ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 10


ພາກ​ທີ 10

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ຮາມ​ໂມ​ນີ, ລັດ​ເພັນໂຊ​ເວເນຍ, ອາດ​ເປັນ​ລະຫວ່າງ​ເດືອນ​ເມສາ 1829, ເຖິງ​ແມ່ນ​ວ່າ ບາງ​ສ່ວນ​ອາດ​ໄດ້​ຮັບ​ນັບ​ແຕ່​ໃນ​ລະ​ດູ​ແລ້ງ ຂອງ​ປີ 1828. ໃນ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ບອກ ໂຈເຊັບ​ເຖິງ​ກຸ່ມ​ຄົນ​ຊົ່ວ​ທີ່​ໄດ້​ປ່ຽນ​ແປງ​ຕົ້ນ​ສະບັບ 116 ໜ້າ​ທີ່​ແປ​ຈາກ​ໜັງ​ສື​ລີໄຮ, ໃນ​ພຣະ​ຄຳ​ພີ​ມໍມອນ. ຕົ້ນ​ສະບັບ​ດັ່ງ​ກ່າວ​ໄດ້​ຫາຍ​ໄປ​ຈາກ​ການ​ຄອບ​ຄອງ​ຂອງ​ມາຕິນ ແຮຣິສ, ຊຶ່ງ​ຖືກ​ຝາກ​ຝັງ​ໄວ້​ຊົ່ວ​ຄາວ. (ເບິ່ງ ຫົວ​ຂໍ້​ຂອງ ພາກ​ທີ 3.) ແຜນ​ການ​ຊົ່ວ​ຮ້າຍ​ແມ່ນ​ທີ່​ຈະ​ຄອຍ​ຖ້າ​ໃຫ້ແປ​ໜ້າ​ທີ່​ຖືກ​ລັກ​ໄປ​ນັ້ນ​ຄືນ​ໃໝ່ ແລະ ຈາກ​ນັ້ນ​ຈະ​ຕຳ​ນິ ຜູ້​ແປ ໂດຍ​ການ​ເຮັດ​ໃຫ້​ເຫັນ​ຄວາມ​ບໍ່​ສອດ​ຄ່ອງ​ກັນ ຊຶ່ງ​ເກີດ​ຂຶ້ນ​ເນື່ອງ​ດ້ວຍ​ການ​ປ່ຽນ​ແປງ. ຈຸດ​ປະສົງ​ອັນ​ຊົ່ວ​ຮ້າຍ​ນີ້ ຊຶ່ງ​ມານ​ຮ້າຍ​ເປັນ​ຕົ້ນ​ຄິດ ແລະ ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ແມ່ນ​ແຕ່​ໃນ​ຂະນະ​ທີ່​ມໍມອນ, ນັກ​ປະຫວັດ​ສາດ​ຊາວ​ນີໄຟ, ພວມ​ຫຍໍ້​ແຜ່ນ​ຈາລຶກ​ເຂົ້າ​ກັນ, ມີ​ສະແດງ​ໃຫ້​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ (ເບິ່ງ ຄຳ​ຂອງ​ມໍມອນ 1:3–7).

1–26, ຊາຕານ​ຍຸ​ຍົງ​ຄົນ​ຊົ່ວ​ໃຫ້​ຕໍ່​ຕ້ານ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 27–33, ມັນ​ສະແຫວງ​ຫາ​ທີ່​ຈະ​ທຳ​ລາຍ​ຈິດ​ວິນ​ຍານ​ຂອງ​ມະນຸດ; 34–52, ພຣະ​ກິດ​ຕິ​ຄຸນ​ຈະ​ຕ້ອງ​ອອກ​ໄປ​ຫາ​ຊາວ​ເລມັນ ແລະ ທຸກ​ປະ​ຊາ​ຊາດ​ຜ່ານ​ພຣະ​ຄຳ​ພີ​ມໍມອນ; 53–63, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ທ່າມ​ກາງ​ມະນຸດ; 64–70, ພຣະ​ອົງ​ຈະ​ເຕົ້າ​ໂຮມ​ຄົນ​ທີ່​ກັບ​ໃຈ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແລະ ຈະ​ຊ່ວຍ​ຄົນ​ທີ່​ເຊື່ອ​ຟັງ​ໃຫ້​ລອດ.

1 ບັດ​ນີ້, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເພາະ​ເຈົ້າ​ໄດ້​ມອບ​ການ​ຂຽນ​ເຫລົ່າ​ນັ້ນ ຊຶ່ງ​ເຈົ້າ​ໄດ້​ຮັບ​ພະ​ລັງ​ໃຫ້​ແປ ຜ່ານ ອຸລີມ ແລະ ທຸມມີມ, ໄວ້​ໃນ​ກຳ​ມື​ຂອງ​ຄົນ ຊົ່ວ, ເຈົ້າ​ຈຶ່ງ​ໄດ້​ເສຍ​ມັນ​ໄປ.

2 ແລະ ເຈົ້າ​ກໍ​ໄດ້​ເສຍ​ຂອງ​ປະທານ​ຂອງ​ເຈົ້າ​ນຳ​ອີກ​ໃນ​ເວລາ​ດຽວ​ກັນ, ແລະ ຄວາມ​ຄິດ​ຂອງ​ເຈົ້າ​ກັບ​ມືດ​ມົວ.

3 ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັດ​ນີ້ ມັນ​ໄດ້​ຖືກ ນຳ​ຄືນ​ມາ​ໃຫ້​ເຈົ້າ​ຄືນ​ອີກ; ສະນັ້ນ ຈົ່ງ​ເບິ່ງ​ວ່າ​ເຈົ້າ​ຊື່​ສັດ ແລະ ສືບ​ຕໍ່​ເຮັດ​ວຽກ​ງານ​ການ​ແປ​ທີ່​ເຫລືອ​ຢູ່​ໃຫ້​ສຳ​ເລັດ ດັ່ງ​ທີ່​ເຈົ້າ​ໄດ້​ເລີ່ມ​ຕົ້ນ.

4 ຢ່າ​ແລ່ນ ໄວ ຫລື ເຮັດ​ວຽກ​ງານ​ເກີນ​ກວ່າ ກຳ​ລັງ​ຂອງ​ເຈົ້າ ແລະ ເງື່ອນ​ໄຂ​ຕ່າງໆ​ທີ່​ຈັດ​ໃຫ້ ເພື່ອ​ເຈົ້າ​ຈະ​ສາ​ມາດ​ແປ; ແຕ່​ໃຫ້ ພາກ​ພຽນ​ຈົນ​ເຖິງ​ທີ່​ສຸດ.

5 ຈົ່ງ ອະ​ທິ​ຖານ​ສະເໝີ, ເພື່ອ​ເຈົ້າ​ຈະ​ອອກ​ມາ​ຢ່າງ​ຜູ້​ຊະນະ; ແທ້​ຈິງ​ແລ້ວ, ເພື່ອ​ເຈົ້າ​ຈະ​ເອົາ​ຊະນະ​ຊາຕານ, ແລະ ເພື່ອ​ເຈົ້າ​ຈະ​ຫລົບ​ໜີ​ຈາກ​ກຳ​ມື​ຂອງ​ບໍ​ລິ​ວານ​ຂອງ​ຊາຕານ ທີ່​ຄ້ຳ​ຈູນ​ວຽກ​ງານ​ຂອງ​ມັນ.

6 ຈົ່ງ​ເບິ່ງ, ພວກ​ເຂົາ​ສະແຫວງ​ທີ່​ຈະ ທຳ​ລາຍ​ເຈົ້າ; ແທ້​ຈິງ​ແລ້ວ, ແມ່ນ​ແຕ່ ຄົນ​ທີ່​ເຈົ້າ​ໄວ້​ວາງ​ໃຈ​ກໍ​ສະແຫວງ ທີ່​ຈະ​ທຳ​ລາຍ​ເຈົ້າ.

7 ແລະ ເພາະ​ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງ​ກ່າວ​ວ່າ ເຂົາ​ເປັນ​ຄົນ​ຊົ່ວ, ເພາະ​ເຂົາ​ໄດ້​ສະແຫວງ​ທີ່​ຈະ​ເອົາ​ສິ່ງ​ທີ່​ຝາກ​ຝັງ​ໄວ້​ນຳ​ເຈົ້າ​ໄປ​ຈາກ​ເຈົ້າ; ແລະ ເຂົາ​ກໍ​ໄດ້​ສະແຫວງ​ທີ່​ຈະ​ທຳ​ລາຍ​ຂອງ​ປະທານ​ຂອງ​ເຈົ້າ​ນຳ​ອີກ.

8 ແລະ ເພາະ​ເຈົ້າ​ໄດ້​ມອບ​ການ​ຂຽນ​ໄວ້​ໃນ​ມື​ຂອງ​ເຂົາ, ຈົ່ງ​ເບິ່ງ, ພວກ​ຄົນ​ຊົ່ວ​ຈຶ່ງ​ໄດ້​ເອົາ​ມັນ​ໄປ​ຈາກ​ເຈົ້າ.

9 ສະນັ້ນ, ເຈົ້າ​ຈຶ່ງ​ໄດ້​ມອບ​ມັນ, ແທ້​ຈິງ​ແລ້ວ, ສິ່ງ​ທີ່​ສັກ​ສິດ, ໄວ້​ກັບ​ຄວາມ​ຊົ່ວ​ຮ້າຍ.

10 ແລະ, ຈົ່ງ​ເບິ່ງ, ຊາຕານ​ໄດ້​ເອົາ​ມັນ​ໃສ່​ໄວ້​ໃນ​ໃຈ​ຂອງ​ເຂົາ ເພື່ອ​ປ່ຽນ​ແປງ​ຖ້ອຍ​ຄຳ ຊຶ່ງ​ເຈົ້າ​ໄດ້​ໃຫ້​ຂຽນ​ໄວ້, ຫລື ຊຶ່ງ​ເຈົ້າ​ໄດ້​ແປ, ທີ່​ຫລຸດ​ໄປ​ຈາກ​ມື​ຂອງ​ເຈົ້າ.

11 ແລະ ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເພາະ​ພວກ​ເຂົາ​ໄດ້​ປ່ຽນ​ແປງ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ, ມັນ​ຈຶ່ງ​ອ່ານ​ກົງ​ກັນ​ຂ້າມ​ກັບ​ສິ່ງ​ທີ່​ເຈົ້າ​ໄດ້​ແປ ແລະ ໃຫ້​ຂຽນ​ໄວ້;

12 ແລະ, ໂດຍ​ວິ​ທີ​ນີ້, ມານ​ໄດ້​ສະແຫວງ​ຫາ​ທີ່​ຈະ​ວາງ​ແຜນ​ອັນ​ມີ​ເລ່​ຫລ່ຽມ, ເພື່ອ​ມັນ​ຈະ​ໄດ້​ທຳ​ລາຍ​ວຽກ​ງານ​ນີ້;

13 ເພາະ​ມັນ​ໄດ້​ເອົາ​ໃສ່​ໄວ້​ໃນ​ໃຈ​ພວກ​ເຂົາ​ເພື່ອ​ໃຫ້​ເຮັດ​ສິ່ງ​ນີ້, ເພາະ​ໂດຍ​ການ​ເວົ້າ​ຕົວະ ພວກ​ເຂົາ​ຈະ​ກ່າວ ຫາ​ວ່າ ພວກ​ເຂົາ ຈັບ​ເຈົ້າ​ໄດ້​ດ້ວຍ​ຖ້ອຍ​ຄຳ​ທີ່​ເຈົ້າ​ອ້າງ​ວ່າ​ໄດ້​ແປ.

14 ຕາມ​ຄວາມ​ຈິງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຮົາ​ຈະ​ບໍ່​ຍອມ​ໃຫ້​ຊາຕານ​ສຳ​ເລັດ​ແຜນ​ອັນ​ຊົ່ວ​ຮ້າຍ​ຂອງ​ມັນ​ໃນ​ສິ່ງ​ນີ້.

15 ເພາະ​ຈົ່ງ​ເບິ່ງ, ມັນ​ໄດ້​ເອົາ​ມັນ​ໃສ່​ໄວ້​ໃນ​ໃຈ​ຂອງ​ພວກ​ເຂົາ​ໃຫ້​ເຈົ້າ​ທົດ​ລອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ໃນ​ການ​ຂໍ​ແປ​ມັນ​ຄືນ​ອີກ.

16 ແລະ ເມື່ອ​ນັ້ນ, ຈົ່ງ​ເບິ່ງ, ພວກ​ເຂົາ​ກ່າວ ແລະ ຄິດ​ຢູ່​ໃນ​ໃຈ​ຂອງ​ພວກ​ເຂົາ​ວ່າ—ພວກ​ເຮົາ​ຈະ​ເບິ່ງ​ຖ້າ​ຫາກ​ວ່າ​ພຣະ​ເຈົ້າ​ໄດ້​ປະທານ​ພະ​ລັງ​ໃຫ້​ລາວ​ແປ​ຫລື​ບໍ່; ຖ້າ​ເປັນ​ເຊັ່ນ​ນັ້ນ, ພຣະ​ອົງ​ກໍ​ຈະ​ປະທານ​ພະ​ລັງ​ໃຫ້​ລາວ​ຄືນ​ອີກ;

17 ແລະ ຖ້າ​ຫາກ​ພຣະ​ເຈົ້າ​ໄດ້​ປະທານ​ພະ​ລັງ​ໃຫ້​ລາວ​ຄືນ​ອີກ, ຫລື ຖ້າ​ຫາກ​ລາວ​ແປ​ຄືນ​ອີກ, ຫລື, ອີກ​ຄຳ​ໜຶ່ງ, ຖ້າ​ລາວ​ແປ​ຄຳ​ດຽວ​ກັນ​ນັ້ນ​ອອກ​ມາ, ຈົ່ງ​ເບິ່ງ, ພວກ​ເຮົາ​ກໍ​ມີ​ຢ່າງ​ດຽວ​ກັນ​ນັ້ນ, ແລະ ພວກ​ເຮົາ​ໄດ້​ປ່ຽນ​ແປງ​ມັນ​ແລ້ວ;

18 ສະນັ້ນ ມັນ​ຈະ​ບໍ່​ຄື​ກັນ, ແລະ ພວກ​ເຮົາ​ຈະ​ກ່າວ​ວ່າ ລາວ​ເວົ້າ​ຕົວະ​ໃນ​ຖ້ອຍ​ຄຳ​ຂອງ​ລາວ, ແລະ ວ່າ​ລາວ​ບໍ່​ມີ​ຂອງ​ປະທານ, ແລະ ວ່າ​ລາວ​ບໍ່​ມີ​ພະ​ລັງ;

19 ສະນັ້ນ ພວກ​ເຮົາ​ຈະ​ທຳ​ລາຍ​ລາວ, ແລະ ວຽກ​ງານ​ນຳ​ອີກ; ແລະ ພວກ​ເຮົາ​ຈະ​ເຮັດ​ສິ່ງ​ນີ້ ເພື່ອ​ວ່າ​ພວກ​ເຮົາ​ຈະ​ບໍ່​ໄດ້​ຮັບ​ຄວາມ​ອັບ​ອາຍ​ໃນ​ບັ້ນ​ທ້າຍ, ແລະ ເພື່ອ​ພວກ​ເຮົາ​ຈະ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກ​ໂລກ.

20 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ຊາຕານ​ມີ​ອຳນາດ​ອັນ​ໃຫຍ່​ຫລວງ​ໃນ​ໃຈ​ຂອງ​ພວກ​ເຂົາ; ມັນ ຍຸ​ຍົງ​ພວກ​ເຂົາ​ໃຫ້​ເຮັດ ຄວາມ​ຊົ່ວ​ຮ້າຍ​ຕໍ່​ຕ້ານ​ສິ່ງ​ທີ່​ດີ;

21 ແລະ ໃຈ​ຂອງ​ພວກ​ເຂົາ ເສື່ອມ​ຊາມ, ແລະ ເຕັມ​ໄປ​ດ້ວຍ ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ; ແລະ ພວກ​ເຂົາ ຮັກ ຄວາມ​ມືດ​ຫລາຍ​ກວ່າ​ຄວາມ​ສະ​ຫວ່າງ, ເພາະ ການ​ກະ​ທຳ​ຂອງ​ພວກ​ເຂົາ​ຊົ່ວ​ຮ້າຍ; ສະນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ທູນ​ຂໍ​ຈາກ​ເຮົາ.

22 ຊາຕານ​ຍຸ​ຍົງ​ພວກ​ເຂົາ, ເພື່ອ​ມັນ​ຈະ​ໄດ້ ນຳ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ໄປ​ສູ່​ຄວາມ​ພິນາດ.

23 ແລະ ດັ່ງ​ນັ້ນ​ມັນ​ໄດ້​ວາງ​ແຜນ​ອັນ​ມີ​ເລ່​ຫລ່ຽມ, ໂດຍ​ຄິດ​ຈະ​ທຳ​ລາຍ​ວຽກ​ງານ​ຂອງ​ພຣະ​ເຈົ້າ; ແຕ່​ເຮົາ​ຈະ​ຮຽກ​ຮ້ອງ​ສິ່ງ​ນີ້​ຈາກ​ມື​ຂອງ​ພວກ​ເຂົາ, ແລະ ມັນ​ຈະ​ກາຍ​ເປັນ​ຄວາມ​ອັບ​ອາຍ ແລະ ການ​ກ່າວ​ໂທດ​ຂອງ​ພວກ​ເຂົາ​ໃນ​ວັນ​ຂອງ ການ​ພິ​ພາກ​ສາ.

24 ແທ້​ຈິງ​ແລ້ວ, ມັນ​ໄດ້​ຍຸ​ຍົງ​ໃຈ​ຂອງ​ພວກ​ເຂົາ ເພື່ອ​ໃຫ້​ຄຽດ​ແຄ້ນ​ຕໍ່​ຕ້ານ​ວຽກ​ງານ​ນີ້.

25 ແທ້​ຈິງ​ແລ້ວ, ມັນ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ໃຫ້​ຫລອກ​ລວງ ແລະ ຄອຍ​ຖ້າ​ຈັບ, ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ທຳ​ລາຍ; ຈົ່ງ​ເບິ່ງ, ມັນ​ບໍ່​ເປັນ​ພິດ​ເປັນ​ໄພ​ຫຍັງ. ແລະ ມັນ​ໄດ້​ເວົ້າ​ຍ້ອງ​ຍໍ​ພວກ​ເຂົາ​ດັ່ງ​ນັ້ນ, ແລະ ບອກ​ພວກ​ເຂົາ​ວ່າ ມັນ​ບໍ່​ເປັນ​ບາບ​ແນວ​ໃດ​ທີ່​ຈະ​ເວົ້າ​ຕົວະ ເພື່ອ​ຈະ​ໄດ້​ຈັບ​ຄົນ​ທີ່ ເວົ້າ​ຕົວະ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ທຳ​ລາຍ​ເຂົາ.

26 ແລະ ມັນ​ໄດ້​ເວົ້າ​ຍ້ອງ​ຍໍ​ພວກ​ເຂົາ​ດັ່ງ​ນັ້ນ, ແລະ ນຳ​ພວກ​ເຂົາ​ໄປ​ຈົນ​ກວ່າ​ມັນ​ໄດ້​ລາກ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ລົງ​ໄປ ນະລົກ; ແລະ ມັນ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ຖືກ ບ້ວງ​ຂອງ​ຕົນ​ເອງ​ດັ່ງ​ນັ້ນ.

27 ແລະ ມັນ​ໄດ້​ຂຶ້ນ​ໄປ ແລະ ລົງ​ມາ​ດັ່ງ​ນັ້ນ, ໄປ​ຫາ​ບ່ອນ​ນັ້ນ​ບ່ອນ​ນີ້​ຢູ່​ໃນ​ແຜ່ນ​ດິນ​ໂລກ, ສະແຫວງ​ຫາ​ທີ່​ຈະ ທຳ​ລາຍ​ຈິດ​ວິນ​ຍານ​ຂອງ​ມະນຸດ.

28 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວິບັດ​ແກ່​ຄົນ​ທີ່​ເວົ້າ​ຕົວະ ເພື່ອ ຫລອກ​ລວງ ເພາະ​ເຂົາ​ຄິດ​ວ່າ ຄົນ​ອື່ນ​ເວົ້າຕົວະ​ເພື່ອ​ຫລອກ​ລວງ; ເພາະຄົນ​ເຊັ່ນ​ນັ້ນ​ຈະ​ບໍ່​ພົ້ນ​ຈາກ ຄວາມ​ຍຸດ​ຕິ​ທຳ ຂອງ​ພຣະ​ເຈົ້າ.

29 ບັດ​ນີ້, ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ປ່ຽນ​ແປງ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ, ເພາະ​ຊາຕານ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ເຂົາ​ໄດ້​ຫລອກ​ລວງ​ພວກ​ເຈົ້າ—​ແລະ ມັນ​ໄດ້​ຍຸ​ຍົງ​ພວກ​ເຂົາ​ໄປ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ດັ່ງ​ນັ້ນ, ເພື່ອ​ໃຫ້​ເຈົ້າ ທົດ​ລອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ.

30 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຈົ້າ​ຈະ​ບໍ່​ແປ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ອີກ ຊຶ່ງ​ໄດ້​ຫລຸດ​ໄປ​ຈາກ​ມື​ຂອງ​ເຈົ້າ.

31 ເພາະ, ຈົ່ງ​ເບິ່ງ, ພວກ​ເຂົາ​ຈະ​ບໍ່​ສຳ​ເລັດ​ໃນ​ແຜນ​ອັນ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ໃນ​ການ​ເວົ້າ​ຕົວະ​ຕໍ່​ຕ້ານ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ. ເພາະ, ຈົ່ງ​ເບິ່ງ, ຖ້າ​ຫາກ​ເຈົ້າ​ໄດ້​ນຳ​ຖ້ອຍ​ຄຳ​ຢ່າງ​ດຽວ​ກັນ​ອອກ​ມາ ພວກ​ເຂົາ​ຈະ​ກ່າວ​ວ່າ ເຈົ້າ​ຕົວະ ແລະ ວ່າ ເຈົ້າ​ອ້າງ​ວ່າ​ໄດ້​ແປ, ແລະ ວ່າ​ເຈົ້າ​ໄດ້​ຂັດ​ກັບ​ຕົນ​ເອງ.

32 ແລະ, ຈົ່ງ​ເບິ່ງ, ພວກ​ເຂົາ​ຈະ​ປ່າວ​ປະ​ກາດ​ເລື່ອງ​ນີ້, ແລະ ຊາຕານ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ຜູ້​ຄົນ​ແຂງ​ກະ​ດ້າງ ເພື່ອ​ຍຸ​ຍົງ​ເຂົາ​ໃຫ້​ຄຽດ​ແຄ້ນ​ໃຫ້​ເຈົ້າ, ເພື່ອ​ເຂົາ​ຈະ​ບໍ່​ເຊື່ອ​ຖ້ອຍ​ຄຳ​ຂອງ​ເຮົາ.

33 ດັ່ງ​ນັ້ນ ຊາຕານ​ຄິດ​ຈະ​ມີ​ອຳນາດ​ເໜືອ​ປະຈັກ​ພະຍານ​ຂອງ​ເຈົ້າ​ໃນ​ຄົນ​ລຸ້ນ​ນີ້, ເພື່ອ​ວ່າ​ວຽກ​ງານ​ຈະ​ບໍ່​ອອກ​ມາ​ໃນ​ຄົນ​ລຸ້ນ​ນີ້.

34 ແຕ່​ຈົ່ງ​ເບິ່ງ, ນີ້​ຄື​ປັນ​ຍາ, ແລະ ເພາະ​ເຮົາ​ໄດ້​ສະແດງ ປັນ​ຍາ​ໃຫ້​ເຈົ້າ​ເຫັນ, ແລະ ໄດ້​ບັນ​ຊາ​ເຈົ້າ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້, ສິ່ງ​ໃດ​ທີ່​ເຈົ້າ​ຈະ​ເຮັດ, ຢ່າ​ສະແດງ​ມັນ​ຕໍ່​ໂລກ ຈົນ​ກວ່າ​ເຈົ້າ​ຈະ​ສຳ​ເລັດ​ວຽກ​ງານ​ການ​ແປ​ເສຍ​ກ່ອນ.

35 ຢ່າ​ປະ​ຫລາດ​ໃຈ​ທີ່​ເຮົາ​ໄດ້​ກ່າວ​ກັບ​ເຈົ້າ​ວ່າ: ນີ້​ຄື​ປັນ​ຍາ, ຢ່າ​ສະແດງ​ມັນ​ຕໍ່​ໂລກ—​ເພາະ​ເຮົາ​ກ່າວ​ວ່າ ຢ່າ​ສະແດງ​ມັນ​ຕໍ່​ໂລກ, ເພື່ອ​ເຈົ້າ​ຈະ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ.

36 ຈົ່ງ​ເບິ່ງ, ເຮົາ​ບໍ່​ໄດ້​ກ່າວ​ວ່າ ເຈົ້າ​ຈະ​ບໍ່​ສະແດງ​ມັນ​ຕໍ່​ຄົນ​ຊອບ​ທຳ;

37 ແຕ່​ດັ່ງ​ທີ່​ເຈົ້າ​ບໍ່​ສາ​ມາດ​ບອກ​ໄດ້​ສະເໝີ​ໄປ​ວ່າ​ຄົນ​ໃດ ຊອບ​ທຳ, ຫລື ດັ່ງ​ທີ່​ເຈົ້າ​ບໍ່​ສາ​ມາດ​ບອກ​ໄດ້​ສະເໝີ​ໄປ​ວ່າ​ຄົນ​ໃດ​ຊົ່ວ​ຮ້າຍ​ຄົນ​ໃດ​ຊອບ​ທຳ, ສະນັ້ນ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ຈົ່ງ ສະຫງົບ​ງຽບ ຈົນ​ກວ່າ​ເຮົາ​ຈະ​ເຫັນ​ສົມ​ຄວນ​ທີ່​ຈະ​ເຮັດ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ເປັນ​ທີ່​ຮູ້​ຈັກ​ແກ່​ໂລກ​ກ່ຽວ​ກັບ​ເລື່ອງ​ນີ້.

38 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເລື່ອງ​ລາວ​ຂອງ​ສິ່ງ​ເຫລົ່າ​ນັ້ນ​ທີ່​ເຈົ້າ​ໄດ້​ຂຽນ, ຊຶ່ງ​ຫລຸດ​ໄປ​ຈາກ​ມື​ຂອງ​ເຈົ້າ, ມີ​ຈາລຶກ​ໄວ້​ຢູ່​ໃນ ແຜ່ນ​ຈາລຶກ​ຂອງ​ນີໄຟ;

39 ແທ້​ຈິງ​ແລ້ວ, ແລະ ເຈົ້າ​ຈື່​ໄດ້ ມັນ​ກ່າວ​ໃນ​ການ​ຂຽນ​ເຫລົ່າ​ນັ້ນ​ວ່າ ເລື່ອງ​ລາວ​ທີ່​ລະ​ອຽດ​ກວ່າ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້ ມີ​ຢູ່​ເທິງ​ແຜ່ນ​ຈາລຶກ​ຂອງ​ນີໄຟ.

40 ແລະ ບັດ​ນີ້, ເພາະ​ເລື່ອງ​ລາວ ຊຶ່ງ​ຈາລຶກ​ໄວ້​ເທິງ​ແຜ່ນ​ຈາລຶກ​ຂອງ​ນີໄຟ​ລະ​ອຽດ​ກວ່າ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້, ໃນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ, ເຮົາ​ຈະ​ນຳ​ມັນ​ອອກ​ມາ​ໃຫ້​ຜູ້​ຄົນ​ຮູ້​ຈັກ—

41 ສະນັ້ນ, ເຈົ້າ​ຈົ່ງ​ແປ​ອັກຂະລະ​ທີ່​ຢູ່​ເທິງ ແຜ່ນ​ຈາລຶກ​ຂອງ​ນີໄຟ, ລົງ​ໄປ​ຈົນ​ເຈົ້າ​ມາ​ເຖິງ​ການ​ປົກ​ຄອງ​ຂອງ​ກະສັດ​ເບັນ​ຢາ​ມິນ, ຫລື ຈົນ​ກວ່າ​ເຈົ້າ​ມາ​ເຖິງ​ບ່ອນ​ທີ່​ເຈົ້າ​ໄດ້​ແປ, ຊຶ່ງ​ເຈົ້າ​ໄດ້​ສະ​ຫງວນ​ໄວ້;

42 ແລະ ຈົ່ງ​ເບິ່ງ, ເຈົ້າ​ຈົ່ງ​ພິມ​ມັນ​ເປັນ​ບັນ​ທຶກ​ຂອງ​ນີໄຟ; ແລະ ເຮົາ​ຈະ​ເຮັດ​ໃຫ້​ຜູ້​ຄົນ​ທີ່​ໄດ້​ປ່ຽນ​ແປງ​ຖ້ອຍ​ຄຳ​ຂອງ​ເຮົາ​ສັບ​ສົນ​ດັ່ງ​ນັ້ນ.

43 ເຮົາ​ຈະ​ບໍ່​ຍອມ​ໃຫ້​ພວກ​ເຂົາ​ທຳ​ລາຍ​ວຽກ​ງານ​ຂອງ​ເຮົາ; ແທ້​ຈິງ​ແລ້ວ, ເຮົາ​ຈະ​ສະແດງ​ໃຫ້​ພວກ​ເຂົາ​ເຫັນ​ວ່າ ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ​ແມ່ນ​ຍິ່ງ​ໃຫຍ່​ກວ່າ​ເລ່​ຫລ່ຽມ​ຂອງ​ມານ.

44 ຈົ່ງ​ເບິ່ງ, ພວກ​ເຂົາ​ມີ​ພຽງ​ພາກ​ສ່ວນ​ດຽວ, ຫລື ມີ​ການ​ຫຍໍ້​ຂອງ​ເລື່ອງ​ລາວ​ຂອງ​ນີໄຟ​ເທົ່າ​ນັ້ນ.

45 ຈົ່ງ​ເບິ່ງ, ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຈາລຶກ​ໄວ້​ຢູ່​ເທິງ​ແຜ່ນ​ຈາລຶກ​ຂອງ​ນີໄຟ ຊຶ່ງ​ໃຫ້​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ; ສະນັ້ນ, ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ ທີ່​ເຈົ້າ​ຈະ​ແປ​ພາກ​ສ່ວນ​ທຳ​ອິດ​ຂອງ​ອັກຂະລະ​ຂອງ​ນີໄຟ, ແລະ ສົ່ງ​ອອກ​ໄປ​ໃນ​ວຽກ​ງານ​ນີ້.

46 ແລະ, ຈົ່ງ​ເບິ່ງ, ສ່ວນ​ທີ່​ເຫລືອ​ຢູ່​ທັງ​ໝົດ​ຂອງ ວຽກ​ງານ​ນີ້ ບັນ​ຈຸ​ພາກ​ສ່ວນ​ເຫລົ່າ​ນັ້ນ​ທັງ​ໝົດ​ຂອງ ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ຊຶ່ງ​ບັນ​ດາ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ຂອງ​ເຮົາ, ແທ້​ຈິງ​ແລ້ວ, ແລະ ສາ​ນຸ​ສິດ​ຂອງ​ເຮົາ​ນຳ​ອີກ, ໄດ້​ມີ​ຄວາມ ປາດ​ຖະ​ໜາ​ໃນ​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ​ຢາກ​ໃຫ້​ມັນ​ອອກ​ມາ​ສູ່​ຄົນ​ພວກ​ນີ້.

47 ແລະ ເຮົາ​ໄດ້​ກ່າວ​ກັບ​ເຂົາ​ເຈົ້າ​ວ່າ ມັນ​ຈະ​ຖືກ ມອບ​ໃຫ້​ເຂົາ​ເຈົ້າ​ຕາມ ສັດທາ​ໃນ​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ.

48 ແທ້​ຈິງ​ແລ້ວ, ແລະ ນີ້​ຄື​ສັດທາ​ຂອງ​ເຂົາ​ເຈົ້າ—​ວ່າ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ເຂົາ​ເຈົ້າ ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ສັ່ງ​ສອນ​ໃນ​ວັນ​ເວລາ​ຂອງ​ເຂົາ​ເຈົ້າ ຈະ​ອອກ​ມາ​ຫາ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ ຊາວ​ເລມັນ, ແລະ ທຸກ​ຄົນ​ທີ່​ໄດ້​ກາຍ​ເປັນ​ຊາວ​ເລມັນ​ເພາະ​ການ​ແຕກ​ແຍກ​ຂອງ​ພວກ​ເຂົາ.

49 ບັດ​ນີ້, ນີ້​ຍັງ​ບໍ່​ໝົດ—ສັດທາ​ໃນ​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ​ແມ່ນ​ວ່າ ຄວນ​ເຮັດ​ໃຫ້​ພຣະ​ກິດ​ຕິ​ຄຸນ​ນີ້​ເປັນ​ທີ່​ຮູ້​ຈັກ​ນຳ​ອີກ, ຖ້າ​ຫາກ​ເປັນ​ໄປ​ໄດ້​ວ່າ ປະ​ຊາ​ຊາດ​ອື່ນ​ຈະ​ມາ​ຄອບ​ຄອງ​ແຜ່ນ​ດິນ​ນີ້;

50 ແລະ ດັ່ງ​ນັ້ນ ເຂົາ​ເຈົ້າ​ໄດ້​ໃຫ້​ພອນ​ໄວ້​ເທິງ​ແຜ່ນ​ດິນ​ນີ້​ໃນ​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ, ວ່າ​ຜູ້​ໃດ​ກໍ​ຕາມ ທີ່​ເຊື່ອ​ໃນ​ພຣະ​ກິດ​ຕິ​ຄຸນ​ນີ້ ໃນ​ແຜ່ນ​ດິນ​ນີ້​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ;

51 ແທ້​ຈິງ​ແລ້ວ, ວ່າ​ມັນ​ຈະ​ມີ​ໃຫ້​ຢ່າງ​ເປັນ​ອິດສະ​ລະ​ແກ່​ຄົນ​ທັງ​ປວງ​ບໍ່​ວ່າ​ຈະ​ເປັນ​ປະ​ຊາ​ຊາດ​ໃດ, ຕະ​ກຸນ​ໃດ, ພາ​ສາ​ໃດ ຫລື ຜູ້​ຄົນ​ໃດ​ກໍ​ຕາມ.

52 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ຕາມ​ສັດທາ​ໃນ​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ ເຮົາ​ຈະ​ນຳ​ພາກ​ສ່ວນ​ນີ້​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໄປ​ສູ່​ຄວາມ​ຮູ້​ຂອງ​ຜູ້​ຄົນ​ຂອງ​ເຮົາ. ຈົ່ງ​ເບິ່ງ, ເຮົາ​ຈະ​ບໍ່​ນຳ​ມັນ​ໄປ​ເພື່ອ​ທຳ​ລາຍ​ສິ່ງ​ທີ່​ເຂົາ​ໄດ້​ຮັບ​ແລ້ວ, ແຕ່​ເພື່ອ​ເສີມ​ສ້າງ​ໃສ່​ຕື່ມ.

53 ແລະ ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງ​ໄດ້​ກ່າວ​ວ່າ: ຖ້າ​ຄົນ​ລຸ້ນ​ນີ້​ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ, ແລ້ວ​ເຮົາ​ຈະ ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຂຶ້ນ​ໃນ​ທ່າມ​ກາງ​ພວກ​ເຂົາ.

54 ບັດ​ນີ້ ເຮົາ​ບໍ່​ໄດ້​ກ່າວ​ເລື່ອງ​ນີ້​ເພື່ອ​ທຳ​ລາຍ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແຕ່​ເຮົາ​ກ່າວ​ເລື່ອງ​ນີ້​ເພື່ອ​ເສີມ​ສ້າງ ສາດ​ສະ​ໜາ​ຈັກ​ຂອງ​ເຮົາ;

55 ສະນັ້ນ, ຜູ້​ໃດ​ກໍ​ຕາມ​ທີ່​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ ຢ້ານ, ເພາະ​ຄົນ​ເຊັ່ນ​ນັ້ນ​ຈະ ໄດ້​ຮັບ ອາ​ນາ​ຈັກ​ສະຫວັນ​ເປັນ​ມູນ​ມໍ​ລະ​ດົກ.

56 ແຕ່​ແມ່ນ​ຄົນ​ທີ່​ບໍ່ ຢ້ານ​ກົວ​ເຮົາ, ທັງ​ບໍ່​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ແຕ່​ໄດ້​ສ້າງ ສາດ​ສະ​ໜາ​ຈັກ​ຂຶ້ນ​ເພື່ອ​ຫາ ຜົນ​ປະ​ໂຫຍດ​ໃຫ້​ແກ່​ຕົນ​ເອງ, ແທ້​ຈິງ​ແລ້ວ, ແລະ ທຸກ​ຄົນ​ທີ່​ເຮັດ​ຄວາມ​ຊົ່ວ ແລະ ສ້າງ​ອາ​ນາ​ຈັກ​ຂອງ​ມານ​ຂຶ້ນ—​ແທ້​ຈິງ​ແລ້ວ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ເຂົາ​ຄື​ຜູ້​ທີ່​ເຮົາ​ຈະ​ລົບ​ກວນ, ແລະ ເຮັດ​ໃຫ້​ຕົວ​ສັ່ນ ແລະ ຫວັ່ນ​ໄຫວ​ເຂົ້າ​ໄປ​ຈົນ​ເຖິງ​ໃຈ​ກາງ.

57 ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ເຮົາ​ໄດ້ມາ​ຫາ​ຜູ້​ຄົນ​ຂອງ​ເຮົາ, ແລະ ຜູ້​ຄົນ​ຂອງ​ເຮົາ​ບໍ່​ໄດ້​ຮັບ​ເອົາ​ເຮົາ.

58 ເຮົາ​ຄື ຄວາມ​ສະ​ຫວ່າງ​ຊຶ່ງ​ສ່ອງ​ແສງ​ຢູ່​ໃນ​ຄວາມ​ມືດ, ແລະ ຄວາມ​ມືດ​ບໍ່​ເຂົ້າ​ໃຈ​ມັນ​ເລີຍ.

59 ເຮົາ​ຄື​ຜູ້​ທີ່​ໄດ້​ກ່າວ—​ເຮົາ​ມີ ແກະ ອື່ນ​ອີກ ຊຶ່ງ​ບໍ່​ເປັນ​ຂອງ​ຝູງ​ນີ້—​ກັບ​ສາ​ນຸ​ສິດ​ຂອງ​ເຮົາ, ແລະ ຫລາຍ​ຄົນ ແຕ່​ບໍ່​ມີ​ໃຜ ເຂົ້າ​ໃຈ​ເຮົາ.

60 ແລະ ເຮົາ​ຈະ​ສະແດງ​ໃຫ້​ຄົນ​ລຸ້ນ​ນີ້​ເຫັນ​ວ່າ​ເຮົາ​ມີ​ແກະ​ອື່ນ​ອີກ, ແລະ ວ່າ​ເຂົາ​ເປັນ​ຕະ​ກຸນ​ໜຶ່ງ​ຂອງ ເຊື້ອ​ສາຍ​ຂອງ​ຢາໂຄບ;

61 ແລະ ເຮົາ​ຈະ​ນຳ​ວຽກ​ງານ​ອັນ​ໜ້າ​ອັດ​ສະ​ຈັນ​ຂອງ​ເຂົາ​ອອກ​ມາ​ສູ່​ຄວາມ​ສະ​ຫວ່າງ, ຊຶ່ງ​ເຂົາ​ໄດ້​ເຮັດ​ໃນ​ນາມ​ຂອງ​ເຮົາ;

62 ແທ້​ຈິງ​ແລ້ວ, ແລະ ເຮົາ​ຈະ​ນຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ຊຶ່ງ​ປະ​ຕິ​ບັດ​ແກ່​ເຂົາ​ອອກ​ມາ​ສູ່​ຄວາມ​ສະ​ຫວ່າງ​ນຳ​ອີກ, ແລະ, ຈົ່ງ​ເບິ່ງ, ເຂົາ​ຈະ​ບໍ່​ປະ​ຕິ​ເສດ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ, ແຕ່​ເຂົາ​ຈະ​ເສີມ​ສ້າງ​ມັນ​ຂຶ້ນ, ແລະ ຈະ​ນຳ​ຫລັກ​ທຳ​ຈິງ​ແທ້​ຂອງ ຄຳ​ສອນ​ຂອງ​ເຮົາ​ອອກ​ມາ​ສູ່​ຄວາມ​ສະ​ຫວ່າງ, ແທ້​ຈິງ​ແລ້ວ, ແລະ ຄຳ​ສອນ​ດຽວ​ຊຶ່ງ​ຢູ່​ໃນ​ເຮົາ.

63 ແລະ ເຮົາ​ເຮັດ​ສິ່ງ​ນີ້ ເພື່ອ​ເຮົາ​ຈະ​ໄດ້​ສະຖາ​ປະນາ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ຂຶ້ນ, ເພື່ອ​ຈະ​ບໍ່​ມີ​ການ​ຂັດ ແຍ້ງ​ກັນ​ຫລາຍ; ແທ້​ຈິງ​ແລ້ວ, ຊາຕານ​ຈະ​ຍຸ​ຍົງ​ໃຈ​ຂອງ​ຜູ້​ຄົນ​ໃຫ້​ມີ ການ​ຂັດ​ແຍ້ງ​ກັນ​ກ່ຽວ​ກັບ​ຫລັກ​ທຳ​ຂອງ​ຄຳ​ສອນ​ຂອງ​ເຮົາ; ແລະ ໃນ​ເລື່ອງ​ເຫລົ່າ​ນີ້​ເຂົາ​ເຮັດ​ຜິດ​ພາດ, ເພາະ​ເຂົາ ບິດ​ເບືອນ​ຂໍ້​ພຣະ​ຄຳ​ພີ ແລະ ບໍ່​ເຂົ້າ​ໃຈ​ມັນ.

64 ສະນັ້ນ, ເຮົາ​ຈະ​ເປີດ​ຄວາມ​ລຶກ​ລັບ​ອັນ​ຍິ່ງ​ໃຫຍ່​ນີ້​ອອກ​ແກ່​ເຂົາ;

65 ເພາະ, ຈົ່ງ​ເບິ່ງ, ເຮົາ​ຈະ ເຕົ້າ​ໂຮມ​ເຂົາ​ດັ່ງ​ແມ່​ໄກ່​ເຕົ້າ​ໂຮມ​ລູກ​ໄກ່​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ຖ້າ ເຂົາ​ຈະ​ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ;

66 ແທ້​ຈິງ​ແລ້ວ, ຖ້າ​ເຂົາ​ປາດ​ຖະ​ໜາ​ທີ່​ຈະ​ມາ, ເຂົາ​ກໍ​ມາ​ໄດ້, ແລະ ຮັບ​ເອົາ ນ້ຳ​ແຫ່ງ​ຊີ​ວິດ​ຢ່າງ​ມີ​ອິດສະ​ລະ.

67 ຈົ່ງ​ເບິ່ງ, ນີ້​ຄື​ຄຳ​ສອນ​ຂອງ​ເຮົາ—ຄົນ​ໃດ​ກໍ​ຕາມ​ທີ່​ກັບ​ໃຈ ແລະ ມາ​ຫາ​ເຮົາ, ຄົນໆ​ນັ້ນ​ກໍ​ເປັນ ສາດ​ສະ​ໜາ​ຈັກ​ຂອງ​ເຮົາ.

68 ຄົນ​ໃດ​ກໍ​ຕາມ​ທີ່ ປະ​ກາດ​ຫລາຍ​ກວ່າ ຫລື ໜ້ອຍ​ກວ່າ​ນີ້, ຄົນໆ​ນັ້ນ​ບໍ່​ແມ່ນ​ຂອງ​ເຮົາ, ແຕ່ ຕໍ່​ຕ້ານ​ເຮົາ; ສະນັ້ນ ເຂົາ​ຈຶ່ງ​ບໍ່​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ.

69 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ຄົນ​ໃດ​ກໍ​ຕາມ​ທີ່​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ອົດ​ທົນ​ຕໍ່​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຈົນ​ເຖິງ​ທີ່​ສຸດ, ຄົນໆ​ນັ້ນ​ເຮົາ​ຈະ​ສະຖາ​ປະນາ​ໄວ້​ເທິງ ດານ​ຫີນ​ຂອງ​ເຮົາ, ແລະ ປະຕູ​ນະລົກ​ຈະ​ເອົາ​ຊະນະ​ເຂົາ​ບໍ່​ໄດ້.

70 ແລະ ບັດ​ນີ້, ຈົ່ງ​ຈື່​ຈຳ​ພຣະ​ຄຳ​ຂອງ​ພຣະ​ອົງ ຜູ້​ຊຶ່ງ​ເປັນ​ຊີ​ວິດ ແລະ ຄວາມ​ສະ​ຫວ່າງ​ຂອງ​ໂລກ, ພຣະ​ຜູ້​ໄຖ່​ຂອງ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ແລະ ພຣະ​ເຈົ້າ​ຂອງ​ເຈົ້າ. ອາແມນ.