ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 1


ຄຳ​ສອນ ແລະ ພັນທະ​ສັນ​ຍາ

ພາກ​ທີ 1

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ທາງ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ໃນ​ວັນທີ 1 ເດືອນ​ພະຈິກ, 1831, ລະຫວ່າງ​ກອງ​ປະ​ຊຸມ​ໃຫຍ່​ພິ​ເສດ​ຂອງ​ພວກ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ, ຈັດ​ຂຶ້ນ​ທີ່​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ. ມີ​ການ​ເປີດ​ເຜີຍ​ຫລາຍ​ຢ່າງ​ທີ່​ໄດ້​ຮັບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ກ່ອນ​ເວລາ​ນີ້, ແລະ ການ​ຮວບ​ຮວມ​ການ​ເປີດ​ເຜີຍ​ເຫລົ່າ​ນີ້​ເພື່ອ​ພິມ​ເປັນ​ປຶ້ມ​ຄື​ຫົວ​ຂໍ້​ສຳ​ຄັນ​ທີ່​ເຫັນ​ພ້ອມ​ກັນ​ໃນ​ກອງ​ປະ​ຊຸມ​ໃຫຍ່. ພາກ​ນີ້​ປະກອບ​ເປັນ​ຄຳ​ນຳ​ຕໍ່​ຄຳ​ສອນ, ພັນທະ​ສັນ​ຍາ, ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ປະທານ​ໃຫ້​ໃນ​ຍຸກ​ສະ​ໄໝ​ນີ້.

1–7, ສຽງ​ເຕືອນ​ອອກ​ໄປ​ຫາ​ຜູ້​ຄົນ​ທັງ​ປວງ; 8–16, ການ​ປະ​ຖິ້ມ​ຄວາມ​ເຊື່ອ ແລະ ຄວາມ​ຊົ່ວ​ຮ້າຍ​ເກີດ​ຂຶ້ນ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ; 17–23, ໂຈເຊັບ ສະມິດ ຖືກ​ເອີ້ນ​ໃຫ້​ຟື້ນ​ຟູ​ຄວາມ​ຈິງ ແລະ ອຳນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສູ່​ແຜ່ນ​ດິນ​ໂລກ; 24–33, ພຣະ​ຄຳ​ພີ​ມໍມອນ​ໄດ້​ຖືກ​ນຳ​ອອກ​ມາ ແລະ ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ໄດ້​ຖືກ​ສະຖາ​ປະນາ​ຂຶ້ນ; 34–36, ສັນ​ຕິ​ສຸກ​ຈະ​ຖືກ​ເອົາ​ໄປ​ຈາກ​ແຜ່ນ​ດິນ​ໂລກ; 37–39, ຈົ່ງ​ຄົ້ນ​ຄວ້າ​ພຣະ​ບັນ​ຍັດ​ເຫລົ່າ​ນີ້.

1 ຈົ່ງ​ເຊື່ອ​ຟັງ, ໂອ້ ເຈົ້າ​ຜູ້​ຄົນ​ແຫ່ງ ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ສຸ​ລະ​ສຽງ​ຂອງ​ຜູ້​ສະ​ຖິດ​ຢູ່​ເບື້ອງ​ບົນ​ໄດ້​ກ່າວ, ແລະ ຜູ້​ທີ່ ພຣະ​ເນດ​ຈ້ອງ​ມອງ​ຢູ່​ເທິງ​ມະນຸດ​ທັງ​ປວງ; ແທ້​ຈິງ​ແລ້ວ, ຕາມ​ຄວາມ​ຈິງ ເຮົາ​ກ່າວ​ວ່າ: ຈົ່ງ ເຊື່ອ​ຟັງ ເຈົ້າ​ຜູ້​ຄົນ ຈາກ​ແດນ​ໄກ; ແລະ ເຈົ້າ​ຜູ້​ຢູ່​ເທິງ​ເກາະ​ໃນ​ທະເລ, ຈົ່ງ​ຟັງ​ນຳ​ກັນ.

2 ເພາະ​ຕາມ​ຄວາມ​ຈິງ ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ມະນຸດ​ທັງ​ປວງ, ແລະ ບໍ່​ມີ​ໃຜ​ໜີ​ພົ້ນ; ແລະ ບໍ່​ມີ​ດວງ​ຕາ​ໃດ​ທີ່​ຈະ​ຫລຽວ​ບໍ່​ເຫັນ, ທັງ​ບໍ່​ມີ​ຫູ​ໃດ​ທີ່​ຈະ​ບໍ່​ໄດ້​ຍິນ, ທັງ​ບໍ່​ມີ ຫົວ​ໃຈ​ໃດ​ທີ່​ຈະ​ບໍ່​ຖືກ​ແທງ​ໃຫ້​ທະ​ລຸ.

3 ແລະ ຄົນ​ກະ​ບົດ​ຈະ​ຖືກ​ສຽບ​ແທງ​ດ້ວຍ​ຄວາມ​ໂສກ​ເສົ້າ​ຢ່າງ​ຫລວງ​ຫລາຍ; ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຂົາ​ຈະ​ຖືກ ປ່າວ​ປະ​ກາດ​ຢູ່​ເທິງ​ຫລັງ​ຄາ​ເຮືອນ, ແລະ ການ​ເຮັດ​ຄວາມ​ລັບ​ຂອງ​ເຂົາ​ຈະ​ຖືກ​ເປີດ​ເຜີຍ.

4 ແລະ ສຽງ​ເຕືອນ​ຈະ​ມາ​ເຖິງ​ທຸກ​ຜູ້​ຄົນ, ໂດຍ​ປາກ​ຂອງ​ສາ​ນຸ​ສິດ​ຂອງ​ເຮົາ, ຜູ້​ຊຶ່ງ​ເຮົາ​ເລືອກ​ໄວ້​ໃນ ຍຸກ​ສຸດ​ທ້າຍ​ນີ້.

5 ແລະ ເຂົາ​ຈະ​ອອກ​ໄປ ແລະ ບໍ່​ມີ​ຄົນ​ໃດ​ຈະ​ສາ​ມາດ​ຢຸດ​ຢັ້ງ​ເຂົາ​ໄດ້, ເພາະ​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ເຂົາ.

6 ຈົ່ງ​ເບິ່ງ, ນີ້​ເປັນ ສິດ​ອຳນາດ​ຂອງ​ເຮົາ, ແລະ ສິດ​ອຳນາດ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ແລະ ເປັນ​ຄຳ​ນຳ​ຂອງ​ເຮົາ​ໃຫ້​ແກ່​ໜັງ​ສື​ບັນ​ຍັດ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ເຂົາ​ເພື່ອ ພິມ​ໃຫ້​ແກ່​ເຈົ້າ, ໂອ້ ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ.

7 ດັ່ງ​ນັ້ນ, ຈົ່ງ ຢ້ານ​ກົວ ແລະ ຕົວ​ສັ່ນ, ໂອ້ ເຈົ້າ​ຜູ້​ຄົນ, ເພາະ​ສິ່ງ​ໃດ​ທີ່​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອອກ​ຄຳ​ສັ່ງ ສິ່ງ​ນັ້ນ​ຈະ​ບັນ​ລຸ​ຜົນ ສຳ​ເລັດ.

8 ແລະ ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຂົາ​ຜູ້​ອອກ​ໄປ, ນຳ​ຂ່າວ​ເຫລົ່າ​ນີ້​ໄປ​ໃຫ້​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ, ຕໍ່​ເຂົາ​ອຳນາດ​ຈະ​ຖືກ​ມອບ​ໃຫ້​ເພື່ອ ຜະ​ນຶກ​ຄົນ​ທີ່​ບໍ່​ເຊື່ອ ແລະ ຄົນ​ກະ​ບົດ, ທັງ​ເທິງ​ແຜ່ນ​ດິນ​ໂລກ ແລະ ໃນ​ສະຫວັນ;

9 ແທ້​ຈິງ​ແລ້ວ, ຕາມ​ຄວາມ​ຈິງ, ເພື່ອ​ຜະ​ນຶກ​ເຂົາ​ໄວ້​ສຳ​ລັບ​ມື້ ເມື່ອ ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າຈະ​ຖອກ​ເທ​ລົງ​ມາ​ເທິງ ຄົນ​ຊົ່ວ​ຢ່າງ​ບໍ່​ມີ​ກຳ​ນົດ—

10 ໄວ້​ສຳ​ລັບ ມື້ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ ຊົດ​ເຊີຍ​ທຸກໆ​ຄົນ​ຕາມ ວຽກ​ງານ​ຂອງ​ເຂົາ, ແລະ ວັດ​ແທກ ທຸກໆ​ຄົນ​ຕາມ ເຄື່ອງ​ຜອງ ຊຶ່ງ​ເຂົາ​ໄດ້​ໃຊ້​ວັດ​ແທກ​ເພື່ອນ​ມະນຸດ​ຂອງ​ເຂົາ.

11 ດັ່ງ​ນັ້ນ ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ມາ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ເພື່ອ​ທຸກ​ຄົນ​ທີ່​ຢາກ​ໄດ້​ຍິນ ກໍ​ຈະ​ໄດ້​ຍິນ:

12 ຈົ່ງ​ຕຽມ, ຈົ່ງ​ຕຽມ​ສຳ​ລັບ​ສິ່ງ​ທີ່​ຈະ​ມາ​ເຖິງ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໃກ້​ຈະ​ມາ​ແລ້ວ;

13 ແລະ ພຣະ​ພິ​ໂລດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ລຸກ​ເປັນ​ໄຟ, ແລະ ດາບ​ຂອງ​ພຣະ​ອົງ​ຖືກ​ຊະໂລມ​ໄວ້​ຢູ່ ໃນ​ສະຫວັນ, ແລະ ມັນ​ຈະ​ຕົກ​ໃສ່​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ.

14 ແລະ ແຂນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປີດ​ອອກ; ແລະ ວັນ​ນັ້ນ​ຈະ​ມາ​ເຖິງ ເມື່ອ​ຜູ້​ບໍ່ ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ທັງ​ບໍ່ ຟັງ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ທັງ​ບໍ່​ເອົາ​ໃຈ​ໃສ່​ຕໍ່​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ແລະ ອັກຄະ​ສາວົກ, ຈະ​ຖືກ ຕັດ​ອອກ​ຈາກ​ທ່າມ​ກາງ​ຜູ້​ຄົນ;

15 ເພາະ​ເຂົາ​ໄດ້ ໜີ​ຈາກ ພິ​ທີ​ການ​ຂອງ​ເຮົາ, ແລະ ໄດ້ ຝ່າ​ຝືນ ພັນທະ​ສັນ​ຍາ​ອັນ​ເປັນ​ນິດ​ຂອງ​ເຮົາ;

16 ເຂົາ​ບໍ່ ສະແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ສະຖາ​ປະນາ​ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ, ແຕ່​ມະນຸດ​ທຸກ​ຄົນ​ໄດ້​ເດີນ​ໄປ​ໃນ ເສັ້ນ​ທາງ ຂອງ​ຕົນ​ເອງ, ແລະ ຕາມ ລັກ​ສະ​ນະ​ພຣະ​ເຈົ້າ​ຂອງ​ຕົນ​ເອງ, ຊຶ່ງ​ລັກ​ສະ​ນະ​ນັ້ນ ເປັນ​ຄື​ກັນ​ກັບ​ລັກ​ສະ​ນະ​ຂອງ​ໂລກ, ແລະ ຊຶ່ງ​ແກ່ນ​ສານ​ຂອງ​ມັນ​ເປັນ​ຮູບ​ບູຊາ, ຊຶ່ງ​ຈະ ເກົ່າ​ລົງ ແລະ ຜຸ​ພັງ​ໄປໃນ ບາ​ບີ​ໂລນ, ແມ່ນ​ແຕ່​ບາ​ບີ​ໂລນ​ທີ່​ຍິ່ງ​ໃຫຍ່​ນັ້ນ​ກໍ​ພັງ​ທະ​ລາຍ.

17 ດັ່ງນັ້ນ, ເຮົາ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ທີ່​ຮູ້​ເຖິງ​ຄວາມ​ເສຍ​ຫາຍ​ທີ່​ຈະ​ມາ​ສູ່ ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ, ຈຶ່ງ​ໄດ້​ເອີ້ນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ໄດ້​ກ່າວ​ກັບ​ລາວ​ຈາກ​ສະຫວັນ, ແລະ ມອບ​ບັນ​ຍັດ​ໃຫ້​ລາວ;

18 ແລະ ກໍ​ໄດ້​ມອບ​ບັນ​ຍັດ​ໃຫ້​ຄົນ​ອື່ນໆ​ຄື​ກັນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ປະ​ກາດ​ສິ່ງ​ເຫລົ່າ​ນີ້​ແກ່​ໂລກ; ແລະ ທັງ​ໝົດ​ນີ້​ກໍ​ເພື່ອ​ເລື່ອງ​ນີ້​ຈະ​ບັນ​ລຸ​ຄວາມ​ສຳ​ເລັດ, ຊຶ່ງ​ຖືກ​ຂຽນ​ໄວ້​ໂດຍ​ສາດ​ສະ​ດາ​ທັງ​ຫລາຍ—

19 ສິ່ງ​ທີ່ ອ່ອນ​ແອ​ຂອງ​ໂລກ​ຈະ​ອອກ​ມາ ແລະ ປາບ​ຄົນ​ທີ່​ມີ​ອຳນາດ ແລະ ມີ​ອິດ​ທິ​ພົນ, ເພື່ອ​ມະນຸດ​ຈະ​ບໍ່​ແນະນຳ​ເພື່ອນ​ມະນຸດ​ຂອງ​ຕົນ, ທັງ​ບໍ່ ໄວ້​ວາງ​ໃຈ​ໃນ​ແຂນ​ແຫ່ງ​ເນື້ອ​ໜັງ—

20 ແຕ່​ວ່າ​ທຸກໆ​ຄົນ​ອາດ ກ່າວ​ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ, ແມ່ນ​ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ;

21 ພ້ອມ​ນີ້ ເພື່ອ​ສັດທາ​ຈະ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ໃນ​ແຜ່ນ​ດິນ​ໂລກ;

22 ເພື່ອ ພັນທະ​ສັນ​ຍາ​ອັນ​ເປັນ​ນິດ​ຂອງ​ເຮົາ​ຈະ​ໄດ້​ຖືກ​ສະຖາ​ປະນາ​ຂຶ້ນ;

23 ເພື່ອ​ຄວາມ​ສົມ​ບູນ ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ຈະ​ຖືກ ປ່າວ​ປະ​ກາດ​ໂດຍ​ຄົນ​ທີ່ ອ່ອນ​ແອ ແລະ ຄົນ​ທີ່​ຕ່ຳ​ຕ້ອຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ໂລກ, ແລະ ຕໍ່​ບັນ​ດາ​ກະສັດ ແລະ ຜູ້​ປົກ​ຄອງ.

24 ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຈົ້າ ແລະ ເຮົາ​ໄດ້​ກ່າວ​ມັນ​ໄວ້​ດັ່ງ​ນີ້; ບັນ​ຍັດ​ເຫລົ່າ​ນີ້​ເປັນ​ຂອງ​ເຮົາ, ແລະ ໄດ້​ມອບ​ມັນ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໃນ​ຄວາມ​ອ່ອນ​ແອ​ຂອງ​ເຂົາ, ຕາມ​ລັກ​ສະ​ນະ ພາ​ສາ​ຂອງ​ເຂົາ, ເພື່ອ​ເຂົາ​ຈະ ເຂົ້າ​ໃຈ​ມັນ.

25 ແລະ ຕາບ​ໃດ​ທີ່​ເຂົາ​ຍັງ​ເຮັດ​ຜິດ ມັນ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ;

26 ແລະ ຕາບ​ໃດ​ທີ່​ເຂົາ​ຍັງ​ສະແຫວງ​ຫາ ປັນ​ຍາ ເຂົາ​ຈະ​ໄດ້​ຮັບ​ຄຳ​ແນະນຳ;

27 ແລະ ຕາບ​ໃດ​ທີ່​ເຂົາ​ຍັງ​ເຮັດ​ບາບ ເຂົາ​ຈະ​ຖືກ ຕີ​ສອນ, ເພື່ອ​ວ່າ​ເຂົາ​ຈະ​ໄດ້ ກັບ​ໃຈ;

28 ແລະ ຕາບ​ໃດ​ທີ່​ເຂົາ​ຍັງ ຖ່ອມ​ຕົວ ເຂົາ​ຈະ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ, ແລະ ໄດ້​ຮັບ​ພອນ​ຈາກ​ເບື້ອງ​ບົນ, ແລະ ໄດ້​ຮັບ ຄວາມ​ຮູ້​ເປັນ​ບາງ​ຄັ້ງ.

29 ແລະ ຫລັງ​ຈາກ​ໄດ້​ຮັບ​ບັນ​ທຶກ​ຂອງ​ຊາວ​ນີໄຟ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຈະ​ມີ​ອຳນາດ​ທີ່​ຈະ​ແປ ພຣະ​ຄຳ​ພີ​ມໍມອນ ຜ່ານ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ, ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ.

30 ແລະ ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ຮັບ​ບັນ​ຍັດ​ເຫລົ່າ​ນີ້​ນຳ​ອີກ, ຈະ​ມີ ອຳນາດ​ທີ່​ຈະ​ວາງ​ຮາກ​ຖານ​ຂອງ ສາດ​ສະ​ໜາ​ຈັກ, ແລະ ນຳ ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ ແລະ ດຳ​ລົງ​ຢູ່​ແຫ່ງ​ດຽວ​ເທົ່າ​ນັ້ນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ອອກ​ຈາກ​ການ​ປິດ​ບັງ ແລະ ອອກ​ຈາກ ຄວາມ​ມືດ, ຊຶ່ງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ພໍ​ໃຈ​ຫລາຍ, ໂດຍ​ກ່າວ​ກັບ​ສາດ​ສະ​ໜາ​ຈັກ​ເປັນ​ສ່ວນ​ຮວມ ແລະ ບໍ່ ແມ່ນ​ສະ​ເພາະ​ບຸກ​ຄົນ—

31 ເພາະ​ເຮົາ ພຣະ​ຜູ້​ເປັນ​ເຈົ້າ ບໍ່​ສາ​ມາດ​ເບິ່ງ ບາບ​ດ້ວຍ​ລະ​ດັບ​ການ​ຍິນ​ຍອມ​ແມ່ນ​ແຕ່​ໜ້ອຍ​ທີ່​ສຸດ;

32 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄົນ​ທີ່​ກັບ​ໃຈ ແລະ ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ຮັບ ການ​ໃຫ້​ອະ​ໄພ;

33 ແລະ ຄົນ​ທີ່​ບໍ່ ກັບ​ໃຈ, ຄວາມ​ສະ​ຫວ່າງ​ທີ່​ເຂົາ​ໄດ້​ຮັບ​ແລ້ວ​ຈະ​ຖືກ ເອົາ​ໄປ​ຈາກ​ເຂົາ; ເພາະ ວິນ​ຍານ​ຂອງ​ເຮົາ​ຈະ​ບໍ່ ພະ​ຍາ​ຍາມ​ກັບ​ມະນຸດ​ສະເໝີ​ໄປ, ຈອມ​ໂຍທາ​ໄດ້​ກ່າວ.

34 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ເຈົ້າ ໂອ້ ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ​ວ່າ: ເຮົາ​ພຣະ​ຜູ້​ເປັນ​ເຈົ້າ ເຕັມ​ໃຈ​ທີ່​ຈະ​ເຮັດ​ໃຫ້​ສິ່ງ​ເຫລົ່າ​ນີ້​ເປັນ​ທີ່​ຮູ້​ຈັກ​ແກ່​ເນື້ອ​ໜັງ ທັງ​ປວງ;

35 ເພາະ​ເຮົາ​ບໍ່ ເລືອກ​ໜ້າ​ຄົນ, ແລະ ປະສົງ​ໃຫ້​ມະນຸດ​ທັງ​ປວງ​ຮູ້​ວ່າ ມື້​ນັ້ນ​ຈະ​ມາ​ເຖິງ​ຢ່າງ​ວ່ອງ​ໄວ; ຍັງ​ບໍ່​ຮອດ​ຊົ່ວ​ໂມງ​ນັ້ນ​ເທື່ອ, ແຕ່​ໃກ້​ຈະ​ມາ​ເຖິງ​ແລ້ວ, ເມື່ອ ສັນ​ຕິ​ສຸກ​ຈະ​ຖືກ​ເອົາ​ໄປ​ຈາກ​ແຜ່ນ​ດິນ​ໂລກ, ແລະ ມານ​ຈະ​ມີ​ອຳນາດ​ເໜືອ​ທີ່​ຄອບ​ຄອງ​ຂອງ​ມັນ​ເອງ.

36 ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມີ​ອຳນາດ​ເໜືອ ໄພ່​ພົນ​ຂອງ​ພຣະ​ອົງ​ຄື​ກັນ, ແລະ ຈະ ປົກ​ຄອງ​ຢູ່ ທ່າມ​ກາງ​ພວກ​ເຂົາ, ແລະ ຈະ​ລົງ​ມາ​ເພື່ອ ພິ​ພາກ​ສາ​ຢູ່​ເທິງ ອີ​ດູ​ມາຍ, ຫລື ໂລກ.

37 ຈົ່ງ​ຄົ້ນ​ຄວ້າ ບັນ​ຍັດ​ເຫລົ່າ​ນີ້, ເພາະ​ມັນ​ເປັນ​ຄວາມ​ຈິງ ແລະ ຊື່​ສັດ, ແລະ ຄຳ​ທຳ​ນາຍ ແລະ ຄຳ​ສັນ​ຍາ ຊຶ່ງ​ມີ​ຢູ່​ໃນ​ນັ້ນ​ຈະ​ສຳ​ເລັດ​ຄົບ​ຖ້ວນ​ທັງ​ໝົດ.

38 ສິ່ງ​ທີ່​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ເຮົາ​ໄດ້​ກ່າວ, ແລະ ເຮົາ​ບໍ່​ແກ້​ຕົວ; ແລະ ເຖິງ​ແມ່ນ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ​ຈະ​ສູນ​ສິ້ນ​ໄປ, ຄຳ​ຂອງ​ເຮົາ​ຈະ​ບໍ່​ສູນ​ສິ້ນ​ໄປ, ແຕ່​ທຸກ​ສິ່ງ​ຈະ ເກີດ​ເປັນ​ຈິງ, ບໍ່​ວ່າ​ຈະ​ເປັນ​ໂດຍ ສຽງ​ຂອງ​ເຮົາ​ເອງ ຫລື ໂດຍ​ສຽງ​ຂອງ ຜູ້​ຮັບ​ໃຊ້​ຂອງ​ເຮົາ, ມັນ​ກໍ ເໝືອນ​ກັນ.

39 ເພາະ​ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ພຣະ​ຜູ້​ເປັນ​ເຈົ້າ​ຄື ພຣະ​ເຈົ້າ, ແລະ ພຣະ​ວິນ​ຍານ​ໄດ້​ເປັນ​ພະຍານ, ແລະ ພະຍານ​ນັ້ນ​ເປັນ​ຄວາມ​ຈິງ, ແລະ ຄວາມ​ຈິງ​ຈະ​ດຳ​ລົງ​ຢູ່​ຕະຫລອດ​ການ ແລະ ຕະຫລອດ​ໄປ. ອາແມນ.