ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 101


ພາກ​ທີ 101

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 16 ແລະ 17 ເດືອນ​ທັນວາ, 1833. ໃນ​ເວລາ​ນີ້​ໄພ່​ພົນ​ຂອງ​ພຣະ​ເຈົ້າຜູ້​ໄດ້​ມາ​ເຕົ້າ​ໂຮມ​ກັນ​ໃນລັດ​ມີ​ເຊີຣີ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ຢ່າງ​ໜັກ​ກັບ​ການ​ຂົ່ມ​ເຫັງ. ກຸ່ມ​ອັນ​ຕະ​ພານ​ໄດ້​ຂັບ​ໄລ່​ເຂົາ​ເຈົ້າ​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໃນ​ເຂດ​ແຈ໊ກສັນ; ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າບາງ​ຈຳນວນ​ໄດ້​ພະ​ຍາ​ຍາມ​ຕັ້ງ​ຖິ່ນ​ຖານ​ຢູ່​ເຂດ​ແວນ​ບູ​ເຣັນ, ເຂດ​ລາ​ຟາ​ແອດ, ແລະ ເຂດ​ເຣ, ແຕ່​ການ​ຂົ່ມ​ເຫັງ​ຍັງ​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ​ຢູ່. ໃນ​ຕອນ​ນີ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ສ່ວນ​ໃຫຍ່​ແມ່ນ​ຢູ່​ໃນ​ເຂດ​ຄະ​ເລ, ລັດ​ມີ​ເຊີຣີ. ການ​ຂູ່​ເຂັນ​ວ່າ​ຈະ​ເອົາ​ຊີ​ວິດ​ບາງ​ຄົນ​ໃນ​ສາດ​ສະ​ໜາ​ຈັກ​ແມ່ນ​ມີ​ຫລາຍ. ໄພ່​ພົນ​ຂອງ​ພຣະ​ເຈົ້າຢູ່​ໃນ​ເຂດ​ແຈ໊ກສັນ​ໄດ້​ສູນ​ເສຍ​ເຄື່ອງ​ເຮືອນ, ເຄື່ອງ​ນຸ່ງ​ຫົ່ມ, ສັດ​ລ້ຽງ, ແລະ ຊັບ​ສົມ​ບັດ​ສ່ວນ​ຕົວ​ອື່ນໆ; ແລະ ພືດ​ພັນ​ຂອງ​ເຂົາ​ເຈົ້າກໍ​ໄດ້​ຖືກ​ທຳ​ລາຍ.

1–8, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ຕີ​ສອນ ແລະ ເປັນ​ທຸກ​ເພາະ​ການ​ລ່ວງ​ລະເມີດ​ຂອງ​ເຂົາ​ເຈົ້າ; 9–15, ຄວາມ​ເຄືອງ​ແຄ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕົກ​ໃສ່​ເທິງ​ປະ​ຊາ​ຊາດ, ແຕ່​ຜູ້​ຄົນ​ຂອງ​ພຣະ​ອົງ​ຈະ​ຖືກ​ເຕົ້າ​ໂຮມ ແລະ ໄດ້​ຮັບ​ການ​ປອບ​ໂຍນ; 16–21, ຊີໂອນ ແລະ ສະເຕກ​ຂອງ​ນາງ​ຈະ​ຖືກ​ຈັດ​ຕັ້ງ​ຂຶ້ນ; 22–31, ລັກ​ສະນະ​ຂອງ​ຊີ​ວິດ​ລະຫວ່າງ​ພັນ​ປີ​ໄດ້​ຖືກ​ບັນ​ຍາຍ​ໄວ້; 32–42, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ໄດ້​ຮັບ​ພອນ ແລະ ລາງ​ວັນ​ໃນ​ເວລາ​ນັ້ນ; 43–62, ຄຳ​ອຸປະມາ​ເລື່ອງ​ເຈົ້າ​ນາຍ ແລະ ຕົ້ນ​ໝາກ​ກອກ​ໝາຍ​ເຖິງ​ຄວາມ​ຫຍຸ້ງ​ຍາກ ແລະ ການ​ໄຖ່​ຊີໂອນ​ໃນ​ທີ່​ສຸດ; 63–75, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ມາ​ເຕົ້າ​ໂຮມ​ກັນ​ຕໍ່​ໄປ; 76–80, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຕັ້ງ​ກົດ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ​ອາ​ເມຣິ​ກາ​ຂຶ້ນ; 81–101, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ຮ້ອງ​ຂໍ​ໃຫ້​ມີ​ການ​ຊົດ​ໃຊ້​ສຳ​ລັບ​ຄວາມ​ທຸກ​ໂສກ, ຕາມ​ຄຳ​ອຸປະມາ​ເລື່ອງ​ຍິງ​ຄົນ​ໜຶ່ງ ແລະ ຜູ້​ຕັດ​ສິນ​ທີ່​ບໍ່​ທ່ຽງ​ທຳ.

1 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ກ່ຽວ​ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກ​ເຈົ້າ ຜູ້​ໄດ້​ຮັບ​ທຸກ​ທໍ​ລະ​ມານ, ແລະ ຖືກ ຂົ່ມ​ເຫັງ, ແລະ ຖືກ ຂັບ​ໄລ່​ໜີ​ຈາກ​ແຜ່ນ​ດິນ​ທີ່​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ—

2 ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ຍອມ​ໃຫ້ ຄວາມ​ທຸກ​ທໍ​ລະ​ມານ​ມາ​ເຖິງ​ພວກ​ເຂົາ, ຊຶ່ງ​ດ້ວຍ​ສິ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ, ອັນ​ເປັນ​ຜົນ​ມາ​ຈາກ ການ​ລ່ວງ​ລະເມີດ​ຂອງ​ພວກ​ເຂົາ;

3 ແຕ່​ເຮົາ​ຈະ​ເປັນ​ເຈົ້າ​ຂອງ ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ເປັນ ຂອງ​ເຮົາ​ໃນ​ວັນ​ນັ້ນ ເມື່ອ​ເຮົາ​ຈະ​ມາ​ເລືອກ​ເພັດ​ພອຍ​ຂອງ​ເຮົາ.

4 ສະນັ້ນ, ພວກ​ເຂົາ​ຈຳ​ເປັນ​ຕ້ອງ​ຖືກ ຕີ​ສອນ ແລະ ຖືກ​ທົດ​ລອງ, ແມ່ນ​ແຕ່​ດັ່ງ ອັບ​ຣາ​ຮາມ, ຜູ້​ໄດ້​ຖືກ​ບັນ​ຊາ​ໃຫ້​ຖວາຍ​ລູກ​ຊາຍ​ຄົນ​ດຽວ​ຂອງ​ລາວ.

5 ເພາະ​ທຸກ​ຄົນ​ທີ່​ຈະ​ບໍ່​ອົດ​ທົນ​ຕໍ່​ການ​ຕີ​ສອນ, ແລະ ປະ​ຕິ​ເສດ​ເຮົາ, ຈະບໍ່​ສາ​ມາດ​ຖືກ ຊຳລະ​ໃຫ້​ບໍ​ລິ​ສຸດ​ໄດ້.

6 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມັນ​ມີ​ການ​ໂຕ້​ຕອບ, ແລະ ການ​ຂັດ​ແຍ້ງ, ແລະ ການ​ອິດ​ສາ​ບັງ​ບຽດ, ແລະ ການ​ຜິດ​ຖຽງ​ກັນ, ແລະ ຕັນ​ຫາ​ລາ​ມົກ ແລະ ຄວາມ​ມັກ​ໂລບ​ມາກ​ໂລ​ພາ​ຢູ່​ໃນ​ບັນ​ດາ​ພວກ​ເຂົາ; ສະນັ້ນ​ໂດຍ​ສິ່ງ​ເຫລົ່າ​ນີ້​ພວກ​ເຂົາ​ຈຶ່ງ​ໄດ້​ເຮັດ​ໃຫ້​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ​ເປິ​ເປື້ອນ.

7 ພວກ​ເຂົາ​ຊັກ​ຊ້າ​ໃນ​ການ​ໄດ້ ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ; ສະນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ ຈຶ່ງ​ຊັກ​ຊ້າ​ໃນ​ການ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ, ເພື່ອ​ຕອບ​ພວກ​ເຂົາ​ໃນ​ວັນ​ທີ່​ພວກ​ເຂົາ​ມີ​ຄວາມ​ຫຍຸ້ງ​ຍາກ.

8 ໃນ​ວັນ​ທີ່​ພວກ​ເຂົາ​ມີ​ສັນ​ຕິ​ສຸກ ພວກ​ເຂົາ​ຖື​ຄຳ​ແນະນຳ​ຂອງ​ເຮົາ​ເປັນ​ເລື່ອງ​ຫລິ້ນໆ; ແຕ່, ໃນ​ວັນ​ທີ່​ພວກ​ເຂົາ​ມີ ຄວາມ​ຫຍຸ້ງ​ຍາກ, ດ້ວຍ​ຄວາມ​ຈຳ​ເປັນ​ພວກ​ເຂົາ​ຈຶ່ງ ຊອກ​ຫາ​ເຮົາ.

9 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ເຖິງ​ແມ່ນ​ພວກ​ເຂົາ​ມີ​ບາບ, ແຕ່​ອຸ​ທອນ​ຂອງ​ເຮົາ​ຍັງ​ເຕັມ​ໄປ​ດ້ວຍ ຄວາມ​ເມດ​ຕາ​ສົງ​ສານ​ຕໍ່​ພວກ​ເຂົາ. ເຮົາ​ຈະ​ບໍ່ ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ; ແລະ ໃນ​ວັນ​ແຫ່ງ ພຣະ​ພິ​ໂລດ​ຂອງ​ເຮົາ, ເຮົາ​ຈະ​ລະ​ນຶກ​ເຖິງ​ຄວາມ​ເມດ​ຕາ.

10 ເຮົາ​ໄດ້​ສາບານ, ແລະ ອອກ​ຄຳ​ສັ່ງ​ໄປ​ແລ້ວ​ໂດຍ​ບັນ​ຍັດ​ກ່ອນ​ໜ້າ​ນີ້ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ພວກ​ເຈົ້າ, ວ່າ​ເຮົາ​ຈະ​ໃຫ້ ດາບ​ແຫ່ງ​ຄວາມ​ເຄືອງ​ແຄ້ນ​ຂອງ​ເຮົາ​ລົງ​ມາ​ຕໍ່​ສູ້​ແທນ​ຜູ້​ຄົນ​ຂອງ​ເຮົາ; ແລະ ແມ່ນ​ແຕ່​ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້, ມັນ​ຈະ​ບັງ​ເກີດ​ຂຶ້ນ.

11 ບໍ່​ດົນ​ຄວາມ​ເຄືອງ​ແຄ້ນ​ຂອງ​ເຮົາ​ຈະ​ຖອກ​ເທ​ລົງ​ມາ​ເທິງ​ປະ​ຊາ​ຊາດ​ທັງ​ປວງ​ຈົນ​ວັດ​ແທກ​ບໍ່​ໄດ້; ແລະ ເຮົາ​ຈະ​ເຮັດ​ສິ່ງ​ນີ້​ເມື່ອ​ຈອກ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ເຕັມ​ປ່ຽມ.

12 ແລະ ໃນ​ວັນ​ນັ້ນ ຄົນ​ທັງ​ປວງ​ທີ່​ຖືກ​ພົບ​ເຫັນ​ຢູ່​ເທິງ ປ້ອມ​ຍາມ, ຫລື ອີກ​ຄຳ​ໜຶ່ງ, ອິດສະ​ຣາເອນ​ທັງ​ໝົດ​ຂອງ​ເຮົາ, ຈະ​ລອດ.

13 ແລະ ຜູ້​ທີ່​ກະ​ຈັດ​ກະ​ຈາຍ​ໄປ​ຈະ​ຖືກ ເຕົ້າ​ໂຮມ​ເຂົ້າ​ກັນ.

14 ແລະ ທຸກ​ຄົນ​ທີ່ ໂສກ​ເສົ້າ​ຈະ​ຖືກ​ປອບ​ໂຍນ.

15 ແລະ ທຸກ​ຄົນ​ທີ່​ໄດ້ສະລະ ຊີ​ວິດ​ຂອງ​ພວກ​ເຂົາ​ເພື່ອ​ນາມ​ຂອງ​ເຮົາ​ຈະ​ໄດ້​ຮັບ​ການ​ສວມ​ມົງ​ກຸດ.

16 ສະນັ້ນ, ຈົ່ງ​ສະ​ບາຍ​ໃຈ​ເຖີດ​ກ່ຽວ​ກັບ​ຊີໂອນ; ເພາະ​ວ່າ​ເນື້ອ​ໜັງ​ທັງ​ປວງ​ຢູ່​ໃນ ມື​ຂອງ​ເຮົາ; ຈົ່ງ​ສະຫງົບ ແລະ ຮູ້​ວ່າ​ເຮົາ​ຄື​ພຣະ​ເຈົ້າ.

17 ຊີໂອນ​ຈະ​ບໍ່​ຖືກ​ຍ້າຍ​ອອກ​ໄປ​ຈາກ​ບ່ອນ​ຂອງ​ນາງ, ເຖິງ​ແມ່ນ​ວ່າ​ລູກ​ຫລານ​ຂອງ​ນາງ​ຈະ​ກະ​ຈັດ​ກະ​ຈາຍ​ໄປ​ກໍ​ຕາມ.

18 ຜູ້​ທີ່​ເຫລືອ​ຢູ່, ແລະ ມີ​ໃຈ​ບໍ​ລິ​ສຸດ, ຈະ​ກັບ​ຄືນ​ມາ, ແລະ ມາ​ຫາ ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ, ພວກ​ເຂົາ ແລະ ລູກ​ຫລານ​ຂອງ​ພວກ​ເຂົາ, ດ້ວຍ ເພງ​ແຫ່ງ​ຄວາມ​ສຸກ​ອັນ​ເປັນ​ນິດ, ເພື່ອ ເສີມ​ສ້າງ​ແຜ່ນ​ດິນ​ທີ່​ຮົກ​ຮ້າງ​ຂອງ​ຊີໂອນ​ຂຶ້ນ​ໃໝ່—

19 ແລະ ສິ່ງ​ເຫລົ່າ​ນີ້​ທັງ​ໝົດ [ຈະ​ເກີດ​ຂຶ້ນ] ເພື່ອ​ວ່າ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຈະ​ສຳ​ເລັດ​ຄົບ​ຖ້ວນ.

20 ແລະ, ຈົ່ງ​ເບິ່ງ, ບໍ່​ມີ ສະຖານ​ທີ່​ອື່ນ​ໃດ​ທີ່​ໄດ້​ຖືກ​ກຳ​ນົດ​ໄວ້ ທີ່​ນອກ​ເໜືອ​ໄປ​ຈາກ​ສະຖານ​ທີ່​ທີ່​ເຮົາ​ໄດ້​ກຳ​ນົດ​ໄວ້​ໃຫ້; ທັງ​ຈະ​ບໍ່​ມີ​ສະຖານ​ທີ່​ອື່ນ​ໃດ​ທີ່​ຈະ​ຖືກ​ກຳ​ນົດ​ໄວ້ ທີ່​ນອກ​ເໜືອ​ໄປ​ຈາກ​ສະຖານ​ທີ່ ທີ່​ເຮົາ​ກຳ​ນົດ​ໄວ້, ເພື່ອ​ວຽກ​ງານ​ຂອງ​ການ​ເຕົ້າ​ໂຮມ​ໄພ່​ພົນ​ຂອງ​ພຣະ​ເຈົ້າ—

21 ຈົນ​ກວ່າ​ວັນ​ນັ້ນ​ຈະ​ມາ​ເຖິງ ເມື່ອ​ຈະ​ຖືກ​ພົບ​ວ່າ​ບໍ່​ມີ​ບ່ອນ​ວ່າງ​ສຳ​ລັບ​ພວກ​ເຂົາ​ອີກ; ແລະ ຈາກ​ນັ້ນ ເຮົາ​ໄດ້​ມີ​ບ່ອນ​ອື່ນ ຊຶ່ງ​ເຮົາ​ຈະ​ກຳ​ນົດ​ໄວ້​ໃຫ້​ພວກ​ເຂົາ, ແລະ ສະຖານ​ທີ່​ເຫລົ່າ​ນັ້ນ​ຈະ​ຖືກ​ເອີ້ນ​ວ່າ ສະເຕກ, ເພື່ອ​ເປັນ​ຜ້າ​ມຸງ ຫລື ເປັນ​ພະ​ລັງ​ຂອງ​ຊີໂອນ.

22 ຈົ່ງ​ເບິ່ງ, ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ, ທີ່​ຜູ້​ຄົນ​ທັງ​ປວງ​ທີ່​ເອີ້ນ​ຫາ​ນາມ​ຂອງ​ເຮົາ, ແລະ ນະມັດ​ສະການ ເຮົາ​ຕາມ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ຂອງ​ເຮົາ, ຄວນ ເຕົ້າ​ໂຮມ​ກັນ, ແລະ ຢືນ​ຢູ່​ໃນ​ສະຖານ​ທີ່​ສັກ​ສິດ;

23 ແລະ ຕຽມ​ສຳ​ລັບ​ການ​ເປີດ​ເຜີຍ​ຊຶ່ງ​ຈະ​ມາ​ເຖິງ, ເມື່ອ ມ່ານ​ທີ່​ເປັນ​ເຄື່ອງ​ຄຸມ​ຂອງ​ພຣະ​ວິຫານ​ຂອງ​ເຮົາ, ໃນ​ສະຖານ​ທີ່​ນະມັດ​ສະການ​ຂອງ​ເຮົາ, ຊຶ່ງ​ເຊື່ອງ​ແຜ່ນ​ດິນ​ໂລກ​ໄວ້​ຢູ່, ຈະ​ຖືກ​ເອົາ​ອອກ​ໄປ, ແລະ ເນື້ອ​ໜັງ​ທັງ​ປວງ​ຈະ​ໄດ້ ເຫັນ​ເຮົາ​ພ້ອມ​ກັນ.

24 ແລະ ທຸກ​ສິ່ງ​ທີ່ ເສື່ອມ​ໂຊມ, ທັງ​ມະນຸດ, ຫລື ສັດ​ສາ​ວາ​ສິ່ງ​ຢູ່​ໃນ​ທົ່ງ, ຫລື ຝູງ​ນົກ​ໃນ​ຟ້າ​ສະຫວັນ, ຫລື ປາ​ໃນ​ທະເລ, ທີ່​ອາ​ໄສ​ຢູ່​ໃນ​ຜືນ​ແຜ່ນ​ດິນ​ໂລກ, ຈະ​ຖືກ ເຜົາ​ຜານ;

25 ແລະ ທາດ​ຕ່າງໆ​ຈະ ລະ​ລາຍ​ດ້ວຍ​ຄວາມ​ຮ້ອນ​ອັນ​ແຮງ​ກ້າ​ນຳ​ອີກ; ແລະ ທຸກ​ສິ່ງ​ຈະ​ກັບ ໃໝ່, ເພື່ອ​ວ່າ​ຄວາມ​ຮູ້ ແລະ ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ຈະ​ປະ​ທັບ​ຢູ່​ທົ່ວ​ແຜ່ນ​ດິນ​ໂລກ.

26 ແລະ ໃນ​ວັນ​ນັ້ນ ຄວາມ​ກຽດ​ຊັງ​ຂອງ​ມະນຸດ, ແລະ ຄວາມ​ກຽດ​ຊັງ​ຂອງ​ສັດ​ສາ​ວາ​ສິ່ງ, ແທ້​ຈິງ​ແລ້ວ, ຄວາມ​ກຽດ​ຊັງ​ຂອງ​ເນື້ອ​ໜັງ​ທັງ​ປວງ​ຈະ ໝົດ​ໄປ​ຢູ່​ຕໍ່​ໜ້າ​ເຮົາ.

27 ແລະ ໃນ​ວັນ​ນັ້ນ ສິ່ງ​ໃດ​ກໍ​ຕາມ​ທີ່​ມະນຸດ​ຈະ​ທູນ​ຂໍ, ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ເຂົາ.

28 ແລະ ໃນ​ວັນ​ນັ້ນ ຊາຕານ​ຈະ​ບໍ່​ມີ​ອຳນາດ​ທີ່​ຈະ​ລໍ້​ລວງ​ມະນຸດ​ຄົນ​ໃດ.

29 ແລະ ຈະ​ບໍ່​ມີ ຄວາມ​ໂສກ​ເສົ້າ ເພາະ​ບໍ່​ມີ​ຄວາມ​ຕາຍ.

30 ໃນ​ວັນ​ນັ້ນ ເດັກ​ແດງ​ທາ​ລົກ​ຈະ​ບໍ່​ຕາຍ​ຈົນ​ກວ່າ​ເຂົາ​ຈະ​ແກ່​ເຖົ້າ; ແລະ ຊີ​ວິດ​ຂອງ​ເຂົາ​ຈະ​ເປັນ​ດັ່ງ​ອາ​ຍຸ​ຂອງ​ຕົ້ນ​ໄມ້;

31 ແລະ ເມື່ອ​ເຂົາ​ຕາຍ, ເຂົາ​ຈະ​ບໍ່​ຫລັບ​ໄປ, ນັ້ນໝາຍ​ເຖິງ​ໃນ​ດິນ, ແຕ່ຈະ​ຖືກ ປ່ຽນ​ໄປ​ໃນ​ພິບ​ຕາ​ດຽວ, ແລະ ຈະ​ຖືກ ຍົກ​ຂຶ້ນ​ໄປ, ແລະ ຄວາມ​ພັກ​ຜ່ອນ​ຂອງ​ເຂົາ​ຈະ​ຮຸ່ງ​ເຫລື້ອມ.

32 ແທ້​ຈິງ​ແລ້ວ, ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃນ ວັນ​ນັ້ນ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ມາ, ພຣະ​ອົງ​ຈະ ເປີດ​ເຜີຍ​ທຸກ​ສິ່ງ​ທັງ​ປວງ—

33 ສິ່ງ​ທີ່​ຜ່ານ​ມາ, ແລະ ສິ່ງ​ລີ້​ລັບ​ຊຶ່ງ​ບໍ່​ມີ​ຄົນ​ໃດ​ຮູ້, ສິ່ງ​ທີ່​ກ່ຽວ​ກັບ​ແຜ່ນ​ດິນ​ໂລກ, ຊຶ່ງ​ໂດຍ​ສິ່ງ​ນັ້ນ​ພຣະ​ອົງ​ໄດ້​ສ້າງ​ມັນ​ຂຶ້ນ, ແລະ ຈຸດ​ປະສົງ ແລະ ເປົ້າ​ໝາຍ​ຂອງ​ມັນ—

34 ສິ່ງ​ທີ່​ລ້ຳ​ຄ່າ​ທີ່​ສຸດ, ສິ່ງ​ທີ່​ຢູ່​ເບື້ອງ​ເທິງ ແລະ ສິ່ງ​ທີ່​ຢູ່​ເບື້ອງ​ລຸ່ມ, ແລະ ສິ່ງ​ທີ່​ຢູ່​ໃນ​ແຜ່ນ​ດິນ​ໂລກ, ແລະ ສິ່ງ​ທີ່​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ແລະ ໃນ​ຟ້າ​ສະຫວັນ.

35 ແລະ ທຸກ​ຄົນ​ທີ່​ທົນ​ກັບ ການ​ຂົ່ມ​ເຫັງ​ເພື່ອ​ນາມ​ຂອງ​ເຮົາ, ແລະ ອົດ​ທົນ​ດ້ວຍ​ສັດທາ, ເຖິງ​ແມ່ນ​ພວກ​ເຂົາ​ໄດ້​ຖືກ​ເອີ້ນ​ໃຫ້​ມອບ​ຊີ​ວິດ​ຂອງ​ພວກ​ເຂົາ​ເພື່ອ ເຫັນ​ແກ່​ເຮົາ, ພວກ​ເຂົາ​ຈະ​ຍັງ​ໄດ້​ຮັບ​ລັດ​ສະ​ໝີ​ພາບ​ນີ້​ທັງ​ໝົດ.

36 ດັ່ງ​ນັ້ນ, ຢ່າ​ສູ່​ຢ້ານ ແມ່ນ​ແຕ່​ຈົນ​ເຖິງ​ແກ່ ຄວາມ​ຕາຍ; ເພາະ​ໃນ​ໂລກ​ນີ້ ຄວາມ​ສຸກ​ຂອງ​ພວກ​ເຈົ້າ​ບໍ່ ບໍ​ລິ​ບູນ, ແຕ່​ໃນ​ເຮົາ​ຄວາມ​ສຸກ​ຂອງ​ພວກ​ເຈົ້າ​ບໍ​ລິ​ບູນ.

37 ສະນັ້ນ, ຢ່າ​ເປັນ​ຫ່ວງ​ກັບ​ຮ່າງ​ກາຍ, ຫລື ຊີ​ວິດ​ຂອງ​ຮ່າງ​ກາຍ; ແຕ່​ໃຫ້​ເປັນ​ຫ່ວງ​ກັບ ຈິດ​ວິນ​ຍານ, ແລະ ກັບ​ຊີ​ວິດ​ຂອງ​ຈິດ​ວິນ​ຍານ.

38 ແລະ ຈົ່ງ ສະແຫວງ​ຫາ​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະເໝີ​ໄປ, ເພື່ອ​ວ່າ​ໃນ ຄວາມ​ອົດ​ທົນ ພວກ​ເຈົ້າ​ຈະ​ໄດ້​ຄອບ​ຄອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຈົ້າ, ແລະ ພວກ​ເຈົ້າ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.

39 ເມື່ອ​ມະນຸດ​ຖືກ​ເອີ້ນ​ໃຫ້​ມາ​ສູ່ ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ຂອງ​ເຮົາ, ແລະ ເຮັດ​ພັນທະ​ສັນ​ຍາ​ດ້ວຍ​ພັນທະ​ສັນ​ຍາ​ອັນ​ເປັນ​ນິດ, ແລ້ວ​ພວກ​ເຂົາ​ຖືກ​ນັບ​ວ່າ​ເປັນ ເກືອ​ຂອງ​ແຜ່ນ​ດິນ​ໂລກ ແລະ ເປັນ​ລົດ​ເຄັມ​ຂອງ​ມະນຸດ;

40 ພວກ​ເຂົາ​ຖືກ​ເອີ້ນ​ໃຫ້​ເປັນ​ລົດ​ເຄັມ​ຂອງ​ມະນຸດ; ສະນັ້ນ, ຖ້າ​ຫາກ​ເກືອ​ຂອງ​ແຜ່ນ​ດິນ​ໂລກ​ໝົດ​ລົດ​ເຄັມ​ຂອງ​ມັນ, ຈົ່ງ​ເບິ່ງ, ຕໍ່​ຈາກ​ນັ້ນ​ໄປ​ມັນ​ບໍ່​ມີ​ປະ​ໂຫຍດ​ອັນ​ໃດ​ເລີຍ, ແຕ່​ຈະ​ຖືກ​ໂຍນ​ຖິ້ມ​ໃຫ້​ຄົນ​ຢຽບ​ຍ່ຳ​ເທົ່າ​ນັ້ນ.

41 ຈົ່ງ​ເບິ່ງ, ນີ້​ຄື​ປັນ​ຍາ ກ່ຽວ​ກັບ​ລູກ​ຫລານ​ຂອງ​ຊີໂອນ, ແມ່ນ​ແຕ່​ຫລາຍ​ຄົນ, ແຕ່​ບໍ່​ແມ່ນ​ທັງ​ໝົດ; ພວກ​ເຂົາ​ຖືກ​ພົບ​ວ່າ​ເປັນ​ຜູ້​ລ່ວງ​ລະເມີດ, ສະນັ້ນ ພວກ​ເຂົາ​ຈຳ​ຕ້ອງ​ຖືກ ຕີ​ສອນ

42 ຄົນ​ທີ່ ຍົກ​ຕົນ​ເອງ​ຂຶ້ນ​ຈະ​ຖືກ​ເຮັດ​ໃຫ້​ຕ່ຳ​ລົງ, ແລະ ຄົນ​ທີ່ ຖ່ອມ​ຕົວ ຈະ​ຖືກ​ເຮັດ​ໃຫ້​ສູງ​ສົ່ງ.

43 ແລະ ບັດ​ນີ້, ເຮົາ​ຈະ​ເລົ່າ​ຄຳ​ອຸປະມາ​ເລື່ອງ​ໜຶ່ງ​ໃຫ້​ພວກ​ເຈົ້າ​ຟັງ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຮູ້​ຄວາມ​ປະສົງ​ຂອງ​ເຮົາ​ກ່ຽວ​ກັບ​ການ​ໄຖ່​ຊີໂອນ.

44 ເຈົ້າ​ນາຍ​ຄົນ​ໜຶ່ງ​ມີ​ທີ່​ດິນ​ຢູ່​ຕອນ​ໜຶ່ງ​ທີ່​ດີ​ເລີດ; ແລະ ລາວ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ຂອງ​ລາວ​ວ່າ: ຈົ່ງ​ໄປ​ຍັງ ສວນ​ອະງຸ່ນ​ຂອງ​ເຮົາ, ແມ່ນ​ແຕ່​ໃນ​ດິນ​ບ່ອນ​ທີ່​ດີ​ເລີດ​ບ່ອນ​ນີ້, ແລະ ໃຫ້​ປູກ​ຕົ້ນ​ໝາກ​ກອກ​ສິບ​ສອງ​ຕົ້ນ;

45 ແລະ ໃຫ້​ວາງ ຄົນ​ຍາມ​ໄວ້​ໂດຍ​ຮອບ, ແລະ ສ້າງ​ປ້ອມ​ຍາມ, ເພື່ອ​ວ່າ​ຄົນ​ໜຶ່ງ​ຈະ​ສາ​ມາດ​ຫລຽວ​ເຫັນ​ທົ່ວ​ທີ່​ດິນ​ບ່ອນ​ນັ້ນ, ເພື່ອ​ເປັນ​ຄົນ​ຍາມ​ຢູ່​ເທິງ​ປ້ອມ​ຍາມ, ເພື່ອ​ວ່າ​ຕົ້ນ​ໝາກ​ກອກ​ຂອງ​ເຮົາ​ຈະ​ບໍ່​ຖືກ​ໂຄ່ນ​ລົງ ເມື່ອ​ສັດ​ຕູ​ມາ​ເພື່ອ​ທຳ​ລາຍ ແລະ ເອົາ​ໝາກ​ຜົນ​ໄປ​ຈາກ​ສວນ​ອະງຸ່ນ​ຂອງ​ເຮົາ.

46 ບັດ​ນີ້, ຄົນ​ໃຊ້​ຂອງ​ເຈົ້າ​ນາຍ​ຄົນ​ນັ້ນ​ໄດ້​ອອກ​ໄປ ແລະ ເຮັດ​ດັ່ງ​ທີ່​ເຈົ້າ​ນາຍ​ຂອງ​ພວກ​ເຂົາ​ໄດ້​ບັນ​ຊາ, ແລະ ໄດ້​ປູກ​ຕົ້ນ​ໝາກ​ກອກ, ແລະ ໄດ້​ສ້າງ​ຮົ້ວ​ອ້ອມ​ຕົ້ນ​ໝາກ​ກອກ​ໄວ້, ແລະ ໄດ້​ຈັດ​ໃຫ້​ມີ​ຄົນ​ຍາມ, ແລະ ໄດ້​ເລີ່ມ​ຕົ້ນ​ສ້າງ​ປ້ອມ​ຍາມ.

47 ແລະ ໃນ​ຂະນະ​ທີ່​ພວກ​ເຂົາ​ພວມ​ວາງ​ຮາກ​ຖານ​ຢູ່​ນັ້ນ, ພວກ​ເຂົາ​ໄດ້​ເລີ່ມ​ຕົ້ນ​ກ່າວ​ໃນ​ບັນ​ດາ​ພວກ​ເຂົາ​ເອງ​ວ່າ: ແລະ ເປັນ​ຫຍັງ​ນາຍ​ຂອງ​ພວກ​ເຮົາ​ຈຶ່ງ​ຕ້ອງ​ການ​ປ້ອມ​ຍາມ​ນີ້?

48 ແລະ ໄດ້​ປຶກ​ສາ​ກັນ​ເປັນ​ເວລາ​ດົນ​ນານ, ໂດຍ​ໄດ້​ກ່າວ​ໃນ​ບັນ​ດາ​ພວກ​ເຂົາ​ເອງ​ວ່າ: ເປັນ​ຫຍັງ​ນາຍ​ຂອງ​ພວກ​ເຮົາ​ຈຶ່ງ​ຕ້ອງ​ການ​ປ້ອມ​ຍາມ​ນີ້, ໃນ​ເມື່ອ​ເຫັນ​ໄດ້​ວ່າ ນີ້​ເປັນ​ເວລາ​ທີ່​ສະຫງົບ​ສຸກ?

49 ເງິນ​ເຫລົ່າ​ນີ້​ຄວນ​ເອົາ​ໄປ​ໄວ້​ກັບ​ຜູ້​ແລກ​ປ່ຽນ​ບໍ່​ແມ່ນ​ບໍ? ເພາະ​ບໍ່​ມີ​ຄວາມ​ຕ້ອງ​ການ​ສິ່ງ​ເຫລົ່າ​ນີ້.

50 ແລະ ໃນ​ຂະນະ​ທີ່​ພວກ​ເຂົາ​ຂັດ​ແຍ້ງ​ກັນ​ຢູ່​ນັ້ນ ພວກ​ເຂົາ​ກາຍ​ເປັນ​ຄົນ​ກຽດ​ຄ້ານ, ແລະ ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ຕາມ​ຄຳ​ບັນ​ຊາ​ຂອງ​ເຈົ້າ​ນາຍ​ຂອງ​ພວກ​ເຂົາ.

51 ແລະ ສັດ​ຕູ​ໄດ້​ມາ​ໃນ​ຕອນ​ກາງ​ຄືນ, ແລະ ໄດ້​ໂຄ່ນ ຮົ້ວ​ລົງ; ແລະ ຄົນ​ໃຊ້​ຂອງ​ເຈົ້າ​ນາຍ​ໄດ້​ຕື່ນ​ຂຶ້ນ ແລະ ມີ​ຄວາມ​ຢ້ານ​ກົວ, ແລະ ໄດ້​ແລ່ນ​ໜີ​ໄປ; ແລະ ສັດ​ຕູ​ໄດ້​ທຳ​ລາຍ​ວຽກ​ງານ​ຂອງ​ພວກ​ເຂົາ, ແລະ ໂຄ່ນ​ຕົ້ນ​ໝາກ​ກອກ​ລົງ.

52 ບັດ​ນີ້, ຈົ່ງ​ເບິ່ງ, ເຈົ້າ​ນາຍ, ເຈົ້າ​ຂອງ​ສວນ​ອະງຸ່ນ, ໄດ້​ເອີ້ນ​ຄົນ​ໃຊ້​ຂອງ​ລາວ​ມາ, ແລະ ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ, ເປັນ​ຫຍັງ! ແມ່ນ​ຫຍັງ​ທີ່​ເປັນ​ສາ​ເຫດ​ຂອງ​ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ​ນີ້?

53 ພວກ​ເຈົ້າ​ບໍ່​ຄວນ​ບໍ ທີ່​ຈະ​ເຮັດ​ດັ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ພວກ​ເຈົ້າ, ແລະ—ຫລັງ​ຈາກ​ພວກ​ເຈົ້າ​ໄດ້​ປູກ​ສວນ​ອະງຸ່ນ, ແລະ ໄດ້​ສ້າງ​ຮົ້ວ​ອ້ອມ​ມັນ​ແລ້ວ, ແລະ ໄດ້​ຈັດ​ໃຫ້​ມີ​ຄົນ​ຍາມ​ກຳ​ແພງ​ນັ້ນ​ໄວ້—ທັງ​ໄດ້​ສ້າງ​ປ້ອມ​ຍາມ​ນຳ​ອີກ, ແລະ ໄດ້​ຈັດ​ໃຫ້​ມີ​ຄົນ​ຍາມ​ຢູ່​ເທິງ​ປ້ອມ​ຍາມ​ນັ້ນ, ແລະ ເຝົ້າ​ຍາມ​ສວນ​ອະງຸ່ນ​ຂອງ​ເຮົາ, ແລະ ບໍ່​ໃຫ້​ເຊືອບ​ຫລັບ​ໄປ, ຖ້າ​ບໍ່​ດັ່ງ​ນັ້ນ ສັດ​ຕູ​ຈະ​ມາ​ໂຈມ​ຕີ​ພວກ​ເຈົ້າ?

54 ແລະ ຈົ່ງ​ເບິ່ງ, ຄົນ​ຍາມ​ຢູ່​ເທິງ​ປ້ອມ​ຍາມ​ຕ້ອງ​ຫລຽວ​ເຫັນ​ສັດ​ຕູ​ໃນ​ຂະນະ​ທີ່​ເຂົາ​ຍັງ​ຢູ່​ໄກ; ແລະ ເມື່ອ​ນັ້ນ​ພວກ​ເຈົ້າ​ຈະ​ໄດ້​ຕຽມ​ພ້ອມ ແລະ ບໍ່​ໃຫ້​ສັດ​ຕູ​ໂຄ່ນ​ຮົ້ວ​ນັ້ນ​ລົງ, ແລະ ຮັກ​ສາ​ສວນ​ອະງຸ່ນ​ຂອງ​ເຮົາ​ຈາກ​ເງື້ອມ​ມື​ຂອງ​ຜູ້​ທຳ​ລາຍ.

55 ແລະ ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ຄົນ​ໜຶ່ງ​ຂອງ​ລາວ​ວ່າ: ຈົ່ງ​ໄປ ແລະ ເຕົ້າ​ໂຮມ​ຄົນ​ໃຊ້​ທີ່​ເຫລືອ​ຢູ່​ຂອງ​ເຮົາ, ແລະ ນຳ​ກຳ​ລັງ ທັງ​ໝົດ​ຂອງຄົວ​ເຮືອນ​ຂອງ​ເຮົາ​ໄປ, ຊຶ່ງ​ຄື​ນັກ​ຮົບ​ຂອງ​ເຮົາ, ຊາຍ​ໜຸ່ມ​ຂອງ​ເຮົາ, ແລະ ຄົນ​ໃນ​ໄວ​ກາງ​ອາ​ຍຸ​ນຳ​ອີກ​ໃນ​ບັນ​ດາ​ຄົນ​ໃຊ້​ທັງ​ໝົດ​ຂອງ​ເຮົາ, ຜູ້​ເປັນ​ກຳ​ລັງ​ຂອງ​ຄົວ​ເຮືອນ​ຂອງ​ເຮົາ, ຍົກ​ເວັ້ນ​ແຕ່​ຄົນ​ເຫລົ່າ​ນັ້ນ​ຜູ້​ທີ່​ເຮົາ​ໄດ້​ກຳ​ນົດ​ໃຫ້​ຢູ່​ຕໍ່​ໄປ;

56 ແລະ ໃຫ້​ພວກ​ເຈົ້າ​ໄປ​ຍັງ​ທີ່​ດິນ​ສວນ​ອະງຸ່ນ​ຂອງ​ເຮົາ​ທັນ​ທີ, ແລະ ໄຖ່​ສວນ​ອະງຸ່ນ​ຂອງ​ເຮົາ; ເພາະ​ມັນ​ເປັນ​ຂອງ​ເຮົາ; ເຮົາ​ໄດ້​ຊື້​ມັນ​ມາ​ດ້ວຍ​ເງິນ.

57 ສະນັ້ນ, ພວກ​ເຈົ້າ​ຈົ່ງ​ເຂົ້າ​ໄປ​ຫາ​ທີ່​ດິນ​ຂອງ​ເຮົາ​ທັນ​ທີ; ໃຫ້​ພັງ​ກຳ​ແພງ​ຂອງ​ສັດ​ຕູ​ຂອງ​ເຮົາ; ທຳ​ລາຍ​ປ້ອມ​ຍາມ​ຂອງ​ພວກ​ເຂົາ​ລົງ, ແລະ ເຮັດ​ໃຫ້​ຄົນ​ຍາມ​ຂອງ​ພວກ​ເຂົາ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ.

58 ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ຮວມ​ຕົວ​ກັນ​ຕໍ່​ສູ້​ພວກ​ເຈົ້າ, ຈົ່ງ ແກ້​ແຄ້ນ​ສັດ​ຕູ​ຂອງ​ເຮົາ​ໃຫ້​ເຮົາ, ເພື່ອ​ວ່າ​ໃນ​ບໍ່​ດົນ​ເຮົາ​ຈະ​ມາ​ພ້ອມ​ກັບ​ພວກ​ທີ່​ເຫລືອ​ຢູ່​ໃນ​ບ້ານ​ຂອງ​ເຮົາ ແລະ ຄອບ​ຄອງ​ທີ່​ດິນ.

59 ແລະ ຄົນ​ໃຊ້​ໄດ້​ກ່າວ​ກັບ​ເຈົ້າ​ນາຍ​ຂອງ​ເຂົາ​ວ່າ: ເມື່ອ​ໃດ​ສິ່ງ​ເຫລົ່າ​ນີ້​ຈະ​ເກີດ​ຂຶ້ນ?

60 ແລະ ລາວ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ຂອງ​ລາວ​ວ່າ: ເມື່ອ​ເຮົາ​ປະສົງ; ເຈົ້າ​ຈົ່ງ​ໄປ​ທັນ​ທີ ແລະ ເຮັດ​ທຸກ​ສິ່ງ​ທັງ​ປວງ ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ເຮົາ​ໄດ້​ບັນ​ຊາ​ເຈົ້າ;

61 ແລະ ນີ້​ຈະ​ເປັນ​ຕາ​ປະ​ທັບ ແລະ ເປັນ​ພອນ​ເທິງ​ເຈົ້າ—ຜູ​້​ພິ​ທັກ​ຮັກ​ສາ​ທີ່​ຊື່​ສັດ ແລະ ສະຫລາດ ໃນ​ທ່າມ​ກາງ​ບ້ານ​ຂອງ​ເຮົາ, ຜູ້​ປົກ​ຄອງ​ໃນ​ອາ​ນາ​ຈັກ​ຂອງ​ເຮົາ.

62 ແລະ ຄົນ​ໃຊ້​ຂອງ​ລາວ​ໄດ້​ອອກ​ໄປ​ທັນ​ທີ, ແລະ ໄດ້​ເຮັດ​ທຸກ​ສິ່ງ​ທັງ​ປວງ ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ນາຍ​ຂອງ​ເຂົາ​ໄດ້​ບັນ​ຊາ​ເຂົາ; ແລະ ຫລັງ​ຈາກ​ຫລາຍ​ວັນ ທຸກ​ສິ່ງ​ທັງ​ປວງ​ຍ່ອມ​ສຳ​ເລັດ.

63 ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ຈະ​ສະແດງ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ​ໃຫ້​ພວກ​ເຈົ້າ​ເຫັນ​ກ່ຽວ​ກັບ​ໜ່ວຍ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ, ຕາບ​ໃດ​ທີ່​ພວກ​ເຂົາ​ເຕັມ​ໃຈ​ຮັບ​ການ​ແນະນຳ​ໃນ​ວິ​ທີ​ທີ່​ຖືກ​ຕ້ອງ ແລະ ເໝາະ​ສົມ​ສຳ​ລັບ​ຄວາມ​ລອດ​ຂອງ​ພວກ​ເຂົາ—

64 ເພື່ອ​ວ່າ​ວຽກ​ງານ​ແຫ່ງ​ການ​ເຕົ້າ​ໂຮມ​ໄພ່​ພົນ​ຂອງ​ເຮົາ​ຈະ​ສືບ​ຕໍ່​ໄປ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ສ້າງ​ພວກ​ເຂົາ​ຂຶ້ນ​ສຳ​ລັບ​ນາມ​ຂອງ​ເຮົາ​ໃນ ບ່ອນ​ທີ່​ສັກ​ສິດ; ເພາະ​ເວລາ​ແຫ່ງ ການ​ເກັບ​ກ່ຽວ​ມາ​ເຖິງ​ແລ້ວ, ແລະ ຄຳ​ຂອງ​ເຮົາ​ຈຳ​ເປັນ​ຕ້ອງ ສຳ​ເລັດ​ຄົບ​ຖ້ວນ.

65 ສະນັ້ນ, ເຮົາ​ຕ້ອງ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ເຮົາ, ຕາມ​ຄຳ​ອຸປະມາ​ເລື່ອງ​ເຂົ້າ​ເປືອກ ແລະ ເຂົ້າ​ນົກ, ເພື່ອ​ວ່າ​ເຂົ້າ​ເປືອກ​ຈະ​ຖືກ​ເກັບ​ໄວ້​ຢູ່​ໃນ​ສາງ​ເພື່ອ​ຈະ​ໄດ້​ມີ​ຊີ​ວິດ​ນິ​ລັນ​ດອນ, ແລະ ໄດ້​ຮັບ​ການ​ສວມ​ມົງ​ກຸດ ດ້ວຍ​ລັດ​ສະ​ໝີ​ພາບ​ຂອງ ຊັ້ນ​ສູງ, ເມື່ອ​ເຮົາ​ຈະ​ມາ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ບິດາ​ຂອງ​ເຮົາ ເພື່ອ​ມອບ​ລາງ​ວັນ​ໃຫ້​ແກ່​ທຸກໆ​ຄົນ​ຕາມ​ທີ່​ວຽກ​ງານ​ຂອງ​ເຂົາ​ຈະ​ເປັນ​ໄປ;

66 ໃນ​ຂະນະ​ທີ່​ເຂົ້າ​ນົກ​ຈະ​ຖືກ​ເຕົ້າ​ໂຮມ​ໄວ້​ເປັນ​ມັດໆ, ແລະ ສາຍ​ຮັດ​ຂອງ​ມັນ​ຖືກ​ເຮັດ​ໃຫ້​ແໜ້ນ​ໜາ, ເພື່ອ​ວ່າ​ມັນ​ຈະ​ຖືກ ເຜົາ​ດ້ວຍ​ໄຟ​ທີ່​ບໍ່​ຮູ້​ມອດ.

67 ສະນັ້ນ, ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ໜ່ວຍ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ, ວ່າ​ພວກ​ເຂົາ​ຈະ​ມາ​ເຕົ້າ​ໂຮມ​ກັນ​ຕໍ່​ໄປ​ຢູ່​ໃນ​ສະຖານ​ທີ່ ທີ່​ເຮົາ​ໄດ້​ກຳ​ນົດ​ໄວ້.

68 ເຖິງ​ຢ່າງ​ໃດ​ກໍ​ຕາມ, ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກ​ເຈົ້າ​ໃນ​ບັນ​ຍັດ​ຂໍ້​ທີ່​ຜ່ານ​ມາ, ຢ່າ​ໃຫ້​ການ ເຕົ້າ​ໂຮມ​ຂອງ​ພວກ​ເຈົ້າ​ເປັນ​ໄປ​ຢ່າງ​ຟ້າວ​ຟັ່ງ, ຫລື ປົບ​ໜີ​ໄປ; ແຕ່​ໃຫ້​ທຸກ​ສິ່ງ​ທັງ​ປວງ​ຖືກ​ຈັດ​ຕຽມ​ໄວ້​ກ່ອນ​ໜ້າ​ພວກ​ເຈົ້າ.

69 ແລະ ເພື່ອ​ໃຫ້​ທຸກ​ສິ່ງ​ທັງ​ປວງ​ຖືກ​ຈັດ​ຕຽມ​ໄວ້​ກ່ອນ​ໜ້າ​ພວກ​ເຈົ້າ, ຈົ່ງ​ຍຶດ​ຖື​ບັນ​ຍັດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້—

70 ຊຶ່ງ​ກ່າວ, ຫລື ສິດ​ສອນ, ໃຫ້ ຊື້​ທີ່​ດິນ​ທັງ​ໝົດ​ດ້ວຍ​ເງິນ, ຊຶ່ງ​ສາ​ມາດ​ຊື້​ໄດ້​ດ້ວຍ​ເງິນ, ໃນ​ພາກ​ພື້ນ​ທີ່​ອ້ອມ​ຮອບ ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໄວ້​ໃຫ້​ເປັນ​ແຜ່ນ​ດິນ​ຊີໂອນ, ເພື່ອ​ການ​ເລີ່ມ​ຕົ້ນ​ຂອງ​ການ​ເຕົ້າ​ໂຮມ​ໄພ່​ພົນ​ຂອງ​ເຮົາ;

71 ທີ່​ດິນ​ທັງ​ໝົດ​ຊຶ່ງ​ສາ​ມາດ​ຊື້​ໄດ້​ໃນ​ເຂດ​ແຈ໊ກສັນ, ແລະ ໃນ​ເຂດ​ອ້ອມ​ແອ້ມ, ແລະ ປ່ອຍ​ສ່ວນ​ທີ່​ເຫລືອ​ຢູ່​ໄວ້​ໃນ​ມື​ຂອງ​ເຮົາ.

72 ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ໜ່ວຍ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ​ຮິບ​ໂຮມ ເງິນ​ທັງ​ໝົດ​ຂອງ​ພວກ​ເຂົາ​ເຂົ້າ​ກັນ; ໃຫ້​ສິ່ງ​ເຫລົ່າ​ນີ້​ເປັນ​ໄປ​ຕາມ​ເວລາ​ທີ່​ເໝາະ​ສົມ, ແຕ່​ບໍ່​ແມ່ນຢ່າງ ຟ້າວ​ຟັ່ງ; ແລະ ໃຫ້​ເບິ່ງ​ວ່າ​ທຸກ​ສິ່ງ​ທັງ​ປວງ​ຖືກ​ຈັດ​ຕຽມ​ໄວ້​ກ່ອນ​ໜ້າພວກ​ເຈົ້າ.

73 ແລະ ໃຫ້​ກຳ​ນົດ​ຊາຍ​ທີ່​ໜ້າ​ຍົກ​ຍ້ອງ, ແມ່ນ​ແຕ່​ຄົນ​ສະຫລາດ, ແລະ ສົ່ງ​ພວກ​ເຂົາ​ໄປ​ຊື້​ທີ່​ດິນ​ເຫລົ່າ​ນັ້ນ.

74 ແລະ ໜ່ວຍ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ດິນ​ແດນ​ທາງ​ພາກ​ຕາ​ເວັນ​ອອກ, ເມື່ອ​ມັນ​ຖືກ​ສ້າງ​ຂຶ້ນ, ຖ້າ​ຫາກ​ພວກ​ເຂົາ​ຈະ​ເຊື່ອ​ຟັງ​ຄຳ​ແນະນຳ​ນີ້ ພວກ​ເຂົາ​ຈະ​ຊື້​ທີ່​ດິນ ແລະ ມາ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ນັ້ນ; ແລະ ໃນ​ວິ​ທີ​ນີ້​ພວກ​ເຂົາ​ຈະ​ໄດ້​ສະຖາ​ປະນາ​ຊີໂອນ​ຂຶ້ນ.

75 ເຖິງ​ແມ່ນ​ແຕ່​ຕອນ​ນີ້​ກໍ​ມີ​ພຽງ​ພໍ​ແລ້ວ​ທີ່​ຈະ​ສະ​ສົມ​ໄວ້, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ມີ​ຢ່າງ​ຫລວງ​ຫລາຍ, ທີ່​ຈະ​ໄຖ່​ຊີໂອນ, ແລະ ສະຖາ​ປະນາ​ແຜ່ນ​ດິນ​ທີ່​ຮົກ​ຮ້າງ​ຂອງ​ນາງ, ທີ່​ຈະ​ບໍ່​ຖືກ​ໂຄ່ນ​ລົງ​ອີກ, ຖ້າ​ຫາກ​ໜ່ວຍ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ເອີ້ນ​ຕົນ​ເອງ​ຕາມ​ນາມ​ຂອງ​ເຮົາ, ເຕັມ​ໃຈ​ເຊື່ອ​ຟັງ​ສຽງ​ຂອງ​ເຮົາ.

76 ແລະ ອີກ​ເທື່ອ​ໜຶ່ງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຜູ້​ທີ່​ຖືກ​ສັດ​ຕູ​ຂອງ​ພວກ​ເຂົາ​ເຮັດ​ໃຫ້​ກະ​ຈັດ​ກະ​ຈາຍ​ໄປ, ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ພວກ​ເຂົາ​ຈະ​ຮ້ອງ​ຂໍ​ໃຫ້​ມີ​ການ​ຊົດ​ໃຊ້, ແລະ ການ​ໄຖ່, ໂດຍ​ມື​ຂອງ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ປົກ​ຄອງ ແລະ ມີ​ສິດ​ອຳນາດ​ເໜືອ​ພວກ​ເຈົ້າ—

77 ຕາມ​ກົດ ແລະ ລັດ​ຖະ​ທຳ​ມະ​ນູນ​ຂອງ​ຜູ້​ຄົນ, ຊຶ່ງ​ເຮົາ​ໄດ້​ຍອມ​ໃຫ້​ຖືກ​ຈັດ​ຕັ້ງ​ຂຶ້ນ, ແລະ ຄວນ​ຖືກ​ຮັກ​ສາ​ໄວ້​ເພື່ອ ສິດທິ ແລະ ການ​ຄຸ້ມ​ຄອງ​ເນື້ອ​ໜັງ​ທັງ​ປວງ, ຕາມ​ຫລັກ​ທຳ​ທີ່​ທ່ຽງ​ທຳ ແລະ ສັກ​ສິດ;

78 ເພື່ອ​ວ່າ​ມະນຸດ​ທຸກໆ​ຄົນ​ຈະ​ໄດ້​ກະ​ທຳ​ໃນ​ຄຳ​ສອນ ແລະ ຫລັກ​ທຳ​ກ່ຽວ​ກັບ​ອະ​ນາ​ຄົດ, ຕາມ ອຳ​ເພີ​ໃຈ​ອັນ​ຊອບ​ທຳ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຂົາ, ເພື່ອ​ວ່າ​ມະນຸດ​ທຸກ​ຄົນ​ຈະ ຮັບ​ຜິດ​ຊອບ​ຕໍ່​ບາບ​ຂອງ​ຕົນ​ເອງ​ໃນ​ວັນ​ແຫ່ງ ການ​ພິ​ພາກ​ສາ.

79 ສະນັ້ນ, ມັນ​ຈຶ່ງ​ບໍ່​ຖືກ​ຕ້ອງ​ທີ່​ມະນຸດ​ຄົນ​ໃດ​ຈະ​ຢູ່​ໃນ​ຄວາມ​ເປັນ​ທາດ​ຂອງ​ຄົນ​ອື່ນ.

80 ແລະ ເພື່ອ​ຈຸດ​ປະສົງ​ນີ້ ເຮົາ​ຈຶ່ງ​ໄດ້​ຈັດ​ຕັ້ງ​ກົດ ລັດ​ຖະ​ທຳ​ມະ​ນູນ​ຂອງ​ແຜ່ນ​ດິນ​ນີ້, ໂດຍ​ມື​ຂອງ​ຄົນ​ທີ່​ສະຫລາດ ຊຶ່ງ​ເຮົາ​ໄດ້​ຍົກ​ຂຶ້ນ​ເພື່ອ​ຈຸດ​ປະສົງ​ນີ້​ເອງ, ແລະ ໄດ້​ໄຖ່​ແຜ່ນ​ດິນ​ໂດຍ ການ​ນອງ​ເລືອດ.

81 ບັດ​ນີ້, ເຮົາ​ຈະ​ປຽບ​ທຽບ​ລູກ​ຫລານ​ຂອງ​ຊີໂອນ​ໃສ່​ກັບ​ສິ່ງ​ໃດ? ເຮົາ​ຈະ​ປຽບ​ທຽບ​ພວກ​ເຂົາ​ໃສ່​ກັບ ຄຳ​ອຸປະມາ​ເລື່ອງ​ຍິງ​ຄົນ​ໜຶ່ງ ແລະ ຜູ້​ຕັດ​ສິນ​ທີ່​ບໍ່​ທ່ຽງ​ທຳ, ເພາະ​ມະນຸດ​ຄວນ ອະ​ທິ​ຖານ​ສະເໝີ ແລະ ບໍ່​ທໍ້​ຖອຍ, ຊຶ່ງ ກ່າວ​ວ່າ—

82 ໃນ​ເມືອງ​ໜຶ່ງ​ມີ​ຜູ້​ຕັດ​ສິນ​ຄົນ​ໜຶ່ງ​ທີ່​ບໍ່​ຢ້ານ​ກົວ​ພຣະ​ເຈົ້າ, ທັງ​ບໍ່​ເຫັນ​ແກ່​ມະນຸດ.

83 ແລະ ມີ​ແມ່​ໝ້າຍ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ​ນັ້ນ, ແລະ ນາງ​ໄດ້​ມາ​ຫາ​ລາວ, ໂດຍ​ກ່າວ​ວ່າ: ຂໍ​ໃຫ້​ແກ້​ແຄ້ນ​ສັດ​ຕູ​ໃຫ້​ຂ້າ​ນ້ອຍ​ແດ່.

84 ແລະ ລາວ​ບໍ່​ຍອມ​ເຮັດ​ສິ່ງ​ໃດ​ຊົ່ວ​ໄລ​ຍະ​ໜຶ່ງ, ແຕ່​ຕໍ່​ມາ​ລາວ​ໄດ້​ກ່າວ​ຢູ່​ໃນ​ໃຈ​ວ່າ: ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ຢ້ານ​ກົວ​ພຣະ​ເຈົ້າ, ຫລື ບໍ່​ເຫັນ​ແກ່​ມະນຸດ, ແຕ່​ເພາະ​ແມ່​ໝ້າຍ​ຄົນ​ນີ້​ໄດ້​ມາ​ລົບ​ກວນ​ເຮົາ, ເຮົາ​ຈຶ່ງ​ຈະ​ແກ້​ແຄ້ນ​ໃຫ້​ນາງ, ຖ້າ​ບໍ່​ດັ່ງ​ນັ້ນ ນາງ​ຈະ​ທຽວ​ກັບ​ມາ​ລົບ​ກວນ​ເຮົາ​ອີກ​ບໍ່​ເລີກ​ບໍ່​ແລ້ວ.

85 ເຮົາ​ຈະ​ປຽບ​ທຽບ​ລູກ​ຫລານ​ຂອງ​ຊີໂອນ​ດັ່ງ​ນັ້ນ.

86 ໃຫ້​ພວກ​ເຂົາ​ຮ້ອງ​ຂໍ​ຢູ່​ທີ່​ຕີນ​ຂອງ​ຜູ້​ຕັດ​ສິນ;

87 ແລະ ຖ້າ​ຫາກ​ລາວ​ບໍ່​ຟັງ​ພວກ​ເຂົາ, ໃຫ້​ພວກ​ເຂົາ​ຮ້ອງ​ຂໍ​ຢູ່​ທີ່​ຕີນ​ຂອງ​ເຈົ້າ​ລັດ;

88 ແລະ ຖ້າ​ຫາກ​ເຈົ້າ​ລັດ​ບໍ່​ຟັງ​ພວກ​ເຂົາ, ໃຫ້​ພວກ​ເຂົາ​ຮ້ອງ​ຂໍ​ຢູ່​ທີ່​ຕີນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ;

89 ແລະ ຖ້າ​ຫາກ​ປະ​ທາ​ນາ​ທິ​ບໍ​ດີ​ບໍ່​ຟັງ​ພວກ​ເຂົາ, ຈາກ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ລຸກ​ຂຶ້ນ ແລະ ສະ​ເດັດ​ອອກ​ມາ​ຈາກ ບ່ອນ​ລີ້​ລັບ​ຂອງ​ພຣະ​ອົງ, ແລະ ໃນ​ຄວາມ​ໂມ​ໂຫ​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ລົບ​ກວນ​ປະ​ຊາ​ຊາດ;

90 ແລະ ໃນ​ຄວາມ​ບໍ່​ພໍ​ພຣະ​ໄທ​ອັນ​ເດືອດ​ດານ​ຂອງ​ພຣະ​ອົງ, ແລະ ໃນ​ຄວາມ​ພຣະ​ພິ​ໂລດ​ອັນ​ຮຸນ​ແຮງ​ຂອງ​ພຣະ​ອົງ, ໃນ​ວັນ​ເວລາ​ຂອງ​ພຣະ​ອົງ, ຈະ​ຕັດ ຜູ້​ພິ​ທັກ​ຮັກ​ສາ​ທີ່​ຊົ່ວ​ຮ້າຍ, ທີ່​ບໍ່​ຊື່​ສັດ, ແລະ ທີ່​ບໍ່​ທ່ຽງ​ທຳ ເຫລົ່າ​ນັ້ນ​ອອກ, ແລະ ກຳ​ນົດ​ພາກ​ສ່ວນ​ທີ່​ເປັນ​ຂອງ​ພວກ​ເຂົາ​ໃຫ້​ແກ່​ພວກ​ເຂົາ​ໃນ​ບັນ​ດາ​ຄົນ​ໜ້າ​ຊື່​ໃຈ​ຄົດ, ແລະ ຜູ້​ທີ່​ບໍ່​ເຊື່ອ​ຖື;

91 ແມ່ນ​ແຕ່​ໃນ​ຄວາມ​ມືດ​ພາຍ​ນອກ, ບ່ອນ​ທີ່​ມີ ການ​ຮ້ອງ​ໄຫ້, ແລະ ການ​ຄວນ​ຄາງ, ແລະ ການ​ຂົບ​ແຂ້ວ​ຄ້ຽວ​ຟັນ.

92 ສະນັ້ນ ພວກ​ເຈົ້າ​ຈົ່ງ​ອະ​ທິ​ຖານ, ເພື່ອ​ວ່າ​ຫູ​ຂອງ​ພວກ​ເຂົາ​ຈະ​ເປີດ​ຟັງ​ສຽງ​ຮ້ອງ​ຂອງ​ພວກ​ເຈົ້າ, ເພື່ອ​ວ່າ​ເຮົາ​ຈະ ເມດ​ຕາ​ພວກ​ເຂົາ, ເພື່ອ​ວ່າ​ສິ່ງ​ເຫລົ່າ​ນີ້​ຈະ​ບໍ່​ມາ​ສູ່​ພວກ​ເຂົາ.

93 ສິ່ງ​ໃດ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກ​ເຈົ້າ ຈະ​ຕ້ອງ​ເກີດ​ຂຶ້ນ, ເພື່ອ​ວ່າ​ມະນຸດ​ທັງ​ປວງ​ຈະ​ບໍ່​ຖືກ​ປະ​ໄວ້​ໂດຍ​ບໍ່​ມີ ຂໍ້​ແກ້​ຕົວ;

94 ເພື່ອ​ວ່າ​ຄົນ​ທີ່​ສະຫລາດ ແລະ ຜູ້​ປົກ​ຄອງ​ຈະ​ໄດ້​ຍິນ ແລະ ຮູ້​ຈັກ​ສິ່ງ​ທີ່​ພວກ​ເຂົາ​ບໍ່​ເຄີຍ ພິ​ຈາ​ລະ​ນາ;

95 ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເລີ່ມ​ນຳ​ການ​ກະ​ທຳ​ຂອງ​ເຮົາ, ການ​ກະ​ທຳ​ທີ່​ແປກໆ​ຂອງ​ເຮົາ​ອອກ​ມາ, ແລະ ເຮັດ​ວຽກ​ງານ​ຂອງ​ເຮົາ, ວຽກ​ງານ​ທີ່​ແປກໆ​ຂອງ​ເຮົາ, ເພື່ອ​ວ່າ​ມະນຸດ​ຈະ ຫລິງ​ເຫັນ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ຄວາມ​ຊອບ​ທຳ ແລະ ຄົນ​ຊົ່ວ, ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ.

96 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ມັນ​ເປັນ​ການ​ກົງ​ກັນ​ຂ້າມ​ກັບ​ບັນ​ຍັດ​ຂອງ​ເຮົາ ແລະ ຄວາມ​ປະສົງ​ຂອງ​ເຮົາ ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ກຽວເບີດ ຈະ​ຂາຍ ຄັງ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໄວ້​ໃຫ້​ຜູ້​ຄົນ​ຂອງ​ເຮົາ, ໃຫ້​ຢູ່​ໃນ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ເຮົາ.

97 ຢ່າ​ໃຫ້​ສິ່ງ​ທີ່​ເຮົາ​ໄດ້​ກຳນົດ​ໄວ້​ມີ​ມົນ​ທິນ​ໂດຍ​ສັດ​ຕູ​ຂອງ​ເຮົາ, ໂດຍ​ການ​ຍິນ​ຍອມ​ຂອງ​ຜູ້​ທີ່ ເອີ້ນ​ຕົນ​ເອງ​ຕາມ​ນາມ​ຂອງ​ເຮົາ;

98 ເພາະ​ນີ້​ຄື​ບາບ​ທີ່​ສາ​ຫັດ ແລະ ຮ້າຍ​ແຮງ​ຕໍ່​ຕ້ານ​ເຮົາ, ແລະ ຕໍ່​ຕ້ານ​ຜູ້​ຄົນ​ຂອງ​ເຮົາ, ເນື່ອງ​ຈາກ​ສິ່ງ​ເຫລົ່າ​ນັ້ນ​ຊຶ່ງ​ເຮົາ​ໄດ້​ອອກ​ຄຳ​ສັ່ງ ແລະ ຊຶ່ງ​ຈະ​ເກີດ​ກັບ​ປະ​ຊາ​ຊາດ​ຕ່າງໆ​ໃນ​ບໍ່​ດົນ​ນີ້.

99 ສະນັ້ນ, ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ຜູ້​ຄົນ​ຂອງ​ເຮົາ​ຄວນ​ອ້າງ​ສິດ, ແລະ ຖື​ສິດ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ກຳ​ນົດ​ໄວ້​ໃຫ້​ພວກ​ເຂົາ, ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ອາ​ໄສ​ຢູ່​ທີ່​ນັ້ນ.

100 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ບໍ່​ໄດ້​ກ່າວ​ວ່າ ພວກ​ເຂົາ​ບໍ່​ຄວນ​ອາ​ໄສ​ຢູ່​ທີ່​ນັ້ນ; ເພາະ​ຕາບ​ໃດ​ທີ່​ພວກ​ເຂົາ​ຍັງ​ນຳ​ໝາກ​ຜົນ​ທີ່​ດີ ແລະ ວຽກ​ງານ​ທີ່​ເໝາະ​ສົມ​ກັບ​ອາ​ນາ​ຈັກ​ຂອງ​ເຮົາ​ອອກ​ມາ, ພວກ​ເຂົາ​ຈະ​ອາ​ໄສ​ຢູ່​ທີ່​ນັ້ນ.

101 ພວກ​ເຂົາ​ຈະ​ສ້າງ, ແລະ ຄົນ​ອື່ນ​ຈະ​ຮັບ​ມັນ​ເປັນ ມູນ​ມໍ​ລະ​ດົກ​ບໍ່​ໄດ້; ພວກ​ເຂົາ​ຈະ​ປູກ​ສວນ​ອະງຸ່ນ, ແລະ ພວກ​ເຂົາ​ຈະ​ກິນ​ໝາກ​ຜົນ​ຈາກ​ສວນ​ນັ້ນ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.