ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 104


ພາກ​ທີ 104

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ຢູ່​ທີ່ ຫລື ໃກ້​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 23 ເດືອນ​ເມສາ, 1834, ກ່ຽວ​ກັບ​ກຸ່ມ​ທຸ​ລະ​ກິດ​ເອ​ກະ​ພາບ (ເບິ່ງ ຫົວ​ຂໍ້​ຂອງ ພາກ​ທີ 78 ແລະ 82). ເຫດ​ການ​ນັ້ນ ເປັນ​ການປະ​ຊຸມ​ສະພາ​ສະມາ​ຊິກ​ຂອງ​ກຸ່ມ​ທຸ​ລະ​ກິດ​ເອ​ກະ​ພາບ ໄດ້​ມີ​ການ​ສົນ​ທະ​ນາ​ເນັ້ນ​ເລື່ອງ​ຄວາມ​ຕ້ອງ​ການ​ທາງ​ໂລກ​ຂອງ​ສາດ​ສະ​ໜາ​ຈັກ. ການ​ປະ​ຊຸມ​ທີ່​ຜ່ານ​ມາ​ຂອງ​ກຸ່ມ​ທຸ​ລະ​ກິດ ທີ່ຖືກ​ຈັດ​ຂຶ້ນ​ເມື່ອ​ວັນທີ 10 ເດືອນ​ເມສາ ໄດ້​ລົງ​ຄວາມ​ເຫັນ​ວ່າ ຕ້ອງ​ໄດ້​ຍົກ​ເລີກ​ກຸ່ມ​ທຸ​ລະ​ກິດ. ການ​ເປີດ​ເຜີຍ​ນີ້​ແນະນຳ​ຢ່າງ​ນັ້ນ ແທນ​ທີ່​ຈະ​ຈັດ​ຕັ້ງ​ທຸ​ລະ​ກິດ​ຄືນ​ໃໝ່; ໃຫ້​ແບ່ງ​ປັນ​ຊັບ​ສິນ​ໃນ​ບັນ​ດາ​ສະມາ​ຊິກ​ຂອງ​ກຸ່ມ​ທຸ​ລະ​ກິດ ຕາມ​ຕຳ​ແໜ່ງ​ພິ​ທັກ​ຮັກ​ສາ​ຂອງ​ເຂົາ​ເຈົ້າ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ໂຈເຊັບ ສະມິດ, ສຳ​ນວນ​ທີ່​ວ່າ “ກຸ່ມ​ທຸ​ລະ​ກິດ​ເອ​ກະ​ພາບ” ຕໍ່​ມາ​ໄດ້​ຖືກ​ປ່ຽນ​ເປັນ “ລະ​ບົບ​ເອ​ກະ​ພາບ” ໃນ​ການ​ເປີດ​ເຜີຍ.

1–10, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຜູ້​ລ່ວງ​ລະເມີດ​ລະ​ບົບ​ເອ​ກະ​ພາບ​ຈະ​ຖືກ​ສາບ​ແຊ່ງ; 11–16, ພຣະ​ຜູ້​ເປັນ​ເຈົ້າ​ຈັດ​ຫາ​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ວິ​ທີ​ທາງ​ຂອງ​ພຣະ​ອົງ​ເອງ; 17–18, ກົດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຊີ້​ນຳ​ເລື່ອງ​ການ​ດູ​ແລ​ຄົນ​ຍາກ​ຈົນ; 19–46, ສິ່ງ​ທີ່​ຕ້ອງ​ພິ​ທັກ​ຮັກ​ສາ ແລະ ພອນ ໄດ້​ຖືກ​ມອບ​ໝາຍ​ໃຫ້​ອ້າຍ​ນ້ອງ​ຫລາຍ​ຄົນ; 47–53, ຕ້ອງ​ບໍ​ລິ​ຫານ​ລະ​ບົບ​ເອ​ກະ​ພາບ​ໃນ​ເມືອງ​ເຄີດແລນ ແລະ ລະ​ບົບ​ເອ​ກະ​ພາບ​ໃນ​ຊີໂອນ ແບບ​ບໍ່​ຄື​ກັນ; 54–66, ຄັງ​ທີ່​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ສຳ​ລັບ​ການ​ພິມ​ພຣະ​ຄຳ​ພີ; 67–77, ຕ້ອງ​ບໍ​ລິ​ຫານ​ຄັງ​ທົ່ວ​ໄປ​ຂອງ​ລະ​ບົບ​ເອ​ກະ​ພາບ​ໃນ​ພື້ນ​ຖານ​ຂອງ​ການ​ເຫັນ​ພ້ອມ​ກັນ; 78–86, ຄົນ​ທີ່​ຢູ່​ໃນ​ລະ​ບົບ​ເອ​ກະ​ພາບ​ຕ້ອງ​ຊຳລະ​ໜີ້​ສິນ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປົດ​ປ່ອຍ​ພວກ​ເຂົາ​ຈາກ​ຄວາມ​ເປັນ​ທາດ​ທາງ​ການ​ເງິນ​ຂອງ​ພວກ​ເຂົາ.

1 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ເພື່ອນ​ຂອງ​ເຮົາ​ວ່າ ເຮົາ​ຈະ​ມອບ​ຄຳ​ແນະນຳ, ແລະ ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ​ກ່ຽວ​ກັບ​ຊັບ​ສິນ​ທັງ​ໝົດ​ທີ່​ເປັນ​ຂອງ​ລະບົບ ຊຶ່ງ​ເຮົາ​ໄດ້​ບັນ​ຊາ​ໃຫ້​ຈັດ​ຕັ້ງ ແລະ ສະຖາ​ປະນາ​ຂຶ້ນ, ໃຫ້​ເປັນ ລະ​ບົບ​ເອ​ກະ​ພາບ, ແລະ ລະບົບ​ອັນ​ເປັນ​ນິດ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ເພື່ອ​ຄວາມ​ລອດ​ຂອງ​ມະນຸດ ຈົນ​ກວ່າ​ເຮົາ​ມາ—

2 ດ້ວຍ​ຄຳ​ສັນ​ຍາ​ທີ່​ຖາ​ວອນ ແລະ ບໍ່​ມີ​ວັນ​ປ່ຽນ​ແປງ, ວ່າ​ຕາບ​ໃດ​ທີ່​ຄົນ​ເຫລົ່າ​ນັ້ນ​ທີ່​ເຮົາ​ໄດ້​ບັນ​ຊາ​ຍັງ​ຊື່​ສັດ ແລ້ວ​ພວກ​ເຂົາ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ພອນ​ຢ່າງ​ຫລວງ​ຫລາຍ;

3 ແຕ່​ຕາບ​ໃດ​ທີ່​ພວກ​ເຂົາ​ບໍ່​ຊື່​ສັດ ພວກ​ເຂົາ​ກໍ​ຢູ່​ໃກ້​ການ​ສາບ​ແຊ່ງ.

4 ສະນັ້ນ, ຕາບ​ໃດ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ບາງ​ຄົນ​ບໍ່​ຮັກ​ສາ​ພຣະ​ບັນ​ຍັດ, ແຕ່​ໄດ້​ຝ່າ​ຝືນ​ພັນທະ​ສັນ​ຍາ​ໂດຍ ຄວາມ​ໂລບ, ແລະ ດ້ວຍ​ຖ້ອຍ​ຄຳ​ມານ​ຍາ, ເຮົາ​ຈຶ່ງ​ໄດ້​ສາບ​ແຊ່ງ​ພວກ​ເຂົາ​ດ້ວຍ​ການ​ສາບ​ແຊ່ງ​ອັນ​ສາ​ຫັດ ແລະ ຮ້າຍ​ແຮງ.

5 ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ອອກ​ຄຳ​ສັ່ງ​ຢູ່​ໃນ​ໃຈ​ຂອງ​ເຮົາ​ວ່າ ຕາບ​ໃດ​ທີ່​ຜູ້​ຊາຍ​ຄົນ​ໃດ​ທີ່​ເປັນ​ຂອງ​ລະບົບ​ຖືກ​ພົບ​ວ່າ​ເປັນ​ຜູ້​ລ່ວງ​ລະເມີດ, ຫລື, ອີກ​ຄຳ​ໜຶ່ງ, ຈະ​ຝ່າ​ຝືນ​ພັນທະ​ສັນ​ຍາ ຊຶ່ງ​ພວກ​ເຈົ້າ​ຖືກ​ຜູກ​ມັດ, ເຂົາ​ຈະ​ຖືກ​ສາບ​ແຊ່ງ​ໃນ​ຊີ​ວິດ​ຂອງ​ເຂົາ, ແລະ ຈະ​ຖືກ​ຢຽບ​ຍ່ຳ​ໂດຍ​ຄົນ​ທີ່​ເຮົາ​ປະສົງ;

6 ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ບໍ່​ຖືກ ເຍາະ​ເຍີ້ຍ​ໃນ​ສິ່ງ​ເຫລົ່າ​ນີ້—

7 ແລະ ທັງ​ໝົດ​ນີ້​ເພື່ອ​ຄົນ​ບໍ​ລິ​ສຸດ​ໃນ​ບັນ​ດາ​ພວກ​ເຈົ້າ ຈະ​ບໍ່​ຖືກ​ກ່າວ​ໂທດ​ກັບ​ຄົນ​ທີ່​ບໍ່​ທ່ຽງ​ທຳ; ແລະ ເພື່ອ​ວ່າ​ຄົນ​ຜິດ​ໃນ​ບັນ​ດາ​ພວກ​ເຈົ້າ​ຈະ​ໜີ​ບໍ່​ພົ້ນ; ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ສັນ​ຍາ​ວ່າ​ຈະ​ມອບ ມົງ​ກຸດ​ແຫ່ງ​ລັດ​ສະ​ໝີ​ພາບ​ໃຫ້​ແກ່​ພວກ​ເຈົ້າ​ທາງ​ມື​ຂວາ​ຂອງ​ເຮົາ.

8 ສະນັ້ນ, ຕາບ​ໃດ​ທີ່​ພວກ​ເຈົ້າ​ຖືກ​ພົບ​ວ່າ​ເປັນ​ຜູ້​ລ່ວງ​ລະເມີດ, ພວກ​ເຈົ້າ​ຈະ​ບໍ່​ສາ​ມາດ​ໜີ​ພົ້ນ​ຈາກ​ພຣະ​ພິ​ໂລດ​ຂອງ​ເຮົາ​ໃນ​ຊີ​ວິດ​ຂອງ​ພວກ​ເຈົ້າ.

9 ຕາບ​ໃດ​ທີ່​ພວກ​ເຈົ້າ​ຖືກ ຕັດ​ອອກ​ເພາະ​ການ​ລ່ວງ​ລະເມີດ, ພວກ​ເຈົ້າ​ຈະ​ບໍ່​ສາ​ມາດ​ໜີ​ພົ້ນ​ຈາກ ຄວາມ​ທຸກ​ທໍ​ລະ​ມານ​ຂອງ ຊາຕານ​ໄດ້​ຈົນ​ເຖິງ​ວັນ​ແຫ່ງ​ການ​ໄຖ່.

10 ແລະ ບັດ​ນີ້​ເຮົາ​ມອບ​ອຳນາດ​ໃຫ້​ແກ່​ພວກ​ເຈົ້າ​ນັບ​ແຕ່​ຊົ່ວ​ໂມງ​ນີ້​ໄປ, ວ່າ​ຖ້າ​ຫາກ​ພົບ​ຄົນ​ໜຶ່ງ​ຄົນ​ໃດ​ໃນ​ບັນ​ດາ​ພວກ​ເຈົ້າ, ຂອງ​ລະບົບ, ຖືກ​ພົບ​ວ່າ​ເປັນ​ຜູ້​ລ່ວງ​ລະເມີດ ແລະ ບໍ່​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ, ເພື່ອ​ພວກ​ເຈົ້າ​ຈະ​ສົ່ງ​ເຂົາ​ໄປ​ສູ່​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ຊາຕານ; ແລະ ເຂົາ​ຈະ​ບໍ່​ມີ​ອຳນາດ​ໃນ ການ​ນຳ​ຄວາມ​ຊົ່ວ​ຮ້າຍ​ມາ​ສູ່​ພວກ​ເຈົ້າ.

11 ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ; ສະນັ້ນ, ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ, ວ່າ ພວກ​ເຈົ້າ​ຈະ​ວາງ​ລະບຽບ​ຕົນ​ເອງ ແລະ ກຳ​ນົດ​ສິ່ງ​ທີ່​ຕ້ອງ ພິ​ທັກ​ຮັກ​ສາ​ໃຫ້​ທຸກ​ຄົນ;

12 ເພື່ອ​ວ່າ​ທຸກໆ​ຄົນ​ຈະ​ໄດ້​ລາຍ​ງານ​ເລື່ອງ​ລາວ​ກັບ​ເຮົາ​ເຖິງ​ສິ່ງ​ທີ່​ເຂົາ​ພິ​ທັກ​ຮັກ​ສາ ຊຶ່ງ​ຖືກ​ກຳ​ນົດ​ໃຫ້​ເຂົາ.

13 ເພາະ​ເປັນ​ຄວາມ​ເໝາະ​ສົມ​ທີ່​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຕ້ອງ​ເຮັດ​ໃຫ້​ທຸກ​ຄົນ ຮັບ​ຜິດ​ຊອບ, ເປັນ ຜູ້​ພິ​ທັກ​ຮັກ​ສາ​ພອນ​ຝ່າຍ​ແຜ່ນ​ດິນ​ໂລກ, ຊຶ່ງ​ເຮົາ​ໄດ້​ສ້າງ ແລະ ຕຽມ​ໄວ້​ໃຫ້​ສິ່ງ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ.

14 ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ຢືດ​ຟ້າ​ສະຫວັນ​ອອກ, ແລະ ສ້າງ​ແຜ່ນ​ດິນ​ໂລກ, ຝີ​ມື​ຂອງ​ເຮົາ​ເອງ; ແລະ ທຸກ​ສິ່ງ​ໃນ​ນັ້ນ​ເປັນ​ຂອງ​ເຮົາ​ທັງ​ໝົດ.

15 ແລະ ມັນ​ເປັນ​ຈຸດ​ປະສົງ​ຂອງ​ເຮົາ​ທີ່​ຈະ​ຈັດ​ຫາ​ໃຫ້​ໄພ່​ພົນ​ຂອງ​ເຮົາ, ເພາະ​ທຸກ​ສິ່ງ​ທັງ​ປວງ​ເປັນ​ຂອງ​ເຮົາ.

16 ແຕ່​ມັນ​ຕ້ອງ​ເປັນ​ໄປ​ໃນ ວິ​ທີ​ທາງ​ຂອງ​ເຮົາ​ເອງ; ແລະ ຈົ່ງ​ເບິ່ງ ນີ້​ຄື​ວິ​ທີ​ທາງ​ທີ່​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ອອກ​ຄຳ​ສັ່ງ ໃຫ້​ຈັດ​ຫາ​ໃຫ້​ໄພ່​ພົນ​ຂອງ​ເຮົາ, ເພື່ອ ຄົນ​ຍາກ​ຈົນ​ຈະ​ຖືກ​ຍົກ​ຂຶ້ນ​ສູງ, ໃນ​ການ​ນັ້ນ​ຄົນ​ຮັ່ງ​ມີ​ຈະ​ຖືກ​ເຮັດ​ໃຫ້​ຕ່ຳ​ລົງ.

17 ເພາະ ແຜ່ນ​ດິນ​ໂລກ​ເຕັມ​ປ່ຽມ, ແລະ ມັນ​ມີ​ພຽງ​ພໍ ແລະ ເກີນ​ພໍ; ແທ້​ຈິງ​ແລ້ວ, ເຮົາ​ໄດ້​ຕຽມ​ທຸກ​ສິ່ງ​ທັງ​ປວງ, ແລະ ໃຫ້​ລູກ​ຫລານ​ມະນຸດ​ເປັນ ຕົວ​ແທນ​ໃຫ້​ແກ່​ຕົນ​ເອງ.

18 ສະນັ້ນ, ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ຮັບ​ຈາກ ຄວາມ​ອຸ​ດົມ​ສົມ​ບູນ ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້, ແລະ ບໍ່​ແບ່ງ​ປັນ​ສ່ວນ​ຂອງ​ເຂົາ, ຕາມ ກົດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ໃຫ້​ແກ່ ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ, ແລ້ວ​ກັບ​ຄົນ​ຊົ່ວ​ເຂົາ​ຈະ​ແຫງນ​ໜ້າ​ຂອງ​ເຂົາ​ຂຶ້ນ​ຈາກ ນະລົກ, ຢູ່​ໃນ​ຄວາມ​ທໍ​ລະ​ມານ.

19 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ກ່ຽວ​ກັບ​ຊັບ​ສິນ​ຂອງ ລະບົບ

20 ໃຫ້​ກຳ​ນົດ​ສະຖານ​ທີ່​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ຣິກ​ດອນ ບ່ອນ​ທີ່​ລາວ​ອາ​ໄສ​ຢູ່​ຕອນ​ນີ້, ແລະ ດິນ​ຕອນ​ຂອງ​ໂຮງ​ຟອກ​ໜັງ​ໃຫ້​ເປັນ​ສິ່ງ​ທີ່​ລາວ​ຕ້ອງ​ພິ​ທັກ​ຮັກ​ສາ, ເພື່ອ​ເປັນ​ການ​ຄ້ຳ​ຈູນ​ລາວ​ໃນ​ຂະນະ​ທີ່​ລາວ​ທຳ​ງານ​ຢູ່​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ, ແມ່ນ​ແຕ່​ຕາມ​ຄວາມ​ປະສົງ​ຂອງ​ເຮົາ, ເມື່ອ​ເຮົາ​ຈະ​ບັນ​ຊາ​ລາວ.

21 ແລະ ໃຫ້​ທຸກ​ສິ່ງ​ທັງ​ປວງ​ເປັນ​ໄປ​ຕາມ​ຄຳ​ແນະນຳ​ຂອງ​ລະບົບ, ແລະ ເຫັນ​ພ້ອມ​ນຳ​ກັນ ຫລື ເປັນ​ສຽງ​ຂອງ​ລະບົບ, ຊຶ່ງ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ເມືອງ​ເຄີດແລນ.

22 ແລະ ສິ່ງ​ທີ່​ຕ້ອງ​ພິ​ທັກ​ຮັກ​ສາ ແລະ ພອນ​ນີ້, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ມອບ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ຣິກ​ດອນ ເພື່ອ​ເປັນ​ພອນ​ແກ່​ລາວ, ແລະ ລູກ​ຫລານ​ຫລັງ​ຈາກ​ລາວ;

23 ແລະ ເຮົາ​ຈະ​ເພີ່ມ​ທະ​ວີ​ພອນ​ໃຫ້​ແກ່​ລາວ, ຕາບ​ໃດ​ທີ່​ລາວ​ຍັງ​ຖ່ອມ​ຕົວ​ຢູ່​ຕໍ່​ໜ້າ​ເຮົາ.

24 ແລະ ອີກ​ເທື່ອ​ໜຶ່ງ, ໃຫ້​ກຳ​ນົດ​ທີ່​ດິນ​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ມາຕິນ ແຮຣິສ, ໃຫ້​ລາວ​ພິ​ທັກ​ຮັກ​ສາ, ດິນ​ຕອນ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ຈອນ​ສັນ ໄດ້​ມາ​ໃນ​ການ​ແລກ​ປ່ຽນ​ມູນ​ມໍ​ລະ​ດົກ​ຂອງ​ລາວ​ແຕ່​ກອນ, ສຳ​ລັບ​ລາວ ແລະ ລູກ​ຫລານ​ຂອງ​ລາວ​ຫລັງ​ຈາກ​ລາວ;

25 ແລະ ຕາບ​ໃດ​ທີ່​ລາວ​ຍັງ​ຊື່​ສັດ, ເຮົາ​ຈະ​ເພີ່ມ​ທະ​ວີ​ພອນ​ໃຫ້​ລາວ ແລະ ລູກ​ຫລານ​ຂອງ​ລາວ​ຫລັງ​ຈາກ​ລາວ.

26 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ມາຕິນ ແຮຣິສ ອຸ​ທິດ​ຖວາຍ​ເງິນ​ຂອງ​ລາວ​ສຳ​ລັບ​ການ​ປະ​ກາດ​ຄຳ​ຂອງ​ເຮົາ, ຕາມ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຈະ​ຊີ້​ນຳ.

27 ແລະ ອີກ​ເທື່ອ​ໜຶ່ງ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຟຣ໌ເດຣິກ ຈີ ວິວລຽມສ໌ ໄດ້​ຮັບ​ບ່ອນ​ທີ່​ລາວ​ອາ​ໄສ​ຢູ່​ໃນ​ຕອນ​ນີ້.

28 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ຄາວ​ເດີຣີ ໄດ້​ຮັບ​ດິນ​ຕອນ​ທີ່​ຖັດ​ຈາກ​ເຮືອນ​ຂອງ​ລາວ, ຊຶ່ງ​ຈະ​ເປັນ​ຫ້ອງ​ການ​ພິມ, ຊຶ່ງ​ເປັນ​ດິນ​ຕອນ​ໝາຍ​ເລກ​ໜຶ່ງ, ແລະ ດິນ​ຕອນ​ທີ່​ພໍ່​ຂອງ​ລາວ​ອາ​ໄສ​ຢູ່​ນຳ​ອີກ.

29 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຟຣ໌ເດຣິກ ຈີ ວິວລຽມສ໌ ແລະ ອໍ​ລີ​ເວີ ຄາວ​ເດີຣີ ໄດ້​ຮັບ​ຫ້ອງ​ການ​ພິມ ແລະ ທຸກ​ສິ່ງ​ທັງ​ປວງ​ທີ່​ກ່ຽວ​ກັບ​ມັນ.

30 ແລະ ສິ່ງ​ນີ້​ຈະ​ເປັນ​ສິ່ງ​ທີ່​ພວກ​ເຂົາ​ພິ​ທັກ​ຮັກ​ສາ ຊຶ່ງ​ຈະ​ຖືກ​ກຳ​ນົດ​ໃຫ້​ແກ່​ພວກ​ເຂົາ.

31 ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ຍັງ​ຊື່​ສັດ, ຈົ່ງ​ເບິ່ງ ເຮົາ​ຈະ​ໃຫ້​ພອນ, ແລະ ເພີ່ມ​ທະ​ວີ​ພອນ​ໃຫ້​ພວກ​ເຂົາ.

32 ແລະ ນີ້​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ເປັນ​ຜູ້​ພິ​ທັກ​ຮັກ​ສາ ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໃຫ້​ພວກ​ເຂົາ, ສຳ​ລັບ​ພວກ​ເຂົາ ແລະ ລູກ​ຫລານ​ຂອງ​ພວກ​ເຂົາ​ຫລັງ​ຈາກ​ພວກ​ເຂົາ.

33 ແລະ, ຕາບ​ໃດ​ທີ່​ພວກ​ເຂົາ​ຍັງ​ຊື່​ສັດ, ເຮົາ​ຈະ​ເພີ່ມ​ທະ​ວີ​ພອນ​ໃຫ້​ພວກ​ເຂົາ ແລະ ລູກ​ຫລານ​ຂອງ​ພວກ​ເຂົາ​ຫລັງ​ຈາກ​ພວກ​ເຂົາ, ແມ່ນ​ແຕ່​ພອນ​ຢ່າງ​ຫລວງ​ຫລາຍ.

34 ແລະ ອີກ​ເທື່ອ​ໜຶ່ງ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ຈອນ​ສັນ ໄດ້​ຮັບ​ເຮືອນ​ບ່ອນ​ທີ່​ລາວ​ອາ​ໄສ​ຢູ່, ແລະ ມູນ​ມໍ​ລະ​ດົກ, ທັງ​ໝົດ​ນອກ​ຈາກ​ທີ່​ດິນ​ບ່ອນ​ທີ່​ຖືກ​ສະ​ຫງວນ​ໄວ້​ເພື່ອ​ສ້າງ ບ້ານ​ຂອງ​ເຮົາ, ຊຶ່ງ​ກ່ຽວ​ພັນ​ກັບ​ມູນ​ມໍ​ລະ​ດົກ​ນັ້ນ, ແລະ ທີ່​ດິນ​ຕອນ​ເຫລົ່າ​ນັ້ນ​ຊຶ່ງ​ໄດ້​ບອກ​ໄວ້​ແລ້ວ​ສຳ​ລັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ຄາວ​ເດີຣີ.

35 ແລະ ຕາບ​ໃດ​ທີ່​ລາວ​ຍັງ​ຊື່​ສັດ, ເຮົາ​ຈະ​ເພີ່ມ​ທະ​ວີ​ພອນ​ໃຫ້​ລາວ.

36 ແລະ ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ລາວ​ຄວນ​ຂາຍ​ທີ່​ດິນ​ຕອນ​ຕ່າງໆ​ທີ່​ຈັດ​ໄວ້​ສຳ​ລັບ​ການ​ສ້າງ​ເມືອງ​ຂອງ ໄພ່​ພົນ​ຂອງ​ເຮົາ, ຕາບ​ໃດ​ທີ່​ມັນ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ລາວ​ໂດຍ ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ, ແລະ ຕາມ​ຄຳ​ແນະນຳ​ຂອງ​ລະບົບ, ແລະ ໂດຍ​ສຽງ​ຂອງ​ລະບົບ.

37 ແລະ ນີ້​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ເປັນ​ຜູ້​ພິ​ທັກ​ຮັກ​ສາ ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໃຫ້​ລາວ, ເພື່ອ​ເປັນ​ພອນ​ໃຫ້​ລາວ ແລະ ລູກ​ຫລານ​ຂອງ​ລາວ​ຫລັງ​ຈາກ​ລາວ.

38 ແລະ ຕາບ​ໃດ​ທີ່​ລາວ​ຍັງ​ຊື່​ສັດ, ເຮົາ​ຈະ​ເພີ່ມ​ທະ​ວີ​ພອນ​ໃຫ້​ລາວ​ຢ່າງ​ຫລວງ​ຫລາຍ.

39 ແລະ ອີກ​ເທື່ອ​ໜຶ່ງ, ໃຫ້​ກຳ​ນົດ​ເຮືອນ ແລະ ທີ່​ດິນ​ຕອນ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ນິວເອັນ ເຄ ວິດນີ ອາ​ໄສ​ຢູ່​ໃນ​ຕອນ​ນີ້​ໃຫ້​ແກ່​ລາວ, ແລະ ທີ່​ດິນ ແລະ ອາ​ຄານ​ບ່ອນ​ທີ່​ເຮັດ​ເປັນ​ຮ້ານ​ຄ້າ, ແລະ ທີ່​ດິນ​ຕອນ​ທີ່​ຢູ່​ແຈ​ເບື້ອງ​ໃຕ້​ຂອງ​ຮ້ານ​ຄ້າ, ແລະ ທີ່​ດິນ​ຕອນ​ທີ່​ມີ​ເຕົາ​ເຜົາ​ຕັ້ງ​ຢູ່​ນຳ​ອີກ.

40 ແລະ ທຸກ​ສິ່ງ​ທັງ​ປວງ​ນີ້ ເຮົາ​ໄດ້​ກຳ​ນົດ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ນິວເອັນ ເຄ ວິດນີ ໃຫ້​ເປັນ​ຜູ້​ພິ​ທັກ​ຮັກ​ສາ, ເພື່ອ​ເປັນ​ພອນ​ໃຫ້​ລາວ ແລະ ລູກ​ຫລານ​ຂອງ​ລາວ​ຫລັງ​ຈາກ​ລາວ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຮ້ານ​ຄ້າ​ຂອງ​ລະບົບ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ຈັດ​ຕັ້ງ​ຂຶ້ນ​ສຳ​ລັບ​ສະເຕກ​ຂອງ​ເຮົາ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ເມືອງ​ເຄີດແລນ.

41 ແທ້​ຈິງ​ແລ້ວ, ຕາມ​ຄວາມ​ຈິງ, ນີ້​ຄື​ການ​ພິ​ທັກ​ຮັກ​ສາ​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອັນ ເຄ ວິດນີ, ແມ່ນ​ແຕ່​ຮ້ານ​ຄ້າ​ທັງ​ໝົດ​ນີ້, ລາວ ແລະ ຕົວ​ແທນ​ຂອງ​ລາວ, ແລະ ລູກ​ຫລານ​ຂອງ​ລາວ​ຫລັງ​ຈາກ​ລາວ.

42 ແລະ ຕາບ​ໃດ​ທີ່​ລາວ​ຍັງ​ຊື່​ສັດ​ໃນ​ການ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ລາວ, ເຮົາ​ຈະ​ເພີ່ມ​ທະ​ວີ​ພອນ​ໃຫ້​ລາວ ແລະ ລູກ​ຫລານ​ຂອງ​ລາວ​ຫລັງ​ຈາກ​ລາວ, ແມ່ນ​ແຕ່​ພອນ​ຢ່າງ​ຫລວງ​ຫລາຍ.

43 ແລະ ອີກ​ເທື່ອ​ໜຶ່ງ, ໃຫ້​ກຳ​ນົດ​ທີ່​ດິນ​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ດິນ​ຕອນ​ຈັດ​ໄວ້​ສຳ​ລັບ​ການ​ສ້າງ​ບ້ານ​ຂອງ​ເຮົາ, ຊຶ່ງ​ຍາວ​ປະ​ມານ​ສອງ​ຮ້ອຍ​ແມັດ ແລະ ກວ້າງ​ປະ​ມານ​ຫົກ​ສິບ​ແມັດ, ແລະ ມູນ​ມໍ​ລະ​ດົກ​ບ່ອນ​ທີ່​ພໍ່​ຂອງ​ລາວ​ອາ​ໄສ​ຢູ່​ໃນ​ຕອນ​ນີ້​ນຳ​ອີກ;

44 ແລະ ນີ້​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ເປັນ​ຜູ້​ພິ​ທັກ​ຮັກ​ສາ ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໄວ້​ໃຫ້​ແກ່​ລາວ, ເພື່ອ​ເປັນ​ພອນ​ໃຫ້​ແກ່​ລາວ, ແລະ ໃຫ້​ແກ່​ພໍ່​ຂອງ​ລາວ.

45 ເພາະຈົ່ງ​ເບິ່ງ, ເຮົາ​ໄດ້​ສະ​ຫງວນ​ມູນ​ມໍ​ລະ​ດົກ​ໄວ້​ໃຫ້ ພໍ່​ຂອງ​ລາວ, ເພື່ອ​ຄ້ຳ​ຈູນ​ລາວ; ສະນັ້ນ ລາວ​ຈຶ່ງ​ຖືກ​ນັບ​ເຂົ້າ​ກັບ​ຄອບ​ຄົວ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ.

46 ແລະ ເຮົາ​ຈະ​ເພີ່ມ​ທະ​ວີ​ພອນ​ໃຫ້​ຄອບ​ຄົວ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຕາບ​ໃດ​ທີ່​ລາວ​ຍັງ​ຊື່​ສັດ, ແມ່ນ​ແຕ່​ພອນ​ຢ່າງ​ຫລວງ​ຫລາຍ.

47 ແລະ ບັດ​ນີ້, ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ​ກ່ຽວ​ກັບ​ຊີໂອນ, ວ່າ​ພວກ​ເຈົ້າ​ຈະ​ບໍ່​ຖືກ​ຜູກ​ມັດ​ເປັນ​ລະ​ບົບ​ເອ​ກະ​ພາບ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ໃນ​ຊີໂອນ​ອີກ​ຕໍ່​ໄປ, ພຽງ​ແຕ່​ໂດຍ​ວິ​ທີ​ນີ້—

48 ຫລັງ​ຈາກ​ພວກ​ເຈົ້າ​ໄດ້​ວາງ​ລະບຽບ​ແລ້ວ, ພວກ​ເຈົ້າ​ຈະ​ຖືກ​ເອີ້ນ​ວ່າ ລະ​ບົບ​ເອ​ກະ​ພາບ​ຂອງ ສະເຕກ​ແຫ່ງ​ຊີໂອນ, ເມືອງ​ແຫ່ງ​ເຄີດແລນ. ແລະ ອ້າຍ​ນ້ອງ​ຂອງ​ພວກ​ເຈົ້າ, ຫລັງ​ຈາກ​ພວກ​ເຂົາ​ໄດ້​ວາງ​ລະບຽບ​ແລ້ວ, ຈະ​ຖືກ​ເອີ້ນ​ວ່າ ລະ​ບົບ​ເອ​ກະ​ພາບ​ຂອງ​ເມືອງ​ຊີໂອນ.

49 ແລະ ພວກ​ເຂົາ​ຈະ​ຖືກ​ວາງ​ລະບຽບ​ໃນ​ຊື່​ຂອງ​ພວກ​ເຂົາ​ເອງ, ແລະ ໃນ​ຊື່​ຂອງ​ຕົນ​ເອງ; ແລະ ພວກ​ເຂົາ​ຈະ​ດຳ​ເນີນ​ງານ​ໃນ​ຊື່​ຂອງ​ຕົນ​ເອງ, ແລະ ໃນ​ຊື່​ຂອງ​ພວກ​ເຂົາ​ເອງ;

50 ແລະ ພວກ​ເຈົ້າ​ຄວນ​ດຳ​ເນີນ​ງານ​ໃນ​ຊື່​ຂອງ​ຕົນ​ເອງ, ແລະ ໃນ​ຊື່​ຂອງ​ພວກ​ເຈົ້າ​ເອງ.

51 ແລະ ສິ່ງ​ນີ້​ເຮົາ​ໄດ້​ບັນ​ຊາ​ໃຫ້​ເຮັດ​ເພື່ອ​ຄວາມ​ລອດ​ຂອງ​ພວກ​ເຈົ້າ, ແລະ ເພື່ອ​ຄວາມ​ລອດ​ຂອງ​ພວກ​ເຂົາ​ນຳ​ອີກ, ຊຶ່ງ​ເປັນ​ຜົນ​ຈາກ​ການ​ທີ່​ພວກ​ເຂົາ​ໄດ້​ຖືກ ຂັບ​ໄລ່​ອອກ​ໄປ ແລະ ສິ່ງ​ຊຶ່ງ​ຈະ​ມາ​ເຖິງ.

52 ພັນທະ​ສັນ​ຍາ​ທີ່​ຝ່າ​ຝືນ​ໂດຍ​ການ​ລ່ວງ​ລະເມີດ, ໂດຍ ຄວາມ​ໂລບ ແລະ ດ້ວຍ​ຖ້ອຍ​ຄຳ​ມານ​ຍາ—

53 ສະນັ້ນ, ພວກ​ເຈົ້າ​ຈຶ່ງ​ບໍ່​ມີ​ລະ​ບົບ​ເອ​ກະ​ພາບ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ພວກ​ເຈົ້າ, ວ່າ​ພວກ​ເຈົ້າ​ບໍ່​ຖືກ​ຜູກ​ມັດ​ໄວ້​ກັບ​ພວກ​ເຂົາ​ຍົກ​ເວັ້ນ​ແຕ່​ຈົນ​ເຖິງ​ເວລາ​ນີ້, ພຽງ​ແຕ່​ໂດຍ​ວິ​ທີ​ນີ້, ດັ່ງ​ທີ່​ເຮົາ​ໄດ້​ກ່າວ, ໂດຍ​ເງິນ​ກູ້​ຊຶ່ງ​ຈະ​ເຫັນ​ພ້ອມ​ກັນ​ໂດຍ​ລະ​ບົບ​ນີ້​ໃນ​ສະພາ, ຕາມ​ສະພາບ​ການ​ຂອງ​ພວກ​ເຈົ້າ​ຈະ​ອຳ​ນວຍ ແລະ ສຽງ​ຂອງ​ສະພາ​ຈະ​ແນະນຳ.

54 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ​ກ່ຽວ​ກັບ​ການ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ຂອງ​ພວກ​ເຈົ້າ ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ແກ່​ພວກ​ເຈົ້າ.

55 ຈົ່ງ​ເບິ່ງ, ຊັບ​ສິນ​ທັງ​ໝົດ​ເປັນ​ຂອງ​ເຮົາ, ຖ້າ​ບໍ່​ດັ່ງ​ນັ້ນ​ສັດທາ​ຂອງ​ພວກ​ເຈົ້າ​ກໍ​ໄຮ້​ປະ​ໂຫຍດ, ແລະ ພວກ​ເຈົ້າ​ຈະ​ຖືກ​ພົບ​ວ່າ​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ, ແລະ ພັນທະ​ສັນ​ຍາ​ທີ່​ພວກ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ເຮົາ​ກໍ​ຖືກ​ຝ່າ​ຝືນ;

56 ແລະ ຖ້າ​ຫາກ​ຊັບ​ສິນ​ເປັນ​ຂອງ​ເຮົາ, ແລ້ວ​ພວກ​ເຈົ້າ​ກໍ​ເປັນ ຜູ້​ພິ​ທັກ​ຮັກ​ສາ; ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຈົ້າ​ກໍ​ບໍ່​ໄດ້​ເປັນ​ຜູ້​ພິ​ທັກ​ຮັກ​ສາ.

57 ແຕ່, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ເຮົາ​ໄດ້​ກຳ​ນົດ​ໃຫ້​ພວກ​ເຈົ້າ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ບ້ານ​ເຮືອນ​ຂອງ​ເຮົາ, ແມ່ນ​ແຕ່​ເປັນ​ຜູ້​ພິ​ທັກ​ຮັກ​ສາ.

58 ແລະ ເພື່ອ​ຈຸດ​ປະສົງ​ນີ້ ເຮົາ​ຈຶ່ງ​ໄດ້​ບັນ​ຊາ​ພວກ​ເຈົ້າ​ໃຫ້​ວາງ​ລະບຽບ​ຕົນ​ເອງ, ແມ່ນ​ແຕ່​ໃຫ້​ພິມ ຖ້ອຍ​ຄຳ​ຂອງ​ເຮົາ, ຄວາມ​ສົມ​ບູນ​ຂອງ​ພຣະ​ຄຳ​ພີ​ຂອງ​ເຮົາ, ການ​ເປີດ​ເຜີຍ​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຈົ້າ, ແລະ ຊຶ່ງ​ເຮົາ​ຈະ​ມອບ​ໃຫ້​ພວກ​ເຈົ້າ​ເປັນ​ບາງ​ຄັ້ງ​ຫລັງ​ຈາກ​ນີ້​ໄປ—

59 ເພື່ອ​ຈຸດ​ປະສົງ​ຂອງ​ການ​ສ້າງ​ສາ​ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ​ຂອງ​ເຮົາ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ແລະ ເພື່ອ​ຕຽມ​ຜູ້​ຄົນ​ຂອງ​ເຮົາ​ສຳ​ລັບ ເວລາ​ທີ່​ເຮົາ​ຈະ ຢູ່​ກັບ​ພວກ​ເຂົາ, ຊຶ່ງ​ໃກ້​ຈະ​ມາ​ເຖິງ​ແລ້ວ.

60 ແລະ ພວກ​ເຈົ້າ​ຄວນ​ຕຽມ​ສະຖານ​ທີ່​ສຳ​ລັບ​ຄັງ​ໄວ້​ເພື່ອ​ຕົນ​ເອງ, ແລະ ໃຫ້​ອຸ​ທິດ​ຖວາຍ​ມັນ​ແດ່​ນາມ​ຂອງ​ເຮົາ.

61 ແລະ ພວກ​ເຈົ້າ​ຕ້ອງ​ກຳ​ນົດ​ບາງ​ຄົນ​ໃນ​ບັນ​ດາ​ພວກ​ເຈົ້າ​ໃຫ້​ເປັນ​ຜູ້​ດູ​ແລ​ຄັງ, ແລະ ລາວ​ຈະ​ຕ້ອງ​ຖືກ​ແຕ່ງ​ຕັ້ງ​ສູ່​ພອນ​ນີ້.

62 ແລະ ຈະ​ຕ້ອງ​ມີ​ຕາ​ປະ​ທັບ​ຄັງ, ແລະ ທຸກ​ສິ່ງ​ທັງ​ປວງ​ທີ່​ສັກ​ສິດ​ຈະ​ຖືກ​ສົ່ງ​ມາ​ເຂົ້າ​ຄັງ; ແລະ ບໍ່​ມີ​ຄົນ​ໃດ​ໃນ​ບັນ​ດາ​ພວກ​ເຈົ້າ​ຈະ​ເອີ້ນ​ມັນ​ວ່າ​ເປັນ​ຂອງ​ຕົນ​ເອງ; ຫລື ສ່ວນ​ໃດ​ຂອງ​ມັນ, ເພາະ​ມັນ​ຈະ​ເປັນ​ຂອງ​ພວກ​ເຈົ້າ​ທຸກ​ຄົນ​ນຳ​ກັນ.

63 ແລະ ເຮົາ​ມອບ​ມັນ​ໃຫ້​ແກ່​ພວກ​ເຈົ້າ​ນັບ​ແຕ່​ຊົ່ວ​ໂມງ​ນີ້​ໄປ; ແລະ ບັດ​ນີ້​ຈົ່ງ​ດູ​ແລ​ມັນ, ວ່າ​ພວກ​ເຈົ້າ​ຈະ​ໄປ ແລະ ໃຊ້​ສິ່ງ​ທີ່​ຕ້ອງ​ພິ​ທັກ​ຮັກ​ສາ ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໃຫ້​ແກ່​ພວກ​ເຈົ້າ, ຍົກ​ເວັ້ນ​ແຕ່​ສິ່ງ​ທີ່​ສັກ​ສິດ, ເພື່ອ​ຈຸດ​ປະສົງ​ຂອງ​ການ​ພິມ​ສິ່ງ​ສັກ​ສິດ​ເຫລົ່າ​ນີ້​ທີ່​ເຮົາ​ໄດ້​ກ່າວ​ມາ​ນັ້ນ.

64 ແລະ ຜົນ​ປະ​ໂຫຍດ​ຂອງ​ສິ່ງ​ສັກ​ສິດ​ຈະ​ຕ້ອງ​ເກັບ​ໄວ້​ຢູ່​ໃນ​ຄັງ, ແລະ ໃຫ້​ຕີ​ຕາ​ປະ​ທັບ​ໄວ້; ແລະ ມັນ​ຈະ​ບໍ່​ຖືກ​ໃຊ້ ຫລື ເອົາ​ອອກ​ໄປ​ຈາກ​ຄັງ​ໂດຍ​ຄົນ​ໃດ, ທັງ​ບໍ່​ໃຫ້​ແກະ​ຕາ​ປະ​ທັບ​ທີ່​ຈະ​ຕີ​ໄວ້​ອອກ​ຈາກ​ມັນ, ພຽງ​ແຕ່​ເຮັດ​ໄດ້​ໂດຍ​ສຽງ​ຂອງ​ລະບົບ, ຫລື ໂດຍ​ຄຳ​ບັນ​ຊາ​ເທົ່າ​ນັ້ນ.

65 ແລະ ພວກ​ເຈົ້າ​ຈະ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ສິ່ງ​ສັກ​ສິດ​ຢູ່​ໃນ​ຄັງ​ໄວ້​ດັ່ງ​ນັ້ນ, ເພື່ອ​ຈຸດ​ປະສົງ​ທີ່​ສັກ​ສິດ ແລະ ບໍ​ລິ​ສຸດ​ເທົ່າ​ນັ້ນ.

66 ແລະ ມັນ​ຈະ​ຖືກ​ເອີ້ນ​ວ່າ​ຄັງ​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ຖືກ​ຕີ​ຕາ​ປະ​ທັບ​ໄວ້ ເພື່ອ​ວ່າ​ມັນ​ຈະ​ສັກ​ສິດ ແລະ ຖືກ​ອຸ​ທິດ​ຖວາຍ​ໃຫ້​ແດ່​ພຣະ​ຜູ້​ເປັນ​ເຈົ້າ.

67 ແລະ ອີກ​ເທື່ອ​ໜຶ່ງ, ຈະ​ມີ​ອີກ​ຄັງ​ໜຶ່ງ​ຖືກ​ຈັດ​ຕຽມ​ໄວ້, ແລະ ນາຍ​ຄັງ​ຈະ​ຖືກ​ກຳ​ນົດ​ໃຫ້​ດູ​ແລ​ຄັງ, ແລະ ຈະ​ຖືກ​ຕີ​ຕາ​ປະ​ທັບ​ໄວ້.

68 ແລະ ເງິນ​ທັງ​ໝົດ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ໃນ​ການ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ຂອງ​ພວກ​ເຈົ້າ, ໂດຍ​ການ​ເຮັດ​ໃຫ້​ຊັບ​ສິນ​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໃຫ້​ພວກ​ເຈົ້າ​ເກີດ​ຜົນ, ໃນ​ບ້ານ​ເຮືອນ, ໃນ​ທີ່​ດິນ, ຫລື ໃນ​ຝູງ​ສັດ​ລ້ຽງ, ຫລື ໃນ​ທຸກ​ສິ່ງ ຍົກ​ເວັ້ນ​ແຕ່​ການ​ຂຽນ​ທີ່​ບໍ​ລິ​ສຸດ ແລະ ສັກ​ສິດ​ເທົ່າ​ນັ້ນ, ຊຶ່ງ​ເຮົາ​ໄດ້​ສະ​ຫງວນ​ໄວ້​ໃຫ້​ເຮົາ​ເອງ​ສຳ​ລັບ​ຈຸດ​ປະສົງ​ທີ່​ບໍ​ລິ​ສຸດ ແລະ ສັກ​ສິດ, ຈົ່ງ​ນຳ​ມັນ​ເຂົ້າ​ຄັງ​ທັນ​ທີ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ເງິນ, ເປັນ​ຈຳນວນ​ໜຶ່ງ​ຮ້ອຍ, ຫລື ຫ້າ​ສິບ, ຫລື ຊາວ, ຫລື ສິບ, ຫລື ຫ້າ.

69 ຫລື ອີກ​ຄຳ​ໜຶ່ງ, ຖ້າ​ຫາກ​ຄົນ​ໃດ​ໃນ​ບັນ​ດາ​ພວກ​ເຈົ້າ​ໄດ້​ຮັບ​ຫ້າ​ໂດ​ລາ ກໍ​ໃຫ້​ເຂົາ​ນຳ​ມັນ​ເຂົ້າ​ຄັງ; ຫລື ຖ້າ​ຫາກ​ເຂົາ​ໄດ້​ສິບ, ຫລື ຊາວ, ຫລື ຫ້າ​ສິບ, ຫລື ໜຶ່ງ​ຮ້ອຍ, ກໍ​ໃຫ້​ເຂົາ​ເຮັດ​ເຊັ່ນ​ນັ້ນ​ຄື​ກັນ;

70 ແລະ ບໍ່​ໃຫ້​ຄົນ​ໃດ​ໃນ​ບັນ​ດາ​ພວກ​ເຈົ້າ​ກ່າວ​ວ່າ​ມັນ​ເປັນ​ຂອງ​ຕົນ; ເພາະ​ມັນ​ຈະ​ບໍ່​ຖືກ​ເອີ້ນ​ວ່າ​ເປັນ​ຂອງ​ເຂົາ, ຫລື ສ່ວນ​ໃດ​ຂອງ​ມັນ.

71 ແລະ ບໍ່​ໃຫ້​ໃຊ້​ສ່ວນ​ໃດ​ຂອງ​ມັນ, ຫລື ເອົາ​ອອກ​ໄປ​ຈາກ​ຄັງ, ພຽງ​ແຕ່​ເຮັດ​ໄດ້​ໂດຍ​ສຽງ ແລະ ການ​ເຫັນ​ຊອບ​ນຳ​ກັນ​ຂອງ​ລະບົບ​ເທົ່າ​ນັ້ນ.

72 ແລະ ນີ້​ຈະ​ເປັນ​ສຽງ ແລະ ການ​ເຫັນ​ພ້ອມ​ນຳ​ກັນ​ຂອງ​ລະບົບ—ຄື​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ບັນ​ດາ​ພວກ​ເຈົ້າ ຈະ​ກ່າວ​ກັບ​ນາຍ​ຄັງ​ວ່າ: ຂ້າ​ພະ​ເຈົ້າ​ຕ້ອງ​ການ​ເທົ່າ​ນີ້​ເພື່ອ​ຊ່ວຍ​ເຫລືອ​ຂ້າ​ພະ​ເຈົ້າ​ໃນ​ການ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ຂອງ​ຂ້າ​ພະ​ເຈົ້າ—

73 ຖ້າ​ຫາກ​ເປັນ​ຫ້າ​ໂດ​ລາ, ຫລື ຖ້າ​ຫາກ​ເປັນ​ສິບ​ໂດ​ລາ, ຫລື ຊາວ, ຫລື ຫ້າ​ສິບ, ຫລື ໜຶ່ງ​ຮ້ອຍ, ແລ້ວ​ນາຍ​ຄັງ​ຈະ​ມອບ​ເງິນ​ທີ່​ລາວ​ຂໍ​ຮ້ອງ​ໃຫ້​ລາວ ເພື່ອ​ຊ່ວຍ​ເຫລືອ​ລາວ​ໃນ​ການ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ຂອງ​ລາວ—

74 ຈົນ​ກວ່າ​ລາວ​ຈະ​ຖືກ​ພົບ​ວ່າ​ເປັນ​ຄົນ​ລ່ວງ​ລະເມີດ, ແລະ ມັນ​ຖືກ​ສະແດງ​ໃຫ້​ປະຈັກ​ຢູ່​ຕໍ່​ໜ້າ​ສະພາ​ຂອງ​ລະບົບ​ຢ່າງ​ແຈ່ມ​ແຈ້ງ​ວ່າ​ລາວ​ບໍ່​ຊື່​ສັດ ແລະ ເປັນ​ຜູ້​ພິ​ທັກ​ຮັກ​ສາ​ທີ່ ບໍ່​ສະຫລາດ.

75 ແຕ່​ຕາບ​ໃດ​ທີ່​ລາວ​ຍັງ​ເປັນ​ສະມາ​ຊິກ​ຢ່າງ​ສົມ​ບູນ, ແລະ ຊື່​ສັດ ແລະ ສະຫລາດ​ໃນ​ການ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ຂອງ​ລາວ, ສິ່ງ​ນີ້​ຈະ​ເປັນ​ເຄື່ອງ​ໝາຍ​ຂອງ​ລາວ​ຕໍ່​ນາຍ​ຄັງ ເພື່ອ​ວ່າ​ນາຍ​ຄັງ​ຈະ​ບໍ່​ກັກ​ເງິນ​ໄວ້.

76 ແຕ່​ໃນ​ກໍ​ລະ​ນີ​ທີ່​ມີ​ການ​ລ່ວງ​ລະເມີດ, ນາຍ​ຄັງ​ຈະ​ຢູ່​ພາຍ​ໃຕ້​ສະພາ ແລະ ສຽງ​ຂອງ​ລະບົບ.

77 ແລະ ໃນ​ກໍ​ລະ​ນີ​ທີ່​ນາຍ​ຄັງ​ຖືກ​ພົບ​ວ່າ​ເປັນ​ຄົນ​ບໍ່​ຊື່​ສັດ ແລະ ເປັນ​ຜູ້​ພິ​ທັກ​ຮັກ​ສາ​ທີ່​ບໍ່​ສະຫລາດ, ລາວ​ຈະ​ຢູ່​ພາຍ​ໃຕ້​ສະພາ ແລະ ສຽງ​ຂອງ​ລະບົບ, ແລະ ຈະ​ຖືກ​ຍ້າຍ​ອອກ​ຈາກ​ບ່ອນ​ຂອງ​ລາວ, ແລະ ຄົນ​ອື່ນ​ຈະ​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ແທນ​ລາວ.

78 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ກ່ຽວ​ກັບ​ໜີ້​ສິນ​ຂອງ​ພວກ​ເຈົ້າ—ຈົ່ງ​ເບິ່ງ ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ພວກ​ເຈົ້າ​ຈະ ຈ່າຍ ໜີ້​ທັງ​ໝົດ​ຂອງ​ພວກ​ເຈົ້າ.

79 ແລະ ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ພວກ​ເຈົ້າ​ຈະ ຖ່ອມ​ຕົວ​ລົງ​ຢູ່​ຕໍ່​ໜ້າ​ເຮົາ, ແລະ ຮັບ​ເອົາ​ພອນ​ນີ້​ໂດຍ ຄວາມ​ພາກ​ພຽນ ແລະ ຄວາມ​ຖ່ອມ​ຕົວ ແລະ ການ​ອະ​ທິ​ຖານ​ດ້ວຍ​ສັດທາ​ຂອງ​ພວກ​ເຈົ້າ.

80 ແລະ ຕາບ​ໃດ​ທີ່​ພວກ​ເຈົ້າ​ຍັງ​ພາກ​ພຽນ ແລະ ຖ່ອມ​ຕົວ, ແລະ ມີ ການ​ອະ​ທິ​ຖານ​ດ້ວຍ​ສັດທາ, ຈົ່ງ​ເບິ່ງ, ເຮົາ​ຈະ​ເຮັດ​ໃຫ້​ຫົວ​ໃຈ​ຂອງ​ຄົນ​ເຫລົ່າ​ນັ້ນ​ທີ່​ພວກ​ເຈົ້າ​ເປັນ​ໜີ້​ສິນ​ອ່ອນ​ລົງ, ຈົນ​ກວ່າ​ເຮົາ​ຈະ​ສົ່ງ​ເງື່ອນ​ໄຂ​ມາ​ໃຫ້​ພວກ​ເຈົ້າ​ເພື່ອ​ປົດ​ປ່ອຍ​ພວກ​ເຈົ້າ.

81 ສະນັ້ນ ຈົ່ງ​ຂຽນ​ຢ່າງ​ໄວ​ເຖິງ​ນິວຢອກ ແລະ ຂຽນ​ຕາມ​ສິ່ງ​ທີ່ ວິນ​ຍານ​ຂອງ​ເຮົາ​ຈະ​ບອກ; ແລະ ເຮົາ​ຈະ​ເຮັດ​ໃຫ້​ຫົວ​ໃຈ​ຂອງ​ຄົນ​ເຫລົ່າ​ນັ້ນ​ທີ່​ພວກ​ເຈົ້າ​ເປັນ​ໜີ້​ສິນ​ອ່ອນ​ລົງ, ເພື່ອ​ຄວາມ​ຄິດ​ທີ່​ຈະ​ນຳ​ຄວາມ​ທຸກ​ມາ​ໃຫ້​ພວກ​ເຈົ້າ​ຈະ​ຖືກ​ເອົາ​ອອກ​ໄປ​ຈາກ​ຈິດ​ໃຈ​ຂອງ​ພວກ​ເຂົາ.

82 ແລະ ຕາບ​ໃດ​ທີ່​ພວກ​ເຈົ້າ​ຍັງ ຖ່ອມ​ຕົວ ແລະ ຊື່​ສັດ ແລະ ເອີ້ນ​ຫາ​ນາມ​ຂອງ​ເຮົາ, ຈົ່ງ​ເບິ່ງ, ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ມີ ໄຊ​ຊະນະ.

83 ເຮົາ​ໃຫ້​ຄຳ​ສັນ​ຍາ​ແກ່​ພວກ​ເຈົ້າ, ວ່າ​ພວກ​ເຈົ້າ​ຈະ​ຖືກ​ປົດ​ປ່ອຍ​ເທື່ອ​ນີ້​ອອກ​ຈາກ​ຄວາມ​ເປັນ​ທາດ​ຂອງ​ພວກ​ເຈົ້າ.

84 ຕາບ​ໃດ​ທີ່​ພວກ​ເຈົ້າ​ມີ​ໂອ​ກາດ​ທີ່​ຈະ​ກູ້​ຢືມ​ເງິນ​ເປັນ​ຮ້ອຍ, ຫລື ເປັນ​ພັນ, ແມ່ນ​ແຕ່​ຈົນ​ເຖິງ​ພວກ​ເຈົ້າ​ໄດ້​ກູ້​ຢືມ​ເງິນ​ພຽງ​ພໍ​ເພື່ອ​ປົດ​ປ່ອຍ​ພວກ​ເຈົ້າ​ອອກ​ຈາກ​ຄວາມ​ເປັນ​ທາດ, ນີ້​ເປັນ​ສິດ​ທິ​ພິ​ເສດ​ຂອງ​ພວກ​ເຈົ້າ.

85 ແລະ ໃຫ້​ສັນ​ຍາ​ຊັບ​ສິນ​ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ໃນ​ມື​ຂອງ​ພວກ​ເຈົ້າ​ເປັນ​ສິ່ງ​ປະ​ກັນ, ເທື່ອ​ນີ້​ເທົ່າ​ນັ້ນ, ໂດຍ​ການ​ໃຫ້​ຊື່​ຂອງ​ພວກ​ເຈົ້າ​ຕາມ​ການ​ເຫັນ​ຊອບ​ນຳ​ກັນ ຫລື ບໍ່​ດັ່ງ​ນັ້ນ, ກໍ​ໃຫ້​ເປັນ​ດັ່ງ​ທີ່​ພວກ​ເຈົ້າ​ເຫັນ​ວ່າ​ດີ.

86 ເຮົາ​ມອບ​ສິດ​ທິ​ພິ​ເສດ​ນີ້​ໃຫ້​ແກ່​ພວກ​ເຈົ້າ, ເທື່ອ​ນີ້​ເທົ່າ​ນັ້ນ, ແລະ ຈົ່ງ​ເບິ່ງ, ຖ້າ​ຫາກ​ພວກ​ເຈົ້າ​ເລີ່ມ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ວາງ​ໄວ້​ຢູ່​ຕໍ່​ໜ້າ​ພວກ​ເຈົ້າ, ຕາມ​ບັນ​ຍັດ​ຂອງ​ເຮົາ, ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ເປັນ​ຂອງ​ເຮົາ, ແລະ ພວກ​ເຈົ້າ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ຂອງ​ເຮົາ, ແລະ ນາຍ​ຈະ​ບໍ່​ຍອມ​ໃຫ້​ໂຈນ​ມາ​ເຈາະ​ບ້ານ​ເຮືອນ​ຂອງ​ລາວ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.