ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 109


ພາກ​ທີ 109

ຄຳ​ອະ​ທິ​ຖານ​ທີ່​ກ່າວ​ອຸ​ທິດ​ພຣະ​ວິຫານ​ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 27 ເດືອນ​ມີນາ, 1836. ອີງ​ຕາມ​ໃບ​ຖະ​ແຫລງ​ການ​ຂອງ​ສາດ​ສະ​ດາ, ຄຳ​ອະ​ທິ​ຖານ​ນີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ເພິ່ນ​ໂດຍ​ການ​ເປີດ​ເຜີຍ.

1–5, ພຣະ​ວິຫານ​ເຄີດແລນ​ໄດ້​ຖືກ​ສ້າງ​ຂຶ້ນ​ເພື່ອ​ເປັນ​ສະຖານ​ທີ່​ໃຫ້​ບຸດ​ມະນຸດ​ສະ​ເດັດ​ມາ​ຢ້ຽມ​ຢາມ; 6–21, ມັນ​ຄວນ​ເປັນ​ບ້ານ​ແຫ່ງ​ການ​ອະ​ທິ​ຖານ, ຖື​ສິນ​ອົດ​ເຂົ້າ, ສັດທາ, ຮຽນ​ຮູ້, ລັດ​ສະ​ໝີ​ພາບ, ແລະ ລະບຽບ, ແລະ ບ້ານ​ຂອງ​ພຣະ​ເຈົ້າ; 22–33, ຂໍ​ໃຫ້​ຄົນ​ທີ່​ບໍ່​ກັບ​ໃຈ ທີ່​ຕໍ່​ຕ້ານ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຖືກ​ເຮັດ​ໃຫ້​ສັບ​ສົນ; 34–42, ຂໍ​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ອອກ​ໄປ​ດ້ວຍ​ອຳນາດ​ເພື່ອ​ເຕົ້າ​ໂຮມ​ຄົນ​ຊອບ​ທຳ​ສູ່​ຊີໂອນ; 43–53, ຂໍ​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຖືກ​ປົດ​ປ່ອຍ​ຈາກ​ສິ່ງ​ໜ້າ​ຢ້ານ​ກົວ​ທັງ​ຫລາຍ ຊຶ່ງ​ຈະ​ຖອກ​ເທ​ລົງ​ມາ​ເທິງ​ຄົນ​ຊົ່ວ​ໃນ​ຍຸກ​ສຸດ​ທ້າຍ; 54–58, ຂໍ​ໃຫ້​ປະ​ຊາ​ຊາດ ແລະ ຜູ້​ຄົນ ແລະ ສາດ​ສະ​ໜາ​ຈັກ​ທັງ​ຫລາຍ​ຕຽມ​ຮັບ​ພຣະ​ກິດ​ຕິ​ຄຸນ; 59–67, ຂໍ​ໃຫ້​ຊາວ​ຢິວ, ຊາວ​ເລມັນ, ແລະ ຊາວ​ອິດສະ​ຣາເອນ​ທັງ​ຫລາຍ​ໄດ້​ຮັບ​ການ​ໄຖ່; 68–80, ຂໍ​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຮັບ​ການ​ສວມ​ມົງ​ກຸດ​ດ້ວຍ​ລັດ​ສະ​ໝີ​ພາບ ແລະ ກຽດ​ຕິ​ຍົດ ແລະ ໄດ້​ຮັບ​ຄວາມ​ລອດ​ນິ​ລັນ​ດອນ.

1 ຂໍ ຂອບ​ພຣະ​ໄທ​ແດ່​ພຣະ​ນາມ​ຂອງ​ພຣະ​ອົງ, ໂອ້ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ອິດສະ​ຣາເອນ, ຜູ້​ຮັກ​ສາ ພັນທະ​ສັນ​ຍາ ແລະ ສະແດງ​ຄວາມ​ເມດ​ຕາ​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຜູ້​ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ດ້ວຍ​ສຸດ​ຫົວ​ໃຈ​ຂອງ​ພວກ​ເຂົາ—

2 ພຣະ​ອົງ​ຜູ້​ໄດ້​ບັນ​ຊາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໃຫ້ ສ້າງ​ບ້ານ​ແດ່​ພຣະ​ນາມ​ຂອງ​ພຣະ​ອົງ​ໃນ​ສະຖານ​ທີ່​ນີ້ [ເຄີດແລນ].

3 ແລະ ບັດ​ນີ້ ພຣະ​ອົງ​ເຫັນ​ແລ້ວ, ໂອ້ ພຣະຜູ້​ເປັນເຈົ້າ, ວ່າ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄດ້​ເຮັດ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ອົງ.

4 ແລະ ບັດ​ນີ້ ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ພຣະ​ອົງ, ພຣະ​ບິດາ​ຜູ້​ບໍ​ລິ​ສຸດ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຈາກ​ຊວງ​ເອິກ​ຂອງ​ພຣະ​ອົງ, ຊຶ່ງ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ຄວາມ​ລອດ​ສາ​ມາດ​ຖືກ​ປະ​ຕິ​ບັດ​ຕໍ່​ລູກ​ຫລານ​ມະນຸດ, ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ພຣະ​ອົງ, ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ໂປດ​ຮັບ ບ້ານ​ຫລັງ​ນີ້, ອັນ​ເປັນ ຝີ​ມື​ຂອງ​ພວກ​ຂ້າ​ພຣະ​ອົງ, ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ຊຶ່ງ​ພຣະ​ອົງ​ໄດ້​ບັນ​ຊາ​ພວກ​ຂ້າ​ພຣະ​ອົງ​ໃຫ້​ສ້າງ.

5 ເພາະ​ພຣະ​ອົງ​ຮູ້​ວ່າ ພວກ​ຂ້າ​ພຣະ​ອົງ​ໄດ້​ເຮັດ​ວຽກ​ງານ​ນີ້​ຜ່ານ​ຄວາມ​ທຸກ​ຍາກ​ລຳ​ບາກ​ອັນ​ແສນ​ສາ​ຫັດ; ແລະ ຈາກ​ຄວາມ​ຍາກ​ຈົນ​ຂອງ​ພວກ​ຂ້າ​ພຣະ​ອົງ, ພວກ​ຂ້າ​ພຣະ​ອົງ​ໄດ້​ຖວາຍ​ເຂົ້າ​ຂອງ ຂອງ​ພວກ​ຂ້າ​ພຣະ​ອົງ​ເພື່ອ​ສ້າງ ບ້ານ​ແດ່​ພຣະ​ນາມ​ຂອງ​ພຣະ​ອົງ, ເພື່ອ​ວ່າ​ບຸດ​ມະນຸດ​ຈະ​ມີ​ບ່ອນ​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ.

6 ແລະ ດັ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ໄວ້​ຢູ່​ໃນ ການ​ເປີດ​ເຜີຍ, ທີ່​ໄດ້​ປະທານ​ໃຫ້​ແກ່​ພວກ​ຂ້າ​ພຣະ​ອົງ, ເອີ້ນ​ພວກ​ຂ້າ​ພຣະ​ອົງ​ວ່າ​ເປັນ​ເພື່ອນ​ຂອງ​ພຣະ​ອົງ, ໂດຍ​ກ່າວ​ວ່າ—ຈົ່ງ​ເອີ້ນ​ໃຫ້​ມີ​ການ​ຊຸມ​ນຸມ​ທີ່​ສັກ​ສິດ, ດັ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ພວກ​ເຈົ້າ;

7 ແລະ ເນື່ອງ​ຈາກ​ວ່າ​ຄົນ​ທັງ​ປວງ​ບໍ່​ມີ​ສັດທາ, ພວກ​ເຈົ້າ​ຈົ່ງ​ສະແຫວງ​ຫາ​ຢ່າງ​ພາກ​ພຽນ ແລະ ສິດ​ສອນ​ຖ້ອຍ​ຄຳ​ແຫ່ງ​ປັນ​ຍາ​ໃຫ້​ກັນ​ແລະ​ກັນ; ແທ້​ຈິງ​ແລ້ວ, ພວກ​ເຈົ້າ​ຈົ່ງ​ສະແຫວງ​ຫາ​ຖ້ອຍ​ຄຳ​ແຫ່ງ​ປັນ​ຍາ​ຢູ່​ໃນ​ປຶ້ມ​ທີ່​ດີ​ທີ່​ສຸດ; ຈົ່ງ​ສະແຫວງ​ຫາ​ການ​ຮຽນ​ຮູ້, ແມ່ນ​ແຕ່​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດທາ​ນຳ​ອີກ;

8 ຈົ່ງ​ວາງ​ລະບຽບ​ຕົນ​ເອງ; ຕຽມ​ສິ່ງ​ທີ່​ຈຳ​ເປັນ​ທຸກ​ຢ່າງ; ແລະ ສະຖາ​ປະນາ​ບ້ານ, ແມ່ນ​ແຕ່​ບ້ານ​ແຫ່ງ​ການ​ອະ​ທິ​ຖານ, ບ້ານ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ, ບ້ານ​ແຫ່ງ​ສັດທາ, ບ້ານ​ແຫ່ງ​ການ​ຮຽນ​ຮູ້, ບ້ານ​ແຫ່ງ​ລັດ​ສະ​ໝີ​ພາບ, ບ້ານ​ແຫ່ງ​ລະບຽບ, ບ້ານ​ຂອງ​ພຣະ​ເຈົ້າ;

9 ເພື່ອ​ການ​ເຂົ້າ​ມາ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ໄປ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ເພື່ອ​ການ​ອອກ​ໄປ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ໄປ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ເພື່ອ​ການ​ທັກ​ທາຍ​ທັງ​ໝົດ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ໄປ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ດ້ວຍ​ມື​ທີ່​ຍົກ​ຂຶ້ນ​ແດ່​ພຣະ​ຜູ້​ສູງ​ສຸດ—

10 ແລະ ບັດ​ນີ້, ພຣະ​ບິດາ​ຜູ້​ບໍ​ລິ​ສຸດ, ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ໃຫ້​ພຣະ​ອົງ​ຊ່ວຍ​ເຫລືອ​ພວກ​ຂ້າ​ພຣະ​ອົງ, ຜູ້​ຄົນ​ຂອງ​ພຣະ​ອົງ, ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ອົງ, ໃນ​ການ​ເອີ້ນ​ໃຫ້​ມີ​ການ​ຊຸມ​ນຸມ​ທີ່​ສັກ​ສິດ​ຂອງ​ພວກ​ຂ້າ​ພຣະ​ອົງ, ເພື່ອ​ວ່າ​ມັນ​ຈະ​ເປັນ​ໄປ​ເພື່ອ​ໃຫ້​ກຽດ​ແດ່​ພຣະ​ອົງ ແລະ ເພື່ອ​ການ​ຮັບ​ຮອງ​ອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ;

11 ແລະ ໃນ​ວິ​ທີ​ທີ່​ພວກ​ຂ້າ​ພຣະ​ອົງ​ຈະ​ຖືກ​ພົບ​ເຫັນ​ວ່າ​ມີ​ຄຸນ​ຄ່າ, ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ, ເພື່ອ​ຈະ​ໄດ້​ສຳ​ເລັດ​ຜົນ​ໃນ ຄຳ​ສັນ​ຍາ​ຊຶ່ງ​ພຣະ​ອົງ​ໄດ້​ກະ​ທຳ​ໄວ້​ກັບ​ພວກ​ຂ້າ​ພຣະ​ອົງ, ຜູ້​ຄົນ​ຂອງ​ພຣະ​ອົງ, ໃນ​ການ​ເປີດ​ເຜີຍ​ທີ່​ໄດ້​ມອບ​ໃຫ້​ແກ່​ພວກ​ຂ້າ​ພຣະ​ອົງ;

12 ເພື່ອ​ວ່າ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ຈະ​ລົງ​ມາ​ສະ​ຖິດ​ຢູ່​ເທິງ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ເທິງ​ບ້ານ​ຫລັງ​ນີ້​ຂອງ​ພຣະ​ອົງ, ຊຶ່ງ​ພວກ​ຂ້າ​ພຣະ​ອົງ​ໄດ້​ອຸ​ທິດ​ແດ່​ພຣະ​ອົງ, ເພື່ອ​ວ່າ​ມັນ​ຈະ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ ແລະ ຖືກ​ອຸ​ທິດ​ຖວາຍ​ໃຫ້​ສັກ​ສິດ, ແລະ ເພື່ອ​ວ່າ​ການ​ປະ​ທັບ​ຢູ່​ທີ່​ສັກ​ສິດ​ຂອງ​ພຣະ​ອົງ​ຈະ​ດຳ​ເນີນ​ຕໍ່​ໄປ​ໃນ​ບ້ານ​ຫລັງ​ນີ້;

13 ແລະ ເພື່ອ​ວ່າ​ຜູ້​ຄົນ​ທັງ​ປວງ​ທີ່​ຈະ​ເຂົ້າ​ສູ່​ທາງ​ເຂົ້າ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ຮູ້​ສຶກ​ເຖິງ​ອຳນາດ​ຂອງ​ພຣະ​ອົງ, ແລະ ຍອມ ຮັບ​ຮູ້​ວ່າ ພຣະ​ອົງ​ໄດ້​ຊຳລະ​ບ່ອນ​ນີ້​ໃຫ້​ບໍ​ລິ​ສຸດ, ແລະ ວ່າ​ມັນ​ເປັນ​ບ້ານ​ຂອງ​ພຣະ​ອົງ, ເປັນ​ສະຖານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ.

14 ແລະ ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ປະທານ, ພຣະ​ບິດາ​ຜູ້​ບໍ​ລິ​ສຸດ​ເອີຍ, ໃຫ້​ທຸກ​ຄົນ​ຜູ້​ທີ່​ຈະ​ນະມັດ​ສະການ​ໃນ​ບ້ານ​ຫລັງ​ນີ້​ໄດ້​ຮັບ​ການ​ສິດ​ສອນ​ຖ້ອຍ​ຄຳ​ແຫ່ງ​ປັນ​ຍາ​ຢູ່​ໃນ​ປຶ້ມ​ທີ່​ດີ​ທີ່​ສຸດ; ແລະ ໃຫ້​ພວກ​ເຂົາ​ສະແຫວງ​ຫາ​ການ​ຮຽນ​ຮູ້, ແມ່ນ​ແຕ່​ໂດຍ​ການ​ສຶກ​ສາ, ແລະ ໂດຍ​ສັດທາ​ນຳ​ອີກ, ດັ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ;

15 ແລະ ໃຫ້​ພວກ​ເຂົາ​ເຕີບ​ໂຕ​ຂຶ້ນ​ໃນ​ພຣະ​ອົງ, ແລະ ໄດ້​ຮັບ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ເປັນ​ລະບຽບ​ຕາມ​ກົດ​ຂອງ​ພຣະ​ອົງ, ແລະ ຕຽມ​ພ້ອມ​ທີ່​ຈະ​ຮັບ​ສິ່ງ​ຈຳ​ເປັນ​ທຸກ​ຢ່າງ;

16 ແລະ ໃຫ້​ບ້ານ​ແຫ່ງ​ນີ້​ເປັນ​ບ້ານ​ແຫ່ງ​ການ​ອະ​ທິ​ຖານ, ບ້ານ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ, ບ້ານ​ແຫ່ງ​ສັດທາ, ບ້ານ​ແຫ່ງ​ລັດ​ສະ​ໝີ​ພາບ ແລະ ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ບ້ານ​ຂອງ​ພຣະ​ອົງ;

17 ໃຫ້​ການ​ເຂົ້າ​ມາ​ທັງ​ໝົດ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ, ສູ່​ບ້ານ​ແຫ່ງ​ນີ້, ເປັນ​ໄປ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ;

18 ໃຫ້​ການ​ອອກ​ໄປ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ​ຈາກ​ບ້ານ​ແຫ່ງ​ນີ້ ເປັນ​ໄປ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ;

19 ແລະ ໃຫ້​ການ​ທັກ​ທາຍ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ ເປັນ​ໄປ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ດ້ວຍ​ມື​ບໍ​ລິ​ສຸດ, ທີ່​ຍົກ​ຂຶ້ນ​ແດ່​ພຣະ​ຜູ້​ສູງ​ສຸດ;

20 ແລະ ບໍ່​ອະ​ນຸ​ຍາດ​ໃຫ້ ສິ່ງ​ທີ່​ບໍ່​ສະອາດ​ເຂົ້າ​ມາ​ໃນ​ບ້ານ​ຂອງ​ພຣະ​ອົງ ເພື່ອ​ເຮັດ​ໃຫ້​ມັນ​ເປິ​ເປື້ອນ;

21 ແລະ ເມື່ອ​ຜູ້​ຄົນ​ຂອງ​ພຣະ​ອົງ​ລ່ວງ​ລະເມີດ, ຄົນ​ໜຶ່ງ​ຄົນ​ໃດ​ກໍ​ຕາມ​ໃນ​ພວກ​ເຂົາ, ເຂົາ​ເຈົ້າ​ຈະ​ກັບ​ໃຈ​ຢ່າງ​ໄວ ແລະ ກັບ​ຄືນ​ມາ​ຫາ​ພຣະ​ອົງ, ແລະ ພົບ​ຄວາມ​ໂປດ​ປານ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ, ແລະ ຖືກ​ຮັບ​ຄືນ​ສູ່​ພອນ​ຊຶ່ງ​ພຣະ​ອົງ​ໄດ້​ແຕ່ງ​ຕັ້ງ​ໄວ້​ໃຫ້​ຖອກ​ເທ​ລົງ​ມາ​ເທິງ​ຄົນ​ເຫລົ່າ​ນັ້ນ ທີ່​ຈະ​ນອບ​ນ້ອມ ຄາ​ລະ​ວະ​ພຣະ​ອົງ​ຢູ່​ໃນ​ບ້ານ​ຂອງ​ພຣະ​ອົງ.

22 ແລະ ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ພຣະ​ອົງ, ພຣະ​ບິດາ​ຜູ້​ບໍ​ລິ​ສຸດ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ອອກ​ໄປ​ຈາກ​ບ້ານ​ແຫ່ງ​ນີ້​ໂດຍ​ມີ​ອຳນາດ​ຂອງ​ພຣະ​ອົງ​ເປັນ​ອາ​ວຸດ, ແລະ ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ຢູ່​ກັບ​ເຂົາ​ເຈົ້າ, ແລະ ໃຫ້​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ຢູ່​ອ້ອມ​ຮອບ​ເຂົາ​ເຈົ້າ, ແລະ ເຫລົ່າ​ທູດ​ຂອງ​ພຣະ​ອົງ​ຮັບ​ຜິດ​ຊອບ​ດູ​ແລ​ເຂົາ​ເຈົ້າ;

23 ແລະ ຈາກ​ສະຖານ​ທີ່​ແຫ່ງ​ນີ້ ເຂົາ​ເຈົ້າ​ຈະ​ນຳ​ຂ່າວ​ສຳ​ຄັນ ແລະ ປະ​ເສີດ, ຕາມ​ຄວາມ​ຈິງ, ໄປ​ຍັງ ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ຮູ້​ວ່າ ນີ້​ຄື​ວຽກ​ງານ​ຂອງ​ພຣະ​ອົງ, ແລະ​ວ່າ​ພຣະ​ອົງ​ຈະ​ຍື່ນ​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ​ໄປ, ເພື່ອ​ເຮັດ​ໃຫ້​ສິ່ງ​ທີ່​ພຣະ​ອົງ​ໄດ້​ຮັບ​ສັ່ງ​ໄວ້ ໂດຍ​ປາກ​ຂອງ​ສາດ​ສະ​ດາ​ທັງ​ຫລາຍ​ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ​ສຳ​ເລັດ​ຄົບ​ຖ້ວນ.

24 ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ພຣະ​ອົງ, ພຣະ​ບິດາ​ຜູ້​ບໍ​ລິ​ສຸດ, ຈົ່ງ​ໂປດ​ສະຖາ​ປະນາ​ຜູ້​ຄົນ​ທີ່​ຈະ​ນະມັດ​ສະການ, ແລະ ມີ​ຊື່​ສຽງ ແລະ ຖານະ​ໃນ​ບ້ານ​ແຫ່ງ​ນີ້​ຂອງ​ພຣະ​ອົງ, ແກ່​ທຸກ​ລຸ້ນ ແລະ ຊົ່ວ​ນິ​ລັນ​ດອນ;

25 ເພື່ອ​ວ່າ​ອາ​ວຸດ​ທີ່​ຖືກ ສ້າງ​ຂຶ້ນ​ຕໍ່​ຕ້ານ​ເຂົາ​ເຈົ້າ​ຈະ​ບໍ່​ຈະ​ເລີນ; ເພື່ອ​ວ່າ​ຄົນ​ທີ່​ຂຸດ ຫລຸມ​ດັກ​ເຂົາ​ເຈົ້າ​ຈະ​ຕົກ​ລົງ​ໄປ​ໃນ​ຫລຸມ​ນັ້ນ​ເອງ;

26 ເພື່ອ​ວ່າ​ບໍ່​ມີ​ການ​ມົ້ວ​ສຸມ​ລັບ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ​ໃດ ຈະ​ມີ​ອຳນາດ​ເພື່ອ​ລຸກ​ຂຶ້ນ ແລະ ຊະນະ​ຜູ້​ຄົນ​ຂອງ​ພຣະ​ອົງ ຊຶ່ງ​ຢູ່​ເທິງ​ຜູ້​ຄົນ​ເຫລົ່າ​ນັ້ນ ທີ່ ພຣະ​ນາມ​ຂອງ​ພຣະ​ອົງ​ຈະ​ຢູ່​ນຳ​ໃນ​ບ້ານ​ແຫ່ງ​ນີ້;

27 ແລະ ຖ້າ​ຫາກ​ຜູ້​ຄົນ​ໃດ​ຈະ​ລຸກ​ຂຶ້ນ​ຕໍ່​ຕ້ານ​ຜູ້​ຄົນ​ເຫລົ່າ​ນີ້, ກໍ​ໃຫ້​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ຈົ່ງ​ເກີດ​ກັບ​ພວກ​ເຂົາ;

28 ແລະ ຖ້າ​ຫາກ​ພວກ​ເຂົາ​ຈະ​ລົງ​ໂທດ​ຜູ້​ຄົນ​ເຫລົ່າ​ນີ້ ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ລົງ​ໂທດ​ພວກ​ເຂົາ; ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ຕໍ່​ສູ້​ໃຫ້​ຜູ້​ຄົນ​ຂອງ​ພຣະ​ອົງ ດັ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ໃນ​ວັນ​ແຫ່ງ​ການ​ສູ້​ຮົບ, ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ຖືກ​ປົດ​ປ່ອຍ​ຈາກ​ມື​ຂອງ​ສັດ​ຕູ​ທັງ​ປວງ​ຂອງ​ເຂົາ​ເຈົ້າ.

29 ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ພຣະ​ອົງ, ພຣະ​ບິດາ​ຜູ້​ບໍ​ລິ​ສຸດ, ຈົ່ງ​ເຮັດ​ໃຫ້​ທຸກ​ຄົນ​ທີ່​ແຜ່​ຂ່າວ​ເທັດ​ໄປ​ທົ່ວ​ໂລກ​ຕໍ່​ຕ້ານ​ຜູ້​ຮັບ​ໃຊ້ ຫລື ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຍອມ​ຈຳ​ນົນ, ແລະ ຕົກ​ຕະ​ລຶງ, ແລະ ຖືກ​ນຳ​ມາ​ສູ່​ຄວາມ​ອັບ​ອາຍ ແລະ ຄວາມ​ສັບ​ສົນ, ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ, ເມື່ອ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ຈະ​ຖືກ​ປະ​ກາດ​ໃນ​ຫູ​ຂອງ​ພວກ​ເຂົາ;

30 ແລະ ໃຫ້​ວຽກ​ງານ​ທັງ​ໝົດ​ຂອງ​ພວກ​ເຂົາ​ບໍ່​ມີ​ປະ​ໂຫຍດ, ແລະ ຖືກ​ກວາດ​ລ້າງ​ໄປ​ໂດຍ​ລູກ ໝາກ​ເຫັບ, ແລະ ໂດຍ​ການ​ພິ​ພາກ​ສາ ຊຶ່ງ​ພຣະ​ອົງ​ຈະ​ສົ່ງ​ມາ​ຍັງ​ພວກ​ເຂົາ​ໃນ​ຄວາມ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ, ເພື່ອ​ຢຸດ​ຕິ ການ​ເວົ້າ​ຕົວະ ແລະ ການ​ໃສ່​ຮ້າຍ​ປ້າຍ​ສີ​ຜູ້​ຄົນ​ຂອງ​ພຣະ​ອົງ.

31 ເພາະ​ພຣະ​ອົງ​ຮູ້, ໂອ້ ພຣະຜູ້​ເປັນເຈົ້າ, ວ່າ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ບໍ​ລິ​ສຸດ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ໃນ​ການ​ກ່າວ​ຄຳ​ພະຍານ​ເຖິງ​ພຣະ​ນາມ​ຂອງ​ພຣະ​ອົງ, ຊຶ່ງ​ເຂົາ​ເຈົ້າ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ກັບ​ສິ່ງ​ເຫລົ່າ​ນີ້.

32 ສະນັ້ນ ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ພຣະ​ອົງ ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ເພື່ອ​ການ​ປົດ​ປ່ອຍ​ອັນ​ຄົບ​ຖ້ວນ ແລະ ບໍ​ລິ​ບູນ ແລະ ຈາກ​ພາຍ​ໃຕ້ ແອກ​ນີ້;

33 ຈົ່ງ​ຫັກ​ມັນ​ເຖີດ, ໂອ້ ພຣະຜູ້​ເປັນເຈົ້າ; ຈົ່ງ​ຫັກ​ມັນ​ອອກ​ຈາກ​ຄໍ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ໂດຍ​ອຳນາດ​ຂອງ​ພຣະ​ອົງ, ເພື່ອ​ວ່າ​ພວກ​ຂ້າ​ພຣະ​ອົງ​ຈະ​ໄດ້​ລຸກ​ຂຶ້ນ​ໃນ​ທ່າມ​ກາງ​ຄົນ​ລຸ້ນ​ນີ້ ແລະ ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ.

34 ໂອ້ ພຣະ​ເຢ​ໂຮ​ວາ, ຈົ່ງ​ມີ​ຄວາມ​ເມດ​ຕາ​ຕໍ່​ຜູ້​ຄົນ​ເຫລົ່າ​ນີ້, ແລະ ເນື່ອງ​ຈາກ​ມະນຸດ​ທັງ​ປວງ​ເຮັດ ບາບ, ຈົ່ງ​ໃຫ້​ອະ​ໄພ​ແກ່​ການ​ລ່ວງ​ລະເມີດ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ໃຫ້​ສິ່ງ​ເຫລົ່າ​ນັ້ນ​ຖືກ​ລົບ​ລ້າງ​ໄປ​ຕະຫລອດ​ການ​ດ້ວຍ​ເຖີດ.

35 ຂໍ​ໃຫ້ ການ​ເຈີມ​ຂອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ ຖືກ​ຜະ​ນຶກ​ໄວ້​ເທິງ​ເຂົາ​ເຈົ້າ​ດ້ວຍ​ອຳນາດ​ຈາກ​ເບື້ອງ​ບົນ.

36 ຂໍ​ໃຫ້​ເກີດ​ສຳ​ເລັດ​ຜົນ​ກັບ​ເຂົາ​ເຈົ້າ, ດັ່ງ​ທີ່​ໄດ້​ເກີດ​ກັບ​ຄົນ​ເຫລົ່າ​ນັ້ນ​ໃນ​ວັນ​ເພັນ​ເຕ​ຄໍ​ສະ​ເຕ; ຂໍ​ຈົ່ງ​ຖອກ​ເທ​ຂອງ​ປະທານ​ແຫ່ງ ການ​ເວົ້າ​ພາ​ສາ​ລົງ​ມາ​ຍັງ​ຜູ້​ຄົນ​ຂອງ​ພຣະ​ອົງ, ແມ່ນ​ແຕ່​ມີ​ລີ້ນ​ເປັນ ຮູບ​ເໝືອນ​ແປວ​ໄຟ, ແລະ ການ​ແປ​ຄວາມ​ໝາຍ​ນັ້ນ.

37 ແລະ ຂໍ​ໃຫ້​ບ້ານ​ຂອງ​ພຣະ​ອົງ​ເຕັມ​ປ່ຽມ, ດັ່ງ​ດ້ວຍ​ລົມ​ອັນ​ມີ​ພະ​ລັງ​ແຮງ, ດ້ວຍ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ.

38 ຂໍ​ຈົ່ງ​ສວມ ປະຈັກ​ພະຍານ​ແຫ່ງ​ພັນທະ​ສັນ​ຍາ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ເພື່ອ​ວ່າ​ເມື່ອ​ເຂົາ​ເຈົ້າ​ອອກ​ໄປ ແລະ ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ອົງ ເຂົາ​ເຈົ້າ​ຈະ ຜະ​ນຶກ​ກົດ, ແລະ ຕຽມ​ໃຈ​ຂອງ​ໄພ່​ພົນ​ຂອງ​ພຣະ​ອົງ​ສຳ​ລັບ​ການ​ພິ​ພາກ​ສາ​ທັງ​ຫລາຍ ທີ່​ພຣະ​ອົງ​ພວມ​ຈະ​ສົ່ງ​ມາ, ໃນ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ, ເທິງ​ຜູ້​ອາ​ໄສ ຂອງ ແຜ່ນ​ດິນ​ໂລກ, ເພາະ​ການ​ລ່ວງ​ລະເມີດ​ຂອງ​ພວກ​ເຂົາ, ເພື່ອ​ວ່າ​ຜູ້​ຄົນ​ຂອງ​ພຣະ​ອົງ​ຈະ​ບໍ່​ທໍ້​ຖອຍ​ໃຈ​ໃນ​ວັນ​ແຫ່ງ​ຄວາມ​ຫຍຸ້ງ​ຍາກ.

39 ແລະ ເມືອງ​ໃດ​ກໍ​ຕາມ​ທີ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ເຂົ້າ​ໄປ, ແລະ ຜູ້​ຄົນ​ຂອງ​ເມືອງ​ນັ້ນ​ຮັບ​ເອົາ​ປະຈັກ​ພະຍານ​ຂອງ​ເຂົາ​ເຈົ້າ, ຂໍ​ຈົ່ງ​ໃຫ້​ສັນ​ຕິ​ສຸກ​ຂອງ​ພຣະ​ອົງ ແລະ ຄວາມ​ລອດ​ຂອງ​ພຣະ​ອົງ​ຢູ່​ກັບ​ເມືອງ​ນັ້ນ; ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ເຕົ້າ​ໂຮມ​ຄົນ​ຊອບ​ທຳ​ອອກ​ຈາກ​ເມືອງ​ນັ້ນ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ມາ​ສູ່ ຊີໂອນ, ຫລື ສູ່​ສະເຕກ​ຂອງ​ນາງ, ບ່ອນ​ທີ່​ໄດ້​ກຳ​ນົດ​ໄວ້​ຂອງ​ພຣະ​ອົງ, ພ້ອມ​ດ້ວຍ​ເພງ​ແຫ່ງ​ຄວາມ​ສຸກ​ອັນ​ເປັນ​ນິດ;

40 ແລະ ຈົນ​ກວ່າ​ການ​ນີ້​ຈະ​ສຳ​ເລັດ, ຂໍ​ຢ່າ​ໃຫ້​ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ຕົກ​ລົງ​ມາ​ສູ່​ເມືອງ​ນັ້ນ.

41 ແລະ ເມືອງ​ໃດ​ກໍ​ຕາມ​ທີ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ເຂົ້າ​ໄປ, ແລະ ຜູ້​ຄົນ​ຂອງ​ເມືອງ​ນັ້ນ​ບໍ່​ໄດ້​ຮັບ​ເອົາ​ປະຈັກ​ພະຍານ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄດ້​ເຕືອນ​ພວກ​ເຂົາ​ໃຫ້​ຊ່ວຍ​ຕົນ​ເອງ ໃຫ້​ລອດ​ຈາກ​ຄົນ​ລຸ້ນ​ທີ່​ຊົ່ວ​ຮ້າຍ​ນີ້, ຂໍ​ໃຫ້​ເກີດ​ກັບ​ເມືອງ​ນັ້ນ​ດັ່ງ​ທີ່​ພຣະ​ອົງ​ໄດ້​ຮັບ​ສັ່ງ​ໂດຍ​ປາກ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ອົງ.

42 ແຕ່​ຂໍ​ພຣະ​ອົງ​ຈົ່ງ​ປົດ​ປ່ອຍ, ໂອ້ ພຣະ​ເຢ​ໂຮ​ວາ, ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ພຣະ​ອົງ, ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈາກ​ມື​ຂອງ​ພວກ​ເຂົາ, ແລະ ຊຳລະ​ເຂົາ​ເຈົ້າ​ຈາກ​ເລືອດ​ຂອງ​ພວກ​ເຂົາ.

43 ໂອ້ ພຣະຜູ້​ເປັນເຈົ້າ, ພວກ​ຂ້າ​ພຣະ​ອົງ​ບໍ່​ເບີກ​ບານ​ໃນ​ຄວາມ​ພິນາດ​ຂອງ​ເພື່ອນ​ມະນຸດ​ຂອງ​ພວກ​ຂ້າ​ພຣະ​ອົງ; ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ແມ່ນ​ລ້ຳ​ຄ່າ​ຕໍ່​ພຣະ​ອົງ;

44 ແຕ່​ພຣະ​ຄຳ​ຂອງ​ພຣະ​ອົງ​ຕ້ອງ​ສຳ​ເລັດ​ຄົບ​ຖ້ວນ. ຂໍ​ຈົ່ງ​ຊ່ວຍ​ເຫລືອ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ທີ່​ຈະ​ກ່າວ, ດ້ວຍ ພຣະ​ຄຸນ​ຂອງ​ພຣະ​ອົງ​ຊ່ວຍ​ເຂົາ​ເຈົ້າ​ກ່າວ​ວ່າ: ຂໍ​ໃຫ້​ເປັນ​ໄປ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ​ເທີ້ນ, ໂອ້ ພຣະຜູ້​ເປັນເຈົ້າ, ແລະ ບໍ່​ແມ່ນ​ຂອງ​ພວກ​ຂ້າ​ພຣະ​ອົງ.

45 ພວກ​ຂ້າ​ພຣະ​ອົງ​ຮູ້​ວ່າ ພຣະ​ອົງ​ໄດ້​ຮັບ​ສັ່ງ​ໂດຍ​ປາກ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ເຖິງ​ສິ່ງ​ທີ່​ໜ້າ​ຢ້ານ​ກົວ ກ່ຽວ​ກັບ​ຄົນ​ຊົ່ວ​ໃນ ຍຸກ​ສຸດ​ທ້າຍ—ວ່າ​ພຣະ​ອົງ​ຈະ​ຖອກ​ເທ​ການ​ພິ​ພາກ​ສາ ຂອງ​ພຣະ​ອົງ​ລົງ​ມາ​ຈົນ​ເກີນ​ກວ່າ​ທີ່​ຈະ​ວັດ​ແທກ​ໄດ້;

46 ສະນັ້ນ, ໂອ້ ພຣະຜູ້​ເປັນເຈົ້າ, ຂໍ​ຈົ່ງ​ປົດ​ປ່ອຍ​ຜູ້​ຄົນ​ຂອງ​ພຣະ​ອົງ​ຈາກ​ຄວາມ​ເສຍ​ຫາຍ​ຂອງ​ຄົນ​ຊົ່ວ; ຂໍ​ຈົ່ງ​ເຮັດ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ສາ​ມາດ​ຜະ​ນຶກ​ກົດ, ແລະ ຜູກ​ມັດ​ປະຈັກ​ພະຍານ, ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ພ້ອມ​ແລ້ວ​ທີ່​ຈະ​ຕ້ານ​ທານ​ກັບ​ວັນ​ແຫ່ງ​ການ​ເຜົາ​ໄໝ້.

47 ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ພຣະ​ອົງ, ພຣະ​ບິດາ​ຜູ້​ບໍ​ລິ​ສຸດ, ຈົ່ງ​ນຶກ​ເຖິງ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ຖືກ​ຜູ້​ອາ​ໄສ​ຂອງ​ເຂດ​ແຈ໊ກສັນ, ລັດ​ມີ​ເຊີຣີ, ຂັບ​ໄລ່​ໜີ​ຈາກ​ແຜ່ນ​ດິນ​ທີ່​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ເຂົາ​ເຈົ້າ, ແລະ ຈົ່ງ​ຫັກ, ໂອ້ ພຣະຜູ້​ເປັນເຈົ້າ, ແອກ​ແຫ່ງ​ຄວາມ​ທຸກ​ຍາກ​ລຳ​ບາກ​ນີ້ ຊຶ່ງ​ວາງ​ຢູ່​ເທິງ​ເຂົາ​ເຈົ້າ.

48 ພຣະ​ອົງ​ຮູ້​ແລ້ວ, ໂອ້ ພຣະຜູ້​ເປັນເຈົ້າ, ວ່າ​ເຂົາ​ເຈົ້າ​ໄດ້​ຖືກ​ຄົນ​ຊົ່ວ​ກົດ​ຂີ່​ຂົ່ມ​ເຫັງ ແລະ ເຮັດ​ໃຫ້​ເປັນ​ທຸກ​ຫລາຍ; ແລະ ຫົວ​ໃຈ​ຂອງ​ພວກ​ຂ້າ​ພຣະ​ອົງ ເຕັມ​ໄປ​ດ້ວຍ​ຄວາມ​ໂສກ​ເສົ້າ ເນື່ອງ​ດ້ວຍ​ພາ​ລະ​ອັນ​ແສນ​ສາ​ຫັດ​ຂອງ​ເຂົາ​ເຈົ້າ.

49 ໂອ້ ພຣະຜູ້​ເປັນເຈົ້າ, ດົນ​ນານ ປານ​ໃດ​ທີ່​ພຣະອົງ​ຈະ​ຍອມ​ໃຫ້​ຜູ້​ຄົນ​ເຫລົ່າ​ນີ້ ແບກ​ຫາບ​ຄວາມ​ທຸກ​ນີ້, ແລະ ສຽງ​ຮ້ອງ​ຈາກ​ຄົນ​ບໍ​ລິ​ສຸດ​ຂອງ​ເຂົາ​ເຈົ້າ​ໄດ້​ຂຶ້ນ​ເຖິງ​ພຣະ​ກັນ ຂອງ​ພຣະ​ອົງ, ແລະ ເລືອດ​ຂອງ​ເຂົາ​ເຈົ້າ​ຂຶ້ນ​ໄປ​ເປັນ​ປະຈັກ​ພະຍານ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ແລະ ຈະ​ບໍ່​ສະແດງ​ປະຈັກ​ພະຍານ​ຂອງ​ພຣະ​ອົງ​ເພື່ອ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ບໍ?

50 ຂໍ​ຈົ່ງ​ມີ ເມດ​ຕາ, ໂອ້ ພຣະຜູ້​ເປັນເຈົ້າ, ຕໍ່​ກຸ່ມ​ອັນ​ຕະ​ພານ​ທີ່​ຊົ່ວ​ຮ້າຍ, ຜູ້​ໄດ້​ຂັບ​ໄລ່​ຜູ້​ຄົນ​ຂອງ​ພຣະ​ອົງ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ເຊົາ​ປຸ້ນ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ ຖ້າ​ຫາກ​ການ​ກັບ​ໃຈ​ຈະ​ເປັນ​ໄປ​ໄດ້​ສຳ​ລັບ​ພວກ​ເຂົາ;

51 ແຕ່​ຖ້າ​ຫາກ​ພວກ​ເຂົາ​ບໍ່​ເຮັດ, ຂໍ​ຈົ່ງ​ອ້າ​ແຂນ​ຂອງ​ພຣະ​ອົງ, ໂອ້ ພຣະຜູ້​ເປັນເຈົ້າ, ແລະ ໄຖ່​ສິ່ງ​ນັ້ນ​ທີ່​ພຣະ​ອົງ​ໄດ້​ກຳ​ນົດ​ໄວ້ ເປັນ​ຊີໂອນ​ສຳ​ລັບ​ຜູ້​ຄົນ​ຂອງ​ພຣະ​ອົງ.

52 ແລະ ຖ້າ​ຫາກ​ມັນ​ເປັນ​ຢ່າງ​ອື່ນ​ບໍ່​ໄດ້, ເພື່ອ​ອຸ​ດົມ​ການ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ​ຈະ​ບໍ່​ລົ້ມ​ເຫລວ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ກໍ​ຂໍ​ໃຫ້​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ເກີດ​ກັບ​ພວກ​ເຂົາ, ແລະ ຄວາມ​ເຄືອງ​ແຄ້ນ​ຂອງ​ພຣະ​ອົງ​ຈົ່ງ​ຕົກ​ລົງ​ໃສ່​ເທິງ​ພວກ​ເຂົາ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ເສື່ອມ​ໂຊມ​ລົງ, ທັງ​ຮາກ ແລະ ກິ່ງ​ງ່າ, ຈາກ​ພາຍ​ໃຕ້​ຟ້າ​ສະຫວັນ;

53 ແຕ່​ຕາບ​ໃດ​ທີ່​ພວກ​ເຂົາ​ຈະ​ກັບ​ໃຈ, ຂໍ​ພຣະ​ອົງ​ຈົ່ງ​ປາ​ນີ ແລະ ເມດ​ຕາ, ແລະ ຂໍ​ຈົ່ງ​ຫັນ​ເອົາ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ໄປ ເມື່ອ​ພຣະ​ອົງ​ທອດ​ພຣະ​ເນດ​ເບິ່ງ​ພຣະ​ພັກ ຂອງ​ພຣະ​ຜູ້​ທີ່​ຖືກ​ເຈີມ​ໄວ້​ຂອງ​ພຣະ​ອົງ.

54 ຂໍ​ຈົ່ງ​ມີ​ເມດ​ຕາ, ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຕໍ່​ປະ​ຊາ​ຊາດ​ທັງ​ປວງ​ຂອງ​ແຜ່ນ​ດິນ​ໂລກ; ຂໍ​ຈົ່ງ​ມີ​ເມດ​ຕາ​ຕໍ່​ຜູ້​ປົກ​ຄອງ​ແຜ່ນ​ດິນ​ຂອງ​ພວກ​ຂ້າ​ພຣະ​ອົງ; ຂໍ​ໃຫ້​ຫລັກ​ທຳ​ເຫລົ່າ​ນັ້ນ, ຊຶ່ງ​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງ​ສົມ​ກຽດ ແລະ ສະ​ຫງ່າ​ງາມ, ນັ້ນ​ຄື, ລັດ​ຖະ​ທຳ​ມະ​ນູນ​ຂອງ​ແຜ່ນ​ດິນ​ຂອງ​ພວກ​ຂ້າ​ພຣະ​ອົງ, ໂດຍ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ຂ້າ​ພຣະ​ອົງ, ໄດ້​ຮັບ​ການ​ສະຖາ​ປະນາ​ໄວ້​ຕະຫລອດ​ການ.

55 ຂໍ​ຈົ່ງ​ລະ​ນຶກ​ເຖິງ​ບັນ​ດາ​ກະສັດ, ເຈົ້າ​ຊາຍ, ຜູ້​ສູງ​ສັກ, ແລະ ບຸ​ລຸດ​ທີ່​ຍິ່ງ​ໃຫຍ່​ທັງ​ຫລາຍ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຜູ້​ຄົນ​ທັງ​ປວງ, ແລະ ສາດ​ສະ​ໜາ​ຈັກ​ຕ່າງໆ, ຄົນ​ຍາກ​ຈົນ, ຄົນ​ຂັດ​ສົນ, ແລະ ຄົນ​ທີ່​ເປັນ​ທຸກ​ທັງ​ປວງ ຂອງ​ແຜ່ນ​ດິນ​ໂລກ;

56 ເພື່ອ​ວ່າ​ຫົວ​ໃຈ​ຂອງ​ພວກ​ເຂົາ​ຈະ​ອ່ອນ​ລົງ ເມື່ອ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ອອກ​ໄປ​ຈາກ​ບ້ານ​ຂອງ​ພຣະ​ອົງ, ໂອ້ ພຣະ​ເຢ​ໂຮ​ວາ, ເພື່ອ​ສະແດງ​ປະຈັກ​ພະຍານ​ເຖິງ​ພຣະ​ນາມ​ຂອງ​ພຣະ​ອົງ; ເພື່ອ​ວ່າ​ອະ​ຄະ​ຕິ​ຂອງ​ພວກ​ເຂົາ​ຈະ​ເປີດ​ທາງ​ໃຫ້ ຄວາມ​ຈິງ, ແລະ ຜູ້​ຄົນ​ຂອງ​ພຣະ​ອົງ​ຈະ​ໄດ້​ຮັບ​ຄວາມ​ໂປດ​ປານ​ໃນ​ສາຍ​ຕາ​ຂອງ​ຜູ້​ຄົນ​ທັງ​ປວງ;

57 ເພື່ອ​ວ່າ​ທີ່​ສຸດ​ທັງ​ໝົດ​ຂອງ​ແຜ່ນ​ດິນ​ໂລກ ຈະ​ຮູ້​ວ່າ​ພວກ​ຂ້າ​ພຣະ​ອົງ, ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ແລະ ວ່າ​ພຣະ​ອົງ​ໄດ້​ສົ່ງ​ພວກ​ຂ້າ​ພຣະ​ອົງ​ມາ;

58 ເພື່ອ​ວ່າ​ຈາກ​ບັນ​ດາ​ຄົນ​ທັງ​ຫລາຍ​ເຫລົ່າ​ນີ້, ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ບັນ​ດາ​ບຸດ​ຂອງ​ຢາໂຄບ, ຈະ​ເຕົ້າ​ໂຮມ​ຄົນ​ຊອບ​ທຳ​ອອກ​ມາ ເພື່ອ​ສ້າງ​ນະຄອນ​ສັກ​ສິດ​ແດ່​ພຣະ​ນາມ​ຂອງ​ພຣະ​ອົງ, ດັ່ງ​ທີ່​ພຣະ​ອົງ​ໄດ້​ບັນ​ຊາ​ພວກ​ເຂົາ.

59 ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ພຣະ​ອົງ ຈົ່ງ​ໂປດ​ກຳ​ນົດ ສະເຕກ​ອື່ນໆ​ໄວ້​ໃຫ້​ຊີໂອນ​ທີ່​ນອກ​ເໜືອ​ໄປ​ຈາກ​ສະເຕກ​ແຫ່ງ​ນີ້ ຊຶ່ງ​ພຣະ​ອົງ​ໄດ້​ກຳ​ນົດ​ໄວ້, ເພື່ອ​ວ່າ ການ​ເຕົ້າ​ໂຮມ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ​ຈະ​ດຳ​ເນີນ​ໄປ​ໃນ​ອຳນາດ ແລະ ເດ​ຊາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່, ເພື່ອ​ວ່າ​ວຽກ​ງານ​ຂອງ​ພຣະ​ອົງ ຈະ​ຖືກ​ຕັດ​ໃຫ້ ສັ້ນ​ລົງ​ໃນ​ຄວາມ​ຊອບ​ທຳ.

60 ບັດ​ນີ້ ຖ້ອຍ​ຄຳ​ເຫລົ່າ​ນີ້, ໂອ້ ພຣະຜູ້​ເປັນເຈົ້າ, ພວກ​ຂ້າ​ພຣະ​ອົງ​ໄດ້​ທູນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ກ່ຽວ​ກັບ​ການ​ເປີດ​ເຜີຍ ແລະ ພຣະ​ບັນ​ຍັດ ຊຶ່ງ​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ພວກ​ຂ້າ​ພຣະ​ອົງ, ຜູ້​ທີ່​ຖືກ​ລະບຸ​ໄວ້​ກັບ ຄົນ​ຕ່າງ​ຊາດ.

61 ແຕ່​ພຣະ​ອົງ​ຮູ້​ແລ້ວ​ວ່າ ພຣະ​ອົງ​ມີ​ຄວາມ​ຮັກ​ທີ່​ຍິ່ງ​ໃຫຍ່​ສຳ​ລັບ​ລູກ​ຫລານ​ຂອງ​ຢາໂຄບ, ຜູ້​ໄດ້​ກະ​ຈັດ​ກະ​ຈາຍ​ໄປ​ຢູ່​ຕາມ​ພູ​ເຂົາ​ເປັນ​ເວລາ​ດົນ​ນານ, ໃນ​ວັນ​ທີ່​ເມກ​ບົດ​ບັງ ແລະ ມືດ​ມົນ.

62 ສະນັ້ນ​ພວກ​ຂ້າ​ພຣະ​ອົງ​ຈຶ່ງ​ທູນ​ຂໍ​ພຣະ​ອົງ ຂໍ​ຈົ່ງ​ມີ​ເມດ​ຕາ​ຕໍ່​ລູກ​ຫລານ​ຂອງ​ຢາໂຄບ, ເພື່ອ​ວ່າ ເຢຣູ​ຊາເລັມ, ຈາກ​ຊົ່ວ​ໂມງ​ນີ້​ໄປ, ຈະ​ເລີ່ມ​ໄດ້​ຮັບ​ການ​ໄຖ່;

63 ແລະ ແອກ​ແຫ່ງ​ຄວາມ​ເປັນ​ທາດ​ຈະ​ເລີ່ມ​ຫັກ​ອອກ​ຈາກ​ເຊື້ອ​ສາຍ​ຂອງ ດາວິດ;

64 ແລະ ລູກ​ຫລານ​ຂອງ ຢູ​ດາ ຈະ​ເລີ່ມ​ກັບ​ໄປ​ຍັງ ແຜ່ນ​ດິນ ຊຶ່ງ​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ອັບ​ຣາ​ຮາມ, ບິດາ​ຂອງ​ພວກ​ເຂົາ.

65 ແລະ ເຮັດ​ໃຫ້ ຜູ້​ທີ່​ເຫລືອ​ຢູ່​ຂອງ​ຢາໂຄບ, ຜູ້​ທີ່​ໄດ້​ຖືກ​ສາບ​ແຊ່ງ ແລະ ຂ້ຽນ​ຕີ​ເພາະ​ການ​ລ່ວງ​ລະເມີດ​ຂອງ​ພວກ​ເຂົາ, ປ່ຽນ​ໃຈ​ເຫລື້ອມ​ໃສ​ຈາກ​ສະພາບ​ອັນ​ຮ້າຍ​ກາດ ແລະ ປ່າ​ເຖື່ອນ​ຂອງ​ພວກ​ເຂົາ​ມາ​ສູ່​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ;

66 ເພື່ອ​ວ່າ​ພວກ​ເຂົາ​ຈະ​ວາງ​ອາ​ວຸດ ແຫ່ງ​ການ​ນອງ​ເລືອດ​ຂອງ​ພວກ​ເຂົາ, ແລະ ຢຸດ​ຕິ​ການ​ກະ​ບົດ​ຂອງ​ພວກ​ເຂົາ.

67 ແລະ ຂໍ​ໃຫ້​ຜູ້​ທີ່​ເຫລືອ​ຢູ່​ທັງ​ໝົດ ຂອງ ອິດສະ​ຣາເອນ ທີ່​ກະ​ຈັດ​ກະ​ຈາຍ​ໄປ, ຜູ້​ທີ່​ຖືກ​ຂັບ​ໄລ່​ໄປ​ສູ່​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ມາ​ສູ່​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ, ເຊື່ອ​ໃນ​ພຣະ​ເມ​ຊີ​ອາ, ແລະ ຖືກ​ໄຖ່​ຈາກ​ການ​ກົດ​ຂີ່​ຂົ່ມ​ເຫັງ, ແລະ ປິ​ຕິ​ຍິນ​ດີ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ.

68 ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂໍ​ຈົ່ງ​ລະ​ນຶກ​ເຖິງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ໂຈເຊັບ ສະມິດ, ຜູ້ລູກ, ແລະ ຄວາມ​ທຸກ​ທໍ​ລະ​ມານ ແລະ ການ​ຖືກ​ຂົ່ມ​ເຫັງ​ທັງ​ໝົດ​ຂອງ​ລາວ—ລາວ​ໄດ້​ເຮັດ ພັນທະ​ສັນ​ຍາ​ແນວ​ໃດ​ກັບ ພຣະ​ເຢ​ໂຮ​ວາ, ແລະ ໄດ້​ປະ​ຕິ​ຍານ​ຕໍ່​ພຣະ​ອົງ, ໂອ້ ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ຂອງ​ຢາໂຄບ—ແລະ ພຣະ​ບັນ​ຍັດ ຊຶ່ງ​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ລາວ, ແລະ ທີ່​ລາວ​ໄດ້​ພະ​ຍາ​ຍາມ​ຢ່າງ​ຈິງ​ໃຈ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ.

69 ຂໍ​ຈົ່ງ​ມີ​ເມດ​ຕາ, ໂອ້ ພຣະຜູ້​ເປັນເຈົ້າ, ຕໍ່​ພັນ​ລະ​ຍາ ແລະ ລູກໆ​ຂອງ​ລາວ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ສູງ​ສົ່ງ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ, ແລະ ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໂດຍ​ພຣະ​ຫັດ​ທີ່​ທະ​ນຸ​ຖະ​ໜອມ​ຂອງ​ພຣະ​ອົງ.

70 ຂໍ​ຈົ່ງ​ມີ​ເມດ​ຕາ​ຕໍ່​ຍາດ​ຕິ​ພີ່​ນ້ອງ ທີ່​ໃກ້​ຊິດ​ທັງ​ໝົດ​ຂອງ​ພວກ​ເຂົາ, ເພື່ອ​ວ່າ​ອະ​ຄະ​ຕິ​ຂອງ​ພວກ​ເຂົາ​ຈະ​ຖືກ​ທຳ​ລາຍ ແລະ ຖືກ​ກວາດ​ລ້າງ​ໄປ​ດັ່ງ​ດ້ວຍ​ນ້ຳ​ຖ້ວມ; ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ໄດ້​ຮັບ​ການ​ໄຖ່​ພ້ອມ​ກັບ​ອິດສະ​ຣາເອນ, ແລະ ຮູ້​ວ່າ​ພຣະ​ອົງ​ເປັນ​ພຣະ​ເຈົ້າ.

71 ຂໍ​ຈົ່ງ​ລະ​ນຶກ​ເຖິງ, ໂອ້ ພຣະຜູ້​ເປັນເຈົ້າ, ປະທານ​ທັງ​ຫລາຍ, ແມ່ນ​ແຕ່​ປະທານ​ທັງ​ຫລາຍ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ເພື່ອ​ວ່າ​ພຣະ​ຫັດ​ຂວາ​ຂອງ​ພຣະ​ອົງ ຈະ​ເຮັດ​ໃຫ້​ພວກ​ເພິ່ນ​ສູງ​ສົ່ງ, ພ້ອມ​ກັບ​ຄອບ​ຄົວ​ທັງ​ຫລາຍ​ຂອງ​ພວກ​ເພິ່ນ, ແລະ ຍາດ​ຕິ​ພີ່​ນ້ອງ​ທີ່​ໃກ້​ຊິດ​ຂອງ​ພວກ​ເພິ່ນ​ນຳ​ອີກ, ເພື່ອ​ວ່າ​ຊື່​ຂອງ​ພວກ​ເພິ່ນ​ຈະ​ຖືກ​ຈື່​ຈຳ ແລະ ຢູ່​ໃນ​ຄວາມ​ຊົງ​ຈຳ​ອັນ​ເປັນ​ນິດ​ຈາກ​ລຸ້ນ​ສູ່​ລຸ້ນ.

72 ຂໍ​ຈົ່ງ​ລະ​ນຶກ​ເຖິງ​ສາດ​ສະ​ໜາ​ຈັກ​ທັງ​ປວງ​ຂອງ​ພຣະ​ອົງ, ໂອ້ ພຣະຜູ້​ເປັນເຈົ້າ, ພ້ອມ​ກັບ​ຄອບ​ຄົວ​ທັງ​ປວງ​ຂອງ​ເຂົາ​ເຈົ້າ, ແລະ ຍາດ​ຕິ​ພີ່​ນ້ອງ​ທີ່​ໃກ້​ຊິດ​ຂອງ​ເຂົາ​ເຈົ້າ, ພ້ອມ​ກັບ​ຄົນ​ປ່ວຍ​ໂຊ ແລະ ຄົນ​ເປັນ​ທຸກ​ທັງ​ປວງ​ຂອງ​ເຂົາ​ເຈົ້າ, ພ້ອມ​ກັບ​ຄົນ​ຍາກ​ຈົນ ແລະ ອ່ອນ​ໂຍນ​ທັງ​ປວງ​ຂອງ​ແຜ່ນ​ດິນ​ໂລກ; ເພື່ອ​ວ່າ ອາ​ນາ​ຈັກ, ຊຶ່ງ​ພຣະ​ອົງ​ໄດ້​ຈັດ​ຕັ້ງ​ໄວ້​ໂດຍ​ບໍ່​ໄດ້​ໃຊ້​ມື, ຈະ​ກາຍ​ເປັນ​ພູ​ເຂົາ​ໃຫຍ່ ແລະ ເຕັມ​ທັງ​ແຜ່ນ​ດິນ​ໂລກ;

73 ເພື່ອ​ວ່າ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຈະ​ອອກ​ມາ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ແຫ່ງ​ຄວາມ​ມືດ, ແລະ ສ່ອງ​ແສງ​ງົດ​ງາມ​ດັ່ງ ດວງ​ເດືອນ, ແຈ່ມ​ແຈ້ງ​ດັ່ງ​ດວງ​ຕາ​ເວັນ, ແລະ ເປັນ​ໜ້າ​ຢ້ານ​ກົວ​ດັ່ງ​ກອງ​ທັບ​ມາ​ພ້ອມ​ກັບ​ທຸງ;

74 ແລະ ຮັບ​ການ​ຕົກ​ແຕ່ງ​ດັ່ງ​ເຈົ້າ​ສາວ​ສຳ​ລັບ​ວັນ​ນັ້ນ ເມື່ອ​ພຣະ​ອົງ​ຈະ​ເປີດ​ຟ້າ​ສະຫວັນ, ແລະ ເຮັດ​ໃຫ້​ພູ​ເຂົາ ໄຫລ​ລົງ​ໄປ ເນື່ອງ​ດ້ວຍ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ອົງ, ແລະ ຫຸບ​ເຂົາ​ຈະ​ຖືກ​ຍົກ​ຂຶ້ນ​ສູງ, ບ່ອນ​ຫລຸບ​ໂນນ ຈະ​ຖືກ​ເຮັດ​ໃຫ້​ຮາບ​ພຽງ; ເພື່ອ​ວ່າ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ຈະ​ເຕັມ​ແຜ່ນ​ດິນ​ໂລກ;

75 ເພື່ອ​ວ່າ​ເມື່ອ​ເວລາ​ສຽງ​ແກ​ດັງ​ຂຶ້ນ​ເພື່ອ​ເອີ້ນ​ຄົນ​ຕາຍ, ພວກ​ຂ້າ​ພຣະ​ອົງ​ຈະ​ຖືກ ຮັບ​ຂຶ້ນ​ໄປ​ໃນ​ເມກ​ເພື່ອ​ພົບ​ພຣະ​ອົງ, ເພື່ອ​ວ່າ​ພວກ​ຂ້າ​ພຣະ​ອົງ​ຈະ​ໄດ້​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຕະຫລອດ​ໄປ;

76 ເພື່ອ​ວ່າອາພອນ​ຂອງ​ພວກ​ຂ້າ​ພຣະ​ອົງ​ຈະ​ບໍ​ລິ​ສຸດ, ເພື່ອ​ວ່າ​ພວກ​ຂ້າ​ພຣະ​ອົງ​ຈະ​ຖືກ​ຫຸ້ມ​ຫໍ່​ດ້ວຍ ເສື້ອ​ຄຸມ​ແຫ່ງ​ຄວາມ​ຊອບ​ທຳ, ດ້ວຍ​ກ້ານ​ຕານ​ຢູ່​ໃນ​ມື​ຂອງ​ພວກ​ຂ້າ​ພຣະ​ອົງ, ແລະ ໄດ້​ຮັບ ມົງ​ກຸດ​ແຫ່ງ​ລັດ​ສະ​ໝີ​ພາບ ຢູ່​ເທິງ​ຫົວ​ຂອງ​ພວກ​ຂ້າ​ພຣະ​ອົງ, ແລະ ເກັບ​ກ່ຽວ ຄວາມ​ຊື່ນ​ຊົມ​ນິ​ລັນ​ດອນ ແທນ ຄວາມ​ທຸກ​ທໍ​ລະ​ມານ​ທັງ​ປວງ ຂອງ​ພວກ​ຂ້າ​ພຣະ​ອົງ.

77 ໂອ້ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່, ຂໍ​ຈົ່ງ​ຟັງ​ພວກ​ຂ້າ​ພຣະ​ອົງ​ໃນ​ຄຳ​ວິງ ວອນ​ເຫລົ່າ​ນີ້​ຂອງ​ພວກ​ຂ້າ​ພຣະ​ອົງ, ແລະ ຕອບ​ພວກ​ຂ້າ​ພຣະ​ອົງ​ຈາກ​ສະຫວັນ, ທີ່​ປະ​ທັບ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ບ່ອນ​ທີ່​ພຣະ​ອົງ​ປະ​ທັບ​ຢູ່​ເທິງ​ພຣະ​ບັນ​ລັງ, ດ້ວຍ ລັດ​ສະ​ໝີ​ພາບ, ກຽດ​ຕິ​ຍົດ, ອຳນາດ, ເດ​ຊາ​ນຸ​ພາບ, ຄວາມ​ຍິ່ງ​ໃຫຍ່, ການ​ຄອບ​ຄອງ, ຄວາມ​ຈິງ, ຄວາມ​ຍຸດ​ຕິ​ທຳ, ການ​ພິ​ພາກ​ສາ, ຄວາມ​ເມດ​ຕາ, ແລະ ຄວາມ​ສົມ​ບູນ​ອັນ​ບໍ່​ມີ​ທີ່​ສິ້ນ​ສຸດ, ຈາກ​ເປັນ​ນິດ​ເຖິງ​ເປັນ​ນິດ.

78 ໂອ້ ຂໍ​ຈົ່ງ​ຟັງ, ໂອ້ ຂໍ​ຈົ່ງ​ຟັງ, ໂອ້ ຂໍ​ຈົ່ງ​ຟັງ​ພວກ​ຂ້າ​ພຣະ​ອົງ, ໂອ້ ພຣະຜູ້​ເປັນເຈົ້າ! ແລະ ຂໍ​ຈົ່ງ​ຕອບ​ຄຳ​ອ້ອນ​ວອນ​ເຫລົ່າ​ນີ້, ແລະ ຂໍ​ຈົ່ງ​ຮັບ​ເອົາ​ການ​ອຸ​ທິດ​ຖວາຍ​ບ້ານ​ແຫ່ງ​ນີ້​ແດ່​ພຣະ​ອົງ, ວຽກ​ງານ​ຈາກ​ມື​ຂອງ​ພວກ​ຂ້າ​ພຣະ​ອົງ, ຊຶ່ງ​ພວກ​ຂ້າ​ພຣະ​ອົງ​ໄດ້​ສ້າງ​ແດ່​ພຣະ​ນາມ​ຂອງ​ພຣະ​ອົງ;

79 ແລະ ສາດ​ສະ​ໜາ​ຈັກ​ນີ້​ນຳ​ອີກ, ເພື່ອ​ໃສ່​ພຣະ​ນາມ​ຂອງ​ພຣະ​ອົງ​ໄວ້​ເທິງ​ນັ້ນ. ແລະ ຂໍ​ຈົ່ງ​ຊ່ວຍ​ເຫລືອ​ພວກ​ຂ້າ​ພຣະ​ອົງ ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ, ເພື່ອ​ວ່າ​ພວກ​ຂ້າ​ພຣະ​ອົງ​ຈະ​ໄດ້​ປະ​ສານ​ສຽງ​ຂອງ​ພວກ​ຂ້າ​ພຣະ​ອົງ ຮ່ວມ​ກັບ ເຊຣາ​ຟີມ​ເຫລົ່າ​ນັ້ນ​ທີ່​ຮຸ່ງ​ແຈ້ງ ແລະ ສ່ອງ​ແສງ​ຢູ່​ອ້ອມ​ຮອບ​ພຣະ​ບັນ​ລັງ​ຂອງ​ພຣະ​ອົງ, ພ້ອມ​ດ້ວຍ​ການ​ໂຮ​ຮ້ອງ​ສັນ​ລະ​ເສີນ, ຮ້ອງ​ໂຮ​ຊັນ​ນາ​ແດ່​ພຣະ​ເຈົ້າ ແລະ ພຣະ​ເມສາ​ນ້ອຍ!

80 ແລະ ຂໍ​ຈົ່ງ​ໃຫ້​ຜູ້​ຄົນ​ເຫລົ່າ​ນັ້ນ, ຜູ້​ທີ່​ຖືກ​ເຈີມ​ໄວ້​ຂອງ​ພຣະ​ອົງ, ໄດ້​ຖືກ ຫຸ້ມ​ຫໍ່​ດ້ວຍ​ຄວາມ​ລອດ, ແລະ ໄພ່​ພົນ​ຂອງ​ພຣະ​ອົງ​ຮ້ອງ​ສະ​ໜັ່ນ​ດ້ວຍ​ຄວາມ​ຊື່ນ​ຊົມ. ອາແມນ, ແລະ ອາແມນ.