້າພະ​ເຈົ້າ​ເປັນ​ຄົນ​ຊົ່ວ, ແລະ ຂ້າພະ​ເຈົ້າບໍ່​ໄດ້​ຮັກສາ​ຂໍ້​ກຳນົດ ແລະ ພຣະ​ບັນຍັດ​ຂອງ​ພຣະຜູ້​ເປັນ​ເຈົ້າຕາມ​ທີ່​ຂ້າພະ​ເຈົ້າຄວນ​ຮັກສາ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເວລາ​ສອງ​ຮ້ອຍ​ເຈັດ​ສິບ​ຫົກ​ປີຜ່ານ​ໄປ ແລະ ພວກ​ເຮົາ​ມີຊ່ວງ​ເວລາ​ແຫ່ງ​ສັນ​ຕິ​ພາບ​ຫລາຍ​ເທື່ອ; ແລະ ມີ​ຊ່ວງ​ເວລາ​ແຫ່ງ​ສົງ​ຄາມ ແລະ ການ​ນອງ​ເລືອດ​ຫລາຍ​ເທື່ອ. ແທ້​ຈິງ​ແລ້ວ, ແລະ ໂດຍ​ສະ​ຫລຸບ, ເວລາ​ສອງ​ຮ້ອຍ​ແປດ​ສິບ​ສອງ​ປີຜ່ານ​ໄປ, ແລະ ຂ້າພະ​ເຈົ້າຍັງ​ໄດ້​ຮັກ​ສາ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ໄວ້​ຕາມ​ຄຳ​ສັ່ງ​ຂອງ​ບັນພະ​ບຸລຸດ​ຂອງ​ຂ້າພະ​ເຈົ້າ; ແລະ ຂ້າພະ​ເຈົ້າ​ໄດ້​ມອບມັນ​ຕໍ່​ໃຫ້​ອາ​ມາ​ຣອນລູກ​ຊາຍ​ຂອງ​ຂ້າພະ​ເຈົ້າ. ແລະ ຂ້າ​ພະ​ເຈົ້າຂໍ​ຈົບ​ພຽງ​ເທົ່າ​ນີ້.

 ແລະ ບັດ​ນີ້ຂ້າພະ​ເຈົ້າອາ​ມາ​ຣອນ​ບັນ​ທຶກ​ເລື່ອງ​ຫຍັງ​ກໍ​ຕາມ​ທີ່​ຂ້າພະ​ເຈົ້າ​ຈະ​ບັນທຶກ​ໄວ້​ໜ້ອຍ​ໜຶ່ງໄວ້​ໃນ​ໜັງສື​ຂອງ​ບິດາ​ຂອງ​ຂ້າພະ​ເຈົ້າ.

 ຈົ່ງ​ເບິ່ງ, ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເວລາ​ສາມ​ຮ້ອຍ​ຊາວ​ປີຜ່ານ​ໄປ, ແລະ ຊາວ​ນີ​ໄຟ​ພວກທີ່​ຊົ່ວ​ຫລາຍກວ່າໄດ້​ຖືກ​ທຳລາຍ​ໄປ.

 ເພາະພຣະຜູ້​ເປັນ​ເຈົ້າຈະ​ບໍ່​ຍອມ, ຫລັງ​ຈາກ​ທີ່​ພຣະ​ອົງ​ໄດ້​ນຳ​ພວກ​ເຂົາ​ອອກ​ຈາກ​ແຜ່ນດິນ​ເຢຣູ​ຊາເລັມ ແລະ ໄດ້​ປົກ​ປັກ​ຮັກສາ​ພວກ​ເຂົາ​ບໍ່​ໃຫ້​ຕົກ​ຢູ່​ໃນ​ກຳມື​ຂອງ​ສັດຕູ, ແທ້​ຈິງ​ແລ້ວ, ພຣະ​ອົງ​ຈະ​ບໍ່​ຍອມ​ໃຫ້​ພຣະ​ຄຳຊຶ່ງພຣະ​ອົງ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກ​ເຮົາບໍ່​ປະກົດ​ເປັນ​ຈິງ, ມີ​ຄວາມ​ວ່າ: ຕາບ​ໃດ​ທີ່​ເຈົ້າຈະບໍ່​ຮັກສາ​ບັນຍັດ​ຂອງ​ເຮົາ, ເຈົ້າຈະ​ບໍ່​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນດິນ.

 ສະນັ້ນ, ພຣະຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ມາ​ຢ້ຽມຢາມ​ພວກ​ເຂົາ​ດ້ວຍ​ການ​ພິພາກສາ​ອັນ​ໃຫຍ່​ຫລວງ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ອົງ​ໄດ້​ໄວ້​ຊີວິດ​ຄົນ​ຊອບ​ທຳ ເພື່ອ​ພວກ​ເຂົາ​ຈະ​ບໍ່​ຕາຍ, ແຕ່​ຈະ​ປົດປ່ອຍພວກເຂົາ​ໃຫ້​ພົ້ນຈາກ​ກຳມື​ຂອງ​ສັດຕູ​ຂອງ​ພວກ​ເຂົາ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້າ​ໄດ້​ມອບ​ແຜ່ນ​ຈາລຶກ​ໃຫ້​ເຄມິດນ້ອງ​ຊາຍ​ຂອງ​ຂ້າພະ​ເຈົ້າ.

 ບັດ​ນີ້ຂ້າພະ​ເຈົ້າເຄມິດຈະ​ບັນທຶກ​ໄວ້​ຈັກ​ສອງ​ສາມ​ເລື່ອງ ໄວ້​ໃນ​ໜັງສື​ເຫລັ້ມດຽວກັນ​ກັບ​ທີ່ອ້າຍ​ຂອງຂ້າພະ​ເຈົ້າໄດ້ບັນທຶກໄວ້; ເພາະ​ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ໄດ້​ເຫັນ​ເລື່ອງ​ສຸດ​ທ້າຍ​ທີ່​ລາວ​ໄດ້​ຂຽນ​ໄວ້​ດ້ວຍ​ມື​ຂອງ​ລາວ​ເອງ; ແລະ ລາວ​ຂຽນ​ໄວ້​ໃນ​ມື້​ທີ່​ລາວ​ມອບມັນ​ໃຫ້​ຂ້າພະ​ເຈົ້າ. ແລະ ພວກ​ເຮົາ​ຮັກສາ​ແຜ່ນ​ຈາລຶກ​ຕາມ​ວິທີ​ນີ້ເພາະ​ມັນ​ເປັນ​ຄຳ​ສັ່ງ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຮົາ. ແລະ ຂ້າພະ​ເຈົ້າຂໍ​ຈົບ​ພຽງ​ເທົ່າ​ນີ້.

 10 ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ອະ​ບີ​ນາ​ໂດມ​ຜູ້​ເປັນ​ລູກ​ຊາຍ​ຂອງ​ເຄມິດ. ຈົ່ງ​ເບິ່ງ, ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້າ​ໄດ້​ເຫັນ​ສົງຄາມ ແລະ ການ​ຂັດ​ແຍ້ງ​ມາ​ຫລາຍລະ​ຫວ່າງ​ຊາວ​ນີ​ໄຟຜູ້ຄົນ​ຂອງ​ຂ້າພະ​ເຈົ້າກັບ​ຊາວ​ເລ​ມັນ; ແລະ ດ້ວຍ​ດາບ​ຂອງ​ຂ້າພະ​ເຈົ້າ​ເອງ, ຂ້າພະ​ເຈົ້າ​ໄດ້​ເອົາ​ຊີວິດ​ຂອງ​ຊາວ​ເລ​ມັນ​ມາ​ເປັນຈຳ​ນວນ​ຫລວງ​ຫລາຍ​ແລ້ວ​ໃນ​ການ​ປ້ອງກັນ​ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າ.

 11 ແລະ ຈົ່ງ​ເບິ່ງ, ບັນທຶກ​ຂອງ​ຜູ້ຄົນ​ພວກ​ນີ້​ມີ​ຂຽນ​ໄວ້​ໃນ​ແຜ່ນ​ຈາລຶກ ຊຶ່ງ​ເປັນ​ຂອງ​ກະສັດ​ຕາມ​ຊົ່ວ​ອາຍຸ​ຄົນ, ແລະ ຂ້າພະ​ເຈົ້າບໍ່​ຮູ້​ເລື່ອງ​ການ​ເປີດ​ເຜີຍ ຫລື ເລື່ອງ​ການ​ທຳນາຍ​ນອກ​ຈາກ​ທີ່​ມີ​ບັນທຶກ​ໄວ້; ສະນັ້ນ, ເລື່ອງ​ທີ່​ບັນທຶກ​ໄວ້​ກໍພຽງພໍ​ແລ້ວ. ແລະ ຂ້າພະ​ເຈົ້າຂໍ​ຈົບ​ພຽງ​ເທົ່າ​ນີ້.

 12 ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ອາ​ມາ​ລະ​ໄຄ​ຜູ້​ເປັນລູກ​ຊາຍ​ຂອງ​ອະ​ບີ​ນາ​ໂດມ. ຈົ່ງ​ເບິ່ງ, ຂ້າພະ​ເຈົ້າຈະ​ເວົ້າກັບ​ພວກ​ທ່ານ​ບາງ​ຢ່າງ​ກ່ຽວ​ກັບ​ໂມ​ໄຊ​ຢາ​ຜູ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ປົກ​ຄອງ​ແຜ່ນ​ດິນ​ເຊ​ລາ​ເຮັມ​ລາ; ເພາະ​ຈົ່ງ​ເບິ່ງ, ໂດຍ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ເພິ່ນ​ໃຫ້​ໜີ​ຈາກ​ແຜ່ນດິນ​ນີ​ໄຟ, ແລະ ຜູ້​ໃດ​ທີ່​ເຊື່ອ​ຟັງ​ສຸລະສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າກໍ​ໄດ້​ອອກ​ຈາກ​ແຜ່ນດິນ​ພ້ອມ​ກັບ​ເພິ່ນ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ—

 13 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ເຮັດ​ຕາມ​ທີ່​ພຣະຜູ້​ເປັນ​ເຈົ້າ​ບັນ​ຊາ. ແລະ ຫລາຍຕໍ່ຫລາຍ​ຄົນ​ທີ່​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ​ຈຶ່ງ​ອອກ​ຈາກ​ແຜ່ນດິນ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ພວກ​ເຂົາ​ຖືກ​ນຳພາ​ໄປ​ໂດຍ​ການ​ສັ່ງສອນ ແລະ ການ​ທຳນາຍ​ຫລາຍ​ຢ່າງ. ແລະ ພວກ​ເຂົາ​ໄດ້​ຮັບ​ການ​ຕັກ​ເຕືອນ​ຢູ່​ຕະຫລອດ​ເວລາ​ໂດຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ; ແລະ ພວກ​ເຂົາ​ຖືກ​ນຳ​ໄປ​ໂດຍ​ອຳນາດ​ຂອງ​ພຣະຫັດ​ຂອງ​ພຣະ​ອົງ​ຕະຫລອດ​ເວລາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ຈົນ​ລົງ​ມາ​ຮອດ​ແຜ່ນດິນ​ທີ່​ເອີ້ນ​ວ່າ ແຜ່ນດິນ​ເຊ​ລາ​ເຮັມລາ.

 14 ແລະ ພວກ​ເຂົາ​ໄດ້​ພົບເຫັນ​ຄົນ​ພວກ​ໜຶ່ງ​ທີ່​ມີ​ຊື່ວ່າ ຜູ້ຄົນ​ຂອງເຊ​ລາ​ເຮັມລາ. ບັດ​ນີ້, ມັນ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ​ໃນ​ບັນດາ​ຜູ້ຄົນຂອງ​ເຊ​ລາ​ເຮັມລາ; ແລະ ຊາວ​ເຊ​ລາ​ເຮັມລາ​ຊື່ນ​ຊົມ​ຢ່າງ​ຍິ່ງ​ເພາະວ່າ​ພຣະຜູ້​ເປັນ​ເຈົ້າໄດ້​ສົ່ງ​ຜູ້​ຄົນ​ຂອງ​ໂມ​ໄຊ​ຢາ​ມາ​ພ້ອມ​ກັບ​ແຜ່ນ​ຈາລຶກທອງ​ເຫລືອງຊຶ່ງມີ​ບັນທຶກ​ຂອງ​ຊາວ​ຢິວ.

 15 ຈົ່ງ​ເບິ່ງ, ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ໂມ​ໄຊ​ຢາ​ໄດ້​ຄົ້ນ​ພົບ​ວ່າ​ຜູ້ຄົນ​ຂອງ​ເຊ​ລາ​ເຮັມ​ລາ​ໄດ້​ອອກ​ມາ​ຈາກ​ເຢຣູ​ຊາເລັມ​ໃນ​ເວລາ​ທີ່​ເຊ​ເດ​ກີ​ຢາ​ເປັນ​ກະສັດ​ຂອງ​ຢູດາ ຊຶ່ງ​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ໃນ​ບາ​ບີ​ໂລນ.

 16 ແລະ ພວກ​ນີ້​ໄດ້ເດີນທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ ແລະ ຖືກ​ພາ​ໄປ​ໂດຍ​ພຣະຫັດ​ຂອງ​ພຣະຜູ້​ເປັນ​ເຈົ້າ ຂ້າມ​ຜືນ​ນ້ຳອັນ​ກວ້າງ​ໃຫຍ່​ໄປ​ຫາ​ແຜ່ນດິນ​ທີ່​ໂມ​ໄຊ​ຢາ​ພົບ​ເຫັນ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້​ຕັ້ງຖິ່ນ​ຖານ​ຢູ່​ບ່ອນ​ນັ້ນນັບ​ຕັ້ງ​ແຕ່​ເວລາ​ນັ້ນ​ມາ.

 17 ແລະ ເວລາ​ທີ່​ໂມ​ໄຊ​ຢາ​ຄົ້ນພົບ​ພວກ​ນີ້, ພວກ​ເຂົາ​ມີ​ຜູ້ຄົນ​ເປັນ​ຈຳນວນ​ຫລວງຫລາຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຍັງ​ມີ​ສົງຄາມ ແລະ ການ​ຂັດ​ແຍ້ງ​ຢ່າງ​ຮຸນ​ແຮງ​ຫລາຍ​ເທື່ອ, ແລະ ມີ​ການລົ້ມຕາຍ​ດ້ວຍ​ດາບ​ເປັນ​ບາງ​ຄັ້ງ; ແລະ ພາສາ​ຂອງ​ພວກ​ເຂົາ​ໄດ້​ປ່ຽນ​ແປງ​ໄປ; ທັງ​ພວກ​ເຂົາ​ບໍ່​ໄດ້​ເອົາ​ບັນທຶກ​ມາ​ນຳ, ແລະ ພວກ​ເຂົາ​ປະຕິ​ເສດ​ການເປັນ​ຢູ່​ຂອງ​ພຣະຜູ້​ສ້າງ​ຂອງ​ພວກ​ເຂົາ; ແລະ ໂມ​ໄຊ​ຢາ​ກັບ​ຜູ້ຄົນ​ຂອງ​ເພິ່ນຈຶ່ງ​ບໍ່​ສາມາດ​ເຂົ້າ​ໃຈ​ພວກ​ນີ້​ໄດ້.

 18 ແຕ່​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ໂມ​ໄຊ​ຢາ​ໃຫ້​ພວກ​ນີ້​ໄດ້​ຮັບ​ການ​ສອນ​ໃນ​ພາສາ​ຂອງ​ເພິ່ນ. ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຫລັງ​ຈາກ​ທີ່​ພວກ​ເຂົາ​ໄດ້​ຮັບ​ການ​ສອນ​ໃນ​ພາສາ​ຂອງ​ໂມ​ໄຊ​ຢາ​ແລ້ວ, ຊາວ​ເຊ​ລາ​ເຮັມລາ ຈຶ່ງ​ໃຫ້​ລຳດັບ​ການ​ສືບ​ເຊື້ອສາຍ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຂົາ​ຕາມ​ຄວາມ​ຊົງ​ຈຳ​ຂອງ​ພວກ​ເຂົາ; ແລະ ເລື່ອງ​ເຫລົ່າ​ນີ້​ມີ​ບັນທຶກ​ໄວ້, ແຕ່​ບໍ່​ໄດ້​ຢູ່​ໃນ​ແຜ່ນ​ຈາລຶກ​ເຫລົ່າ​ນີ້.

 19 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຜູ້ຄົນ​ຂອງເຊ​ລາ​ເຮັມລາ​ກັບ​ຜູ້​ຄົນ​ຂອງ​ໂມ​ໄຊ​ຢາ​ໄດ້​ມາ​ເຕົ້າ​ໂຮມ​ກັນ, ແລະ ໂມ​ໄຊ​ຢາ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ຂອງ​ພວກ​ເຂົາ.

 20 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນໃນ​ວັນ​ເວລາ​ຂອງ​ໂມ​ໄຊ​ຢາ​ມີ​ຫີນ​ໃຫຍ່​ກ້ອນ​ໜຶ່ງຊຶ່ງມີ​ອັກຂະ​ລະໃນ​ນັ້ນຖືກ​ນຳ​ມາ​ໃຫ້​ເພິ່ນ; ແລະ ເພິ່ນ​ໄດ້​ແປ​ຄວາມ​ໝາຍ​ຂອງ​ອັກຂະ​ລະ​ດ້ວຍ​ຂອງ​ປະທານ ແລະ ອຳນາດ​ຂອງ​ພຣະ​ເຈົ້າ.

 21 ແລະ ມັນ​ເປັນ​ເລື່ອງ​ລາວ​ຂອງ​ຄົນ​ຜູ້​ໜຶ່ງ​ຊື່ວ່າ ໂຄ​ຣິ​ອານ​ທະ​ເມີ​ກັບຜູ້​ຄົນ​ຂອງລາວ​ທີ່​ໄດ້​ຖືກ​ຂ້າ​ຕາຍ. ແລະ ຜູ້ຄົນຂອງ​ເຊ​ລາ​ເຮັມລາ​ໄດ້​ພົບ​ໂຄ​ຣິ​ອານ​ທະ​ເມີ; ແລະ ລາວ​ໄດ້​ຢູ່​ກັບ​ຄົນ​ພວກ​ນີ້​ເປັນ​ເວລາ​ເກົ້າ​ເດືອນ.

 22 ມັນ​ໄດ້​ກ່າວ​ຂໍ້ຄວາມ​ກ່ຽວ​ກັບ​ບັນພະບຸລຸດ​ຂອງ​ລາວ​ບາງ​ເລັກ​ໜ້ອຍ. ແລະ ບິດາ​ມານ​ດາ​ຜູ້​ທຳ​ອິດ​ຂອງ​ລາວ​ທີ່​ໄດ້​ອອກ​ມາ​ຈາກ​ຫໍ​ສູງ​ໃນ​ເວລາ​ທີ່​ພຣະຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ພາສາ​ຂອງ​ຄົນ​ສັບສົນ; ແລະ ຄວາມ​ຮຸນ​ແຮງ​ຂອງ​ພຣະຜູ້​ເປັນ​ເຈົ້າມາ​ຫາ​ພວກ​ເຂົາ​ຕາມ​ການ​ພິພາກສາ​ຂອງ​ພຣະ​ອົງຊຶ່ງທ່ຽງ​ທຳ; ແລະ ກະດູກ​ຂອງ​ພວກ​ເຂົາ​ວາງ​ກະຈັດກະຈາຍ​ຢູ່​ໃນ​ແຜ່ນດິນ​ທາງ​ເໜືອ.

 23 ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ອາ​ມາ​ລະ​ໄຄ​ໄດ້​ເກີດ​ໃນ​ວັນ​ເວລາ​ຂອງ​ໂມ​ໄຊ​ຢາ; ແລະ ຂ້າພະ​ເຈົ້າມີ​ຊີວິດ​ຢູ່​ຈົນ​ເຫັນ​ການ​ສິ້ນ​ຊີວິດ​ຂອງ​ເພິ່ນ; ແລະ ເບັນ​ຢາ​ມິນ​ລູກ​ຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນປົກຄອງ​ລາຊາ​ບັນລັງ​ແທນ​ເພິ່ນ.

 24 ແລະ ຈົ່ງ​ເບິ່ງ, ໃນ​ວັນ​ເວລາ​ຂອງ​ກະສັດ​ເບັນ​ຢາ​ມິນ, ຂ້າພະ​ເຈົ້າ​ໄດ້​ເຫັນ​ສົງຄາມ​ອັນ​ຮ້າຍ​ແຮງ ແລະ ການ​ນອງ​ເລືອດ​ລະຫວ່າງ​ຊາວ​ນີ​ໄຟ​ກັບ​ຊາວ​ເລ​ມັນ. ແຕ່​ຈົ່ງ​ເບິ່ງ, ຊາວ​ນີ​ໄຟ​ໄດ້​ປຽບ​ພວກ​ນັ້ນຫລາຍ; ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ທີ່​ກະສັດ​ເບັນ​ຢາ​ມິນ​ໄດ້​ຂັບໄລ່​ພວກ​ເຂົາອອກ​ຈາກ​ແຜ່ນດິນ​ເຊ​ລາ​ເຮັມລາ.

 25 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້າກໍ​ເລີ່ມ​ເຖົ້າ​ແກ່​ລົງ; ແລະ ໂດຍ​ທີ່​ບໍ່​ມີ​ລູກຈັກຄົນ, ແລະ ໂດຍ​ທີ່​ຮູ້​ວ່າ​ກະສັດ​ເບັນ​ຢາ​ມິນ​ເປັນ​ກະສັດ​ທີ່​ທ່ຽງ​ທຳ​ຕໍ່​ພຣະ​ພັກ​ຂອງ​ພຣະຜູ້​ເປັນ​ເຈົ້າ, ສະນັ້ນ, ຂ້າພະ​ເຈົ້າຈຶ່ງ​ມອບ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ໃຫ້​ເພິ່ນ, ເພື່ອ​ຈະ​ໄດ້​ຊັກ​ຊວນ​ມະນຸດ​ທັງ​ປວງ​ໃຫ້​ມາ​ຫາ​ພຣະ​ເຈົ້າ, ແລະ ພຣະຜູ້​ບໍລິສຸດ​ຂອງ​ອິດ​ສະ​ຣາ​ເອນ, ແລະ ເຊື່ອ​ໃນ​ການ​ທຳນາຍ, ແລະ ການ​ເປີດ​ເຜີຍ, ແລະ ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ເຫລົ່າ​ທູດ, ແລະ ໃນ​ຂອງ​ປະທານ​ແຫ່ງ​ການ​ເວົ້າພາສາ, ແລະ ໃນ​ຂອງ​ປະທານ​ແຫ່ງ​ການ​ແປ​ພາສາ, ແລະ ໃນ​ທຸກ​ສິ່ງທີ່​ດີ; ເພາະ​ບໍ່​ມີ​ສິ່ງໃດເລີຍທີ່ດີ​ນອກ​ຈາກ​ມັນມາ​ຈາກ​ພຣະຜູ້​ເປັນ​ເຈົ້າ: ແລະ ສິ່ງ​ທີ່​ບໍ່​ດີ​ມາ​ຈາກ​ມານ.

 26 ແລະ ບັດ​ນີ້ພີ່ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຢາກ​ໃຫ້​ພວກ​ທ່ານ​ມາ​ຫາ​ພຣະ​ຄຣິດ, ຜູ້​ເປັນ​ພຣະຜູ້​ບໍລິ​ສຸດ​ຂອງ​ອິດ​ສະ​ຣາ​ເອນ, ແລະ ຮັບ​ສ່ວນ​ຄວາມ​ລອດຈາກພຣະ​ອົງ, ແລະ ອຳນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ. ແທ້​ຈິງ​ແລ້ວ, ຈົ່ງ​ມາ​ຫາ​ພຣະ​ອົງ​ເຖີດ, ແລະ ຖະຫວາຍ​ທັງ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ເປັນ​ເຄື່ອງ​ບູຊາ​ແດ່​ພຣະ​ອົງ, ແລະ ຖື​ສິນ​ອົດ​ເຂົ້າ ແລະ ອະທິຖານ​ຕໍ່​ໄປ, ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ; ແລະ ຕາບ​ໃດ​ທີ່​ພຣະຜູ້​ເປັນ​ເຈົ້າຍັງ​ຊົງ​ພຣະ​ຊົນ​ຢູ່ ພວກ​ທ່ານ​ຈະ​ລອດ.

 27 ແລະ ບັດ​ນີ້ຂ້າພະ​ເຈົ້າຈະ​ເວົ້າ​ບາງ​ຢ່າງ​ກ່ຽວ​ກັບ​ຄົນ​ກຸ່ມ​ໜຶ່ງ​ທີ່​ຂຶ້ນ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ ເພື່ອ​ກັບ​ໄປ​ຫາ​ແຜ່ນດິນ​ນີ​ໄຟ; ເພາະ​ມີ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ທີ່​ປາ​ຖະໜາ​ຈະ​ເປັນ​ເຈົ້າຂອງ​ແຜ່ນດິນຊຶ່ງ​ເປັນ​ມູນ​ມໍລະດົກ​ຂອງ​ພວກ​ເຂົາ.

 28 ສະນັ້ນ, ພວກ​ເຂົາ​ຈຶ່ງ​ຂຶ້ນ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ. ແລະ ໂດຍ​ທີ່​ຜູ້ນຳ​ພວກ​ເຂົາ​ເປັນ​ຄົນ​ແຂງ​ແຮງ​ ແລະ ມີ​ພະລັງ, ແລະ ເປັນ​ຄົນ​ແຂງຄໍ, ສະນັ້ນ, ພວກ​ເຂົາ​ຈຶ່ງ​ເຮັດ​ໃຫ້​ເກີດ​ການ​ຂັດ​ແຍ້ງ​ກັນ​ໃນ​ບັນດາ​ພວກ​ເຂົາ​ເອງ; ແລະ ພວກ​ເຂົາ​ຖືກ​ຂ້າ​ຕາຍ​ໝົດ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ ນອກ​ຈາກ​ຄົນ​ຫ້າ​ສິບ​ຄົນ​ເທົ່າ​ນັ້ນ, ແລະ ຄົນ​ເຫລົ່ານັ້ນ​ໄດ້​ກັບ​ຄືນ​ມາ​ຫາແຜ່ນດິນເຊ​ລາ​ເຮັມລາ.

 29 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ພາ​ຄົນ​ພວກ​ອື່ນໆ​ໄປ​ອີກ​ເປັນ​ຈຳນວນ​ຫລວງ​ຫລາຍ, ແລະ ອອກ​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ.

 30 ແລະ ຂ້າພະ​ເຈົ້າ​ອາ​ມາ​ລະ​ໄຄ​ມີ​ນ້ອງ​ຊາຍ​ຢູ່​ຄົນໜຶ່ງທີ່​ໄປ​ນຳ​ຄົນ​ເຫລົ່ານັ້ນຄື​ກັນ; ແລະ ຕັ້ງ​ແຕ່​ນັ້ນ​ມາ ຂ້າພະ​ເຈົ້າບໍ່​ໄດ້​ຍິນ​ກ່ຽວ​ກັບ​ຄົນ​ເຫລົ່ານັ້ນ​ເລີຍ. ແລະ ຂ້າພະ​ເຈົ້າກຳລັງ​ຈະ​ລົງ​ໄປ​ນອນ​ໃນ​ຫລຸມ​ສົບ​ຂອງ​ຂ້າພະ​ເຈົ້າ; ແລະ ແຜ່ນ​ຈາລຶກ​ເຫລົ່ານີ້ກໍ​ເຕັມ​ແລ້ວ. ແລະ ຂ້າພະ​ເຈົ້າຂໍ​ຈົບ​ຄຳ​ເວົ້າຂອງ​ຂ້າພະ​ເຈົ້າ​ໄວ້​ພຽງ​ເທົ່າ​ນີ້.