ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 100


ພາກ​ທີ 100

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແລະ ຊິດນີ ຣິກ​ດອນ, ທີ່​ເມືອງ​ແພຣີ​ສະເບີກ, ລັດ​ນິວຢອກ, ວັນທີ 12 ເດືອນ​ຕຸລາ, 1833. ອ້າຍ​ນ້ອງ​ສອງ​ຄົນ, ໂດຍ​ທີ່​ບໍ່​ໄດ້​ຢູ່​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຫລາຍ​ມື້, ຮູ້​ສຶກ​ເປັນ​ຫ່ວງ​ເປັນ​ໃຍ​ນຳ​ພວກ​ເຂົາ.

1–4, ໂຈເຊັບ ແລະ ຊິດນີ ຕ້ອງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ເພື່ອ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ; 5–8, ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ພວກ​ເພິ່ນ​ໃນ​ຊົ່ວ​ໂມງ​ນັ້ນ​ເອງ ສິ່ງ​ທີ່​ພວກ​ເພິ່ນ​ຄວນ​ກ່າວ; 9–12, ຊິດນີ​ຕ້ອງ​ເປັນ​ຄົນ​ກ່າວ ແລະ ໂຈເຊັບ​ຕ້ອງ​ເປັນ​ຜູ້​ເປີດ​ເຜີຍ ແລະ ມີ​ພະ​ລັງ​ໃນ​ປະຈັກ​ພະຍານ; 13–17, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຍົກ​ຜູ້​ຄົນ​ບໍ​ລິ​ສຸດ​ຂຶ້ນ, ແລະ ຄົນ​ທີ່​ເຊື່ອ​ຟັງ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ.

1 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ພວກ​ເຈົ້າ, ເພື່ອນ​ຂອງ​ເຮົາ ຊິດນີ ແລະ ໂຈເຊັບ, ຄອບ​ຄົວ​ຂອງ​ພວກ​ເຈົ້າ​ສະ​ບາຍ​ດີ; ພວກ​ເຂົາ​ຢູ່​ໃນ​ມື​ຂອງ​ເຮົາ, ແລະ ເຮົາ​ຈະ​ຈັດ​ການ​ກັບ​ພວກ​ເຂົາ​ດັ່ງ​ທີ່​ເຮົາ​ເຫັນ​ວ່າ​ດີ; ເພາະ​ເຮົາ​ມີ​ອຳນາດ​ໃນ​ທຸກ​ສິ່ງ​ທັງ​ປວງ.

2 ສະນັ້ນ, ຈົ່ງ​ຕາມ​ເຮົາ​ມາ, ແລະ ຟັງ​ຄຳ​ແນະນຳ​ຊຶ່ງ​ເຮົາ​ຈະ​ມອບ​ໃຫ້​ແກ່​ພວກ​ເຈົ້າ.

3 ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ເຮົາ​ມີ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ຢູ່​ໃນ​ບ່ອນ​ນີ້, ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ; ແລະ ປະຕູ​ທີ່​ມີ​ປະ​ສິດ​ທິ​ພາບ​ຈະ​ເປີດ​ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ແຜ່ນ​ດິນ​ນີ້.

4 ສະນັ້ນ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈຶ່ງ​ຍອມ​ໃຫ້​ພວກ​ເຈົ້າ​ມາ​ບ່ອນ​ນີ້; ເພາະ​ເຮົາ​ເຫັນ​ວ່າ​ເໝາະ​ສົມ​ເພື່ອ ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ.

5 ສະນັ້ນ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຈົ່ງ​ເປັ່ງ​ສຽງ​ຂອງ​ພວກ​ເຈົ້າ​ແກ່​ຜູ້​ຄົນ​ພວກ​ນີ້; ກ່າວ​ຄວາມ​ຄິດ​ທີ່​ເຮົາ​ຈະ​ເອົາ​ໃສ່​ໃນ​ໃຈ​ຂອງ​ພວກ​ເຈົ້າ, ແລະ ພວກ​ເຈົ້າ​ຈະ​ບໍ່​ຖືກ​ເຮັດ​ໃຫ້​ຈຳ​ນົນ​ຢູ່​ຕໍ່​ໜ້າ​ມະນຸດ;

6 ເພາະ​ມັນ​ຈະ​ຖືກ ມອບ​ໃຫ້​ພວກ​ເຈົ້າ​ໃນ​ຊົ່ວ​ໂມງ​ນັ້ນ​ເອງ, ແທ້​ຈິງ​ແລ້ວ, ໃນ​ເວລາ​ນັ້ນ​ເອງ, ສິ່ງ​ທີ່​ພວກ​ເຈົ້າ​ຈະ​ກ່າວ.

7 ແຕ່​ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ຈະ ປະ​ກາດ​ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ປະ​ກາດ​ໃນ​ນາມ​ຂອງ​ເຮົາ, ດ້ວຍ​ໃຈ​ທີ່​ນອບ​ນ້ອມ, ດ້ວຍ​ວິນ​ຍານ​ຂອງ ຄວາມ​ອ່ອນ​ໂຍນ, ໃນທຸກ​ສິ່ງ​ທັງ​ປວງ.

8 ແລະ ເຮົາ​ຈະ​ມອບ​ຄຳ​ສັນ​ຍາ​ນີ້​ໃຫ້​ແກ່​ພວກ​ເຈົ້າ, ວ່າ​ຕາບ​ໃດ​ທີ່​ພວກ​ເຈົ້າ​ເຮັດ​ສິ່ງ​ນີ້ ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະຖືກ​ສົ່ງ​ໄປ​ໃຫ້ ໃນ​ການ​ເປັນ​ພະຍານ​ເຖິງ​ທຸກ​ສິ່ງ​ທັງ​ປວງ​ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ຈະ​ກ່າວ.

9 ແລະ ເຮົາ​ເຫັນ​ສົມ​ຄວນ​ທີ່​ພວກ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ, ຄວນ​ເປັນ ຜູ້​ກ່າວ​ຕໍ່​ຜູ້​ຄົນ​ພວກ​ນີ້; ແທ້​ຈິງ​ແລ້ວ, ຕາມ​ຄວາມ​ຈິງ, ເຮົາ​ຈະ​ແຕ່ງ​ຕັ້ງ​ເຈົ້າ​ສູ່​ການ​ເອີ້ນ​ນີ້, ແມ່ນ​ແຕ່​ເປັນ​ຜູ້​ກ່າວ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ.

10 ແລະ ເຮົາ​ຈະ​ມອບ​ອຳນາດ​ໃຫ້​ແກ່​ລາວ​ເພື່ອ​ຈະ​ມີ​ພະ​ລັງ​ໃນ ປະຈັກ​ພະຍານ.

11 ແລະ ເຮົາ​ຈະ​ມອບ​ອຳນາດ​ໃຫ້​ແກ່​ເຈົ້າ ເພື່ອ​ຈະ​ມີ ພະ​ລັງ​ໃນ​ການ​ອະ​ທິ​ບາຍ​ພຣະ​ຄຳ​ພີ​ທັງ​ໝົດ, ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເປັນ​ຜູ້​ກ່າວ​ໃຫ້​ແກ່​ລາວ, ແລະ ລາວ​ຈະ​ເປັນ ຜູ້​ເປີດ​ເຜີຍ​ໃຫ້​ແກ່​ເຈົ້າ, ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຮູ້​ເຖິງ​ຄວາມ​ແນ່​ນອນ​ໃນ​ທຸກ​ສິ່ງ​ທັງ​ປວງ​ກ່ຽວ​ກັບ​ສິ່ງ ທີ່​ເປັນ​ຂອງ​ອາ​ນາ​ຈັກ​ຂອງ​ເຮົາ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

12 ສະນັ້ນ, ພວກ​ເຈົ້າ​ຈົ່ງ​ເດີນ​ທາງ​ຕໍ່​ໄປ ແລະ ປິ​ຕິ​ຍິນ​ດີ​ເຖີດ; ເພາະ​ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ເຮົາ​ຢູ່​ກັບ​ພວກ​ເຈົ້າ ແມ່ນ​ແຕ່​ຈົນ​ເຖິງ​ທີ່​ສຸດ.

13 ແລະ ບັດ​ນີ້ ເຮົາ​ຈະ​ມອບ​ຄຳ​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ​ກ່ຽວ​ກັບ ຊີໂອນ. ຊີໂອນ​ຈະ​ຖືກ ໄຖ່, ເຖິງ​ແມ່ນ​ວ່າ​ນາງ ຈະ​ຖືກ​ຕີ​ສອນ​ຊົ່ວ​ໄລ​ຍະ​ໜຶ່ງ.

14 ອ້າຍ​ນ້ອງ​ຂອງ​ພວກ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍສັນ ຮາຍດ໌ ແລະ ຈອນ ກູນ, ແມ່ນ​ຢູ່​ໃນ​ມື​ຂອງ​ເຮົາ; ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ຍັງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ພວກ​ເຂົາ​ຈະ​ລອດ.

15 ສະນັ້ນ, ຈົ່ງ​ສະ​ບາ​ຍ​ໃຈ​ເຖີດ; ເພາະ ທຸກ​ສິ່ງ​ທັງ​ປວງ​ຈະ​ທຳ​ງານ​ນຳ​ກັນ​ເພື່ອ​ຄວາມ​ດີ​ຕໍ່​ຄົນ​ທີ່​ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ, ແລະ ເພື່ອ​ການ​ຊຳລະ​ສາດ​ສະ​ໜາ​ຈັກ​ໃຫ້​ບໍ​ລິ​ສຸດ.

16 ເພາະ​ເຮົາ​ຈະ​ຍົກ​ຜູ້​ຄົນ​ທີ່ ບໍ​ລິ​ສຸດ​ຂຶ້ນ​ໃຫ້​ແກ່​ເຮົາ, ທີ່​ຈະ​ຮັບ​ໃຊ້​ເຮົາ​ໃນ​ຄວາມ​ຊອບ​ທຳ;

17 ແລະ ທຸກ​ຄົນ​ທີ່ ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຈະ​ລອດ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.